ທາງການລາວເຕືອນ ຢ່າຫຼົງເຊື່ອ ຄຳຊັກຊວນ ໄປເຮັດວຽກ ຢູ່ເກົາຫລີ
2022.07.18
ອີງຕາມການຣາຍງານ ຂອງກະຊວງແຮງງານ ແລະ ສວັດດີການສັງຄົມ ຂອງລາວ ໃນວັນທີ່ 15 ກໍຣະກະດາ 2022 ທີ່ຜ່ານມາ ໄດ້ແຈ້ງການເຕືອນຊາວໜຸ່ມລາວ ຢ່າໄປຫຼົງເຊື່ອນາຍໜ້າ ທີ່ຊັກຊວນໄປເຮັດວຽກ ໃນປະເທດເກົາຫຼີໃຕ້ ເພາະບໍ່ຖືກຕ້ອງຕາມກົດໝາຍ ສ່ຽງທີ່ຈະຕົກເປັນເຫຍື່ອການຄ້າມະນຸສ ແລະຖືກເອົາປຽບໃນການໃຊ້ແຮງງານ.
ຜູ້ທີ່ຈະໄປເຮັດວຽກ ຢູ່ເກົາຫຼີໃຕ້ໄດ້ ໃນໄລຍະ 3-5 ປີ ຈະຕ້ອງໄດ້ຜ່ານການອະນຸຍາດ ຈາກກະຊວງແຮງງານ ແລະ ສວັດດີການສັງຄົມເທົ່ານັ້ນ ສ່ວນຜູ້ທີ່ຈະໄປເຮັດວຽກຕາມຣະດູການ ໃນໄລຍະ 5 ເດືອນ ຕ້ອງຜ່ານ 2 ບໍຣິສັດ ຈັດຫາງານ ຄື: ບໍຣິສັດສວັນ ບໍຣິການຈັດຫາງານ ແລະບໍຣິສັດໄອຈ໊ອບ ບໍຣິການຈັດຫາງານ ສາເຫດທີ່ທາງການເຕືອນກໍຍ້ອນວ່າ ມີບຸກຄົນຈໍານວນນຶ່ງ ໄດ້ເຄື່ອນໄຫວ ຊັກຊວນເອົາຊາວໜຸ່ມລາວໄປເຮັດວຽກ ແບບບໍ່ຖືກຕ້ອງຕາມກົດໝາຍ.
ດັ່ງເຈົ້າໜ້າທີ່ ບໍຣິສັດ ສວັນ ບໍຣິການຈັດຫາງານ ທ່ານນຶ່ງ ທີ່ຂໍສງວນຊື່ ແລະຕໍາແໜ່ງ ໄດ້ກ່າວໃນວັນທີ່ 18 ກໍຣະກະດາ ນີ້ວ່າ:
“ເຂົາເຈົ້າແຈ້ງໃຫ້ລະມັດລະວັງຫັ້ນນ່າ ເຂົາເຈົ້າກະຫາຮູ້ຫັ້ນນ່າ ເພາະວ່າ ໃນເພສເນາະ ເດືອນນີ້ເປີດຮັບແຮງງານອີກ ຈະສົ່ງແຮງງານໄປເດືອນນີ້ ແລ້ວເຂົາເຈົ້າກໍເອົາໂຕນັ້ນ ໄປເຄື່ອນໄຫວຫັ້ນນ່າ ຕົວະປະຊາຊົນຫັ້ນນ່າ ແລ້ວກໍມາລົງທະບຽນນໍາເຮົາ ເຮົາຈະຊ່ວຍໃຫ້ໄດ້ໄປ ທາງກະຊວງແຮງງານກໍາລັງເບິ່ງ ວ່າມີຜູ້ໃດທີ່ເຂົາເຈົ້າຍັງເຮັດແບບນີ້ ເພາະວ່າຢູ່ຕ່າງແຂວງຫັ້ນນ່າ ທີ່ເຂົາເຈົ້າຖືກແບບນີ້ຫັ້ນນ່າ.”
