ຕຣຽມ ຂຶ້ນຄ່າ ທາງດ່ວນ ນະຄອນຫຼວງວຽງຈັນ-ວັງວຽງ

ໄຊຍາ
2022.06.29
ຕຣຽມ ຂຶ້ນຄ່າ ທາງດ່ວນ ນະຄອນຫຼວງວຽງຈັນ-ວັງວຽງ ສະຖານີເກັບເງິນ ຂອງທາງດ່ວນ ວຽງຈັນ-ວັງວຽງ ປະຈຳບ້ານນາຊອນ, ເມືອງນາຊາຍທອງ ນະຄອນຫຼວງວຽງຈັນ (TS), ເດືອນທັນວາ 2020.
RFA

ບໍຣິສັດຮ່ວມທຶນພັທນາ ທາງດ່ວນລາວ-ຈີນ ຈຳກັດ ຈະປັບລາຄາ ຄ່າບໍຣິການຜ່ານທາງດ່ວນນະຄອນຫຼວງວຽງຈັນ ຫາເມືອງວັງວຽງ ແຂວງວຽງຈັນ ນັບຕັ້ງແຕ່ວັນທີ 1 ກໍຣະກະດາ 2022 ເປັນຕົ້ນໄປ ໂດຍອີງຕາມອັດຕຣາແລກປ່ຽນ ຂອງເງິນກີບ ກັບເງິນໂດລ້າຣ໌ສະຫະຣັຖ ຊຶ່ງໄດ້ກຳນົດເກັບຄ່າບໍໍຣິການ ຜ່ານທາງດ່ວນທັງໝົດ 5 ປະເພດຣົຖ ຕໍ່ຖ້ຽວແທນການເກັບຄ່າ ບໍຣິການຕາມໄລຍະທາງໂຕຈິງ.

ດັ່ງເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນວັນທີ 29 ມິຖຸນານີ້ວ່າ:

ຕາມອັນນັ້ນໂລດ ວັນທີ 01 ເດືອນກໍຣະກະດານີ້ນ່າ ເພິ່ນເອົາລົງເຟສຢູ່ເດ້ ມັນມີ 5 ປະເພດ.

ກ່ຽວກັບເຣື່ອງນີ້ ວິທຍຸເອເຊັຽເສຣີ ໄດ້ຕິດຕໍ່ຫາບໍຣິສັດ ຮ່ວມທຶນພັທນາ ທາງດ່ວນລາວ-ຈີນ ຈຳກັດເພື່ອສອບຖາມ ເຫດຜົລກ່ຽວກັບການປັບ ອັດຕຣາລາຄາ ຄ່າຜ່ານທາງດ່ວນ ແລະຣາຍລະອຽດເພີ່ມຕື່ມ ແຕ່ບໍ່ມີເຈົ້າໜ້າທີ່ຄົນໃດ ສາມາດໃຫ້ຣາຍລະອຽດ ຕື່ມໄດ້.

ກ່ອນໜ້ານີ້ໃນວັນທີ 28 ມິຖຸນາ ທີ່ຜ່ານມາ ບໍຣິສັດຮ່ວມທຶນພັທນາ ທາງດ່ວນລາວ-ຈີນ ຈຳກັດໄດ້ອອກໜັງສືແຈ້ງຂ່າວ ທາງບໍຣິສັດໄດ້ດຳເນີນການ ເກັບອັດຕຣາຄ່າ ຜ່ານທາງດ່ວນ ຕາມອັດຕຣາທີ່ກຳນົດໄວ້ ໃນສັນຍາສັມປະທານ ໂດຍບໍ່ມີການປ່ຽນແປງ ແຕ່ຢ່າງໃດ, ແຕ່ປັດຈຸບັນ ການດຳເນີນທຸຣະກິຈ ຂອງບໍຣິສັດໄດ້ຮັບຜົລກະທົບ ຈາກການເໜັງຕີງ ຂອງອັດຕຣາແລກປ່ຽນ ຂອງເງິນກີບກັບເງິນໂດລ້າຣ໌ສະຫະຣັຖ ດັ່ງນັ້ນຈຶ່ງໄດ້ປະຕິບັດການ ເກັບອັດຕຣາຄ່າຜ່ານທາງດ່ວນ ໂດຍອີງຕາມອັດຕຣາການແລກປ່ຽນ ເງິນກີບກັບເງິນໂດລ້າຣ໌ສະຫະຣັຖ ພ້ອມດຽວກັນນີ້ກໍໄດ້ສົ່ງໜັງສືນີ້ ຣາຍງານຫາກະຊວງແຜນການ ແລະ ການລົງທຶນແລ້ວ.

