ປ້ຳນ້ຳມັນ ສ່ວນນຶ່ງ ຂາຍແພງກວ່າ ທີ່ກຳນົດ

ສຸພັດຕາ
2022.06.29
ປ້ຳນ້ຳມັນ ສ່ວນນຶ່ງ ຂາຍແພງກວ່າ ທີ່ກຳນົດ ຫົວຈ່າຍນ້ຳມັນເຊື້ອເພີງ ປະເພດນ້ຳມັນແອັດຊັງ ທີ່ປ້ຳນ້ຳມັນແຫ່ງນຶ່ງ ໃນນະຄອນຫຼວງພຣະບາງ (TS), ວັນທີ 01 ມິຖຸນາ ປີ 2022.
RFA

ໃນໄລຍະບໍ່ດົນມານີ້ ປໍ້ານໍ້າມັນຣາຍຍ່ອຍຫຼາຍປໍ້າ ຢູ່ລາວ ຖືກທາງການລາວ ສັ່ງໂຈະກິຈການຊົ່ວຄາວ ເນື່ອງຈາກຂາຍນ້ໍາມັນເຊື້ອເພີງ ເກີນລາຄາ ຈາກທີ່ກະຊວງອຸດສາຫະກັມ ແລະການຄ້າກໍານົດ ປະມານ 2 ພັນ 3 ພັນກີບຕໍ່ລິດ.

ໂຕຢ່າງທີ່ 1 ໃນວັນທີ່ 27 ມິຖຸນາ 2022 ນີ້ ຜແນກອຸດສາຫະກັມ ແລະ ການຄ້າ ແຂວງຫຼວງນ້ຳທາ ກໍໄດ້ອອກແຈ້ງການ ສັ່ງໂຈະ ການເຄື່ອນໄຫວ ດໍາເນີນທຸຣະກິຈ ຂອງປໍ້ານໍ້າຣາຍຍ່ອຍ Star oil 3 ປ້ຳ ຊົ່ວຄາວ ຢູ່ເມືອງຫຼວງນ້ຳທາ ຍ້ອນເຈົ້າຂອງປໍ້າດັ່ງກ່າວ ຂາຍນໍ້າມັນເຊື້ອເພີງ ເກີນລາຄາ ທີ່ທາງການກໍານົດໃນແຕ່ລະໄລະຍະ, ອີງຕາມການຣາຍງານ ຂອງວິທຍຸຊາວໜຸ່ມລາວ (Lao Youth Radio Station).

ແລະ ໂຕຢ່າງທີ່ 2 ໃນວັນທີ່ 21-28 ມິຖຸນາ​ 2022 ນີ້,​ ຄະນະຮັບຜິດຊອບກວດກາ ການນໍາເຂົ້ານໍ້າມັນເຊື້ອເພີງ ແຂວງຈໍາປາສັກ​ ພ້ອມກັບເຈົ້າໜ້າທີ່ ພາກສ່ວນທີ່ກ່ຽວຂ້ອງ ໄດ້ລົງເຄື່ອນໄຫວ ກວດກາປ້ໍານ້ໍາມັນເຊື້ອເພີງຣາຍຍ່ອຍ ຈໍານວນ 17 ປ້ໍາ ແລະ ພົບເຫັນ 7 ປໍ້າ ທີ່ຂາຍນໍ້າມັນເຊື້ອເພີງ ເກີນລາຄາທີ່ທາງການກໍານົດ ເຊິ່ງເຈົ້າໜ້າທີ່​ ກໍໄດ້ເຮັດບົດບັນທືກ​, ສຶກສາອົບຮົມ​ ແລະ​ ກ່າວເຕືອນ​ ພ້ອມທັງປັບໃໝຕາມລະບຽບການ ທີ່ລະບຸໄວ້ ໃນ​ ດໍາຣັຖ ຂອງນາຍົກຣັຖມົນຕຣີ ເລຂທີ ​331/ນຍ, ລົງວັນທີ 27​ ຕຸລາ​ 2017 ແລະ ໄດ້ໜີບກົ່ວ ຫົວຈ່າຍນໍ້າມັນໄວ້ ບໍ່ໃຫ້ຂາຍ ຈົນກວ່າວ່າ ຜູ້ປະກອບການທີ່ລະເມີດນັ້ນ ໄດ້ຈ່າຍຄ່າປັບໃໝ ຖືກຕ້ອງຄົບຖ້ວນ ແລະ ຕ້ອງຂາຍນໍ້າມັນ ຕາມລາຄາທີ່ທາງການກໍານົດໄວ້ໃນແຕ່ລະໄລຍະ ຈຶ່ງຈະສາມາດຈໍາໜ່າຍນໍ້າມັນໄດ້.​ ອີງຕາມການລາຍງານ ຂອງ ໜັງສືພິມຈຳປາໃໝ່ ໃນວັນທີ່ 29 ມິຖຸນາ 2022.

