ປະຊາກອນ ໃນໄວອອກແຮງງານ ມັກໄປຊອກວຽກເຮັດ ຢູ່ຕ່າງປະເທດ
2023.04.24

ອີງຕາມຣາຍງານ ຂອງກະຊວງແຮງງານ ແລະສວັດດີການສັງຄົມຂອງລາວ ໃນປີ 2022, ປະເທດລາວ ມີພົລເມືອງທັງໝົດ ປະມານ 7.4 ລ້ານຄົນ ໃນນັ້ນ ເຖິງ 71% ຫຼືປະມານ 5.3 ລ້ານຄົນ ເປັນຄົນ ຢູ່ໃນໄວອອກແຮງງານ ທີ່ມີອາຍຸແຕ່ 15 ປີຂຶ້ນໄປ ຈົນເຖິງ 64 ປີ. ແຕ່ປະຊາຊົນລາວຫຼາຍຄົນ ບໍ່ມັກເຮັດວຽກຢູ່ພາຍໃນປະເທດຂອງຕົນ ເພາະຄ່າແຮງງານຕ່ຳຫຼາຍ ເມື່ອທຽບໃສ່ຄ່າແຮງງານໃນຕ່າງປະເທດ.
ດັ່ງຄົນງານລາວ ທ່ານນຶ່ງ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ວັນທີ 24 ເມສາ ນີ້ວ່າ:
“ສ່ວນຫຼາຍເຂົາໄປໄທຍ ແລ້ວມັນຂາດແຮງງານຢູ່ລາວນ່າ ຍ້ອນເງິນເດືອນຕໍ່າ ທີ່ເຮັດສ່ວນຫຼາຍ ເຮັດກໍ່ສ້າງນີ້ແຫຼະ ມື້ລະ 90,000 ໂອ້ບໍ່ພໍ ກໍຈະເອົາເປັນເງິນເກັບທ້ອນໄວ້ນີ້ແມ່ນບໍ່ມີ ແຕ່ວ່າວຽກອື່ນກໍຫາກມີ ບັນຊີ, ຂັບຣົຖບໍ, ຄຸມຊ່າງອີ່ຫຍັງ, ຈັດເຄື່ອງຈັດຫຍັງນ່າ ແຕ່ວ່າ ມັນກະຕ້ອງເປັນຄົນທີ່ຮູ້ແລ້ວຊິນ່າ ເຂົາຈັ່ງຊິເອົາ.”
ຄົນງານລາວຜູ້ນີ້ ກ່າວອີກວ່າ ແມ້ແຕ່ຄົນງານລາວ ທີ່ຍັງວ່າງງານ ກໍຍັງບໍ່ຢາກເຮັດວຽກ ຢູ່ພາຍໃນປະເທດ ຍ້ອນຄ່າແຮງງານໃນລາວໜ້ອຍຫຼາຍ ຈຶ່ງເຮັດໃຫ້ປັດຈຸບັນ ຫຼາຍບໍຣິສັດແລະໂຮງຈັກໂຮງງານໃນປະເທດລາວ ຍັງຂາດແຄນແຮງງານ ທັ້ງໆທີ່ມີຄົນຢູ່ໃນໄວອອກແຮງງານ ເຖິງ 5.3 ລ້ານຄົນ.
ຫຼັງຈາກການຣະບາດຂອງໂຄວິດ-19, ກະຊວງແຮງງານ ແລະສວັດດີການສັງຄົມຂອງລາວ ຣາຍງານວ່າ ປະເທດລາວ ມີຄົນວ່າງງານທັງໝົດໃນເວລານັ້ນ ເຖິງ 423,427 ຄົນ ໃນຈໍານວນນີ້ ຄົນລາວພຽງແຕ່ 52,611 ຄົນເທົ່ານັ້ນ ໄດ້ໄປເຮັດວຽກຢູ່ຕ່າງປະເທດ ຊຶ່ງສ່ວນຫຼາຍ ກໍໄປປະເທດໄທຍ.
