ທາງການລາວ ຫາລືກັບ ເກົາຫລີໃຕ້ ເພື່ອສົ່ງຄົນງານ ໄປເຮັດວຽກ
2022.10.26
ເມື່ອວັນທີ 20 ຕຸລາ ທີ່ຜ່ານມາ ຍານາງ ອານຸສອນ ຄຳສິງສວັດ ຫົວໜ້າກົມການຈັດຫາງານ ແລະ ທ່ານ ກິມ ອີວ ກອນ ຮອງເຈົ້າເມືອງ ເມືອງກິມຊອນ ແຂວງຈິຢອນຊັງບຸກໂດ ໄດ້ເຂົ້າຮ່ວມເປັນສັກຂີພຍານ ເຊັນບົດບັນທຶກ ຄວາມເຂົ້າໃຈ ວ່າດ້ວຍການຈັດສົ່ງຄົນງານລາວ ໄປເຮັດວຽກ ດ້ານການກະເສຕ ຕາມຣະດູການ ໄລຍະສັ້ນ ປະມານ 5 ເດືອນ ຂະນະທີ່ ຄົນລາວ ຍິ່ງມີຄວາມກະຕຶລືລົ້ນ ຢາກເດີນທາງໄປເຮັດວຽກ ຢູ່ເກົາຫລີໃຕ້ຫລາຍຂຶ້ນ.
ດັ່ງ ຊາວນະຄອນຫລວງວຽງຈັນ ນາງນຶ່ງກ່າວຕໍ່ວິທຍຸ ເອເຊັຽເສຣີ ໃນມື້ວັນທີ 26 ຕຸລາ 2022 ນີ້ວ່າ:
“ຫລາຍໆ ເພີ່ນຢາກໄປທຳງານ ຢາກຈະໄດ້ເງິນຫລາຍ ມີໆ ມີຄົນສມັກ ສມັກໄດ້ກໍ ຫລານຂ້ອຍຜູນຶ່ງ ສມັກໄດ້ແລ້ວ ມີແຕ່ຖ້າ ແຕ່ຄ່າໃຊ້ຈ່າຍຫລາຍ ບາງຄົນກໍຢາກໄປຢູ່ ແຕ່ວ່າຄ່າໃຊ້ຈ່າຍຫລາຍ ແລ້ວກໍພາກັນເຊົາ ກໍສົນໃຈ ສົນໃຈຫລາຍຢູ່ ກໍສ່ວນຫລາຍ ກໍຢາກໄປໄທຍຫັ້ນແຫລະ ໄປເກົາຫລີແລ້ວມັນໄກ ໃຊ້ເວລາ ແລ້ວກໍໃຊ້ເງິນຫລາຍ.”
ສຳລັບສາເຫດ ທີ່ເຮັດໃຫ້ຄົນງານລາວ ຈຳນວນຫລາຍ ສົນໃຈເດີນທາງໄປເຮັດວຽກຢູ່ ປະເທດເກົາຫລີໃຕ້ຢ່າງຫລວງຫລາຍ ໃນໄລຍະເວລາທີ່ຜ່ານມານີ້ ແມ່ນເປັນຍ້ອນຄ່າແຮງງານຂັ້ນຕໍ່າ ພາຍໃນປະເທດລາວເດືອນລະ 1,200,000 ກີບນັ້ນ ບໍ່ສອດຄ່ອງກັບຄ່າຄອງຊີພ ທີ່ອັດຕຣາເງິນເຟີ້ເພີ່ມສູງຂຶ້ນເລື້ອຍໆ ໃນປັຈຸບັນ.