ກ່ຽວກັບເຣື່ອງ ທີ່ການລາວ ສັ່ງໂຈະກິຈການ ປໍ້ານໍ້າມັນຣາຍຍ່ອຍ ຫຼາຍປໍ້າຊົ່ວຄາວນີ້ ກໍເນື່ອງຈາກວ່າ ປໍ້ານໍ້າມັນເຫຼົ່ານັ້ນ ຂາຍນໍ້າມັນເຊື້ອເພີີງ ເກີນລາຄາທີ່ທາງການກໍານົດ ປະມານ 2 ຫາ 3 ພັນກີບຕໍ່ລິດ.

ດັ່ງເຈົ້າໜ້າ ຜແນກອຸດສາຫະກັມ ແລະການຄ້າ ຢູ່ແຂວງພາກເໜືອ ຜູ້ບໍ່ປະສົງອອກຊື່ ແລະ ຕໍາແໜ່ງ ທ່ານນຶ່ງ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນວັນທີ 29 ມິຖຸນາ 2022 ນີ້ວ່າ:

“ປະມານ 2, 3 ພັນກີບນີ້ແຫຼະ ຕົກໃສ່ເງິນບາດນີ້ ກະຊິປະມານ 4 ບາດ, 5 ບາດ ແຕ່ພວກເຮົາ ກໍມີມາຕການສັ່ງໂຈະ ບໍຣິສັດ ຈັ່ງຊິນໍາເຂົ້າຣາຍຍ່ອຍ ຈາກອັນນ່າ ຄືຊິແມ່ນຢູ່ເມືອງໄທຍເນາະ ທີ່ເຂົາມາຮັບ ກໍອັດຕຣາເຣດສູງ ອັດຕຣາແລກປ່ຽນຫັ້ນນ່າ ເປັນບັນຫາວ່າ ແລກປ່ຽນເງິນຢູ່ທະນາຄານບໍ່ໄດ້ ໄດ້ຊື້ຂ້າງນອກຫັ້ນນ່າ ເງິນຕຣາຕ່າງປະເທດ ແລ້ວໄປຊື້ຢູ່ຝັ່ງນັ້ນ ມັນກໍສູງຂຶ້ນ.”

ທ່ານກ່າວຕື່ມວ່າ ເຈົ້າໜ້າທີ່ກວດກາ ການຄ້າ ຫ້ອງການອຸດສາຫະກັມການຄ້າເມືອງ ຈະສົມທົບກັບ ຜແນກອຸດສາຫະກັມ ແລະການຄ້າແຂວງ ລົງກວດກາ ປໍ້ານໍ້າມັນເຊື້ອເພີງຣາຍຍ່ອຍ ຂອງຣັຖວິສາຫະກິຈ ນໍ້າມັນເຊື້ອເພີງລາວ ທີ່ຂາຍນໍ້າມັນເຊື້ອເພີງ ຕ່າງຈາກລາຄາທີ່ອົງການຄຸ້ມຄອງ ທຸຣະກິຈນໍ້າມັນເຊື້ອເພີງກໍານົດ ຈະຖືກປັບໃໝ ເປັນເງິນຈໍານວນ 5 ລ້ານກີບ ຕາມຂໍ້ທີ່ 4 ມາດຕຣາ 82 ຂອງດໍາຣັຖ ສບັບເລຂທີ່ 331/ນຍ ລົງວັນທີ່ 27 ຕຸລາ 2017.

