ຣັຖບານລາວ ຂາຍຊັພຍາກອນ ທັມມະຊາຕ ໃຊ້ໜີ້

ຈຳປາທອງ
2022.07.05
ຣັຖບານລາວ ຂາຍຊັພຍາກອນ ທັມມະຊາຕ ໃຊ້ໜີ້ ໂຕຢ່າງ: ການຂຸດຄົ້ນແຮ່ເຫຼັກ ຢູ່ແຂວງພາກກາງ ຂອງລາວ (ຊ້າຍ) ແລະ ການສົ່ງແຮ່ເຫຼັກ ໄປຊາຍແດນ ວຽດນາມ (ຂວາ) ປີ 2021.
ນັກຂ່າວ ພົລເມືອງ

ມາເຖິງປີ 2021 ປະເທດລາວ ຕິດໜີ້ສາທາຣະນະເຖິງ 14.5 ຕື້ໂດລ້າຣ໌ສະຫະຣັຖ ເທົ່າກັບ 88% ຂອງຮວມຍອດມູນຄ່າຜລິຕພັນພາຍໃນຂອງປະເທດ, ອີງຕາມຣາຍງານຂອງທະນາຄານໂລກ ປະຈໍາເດືອນເມສາ 2022 ແລະຍັງມີແນວໂນ້ມທີ່ຈະເພີ່ມຫລາຍຂຶ້ນຕື່ມອີກ ຫາກຣັຖບານລາວ ຜິດນັດການຊໍາລະໜີ້ສິນ ໃຫ້ຕ່າງປະເທດ. ພ້ອມດຽວກັນນີ້ ແຜນການຊໍາຣະໜີ້ ສາທາຣະນະໃນປີ 2022 ນີ້ ກໍມີທັງການຊໍາຣະໜີ້ພາຍໃນ ແລະໜີ້ຕ່າງປະເທດ ທີ່ມີຈໍານວນທັງໝົດ 7,157 ຕື້ກີບ ແລະ 1 ຕື້ 598 ລ້ານໂດລ້າຣ໌ສະຫະຣັຖ ຊຶ່ງຣັຖບານລາວ ກໍາລັງຫາເງິນຢ່າງຮີບດ່ວນ ເພື່ອນໍາມາຊໍາຣະ ຊຶ່ງທ່ານ ບຸນໂຈມ ອຸບົນປະເສີດ ຣັຖມົນຕຣີກະຊວງການເງິນ ກ່າວຕໍ່ກອງປະຊຸມສມັຍສາມັນເທື່ອທີ 3 ຂອງສະພາແຫ່ງຊາຕຊຸດທີ 9 ທີ່ພວມດໍາເນີນໄປຢູ່ນີ້ວ່າ ວິທີການແກ້ໄຂໜີ້ສິນ ແມ່ນໃຊ້ຊັພຍາກອນທັມມະຊາຕ ແລະການຜລິດຈໍານວນນຶ່ງ ຊໍາຣະ.

ໜີ້ສິນສາທາຣະນະ ມັນສະສົມ ເລີ່ມມີຜົລກະທົບແຮງຕໍ່ພວກເຮົານີ້. ແຕ່ຜ່ານມາ ບັນຫາໃຫຍ່ຂອງພວກເຮົາລະແມ່ນ ເຮົາບໍ່ມີເງິນຊໍາຣະໜີ້ຕ່າງປະເທດ ອັນນີ້ຄືບັນຫາ. ວິທີແກ້ໄຂ ພວກເຮົາມີທ່າແຮງຊັພຍາກອນທັມມະຊາຕ ແລ້ວກະຖານການຜລິດ ຂອງພວກເຮົາຈໍານວນນຶ່ງ ກະເປັນທ່າແຮງສໍາລັບຄໍ້າປະກັນ ໃຫ້ແກ່ ສປປ ລາວ ໃນການໍາຣະໜີ້ຕ່າງປະເທດ.

