ນັກຕົວະຕົ້ມ ແລ່ນເອກສານ ເອົາຄົນໄປເຮັດວຽກ ຢູ່ເກົາຫລີໃຕ້ ຖືກຈັບ

ຈຳປາທອງ
2022.11.07
ນັກຕົວະຕົ້ມ ແລ່ນເອກສານ ເອົາຄົນໄປເຮັດວຽກ ຢູ່ເກົາຫລີໃຕ້ ຖືກຈັບ ຮູບໂຕຢ່າງ: ເຈົ້າໜ້າທີ ຕຳຣວດ ກຳລັງສອບສວນ ຜູ້ຕ້ອງຫາ ຕົວະຕົ້ມ ແລ່ນເອກສານ ເອົາຄົນເຂົ້າເປັນທະຫານ-ຕຳຣວດ.
ຮູບພາບ: ຂ່າວໂທຣະທັສ ປກສ

ເຈົ້າໜ້າທີ່ຕໍາຣວດ ປ້ອງກັນຄວາມສງົບ ນະຄອນຫລວງວຽງຈັນ ແລະພາກສ່ວນທີ່ກ່ຽວຂ້ອງ ຈັບພວກຕົວະຕົ້ມ ຢູ່ນະຄອນຫລວງ ເມື່ອສັບປະດາທີ່ຜ່ານມາ ຊຶ່ງໄດ້ຕົວະຄົນງານລາວ ຜູ້ສົນໃຈ ໄປເຮັດວຽກຢູ່ປະເທດເກົາຫລີໃຕ້ ປະມານ 100 ຄົນ. ການຕົວະຕົ້ມນັ້ນ ເປັນໄປແບບ ການເຮັດວີຊ້າທ່ອງທ່ຽວ ແທນວີຊາເຮັດວຽກ ແລະໄດ້ເກັບຄ່າໃຊ້ຈ່າຍສູງ ຊຶ່ງວີທີການດັ່ງກ່າວ ແມ່ນໄດ້ລຽນແບບ ມາຈາກນັກຕົວະຕົ້ມໄທຍ, ອີງຕາມຄໍາເວົ້າ ຂອງເຈົ້າໜ້າທີ່ ທີ່ຮູ້ຈັກກັບເຣື່ອງທີ່ເກີດຂຶ້ນນັ້ນ ຜູ້ບໍ່ປະສົງອອກຊື່ ແລະຕໍາແໜ່ງທ່ານນຶ່ງ ຕໍ່ວິທຍຸ ເອເຊັຽເສຣີໃນມື້ວັນທີ 1 ພຶສຈິການີ້.

ຄົນລາວນີ້ແຫລະຕົ້ມກັນເອງນີ້ນ່າ ແລ່ນໄປເປັນຜີນ້ອຍແມ່ນຫຍັງ ຈ່າຍໄປຮອດ 4 ພັນໄດລາ (ຄົນລະພັນ-2 ພັນປາຍໂດລ້າຣ໌ສະຫະຣັຖ) ແຕ່ຖ້າສມັກໄປ 2-3 ຄົນກະຈະເສັຽເງິນປະມານ 4 ພັນໂດລ້າຣ໌ສະຫະຣັຖ ກໍຍັງມື. ເຂົາເຮັດວີຊາປອມເດ໋ ໄປຕົວະເຂົາຫລາຍລະບໍ໋ ເປັນ 100 ແຫລະ ສະເພາະຢູ່ນີ້ຫັ້ນນ່າ ເຂົາເຮັດຄືຢູ່ໄທຍຫັ້ນນ່າ ມີຊ່ວງນຶ່ງຄົນໄທຍເຮັດ ເຂົາຮຽນແບບມາແຕ່ຫັ້ນແຫລະ ຄົນລາວຢູ່ນະຄອນຫລວງວຽງຈັນນີ້ແຫລະ ຄົນເປັນຄືທອມຫັ້ນແຫລະ ຂະເຈົ້າເຮັດກັນ 2-3 ຄົນນີ້ແຫລະ. 