ໃນຂະນະທີ່ ເຈົ້າໜ້າທີ່ບໍຣິສັດໄອຈ໊ອບ ບໍຣິການຈັດຫາງານ ທ່ານນຶ່ງ ທີ່ຂໍສງວນຊື່ ແລະຕໍາແໜ່ງ ກໍໄດ້ກ່າວວ່າ ຕາມທີ່ກະຊວງແຮງງານ ແລະສວັດດີການສັງຄົມ ໄດ້ແຈ້ງການອອກໄປນັ້ນ ແມ່ນເປັນເຣື່ອງຈິງ ເຊິ່ງມີລັກສະນະຫຼາຍບໍຣິສັດ ແອບອ້າງ ພາຄົນງານລາວໄປເຮັດວຽກ ໃນປະເທດເກົາຫຼີໃຕ້ໄດ້ ໂດຍອອກເອກສານໃຫ້ຄົນງານລາວ ພຽງໃນນາມບໍຣິສັດເທົ່ານັ້ນ ແຕ່ບໍ່ໄດ້ຜ່ານກະຊວງແຮງງານ ແລະ ສວັດດີການສັງຄົມ ເຊິ່ງເປັນເຣື່ອງຜິດກົດໝາຍ ເຊິ່ງຄົນງານລາວສ່ຽງທີ່ຈະຖືກເອົາປຽບ ແລະຖ້າເກີດເຣື່ອງບໍ່ດີຂຶ້ນ ບໍຣິສັດ ທີ່ນໍາພາໄປກໍຈະບໍ່ຮັບຜິດຊອບ ເຊິ່ງທາງການກໍກໍາລັງຕິດຕາມ ກວດສອບຫານາຍໜ້າເຫຼົ່ານັ້ນຢູ່ ແລະຈະລົງໂທດຕາມລະບຽບກົດໝາຍ.
“ກໍມີຫຼາຍບໍຣິສັດ ທີ່ເພິ່ນຮູ້ຄ້າວໆມາ ບາງບໍຣິສັດກໍວ່າ ສາມາດເອົາໄປໄດ້ ໂດຍທີ່ວ່າ ເສັຍເງິນ 1,000 ຫຼຽນ ແລ້ວເຮົາຈະດໍາເນີນການເອກສານ ອິຫຍັງຕ່າງໆ ແລ້ວໄປໄດ້ວ່າຊັ້ນ ໄປໃນນາມ ແຕ່ບໍ່ໄດ້ແມ່ນບໍຣິສັດຈັດຫາງານ ເຕັມຮ້ອຍຫັ້ນນ່າ ແລ້ວຄວາມເຊື່ອຖື ມັນຈະເຊື່ອຖືໄດ້ຢູ່ບໍຫັ້ນນ່າ ທາງການເພິ່ນກໍາລັງຕິດຕາມຢູ່ ໄປເກົາຫຼີນິ່ ມີແຕ່ 2 ບໍຣິສັດ: ບໍຣິສັດສວັນ ກັບ ບໍຣິສັດໄອຈ໊ອບ.”
ທ່ານກ່າວຕື່ມວ່າ ສໍາລັບບໍຣິສັດ ໄອຈ໊ອບ ບໍຣິການຈັດຫາງານ ແລະບໍຣິສັດ ສວັນ ບໍຣິການຈັດຫາງານ ຈະເປີດຮັບຄົນງານລາວ ໄປເຮັດວຽກໃນປະເທດເກົາຫຼີໃຕ້ ຕາມກະຊວງແຮງງານ ແລະສວັດດີການ ແຈ້ງການເປີດຮັບ ສ່ວນໃຫຍ່ຈະຮັບໄປຕາມຣະດູການ ໃນໄລຍະເວລາ 5 ເດືອນ ຖ້າຜູ້ໃ ໄດ້ລົງທະບຽນໄວ້ ແລ້ວມີຣາຍຊື່ຜ່ານ ກໍຈະເສັຍຄ່າໃຊ້ຈ່າຍທັງໝົດ 2,100 ໂດລ້າຣ໌ສະຫະຣັຖ ໂດຍຮວມຄ່າໃຊ້ຈ່າຍທຸກຢ່າງເລີຍ.
