Moody’s ຈັດໃຫ້ ລາວເປັນປະເທດ ບໍ່ສາມາດ ຈ່າຍໜີ້ໄດ້

ອຸ່ນແກ້ວ
2022.09.12
Moody’s ຈັດໃຫ້ ລາວເປັນປະເທດ ບໍ່ສາມາດ ຈ່າຍໜີ້ໄດ້ ທ່ານ ບຸນໂຈມ ອຸບົນປະເສີດ ຣົຖມົນຕຣີ ກະຊວງການເງິນ.
KPL

ສະ​ຖາບັນ Moody’s ທີ່ເປັນສະຖານບັນ ຈັດອັນດັບຄວາມໜ້າເຊື່ອຖື ຂອງການຈ່າຍໜີ້ ໄດ້ຈັດອັນດັບປະເທດລາວ ເປັນປະເທດທີ່ບໍ່ມີຄວາມສາມາດໃຊ້ໜີ້ ໃຫ້ຫຼຸລົງໄປຕື່ມອີກ ຍ້ອນວ່າ ປະເທດລາວ ມີບັນຫາຂາດແຄນເງິນຣາ ຕ່າງປະເທດ ແລະ ເງິນຣາໃນປະເທດ ໃນໄລຍະຍາວ.  

ໃນ​ການເດືອນມິຖຸນາ 2022 ທີ່ຜ່ານມາ ຜແນກຝ່າຍນັກລົທຶນຂອງສະຖາບັນ Moody’s ໄດ້ຈັດອັນດັບປະເທດລາວ ໃຫ້ຢູ່ໃນອັນດັບ Caa3 ຈາກແຕ່ກ່ອນຢູ່ໃນອັນດັບ Caa2.

ແຕ່​ກ່ອນລາວ ຢູ່ໃນອັນດັບ Caa2 ກໍເປັນອັນດັບທີ່ ບໍ່ມີຄວາມສາມາດໃນການໃຊ້ໜີ້ຢູ່ແລ້ວ ແຕ່ມາຖືກຈັດຢູ່ໃນອັນດັບ Caa3 ກໍຍັງຍິ່ງຢູ່ໃນອັນດັບ ທີ່ຫຼຸດລົງ ຫຼືເປັນອັນດັບທີ່ ຂີ້ຮ້າຍກວ່າເກົ່າ.

ສະ​ຖາບັນ Moody’s ມີຫ້ອງການໃຫຍ່ ຕັ້ງຢູ່ປະເທດສະຫະຣັອາເມຣິກາ ແລະ ຍັງມີຫ້ອງການທີ່ເປັນໂຕແທນຕັ້ງຢູ່ຫຼາຍປະເທດ (ສຖາບັນ ຈັດອັນດັບ ຄວາມໜ້າເຊື່ອຖື).

ສະ​ບັນ Moody’s ໄດ້ຣາຍງານວ່າ ການຕັດສິນໃຈ ຈັດອັນດັບໃຫ້ລາວ ລົງມາຢູ່ໃນລະດັບ Caa3 ນັ້ນສະທ້ອນໃຫ້ເຫັນເຖິງ ຄວາມສ່ຽງຂາດແຄນເງິນສົດ ແລະ ຄວາມບອບບາງ ທີ່ປະເທດລາວຕ້ອງຕົກເປັນໜີ້ລວມທັງ ຄວາມອ່ອນແອຂອງ ຣັບານລາວ ທີ່ເຮັດໃຫ້ເກີດຄວາມ​​ສ່ຽງຫຼາຍຂຶ້ນ

ໃນ​ການແກ້ໄຂບັນຫາ ທາງດ້ານການເງິນ, ປະເທດລາວ ກໍຍັງເພິ່ງພາອາສັຍ ການຄ້າພາຍໃນ ແລະ ຕ່າງປະເທດ ຫຼາຍຂຶ້ນກວ່າເກົ່າ ເຊິ່ງຈະສົ່ງຜົເຮັດໃຫ້ ມີການເປີດເຜີຍໂຕເອງ ຕໍ່ລາດທາງການຄ້າ ຫຼາຍຂຶ້ນ.

ປະ​ເທດລາວ ຂາດດຸນງົບປະມານປະຈຳປີ ແລະ ງົບປະມານພາຍນອກ ສົ່ງຜົເຮັດໃຫ້ມີການ​​ຂາດດຸນ ງົບປະມານ ແລະ ຂາດດຸນທາງບັນຊີ ໃນປັດຈຸບັນ ແບບເປັນຕ່ອງໂສ້ກັນ.