ດັ່ງຄົນງານລາວ ທີ່ສົນໃຈເດີນທາງ ໄປເຮັດວຽກຕາມຣະດູການ ຢູ່ປະເທດເກົາຫລີໃຕ້ ນາງນຶ່ງກ່າວຕໍ່ວິທຍຸ ເອເຊັຽເສຣີ ໃນມື້ດຽວກັນນີ້ວ່າ:
“ໂອ້ ກໍມີຢູ່ ຊ່ວງນີ້ກໍມີຢູ່ ມັນໄດ້ເງິນຕີ້ ກໍແມ່ນ ແບບເງິນລາວມັນເຟິ້ເດ້. ເອີ ຂະເຈົ້າກໍໄປພຸ້ນແຫລະ ກໍມີອາຍຸ ຄົນທີ່ມີຄອບຄົວແລ້ວອີ່ຫຍັງ ຂະເຈົ້າກໍໄປຫັ້ນນ່າ ສ່ວນຫລາຍໂສດເຂົາກໍບໍ່ຄ່ອຍໄປດອກ ມີແຕ່ວ່າຄົນທີ່ມີຄອບຄົວແລ້ວ.”
ເຖິງແມ່ນວ່າ ຄົນງານລາວຈຳນວນຫລາຍ ຈະມີຄວາມສົນໃຈ ທີ່ຈະເດີນທາງໄປເຮັດກວຽກ ຢູ່ເກົາຫລີໃຕ້ ແຕ່ຢ່າງໃດກໍຕາມ ພວກເຂົາເຈົ້າ ພັດຍັງບໍ່ທັນຮັບຮູ້ຣາຍລະອຽດ ກ່ຽວກັບວຽກງານດັ່ງກ່າວນີ້ ພໍເທົ່າໃດ.
ດັ່ງຄົນງານລາວ ທີ່ສົນໃຈເດີນທາງໄປເຮັດວຽກ ຕາມຣະດູການ ຢູ່ປະເທດເກົາຫລີໃຕ້ ອີກທ່ານນຶ່ງ ກ່າວວ່າ:
“ກໍສົນໃຈຢູ່ເນາະ ຈັ່ງວ່າບໍ່ໄດ້ເຂົ້າໄປພົວພັນເພິ່ນ ເພິ່ນລົງຕາມເຟສບຸຄ ກໍ comment ໄປວ່າສົນໃຈຊື່ໆ ບໍ່ໄດ້ໄປພົວພັນນຳເພິ່ນ ໃຫ້ເຮັດເເນວໃດແດ່ຫັ້ນນ່າ ແມ່ນແຫລະ ກໍບໍ່ຮູ້ຄືກັນວ່າ ຊິເຮັດແນວໃດ ເພິ່ນໃຫ້ແລ່ນເອກສານແນວໃດ ບໍ່ຮູ້ນ່າ ແມ່ນແຫລະ ມັນໄດ້ໃຊ້ຄ່າໃຊ້ຈ່າຍກ່ອນ ຕອນທຳອິດກໍຄືວ່າ ໄປໂລດຫວາ ບໍ່ໄດ້ເສັຽງອກ ເສັຽເງິນ ຟັງໄປຟັງມາແລ້ວ ໄດ້ເສັຍເງິນຫັ້ນນ່າ.”
ທ່ານກ່າວຕື່ມວ່າ ເຖິງແມ່ນວ່າ ການເດີນທາງໄປເຮັດວຽກ ຕາມຣະດູການ ຢູ່ປະເທດເກົາຫລີໃຕ້ ຈະໄດ້ຮັບຄວາມນິຍົມຫລາຍ ແຕ່ຢ່າງໃດກໍຕາມ ຊາວນຸ່ມລາວທີ່ຫາກໍຮຽນຈົບ ຫລືຍັງບໍ່ທັນມີປະສົມການ ໃນການເຮັດວຽກ ກໍຍັງສົນໃຈເດີນທາງໄປເຮັດວຽກ ຢູ່ປະເທດໄທຍຫລາຍກວ່າ ຍ້ອນເດີນທາງງ່າຍ ແລະ ຄ່າໃຊ້ຈ່າຍ ໃນການແລ່ນເອກສານຖືກກວ່າ.