ກ່ຽວກັບເຣື່ອງດັ່ງກ່າວນີ້ ຄົນງານລາວ ທີ່ລໍຖ້າການໄປເຮັດວຽກ ໃນປະເທດເກົາຫຼີໃຕ້ ທ່ານນຶ່ງ ກໍໄດ້ກ່າວວ່າ ຕົນເອງໄດ້ລົງທະບຽນໄວ້ດົນແລ້ວ ກັບກະຊວງແຮງງານ ແລະສວັດດີການສັງຄົມ ເຊິ່ງປີນີ້ເຂົ້າປີທີ່ 3 ກໍຍັບໍ່ທັນໄດ້ໄປເທື່ອ ມີພຽງແຕ່ນ້ອງຊາຍໄດ້ໄປ.
ທີ່ຜານມາ ກໍມີຄົນຊັກຊວນຢູ່ ແຕ່ກໍບໍ່ກ້າໄປນໍາເຂົາ ເພາະບໍ່ຮູ້ວ່າ ບໍຣິສັດທີ່ນໍາພາໄປນັ້ນ ເຊື່ອຖືໄດ້ບໍ່ ເຊິ່ງຕົນເອງກໍບໍ່ສາມາດກວດສອບໄດ້ ປັດຈຸບັນນີ້ ຄົນລາວກໍຢາກໄປເຮັດວຽກ ຢູ່ປະເທດເກົາຫຼີໃຕ້ ກັນຫຼາຍຂຶ້ນ ຍ້ອນວ່າໄດ້ເງິນເດືອນຫຼາຍ ແຕ່ຫຼາຍຄົນລໍຖ້າທາງກະຊວງແຮງງານ ແລະສວັດດີການສັງຄົມ ດົນເກີນໄປ ດ້ວຍສາເຫດນີ້ ກໍອາຈເຮັດໃຫ້ມີນາຍໜ້າເກີດຂຶ້ນ ເພື່ອນໍາພາເຂົາເຈົ້າໄປ ຫຼາຍຄົນທີ່ຮູ້ເທົ່າບໍ່ເຖິງການ ກໍຫຼົງເຊື່ອໄປນໍາເຂົາ ແຕ່ພໍໄປແລ້ວ ກໍບໍ່ເປັນຕາມທີ່ຕົກລົງກັນໄວ້ ບາງຄົນຖືກໃຊ້ແຮງງານໜັກກໍມີ.
ດັ່ງຄົນງາລາວ ທ່ານນີ້ ກ່າວວ່າ:
“ຕົວະຫຼາຍຄົນຢູ່ ເຈິະໃນເຟສບໍ່ຮູ້ຈັກ ເຮົາກໍພິຈາຣະນາຢູ່ ເອົ້າບໍຣິສັດໂຕນີ້ແມ່ນແທ້ບໍ ຄົນທີ່ເຂົາເຈົ້າສມັກໄປຫັ້ນນ່າ ຈັ່ງໃດກະເສັຍລື່ນກັນ 500 ດອນ ລະໄປໂຕນີ້ ລະ 3 ປີ ໄປໂຕອັນ 5,500 ດອນ ລະມັນ 5 ເດືອນ ຖ້າໄປກັບບໍຣິສັດນີ້ ສ່ວນຫຼາຍມັນກະບໍ່ຄ່ອຍມີ ບໍຣິສັດຕົວະນ່າ ແຕ່ວ່າມັນຊິໄປເຮັດວຽກທີ່ໜັກແດ່ຈັກໜ່ອຍ.”