ແຕ່ຢ່າງໃດກໍຕາມ ພາຍຫຼັງບໍຣິສັດ ຮ່ວມທຶນພັທນາທາງດ່ວນລາວ-ຈີນ ຈຳກັດ ໄດ້ອອກແຈ້ງການດັ່ງກ່າວ ກໍເຮັດໃຫ້ຜູ້ໃຊ້ຣົຖຫຼາຍຄົນ ຮູ້ສຶກບໍ່ພໍໃຈ ແລະເຫັນວ່າບໍ່ເປັນການເໝາະສົມ ທີ່ປັບຄ່າບໍຣິການທາງດ່ວນໃນເວລານີ້ ຍ້ອນວ່າປະຊາຊົນຈຳນວນຫຼາຍ ກໍປະສົບບັນຫາຢູ່ແລ້ວ ໂດຍສະເພາະລາຄານໍ້າມັນແພງ.

ດັ່ງຜູ້ປະກອບການ ຣົຖຕູ້ນຳທ່ຽວກ່າວວ່າ:
ສຳລັບຣົຖປະເພດຣົຖຕູ້ປະເພດ 2 ຂຶ້ນໄປຂຶ້ນອີກປະມານ 40,000 ກີບບໍ່ເໝາະສົມ ປານໃດຫັ້ນແຫຼະເພາະວ່າ ມັນກາແພງເກີນໄປຫັ້ນແຫຼະ ນໍ້າມັນກາແພງບາດນີ້ ທາງກາສິແພງອັນນີ້ ແຕ່ວ່າຄ່າໂດຍສານ ກາຍັງສໍ່າເກົ່າຫັ້ນນ່າ.

ໃນຂະນະທີ່ຜູ້ປະກອບການຣົຖຕູ້ ນຳທ່ຽວອີກບໍຣິສັດນຶ່ງ ທີ່ມັກໃຊ້ບໍຣິການທາງດ່ວນ ນະຄອນ ຫຼວງວຽງຈັນ-ວັງວຽງ ຢູ່ເລື້ອຍໆ ກ່າວວ່າ ການປັບອັດຕຣາ ຄ່າທາງດ່ວນດັ່ງກ່າວ ແຫ່ງຈະເປັນການຕອກຢໍ້າ ຜົລກະທົບໃຫ້ແກ່ປະຊາຊົນ ຈຳນວນຫຼາຍໂດຍສະເພາະ ຜູ້ທີ່ເຮັດທຸຣະກິຈ ດ້ານການຂົນສົ່ງໂດຍສານ ແຕ່ກໍບໍ່ສາມາດຄັດຄ້ານຫຍັງໄດ້.

ດັ່ງທ່ານໄດ້ກ່າວວ່າ.

ຜົລກະທົບ ມັນກາກະທົບຢູ່ຫັ້ນແຫຼະ ນໍ້າມັນກາແພງແຫຼະ ແມ່ນຫຍັງກາແພງ ດຽວນີ້ກາພໍໃຈ ໄປຢູ່ອາທິດນຶ່ງກາ 2 ເທື່ອ ບາງເທື່ອ ບາງທິດກາບໍ່ມີ ທິດແລ້ວນີ້ໄປ ຍັງລາຄາທໍ່ເກົ່າຢູ່ໃດ.

ໃນຂະນະດຽວກັນ ກໍມີຜູ້ປະກອບການຣົຖ ຂົນສົ່ງໂດຍສານ ຈຳນວນບໍ່ໜ້ອຍ ທີ່ອາຈຕ້ອງໄດ້ປັບຂຶ້ນຄ່າບໍຣິການ ໂດຍສານ ເພື່ອສອດຄ່ອງກັບ ຄ່າບໍຣິການຜ່ານທາງດ່ວນ ແລະຄ່ານໍ້າມັນ ໃນສະພາບປັດຈຸບັນ ບໍ່ເຊັ່ນນັ້ນກໍອາຈເຮັດໃຫ້ທຸຣະກິຈ ຂາດທຶນ ຫຼືບໍ່ໄດ້ຮັບຜົລກຳໄລ ເທົ່າທີ່ຄວນ.

ດັ່ງຜູ້ປະກອບການ ຣົຖຂົນສົ່ງໂດຍສານກ່າວວ່າ:

ເຂົາເພີ່ມຂຶ້ນ ລາຄາທາງດ່ວນ ຕໍ່ໄປກາບໍ່ແນ່ເນາະ ເພາະວ່ານໍ້າມັນ ກັບທາງດ່ວນມັນກໍຂຶ້ນຫັ້ນນ່າ ໜ້າຈະປັບຂຶ້ນ.

ທາງດ້ານນັກວິຊາການ ທ່ານນຶ່ງໃຫ້ຄວາມເຫັນວ່າ ການປັບອັດຕຣາ ຄ່າບໍຣິການທາງດ່ວນ ນະຄອນຫຼວງວຽງຈັນ-ວັງວຽງນັ້ນ ຄັນເບິ່ງມຸມນຶ່ງ ກໍແພງແທ້ ສຳລັບຜູ້ທີ່ມີລາຍໄດ້ໜ້ອຍ ແຕ່ສຳລັບຜູ້ທີ່ມີລາຍໄດ້ ຫຼາຍຢູ່ແລ້ວ ກໍຖືວ່າບໍ່ໄດ້ຮັບຜົລກະທົບ ຈາກການປັບຂຶ້ນລາຄາ ດັ່ງກ່າວ ເພາະວ່າເດີນທາງ ສະດວກກວ່າ ເສັ້ນທາງປົກກະຕິ ດັ່ງນັ້ນຈຶ່ງຂຶ້ນຢູ່ກັບຄວາມພໍໃຈ ຂອງຜູ້ໃຊ້ບໍຣິການຫຼາຍກ່ວາ.

