ແຂວງສວັນນະເຂດ ຢາກໃຫ້ຂຶ້ນຄ່າຈ້າງ ກັມມະກອນ

ສຸພັດຕາ
2023.01.20
ແຂວງສວັນນະເຂດ ຢາກໃຫ້ຂຶ້ນຄ່າຈ້າງ ກັມມະກອນ ໂຕຢ່າງ ກຸ່ມຄົນງານລາວ ທີ່ກັບຈາກໄທຍ, ວັນທີ 7 ເດືອນ ເມສາ 2020.
Photo: RFA

ເມື່ອວັນທີ 24 ມົກກະຣາ ທີ່ຜ່ານມາ ທ່ານ ໄຊຍະເດດ ຜຸຍຍະວົງ ສະມາຊິກສະພາແຫ່ງຊາຕ (ສສຊ) ປະຈໍາເຂດເລືອກຕັ້ງທີ 13 ແລະສະມາຊິກສະພາປະຊາຊົນແຂວງ (ສສຂ) ປະຈໍາເຂດເລືອດຕັ້ງ ເມືອງວິລະບູຣີ ໄດ້ສເນີຄວາມເຫັນໃນກອງປະຊຸມສໄມສາມັນ ເທື່ອທີ 4 ຂອງສະພາປະຊາຊົນ ແຂວງສວັນນະເຂດ ຊຸດທີ 2 ວ່າ ຢາກໃຫ້ຜແນກແຮງງານ ແລະສວັດດີການສັງຄົມແຂວງ ສົມທົບກັບສະຫະພັນກັມມະບານແຂວງ ດໍາເນີນການຂຶ້ນຄ່າຈ້າງແຮງງານໃຫ້ແກ່ກັມມະກອນ ຢູ່ໃນໂຮງຈັກ-ໂຮງງານ ພາຍໃນແຂວງສວັນນະເຂດ ເພື່ອໃຫ້ສອດຄ່ອງກັບຄ່າຄອງຊີບໃນປັດຈຸບັນ ແລະຫຼຸດຜ່ອນການຫຼັ່ງໄຫຼໄປຊອກເຮັດວຽກຢູ່ປະເທດໄທຍ, ດັ່ງທ່ານກ່າວວ່າ:

“ແຮງງານຂອງພວກເຮົາກໍໄດ້ອອກໄປເຮັດວຽກ ຢູ່ຕ່າງປະເທດຫຼາຍເນາະ ສະນັ້ນຈຶ່ງວ່າ ຢາກສເນີໃຫ້ທາງຜແນກແຮງງານ ສົມທົບກັບກັມມະບານບໍ ລົງໄປເຮັດວຽກກັບບໍຣິສັດຫັ້ນຕື່ມ ເພາະວ່າການຜລິຕຂອງເຂົາຫັ້ນ ກໍແມ່ນເປັນການຜລິຕເພື່ອສົ່ງອອກ ຣາຍຮັບຂອງເຂົາກໍເປັນເງິນຕຣາຕ່າງປະເທດ ເຊິ່ງວ່າການຕໍ່ລອງໃຫ້ເພີ່ມເງິນເດືອນ ຂຶ້ນຕາມອັດຕຣາສ່ວນຂອງອັດຕຣາແລກປ່ຽນ ກໍໜ້າຈະເປັນໄປໄດ້.”

ທ່ານຕື່ມວ່າ ໃນໄລຍະທີ່ຜ່ານມາ ທົ່ວປະເທດໄດ້ປະເຊີນກັບຄວາມຫຍຸ້ງຍາກ ທາງດ້ານເສຖກິຈ-ການເງິນ, ບັນຫາເງິນກີບອ່ອນຄ່າ, ລາຄາສິນຄ້າ ແລະນໍ້າມັນເຊື້ອເພີງປັບລາຄາສູງຂຶ້ນ ຂະນະທີ່ ຄ່າຈ້າງແຮງງານຂອງກັມມະກອນ ຍັງບໍ່ມີການປ່ຽນແປງທີ່ເໝາະສົມ ເຊິ່ງເຮັດໃຫ້ເກີດຜົລກະທົບຢ່າງໜັກໜ່ວງ ຕໍ່ການດໍາຣົງຊີວິດຂອງປະຊາຊົນ, ກັມມະກອນ ຮວມເຖິງພະນັກງານຣັຖກອນ.
ຂະນະທີ່ ຄົນງານລາວຈໍານວນຫຼາຍຢູ່ເມືອງຕ່າງໆ ພາຍໃນແຂວງສວັນນະເຂດ ພັດຍັງສົນໃຈເດີນທາງໄປເຮັດວຽກຢູ່ປະເທດໄທຍ ຫຼາຍກ່ອນການເຮັດວຽກພາຍໃນແຂວງ ໂດຍສະເພາະ ເຂດເສຖກິຈພິເສດສວັນ-ເຊໂນ ຍ້ອນໄດ້ຮັບຄ່າຈ້າງແຮງງານບໍ່ສອດຄ່ອງກັບຄ່າຄອງຊີບໃນປັດຈຸບັນ ທີ່ເງິນກີບອ່ອນຄ່າ ເຮັດໃຫ້ເຄື່ອງອຸປະໂພຄ-ບໍຣິໂພຄຕ່່າງໆ ລາຄາສູງຂຶ້ນຢ່າງຕໍ່ເນື່ອງ, ດັ່ງຊາວລາວ ໃນນະຄອນໄກສອນພົມວິຫານ ນາງນຶ່ງ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ວັນທີ 27 ມົກກະຣາ 2023 ນີ້ວ່າ:

“ບໍ່ຄ່ອຍມີສ່ວນຫຼາຍເຂົາກະໄປໄທຍເບິດ ອັນນີ້ກໍຕ້ອງການຄົນງານຄືກັນ ເພາະວ່າ ຄົນທີ່ເຄີຍມາສ່ວນຫຼາຍຫັ້ນນ່າ ຄົນເຂດນອກ ເຂົາຈະເຂົ້າມາເຮັດວຽກຢູ່ໃນເມືອງ ຕົກຢູ່ປະມານ 3,000 (ບາທ) 1,500,000 (ກີບ) ກໍທົ່ວໄປຫັ້ນແຫຼະ ແຕ່ຕອນນີ້ຄືເຣທເງິນຂຶ້ນແລ້ວ ເຂົາກໍຕ້ອງໄປໄທຍ ສ່ວນຫຼາຍ.”

ຍານາງກ່າວຕື່ມວ່າ ພາຍຫຼັງການແຜ່ຣະບາດຂອງໂຄວິດ-19 ຫຼຸດຜ່ອນລົງ ໂຮງຈັກ-ໂຮງງານຈໍານວນຫຼາຍ ກັບມາເປີດດໍາເນີນການອີກຄັ້ງ ແລະມີການຈ້າງງານຫຼາຍຂຶ້ນ ແຕ່ຢ່າງໃດກໍຕາມ ຄົນງານລາວທີ່ອາສັຍຢູ່ພາຍເຂດໃນໂຕເມືອງ ພັດຍັງສົນໃຈເດີນທາງໄປເຮັດວຽກຢູ່ປເທດໄທຍຫຼາຍກ່ອນ ຂະນະທີ່ ຄົນງານລາວທີ່ເຮັດວຽກນໍາຫົວໜ່ວຍໂຮງຈັກ-ໂຮງງານ ພາຍໃນເຂດເສຖກິຈພິເສດສວັນ-ເຊໂນ ສ່ວນຫຼາຍແມ່ນເປັນຄົນງານລາວ ທີ່ອາສັຍຢູ່ເຂດນອກ ໃນແຂວງສວັນນະເຂດ ແລະພື້ນທີ່ອ້ອມຂ້າງ.

ເຖິງແມ່ນວ່າ ຊາວລາວຈໍານວນນຶ່ງ ຈະມີຄວາມເຫັນວ່າ ຄ່າຈ້າງແຮງງານສໍາລັບກັມມະກອນພາຍໃນເຂດເສຖກິຈພິເສດສວັນ-ເຊໂນ ຈະຂ້ອນຂ້າງໜ້ອຍ ແຕ່ຢ່າງໃດກໍຕາມ ທາງຫົວໜ່ວຍໂຮງຈັກ-ໂຮງງານ ທີ່ສ່ວນຫຼາຍເປັນຂອງຊາວຕ່າງປະເທດ ຍັງຄົງອີງໃສ່ອັດຕຣາຄ່າຈ້າງແຮງງານ ຂັ້ນພື້ນຖານຕາມທີ່ທາງການລາວກໍານົດ ເຊິ່ງຢູ່ທີ່ປະມານເດືອນລະ 1,200,000 ກີບ/ເດືອນ ແລະຈະປັບຂຶ້ນເປັນ 1,300,000 ກີບ/ເດືອນ ໃນເດືອນພືສຈິກາ 2023 ນີ້, ດັ່ງເຈົ້າໜ້າທີ່ຝ່າຍບຸກຄົນ ຂອງບໍຣິສັດແຫ່ງນຶ່ງ ໃນເຂດເສຖກິຈພິເສດສວັນ-ເຊໂນ ນາງນຶ່ງ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ດຽວກັນນີ້ວ່າ:

“ແມ່ນເປັນຜູ້ມາ ເອີ້ນວ່າເຂົາມາສັມປະທານ ມາເຊົ່າທີ່ດິນເນາະ ເຊັນເປັນຂອງຄົນຈີນເນາະ ມັນຈະເປັນເຂດ ເພິ່ນຈະຮູ້ເລີຍ ເພິ່ນຈະກໍານົດໃນເຂດເນາະ ເຂດຈະໃຫ້ຄໍາຕອບໄດ້ (ສ່ວນຄ່າຈ້າງແຮງງານເລີຍ) ແມ່ນອີງຕາມກົດໝາຍແຮງງານ ທີ່ຣັຖບານລາວໄດ້ປະກາດເລີຍເນາະ.”

