ເຣື້ອງທີ່ເກັບບັນທຶກໄວ້
2022-09-16
ມີການອອກມາຊີ້ແຈງ ກ່ຽວກັບການເກັບຄ່າຈອດຣົຖ ທີ່ໜ້າສະຖານີຣົຖໄຟ ລາວ-ຈີນ ນະຄອນຫຼວງວຽງຈັນ ເມື່ອວັນທີ 16 ກັນຍາ 2022 ແລະ ຍຸຕິ ການເກັບເງິນ ຣົຖທີ່ໄປ ສົ່ງ-ຮັບ ຜູ້ໂດຍສານ ພາຍຫຼັງທີ່ມີປະຊາຊົນ ຜູ້ໃຊ້ບໍຣິການ ຈຳນວນຫຼາຍ ວິພາກ, ວິຈານ ຕໍ່ກັບກໍຣະນີການເກັບເງິນ.
2022-09-15
ຄົນຂໍທານ, ຄົນເລ້ລ້ອນ ແລະຄົນເສັຽຈິຕ ທີ່ເພີ່ມຂຶ້ນ ເຮັດໃຫ້ ຜແນກແຮງງານ ແລະສວັດດີການສັງຄົມ ແຂວງຈໍາປາສັກ ອອກແຈ້ງການ ຄຸ້ມຄອງຄົນເຫຼົ່ານັ້ນ ເພື່ອຮັກສາພາບພົດ ຂອງນະຄອນປາກເຊ ຊຶ່ງໄດ້ແຕ່ ຈັບໄປໄວ້ບ່ອນເຕົ້າໂຮມ ຄົນປະເພດນີ້ ແລະຍັງບໍ່ເຫັນແນວທາງ ແກ້ໄຂໃນໄລຍະຍາວ.
2022-09-15
ສູນກາງຊາວໜຸ່ມ ປະຊາຊົນປະຕິວັດລາວ ອອກແຈ້ງການ ທີ່ມີຄວາມໝາຍວ່າ ຫ້າມບໍ່ໃຫ້ກຸ່ມຄົນ ຫລາກຫລາຍທາງເພດ ຈັດງານປະກວດ ເລືອກນາງງາມ ແລະຊາຍງາມ, ເຮັດໃຫ້ຊາວລາວ ຫລາຍຄົນບໍ່ເຫັນດີນໍາ ການປະກາດຫ້າມດັ່ງກ່າວ.
2022-09-15
ການຣົຖໄຟ ແຫ່ງປະເທດໄທຍ ແລະຣົຖໄຟແຫ່ງຊາຕລາວ ແຈ້ງການປ່ຽນມື້ເປີດ ບໍຣິການແລ່ນຣົຖໄຟໂດຍສານ ລະຫວ່າງປະເທດ ໃນວັນທີ່ 16 ກັນຍາ 2022 ໄປເປັນວັນທີ່ 1 ຕຸລາ 2022 ຍ້ອນທາງ ສປປ ລາວ ຍັງບໍ່ຄວາມພ້ອມ ໃນດ້ານລະບົບ ການບໍຣິການຕ່າງໆ.
2022-09-15
ຊາວຄຣິສຕຽນລາວ ຈໍານວນນຶ່ງຢູ່ເມືອງເມິງ ແຂວງບໍ່ແກ້ວ ຖືກທາງການ ສຶກສາອົບຮົມ ໂດຍໃຫ້ເຫດຜົລວ່າ ພວກເຂົາເຈົ້າຫລົງຜິດ ແລະເຄື່ອນໄຫວ ທາງດ້ານສາສນາ ເກີນຂອບເຂດ ທີ່ໄດ້ຮັບອະນຸຍາດ, ເຮັດໃຫ້ຊາວຄຣິສຕຽນ ໃນລາວບໍ່ພໍໃຈ.