ກ່ອນໜ້ານີ້ ໃນໄລຍະເດືອນກັນຍາທີ່ຜ່ານມາ ກະຊວງແຮງງານແລະ ສວັດດີການສັງຄົມ ໄດ້ລົງນາມສັນຍາ ຄວາມຮ່ວມມືກັບທນາຄານ ພັທນາລາວ ຈຳກັດ ໃນການສນອງເງິນກູ້ ໃຫ້ແກ່ຄົນງານລາວ ພາຍໃນໄລຍະ 3 ປີນີ້ ທີ່ຕ້ອງການເດີນທາງ ໄປເຮັດວຽກຢູ່ຕ່າງປະເທດ ເປັນຕົ້ນປະເທດໄທຍ, ເກົາຫລີໃຕ້ ແລະ ຍີ່ປຸ່ນ ໃຫ້ສາມາດເຂົ້າເຖິງ ແຫລ່ງທຶນດອກເບັ້ຽຕໍ່າ ຍ້ອນທີ່ຜ່ານມາ ຄົນງານລາວ ຕ້ອງກູ້ເງິນນອກລະບົບ ເຊິ່ງມີດອກເບັ້ຽສູງ ປະມານ 10-20% ຂອງຈຳນວນເງິນ ທີ່ໄດ້ກູ້ຢືມ ແຕ່ຢ່າງໃດກໍຕາມ ແນວທາງດັ່ງກ່າວນີ້ ພັດຍັງບໍ່ໄດ້ມີການນຳໃຊ້ ຢ່າງເປັນຮູບແບບຮູປທັມເທື່ອ.
ດັ່ງເຈົ້າໜ້າທີ່ ທີ່ເຮັດວຽກກ່ຽວກັບ ການຈັດສົ່ງຄົນງານລາວ ໄປເຮັດວຽກຢູ່ຕ່າງປະເທດ ທ່ານນຶ່ງກ່າວວ່າ:
“ຕາມທາງເພິ່ນກຳນົດນີ້ແຫລະ 2,000 ປາຍນີ້ແຫລະ ກຳລັງເຮັດ MOU ກັນຢູ່ ໂຕນີ້ນ່າ ມັນເປັນພຽງນິຕິກັມອອກມາ ແຕ່ພາກປະຕິບັດ ຍັງບໍ່ທັນໄດ້ເຮັດເທື່ອ ກໍຊິບໍ່ດົນດອກໄວໆ ນີ້ແຫລະ ໄທເຮົາກໍຜັກດັນເຕັມທີ່ຢູ່ ຕາມວົງເງິນທີ່ຄ່າໃຊ້ຈ່າຍໂຕຈິງຫັ້ນແຫລະ.”
ທ່ານກ່າວຕື່ມວ່າ ໃນໄລຍະທົດລອງ ກະຊວງແຮງງານແລະ ສວັດດີການສັງຄັມ ໄດ້ອນຸຍາດໃຫ້ໄດ້ພຽງບໍຣິສັດ ໄອຈອບ ຈຳກັດ ແລະ ບໍຣິສັດ ສວັນບໍຣິການ ຈັດຫາງານ ເປັນໂຕແທນຮັບສມັກ ແລະ ຄັດເລືອກຄົນງານລາວ ໄປເຮັດວຽກຕາມຣະດູການ ຢູ່ປະເທດເກົາຫລີໃຕ້ ແຕ່ມາຮອດປັຈຸບັນ ທາງການລາວໄດ້ອານຸຍາດໃຫ້ ບໍຣິສັດຈັດຫາງານ ຫົວໜ່ວຍອື່ນໆ ສາມາດດຳເນີນການ ຈັດສົ່ງຄົນງານລາວ ໄປເຮັດວຽກ ໃນຂແນງດັ່ງກ່າວນີ້ ໄດ້ຄືກັນ ເຊິ່ງກໍໄດ້ຮັບຄວາມສົນໃຈ ຈາກຄົນງານລາວ ຫລາຍສົມຄວນ ຍ້ອນການເຮັດວຽກ ໄລຍະສັນ 5 ເດືອນ ບໍ່ຕ້ອງການຜ່ານ ການສອບເສັງພາສາເກົາຫລີ ຄືກັບການເດີນທາໄປເຮັດວຽກແບບ ໄລຍະຍາວ 3-5 ປີ.
