ຄົນງານ ທວງເງິນຄ່າມັດຈຳ ໄປເຮັດວຽກ ຢູ່ຕ່າງປະເທດ ຄືນ
2022.11.30

ໃນໄລຍະບໍ່ດົນມານີ້ ຄົນງານລາວຫລາຍຮ້ອຍຄົນ ຈາກຫລາຍເມືອງ ແລະ ຫລາຍແຂວງ ຂອງປະເທດລາວ ທີ່ສົນໃຈເດີນທາງໄປເຮັດວຽກ ໄລຍະສັ້ນ ດ້ານການກະເສຕ ຢູ່ປະເທດເກົາຫລີໃຕ້ ໄດ້ພາກັນເດີນທາງ ໄປຍັງຫ້ອງການຂອງ ບໍຣິສັດ ມາຫາອູດ ອະສັງຫາລິມະຊັພ ຈຳກັດຜູ້ດຽວ ທີ່ຕັ້ງຢູ່ບ້ານ ນາໄຊ ເມືອງໄຊເສດຖາ ນະຄອນຫລວງວຽງຈັນ ເພື່ອທວງເອົາ ເງິນມັດຈຳຄືນເປັນຈຳນວນເງິນ ຢ່າງໜ້ອຍ 1,000 ໂດລ້າຣ໌ ສະຫະຣັຖ ຕໍ່ຄົນແຕ່ທາງບໍຣິສັດ ຍັງບໍ່ໄດ້ໃຫ້ເງິນຈຳນວນດັ່ງກ່າວນີ້ ຄືນເທື່ອ.
ດັ່ງຊາວນະຄອນຫລວງວຽງຈັນ ໃນຖານະຜູ້ທີ່ໄດ້ເອົາເງິນໄປມັດຈຳ ໂດຍຕຣົງທ່ານນຶ່ງ ກ່າວຕໍ່ວິທຍຸ ເອເຊັຽ ເສຣີ ໃນວັນທີ 30 ພຶສຈິກາ 2022 ນີ້ວ່າ:
“ບໍ່ຈັກອະທິບາຍ ກໍເຮົາເຄີຍສມັກໄປຫັ້ນແຫລະ ມັນບໍ່ໄດ້ໄປຕອນນັ້ນລະແມ່ນ 2,500 ໂດລ້າຣ໌ ສະຫະຣັຖແຕ່ຕ້ອງມັດຈຳກ່ອນ 1,000. ຖ້າຄັນໄດ້ໄປແທ້ ໄປເຮັດວຽກເຮັດຫຍັງແລ້ວ ຊິຕັດເອົາເງິນເດືອນ ຢູ່ພຸ້ນເລີຍຈັ່ງຊີ້ນ່າ. ແຕ່ວ່າຄັນວ່າບໍ່ໄດ້ໄປເຂົາຊິສົ່ງເງິນຄືນ ກໍລໍຖ້າສ່ວນໃຫຍ່ກໍບໍ່ທັນໄດ້ເງິນດອກ ເຂົາກໍນັດພຸ້ນນັດພີ້ຫັ້ນແຫລະ ຂ້ອຍກໍບໍ່ຮູ້ຄືກັນວ່າຊິໄດ້ ຫລືບໍ່.”
ນັບແຕ່ເດືອນພຶສພາ ທີ່ຜ່ານມາທາງບໍຣິສັດ ມາຫາອູດ ອະສັງຫາລິມະຊັພ ຈຳກັດຜູ້ດຽວໄດ້ຮຽກເກັບເງິນມັດຈຳຈາກຜູ້ທີ່ສົນໃຈ ເດີນທາງໄປເຮັດວຽກ ຢູ່ປະເທດເກົາຫລີໃຕ້ ແຕ່ຫລັງຈາກນັ້ນທາງ ບໍຣິສັດ ພັດຍັງບໍ່ມີການເຄື່ອນໄຫວ ແນວໃດ ຊຶ່ງເຮັດໃຫ້ຄົນງານລາວທີ່ໄດ້ຈ່າຍເງິນຄ່າ ມັດຈຳໄປແລ້ວມີຄວາມຮູ້ສຶກບໍ່ສະບາຍໃຈ.
