ຄົນງານລາວ ໃນມາເລເຊັຽ ສ່ຽງຕົກເປັນເຫຍື່ອ ຄ້າມະນຸສ
2022.06.28

ກະຊວງແຮງງານ ແລະ ສວັດດີການສັງຄົມ ຂອງລາວ ກວດພົບວ່າ ມີຄົນງານລາວ ປະມານ 2 ພັນຄົນ ເດີນທາງໄປເຮັດວຽກ ຢູ່ປະເທດມາເລເຊັຽ ແບບບໍ່ຖືກກົດໝາຍ ໂດຍສະເພາະ ເຮັດວຽກໃນຂແນງການປະມົງ ແລະອຸດສາຫະກັມ ປຸງແຕ່ງອາຫານທະເລ ເຮັດໃຫ້ພວກເຂົາເຈົ້າ ສ່ຽງທີ່ຈະຖືກຂູດຮີດແຮງງານ ແລະຕົກເປັນເຫຍື່ອການຄ້າມະນຸສ ໃນຈໍານວນຄົນງານປະມານ 2 ພັນຄົນ ທີ່ໄປເຮັດວຽກ ຢູ່ປະເທດມາເລເຊັຽ ແບບບໍ່ຖືກຕ້ອງນີ້ ສ່ວນນຶ່ງກໍແມ່ນ ຄົນງານປະມົງລາວ ທີ່ເດີນທາງກັບຄືນປະເທດ ເມື່ອທ້າຍປີ 2020 ໃນຍາມເຊື້ອໂຄວິດ-19 ຣະບາດ ມີປະມານ 700 ຄົນ.
ເພື່ອແກ້ໄຂບັນຫາດັ່ງກ່າວນີ້ ຣັຖບານລາວ ກໍາລັງເຈຣະຈາ ຮ່ວມມື ກັບຣັຖບານ ມາເລເຊັຽ ເພື່ອຈະໃຫ້ຄົນງານລາວ ໄປເຮັດວຽກ ໃນປະເທດມາເລເຊັຽ ແບບຖືກຕ້ອງຕາມກົດໝາຍ ເຊິ່ງໃນໄລຍະຕົ້ນປີນີ້ ກົມພັທນາສີມືແຮງງານ ແລະ ຈັດຫາງານ ກະຊວງແຮງງານ ແລະ ສວັດດີການສັງຄົມຂອງລາວ ກໍໄດ້ຈັດສົ່ງຄົນງານລາວຊຸດທົດລອງ ຈໍານວນ 70 ຄົນ ໄປເຮັດວຽກ ໃນຂແນງການປະມົງ ແລະ ອຸດສາຫະກັມ ປຸງແຕ່ງອາຫານທະເລ ຢູ່ປະເທດມາເລເຊັຽ ເພື່ອສຶກສາຄວາມເປັນໄປໄດ້ ໃນການເຮັດ MOU ວ່າດ້ວຍ ການສົ່ງຄົນງານລາວ ໄປເຮັດວຽກໃນຂແນງການປະມົງ ແລະອຸດສາຫະກັມ ປຸງແຕ່ງອາຫານທະເລ ລະຫວ່າງ ທາງການລາວ ແລະ ທາງການມາເລເຊັຽ.
ດັ່ງເຈົ້າໜ້າທີ່ ກົມພັທນາສີມືແຮງງານ ແລະຈັດຫາງານ ຜູ້ບໍ່ປະສົງອອກຊື່ ແລະຕໍາແໜ່ງ ທ່ານນຶ່ງ ໄດ້ກ່າວຕໍ່ວິທຍຸ ເອເຊັຽເສຣີ ເມື່ອວັນທີ່ 8 ມິຖຸນາ 2022 ນີ້ວ່າ:
“ສ່ວນຫຼາຍກະມີແຕ່ ປະມົງຫັ້ນແຫຼະ ແຕ່ວ່າຜ່ານມາ ເຮົາກໍໄດ້ມີການຈັດສົ່ງແລ້ວ ໃນການທົດລອງຫັ້ນນ່າ ທົດລອງເບິ່ງ 70 ຄົນ ໄປຊ່ວງມື້ກີ້ນີ້ ເພາະວ່າພວກເຮົາສເນີໄປທາງ ກະຊວງການຕ່າງປະເທດແລ້ວ ກໍເພາະວ່າ ແຮງງານເຮົາກໍລັກລອບໄປເຮັດວຽກ ຢູ່ອັນ ມາເລເຊັຽຫຼາຍເນາະ ເຮັດວຽກແບບຜິດກົດໝາຍຫັ້ນນ່າ ສ່ວນຫຼາຍກໍແມ່ນ ໃນຂົງເຂດການປະມົງເນາະ ໃນການໄປເຮັດວຽກ ຂອງແຮງງານລາວຫັ້ນນ່າ ເຮັດວຽກແບບຜິດກົດໝາຍຫັ້ນນ່າ ທີ່ທາງການມາເລເຊັຽ ເຂົາແຈ້ງການມາຫັ້ນ.”