ປັດຈຸບັນ ຢູ່ປະເທດລາວ ກໍມີວຽກເຮັດງານທຳຫຼາຍຂຶ້ນຢູ່ ແຕ່ຄົນລາວສ່ວນຫຼາຍ ບໍ່ຢາກເຮັດ ເພາະເງິນເດືອນຕ່ຳ.
ດັ່ງຄົນງານລາວ ອີກທ່ານນຶ່ງກ່າວວ່າ:
“ວຽກຫຼາຍຢູ່ ສ່ວນຫຼາຍບໍ່ຢາກເຮັດ ມັນຄ່າແຮງຕໍ່າ ເປັນວຽກແບບເປັນຍາມ ເປັນຄົນເຝົ້າເຄື່ອງ ເຝົ້າຂອງຫັ້ນແຫຼະ ກັມມະກອນໂຮງງານ ຈັ່ງຊີ້ແຫຼະ ປະມານລ້ານປາຍນີ້ແຫຼະ.”
ຂະນະດຽວກັນ ຄົນງານລາວ ໃນໄທຍ ນາງນຶ່ງ ກໍກ່າວວ່າ ສາເຫດທີ່ໄປເຮັດວຽກໃນໄທຍ ກໍຍ້ອນວ່າ ຄ່າແຮງງານໃນລາວໜ້ອຍ ແລະໂຕເຂົາເອງ ກໍບໍ່ເຄີຍໄປສມັກວຽກໃນລາວເຮັດເທື່ອ ເພາະບໍ່ກຸ້ມຄ່າຢູ່ຄ່າກິນ ຈຶ່ງເລືອກຈະໄປເຮັດວຽກໃນໄທຍ ເພາະໄດ້ເງິນເດືອນຫຼາຍ ກວ່າລາວຫຼາຍເທົ່າ ເຊິ່ງຖ້າເຮັດຢູ່ລາວ ໄດ້ເງິນເດືອນປະມານ 1 ລ້ານປາຍກີບ ສ່ວນມາເຮັດວຽກຢູ່ໄທຍ ເດືອນນຶ່ງ ບໍ່ຫຼຸດ 10,000 ບາທ.
“ທີ່ມາເຮັດວຽກນີ້ບໍ ຢູ່ບ້ານບໍ່ມີເງິນໃຊ້ເນາະ ວຽກຢູ່ລາວ ມັນກໍມີວຽກເຮັດຄືກັນ ບໍ່ເຄີຍໄປສມັກວຽກຢູ່ລາວ ບໍ່ເຄີຍເຮັດວຽກຢູ່ລາວ ຄ່າແຮງເຮົາມັນໜ້ອຍກວ່າຢູ່ໄທຍ ເຂົາໄລ່ເປັນເດືອນ ເດືອນລະລ້ານ ລ້ານປາຍ ຢູ່ໄທຍກໍເດືອນໝື່ນກວ່າ.”
ສໍາລັບຄົນລາວ ທີ່ບໍ່ຍອມເຮັດວຽກຢູ່ພາຍໃນປະເທດ ຫຼືບໍ່ຍອມໄປເຮັດວຽກຢູ່ຕ່າງປະເທດ ພວກເຂົາ ກໍຈະມີທຶນເຮັດທຸຣະກິຈຄອບຄົວ ເຊັ່ນ: ຄ້າຂາຍ ສ່ວນບາງຄົນ ທີວ່າງງານ ແລ້ວບໍ່ມີເງິນທຶນ ກໍເຮັດໄຮ່ ເຮັດສວນ ຫາເຄື່ອງປ່າຂອງດົງໄປຂາຍກໍມີ ເພາະບໍ່ມີທາງເລືອກ ບາງຄົນກໍລັກລອບໄປໄທຍແບບຜິດກົດໝາຍກໍມີ ແລ້ວໄປຫາວຽກເຮັດເອົາທາງໜ້າ ເພາະຣັຖບານ ບໍ່ເຫັນຈະສາມາດແກ້ໄຂໄດ້ເທື່ອ.