ອີງຕາມການຣາຍງານ ເມື່ອທ້າຍປີ 2020 ຂອງທ່ານ ຄຳມະນີ ອິນທິຣາດ ຄາວທີ່ທ່ານເປັນຣັຖມົນຕຣີກະຊວງພລັງງານ ແລະບໍ່ແຮ່, ຣັຖບານລາວໄດ້ອານຸຍາດ ໃຫ້ນັກລົງທຶນ ທັງພາຍໃນ ແລະຕ່າງປະເທດ ຂຸດຄົ້ນບໍ່ແຮ່ ແລະແຮ່ທາດແລ້ວ 214 ບໍຣິສັດ ທີ່ມີ 319 ໂຄງການ ແລະອີງຕາມຂໍ້ມູນທີ່ທ່ານ ດາວວົງ ພອນແກ້ວ ຣັຖມົນ ຕຣີກະຊວງພະລັງງານ ແລະບໍ່ແຮ່ ຣາຍງານຕໍ່ກອງປະຊຸມ ສະພາແຫ່ງຊາຕ ໃນມື້ວັນທີ 16 ມິຖຸນາຜ່ານມາ, ມາຮອດວັນທີ 14 ມິຖຸນາ ຣັຖບານໄດ້ອະນຸຍາດໃຫ້ບັນດາບໍຣິສັດ ເຊັນສັນຍາສັມປະທານ ພັທນາບໍ່ແຮ່ໃນຮູບແບບທົດລອງ ທັງໝົດ 50 ບໍຣິສັດ.  ໝາຍຄວາມວ່າ ທັງໝົດມີ 264 ບໍຣິສັດ ແລະມີຢ່າງໜ້ອຍ 369 ໂຄງການໃນປັດ ຈຸບັນ.

ທ່ານ ບຸນໂຈມ ກ່າວຕື່ມວ່າ ນັບແຕ່ປີ 2010 ຫາປີ 2016 ຣັຖບານລາວ ໄດ້ກູ້ຢືມເງິນຕ່າງປະເທດ ມາພັທນາປະເທດສູງທີ່ສຸດ ແບບກ້າວກະໂດດ ແລະເຣີ່ມມີຜົລະທົບແຮງຕໍ່ການ ຊໍາຣະໜີ້ສິນຕ່າງປະເທດ ນັບຕັ້ງແຕ່ປີ 2019 ເປັນຕົ້ນມາ ຊຶ່ງຣັຖບານລາວ ຕ້ອງໄດ້ໃຊ້ໜີ້ຕ່າງປະເທດ ເພີ່ມຂຶ້ນເປັນຫລາຍກວ່າ 1 ຕື້ໂດລ້າຣ໌ສະຫະຣັຖຕໍ່ປີ ແລະໃນໄລຍະຜ່ານມາ ຣັຖບານລາວໄດ້ໃຊ້ໜີ້ຕ່າງປະເທດບໍ່ເກີນ 160 ລ້ານໂດລ້າສະຫະຣັຖຕໍ່ປີ, ບໍ່ຮວມໜີ້ສິນພາຍໃນ.

ເວົ້າສະເພາະການຕິດໜີ້ຈີນ ທີ່ຣັຖບານລາວຕິດຫລາຍກວ່າໝູ່ ດຣ. ບຸນທອນ ຈັນທະວົງ-ວີເຊີ ປະທານອົງການພັນທະມິຕ ເພື່ອປະຊາທິປະໄຕໃນລາວ ໃຫ້ສັມພາດວິທຍຸເອເຊັຽເສຣີ ໃນມື້ວັນທີ 4 ພຶສພາຜ່ານມາວ່າ:

ໃຫ້ຢືມເງິນແບບສະ ບາຍ ແບບບໍ່ອັ້ນ ເພື່ອວ່າໃຫ້ທາງການ ສປປ ລາວ ນີ້ມີໜີ້ອັນມະຫາສານ ໃນທີ່ສຸດ ທາງການສປປລາວ ກໍຈະບໍ່ມີຄວາມສາມາດໃຊ້ໜີ້ນັ້ນໄດ້. ໃນເມື່ອບໍ່ມີຄວາມສາມາດໃຊ້ໜີ້ນັ້ນໄດ້ແລ້ວ ກໍຕ້ອງມີການເອົາດິນບໍ່ ຫລືວ່າຍອມຊັພຍາກອນແຫ່ງຊາຕ ບໍ່ແຮ່ຕ່າງໆຂອງລາວໃຫ້ຈີນ.

ໜີ້ຕ່າງປະເທດ ທີ່ຣັຖບານລາວ ກູ້ຢືມມາເພື່ອລົງທຶນຕາມ ແຜນພັທນາເສຖກິດ-ສັງຄົມ ຂອງປະເທດ ຊຶ່ງໃນນັ້ນ ປະມານ 5 ຕື້ໂດລ້າຣ໌ ແມ່ນເພື່ອພັທນາໂຄງຮ່າງພື້ນຖານທີ່ ຈໍາເປັນແລະປະມານ 4 ຕື້ໂດລ້າຣ໌ ແມ່ນເພື່ອການຜລິດສິນຄ້າສົ່ງອອກ ແລະລົງທຶນໃນດ້ານອື່ນໆອີກຈໍານວນນຶ່ງ.

