ຄົນງານທີ່ເຮັດວຽກນຳ ບໍຣິສັດລາວ, ບໍຣິສັດຕ່າງປະເທດ ຈຳນວນນຶ່ງ ບໍ່ໄດ້ຮັບເງິນເດືອນ ຕາມກຳນົດ

ຈຳປາທອງ
2023.03.31
ຄົນງານທີ່ເຮັດວຽກນຳ ບໍຣິສັດລາວ, ບໍຣິສັດຕ່າງປະເທດ ຈຳນວນນຶ່ງ ບໍ່ໄດ້ຮັບເງິນເດືອນ ຕາມກຳນົດ ນັກວິສະວະກອນ ແລະ ຄົນງານກໍ່ສ້າງ ກໍພວມເລັ່ງມື ໃນການກະຕຽມວຽກງານຕ່າງໆ (TS), ເດືອນຕຸລາ 2021.
RFA

ກັມມະກອນລາວຈໍານວນນຶ່ງ ທີ່ເຮັດວຽກນໍາໂຄງການລົງທຶນ ຂອງນັກທຸຣະກິຈລາວ ແລະຕ່າງປະເທດ ບໍ່ໄດ້ຮັບຄ່າແຮງງານ ຕາມກໍານົດ ແລະບາງຄົນບໍ່ໄດ້ຮັບເລີຍ ພາຍຫລັງທີ່ໄດ້ເຮັດວຽກ ມາຫລາຍເດືອນ ດັ່ງໝູ່ຂອງກັມມະກອນລາວ ທີ່ບໍ່ໄດ້ຄ່າຈ້າງຈາກນາຍຈ້າງໄທຍ ຢູ່ນະຄອນຫລວງວຽງຈັນຜູ້ນຶ່ງ ເວົ້າຕໍ່ວິທຍຸເອເຊັຽເສຣີໃນມື້ວັນທີ 31 ມິນານີ້ວ່າ:

ຢູ່ທາງເບື້ອງລາວຫວາ ວຽກກັມກອນຫັ້ນນ່າ ເພິ່ນຄ້າງດົນ ເດືອນນຶ່ງ, 2 ເດືອນ, 3 ເດືອນໄປຫັ້ນນ່າ 2 ຫາ 3 ເດືອນ ຕົກຢູ່. ເຮົາກໍບໍ່ຈື່ແລ້ວ ອໍ໋ ໝູ່ຂ້ອຍໂດຍກົງນ່າ ເພິ່ນກໍຮ້ອງຟ້ອງແລ້ວກໍ ຄູ່ກໍຣະນີເພິ່ນກໍໄດ້ຊົດເຊີຍຈ່າຍໃຫ້ແລ້ວນ່າ ຖ້າບໍ່ຈ່າຍໃຫ້ກໍຕາມລະບຽບກົດໝາຍເລີຍ ເປັນໄທຍ.
ທີ່ຜ່ານມາ ກັມມະກອນລາວ ທີ່ເຮັດວຽກນັ້ນ ສ່ວນຫລາຍເຮັດນໍາໂຄງການ ລົງທຶນ ຂນາດໃຫຍ່ຂອງຕ່າງປະເທດ ເປັນຕົ້ນໂຄງການ ກໍ່ສ້າງທາງຣົຖໄຟ ລາວ-ຈີນ, ໂຄງການຂຸດຄົ້ນບໍ່ແຮ່ ແລະກໍ່ສ້າງໂຄງຮ່າງພື້ນຖານ. ເຈົ້າຂອງໂຄງການ ຕົກລົງກັບກັມມະກອນວ່າ ຈະຈ່າຍຄ່າແຮງງານໃຫ້ ໃນແຕ່ລະ 15 ມື້, 30 ມື້ ແຕ່ເມື່ອຮອດມື້ກໍານົດນັ້ນແລ້ວ ບໍ່ຈ່າຍໃຫ້ຕາມທີ່ໄດ້ສັນຍາກັນໄວ້.

