ສປປ ລາວ ຍັງຕິດກັບດັກໜີ້ ຈີນ
2022.10.21
ໜີ້ສິນສາທາຣະນະ ຂອງປະເທດລາວ ຈະສູງຂຶ້ນເກືອບ 95% ຂອງມູນຄ່າ ລວມຍອດຜລິຕພັນ ພາຍໃນ ຫຼື GDP ໃນທ້າຍປີ 2022 ນີ້ ເຮັດໃຫ້ປະເທດລາວ ທີ່ເປັນປະເທດ ຕິດກັບດັກໜີ້ຈີນ ຫຼາຍທີ່ສຸດໃນເອເຊັຽ ແລະ ມີຄວາມເປັນໄປໄດ້ສູງ ທີ່ຈະຜິດນັດຊຳລະ ການຈ່າຍໜີ້, ອີງຕາມການປະເມີນ ຈາກທະນາຄານໂລກ ໃນເດືອນຕຸລານີ້.
ສຳນັກຂ່າວ ເອເຊັຽທາມສ໌ ໄດ້ຣາຍງານ ແລະ ວິເຄາະວ່າ ໜີ້ສິນຂອງປະເທດລາວ ລວມທັງໜີ້ສິນ ຄຳປະກັນ ທີ່ບໍ່ໄດ້ລະບຸ ຢູ່ໃນໂຕເລກ ນັ້ນຈະເຮັດໃຫ້ ຍອດມູນຄ່າທັງໝົດ ຂອງໜີ້ສິນ ທີ່ຣັຖບານລາວ ຈະຮັບຜິດຊອບນັ້ນ ມີອັດຕຣາສ່ວນເກີນ 100% ຂອງລວມຍອດ ມູນຄ່າຜລິຕພັນພາຍໃນ ຫຼື GDP ແລະ ນີ້ຖືວ່າ ເປັນຄັ້ງທຳອິດໃນປີນີ້ ແລະ ນັ້ນເປັນການອອກມາຍອມຮັບ ຢ່າງເປັນທາງການ. ຫຼັງຈາກ ປະເທດສີລັງກາ ເກີດວິກິຕການ ທາງດ້ານການເງິນ ໃນຕົ້ນປີ 2022, ປະເທດລາວ ປະສົບກັບບັນຫາ ທາງດ້ານການເງິນ ແລະ ສະຖາບັນຫານເງິນຕ່າງໆ ກໍບໍ່ໃຫ້ຄວາມສົນໃຈ ໃຫ້ເງິນກູ້ຢືມແກ່ລາວ.
ສຳນັກຂ່າວ ເອເຊັຽທາມສ໌ ຍັງຣາຍງານວ່າ ປະເທດລາວ ຈະຕ້ອງຈ່າຍໜີ້ສິນ ຕໍ່ປີເປັນມູນຄ່າ 1.3 ລ້ານໂດລ້າຣ໌ ແຕ່ປີ 2022-2026. ຣັຖບານລາວ ປັດຈຸບັນ ກຳລັງຂຸ້ນຂ້ຽວ ການຄ້ຳປະກັນ ຂໍເລື່ອນການຊຳລະໜີ້.
ປະເທດລາວ ມີບັນຫາການຈ່າຍໜີ້ສິນ ຕາມກຳນົດເວລາ ຍ້ອນວ່າ ປະເທດລາວ ໄດ້ຮັບຜົລກະທົບທາງດ້ານເສຖກິຈ ໃນປີນີ້.
ອັດຕຣາເງິນກີບເມື່ອທຽບໃສ່ ອັດຕຣາເງິນໂດລ້າຣ໌ ອ່ອນຄ່າລົງ 37% ນັບແຕ່ເດືອນ ມົກກະຣາ ຫາ ເດືອນສິງຫາ ໃນຂະນະທີ່ ອັດຕຣາເງິນເຟີ້ ໃນເດືອນກັນຍາ ທີ່ຜ່ານມາ ຢູ່ທີ່ 30.05 %.
ປັດຈຸບັນ ທະນາຄານໂລກ ຄາດການວ່າ ເສຖກິຈລາວ ຈະເຕີບໂຕພຽງແຕ່ 2.5 % ໃນປີນີ້ ເຊິ່ງຕ່ຳກວ່າທີ່ຄາດການເອົາໄວ້ ໃນຕົ້ນປີວ່າ ຈະເຕີບໂຕ 3.8%.