ທີ່ຜ່ານມາ ພາກສ່ວນກັມມະບານລາວ ແລະພາກສ່ວນທີ່ກ່ຽວຂ້ອງ ກໍໄດ້ພຍາຍາມສເນີ ໃຫ້ຫົວໜ່ວຍໂຮງຈັກ-ໂຮງງານ ພາຍໃນເຂດເສຖກິຈພິເສດສວັນ-ເຊໂນ ຂຶ້ນຄ່າຈ້າງແຮງງານ ໃຫ້ມີຄວາມເປັນທັມຕໍ່ຄົນງານລາວ ແຕ່ຢ່າງໃດກໍຕາມ ພັດບໍ່ສາມາດຈັດຕັ້ງປະຕິບັດໄດ້ ຍ້ອນທາງບໍຣິສັດທີ່ເຂົ້າມາລົງທຶນ ກໍຕ້ອງການຈ່າຍຄ່າແຮງງານໃນເກນທີ່ຕໍ່າ ເພື່ອປະຢັດຕົ້ນທຶນໃນການຜລິຕ, ດັ່ງເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ຢູ່ແຂວງສວັນນະເຂດ ຜູ້ບໍ່ປະສົງອອກຊື່ ແລະຕໍາແໜ່ງທ່ານນຶ່ງ ກ່າວວ່າ:

“ສ່ວນຫຼາຍນີ້ ຢາກເປັນ 1,200,000 ຕໍ່ເດືອນ ແຕ່ເຂົາກໍມີປະກັນສັງຄົມແນ່ ຂະເຈົ້າກໍບວກເຂົ້າໄປຕື່ມ ບໍ່ເກີນ 1,500,000 ຕໍ່ເດືອນ ຕົວຄ່າແຮງງານຂອງ ກັມມະກອນນີ້ເນາະ ໄລ່ແຕ່ເປັນເງິນກີບ ແຕ່ລະປີນີ້ ກໍຢາກສເນີ ແຕ່ວ່າເວົ້າເຣື່ອງຜູ້ທີ່ຈ້າງງານນີ້ແຫຼະ ມັນຊິຈ້າງເຮົາບໍ່ໄດ້ ຄັນເຮົາໄປບັງຄັບເຂົາກະ ຕ່າງຝ່າຍຕ່າງກໍມີຢາກໄດ້ຜົລປໂຍດເດ້ເນາະ.”

ທ່ານກ່າວຕື່ມວ່າ ຜູ້ທີ່ເຂົ້າມາລົງທຶນໃນເຂດເສຖກິຈພິເສດສວັນ-ເຊໂນ ນັ້ນ ສ່ວນຫຼາຍ ເປັນນັກລົງທຶນຈາກປະເທດຈີນ, ໄທຍ ແລະເກົາຫລີໃຕ້ ໂດຍສິນຄ້າທີ່ພວກຂະເຈົ້າຜລິຕ ເປັນຕົ້ນ ຊິ້ນສ່ວນອິເລັກໂທຣນິກສ໌ ທັງໝົດ 100% ຖືກສົ່ງໄປຂາຍຍັງຕ່່າງປະເທດ ແລະໄດ້ຣາຍຮັບເປັນເງິນບາທ ຫຼືເງິນໂດລ້າຣ໌ສະຫະຣັຖ ແຕ່ພວກຂະເຈ້າ ພັດຈ່າຍຄ່າຈ້າງແຮງງານໃຫ້ແກ່ຄົນງານລາວດ້ວຍເງິນກີບ ທີ່ອ່ອນຄ່າລົງເລື້ອຍໆ ແລະທີ່ຜ່ານມາ ກໍກວດພົບວ່າ ບໍຣິສັດບາງແຫ່ງ ບໍ່ຈ່າຍຄ່າຈ້າງແຮງງານ ແລະຄ່າເຮັດວຽກນອກເວລາ ໃຫ້ແກ່ຄົນງານ ຕາມທີ່ໄດ້ລະບຸໄວ້ໃນສັນຍາການຈ້າງງານ.