ດັ່ງຄົນງານຜູ້ທີ່ເຄີຍມີປະສົບການ ເຮັດວຽກກໍ່ສ້າງນໍາໂຄງການຂອງຕ່າງ ປະເທດ ເວົ້າໃນມື້ດຽວກັນນີ້ວ່າ:

ຂ້ອຍກະບໍ່ເຂົ້າໃຈຄືກັນ ເຂົາເຮັດເປັນເດືອນເປັນຊ່ວງແດ່ ສ່ວນຫລາຍວຽກກັມກອນ ໄລ່ເປັນມື້ຈັ່ງຊີ້ ແຕ່ກໍເຫັນຈ່າຍເປັນເດືອນມາຮອດເດືອນໆ ເຮັດວຽກ 45 ວັນ ເພິ່ນຈຶ່ງຈ່າຍສ່ວນຫລາຍເຂົາເປັນຫົວໜ້າ ຮັບເໝົາເຂົາຫັ້ນນ່າ ເຂົາບໍ່ຢາກຈ່າຍເງິນໃຫ້ກັນເບື້ອງຫົວໜ້າ ຮັບເໝົາ ໄປຮັບເໝົາຈາກບໍຣິສັດມາແລ້ວ ມາຈ້າງອ້າຍນ້ອງນໍາບໍຣິສັດ ແລ້ວບໍ່ຢາກຈ່າຍເງິນລູກນ້ອງຫັ້ນນ່າ ສ່ວນຫລາຍເອີ ຂະເຈົ້າກໍເພິ່ງກົມແຮງງານເລີຍ ມື້ນຶ່ງໆ 120,000 ກີບ.
ຄົນງານຜູ້ດຽວກັນນີ້ເວົ້າຕື່ມວ່າ ສໍາລັບຄົນງານເສີບ, ຄົນງານຮ້ານອາຫານ, ພະ ນັກງານບໍຣິສັດ ຫລືກັມມະກອນໂຮງຈັກ ໂຮງງານຂນາດນ້ອຍ ບໍ່ຄ່ອຍມີບັນຫາຄືດັ່ງກ່າວ ເນື່ອງຈາກມີຈໍານວນບໍ່ຫລາຍ ແລະມີຂັ້ນຕອນ ການຈ່າຍເງິນເດືອນຢ່າງເປັນຣະບົບ, ບໍ່ແມ່ນຈ່າຍເງິນເດືອນຜ່ານນາຍໜ້າ, ຜູ້ຄຸມງານ ຫລືຜູ້ຮັບເໝົາກໍ່ ສ້າງ. ຄົນງານບາງຄົນ ທີ່ຖືກນາຍຈ້າງໂກງຄ່າແຮງງານ ສາມາດຮ້ອງ ຮຽນໄປຍັງກະຊວງແຮງງານ ເພື່ອໃຫ້ນາຍຈ້າງຈ່າຍຄ່າແຮງງານໃຫ້, ແຕ່ເຖິງຢ່າງໃດກໍຕາມ ກໍຍັງມີກັມມະກອນກໍ່ສ້າງຈໍານວນບໍ່ໜ້ອຍ ທີ່ຍັງບໍ່ໄດ້ຮັບຄ່າແຮງງານ ຈາກນາຍຈ້າງ ພາຍຫລັງທີ່ໄດ້ເຮັດວຽກມາ ເປັນເວລາຫລາຍເດືອນ ດັ່ງເຈົ້າໜ້າທີ່ທີ່ເຮັດວຽກດ້ານແຮງງານ ຜູ້ບໍ່ປະສົງອອກຊື່ ແລະຕໍາແໜ່ງທ່ານນຶ່ງ ກ່າວຕໍ່ວິທຍຸເອເຊັຽເສຣີໃນມື້ວັນທີ 31 ມິນານີ້ວ່າ:

ໂອ໋ ສ່ວນຫລາຍມັນກໍມັກເປັນວຽກໂຄງການ ຂະເຈົ້າມັກຈ່າຍຫັ້ນນ່າ ເປັນໂຄງການຣົຖໄຟ ທາງຣົຖໄຟບໍ່ ເປັນໂຄງການເຂື່ອນໃຫຍ່ໆຫັ້ນນ່າ ຂະເຈົ້າມັກບໍ່ຈ່າຍເງິນໃຫ້ຄົນງານ ອາດຊິຢູ່ນໍາເສັ້ນທາງນັ້ນ ເສັ້ນທາງນີ້ກໍຕິດໜີ້ຕິດຫຍັງ ກໍຈົ່ມແຕ່ໜີ້ຫັ້ນນ່າ ສ່ວນຫລາຍກໍເປັນແຕ່ໂຄງການໃຫຍ່ໆຫັ້ນແຫລະ ອັນເຂົາຈ້າງເປັນເລັກໆນ້ອຍໆ ນໍາພວກຂາຍເຄື່ອງຂາຍຫຍັງເຂົາກໍບໍ່ຕິດກັນເນາະ ສ່ວນຫລາຍມີແຕ່ໂຄງການໃຫຍ່ໆ.
ໃນຂະນະດຽວກັນ ເຈົ້າໜ້າທີ່ທີ່ກ່ຽວຂ້ອງທ່ານນຶ່ງ ທີ່ບໍ່ປະສົງອອກຊື່ ແລະຕໍາແໜ່ງຄືກັນນັ້ນ ກໍກ່າວວ່າ ເມື່ອມີຄົນງານ ມາຮ້ອງຟ້ອງໃນກໍຣະນີ ນາຍຈ້າງບໍ່ຈ່າຍຄ່າແຮງງານໃຫ້ ທາງສະຫະພັນກັມມະບານ ກໍຈະຕ້ອງໄດ້ໄປຮິບໂຮມ ເອົາຂໍ້ມູນນໍານາຍຈ້າງ, ລູກຈ້າງ ແລະເພື່ອນຮ່ວມງານ; ຖ້າຫາກພົບວ່າ ນາຍຈ້າງບໍ່ປະຕິບັດຕາມສັນຍາ ກໍຕ້ອງໃຫ້ນາຍຈ້າງຈ່າຍຄ່າແຮງງານ ໃຫ້ຄົນງານຕາມຈໍານວນທີ່ໄດ້ຕົກລົງກັນໄວ້ ດັ່ງທີ່ທ່ານກ່າວວ່າ:

ທາງເຮົາກໍລົງໄປເອົາຂໍ້ມູນກ່ອນເນາະ ເບື້ອງຕົ້ນເນາະ ລົງໄປເອົາຂໍ້ມູນກ່ອນວ່າ ນາຍຈ້າງ ເປັນຫຍັງຈຶ່ງບໍ່ຈ່າຍເງິນໃຫ້ກັມມະກອນ ຖ້າຫາກວ່າຝ່າຍນາຍຈ້າງເປັນຜູ້ຜິດເນາະ ໂດຍທີ່ວ່າບໍ່ຈ່າຍໂດຍທີ່ວ່າບໍ່ມີເຫດຜົນຫັ້ນນ່າ ເຮົາກໍສິໄດ້ຟ້ອງຮ້ອງໃຫ້ນາຍຈ້າງ ຊິໄດ້ຈ່າຍເງິນໃຫ້ກັມກອນຄືນ.
ທ່ານກ່າວຕື່ມວ່າ ຖ້າຫາກກວດພົບວ່າ ກັມມະກອນເປັນຝ່າຍຜິດ, ບໍ່ປະຕິບັດຕາມຣະບຽບພາຍໃນ ຫລືສັນຍາຈ້າງ ເປັນຕົ້ນການຢຸດງານ, ການບໍ່ໄປເຮັດວຽກໂດຍບໍ່ມີເຫດຜົລກາຍ 3 ມື້ນັ້ນ ທາງນາຍຈ້າງກໍມີສິດໄລ່ກັມມະກອນອອກ. ກ່ຽວກັບເຣື່ອງທີ່ວ່ານີ້ ນັກກົດໝາຍດ້ານແຮງງານ ທ່ານນຶ່ງເວົ້າໃນມື້ດຽວກັນນີ້ວ່າ

ການຮ້ອງຟ້ອງ ຂອງຄົນງານຕໍ່ສະຫະພັນ ກັມມະບານລາວ ແລະພາກສ່ວນທີ່ກ່ຽວຂ້ອງ ເພື່ອຮຽກຮ້ອງເອົາຄ່າແຮງງານ ຈາກນາຍຈ້າງ ຫລືຜູ້ຮັບເໝົາກໍ່ສ້າງນັ້ນ ຄົນງານຕ້ອງມີສັນຍາ ຫລື ບົດບັນທຶກກ່ຽວກັບການຈ້າງງານ ແລະກໍານົດການຈ່າຍເງິນເດືອນ ເພື່ອຢັ້ງຢືນວ່າ ຜູ້ກ່ຽວໄດ້ເຮັດວຽກນໍາ ນາຍຈ້າງນັ້ນແທ້, ເຖິງບໍ່ມີເອກກະສານ ທີ່ວ່ານັ້ນ ຄົນງານກໍຍັງສາມາດ ຮ້ອງຟ້ອງໄດ້.