ກ່ຽວກັບເຣື່ອງ ຖືກຂູດຮີດແຮງງານ ຈາກນາຍຈ້າງນີ້ ຄົນງານລາວ ທີ່ເຮັດວຽກການປະມົງ ຢູ່ຄອງແອນດາວ ແຂວງປາຫັງ ປະເທດມາເລເຊັຽ ຜູ້ນຶ່ງ ເຊິ່ງເຮັດອາຊີບນີ້ ຢູ່ປະເທດມາເລເຊັຽ ມາເປັນເວລາ 10 ປາຍປີແລ້ວ ກ່າວຕໍ່ວິທຍຸເອເຊັຽ ໃນວັນທີ່ 13 ມິຖຸນາ 2022 ນີ້ວ່າ ການເຮັດວຽກປະມົງ ຫາປາຢູ່ມາເລເຊັຽ ແມ່ນແທ້ ພວກຂະເຈົ້າ ຖືກນາຍຈ້າງເອົາປຽບ ໃນເຣື່ອງນໍ້າໜັກ ແລະຍອດຂາຍ ລາຍຮັບຂອງການຂາຍປາ.
“ເຣື່ອງຂູດຮີດ, ເຣື່ອງກົດຂີ່, ເຣື່ອງບໍ່ໄດ້ຮັບຄວາມເປັນທັມ ຈາກນາຍຈ້າງນີ່ ແຕ່ສໄມ ຢູ່ເມືອງໄທຍ ຫັ້ນມີ ກ່ອນທີ່ຊິຍ້າຍໂຕເອງມາ ມາເລເຊັຽນີ້ ມາປະກອບອາຊີບອັນນີ້ນັ້ນນ່າ ແນ່ນອນ ເຣື່ອງລະເມີດສິທ ເຣື່ອງບໍ່ໄດ້ຮັບຄວາມເປັນທັມນີ້ ຊິມາຈາກຂໍ້ເສັຽ ອັນຫຼັກໆເລີຍ ກະຄື ເຮົາບໍ່ສາມາດຮູ້ວ່າ ຍອດຂາຍ ຍອດຂາຍລາຍຮັບ ລວມທັງນໍ້າໜັກ ທີ່ເຮົາຫາໄດ້ຫັ້ນນ່າ ມັນເປັນນໍ້າໜັກທໍ່ໃດ ເປັນເງິນທໍ່ໃດແທ້ ອັນບ່ອນນີ້ແນ່ນອນ ເຮົາບໍ່ສາມາດເຂົ້າເຖິງ ອັນນີ້ເຮົາກະຮູ້ມາຕລອດ, ແຕ່ເປັນຫຍັງຈັ່ງຍອມ ຍອມໃຫ້ທາງເຖົ້າແກ່ ຫຼືຜູ້ປະກອບການ ເຂົາມາລະເມີດເຮົາຈັ່ງຊີ້ ອັນນີ້ເຮົາໄດ້ແຕ່ຄໍານວນ ໄດ້ແຕ່ວິຈານກັນ ລະກະມາຫາຊ່ອງທາງ ຢຸດບໍ່ໄດ້ ມັນເຂົ້າໄປລ່ວງລໍ້າ ກໍ້າເກີນຂະເຈົ້າບໍ່ໄດ້.”
ສ່ວນປັດໄຈ ທີ່ເຮັດໃຫ້ຄົນງານລາວ ມາເຮັດວຽກດ້ານການປະມົງ ຢູ່ປະເທດມາເລເຊັຽ ແບບບໍ່ຖືກຕ້ອງ ມີຈໍານວນຫຼາຍນັ້ນ ຍ້ອນວ່າ ທຶນໃນການປະກອບເອກສານຕ່າງໆ ໃນເດີນທາງ ນາຍຈ້າງ ຈະເປັນຜູ້ອອກໃຫ້ກ່ອນ.