ກ່ຽວກັບເຣຶ່ອງນີ້, ການເຮັດວຽກໃນໄລຍະສັ້ນ ຕາມຣະດູການ ແມ່ນເປີດຮັບສມັກຄົນງານລາວ ປີລະ 2 ຮອບ, ຣອບທຳອິດຈະເດີນທາງ ໄປເຮັດວຽກດ້ານການກະເສຕ ລະຫວ່າງເດືອນກຸມພາ ຫາ ເດືອນມິຖຸນາ ແລະ ຮອບທີ່ 2 ແມ່ນເຮັດວຽກ ລະຫວ່າງເດືອນ ສິງຫາ ຫາ ເດືອນທັນວາ ຂອງທຸກປີ.
ດັ່ງ ພນັກງານ ບໍຣິສັດຈັດຫາງານ ຢູ່ນະຄອນຫລວງວຽງຈັນ ທ່ານນຶ່ງກ່າວວ່າ:
“ໃນປັຈຸບັນກໍຄື ຈະມີ demand ສົ່ງມາເປັນໄລຍະໆ ແຕ່ກໍບໍ່ມີຫລາຍບໍຣະສັດອີກນ່າ ທີ່ໄດ້ຮັບ demand ໂຕນີ້ ເປັນຕາມຣະດູການ ໄລຍະເວລາ 5 ເດືອນ ກໍຈະເຣີ່ມຈາກເດືອນກຸມພາ (ປີລະ) 2 ຮອບ ເຣີ່ມຈາກເດືອນສິງຫາ ປະມານນັ້ນແຫລະ. ອໍ ສ່ວນຫລາຍຈະເປັນພືດຜັກເດ້ ຄ່າຈ້າງປະມານ 2 ລ້ານວອນ.”
ສໍາລັບໂກຕ້າ ການຮັບສມັກຄົນງານລາວ ໄປເຮັດວຽກດ້ານການກະເສຕ ໄລຍະສັ້ນນັ້ນ ທາງການເກົາຫລີໃຕ້ ຈະດຳເນີນການສຳຣວຈ ຄວາມຕ້ອງການ ຄົນງານຈາກນາຍຈ້າງ ແລະ ແຈ້ງຈຳນວນດັ່ງກ່າວນີ້ ມາຍັງທາງການລາວ ເຊິ່ງຄາດວ່າ ໃນຮອບປີຕໍ່ຈາກນີ້ ປະເທດເກົາຫລີໃຕ້ ໜ້າຈະມີຄວາມຕ້ອງການ ຄົນງານລາວ ໄປເຮັດວຽກໃນແຕ່ລະໄລຍະ ບໍ່ໜ້ອຍກວ່າ 1,000 ປາຍຄົນ ຫລື ຫລາຍກວ່ານີ້.