ດັ່ງທ່ານໄດ້ກ່າວວ່າ:

ເຂົາເຈົ້າຕັ້ງລາຄາເທື່ອທຳອິດນີ້ ໃຜກາຕິວ່າມັນແພງເນາະ ແຕ່ວ່າບາດໄປຂີ່ ເຂົາເຈົ້າກາພໍໃຈ ໃນທາງດ່ວນນັ້ນ ພໍກັນກັບເຮົາຂີ່ຍົນ ຂີ່ຫຍັງຫັ້ນແຫຼະ ກໍຮູ້ຢູ່ແພງ ແຕ່ເຮົາພໍໃຈ ໃນການຂີ່ ມີທາງເລືອກໃຫ້ເລືອກເດ້ ຄັນເຮົາບໍ່ຢາກຂີ່ ທາງນັ້ນກໍຂີ່ທາງ ປົກກະຕິ.

ສຳລັບຣາຍລະອຽດ ການປັບອັດຕຣາ ຄ່າຜ່ານທາງດ່ວນ ນະຄອນຫຼວງວຽງຈັນ-ວັງວຽງ ແບບໃໝ່ນີ້ປະກອບມີ.

ຣົຖປະເພດ 1 ຂນາດໜ້ອຍກ່ວາ 2 ຕັນ ເກັບຄ່າບໍຣິການ 100,000 ກີບຕໍ່ຖ້ຽວ.

ຣົຖປະເພດ 2 ຂນາດ 2 ຕັນຂຶ້ນໄປ ແຕ່ໜ້ອຍກ່ວາ 5 ຕັນ ເກັບຄ່າບໍຣິການ 166,000 ກີບຕໍ່ຖ້ຽວ. ຣົຖປະເພດ 3 ຂນາດ 5 ຕັນຂຶ້ນໄປ ແຕ່ໜ້ອຍກ່ວາ 10 ຕັນ ເກັບຄ່າບໍຣິການ 232,000 ກີບຕໍ່ຖ້ຽວ, ຣົຖປະເພດ 4 ຂນາດ 10 ຕັນຂຶ້ນໄປ ແຕ່ໜ້ອຍກ່ວາ 15 ຕັນ ເກັບຄ່າບໍຣິການ 331,000 ກີບຕໍ່ຖ້ຽວ.

ຣົຖປະເພດ 5 ຂນາດ 15 ຕັນຂຶ້ນໄປ ແຕ່ໜ້ອຍກ່ວາ 20 ຕັນເກັບຄ່າບໍຣິການ 430,000 ກີບຕໍ່ຖ້ຽວ.

ສ່ວນອັດຕຣາ ຄ່າບໍຣິການຜ່ານທາງດ່ວນ ດັ່ງກ່າວທີ່ນຳໃຊ້ຢູ່ ໃນປັດຈຸບັນ ນັບຕັ້ງແຕ່ວັນທີ 01 ເດືອນມົກກະຣາປີ 2022 ເປັນຕົ້ນມາ ຈົນມາຮອດວັນທີ 30 ມິຖຸນາ 2022 ປະກອບມີ.

ຣົຖປະເພດ 1 ຂນາດໜ້ອຍກ່ວາ 2 ຕັນ ເກັບຄ່າບໍຣິການ 670 ກີບຕໍ່ກິໂລແມັດ.

ຣົຖປະເພດ 2 ຂນາດ 2 ຕັນ ຂຶ້ນໄປ ແຕ່ໜ້ອຍກ່ວາ 5 ຕັນເກັບຄ່າບໍຣິການ 1.117 ກີບຕໍ່ກິໂລແມັດ.

ຣົຖປະເພດ 3 ຂນາດ 5 ຕັນຂຶ້ນໄປ ແຕ່ໜ້ອຍກ່ວາ 10 ຕັນ ເກັບຄ່າບໍຣິການ 1,563 ກີບຕໍ່ກິໂລແມັດ.

ຣົຖປະເພດ 4 ຂນາດ 10 ຕັນຂຶ້ນໄປ ແຕ່ໜ້ອຍກ່ວາ 15 ຕັນເກັບຄ່າບໍຣິການ 2,233 ກີບຕໍ່ກິໂລແມັດ.

ຣົຖປະເພດ 5 ຂນາດ 15 ຕັນຂຶ້ນໄປ ແຕ່ໜ້ອຍກ່ວາ 20 ຕັນເກັບຄ່າບໍຣິການ 2,903 ກີບຕໍ່ກິໂລແມັດ

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.