ກ່ຽວກັບວິທີຕົວະຕົ້ມ ທີ່ນັກຕົວະຕົ້ມ ໄດ້ນໍາເອົາມາໃຊ້ນັ້ນ ພະນັກງານບໍຣິສັດ ຈັດຫາງານທ່ານນຶ່ງ ທີ່ຮູ້ກ່ຽວກັບເຣື່ອງດັ່ງກ່າວ ເວົ້າໃນມື້ດຽວກັນນີ້ວ່າ ໃຊ້ການອອກວີຊ້າທ່ອງທ່ຽວ ແທນການອອກວີຊ້າ ເຮັດວຽກໄລຍະສັ້ນ ໃຫ້ຄົນງານລາວ ທີ່ຕ້ອງການເດີນທາງ ໄປເຮັດວຽກຢູ່ເກົາຫລີໃຕ້ ດ້ວຍການແອບອ້າງ ເອົາຊື່ບໍຣິສັດ ຈັດຫາງານ ທີ່ໄດ້ຮັບອະນຸຍາດ ຈາກກະຊວງແຮງງານ ແລະສວັດດິການສັງຄົມ ແລະພາກສ່ວນທີ່ກ່ຽວຂ້ອງ ຢ່າງຖືກຕ້ອງແລ້ວນັ້ນ ໄປຕົວະ.

ສ່ວນທີ່ລາວ ມາຄືນໃຫ້ບໍຣິສັດໃດນຶ່ງ ໃນລາວຫັ້ນ ແມ່ນທາງບໍຣິສັດອອກບິລໃຫ້ເນາະ ອອກບິລໃຫ້ລາວມາຈ່າຍແທ້. ຍົກຕົວຢ່າງລາວມີ 20 ຄົນ ລາວມາຈ່າຍແຕ່ 5 ຄົນ ຫລືວ່າ 3 ຄົນ ລາວຮັບເງິນມາຈາກທ້າວ ກ. ທ້າວ ຂ. ທ້າວ ງ. ຕ່າງຫາກເນາະ ອັນນັ້ນເນາະ ບໍ່ຕ່າງກັນກັບເບື້ອງໄທຍເນາະ ໃນນາມທ່ອງທ່ຽວ ເວລາໄປຮອດ ສ.ເກົາຫລີ ແລ້ວ. ບາງຄົນກໍບໍ່ໄດ້ເຂົ້າ, ບາງຄົນກໍໄດ້ (ຍົກເລີກ) Cancel, ກັບຄືນມາ ຕອນນີ້ດໍາເນີນຄະດີລາວແລ້ວ ຮຽບຮ້ອຍ.

ແຕ່ເຖິງແມ່ນວ່າ ທາງການລາວ ຈະສາມາດຈັບ ແລະດໍາເນີນຄະດີ ພວກຕົວະຕົ້ມກຸ່ມດັ່ງກ່າວນີ້ໄດ້ ແຕ່ມີພຽງຜູ້ເສັຽຫາຍ ບາງຄົນເທົ່ານັ້ນ ທີ່ໄດ້ເງິນຄືນ ດັ່ງຊາວ ນະຄອນຫລວງວຽງຈັນ ນາງນຶ່ງ ທີ່ສົນໃຈເດີນທາງ ໄປເຮັດວຽກຢູ່ເກົາຫລີໃຕ້ ເວົ້າຕໍ່ວິທຍຸ ເອເຊັຽເສຣີ ໃນມື້ວັນທີ 7 ພຶສຈິການີ້ວ່າ:

ຄົນທີ່ຢາກໄປນີ້ ເຮັດຈັ່ງໃດເຂົາກໍຢາກໄປເນາະ ເຂົາກໍຕົວະເອົາເງິນໄປຜູ້ນຶ່ງ 200-300 ໂດລ້າຣ໌ສະຫະຣັຖ ຜູ້ນຶ່ງ 700 ໂດລ້າຣ໌ສະຫະຣັຖໄປຊັ້ນນ່າ ໂດຍ ແມ່ນແລ້ວ ຊິວ່າຫລາຍມັນກໍຫລາຍຢູ່ສ່ວນນຶ່ງ ຫລາຍຢູ່ບາງຄົນກໍໄດ້ຄືນ ບາງຄົນກໍບໍ່ໄດ້ຄືນ ບາງຄົນນີ້ຂະເຈົ້າໄດ້ຄືນ ໄລ່ເປັນເງິນລາວນີ້ສົມມຸດວ່າ 30 ລ້ານເນາະໄດ້ຢູ່ 15 ລ້ານຫລືວ່າໄດ້ຢູ່ 20 ລ້ານ.

ມາຮອດປັດຈຸບັນ ກະຊວງແຮງງານ ແລະສວັດດິການສັງຄົມ ໄດ້ອະນຸຍາດໃຫ້ບໍຣິສັດ ຈັດຫາງານຫລາຍບໍຣິສັດ ໃນທົ່ວປະເທດ ຮັບສມັກ ແລະຄັດເລືອກເອົາຄົນງານລາວ ທີ່ສົນໃຈໄປເຮັດວຽກ ດ້ານການກະເສຕ ຢູ່ເກົາຫລີໃຕ້ແລ້ວ, ແຕ່ຜູ້ທີ່ຕ້ອງການໄປເຮັດວຽກນັ້ນ ກໍຕ້ອງໄດ້ລະມັດລະວັງ ພວກຕົວະຕົ້ມກຸ່ມດັ່ງກ່າວນີ້ ທີ່ມັກໃຊ້ວິທີການຕົວະວ່າ ສາມາດແລ່ນເອກສານ ໃຫ້ໄດ້ພາຍໃນ 5 ຫາ 20 ມື້, ແຕ່ຄວາມ ເປັນຈິງ ຕ້ອງໄດ້ໃຊ້ເວລາ ດໍາເນີນການທັງໝົດເຖິງ 115 ມື້.

ດັ່ງພະນັກງານ ບໍຣິສັດຈັດຫາງານ ຜູ້ນຶ່ງເວົ້າວ່າ:

ບາດຮອດມື້ກໍານົດແລ້ວ ບໍ່ໄດ້ໄປວ່າຊັ້ນສາ ທໍາອິດເນາະ ທໍາອິດເຈົ້າຕ້ອງມີ ພາສປັອດ ກ່ອນ, ແລ້ວມັນຈະມີບັດອີກອັນນຶ່ງ, ເຂົາເອີ້ນວ່າບັດຫົວເຫລືອງ ເປັນຂອງແຮງງານເນາະ ຖ້າວ່າເຮັດດ່ວນສຸດເນາະ ເຂົາຊິວ່າ 5 ວັນ 10 ວັນ ຫລືວ່າ 20 ວັນນີ້ ແມ່ນເຂົາຕົວະແລ້ວ.