ຄົນງານລາວ ອີກທ່ານນຶ່ງ ກ່າວວ່າ ພວກນາຍໜ້າຈັດຫາງານ ທີ່ນໍາພາຄົນລາວ ໄປເຮັດວຽກ ໃນປະເທດເກົາຫຼີໃຕ້ນີ້ ກໍມີຫຼາຍຜ່ານບໍຣິສັດ ທີ່ກະຊວງແຮງງານ ແລະສວັດດີການສັງຄົມ ບໍ່ໄດ້ອະນຸຍາດ ຄົນລາວບາງຄົນ ຢາກໄປເຮັດວຽກຢູ່ເກົາຫຼີໃຕ້ຫຼາຍ ເພາະໄດ້ເງິນເດືອນສູງ ກໍຫຼົງເຊື່ອບໍ່ສຶກສາຂໍ້ມູນ ແລະຈ່າຍຄ່າໃຊ້ຈ່າຍໃຫ້ນາຍໜ້າ ກໍລາຄາຖືກ ບາງຄົນກໍຖືກຕົວະໄປຄ້າມະນຸສ ແລະຖືກໃຊ້ແຮງງານໜັກ.
“ເຄີຍມີມັນຫຼອກລວງແຮງງານໄປເຮັດວຽກ ໄປແລ້ວໂດນຫຼອກໄປທາງອື່ນຫັ້ນນ່າ ມັນບໍ່ແມ່ນຕາມຈຸດປະສົງ ທີ່ວ່າໂຕເອງ ທີ່ຈະໄປເຮັດຫັ້ນນ່າ ກະຄ້າຍໆແບບຄ້າມະນຸສຫັ້ນແຫຼະ ຄົນບໍ່ຮູ້ເຂົາກະໄປ ມັນກໍຍ້ອນພວກມັນຖືກນີ້ແຫຼະ ມັນຈຶ່ງໄປແນວນັ້ນຫັ້ນນ່າ.”
ສ່ວນການແຈ້ງການຕາມແຂວງຕ່າງໆ ເຈົ້າໜ້າທີ່ແຮງງານ ກໍຍັງບໍ່ທັນໄດ້ແຈ້ງການ ໃຫ້ປະຊາຊົນໄດ້ຮັບຊາບຢ່າງທົ່ວເຖິງ ມີພຽງແຕ່ໃຫ້ປະຊາຊົນລາວ ທີ່ຈະໄປເຮັດວຽກຢູ່ຕ່າງປະເທດ ໃຫ້ເຂົ້າໄປຕິດຕໍ່ກັບເຈົ້າໜ້າທີ່ຫ້ອງການແຮງງານ ຫຼືຈຸດບໍຣິການຈັດຫາງານແຂວງດ້ວຍຕົນເອງ ເພື່ອກວດສອບວ່າ ບໍຣິສັດທີ່ເປັນນາຍໜ້າຈັດຫາງານ ຖືກຕ້ອງຕາມກົດໝາຍຫຼືບໍ່.
ດັ່ງເຈົ້າໜ້າທີ່ແຮງງານ ໃນແຂວງຈໍາປາສັກ ທ່ານນຶ່ງ ທີ່ຂໍສງວນຊື່ ແລະຕໍາແໜ່ງ ໄດ້ກ່າວວ່າ:
“ສິ່ງສໍາຄັນ ກະຄືຢາກໃຫ້ມາພົວພັນ ກັບແຮງງານເພິ່ນຕື່ມເນາະ ວ່າມັນມີແທ້ບໍ່ ໃຫ້ເຂົາປະສານຕື່ມກ່ອນເນາະ ບໍຣິສັດໃດ ເຂົາເປັນຜູ້ຈັດຫາງານ ຕ້ອງຖາມຂໍ້ມູນໃຫ້ລະອຽດກ່ອນເນາະ ຈັ່ງຄ່ອຍໄປນໍາເຂົາຫັ້ນນ່າ ເພາະວ່າ ເວລາບໍຣິສັດຈັດຫາງານເຂົາໄປນ່າ ເຂົາຕ້ອງຮູ້ວ່າ ມັນມີບໍຣິສັດໃດແດ່ເນາະ ມັນຂຶ້ນກັບຜແນກແຮງງານ ຂອງແຕ່ລະແຂວງຫັ້ນນ່າ.”