ເຖິງ​ວ່າ ປະເທດລາວ ໄດ້ເປີດໃຊ້ເສັ້ນທາງຣົໄຟ ລາວ-ຈີນ ຢ່າງເປັນທາງການ ແລະ ຈະນຳໄປສູ່ການປັບປຸງທາງການຄ້າ ແລະ ການທ່ອງທ່ຽວ, ແຕ່ ຄວາມສ່ຽງ ທີ່ປະເທລາວ ຈະຜິດນັດການຈ່າຍໜີ້ ກໍຍັງມີສູງຍ້ອນການບໍຣິຫານງານທີ່ອ່ອນແອ.

ສະ​ຖານັບ​ Moody’s ຍັງຣາຍງານວ່າ ປະເທດລາວ ຍັງມີຄວາມສ່ຽງທີ່ຈະຂາດແຄນເງິນທຶນ ເປັນເວລາຢ່າງໜ້ອຍ 3 ປີ ໃນຕໍ່ໜ້າ.

ລາວປ​ສົບບັນຫາ ການແຜ່ຣະບາດຂອງ ໂຄວິດ-19 ເປັນເວລາ 2 ປີ ປາຍ ທີ່ເຮັດໃຫ້ເສກິຂອງປະເທດຕ້ອງຢຸດສະງັກໄປ.  

ອີກ​ປັດໄຈນຶ່ງກໍຄືປະເທດລາວ ປະເຊີນກັບບັນຫາພັຍເງິນເຟີ ຢ່າງຕໍ່ເນື່ອງ ນັບແຕ່ເດືອນມົກກະຣາ 2022 ຈົນມາເຖິງປັດຈຸບັນ ນັ້ນກໍເປັນປັດໄຈນຶ່ງທີ່ສົ່ງຜົຕໍ່ຄວາມສາມາດຂອງປະເທດລາວ ໃນການໃຊ້ໜີ້ຕ່າງປະເທດ.

ອີ​ງາມຂໍ້ມູນ ຈາກເວບໄຊ້ຕ໌ ຂອງທະຫານແຫ່ງ ສລາວ ພົບວ່າ ອັດຣາເງິນເຟີ ຂອງລາວສູງຂຶ້ນຢ່າງຕໍ່ເນື່ອງ:

  • ເດືອນ​ມົກກະຣາ ອັດຣາເງິນເຟີຂອງລາວ25 ເປີເຊັນ
  • ເດືອນ​ກຸມພາ ອັດຣາເງິນເຟີ31 ເປີເຊັນ
  • ເດືອນ​ມີນາ ອັດຣາເງິນເຟີ54 ເປີເຊັນ
  • ເດືອນ​ເມສາ ອັດຣາເງິນເຟີ86 ເປີເຊັນ
  • ເດືອນ​ພຶພາ81 ເປີເຊັນ
  • ເດືອນ​ມິຖຸນາ61 ເປີເຊັນ
  • ເດືອນ​ກໍຣະກະດາ62 ເປີເຊັນ
  • ເດືອນ​ສິງຫາ01 ເປີເຊັນ

ນັບ​ແຕ່ເດືອນມົກກະຣາ - ເດືອນສິງຫາ 2022, ສະເລັ່ຽແລ້ວ ເງິນກີບລາວເຟີ ໄດ້ເພີ່ມຂຶ້ນປະມານ 10 ເປີເຊັນ ໃນແຕ່ລະເດືອນ.

ລາ​ຄາ​ອາ​ຫານ ປະເພດເຂົ້າ, ລາ​ຄາຊີ້ນໝູ, ຊີ້ນງົວ, ເປັດ, ໄກ່ ແລະປາ ມີລາຄາແພງ ຢ່າງລະ 10 ພັນກີບຂຶ້ນໄປ ເມື່ອທຽບໃສ່ 2 ເດືອນຜ່ານມາ.