ປະເທດລາວ ປະສົບກັບບັນຫາ ການຂາດແຄນເງິນຕຣາ ຕ່າງປະເທດ ຢູ່ໃນຄັງສະສົມປະມານ 1.3 ຕື້ ໂດລ້າຣ໌ ເທົ່າກັບມູນຄ່າ ການຈ່າຍໜີ້ປະຈຳປີຂອງລາວ.
ຈີນເປັນເຈົ້າໜີ້ ຣາຍໃຫຍ່ທີ່ສຸດ ຂອງລາວ ເຊິ່ງໜີ້ສິນ ທີ່ຣັຖບານລາວຕິດໜີ້ຈີນ ກວມເອົາຫຼາຍກວ່າເຄິ່ງນຶ່ງ ຂອງຈຳນວນໜີ້ສິນ ທັງໝົດຂອງລາວ.
ມີຄວາມເປັນຫ່ວງຫຼາຍຂຶ້ນ ກ່ຽວກັບວ່າ ຣັຖບານຈີນ ຈະເຮັດແນວໃດ ຖ້າວ່າຣັຖບານ (ລາວ) ບໍ່ສາມາດໃຊ້ໜີ້ໄດ້ ຕາມກຳນົດເວລາ.
ບົດຖແລງຂ່າວ ຂອງທະນາຄານໂລກ ທີ່ເຜີຍແຜ່ໃນຕົ້ນເດືອນກັນຍາ ໄດ້ລະບຸວ່າ ການເລື່ອນກຳນົດໃຊ້ໜີ້ຕ່າງປະເທດ ແມ່ນການແກ້ໄຂບັນຫາ ໄລຍະສັ້ນ ນັບແຕ່ປີ 2020, ແຕ່ວ່າ ຜົລຂອງການເຈຣະຈາ ເຣື່ອງໜີ້ສິນ ກຳລັງດໍານີນໄປ ກັບເຈົ້າໜີ້ທັງຫຼາຍ ທີ່ສຳຄັນຕໍ່ກັບການຟື້ນຟູ ແນວທາງການຄວບຄຸມ ໜີ້ສິນແບບຍືນຍົງ ຍັງບໍ່ທັນອອກມາ ຢ່າງຊັດເຈນ. ແຕ່ວ່າ ສາສຕຣາຈານ ໂຕຊິໂຣ ນິຊິ໋ຊະວ໋າ (Toshiro Nishizawa) ຢູ່ມະຫານວິທະຍາໄລ ໂຕກຽວ ປະເທດຍີ່ປຸ່ນ ໄດ້ອອກຄຳເຫັນໂຕ້ແຍ້ງວ່າ ຈີນຈະບໍ່ປ່ອຍໃຫ້ລາວ ຜິດນັດຊຳລະການຈ່າຍໜີ້.
ອີງຕາມຂໍ້ມູນ ຈາກສູນການວິຈັຍ ເອດດາຕ້າ (AidData) ຢູ່ວິທະຍາໄລ ວິລຽມ ແອນດ໌ ແມ໋ຣີ (William & Mary) ຢູ່ສະຫະຣັຖອາເມຣິກາ, ຕາມໂຕເລກ ຢ່າງເປັນທາງການ, ລາວເປັນໜີ້ຈີນ ແຕ່ປີ 2000-2017 ແມ່ນ 5.57 ຕື້ ໂດລ້າຣ໌, ແຕ່ ຍັງມີໜີ້ ທີ່ບໍ່ເປັນທາງການ ຕື່ມອີກເຊິ່ງລວມແລ້ວ ທັງໜີ້ເປັນທາງການ ແລະ ບໍ່ເປັນທາງການ ແມ່ນ 6.69 ຕື້ ໂດລ້າຣ໌.
ທ່ານ ແບຣດລີ້ ພາຣ໌ກສ໌ (Bradley Parks) ຜູ້ອຳນວຍການ ສູນການວິຈັຍ ເອດດາຕ້າ (AidData) ໄດ້ກ່າວຕໍ່ສຳນັກຂ່າວ ເອເຊັຽທາມສ໌ ວ່າ ໃນຫຼັກການແລ້ວ, ມູນຄ່າໜີ້ສິນຂອງລາວ 6.69 ຕື້ໂດລ້າຣ໌ ກວມເອົາເອົາ 35.4% ຂອງ ລວມຍອດຜລິຕພັນພາຍໃນ ເຊິ່ງໂຕເລກນີ້ ແມ່ນແຍກອອກຈາກ ຈາກຈຳນວນໂຕເລກເກືອບ 95% ຂອງລວມຍອດຜລິຕພັນພາຍໃນ ທີ່ມີການປະເມີນ ຈາກທະນາຄານໂລກ, ແຕ່ ສຳນັກຂ່າວ Nikkei Asia ລາຍງານໄປ ໃນເດືອນກັນຍາ ທີ່ຜ່ານມາ ວ່າ ມູນຄ່າໜີ້ສິນ ຂອງລາວແມ່ນກວມເອົາ 120% ຂອງລວມຍອດຜລິຕພັນພາຍໃນ ຫຼື GDP ໃນປີ 2021, ແລະ ໃນປີທ້າຍປີ 2022 ໂຕເລກຈະສູງກວ່ານີ້.