ດັ່ງຊາວບ້ານ ຢູ່ເມືອງໄຊເສດຖາ ນະຄອນຫລວງວຽງຈັນ ນາງນຶ່ງກ່າວຕໍ່ວິທຍຸ ເອເຊັຽ ເສຣີ ໃນມືືຶ້ດຽວກັນນີ້ວ່າ:
“ກໍມີຫລາຍບໍຣິສັດ ຢູ່ເດ້ລະເຣີ່ມຕົ້ນພັນຫລຽນ ເຣີ່ມຕົ້ນແລ່ນເອກສານ ໄລຍະສັ້ນແມ່ນ 6 ເດືອນ. ອຳມະລາ ກໍຄືວ່າຍຸບໄປແຕ່ດົນແລ້ວ ກໍຕາມເຫັນນ່າ ແບບວ່າຂະເຈົ້າ ບໍ່ມີການເຄື່ອນໄຫວ ເລີຍນ່າໂຕນີ້ນ່າ. ອຳມະລານີ້ນ່າ.”
ພາຍຫລັງ ເກີດເຫດການດັ່ງກ່າວ ທາງບໍຣິສັດດັ່ງກ່າວ ກໍໄດ້ອອກແຈ້ງການວ່າ ຍານາງ ອຳມະລາ ຜາມີໄຊ ໃນຖານະປະທານບໍຣິສັດ ຍັງບໍ່ສະດວກອອກມາຊີ້ແຈງ ກ່ຽວກັບບັນຫາທີ່ເກີດຂຶ້ນເນື່ອງຈາກຕິດພາລະກິຈວຽກ ໂຄງການ ແລະບາງຄັ້ງອາຈຕ້ອງເດີນທາງ ໄປຕ່າງແຂວງ ຫລືຕ່າງປະເທດ. ສ່ວນທາງດ້ານຜູ້ຮັບຮູ້ ກ່ຽວກັບເຫດການດັ່ງກ່າວນີ້ ໄດ້ເປີດເຜີຍວ່າທາງບໍຣິສັດ ອາຈຄືນເງິນມັດຈຳໃຫ້ແກ່ ຄົນງານລາວກຸ່ມດັ່ງກ່າວ ພາຍໃນຕົ້ນເດືອນທັນວານີ້.
ດັ່ງຜູ້ຮູ້ຈັກກ່ຽວກັບເຣື່ອງນີ້ ທ່ານນຶ່ງທີ່ຂໍສງວນຊື່ ແລະສຽງກ່າວຊີ້ແຈງວ່າ:
“ທາງຕໍາຣວດ ເພິ່ນໄດ້ປະສານງານ ກັບຫົວໜ້າແລ້ວເນາະ ແລ້ວກໍໂອເຄໃຫ້ທະນາຄານ ໂອນໃຫ້ ຂໍເວລາອີກ 2 ມື້ ຄົນລະ 1,000 ໂດລາຫັ້ນນ່າ. ແມ່ນບໍ່ໄດ້ຫັກມີແຕ່ໃຫ້ເຈົ້າ ຂອງບີນຫັ້ນແຫລະ ເພິ່ນສົ່ງຮູບກັບມາພ້ອມເລຂບັນຊີ.”
ອີງຕາມເອກສານ ຂອງກົມການຈັດຫາງານ ກະຊວງແຮງງານ ແລະ ສວັດດີການສັງຄົມ ສະບັບເລຂທີ 0540/ກຈງ ລົງວັນທີ 16 ສິງຫາ 2022 ລະບຸວ່າມີບໍຣິສັດ ຈັດຫາງານທີ່ໄດ້ຮັບອະນຸຍາດ ໃຫ້ດຳເນີນທຸຣະກິຈບໍຣິການຈັດຫາງານ ພາຍໃນແລະຈັດສົ່ງຄົນງານ ໄປຕ່າງປະເທດຈຳນວນ 40 ບໍຣິສສັດ. ໃນນີ້ມີພຽງ 35 ບໍຣິສັດໄດ້ຮັບອະນຸຍາດ ໃຫ້ດຳເນີນທຸຣະກິຈ ຈັດຫາງານພາຍໃນ ແລະຕ່າງປະເທດ. ສ່ວນອີກ 5 ບໍຣິສັດ ສາມາດດຳເນີນທຸຣະກິຈ ບໍຣິການຈັດຫາງານພາຍໃນ ປະເທດເທົ່ານັ້ນແຕ່ໃນນີ້ ບໍມີຣາຍສື່ຂອງ ບໍຣິສັດ ມາຫາອູດ ອະສັງຫາລິມະຊັພ ຈຳກັດຜູ້ດຽວຢູ່ໃນຈຳນວນ 40 ບໍຣິສັດທີ່ກະຊວງ ແຮງງານປະກາດ.