ຢ່າງໃດກໍຕາມ ເຖິງແມ່ນວ່າ ປໍ້ານໍ້າມັນເຊື້ອເພີງຣາຍຍ່ອຍ ໃນຫຼາຍພື້ນທີ່ ຈະທະຍອຍເປີດໃຫ້ບໍຣິການເພີ່ມຂຶ້ນ ແຕ່ຊາວລາວ ໂດຍສະເພາະ ໃນພື້ນທີ່ເຂດໂຕເມືອງ ຍັງຈໍາເປັນ ຕ້ອງໄດ້ຕໍ່ຄິວຊື້ນໍ້າມັນ ຍ້ອນຍັງມີປໍ້ານໍ້າມັນເຊື້ອເພີງ ອີກຈໍານວນຫຼາຍ ທີ່ຍັງບໍ່ທັນມີຄວາມພ້ອມ ທີ່ຈະເປີດໃຫ້ບໍຣິການ ເນື່ອງຈາກຕົ້ນທຶນ ໃນການຊື້ນໍ້າມັນມາຂາຍ ຂ້ອນຂ້າງສູງ ແລະບໍ່ຄຸ້ມທຶນ ໃນກໍຣະນີ ທີ່ຕ້ອງຂາຍຕາມລາຄາ ທີ່ທາງການກໍານົດ.

ດັ່ງເຈົ້າຂ້ອງ ປໍ້ານໍ້າມັນເຊື້ອເພີງ ຣາຍຍ່ອຍ ຢູ່ນະຄອນຫຼວງພຣະບາງ ທ່ານນຶ່ງ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ດຽວກັນນີ້ວ່າ:

“ຍັງລຽນຢູ່ ຫຼາຍແຂວງຍັງລຽນຢູ່ ສ່ວນຫຼາຍ ກໍໃນໂຕເມືອງນີ້ແຫຼະລຽນ ບໍ່ມີນໍ້າມັນນີ້ແຫຼະ ປໍ້າປິດຫວາ ບໍ່ທັນໄດ້ນໍ້າມັນ ແຕ່ບາງທີ ກໍໄດ້ລາຄາແພງ ແຕ່ແບບວ່າ ບໍ່ຊື້ຜ່ານບໍຣິສັດ ແມ່ນໆ ມັນແພງນໍາເຣດເງິນ ມັນກໍຂາຍເກີນ ທາງການກໍານົດ ປະມານ 2 ພັນ 3 ພັນກີບ ກໍຂໍໃຫ້ຂາຍ ຕາມທາງການຫັ້ນແຫຼະ ແຕ່ວ່າ ເຮົາກະຂາດທຶນເດ້ ບໍ່ມີເງິນຕຣາຕ່າງປະເທດເດ້.”

ທ່ານກ່າວຕື່ມວ່າ ສາເຫດທີ່ເຮັດໃຫ້ ປໍ້ານໍ້າມັນຣາຍຍ່ອຍ ຈໍາເປັນຕ້ອງຂາຍ ນໍ້າມັນເຊື້ອເພີງເກີນລາຄາ ຈາກທີ່ ທາງການກໍານົດນັ້ນ ເປັນຍ້ອນພວກເຂົາເຈົ້າ ຕ້ອງນໍາເງິນກີບ ໄປແລກປ່ຽນເອົາເງິນຕຣາຕ່າງປະເທດ ຈາກຮ້ານແລກປ່ຽນ ເງິນຕຣາຂອງເອກຊົນ ທີ່ໃຫ້ເຣດເງິນກີບ ຂ້ອນຂ້າງຕໍ່າ ເນື່ອງຈາກທະນາຄານ ແຫ່ງ ສປປ ລາວ ບໍ່ທັນມີເງິນຕຣາ ຕ່າງປະເທດພຽງພໍ ໃຫ້ຜູ້ປະກອບການ ປໍ້ານໍ້າມັນຣາຍຍ່ອຍ ສາມາດແລກປ່ຽນ ເພື່ອຊື້ນໍ້າມັນ ທີ່ນໍ້າເຂົ້າມາ ຈາກຕ່າງປະເທດໄດ້.