ກ່ຽວກັບເຣື່ອງນີ້ ຊາວນະຄອນຫຼວງວຽງຈັນ ຜູ້ນຶ່ງ ກ່າວຕໍ່ ວິທຍຸເອເຊັຽເສຣີ ວ່າ:

ຂຶ້ນຫຼາຍ ເຂົ້າແພງຫຼາຍ ອັນໃດກະອັນແພງເບິດ. ເຂົ້າໝື່ນ ນຶ່ງ 120,000 (ກີບຜ່ານມາຫວ່າງ ເດືອນ 6 ເດືອນ 7 ນ່າ, ດຽວນີ້ໝື່ນລະ 130,000, 150,000 (ກີບເຂົ້າໜຽວງາມນ່າ, ຊີ້ນໝູໂລ 65,000 ດຽວນີ້ນ່າ ເດືອນແລ້ວຜ່ານມານີ້ ໂລ 55,000 ກີບໂລ 50,000 ກີບ, ໄກ່ລາດ ໂລ 30,000 ກີບ ສອງເດືອນກ່ອນຜ່ານມານ່າ ມາຕົກມາດຽວນີ້ ໂລນຶ່ງ 42,000 ກີບ, ເປັດກະໂລນຶ່ງ 30,000 ກີບ ດຽວນີ້ນ່າ ແຕ່ກີ້ລະແມ່ນ ໂລ​ລະ 20,000 ກີບ, ປານິນ ໂລລະ 20,000 - 25,000 ກີບ ມາດຽວນີ້ ໂລລະ 35,000 ກີບ.”

ສ່ວນຊາວລາວອີກຜູ້ນຶ່ງ ໃນນະຄອນຫຼວງວຽງຈັນ ກ່າວວ່າ:

ກໍໄດ້ຮັບຜົລກະທົບໜັກສົມຄວນ ແລະ ຕາມການສັງເກດ ກໍເຫັນວ່າ ໃນໄລຍະນີ້ ຄົນລາວ ຈໍານວນບໍ່ໜ້ອຍ ພາກັນໃຊ້ຊີວິຕລໍາບາກຫຼາຍ ເພາະຫາເງິນຍາກຂຶ້ນ ຂະນະທີ່ລາຄານໍ້າມັນ ແລະສິນຄ້າທຸກຢ່າງ ກໍປັບລາຄາແພງຂຶ້ນຕໍ່ເນື່ອງ.

ທາງ​ການລາວ ໄດ້ປະກາດປັບຂຶ້ນລາຄານ້ຳມັນ ​​ໃນວັນທີ 2 ກັນຍາ 2022 ທີ່ຜ່ານມາ:

  • ແອັດ​ຊັງພິເສດ ຂຶ້ນຈາກ 25,752 ກີບ ຕໍ່ລິດ ມາເປັນ 25,870 ກີບ ຕໍ່ລິດ.
  • ແອັດ​ຊັງທັມມະດາ ຂຶ້ນຈາກ 19,240 ກີບ ຕໍ່ລິດ ມາເປັນ 19,950 ກີບ ຕໍ່ລິດ.
  • ກະ​ຊວນ ຂຶ້ນຈາກ 18,860 ກີບ ຕໍ່ລິດ ມາເປັນ 19,810 ກີບ ຕໍ່ລິດ.

ປະ​ເທລາວ ຕິດໜີ້ຕ່າງປະເທດ ເພີ່ມຂຶ້ນເປັນລຳດັບ ໂດຍສະເພາະນັບແຕ່ປີ 2010-2016 ເຊິ່ງເປັນປີທີ່ຣັບານ ມີການຢືມ​​ເງິນຕ່າງປະເທດຫຼາຍ.

ຂໍ້​ມູນຈາກທາງການລາວ ໄດ້ລະບຸວ່າ ໃນປີ 2022 ປະເທດລາວ ຕ້ອງຈ່າຍໜີ້ ມູນຄ່າ 1.2 ຕື້ໂດລ້າຣ໌ ແລະ ປີ 2023 ປະເທດລາວ ຕ້ອງໃຊ້ໜີ້ມູນ່າ 1.4 ຕື້ໂດລ້າຣ໌ ເຊິ່ງໃນນັ້ນປະມານ 70 ເປີເຊັຂອງຈຳນວນໜີ້ສິນດັ່ງກ່າວ ແມ່ນໜີ້ມາຈາກເງິນກູ້ຢືມ ແລະ ໜີ້ຂາຍພັທະບັດ.