ດັ່ງທ່ານກ່າວຕື່ມວ່າ:
“ປັດໄຈຫຼັກໆເລີຍ ກະຄື ຂະເຈົ້າເຈົ້າບໍ່ມີທຶນ ທີ່ຊິເດີນທາງ ແມ້ແຕ່ເງິນຊິເຮັດພາສປອຣ໌ດ ທັງໄຕ (ໄຕກົງເຮືອ-ກັບຕັນເຮືອ-ຄົນຂັບເຮືອ). ທັງຜູ້ທີ່ເປັນໄຕ ເຊັ່ນເຮົານີ້ນ່າ ຫຼືທາງເຖົ້າແກ່ ກະຕ້ອງສົ່ງເງິນໄປຊ່ອຍເຫຼືອ ໃນການທີ່ຊິເປັນທຶນ ໃນການປະກອບເອກສານ ມັນກະເລີຍເປັນທາງເລືອກ ໃຫ້ຂະເຈົ້າ. ສົມມຸດວ່າ ຖ້າໄປທໍາງານເກົາຫຼີ ກະຕ້ອງດິ້ນຮົນເອົາທຶນ ມາກ່ອນແມ່ນບໍ່ລະ ກູ້ຢືມທຶນທີ່ຊິພາໂຕເອງບິນໄປ ແມ່ນບໍ່ລະ, ແຕ່ເປັນຫຍັງເຂົາເຈົ້າຈັ່ງເລືອກ ເລືອກມາ ມາເລ, ເປັນຫຍັງ ຂະເຈົ້າຈັ່ງເລືອກມາເຮັດວຽກ ປະເພດນີ້. 1 ເຄີຍຮູ້ຈາກໝູ່ເພື່ອນ, ເພື່ອນຝູງ, 2 ມາຄື ທຶນທຸກກີບຫັັ້ນນ່າ ແມ່ນທາງເຖົ້າແກ່ ເປັນຄົນອອກໃຫ້ກ່ອນ, ແລ້ວຄ່ອຍມາຫັກທີຫຼັງບໍ ຫຼືບໍ່ຮູ້, ແຕ່ສໍາລັບຂອງເຮົາຫັ້ນ ບໍ່ໄດ້ຖືກຫັກ ເພາະຕອນທີ່ໄທເຮົາມານີ້ ຄົນນຶ່ງ ເກືອບແສນບາດໃດ໋ ຄົນນຶ່ງ 9 ໝື່ນກວ່າບາດໃດ໋ ຂອງລະຫວ່າງ ກາງປີກາຍ ມາເຖິງປາຍປີ.”
ທ່ານກ່າວຕື່ມອີກວ່າ ສໍາລັບຄົນງານລາວ ທີ່ມາເຮັດວຽກປະມົງ ໃນຄອງແອນດາວ ແຂວງປາຫັງນີ້ ມີຈໍານວນເພີ່ມຂຶ້ນ ຈາກປີກາຍ ເຖິງ 60% ຕອນນີ້ ມີຮອດ 1 ພັນຄົນແລ້ວ ເຊິ່ງສ່ວນໃຫຍ່ ຄົນທີ່ມາໃໝ່ນີ້ ແມ່ນຄົນທີ່ບໍ່ເຄີຍໄປທະເລມາກ່ອນ.
“ຄອງທີ່ເຮົາຢູ່ນີ້ ມັນຕ້ອງທະລຸ ທະລຸພັນ (ກາຍ 1 ພັນຄົນ) ແຫຼະ ຕອນນີ້ ສະເພາະຄົນງານລາວນີ້. ເພາະສັງເກດຈາກ ຍອດຄົນທີ່ເຂົ້າມາປີນີ້ ລວມທັງປີກາຍ ຕິດຕໍ່ກັນຫັ້ນ ຫຼັງຈາກໂຄວິດ ທີ່ວ່າກັບບ້ານຍາກໆ ຄາວນັ້ນນ່າ, ມີບັນຫາຕໍ່ເຣື່ອງ ການຊິບິນກັບປະເທດຫັ້ນນ່າ, ຈົນຕ້ອງພາກັນກັບ ໂດຍຊ່ອງທາງພິເສດ ທາງທັມມະຊາດອິຫຍັງ ຄາວນັ້ນຫັ້ນນ່າ. ຂະເຈົ້າກະຍັງດິ້ນລົນກັບມາໃໝ່ ໂດຍທີ່ຄົນ ທີ່ມາໃໝ່ນີ້ ເກີນ 60% ເປັນຄົນທີ່ບໍ່ເຄີຍມາທະເລ ໂດຍສະເພາະ ແຖວເມືອງທ່າພະບາດ, ບໍຣິຄໍາໄຊ, ເມືອງໄຊທານີ ລະກະ ເມືອງປາກງື່ມນີ່. ຫຼັກໆກະລະຄື ເມືອງປາກງື່ມ ມາຫຼາຍທີ່ສຸດ.”