ດັ່ງຊາວລາວ ທ່ານນຶ່ງ ກ່າວວ່າ:
“ຖ້າວ່າ ເຈົ້າບໍ່ມີປະສົບການ ເງິນກໍຖືກອີກ ຖ້າວ່າວຽກລຽນມື້ນີ້ ແຕ່ລະເຂດ ມັນກໍຕ່າງກັນເນາະ 80 ພັນຊີ້ນ່າ ເຂົາກໍຕ້ອງລັກໄປ ຂ້າມໄປແລ້ວໄປຫາເອງ ບໍ່ມີທຶນນີ້ໆ ກະສ່ວນຫຼາຍ ເຂົາເຈົ້າຈະເຮັດວຽກ ເຣື່ອງກະສິກັມ ຣັຖບານກໍ ແກ້ບໍ່ໄດ້ດອກ.”
ຫຼ້າສຸດ ໃນວັນທີ 21 ເມສາ 2023 ເຈົ້າໜ້າທີ່ຕໍາຣວດ ເມືອງເຂມມະຣາດ ແຂວງອຸບົນຣາຊນີ ຂອງໄທຍ ກໍຈັບຊາວເປັນເພດຊາຍ ໄດ້ 3 ຄົນ ເປັນຄົນເມືອງສອງຄອນ ແຂວງສວັນນະເຂດ ບໍ່ມີໜັງສືເດີນທາງທັງໝົດ ລັກລອບເຂົ້າປະເທດໄທຍ ທາງບ້ານໂພເມືອງ ເພື່ອຈະໄປເຮັດວຽກຢູ່ບາງກອກ ໂດຍໄດ້ຈ່າຍຄ່າເຮືອ ໃຫ້ນາຍໜ້າຊາວໄທຍ ຄົນລະ 3,000 ບາທ.
ນອກຈາກນີ້ ໃນວັນທີ 22 ເມສາ 2023 ເຈົ້າໜ້າທີ່ຕໍາຣວດ ແຂວງສີສະເກດ ກໍຈັບຊາວລາວໄດ້ 24 ຄົນ ເຊິ່ງມີໜັງສືຜ່ານແດນທັງໝົດ ແຕ່ວ່າ ລັກລອບເດີນທາງອອກນອກເຂດທີ່ກໍານົດໄວ້ ຄືເຂດແຂວງອຸບົນຣາຊທານີ ໂດຍມີຄົນໄທຍ 4 ຄົນ ນໍາຂຶ້ນຣົຖຕູ້ ລັກລອບຂົນຄົນລາວ 24 ຄົນ ຂ້າມເຂດ ມາແຂວງສີສະເກດ.