ດັ່ງພນັກງານ ບໍໍຣິສັດຈັດຫາງານ ຢູ່ນະຄອນຫລວງວຽງຈັນ ອີກທ່ານນຶ່ງກ່າວວ່າ:
“ປີນີ້ ທີ່ວ່າຊິມານີ້ເນາະ ໂກຕ້າກໍຄືໄດ້ຍິນຫົວໜ້າເພິ່ນວ່າກໍຊິປະມານ 1,000 ຄົນ ການກະເສຕກໍທີ່ວ່າທັງໝົດເລີຍ ບໍ່ວ່າຊິເປັນຜັກ ຫລືວ່າໝາກເຜັດອິຫຍັງ ຄືຢູ່ລາວເຮົານີ້ແຫລະ ການກະເສຕທັງໝົດ ເຮົາຈະຖືກນາຍຈ້າງສ່ວນໃດ ບາງນາຍຈ້າງຂະເຈົ້າກໍປູກບໍ່ຄືກັນຫັ້ນນ່າ ບາງຄົນກໍອາດຕົກຢູ່ສວນຜັກບໍ່ ຫລືວ່າບາງຄົນກໍສວນແອປເປີ້ນ ສວນໝາກເລັ່ນ ໝາກຫຍັງນີ້ນ່າ.”
ເມື່ອວັນທີ 31 ສິງຫາ ທີ່ຜ່ານມາ ທາງການລາວໄດ້ເດີນທາງໄປຍັງ ເມືອງກິມຊອນ ເພື່ອປຶກສາຫາລືກ່ຽວກັບການຈັດສົ່ງ ຄົນງານລາວ ໄປເຮັດວຽກດ້ານການກະເສຕ ຢູ່ປະເທດເກົາຫລີໃຕ້ ຈົນບັນລຸຂໍ້ຕົກລົງ ແລະ ສາມາດຈັດສົ່ງຄົນງານລາວ ໄປເຮັດວຽກຢູ່ເມືອງ ດັ່ງກ່າວນີ້ໄດ້ຕື່ມ ເຊິ່ງກ່ອນໜ້ານີ້ ກະຊວງແຮງງານ ແລະ ສວັດດີການ ສັງຄົມ ໄດ້ຈັດສົ່ງຄົນງານລາວ ຈຳນວນ 326 ຄົນ ໄປເຮັດວຽກຢູ່ 4 ເມືອງ ຂອງປະເທດເກົາຫລີໃຕ້ແລ້ວ ຄື ເມືອງແຮັງຊອງ ແຂວງກັງວອນ, ເມືອງຊັງຢອງ ແຂວງກຽວຊັງນໍາໂດ, ເມືອງຢອງດອກ ແຂວງກຽວຊັງບຸກໂດ ແລະເມືອງໂກຈາງ ແຂວງເຊີນລາບຸກໂດ.
ການເດີນທາງ ໄປເຮັດວຽກໄລຍະສັ້ນ ຢູ່ປະເທດເກົາຫລີໃຕ້ ຕລອດໄລຍະການເຮັດວຽກ 5 ເດືອນ ຈະໄດ້ຮັບຄ່າຈ້າງແຮງງານ ຮວມເປັນເງິນ 7,850 ໂດລ້າສະຫະຣັຖ ຫລືປະມານ 10 ລ້ານວອນ ຫລື 135 ລ້ານກີບ (ໂດຍບໍ່ລວມ ຄ່າເຮັດວຽກ ລ່ວງເວລາ) ສຳລັບຄ່າໃຊ້ຈ່າຍອື່ນໆ ເປັນຕົ້ນຄ່າ ໂຄສນາ ແລະບໍຣິຫານແຮງງານ, ຄ່າປີ້ຍົນໄປ-ກັບ, ຄ່າຝຶກອົບຮົມກ່ອນການຈັດສົ່ງ, ຄ່າທີ່ພັກ ແລະອາຫານ, ຄ່າກວດສຸຂພາບ ກ່ອນການເດີນທາງ, ຄ່າກວດ ໂຄວິດ-19, ວີຊ່າແຮງງານ, ປະກັນພັຍ ແລະ ຄ່າເອກສານອື່ນໆ ເຊິ່ງເປັນເງິນປະມານ 2,780 ໂດລ້າສະຫະຣັຖ ຫລືປະມານ 40-50 ລ້ານກີບນັ້ນ ແມ່ນຜູ້ອອກແຮງງານຈະຕ້ອງເປັນຜູ້ຮັບຜິດຊອບທັງໝົດ.