ກ່ຽວກັບເຣື່ອງນີ້ ເຈົ້າໜ້າທີ່ທີ່ກ່ຽວຂ້ອງ ກໍຈະດຳເນີນການສືບສວນ ຕໍ່ໄປວ່າການດຳເນີນທຸຣະກິຈ ບໍຣິການຈັດຫາງານດັ່ງກ່າວນີ້ ເຂົ້າຂ່າຍຄວາມຜິດທາງກົດໝາຽ ແນວໃດແດ່.
ດັ່ງເຈົ້າໜ້າທີ່ ທີ່ກ່ຽວຂ້ອງຜູ້ບໍ່ປະສົງອອກຊື່ ແລະ ຕຳແໜ່ງທ່ານນຶ່ງກ່າວວ່າ:
“ແມ່ນແຫລະຄັນວ່າຖືກລະບຽບແທ້ໆ ມັນກໍເປັນແນວນັ້ນຫັ້ນແຫລະ ມັນກໍແລ້ວແຕ່ຄົນ ແລ້ວແຕ່ເຄສຫັ້ນນ່າ. ມັນກໍຜິດກົດໝາຽແນ່ນອນຫັ້ນແຫລະ ຄັນວ່າເຮົາໄປແບບບໍ່ຖືກອັນນີ້ ມັນກໍຕ້ອງລົງເລິກກົດໝາຽຫັ້ນແຫລະ. ມັນກໍກົດໝາຽແຮງງານ ເຮົາກໍໂຕນຶ່ງເນາະແຕ່ວ່າ ສູນລວມປະມວນກົດໝາຽ ອາຍາຈະເປັນທີ່ວ່າເຮົາຈະຕັດສິນ ຈະຕິດຄຸກຈັກປີຫັ້ນນ່າ.”
ທາງດ້ານຄົນງານລາວ ອີກຫລາຍຄົນກໍຢາກໃຫ້ ກະຊວງແຮງງານ ແລະ ສວັດດີການສັງຄົມ ແລະ ພາກສ່ວນທີ່ກ່ຽວຂ້ອງເລັ່ງ ດຳເນີນການກວດສອບ ຂະບວນການຈັດສົ່ງຄົນງານລາວ ໄປເຮັດວຽກຢູ່ຕ່າງປະເທດໃຫ້ຫລາຍຂຶ້ນ ໂດຍສະເພາະປະເທດເກົາຫລີໃຕ້ ເພື່ອປ້ອງກັນບໍ່ໃຫ້ຄົນງານລາວ ຕ້ອງຈ່າຍເງິນລ້າໆ ຫລື ຕົກເປັນເຫຍື່ອຂອງກຸ່ມ ຜູ້ສວຍໂອກາດ ໃນໄລຍະທີ່ປະຊາຊົນ ກຳລັງຢູ່ໃນສະພາບທີ່ເສຖກິຈຝືດເຄືອງນີ້.
ດັ່ງຄົນງານລາວ ທີ່ຢູ່ລະຫວ່າງການລໍຖ້າ ເພື່ອເດີນທາງໄປເຮັດວຽກ ໄລຍະສັ້ນຢູ່ປະເທດເກົາຫລີໃຕ້ ນາງນຶ່ງກ່າວວ່າ:
“ກໍສິແມ່ນຕິເບາະເອື້ອຍເພາະວ່າ ຢູ່ປະເທດລາວເຮົາມັນເງິນເຟີ້ຫລາຍ ເພິ່ນກໍໄປເຮັດວຽກຢູ່ໄທຍ ຢູ່ເກົາຫລີຫັ້ນແຫລະ. ຖ້າແມ່ນໄປນຳຣັຖບານກໍແມ່ນ 3 ປີ ວຽກໄລຍະຍາວ. ແມ່ນຕີ້ຖ້າໄປນຳຣັຖບານແມ່ນມັນໄດ້ໄປອີ່ຫລີ ບໍ່ໄດ້ອອກເງິນກ່ອນ ຄັນແມ່ນຣັຖບານລາວແລ່ນໄປ (ສ່ວນວຽກໄລຍະສັ້ນຕ້ອງໄດ້ລໍຖ້າ).”