ດ້ານເຈົ້າໜ້າທີ່ແຮງງານ ໃນລາວ ທ່ານນຶ່ງ ຜູ້ຂໍສງວນຊື່ ແລະຕໍາແໜ່ງ ກໍກ່າວວ່າ ປັດຈຸບັນ ກໍຖືວ່າ ລາວຂາດແຄນແຮງງານ ເຫດຜົນສ່ວນນຶ່ງ ກໍຍ້ອນວ່າ ຄົນລາວ ບໍ່ຢາກເຮັດວຽກໃນລາວ ເພາະເງິນເດືອນຕໍ່າ ຈຶ່ງພາກັນຫຼັ່ງໄຫຼ ໄປເຮັດວຽກຢູ່ຕ່າງປະເທດກັນຫຼາຍ ໂດຍສະເພາະ ປະເທດໄທຍ ຣັຖບານ ກໍພຍາຍາມແກ້ໄຂ ໂດຍສົ່ງເສີມໃຫ້ມີນັກລົງທຶນຕ່າງປະເທດເຂົ້າມາຫຼາຍຂຶ້ນ ມາສ້າງຕັ້ງໂຮງຈັກໂຮງງານ ພ້ອມເງື່ອນໄຂ ໃຫ້ເຂົ້າເຖິງສວັດດີການ ເປັນຕົ້ນ: ລະບົບປະກັນສັງຄົມ ເຊັ່ນ: ການກວດສຸຂພາບປະຈໍາປີ ມີເງິນລ່ວງເວລາ ມີເງິນນະໂຍບາຍເຈັບເປັນ ໃນການອອກແຮງງານ ເພື່ອທີ່ຈະດືງດູດ ໃຫ້ຄົນງານລາວ ເຮັດວຽກໃນລາວຫຼາຍຂຶ້ນ ແລະຮວມເຖິງການສົ່ງເສີມຝຶກວິຊາຊີບ ໃຫ້ຄົນລາວ ມີຄວາມຮູ້ຄວາມສາມາດ ແລະສ້າງວິຊາອາຊີບອິສຣະ ທີ່ສາມາດໄປສ້າງອາຊີບໄດ້ ແລະກໍຍັງມີການສົ່ງເສີມຕລາດແຮງງານນໍາດ້ວຍ ແຕ່ຍັງຖືວ່າ ມີໜ້ອຍ ບໍ່ໄດ້ເຮັດຕໍ່ເນື່ອງ.
“ປັດຈຸບັນນີ້ ເພິ່ນກໍາລັງສົ່ງເສີມການລົງທຶນ ໃຫ້ເຂົ້າມາລົງທຶນໃຫ້ໄດ້ຫຼາຍ ໃຫ້ບັນດາໂຮງງານ ເພື່ອຈະມາສ້າງຕັ້ງໃໝ່ ສ່ວນນຶ່ງເພິ່ນກໍຈະສົ່ງເສີມໃນດ້ານ ການຮຽນວິຊາຊີບ ຕລາດແຮງງານນີ້ກໍມີຈໍານວນນຶ່ງ ແຕ່ບາງເທື່ອ ກໍຍັງບໍ່ທັນຫຼາຍ.”
ຍານາງກ່າວອີກວ່າ ເຈົ້າໜ້າທີ່ທ່ານນີ້ ກ່າວອີກວ່າ ນອກຈາກໄທຍ ຣັຖບານລາວ ຍັງສົ່ງເສີມ ຈັດສັນສົ່ງຄົນງານລາວແຕ່ລະເມືອງ ໄປເຮັດວຽກ ຢູ່ເກົາຫຼີໃຕ້ນໍາດ້ວຍ ສ່ວນວຽກງານຢູ່ພາຍໃນປະເທດກໍມີ ແຕ່ສ່ວນຫຼາຍ ຕ້ອງການແຕ່ຜູ້ມີປະສົບການ ໂຕຢ່າງ: ໃນໄລຍະເດືອນມິນາ 2023 ທ່ານ ໄກນະຄອນ ທໍາມະວອນ ຮອງຫົວໜ້າຄະນະຄຸ້ມຄອງເຂດເສຖກິຈພິເສດ ນະຄອນຫຼວງວຽງຈັນ ຣາຍງານວ່າ ປັດຈຸບັນ ຫຼາຍໂຮງງານພາຍໃນເຂດເສຖກິຈພິເສດ ນະຄອນຫຼວງວຽງຈັນ ຍັງຕ້ອງການຄົນງານລາວຈໍານວນຫຼາຍ ບໍ່ຫຼຸດກວ່າ 3,000 ຄົນ ເຊິ່ງກໍມີຫຼາຍບໍຣິສັດເປີດຮັບສມັກງານ ແຕ່ເປັນຕໍາແໜ່ງ ທີ່ຈະຕ້ອງມີຄວາມຮູ້ຄວາມສາມາດໂດຍສະເພາະ ເຊັ່ນ: ບັນຊີ ແລະຊ່າງ.