ຂະນະທີ່ ຄະນະຄຸ້ມຄອງເຂດເສຖກິຈພິເສດສວັນ-ເຊໂນ ແລະພາກສ່ວນທີ່ກ່ຽວຂ້ອງ ພຍາຍາມ ຊອກຫາແນວທາງເພື່ອແກ້ໄຂບັນຫາດັ່ງກ່າວນີ້ ດ້ວຍການແນະນໍາໃຫ້ຫົວໜ່ວຍທຸຣະກິຈພາຍໃນເຂດ ປັບອັດຕຣາຄ່າຈ້າງແຮງງານ ໃຫ້ເປັນໄປຕາມສະພາບເງິນເຟີ້ ແລະຄ່າຄອງຊີບພາຍໃນປະເທດລາວ ທີ່ເພີ່ມສູງຂຶ້ນແລ້ວ ແຕ່ກໍຂຶ້ນນໍາຫົວໜ່ວຍໂຮງຈັກ-ໂຮງງານ ວ່າ ຈະດໍາເນີນການຈັດຕັ້ງປະຕິບັດຫຼືບໍ່, ດັ່ງເຈົ້າໜ້າທີ່ທີ່ກ່ຽວຂ້ອງ ຢູ່ເຂດເສຖກິຈພິເສດສວັນ-ເຊໂນ ນາງນຶ່ງ ກ່າວວ່າ:

“ຖ້າສົມມຸດວ່າເອົາໂຕຈິງ ຄ່າຈ້າງໂຕຈິງເນາະ ໃນເຂດເຮົານີ້ ກໍໜ້າຈະຕົກຢູ່ປະມານ 2 ລ້ານກີບ ຖ້າຫາກວ່າ ສູງກວ່າຂ້າງນອກບໍ ກໍສເລັ່ຽສໍ່າໆກັນ ອີງໃສ່ເງິນປະເທດເພື່ອນບ້ານ ກໍຄືເງິນໄທຍເຮົາເອງ ກໍປະມານ 3,000 ກວ່າບາທ 4,000 ຈັ່ງຊີ້ນ່າ.”

ຍາງການ່າວຕື່ມວ່າ ໃນໄລຍະ 10 ປາຍປີທີ່ຜ່ານມາ ຫົວໜ່ວຍທຸຣະກິຈ ທີ່ຈົດທະບຽນ ຢູ່ພາຍໃນເຂດເສຖກິຈພິເສດສວັນ-ເຊໂນ ມີ 3 ປະເພດ ຄື: ອຸດສາຫະກັມການຜລິຕໂດຍສະເພາະ ຊິ້ນສ່ວນອິເລັກໂທຣນິກ, ອຸດສາຫະກັມການຄ້າ ນໍາເຂົ້າ-ສົ່ງອອກ ແລະອຸດສາຫະກັມບໍຣິການຂົນສົ່ງສິນຄ້າ ເຊິ່ງເປັນຂແນງການ ທີ່ຕ້ອງການຄົນງານທີ່ມີທັກສະ ໃນການເຮັດວຽກດ້ານອຸດສາຫະກັມ ຂະນະທີ່ ຄົນງານລາວສ່ວນຫຼາຍ ຍັງບໍ່ມີທັກສະດັ່ງກ່າວນີ້ພໍເທົ່າໃດ ຍ້ອນທີ່ຜ່ານມາ ພວກະຂະເຈົ້າຫາຢູ່ຫາກິນ ດ້ວຍການປະກອບອາຊີບ ດ້ານການກະເສຕ.

ເມື່ອວັນທີ 13 ມົກກະຣາ 2022 ທີ່ີຜ່ານມາ ຫ້ອງວ່າການສໍານັກງານນາຍົກຣັຖມົນຕຣີ ໄດ້ອອກແຈ້ງການ ສບັບເລຂທີ 829/ຫສນຍ ລະບຸໃຫ້ມີການປັບປຸງ ຄ່າແຮງງານຂັ້ນຕໍ່າ ຈາກ 1,100,000 ກີບ ມາເປັນ 1,300,000 ກີບຕໍ່ເດືອນ ຫຼື 18% ຂອງອັດຕຣາເງິນເດືອນເດີມ ໂດຍຄັ້ງທີ 1 ປັບຂຶ້ນ 100,000 ກີບ ມີຜົລໃນວັນທີ 1 ສິງຫາ 2022 ແລະຄັ້ງທີ 2 ປັບຂຶ້ນຕື່ມ 100,000 ມີຜົລໃນວັນທີ 1 ພືສຈິກາ 2023 ທີ່ຈະມາເຖິງນີ້ ໃນຂະນະທີ່ ຄົນງານລາວຈໍານວນຫຼາຍເຫັນວ່າ ການປັບຂຶ້ນເງິນຄ່າແຮງງານຂັ້ນຕໍ່າ ໃນອັດຕຣາດັ່ງກ່າວນີ້ ຍັງບໍ່ສອດຄ່ອງກັບຄ່າຄອງຊີບໃນປັດຈຸບັນແລ້ວ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.