ອີງຕາມຄໍາເວົ້າ ຂອງພະນັກງານ ບໍຣິສັດ ຈັດຫາງານ ທີ່ໄດ້ຮັບອະນຸຍາດ ຈາກທາງການລາວ ຜູ້ນຶ່ງ ຕໍ່ວິທຍຸ ເອເຊັຽເສຣີ ໃນມື້ວັນທີ 7 ພຶສຈິການີ້ ແລ້ວແມ່ນວ່າ ໃນຈໍານວນຄົນງານລາວ ທີ່ໄດ້ຈ່າຍເງິນໃຫ້ພວກຕົວະຕົ້ມ ບາງຄົນກໍໄດ້ ໄປເກົາຫລີແທ້ ຖ້າຫາກເອກສານ ຂອງພວກເຂົາເຈົ້າ ໄດ້ຖືກສົ່ງໄປໃຫ້ບໍຣິສັດ ຈັດຫາງານ ທີ່ຖືກຕ້ອງຕາມກົດໝາຍ, ແຕ່ກໍມີອີກຈໍານວນນຶ່ງ ທີ່ເອກສານຂອງພວກເຂົາເຈົ້າ ບໍ່ໄດ້ໄປຕາມລະບົບ ກຸ່ມພວກຕົວະຕົ້ມ ຈະໃຊ້ວິທີພາຂຶ້ນເຮືອບິນ ຈາກຈາກນະຄອນຫລວງວຽງຈັນ ໄປລົງວຽດນາມ ເພື່ອເຮັດວີຊາ ແລະຫລັງຈາກນັ້ນກໍເດີນ ທາງຕໍ່ໄປເກົາຫລີໃຕ້. ເຖິງຢ່າງໃດກໍຕາມ ບໍຣິສັດຈັດຫາງານ ທີ່ຖືກພວກຕົວະຕົ້ມ ໃຊ້ແອບອ້າງນັ້ນ ໄດ້ປະສານງານໄປຫາ ພາກສ່ວນທີ່ກ່ຽວຂ້ອງ ເພື່ອແຈ້ງຈັບ ແລະດໍາເນີນຄະດີ ກັບພວກເຂົາ ຕາມລະບຽບກົດໝາຍ.

ເມື່ອທ້າຍເດືອນກັນຍາ ທີ່ຜ່ານມາ ເຄີຍມີຄົນແອບອ້າງວ່າ ເປັນຕົວແທນ ບໍຣິສັດ ຈັດຫາງານ ຕົວະຄົນງານລາວ 25 ຄົນ ວ່າ ຈະໄດ້ໄປເຮັດວຽກ ດ້ານການກະເສຕ ໄລຍະສັ້ນ 5-6 ເດືອນ ຢູ່ເກົາຫລີໃຕ້, ແຕ່ສຸດທ້າຍ ພວກເຂົາເຈົ້າ ໄດ້ຖືກເອົາຂຶ້ນເຮືອບິນ ໄປປະຖິ້ມຢູ່ແຂວງດານັງ ປະເທດວຽດນາມ ແລະບໍ່ສາມາດ ຕິດຕໍ່ຫາຜູ້ທີ່ແອບອ້າງ ວ່າເປັນຕົວແທນ ບໍຣິສັດ ຈັດຫາງານນັ້ນໄດ້.

ເມື່ອກ່ອນນັ້ນ ຄືໃນວັນທີ 28 ກໍຣະກະດາ ທີ່ຜ່ານມາ ທາງກະຊວງ ແຮງງານ ແລະສວັດດິການສັງຄົມ ກໍໄດ້ອອກແຈ້ງການ ໄປຫາບັນດາທົວໜ່ວຍ ທຸຣະກິຈ ໃນຂອບເຂດທົ່ວປະເທດ ຫ້າມບໍ່ໃຫ້ຈັດຫາ ຄົນງານລາວ ໄປເຮັດວຽກຢູ່ຕ່າງປະເທດ ແບບບໍ່ຖືກຕ້ອງ ຕາມກົດໝາຍ ໂດຍສະເພາະ ໄປເກົາຫລີໃຕ້ ຍ້ອນມັນໄດ້ສ້າງຄວາມສັບສົນ ໃຫ້ແກ່ສັງຄົມ ແລະສ້າງຄວາມຫຍຸ້ງຍາກ ໃຫ້ແກ່ການຄຸ້ມຄອງຄົນງານ, ຄົນງານລາວ ທີ່ຖືກຈັດສົ່ງໄປເຮັດວຽກ ຕ່າງປະເທດ ເສັຍຄ່າບໍຣິການຫລາຍເກີນຈິງ, ເມື່ອໄດ້ໄປແລ້ວ ບໍ່ໄດ້ຮັບການຄຸ້ມຄອງ, ຖືກຂູດຮີດແຮງງານ ແລະຕົກເປັນເຫຍື່ອ ຂອງການຄ້າມະນຸສກໍມີ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.