2022-09-14
ມີຜູ້ໃຊ້ເຟສບຸກ ທ່ານນຶ່ງໂພສຕ໌ ຂໍ້ຄວາມ ກ່ຽວກັບການປະກາດ ຫາຜູ້ສົນໃຈສມັກ ເຂົ້າເປັນທະຫານ ໃນນະຄອນຫຼວງວຽງຈັນ ໂດຍອ້າງວ່າ ຜູ້ເປັນພໍ່ສາມາດ ແລ່ນເອົາເຂົ້າ ເປັນທະຫານໄດ້ ຂະນະທີ່ປະຊາຊົນ ຢາກໃຫ້ພາກສ່ວນ ທີ່ກ່ຽວຂ້ອງ ເອົາໃຈໃສ່ແກ້ໄຂ ບັນຫານີ້ ຢ່າງຈິງຈັ່ງ.
2022-09-14
ທາງການລາວ ຮ່ວມມືກັບ ບໍຣິສັດ ສວັນວາຍຸ ພລັງງານສະອາດ ຈຳກັດ ຂອງເອກຊົນລາວ ແລະບໍຣິສັດ LMT Lao ຈາກປະເທດວຽດນາມ ພັທນາໂຄງການໄຟຟ້າ ພລັງງານລົມ ທີ່ມີກຳລັງການຜລິຕ 1,200 ເມກາວັຕ ໃນຈຸດສຸມລາໂກ ເມືອງເຊໂປນ ແຂວງສວັນນະເຂດ ເພື່ອຂາຍໃຫ້ວຽດນາມ.
2022-09-14
ເມື່ອວັນທີ່ 9 ກັນຍາ ທີ່ຜ່ານມາ ຣັຖວິສາຫະກິຈໄຟຟ້າລາວ ສາຂາແຂວງຫຼວງພຣະບາງ ແຈ້ງເຕືອນໃຫ້ປະຊາຊົນ ຈ່າຍຄ່າໄຟຟ້າພາຍໃນວັນທີ່ 25 ຂອງທຸກເດືອນ ແລະຖ້າຫາກ ບໍ່ປະຕິບັດຕາມ ເຈົ້າໜ້າທີ່ ຈະດໍາເນີນການຕັດກະແສໄຟຟ້າ ຂະນະທີ່ປະຊາຊົນ ຢາກໃຫ້ມີນະໂຍບາຍ ຫລຸດຜ່ອນເງື່ອນໄຂນີ້ລົງ ເພາະເສຖກິຈ ຝຶດເຄືອງ.
2022-09-14
ບໍຣິສັດ ຣົຖໄຟລາວ-ຈີນ ຈຳກັດ ເຣີ່ມເກັບຄ່າບໍຣິການ ຝາກຣົຖ ແລະຄ່າຜ່ານເຂົ້າໄປ ຮັບ-ສົ່ງ ຜູ້ໂດຍສານ ຢູ່ສະຖານີຣົຖໄຟ ນະຄອນຫຼວງວຽງຈັນ, ຣົຖທຸກຄັນ ທີ່ແລ່ນເຂົ້າສະຖານີ ຣົຖໄຟດັ່ງກ່າວ ເຖິງແມ່ນວ່າ ຈະໄປຈອດສົ່ງ ຫຼືຮັບ ຜູ້ໂດຍສານເທົ່ານັ້ນ ກໍຕ້ອງໄດ້ເສັຍຄ່າບໍຣິການ 10,000 ກີບຕໍ່ຄັ້ງ.
2022-09-13
ຣັຖບານຍີ່ປຸ່ນ ສນັບສນູນ ການສ້າງສູນຊ່ອຍເຫຼືອ ແມ່ຍິງແລະເດັກນ້ອຍ ທີ່ໄດ້ຮັບຜົລກະທົບ ຈາກການໃຊ້ຄວາມຮຸນແຮງ ທາງກາຍ, ທາງຈິຕໃຈ, ທາງເພດ ແລະທາງຊັບສິນ ຢູ່ແຂວງຈຳປາສັສັກ, ແຂວງບໍຣິຄໍາໄຊ ແລະແຂວງອັດຕະປື ໂດຍຜ່ານກອງທຶນ ປະຊາກອນ ແຫ່ງສະຫະປະຊາຊາຕ ຫຼື United Nations Population Fund (UNFPA).