ເຊິ່ງໂຕເລກທັງ 2 ມີຄວາມແຕກຕ່າງກັນ ໂດຍທີ່ທະນາຄານໂລກ ປະເມີນວ່າ ມູນຄ່າໜີ້ສິນ ຂອງລາວໃນທ້າຍປີ 2022 ກວມເອົາເກືອບ 95% ຂອງລວມຍອດຜລິຕພັນ ພາຍໃນ, ສ່ວນວ່າ ສຳນັກຂ່າວ Nikkei Asia ຣາຍງານວ່າ ໜີ້ສິນຂອງລາວຈະສູງຂຶ້ນກວ່າ 120% ຂອງລວມຍອດຜລິຕພັນພາຍໃນ ຫຼື GDP ໃນປີ 2022.
ທະນາຄານໂລກ ໄດ້ອອກບົດຖແລງຂ່າວ ໃນເດືອນຕຸລານີ້ ຄາດການວ່າ ໜີ້ສິນຂອງປະເທດລາວ ຈະກວມເອົາເກືອບ 95% ຂອງລວມຍອດຜລິຕພັນພາຍໃນ ໃນປີ 2022, ແລະ ໜີ້ສິນຈະເພີ່ມຂຶ້ນປະມານ 96% ຂອງລວມຍອດຜລິດຕພັນພາຍໃນ ໃນປີ 2023.
ປະເທດລາວ ຕິດໜີ້ຕ່າງປະເທດ ເພີ່ມຂຶ້ນເປັນລຳດັບ ໂດຍສະເພາະນັບແຕ່ປີ 2010-2016 ເຊິ່ງເປັນປີທີ່ຣັຖບານ ມີການຢືມຕ່າງປະເທດຫຼາຍ.
ທ່ານ ບຸນໂຈມ ອຸບົນປະເສີດ ຣັຖມົນຕຣີ ກະຊວງການເງິນ ໄດ້ກ່າວ ຢູ່ໃນກອງປະຊຸມ ສມັຍສາມັນເທື່ອທີ 3 ຂອງສະແຫ່ງຊາຕ ຊຸດທີ 9 ໃນວັນທີ 20 ມິຖຸນາ 2022 ຕອນນຶ່ງວ່າ:
“ໃນປີ 2010 ເຮົາໃຊ້ໜີ້ຕ່າງປະເທດ ບໍ່ເກີນ 160 ລ້ານ ໂດລ້າຣ໌ ສະຫະຣັຖ ປົກຕິ ລາຍຮັບພາຍໃນເຮົາກະສາມາດ ປະຄັບປະຄອງໄດ້ ແຕ່ ພວກເຮົາກະທົບແຮງເຣີ່ມແຕ່ປີ 2019 ຂຶ້ນມານີ້ ແມ່ນ 1,200 ລ້ານ ໂດລ້າຣ໌ ສະຫະຣັຖ ຕໍ່ປີ ມາຮອດປີ 2022 ນີ້ລະແມ່ນ 1,400 ລ້ານໂດລ້າຣ໌ ສະຫະຣັຖຕໍ່ປີ ສະເພາະໃຊ້ໜີ້ສິນຕ່າງປະເທດ.”
ທ່ານ ບຸນໂຈມ ອຸບົນປະເສີດ ໄດ້ກ່າວ ຕື່ມອີກວ່າ:
“ເຈົ້າໜີ້ຕ່າງໆນີ້ ບໍ່ວ່າແຕ່ຝ່າຍໃດ ແມ່ນຖາມເຮົານີ້ວ່າ ເຈົ້າຈະເອົາຫຍັງມາຊຳລະ ໃນກໍລະນີເລື່ອນຊຳລະໃຫ້ ກະປີນັ້ນຈະເອົາຫຍັງມາຊຳລະ ອັນນັ້ນແມ່ນຄຳເຈາະຈີ້ມ ທີ່ເຂົາເຈົ້າຢາກໄດ້ນຳເຮົາທີ່ສຸດ ສຳລັບໜີ້ສິນຕ່າງປະເທດນີ້ ລະກະແຫຼ່ງລາຍຮັບທີ່ພວກເຮົາ ຈະຊອກຄົ້ນນີ້ ແມ່ນສ່ວນໃຫຍ່ຈາກແຮ່ທາຕນີ້ແຫຼະເປັນພື້ນຖານ.”