ດັ່ງທີ່ທ່ານກ່າວວ່າ:
ຖ້າເປັນແຮງງານ ທີ່ບໍ່ມີເອກກະສານເນາະ ເຮົາກໍຈະຕ້ອງໃຊ້ວິທີການ ໃນການຮັບຮູ້ນໍາກັນວ່າ ເປັນພະນັກງານ ນໍາກັນແນວໃດ ລູກຈ້າງກັບນາຍຈ້າງ ຕ້ອງໄດ້ມີການຕໍ່ລອງກັນ ຫລືວ່າເຮັດເປັນບົດບັນທຶກ ວ່າຂ້ອຍມາເຮັດວຽກນໍາເຈົ້າ ແລະນາຍຈ້າງກໍຕ້ອງຮັບຮູ້ວ່າ ແມ່ນຜູ້ນີ້ແມ່ນເປັນພະນັກງານ ຂອງຂ້ອຍແທ້ ຕົກລົງກັນອີກວ່າ ຂ້ອຍກັບເຈົ້າຕົກລົງຄ່າແຮງງານກັນ ຈ່າຍໃນວັນທີ ເດືອນ ປີນີ້ ຂອງທຸກໆເດືອນ.

ກົດໝາຍວ່າດ້ວຍແຮງານລະບຸວ່າ ຖ້າຫາກຜູ້ໃຊແຮງງານຈ່າຍເງິນເດືອນ ຫລືຄ່າແຮງງານຊັກຊ້າໂດຍບໍ່ມີເຫດຜົລພຽງພໍ ຜູ້ໃຊ້ແຮງງານຈະຕ້ອງຈ່າຍເພິ່ມ ໃຫ້ຜູ້ອອກແຮງງານຕາມສັນຍາ, ຖ້າຫາກນາຍຈ້າງບໍ່ປະຕິບັດຕາມກໍຈະຖືກຖອດຖອນ ທະບຽນການດໍາເນີນກິຈການ.

ເມື່ອກ່ອນໜ້ານີ້ ຄົນງານລາວຈໍານວນນຶ່ງ ທີ່ເຮັດວຽກນໍາໂຄງການ ກໍ່ສ້າງທາງຣົຖໄຟ ລາວ-ຈີນ ແຕ່ເຂດວຽງຈັນໃຕ້ ໄປຫາທ່ານາແລ້ງ ບ້ານດົງໂພນແຮ່ ເມືອງຫາດຊາຍຟອງ ນະຄອນຫລວງວຽງຈັນ ໄດ້ປະທະກັນກັບກຸ່ມນາຍຈ້າງຈີນ ໃນມື້ວັນທີ 22 ພຶສພາ 2021 ແລະຖືກຄົນຈີນທໍາຮ້າຍຮ່າງກາຍ, ແຕ່ກໍຍັງດີທີ່ມີພວກຄົນລາວ ມາຫ້າມໄວ້. ເຫດການນັ້ນເກີດຂຶ້ນ ຍ້ອນວ່າ ຄົນງານລາວພາກັນຢຸດງານ ໄປທວງເອົາເງິນຄ່າຈ້າງນໍານາຍຈ້າງຈີນ ຜູ້ທີ່ໄດ້ຝາກເງິນນັ້ນ ໄວ້ໃຫ້ນໍາຜູ້ຮັບເໝົາ, ແຕ່ຜູ້ຮັບເໝົາບໍ່ຈ່າຍ ໃຫ້ຄົນງານ.

ແລະເມື່ອທ້າຍເດືອນກັນຍາ 2021 ກໍມີຄົນງານ ຮວມທັງຫົວໜ້າຄົນງານລາວ ປະມານ 20 ປາຍຄົນ ທີ່ເປັນກັມມະກອນ ກໍ່ສ້າງທາງຣົຖໄຟ ຢູ່ເຂດດຽວກັນນີ້ ໄດ້ຮວມຕົວກັນ ຮຽກຮ້ອງເອົາຄ່າແຮງງານ ຈາກນາຍຈ້າງຈີນ. ເກີດມີການຜິດຖຽງກັນ, ແຕ່ໃນທີ່ສຸດ ນາຍຈ້າງຈີນກໍຍອມຈ່າຍຄ່າ ແຮງງານໃຫ້.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.