ຂະນະດຽວກັນ ຄົນງານປະມົງລາວ ຜູ້ນຶ່ງ ທີ່ເຮັດວຽກຢູ່ຄອງໂກະກັງ ປະເທດມາເລເຊັຽ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ດຽວກັນນີ້ວ່າ ລາວ ມາເຮັດວຽກເປັນຄົນງານປະມົງ ຢູ່ປະເທດມາເລເຊັຽ ໄດ້ເປັນເວລາຫຼາຍປີແລ້ວ ແລະກໍມາດ້ວຍຄວາມສມັກໃຈ ເພາະຢູ່ລາວ ບໍ່ຄ່ອຍມີວຽກເຮັດ ຫຼືຖ້າມີ ກໍໄດ້ຄ່າແຮງງານໜ້ອຍ ບໍ່ກຸ້ມຢູ່ກຸ້ມກິນ ລາວເລີຍຕັດສິນໃຈ ມາເຮັດວຽກ ຢູ່ທີ່ມາເລເຊັຽ.
“ບໍ່ມີໃຜແນະນໍາເນາະ ເພາະວ່າ ຕ່າງຄົນຕ່າງມາຫາເງິນ. ລາວ (ປະເທດລາວ) ມັນກະບໍ່ມີໝ້ອງ (ບ່ອນ)ຫາເນາະ ຄ່າແຮງມັນກະຖືກ. ມາກະ ບໍ່ໄດ້ຜ່ານກົມແຮງງອກ, ແຮງງານ ແຕ່ກ່ອນມາໃນນາມນັກທ່ອງທ່ຽວ ຂີ່ຣົຖເຂົ້າໜອງຄາຍ ຂ້າມສະພານໜອງຄາຍ ຂີ່ຣົຖຕໍ່ມາປັດຕະນີ ກະມີຣົຖ ຮັບ-ສົ່ງຕໍ່ ມາເຂົ້າມາເລ (ມາເລເຊັຽ).”
ຄົນງານຜູ້ນີ້ກ່າວອີກວ່າ ເຖິງແມ່ນວ່າ ລາວ ມາເຮັດວຽກຢູ່ມາເລເຊັຽ ແບບບໍ່ຖືກຕ້ອງ ແລະບໍ່ໄດ້ຜ່ານກົມແຮງານ ຂອງປະເທດລາວກໍຕາມ ແຕ່ມາຮອດມາເລເຊັຽແລ້ວ ນາຍຈ້າງກໍຈະປະກອບເອກສານຕ່າງໆ ໃນການເຮັດວຽກໃຫ້.
ໃນຂະນະດຽວກັນ ຄົນງານລາວ ທີ່ເຮັດວຽກປະມົງ ຢູ່ຄອງບ້ານໃຕ້ ໃນປະເທດມາເລເຊັຽ ອີກຜູ້ນຶ່ງ ກໍກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ດຽວກັນນີ້ວ່າ ລາຍໄດ້ຈາກການຫາປາ ຖ້າທຽບໃສ່ເປັນເງິນເດືອນ ກໍຖືວ່າໄດ້ຫຼາຍພໍສົມຄວນ ຄືເດືອນນຶ່ງ ຖ້າບໍ່ໄດ້ແທ້ໆ ກໍໄດ້ບໍ່ຕໍ່າກວ່າ 3 ໝື່ນບາດຕໍ່ເດືອນ ຫຼືປະມານ 12 ລ້ານ ຫາ 13 ລ້ານປາຍກີບ ຕໍ່ເດືອນ.