ໃນຂະນະດຽວກັນ ການຂົນສົ່ງນໍ້າມັນເຊື້ອເພີງ ໂດຍສະເພາະ ໃນພື້ນທີ່ເຂດນອກ ແລະຫ່າງໄກສອກຫຼີກ ພາຍໃນເມືອງ ແລະແຂວງຕ່າງໆ ພັດມີຕົ້ນທຶນສູງກວ່າ ການຂົນສົ່ງນໍ້າມັນເຊື້ອເພີງ ໃນເຂດໂຕເມືອງ.

ດັ່ງເຈົ້າຂອງປໍ້າ ນໍ້າມັນຣາຍຍ່ອຍ ຢູ່ເມືອງວັງວຽງ ແຂວງວຽງຈັນ ນາງນຶ່ງ ກ່າວວ່າ:

“ກໍແມ່ນລາຄາ ຄືຕາມທີ່ຣັຖບານ ເພິ່ນກໍານົດໃຫ້ ຕ່າງແຂວງ ເວົ້າເຣື່ອງການຂົນສົ່ງ ການລໍາລຽງນໍ້າມັນໄປ ອາຈຍັງບໍ່ທົ່ວເຖິງ ເຮັດໃຫ້ມີບາງປໍ້າ ທີ່ຂາຍບໍ່ຕາມເກນທີ່ທາງຣັຖບານ ກໍານົດໃຫ້ຫັ້ນນ່າ ກໍຄືທີ່ຮູ້ກັນຫັ້ນນ່າເນາະ ວ່າບ້ານເຮົາ ສະພາບພູມສັນຖານ ມັນຂ້ອນຂ້າງເປັນພູສງ ເຮັດໃຫ້ການຂົນສົ່ງສິນຄ້າ ແລ້ວກໍການລໍາລຽງຕ່າງໆ ມັນອາຈຕ້ອງໃຊ້ເວລາ ອາຈບໍ່ຄືປະເທດອື່ນ.”

ປັດຈຸບັນ ປໍ້ານໍ້າມັນເຊື້ອເພີງ ທີ່ເປີດໃຫ້ບໍຣິການ ແລະສາມາດຂາຍນໍ້າມັນຕາມລາຄາ ທີ່ທາງການກໍານົດໄດ້ນັ້ນ ສ່ວນຫຼາຍ ແມ່ນເປັນປໍ້ານໍ້າມັນຂນາດໃຫຍ່ ເປັນຕົ້ນ: ປໍ້ານໍ້າມັນທີ່ຄຸ້ມຄອງໂດຍ ຣັຖວິສາຫະກິຈ ນໍ້າມັນເຊື້ອເພີງລາວ ແລະປໍ້ານໍ້າມັນ ປຕທ.

ດັ່ງຊາວບ້ານ ຢູ່ນນະຄອນຫຼວງພຣະບາງ ນາງນຶ່ງ ກ່າວວ່າ:

“ປໍ້າທີ່ເປັນເອກກະຊົນ ຈະຍັງບໍ່ເປີດ ເປັນປໍ້າຂອງຣັຖ ຈະເປີດໝົດທຸກປໍ້າແລ້ວ ເອກກະຊົນ ມັນໜ້າຈະຂຶ້ນກັບບຸກຄົນເນາະ ເຂົາອາຈບໍ່ມີເງິນ ທີ່ວ່າເປັນເງິນສົດ ເປັນເງິນໂດລ້າຣ໌ໄປຊື້ ປະມານນີ້ຫັ້ນນ່າ ອີງຢ່າງກະ ເຣດເງິນມັນຂຶ້ນສູງຫຼາຍ ແລ້ວຂະເຈົ້າບໍ່ມີຄວາມສາມາດເປີດ ແລ້ວຖ້າເປັນປໍ້ານ້ອຍໆ ຂະເຈົ້າຈະບໍ່ໄດ້ເປີດເທື່ອເນາະ ແຕ່ປໍ້າຣັຖນີ້ ກໍຈະເບິດທຸກປໍ້າແລ້ວ.”