ຍານາງກ່າວຕື່ມວ່າ ມາຮອດປັດຈຸບັນຄົນງານລາວ ທີ່ສົນໃຈເດີນທາງໄປເຮັດວຽກ ຢູ່ຕ່າງປະເທດໄລຍະສັ້ນດ້ານການກະເສຕ ຢູ່ປະເທດເກົາຫລີໃຕ້ ຕ້ອງດຳເນີນການຜ່ານ ບໍຣິສັດຈັດຫາງານ ຫລາຍກ່ວາການເດີນທາງ ໄປເຮັດວຽກແບບໄລຍະຍາວ ເນື່ອງຈາກການໄປເຮັດວຽກ ແບບໄລຍະສັ້ນບໍ່ຕ້ອງຜ່ານ ການສອບເສັງ ພາສາເກົາຫລີ ແລະຜູ້ທີ່ມີອາຍຸຫລາຍກ່ວາ 35 ປີ ກໍສາມາດເດີນທາງໄປໄດ້. ຂະນະທີ່ວຽກໄລຍະຍາວ ຈະຕ້ອງຜ່ານການສອບເສັງ ພາສາເກົາຫລີ ແລະ ຈະຕ້ອງເປັນບຸກຄົນທີ່ອາຍຸ ບໍ່ເກີນ 35 ປີ.
ກ່ອນໜ້ານີ້ ໃນໄລຍະທ້າຍເດືອນສິງຫາ 2022 ຄົນງານລາວ ຈຳນວນຫລາຍຄົນ ກໍເຄີຍພາກັນໄປລວມໂຕທີ່ສຳນັກງານ ຂອງ ບໍຣິສັດ ສວັນບໍຣິການ ຈັດຫາງານ ຢູ່ເມືອງໄຊເສດຖາ ນະຄອນຫລວງວຽງຈັນ ເພື່ອທວງເອົາເງິນ ມັດຈຳຄືຈຳນວນ 50% ຈາກນັ້ນກໍເກີດເຫດການ ຜິດຖຽງກັນລະຫວ່າງຄົນງານລາວ ແລະ ພນັກງານຂອງບໍຣິສັດ ເນື່ອງຈາກທາງບໍຣິສັດ ບໍ່ອະນຸຍາດໃຫ້ຄົນງານລາວ ບາງຄົນຖອນເງິນມັດຈຳຄືນເທື່ອ.
ກ່ອນໜ້ານັ້ນ ເມື່ອວັນທີ 29 ກໍຣະກະດາ 2022 ກະຊວງແຮງງານ ແລະ ສວັດດີການສັງຄົມ ໄດ້ອອກແຈ້ງການ ໄປຍັງບັນດາຫົວໜ່ວຽ ທຸຣະກິຈໃນຂອບເຂດທົ່ວປະເທດ ວ່າຫ້າມເຄື່ອນໄຫວ ບໍຣິການຈັດຫາງານໄປຕ່າງປະເທດ ໂດຍບໍ່ຖືກຕ້ອງຕາມກົດໝາຽ ໂດຍສະເພາະການຈັດສົ່ງ ຄົນງານລາວໄປປະເທດເກົາຫລີໃຕ້ ຊຶ່ງໄດ້ສ້າງຄວາມຊັບສົນໃຫ້ ແກ່ສັງຄົມ ແລະ ສ້າງຄວາມຫຍຸ້ງຍາກ ໃຫ້ແກ່ອົງການຄຸ້ມຄອງແຮງງານ ອີກທັງຍັງເຮັດໃຫ້ຄົນງານລາວ ທີ່ຖືກຈັດສົ່ງໄປຍັງຕ່າງປະເທດ ບໍ່ໄດ້ຮັບການຄຸ້ມຄອງ, ເສັຽຄ່າບໍຣິການສູງເກີນຈິງ, ບາງຄົນຈ່າຍ ເງິນແລ້ວແຕ່ບໍ່ໄດ້ໄປເຮັດວຽກ ຖືກຂູດຮີດແຮງງານ ແລະ ຕົກເປັນເຫຍື່ອການຄ້າມະນຸສ.