2022-09-13
ຜູ້ປົກຄອງເປັນຫວ່ງ ລູກຫລານ ຕໍ່ກັບບັນຫາ ຢາເສບຕິດຮູບແບບໃໝ່ ກຳລັງຣະບາດ ຕາມສະຖານທີ່ບັນເທິງ ໃນປະເທດລາວ ຂະນະທີ່ ພາກສ່ວນທີ່ກ່ຽວຂ້ອງ ກຳນົດວິທີການ ທີ່ຈະກຳຈັດຢາເສບຕິດ ໃນສັງຄົມລາວ ແຕ່ຄວາມເປັນຈິງ ກໍບໍ່ແມ່ນເຣື່ອງງ່າຍ ດັ່ງທີ່ມີຂ່າວ ການຍຶດຢາເສບຕິດ ເປັນປະຈຳ.
2022-09-13
ເມືອງໄຊທານີ ນະຄອນຫລວງວຽງຈັນ ເກັບກູ້ປ້າຍໂຄສະນາເກົ່າ ແລະບໍ່ໄດ້ຮັບອະນຸຍາດ ຢູ່ຕາມຖນົນສາຍຕ່າງໆ 61 ປ້າຍ ຂະນະທີ່ປະຊາຊົນ ຢາກໃຫ້ກວດກາປ້າຍ ພາສາຕ່າງປະເທດ ເປັນຕົ້ນພາສາຈີນ ທີ່ເຮັດບໍ່ຖືກຕ້ອງ ຕາມກົດໝາຍ ຂອງລາວນໍາດ້ວຍ.
2022-09-13
3 ປີ ແລ້ວ ທີ່ຍານາງ ຮວາຍເຮືອງ ໄຊຍະບູລີ ຫຼື ໝວຍ ຊາວລາວ ໃນແຂວງຈໍາປາສັກ ຖືກທາງການລາວ ຄວບຄຸມໂຕ ໃນຂະນະທີ່ ໝູ່ເພື່ອນຂອງ ຍານາງ ແລະຊາວລາວຈໍານວນນຶ່ງ ຕ້ອງການໃຫ້ທາງການລາວ ປ່ອຍໂຕ ຍານາງໝວຍ ໃຫ້ເປັນອິສຣະ ເຖິງແມ່ນວ່າ ຈະເປັນໄປໄດ້ຂ້ອນຂ້າງ ຍາກກໍຕາມ.
2022-09-13
ຜູ້ນຳລາວ ສົ່ງສານສແດງ ຄວາມເສົ້າສລົດໃຈ ຕໍ່ການສວັນນະຄົຕ ຂອງສົມເດັຈພຣະຣາຊີນີ ເອລີຊາເບັທ ທີ II ແຫ່ງສະຫະຣາຊອານາຈັກ ແຕ່ຊາວລາວສ່ວນໃຫຍ່ ບໍ່ຮູ້ຈັກປວັດ ຂອງສົມເດັຈ ຈຶ່ງບໍ່ມີຄວາມເສັຍໃຈ ນຳປານໃດ.
2022-09-12
ສະຖາບັນສາກົນ ຈັດອັນດັບ ຄວາມໜ້າເຊື່ອຖື ໃນການໃຊ້ໜີ້ ຂອງປະເທດລາວ ຢູ່ໃນອັນດັບ ທີ່ຂີ້ຮ້າຍກວ່າເກົ່າ ແລະ ປະເທດລາວ ຍັງຕົກຢູ່ໃນຄວາມສ່ຽງ ໄປອີກຢ່າງໜ້ອຍ 3 ປີ ຊຶ່ງ ສປປ ລາວ ຍັງພົບກັບບັນຫາເງິນເຟີ້, ຂາດເງິນສຳຮອງ (ເງິນຕຣາຕ່າງປະເທດ).