ໃນໄລຍະສັປດາ ທີ່ຜ່ານມາ ມີຊາວລາວຈໍານວນນຶ່ງ ນໍານໍ້າມັນເຊື້ອເພີງ ມາແບ່ງໃສ່ຕຸກຂນາດນ້ອຍ ສ່ວນນຶ່ງແມ່ນມີການໃສ່ສີ ແລະທາດແຫຼວອື່ນ ທີ່ບໍ່ແມ່ນນໍ້າມັນ ລົງປົນກັບນໍ້າມັນ ເຮັດໃຫ້ຄຸນນະພາບຂອງນໍ້າມັນເຊື້ອເພີງ ຫຼຸດລົງ ຈາກນັ້ນ ກໍນໍາມາວາງຂາຍຢູ່ແຄມທາງ ໃນເຂດໂຕເມືອງ.

ດັ່ງຊາວບ້ານ ຢູ່ເມືອງໄຊນີ ນະຄອນຫຼວງວຽງຈັນ ທ່ານນຶ່ງ ກ່າວວ່າ:

“ສ່ວນຫຼາຍກະພວກເຂົາຊື້ໄປຂາຍຢູ່ ເປັນກະຕຸກ ເປັນຈັ່ງຊີ້ຫັ້ນນ່າເນາະ ແມ່ນໆ ບໍ່ເຄີຍຊື້ຈັກເທື່ອ ເພາະມັນບໍ່ຮູ້ວ່າ ຄຸນນະພາບມັນເປັນແນວໃດ ວ່າຂະເຈົ້າຊື້ໄປແລ້ວ ຊິໄປເຮັດແນວໃດ ກໍບໍ່ເຄີຍໃຊ້ ກໍມັນກໍມີແຕ່ຂ່າວແບບນີ້ຢູ່ ແຕ່ກະແນ່ໃຈ ວ່າມັນຂ່າວແທ້ ຫຼືຂ່າວປອມ.”

ຫຼ້າສຸດນີ້ ກະຊວງອຸດສາຫະກັມ ແລະການຄ້າ ກໍໄດ້ອອກແຈ້ງການ ສບັບເລຂທີ່ 0703/ອຄ.ກຄພນ ລະບຸວ່າ ໃນວັນທີ່ 24 ມິຖຸນາ 2022 ເລີ່ມແຕ່ເວລາ 6 ໂມງເຊົ້າເປັນຕົ້ນໄປ ຈະປັບຂຶ້ນລາຄານໍ້າມັນຊັງທັມມະດາ ຈາກ 20,160 ກີບ ເປັນ 21,410 ກີບຕໍ່ລິດ, ແອັດຊັງພິເສດ ປັບຂຶ້ນຈາກ 28,430 ຂຶ້ນເປັນ 30,250 ກີບຕໍ່ລິດ ແລະກາຊ້ວນ ປັບຂຶ້ນຈາກ 20,260 ກີບ ຂຶ້ນເປັນ 22,180 ກີບຕໍ່ລິດ ເຊິ່ງຖືວ່າເປັນແຈ້ງການ ປັບຂຶ້ນລາຄານໍ້າມັນເຊື້ອເພີງ ເປັນຄັ້ນທີ່ 15 ຂອງປີ 2022 ໃນຂະນະທີ່ ກ່ອນໜ້ານີ້ ໃນປີ 2021 ກະຊວງອຸດສາຫະກັມ ແລະການຄ້າ ໄດ້ອອກແຈ້ງການ ປັບຂຶ້ນລາຄານໍ້າມັນ ໃນທົ່ວປະເທດ ເປັນຈໍານວນ 18 ຄັ້ງ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.