ທ່ານ ບຸນ​ໂຈມອຸບົນປະເສີດຣົມົນຣີ ກະຊວງການເງິນ ໄດ້ກ່າວຢູ່ໃນກອງປະຊຸມ ສມັຍສາມັນເທື່ອທີ 3 ຂອງ​​ສະແຫ່ງຊາຕ ຊຸດທີ 9 ຫຼື ກອງປະຊຸມສະພາ ໃນວັນທີ 20 ມິຖຸນາ 2022 ຕອນນຶ່ງວ່າ:

ໃນປີ 2010 ເຮົາໃຊ້ໜີ້ຕ່າງປະເທດ ບໍ່ເກີນ 160 ລ້ານ ໂດລ້າຣ໌ສະຫະຣັ. ປົກຕິ ລາຍຮັບພາຍໃນເຮົາກະສາມາດປະຄັບປະຄອງໄດ້, ແຕ່ພວກເຮົາກະທົບແຮງເຣີ່ມແຕ່ປີ 2019 ຂຶ້ນມານີ້ ແມ່ນ 1,200 ລ້ານ ໂດລ້າຣ໌ສະຫະຣັຖ ຕໍ່ປີ ມາຮອດປີ 2022 ນີ້ລະແມ່ນ 1,400 ລ້ານໂດລ້າຣ໌ສະຫະຣັຕໍ່ປີ ສະເພາະໃຊ້ໜີ້ສິນຕ່າງປະເທດ.”

ທ່ານ ບຸນ​ໂຈມ ອຸບົນປະເສີດ ຍັງ​ກ່າວ​ຕື່ມ​ອີກວ່າ:

ເຈົ້າໜີ້ຕ່າງໆນີ້ ບໍ່ວ່າແຕ່ຝ່າຍໃດ ແມ່ນຖາມເຮົານີ້ວ່າ ເຈົ້າຈະເອົາຫຍັງມາຊຳລະ ໃນກໍລະນີເລື່ອນຊຳລະໃຫ້ ກະປີນັ້ນຈະເອົາຫຍັງມາຊຳລະ ອັນນັ້ນແມ່ນຄຳເຈາະຈີ້ມທີ່ເຂົາເຈົ້າຢາກໄດ້ນຳເຮົາທີ່ສຸດ ສຳລັບໜີ້ສິນຕ່າງປະເທດນີ້ ລະກະແຫຼ່ງລາຍຮັບທີ່ພວກເຮົາຈະຊອກຄົ້ນນີ້ ແມ່ສ່ວນໃຫຍ່ຈາກແຮ່ທາດນີ້ແຫຼະເປັນພື້ນຖານ.”

ນອກ​ຈາກນີ້, ຣັບານກໍອອກມາຍອມຮັບເອງວ່າ ປະເທດລາວເງິນຢູ່ໃນຄັງສະສົມບໍ່ມີ ໂດຍສະເພາະສະກຸນເງິນຣາຕ່າງປະເທດ ແລະ ເງິນຢູ່ໃນຄັງສຳຮອງ.   

ຂໍ້​ມູນ​ທະ​ນາ​ຄານ​ໂລກ ໃນ​ເດືອນ​ເມ​ສາ 2022 ໄດ້​ລະ​ບຸວ່າ ໃນ​ປີ 2019 ໜີ້​ສິນ​ສາ​ທາ​ຣະ​ນະ ​ຂອງ​ລາວກວມ​ເອົາ 68 ເປີ​ເຊັນ ຂອງລວມຍອດ​ຜ​ລິ​ຕ​ພັນ​ພາຍ​ໃນ ຫຼື GDP ເທົ່າ​ກັບ 12.5 ຕື້​ໂດ​ລ້າຣ໌ ສ່ວນ​ວ່າ ປີ 2021 ໜີ້​ສິ​ນ​ສາ​ທາ​ຣະ​ນະ ​ຂອງ​ລາວ ກວມ​ເອົາ 88 ເປີ​ເຊັນຂອງ GDP ເທົ່າ​ກັບ 14.5 ຕື້​ໂດ​ລ້າຣ໌.

ນັກ​ຄຳ​ນວນ ​ດ້ານ​ຄະ​ນິ​ຕສ​າ​ຕ ທ່ານ​ນຶ່ງ ທີ່ບໍ່​ປະ​ສົງ​ອອກ​ຊື່ ແລະ ສຽງ ໄດ້​ກ່າວ​ຕໍ່​ວິທຍຸເອ​ເຊັຽ​ເສ​ຣີ ວ່າ:

ມັນ​ກະ​ບໍ່​ລອດຫັ້ນແຫຼວ. ເປັນ​ໜີ້​ເຂົາ 88 ເປີ​ເຊັນ [ຂອງ GDP] ສົມ​ມຸດ​ວ່າ ມີ​ເງິນ​ 1,000,000 ລ້ານ ຕ້ອງ​ໄປ​ໃຊ້​ໜີ້​ເຂົ້າ 880,000​ ເຫຼືອພຽງ​ແຕ່ 120,000 ຫຼື 12 ເປີ​ເຊັນ ແລະ ຖ້າຫາກ​ທຽບ​ໃສ່​ລວມຍອດ​ຜ​ລິຕພັນ​ພາຍ​ໃນ ຫຼື GDP ມັນ​ກະ​ບໍ່​ລອດ​ຫັ້ນ​ແຫຼ.”