ກ່ຽວກັບເຣື່ອງທີ່ວ່ານີ້ ປະຊາຊົນລາວສ່ວນນຶ່ງເຫັນວ່າ ຣັຖບານລາວ ຕ້ອງປະຕິບັດນະໂຍບາຍ ຕ່າງໆຢ່າງເຂັ້ມງວດ ແລະຕ້ອງປະຕິບັດໃຫ້ໄດ້ຕາມຄໍາເວົ້າ ເປັນຕົ້ນເຣື່ອງການຕິດຕາມ ກວດກາໂຄງການພັທນາ ຕ່າງໆໃຫ້ມີຄວາມໂປ່ງໃສ, ສະກັດກັ້ນ ແລະປາບປາມ ການສໍ້ຣາສບັງຫລວງ ເພາະໃນປັດຈຸບັນ ມີເຈົ້າໜ້າທີ່ພັກ-ຣັຖ ຈໍານວນບໍ່ໜ້ອຍ ຍັງລະເມີດກົດໝາຍ, ເຫັນຜົລປໂຍດສ່ວນຕົວຫລາຍກວ່າ ການພັທນາປະເທດ ອັນເຮັດໃຫ້ການເກັບລາຍຮັບຂອງປະເທດ ເກີດການຮົ່ວໄຫລ.

ດັ່ງຊາວລາວຢູ່ນະ ຄອນຫລວງວຽງຈັນຜູ້ນຶ່ງ ເວົ້າຕໍ່ວິທຍຸເອເຊັຽເສຣີໃນມື້ວັນທີ 5 ກໍຣະກະດານີ້ວ່າ:

ເພີ່ມຄວາມເຂັ້ມງວດ ແລ້ວກະຕັດສິນໃຈເຮັດ ເຮັດແທ້ ບໍ່ດັ່ງນັ້ນກະແຮງສິເພີ່ມໜີ້ນີ້ຂຶ້ນແລ້ວ ມາເບິ່ງແລ້ວ ລາຮັບບໍ່ແມ່ນວ່າບໍ່ມີ ມີແຕ່ມັນບໍ່ເຂົ້າທະນາຄານຫັ້ນຕີ໋ ກະມາຈາກການສໍ້ຣາສ ບັງຫລວງນີ້ແຫລະ ບໍ່ແມ່ນຈາກຫັຍງດອກ.

ຊາວລາວຜູ້ນຶ່ງ ຢູ່ນະຄອນ ໄກສອນ ພົມວິຫານ ແຂວງສວັນນະເຂດ ເວົ້າໃນທໍານອງດຽວກັນນັ້ນວ່າ ບັນຫາໜີ້ສິນສາທາຣະນະ ຂອງປະເທດ ເພີ່ມສູງຂຶ້ນນັ້ນ ກໍເປັນຍ້ອນການສໍ້ຣາສ ບັງຫລວງ ຂອງເຈົ້າໜ້າທີ່ພັກ-ຣັຖຈໍານວນນຶ່ງ ຊຶ່ງຫລາຍໂຄງການພັທນາ ສ້າງບໍ່ໄດ້ມາຕຖານ, ບໍ່ເກີດຜົລປໂຍດແກ່ປະເທດ, ບໍ່ໂປ່ງໃສ, ແຕ່ຣັຖບານລາວກໍບໍ່ຕິດຕາມ-ກວດກາຢ່າງເຂັ້ມງວດ, ເຮັດໃຫ້ງົບປະມານຮົ່ວໄຫລ ສ້າງໜີ້ສິນເພີ່ມຂຶ້ນນັບມື້.

ມັນບໍ່ໂປ່ງສັຍ ກະຍ້ອນແນວນັ້ນແຫລະ ຄົນໃຫຍ່ກິນແລ້ວຄົນນ້ອຍ ກະຢາກກິນນໍາຫັ້ນແຫລະ ເຂົາກະເອື້ອມລະອາ ມັນບໍ່ມີການພັທນາ ເພາະວ່າຫຍັງ ມັນບໍ່ມີຄົນມາຊີ້ນໍາໃຫ້.