“ປັດຈຸບັນນີ້ ມັນກະ ການອອກຊາວປະມົງ ແບບຄ້າຍໆຄື ເຮົາຫາປາຢູ່ບ້ານເຮົາ. ມັນບໍ່ໄດ້ເດືອນນຶ່ງ ທໍ່ເກົ່າໃດ໋ ຈະເປັນແບບວ່າ ຄືຈັ່ງເດືອນນີ້ ເຈົ້ານ໊ອກປາຊິເນາະ ນ໊ອກປາ ຂະເຈົ້າໄດ້ເງິນ ເປັນເງິນມາເລເຊັຽ ກະ 7 ພັນມາເລເຊັຽ, ເປັນເງິນໄທຍ ມັນກະ ປະມານ 5 ໝື່ນບາດພຸ້ນໃດ໋. ຄັນປາເດືອນໃດໄດ້ ຕົກເປັນເງິນ ຢູ່ 5 ໝື່ນບາດ, ແຕ່ວ່າ ລໍາໃດ ເດືອນໃດບໍ່ໄດ້ ມັນກະຕົກເງິນໄທຍ ກະ 2 ໝື່ນກວ່າບາດ, 3 ໝື່ນ ແລ້ວແຕ່ໄດ້ປາ ຊິນ່າ.”
ຄົນງານລາວຜູ້ນີ້ ກ່າວອີກວ່າ ສໍາລັບຢູ່ຄອງ ທີ່ຕົນເຮັດວຽກນີ້ ມີຄົນງານລາວນໍາກັນ ປະມານ 100 ຄົນ.
“ປະມານຄ້າວໆ ຢູ່ໃນຄອງບ້ານໃຕ້ນິ່ເດີ້ ປະມານ 100 ຄົນນີ້ແຫຼະ ລໍານຶ່ງ ມັນກະບໍ່ຫຼາຍປານໃດເນາະ ມັນກະ ກະແຈກກະຈາຍກັນໄປຄົນຢູ່ທາງບ້ານເຮົາ, ແຕ່ວ່າມັນກະ ຄົນຂະເໝນ, ພະມ້າ ອິຫຍັງກະມີເບິດຊິນ່າ ລະກະໄທຍແດ່ ໄທຍກະປົນໆແດ່ ລະກະລາວແດ່ ອິຫຍັງຊິນ່າ. ມັນກະບໍ່ມີແຕ່ຄົນບ້ານເຮົາໃດ໋ ມັນກະມີຫຼາຍປະເທດໃດ໋ ຢູ່ນິ່.”
ກ່ຽວກັບເຣື່ອງ ທີ່ວ່າ ກະຊວງແຮງງານ ແລະ ສວັດດີການສັງຄົມຂອງລາວ ກວດພົບວ່າ ມີຄົນງານລາວ ປະມານ 2 ພັນຄົນ ເດີນທາງໄປເຮັດວຽກ ຢູ່ປະເທດມາເລເຊັຽ ແບບບໍ່ຖືກກົດໝາຍ ສ່ຽງທີ່ຈະຖືກຂູດຮີດແຮງງານ ແລະ ຕົກເປັນເຫຍື່ອການຄ້າມະນຸສນັ້ນ ວິທຍຸເອເຊັຽເສຣີ ໄດ້ຕິດໄປຫາກະຊວງແຮງງານ ແລະສວັດດີການສັງຄົມ ເພື່ອສອບຖາມກ່ຽວກັບເຣື່ອງດັ່ງກ່າວເພີ່ມຕື່ມ ປະກົດວ່າ ໂທໄປຕິດ ແລ້ວເຈົ້າໜ້າທີ່ບອກໃຫ້ໂທໄປຫາ ກົມພັທນາສີມືແຮງງານ ແລະຈັດຫາງານ ກະຊວງແຮງງານ ປະກົດວ່າ ໂທໄປຕາມເບີທີ່ເພິ່ນແນະນໍາ, ໂທໄປຕິດສຽງດັງ ແຕ່ບໍ່ມີຄົນຮັບສາຍ.
ຈາກນັ້ນ ວິທຍຸເອເຊັຽເສຣີ ໄດ້ໂທຫາເບີຜແນກແຮງງານ ແລະສວັດດີການສັງຄົມ ນະຄອນຫຼວງວຽງຈັນ. ໂທໄປຕິດ ແຕ່ເຈົ້າໜ້າທີ່ບອກໃຫ້ໂທ ໄປຫາເບີ ກະຊວງແຮງານ, ປະກົດວ່າ ໂທໄປຕາມເບີທີ່ເພິ່ນແນະນໍາ, ໂທຕິດສຽງດັງ ແຕ່ບໍ່ມີຄົນຮັບສາຍ.