ນັກ​ຄຳ​ນວນ​ຄະ​ນິຕ​ສາ​ຕ ທ່ານນີ້ ກ່າວ​ຕື່ມ​ວ່າ: 

ຂັ້ນ​ໜີ້ 60-70 ເປີ​ເຊັນ ສ່ວນ​ທີ່​ເຫຼືອ 30-40 ເປີ​ເຊັນ ມັນ​ກະ​ຊິ​ພໍ​ຖູ​ໄຖໄປ ແຕ່ ຖ້າ​ໜີ້ 88 ເປີ​ເຊັນ ຫັນ​ໃຈ​ຝືດ.”

ໃນ​ຈຳ​ນວນ​ໜີ້​ສິນ 14.5 ຕື້​ໂດ​ລ້າຣ໌ ໃນ​ປີ 2021 ໜີ້​ສິນ​ໃນຂ​ແນງ​ການ​ໄຟ​ຟ້າ ​ກວມ​ເອົາ 4.35 ຕື້​ໂດ​ລ້າຣ໌ ຫຼື ເທົ່າ​ກັບ 30 ເປີ​ເຊັນ ອີງ​ຕາມຂໍ້​ມູນ ​ຈາກ​ທະ​ນາ​ຄານ​ໂລກ.

ກ່ຽວກັບການຊໍາລະໜີ້ສິນ,​ ນັກຂ່າວຕ່າງປະເທດ ເຄີຍຣາຍງານຂ່າວທາງດ້ານ ເສຖກິຈລາວ ແລະ ຕິດຕາມບັນຫາ ປະເທດລາວ ມາຫຼາຍປີ ໄດ້ກ່າວຕໍ່ວິທຍຸເອເຊັຽເສຣີ ວ່າ:

ທາງອອກທີ່ຣັຖບານລາວຈະເຮັດ ກໍຄື ຂໍເລື່ອນກໍາຊໍາລະໜີ້ສິນ ຫຼື ຂໍຍົກເລີກໜີ້ສິນ, ມີການແລກປ່ຽນໜີ້​ສິນ ລະຫວ່າງທນາຄານແຫ່ງ ສປປ ລາວ ແລະ ທນາຄານແຫ່ງ ສປ ຈີນ. ທະນາຄານແຫ່ງ ສປ ຈີນ ເອົາເງິນໃຫ້ທະນາຄານແຫ່ງ ສປປ ລາວ ຢືມ ມາເປັນຄັງສະສົມ ເພື່ອຈ່າຍໜີ້ ຫຼື ຈີນ ຈະເອົາເງິນກູ້ຢືມໃຫ້ລາວ ເພື່ອໃຊ້ໜີ້.

ນັກຂ່າວຕ່າງປະເທດ ທ່ານນີ້ ກ່າວຕື່ມວ່າ:

ບໍ່ວ່າທາງໃດ ກໍຕາມ ຈີນຈະຕັ້ງເງື່ອນໄຂ ເພື່ອເຂົ້າມາຄວບຄຸມລາວ ດ້ວຍການເຂົ້າມາເອົາຊັບສິນ ທີ່ເປັນຣັຖວິສາຫະກິຈໃດນຶ່ງ ຂອງລາວ ເພື່ອແລກກັບການທີ່ຈີນ ເອົາເງິນໃຫ້ລາວມາໃຊ້ໜີ້.”​

ສິ່ງທີ່ເກີດຂຶ້ນຜ່ານມາ ​ບໍ​ຣິ​ສັດ​ຈີນທີ່​ຊື່​ວ່າ China Southern Power Grid ເຂົ້າ​ມາ​ຄວບ​ຄຸມ ແລະ ຖື​ຮຸ້ນ​ຫຼັກໃນໂຄງການ ລະບົບສາຍສົ່ງໄຟຟ້າລາວ ຂອງ​ບໍ​ຣິ​ສັດ ຣັ​ຖວິ​ສາ​ຫະ​ກິ​ຈ​ໄຟ​ຟ້າ​ລາວ ຍ້ອນ​ວ່າ ລາວ​ຕິດ​ໜີ້​ຈີນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.