ອີງຕາມຄໍາເວົ້າ ຂອງເຈົ້າໜ້າທີ່ທະນາຄານ ພັທນາເອເຊັຽ ປະຈໍາລາວທ່ານນຶ່ງຕໍ່ ວິທຍຸເອເຊັຽເສຣີ ໃນມື້ວັນທີ 5 ກໍຣະກະດານີ້ ແລ້ວແມ່ນວ່າ ເພື່ອແກ້ໄຂບັນຫາໜີ້ສາທາຣະນະ ແລະຫລຸດຜ່ອນໜີ້ສິນ ຕ່າງປະເທດໃນໄລຍະຍາວ ແລະມີຄວາມຍືນຍົງ, ຣັຖບານລາວ ຄວນຈະຮັກສາສະເຖັຍຣະພາບ ຂອງຄັງເງິນສໍາລອງ ຕ່າງປະເທດໃຫ້ໝັ້ນຄົງ, ເອົາໃຈໃສ່ໃນການບໍຣິຫານ ວຽກງານຂອງຕົນ, ຢຸດເຊົາການແຊກແຊງ ທາງການເມືອງ, ຫລຸດຜ່ອນການລົງທຶນ ທີ່ບໍ່ຈໍາເປັນ ອອກໄປກ່ອນ. ນອກຈາກນີ້ແລ້ວ ຣັຖບານລາວ ຕ້ອງເອົາໃຈໃສ່ຢ່າງຈິງຈັງ ແລະເຂັ້ມງວດ ໃນການສົ່ງເສີມ ໃຫ້ຄົນລາວພາຍໃນປະເທດ ເລັ່ງຜລິດສິນຄ້າ ເປັນສິນຄ້ານໍາໃຊ້ພາຍໃນ ແລະສົ່ງອອກໄປຕ່າງ ປະເທດໃຫ້ພຽງພໍ ເພື່ອຫລຸດຜ່ອນການນໍາເຂົ້າ ແລະຊຸກຍູ້ໃຫ້ຄົນລາວ ຫັນມາໃຊ້ຈ່າຍເງິນກີບ ແທນເງິນຕຣາຕ່າງປະເທດ.

ດັ່ງທີ່ທ່ານກ່າວຕອນນຶ່ງວ່າ:

ກ່ຽວກັບຄັງສໍາລອງເນາະ ເພິ່ນອາດຮັກສາຄັງສໍາລອງ ຫລຸດຜ່ອນການແຊກແຊງ ແລະຫລຸດຜ່ອນການນໍາເຂົ້າ ຜັກດັນແນວໃດວ່າໃຫ້ມີການນໍາໃຊ້ເງິນກີບ ໃຫ້ຫລາຍຢູ່ພາຍໃນປະເທດ ການຊື້ການຫຍັງ.

ປັດຈຸບັນ ກະຊວງການເງິນ ພະຍາຍາມແກ້ໄຂບັນຫາ ການຊໍາຣະໜີ້ຕ່າງປະເທດ ໂດຍຈັດເກັບລາຍຮັບພາສີ-ອາກອນ ຜ່ານລະບົບທັນສມັຍແທນເງິນສົດ ແລະປະຕິບັດນະໂຍບາຍປະຢັດຂຶ້ນ ເປັນຕົ້ນ ໂຈະໂຄງການພັທນາ ທີ່ບໍ່ຈໍາເປັນ ຫລືຍົກເລີກໂຄງການ ທີ່ມີຄວາມສ່ຽງສູງ ທີ່ຈະເຮັດໃຫ້ງົບປະມານຮົ່ວໄຫລ ແລະໂຄງການທີ່ຄາດວ່າຈະເປັນໜີ້ ເພື່ອນໍາເງິນໄປຊໍາຣະໜີ້ຕ່າງປະເທດ.

ດັ່ງເຈົ້າໜ້າທີ່ກະຊວງການເງິນທ່ານນຶ່ງ ກ່າວໃນມື້ດຽວກັນນີ້ວ່າ:

ປັດຈຸບັນນີ້ກະ ຣັຖບານເພິ່ນກະມີມາຕການແກ້ໄຂໜີ້ ຢ່າງຈະແຈ້ງຢູ່ ເຊັ່ນວ່າ ໂຄງການໃດ ທີ່ມັນຄາດວ່າຈະເປັນໜີ້ ເຮົາກະມີມາຕການສະສາງໂຕນີ້ນີ້ແຫລະ.

ແຕ່ເຖິງຢ່າງໃດກໍຕາມ ການແກ້ໄຂບັນຫາໜີ້ສິນ ສາທາຣະນະຂອງຣັຖບານລາວ ກໍຍັງເຫັນວ່າ ເນັ້ນໄປໃນເຣື່ອງການໃຫ້ສໍາປະທານ ຫລືເຊົ່າທີ່ດິນ ເປັນຕົ້ນເພື່ອຂຸດຄົ້ນແຮ່ທາດ, ສ້າງເຂື່ອນໄຟຟ້າ ຫລືແຫລ່ງພະລັງງານອື່ນໆ ທີ່ຕິດພັນກັບຊັພຍາກອນທັມມະຊາຕ ຊຶ່ງທາງການລາວຖືວ່າ ເປັນທ່າແຮງສໍາຄັນ ແລະຖານການຜລິດ ຂອງປະເທດໃນປັດຈຸບັນ ເພື່ອເປັນບ່ອນຄໍ້າປະກັນ ໃຫ້ແກ່ປະເທດລາວ ໃນການກູ້ຢືມ ແລະຊໍ້າຣະໜີ້ສິນ ຕ່າງປະເທດຕໍ່ໄປ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.