ນອກຈາກນີ້ ວິທຍຸເອເຊັຽເສຣີ ຍັງໄດ້ຕິດຕໍ່ຫາ ສະຖານທູຕລາວ ປະຈໍາມາເລເຊັຽ ເພື່ອຈະສອບຖາມກ່ຽວກັບ ເຣື່ອງດັ່ງກ່າວນີ້ນໍາດ້ວຍ ແຕ່ບໍ່ສາມາດຕິດຕໍ່ໄດ້.
ກ່ອນໜ້ານີ້ ເມື່ອວັນທີ່ 10 ສິງຫາ ປີ 2021 ຍານາງ ອານຸສອນ ຄໍາສິງສວັດ ຫົວໜ້າກົມພັທນາສີມືແຮງງານ ແລະ ຈັດຫາງານ ໄດ້ກ່າວໃນກອງປະຊຸມ ປຶກສາຫາລື ແຜນງານໂຄງການ ປະກັນສິທທິຄົນງານ ທີ່ເຮັດວຽກໃນປະເທດ ເອເຊັຽຕາເວັນອອກສ່ຽງໃຕ້ ວ່າ ຄົນງານ ໃນຂແນງການປະມົງ ແລະອຸດສາຫະກັມ ປຸງແຕ່ງອາຫານທະເລ ມີຄວາມສ່ຽງທີ່ຈະຖືກຂູດຮີດແຮງງານ ແລະ ຖືກລະເມີດສິທທິຕ່າງໆ ຫຼາຍກວ່າ ເຮັດວຽກໃນຂແນງການອື່ນໆ ເຊິ່ງທາງການລາວ ກໍໄດ້ພຍາຍາມເກັບກໍາຂໍ້ມູນ ເພື່ອຫາທາງໃນການປ້ອງກັນຄົນງານ ໃຫ້ໄດ້ຮັບຄວາມປອດພັຍ ໃນຂະນະທີ່ເຮັດວຽກ, ໄດ້ຮັບຄ່າແຮງງານທີ່ເໝາະສົມ ແລະ ສິທຜົລປໂຍດ ທີ່ຄົນງານຄວນໄດ້ຮັບ ເພື່ອສນອງຂໍ້ມູນສໍາລັບເຮັດ MOU ວ່າດ້ວຍ ການສົ່ງຄົນງານລາວ ໄປເຮັດວຽກ ໃນຂແນງການປະມົງ ແລະອຸດສາຫະກັມປຸງແຕ່ງ ອາຫານທະເລ ຢູ່ປະເທດມາເລເຊັຽ ໃຫ້ສໍາເຣັດ ພາຍໃນປີ 2023 ທີ່ຈະມາເຖິງນີ້.
ຢ່າງໃດກໍຕາມ ອີງຕາມທີ່ ໄດ້ສໍາພາດຄົນງານປະມົງລາວ ຢູ່ມາເລເຊັຽ ແລ້ວແມ່ນວ່າ ພວກເຂົາເຈົ້າ ເຫັນດີນໍາທາງການລາວ ທີ່ຈະເຣີ່ມເຮັດ MOU ກັບທາງການມາເລເຊັຽ ວ່າດ້ວຍ ການສົ່ງຄົນງານລາວ ໄປເຮັດວຽກໃນຂແນງການປະມົງ ແລະອຸດສາຫະກັມ ປຸງແຕ່ງອາຫານທະເລ ຢູ່ປະເທດມາເລເຊັຽ ແລະ ຢາກໃຫ້ມີການດໍາເນີນການ ໃຫ້ສໍາເຣັດໂດຍໄວ ເພື່ອທີ່ພວກເຂົາເຈົ້າ ຈະໄດ້ໄປເຮັດວຽກແບບຖືກຕ້ອງຕາມກົດໝາຍ ແລະບໍ່ຕ້ອງຖືກເຈົ້າໜ້າທີ່ ພາກສ່ວນຕ່າງໆ ທັງໃນລາວ ແລະຕ່າງປະເທດ ເອົາຣັດເອົາປຽບ, ຮຽກເກັບເງິນ ໃນເວລາເດີນທາງໄປເຮັດວຽກ ແລະເດີນທາງກັບບ້ານນໍາດ້ວຍ. ສະບາຍດີ