ຢ່າງໃດກໍຕາມ ຖ້າຫາກທາງການລາວ ກວດພົບວ່າ ບໍຣິສັດໃດ ທີ່ເປັນນາຍໜ້າ ນໍາພາຄົນງານລາວໄປເຮັດວຽກ ໃນປະເທດເກົາຫຼີໃຕ້ ໂດຍບໍ່ຜ່ານກະຊວງແຮງງານ ແລະສວັດດີການສັງຄົມ ແມ່ນຜິດຕໍ່ດໍາຣັຖເລຂທີ່ 245/ລບ ລົງວັນທີ່ 22 ພຶສພາ 2022 ວ່າດ້ວຍ ການຈັດສົ່ງແຮງງານລາວ ໄປເຮັດວຽກຢູ່ຕ່າງປະເທດ ມາດຕຣາ ທີ່ 12 ແລະການກະທໍາດັ່ງກ່າວ ຍັງຜິດຕໍ່ຂໍ້ຕົກລົງ ວ່າດ້ວຍ ດ້ານການຄຸ້ມຄອງວິສາຫະກິຈ ບໍຣິການຈັດຫາງານ ສບັບເລຂທີ່ 1050 ກະຊວງແຮງງານ ແລະ ສວັດດີການສັງຄົມ ລົງວັນທີ່ 25 ມິນາ 2022 ມາດຕຣາ ທີ່ 51 ຈະຖືກກ່າວເຕືອນປັບໃໝ ແລະຖອນໃບທະບຽນ ວິສາຫະກິຈ ຮ້າຍແຮງແມ່ນ ຈະໄດ້ດໍາເນີນຕາມລະບຽບກົດໝາຍ.
ປັດຈຸບັັນ ໃນປະເທດລາວ ມີບໍຣິສັດຈັດຫາງານ ທີ່ຖືກຕ້ອງຕາມກົດໝາຍ ທີ່ຜ່ານກະຊວງແຮງງານ ແລະ ສວັດດີການສັງຄົມ ທັງໝົດ 33 ບໍຣິສັດ ແລະ ມີ 2 ບໍຣິສັດ ທີ່ໄດ້ຮັບອະນຸຍາດ ໃຫ້ສົ່ງຄົນງານລາວ ໄປປະເທດເກົາຫຼີໃຕ້ ຄື: ບໍຣິສັດສວັນ ບໍຣິການຈັດຫາງານ ແລະບໍຣິສັດໄອຈ໊ອບ ບໍຣິການຈັດຫາງານ.
ອີງຕາມການຣາຍງານ ຂອງຍານາງ ອານຸສອນ ຄໍາສິງສະຫວັດ ຫົວໜ້າກົມການຈັດຫາງານ ກະຊວງແຮງງານ ແລະ ສວັດດີການສັງຄົມ ໄດ້ຣາຍງານ ຫວ່າງວັນທີ່ 26 ພຶສພາ 2022 ວ່າ ຕ້ອງການຄົນງານລາວ ໄປເຮັດວຽກໃນປະເທດເກົາຫຼີໃຕ້ ໃນຣະບົບໄລຍະຍາວ 3-5 ປີ ຫຼື ຣະບົບ ESP ຈໍານວນ 500-1,000 ຄົນຕໍ່ປີ ແລະ ລະບົບໄລຍະສັ້ນ 3-6 ເດືອນ ຫຼື ລະບົບ SW ຫຼາຍກວ່າ 1,000 ຄົນຕໍ່ເດືອນ.