ປະເທດລາວ ຕິດໜີ້ຕ່າງປະເທດ 14.5 ຕື້ໂດລ້າຣ໌ ໃນປີ 2021, ໃນນັ້ນ ໜີ້ສິນໃນຂແນງການໄຟຟ້າກວມເອົາ 4.35 ຕື້ໂດລ້າຣ໌ ຫຼື ເທົ່າກັບ 30% ອີງຕາມຂໍ້ມູນ ຈາກທະນາຄານໂລກ.
ຢູ່ໃນກອງປະຊຸມຄັ້ງທີ 27 ທີ່ມີຫົວຂໍ້ວ່າ ອະນາຄົຕຂອງເອເຊັຽ ທີ່ຈັດຂຶ້ນຢູ່ນະຄອນຫລວງ ໂຕກຽວ ປະເທດຍີ່ປຸ່ນ ໂດຍຜ່ານລະບົບວີດີໂອ ທາງໄກ, ທ່ານ ທອງລຸນ ສີສຸລິດ ປະທານ ປະເທດລາວ ໄດ້ກ່າວ ຕອນນຶ່ງວ່າ:
“ພວກເຮົາກຳລັງ ພະຍາຍາມຈ່າຍໜີ້ ຕາມຄວາມສາມາດ ແລະ ຕາມລະບົບ ແລະ ຕາມຄວາມຈຳເປັນຂອງສະພາບ ການປັຈຸບັນ ຂ້າພະເຈົ້າ [ທ່ານ ທອງລຸນ] ຈະເວົ້າວ່າ ພວກເຮົາບໍ່ໄດ້ຕິດກັບດັກໜີ້ ໃນຕອນນີ້.”
ກ່ຽວກັບການຊໍາລະໜີ້ສິນ, ນັກຂ່າວຕ່າງປະເທດ ເຄີຍຣາຍງານຂ່າວ ທາງດ້ານເສຖກິຈລາວ ແລະ ຕິດຕາມບັນຫາ ປະເທດລາວ ມາຫຼາຍປີ ໄດ້ກ່າວຕໍ່ວິທຍຸ ເອເຊັຽເສຣີ ວ່າ:
“ທາງອອກທີ່ຣັຖບານລາວ ຈະເຮັດ ກໍຄື ເລື່ອນກໍາຊໍາລະໜີ້ສິນ ຫຼື ຂໍຍົກເລີກໜີ້ສິນ, ມີການແລກປ່ຽນໜີ້ສິນ ລະຫວ່າງທະນາຄານແຫ່ງ ສປປ ລາວ ແລະ ທນາຄານແຫ່ງ ສປ ຈີນ. ທະນາຄານແຫ່ງ ສປ ຈີນ ເອົາເງິນໃຫ້ທະນາຄານແຫ່ງ ສປປ ລາວ ຢືມ ມາເປັນຄັງສະສົມ ເພື່ອຈ່າຍໜີ້ ຫຼື ຈີນ ຈະເອົາເງິນກູ້ຢືມໃຫ້ລາວ ເພື່ອໃຊ້ໜີ້.”
ຂໍ້ມູນຈາກທະນາຄານແຫ່ງ ສປປ ລາວ ໄດ້ລະບຸ ອັດຕຣາເງິນເຟີ້ ໃນເດືອນມົກກະຣາ ຫາ ເດືອນກັນຍາ ປີ 2022 ຄື:
- ເດືອນມົກກະຣາ ອັດຕຣາເງິນເຟີ້ ຢູ່ທີ່ 25%
- ເດືອນກຸມພາ ອັດຕຣາເງິນເຟີ້ 31%
- ເດືອນມີນາ 54%
- ເດືອນເມສາ 86%
- ເດືອນພຶສພາ 81%
- ເດືອນມິຖຸນາ61%
- ກໍຣະກະດາ 62%
- ສິງຫາ 01%
- ກັນຍາ 34.05%