ໜີ້ສິນ ສາທາຣະນະ ຂອງລາວ ເພີ່ມຂຶ້ນ
2022.11.23
ທະນາຄານໂລກປະຈໍາລາວ ໄດ້ຣາຍງານໃນມື້ວັນທີ 21 ພຶສຈິການີ້ ກ່ຽວກັບຄວາມຄືບໜ້າ ຂອງສະພາບເສຖກິຈລາວ ໄຕຣມາດສຸດທ້າຍ ຂອງປີ 2022 ວ່າ ເງິນກີບອ່ອນຄ່າລົງ 68% ເມື່ອທຽບໃສ່ເງິນໂດລ້າຣ໌ສະຫະຣັຖ ໃນໄລຍະຕົ້ນປີ ຈົນມາຮອດເດືອນຕຸລາ ທີ່ຜ່ານມານີ້ ເຮັດໃຫ້ອັດຕຣາ ເງິນກີບເຟີ້ສູງຂຶ້ນ, ອັນເປັນການຖ່ວງດຶງ ການຟື້ນໂຕຂອງເສຖກິຈ ຮວມທັງການລົງທຶນຫົດໂຕ ແລະຄາດວ່າ ໃນທ້າຍປີນີ້ ໜີ້ສາທາຣະນະ ແລະໜີ້ສິນ ຂອງ ສປປ ລາວ ຄໍ້າປະກັນໄວ້ ຈະຫລາຍກວ່າ 100% ຂອງລວມຍອດມູນຄ່າຜລິຕພັນ ພາຍໃນ ຫລື GDP.
ໃນຂະນະດຽວກັນ ທະນາຄານພັທນາເອເຊັຽ ຫລື ADB ປະຈໍາລາວ ກໍຣາຍງານວ່າ ໜີ້ສາທາຣະນະ ແລະໜີ້ສິນ ຂອງ ສປປ ລາວ ຄໍ້າປະກັນໄວ້ ຊຶ່ງສ່ວນໃຫຍ່ ແມ່ນໜີ້ ທີ່ກູ້ຢືມມາຈາກ ປະເທດຈີນ ແລະໄທຍ ເພື່ອນໍາມາລົງທຶນ ໃນໂຄງຮ່າງພື້ນຖານ ໄດ້ຖີບໂຕຂຶ້ນເຖິງ 88% ຂອງ GDP ໃນປີ 2021 ຈາກ 72% ໃນປີ 2020 ເນື່ອງຈາກໜີ້ສິນເຫລົ່ານັ້ນ ເພີ່ມຂຶ້ນຍ້ອນເງິນກີບເຟີ້ ແລະອ່ອນຄ່າລົງ ດັ່ງເຈົ້າໜ້າທີ່ທະນາຄານ ພັທນາເອເຊັຽ ປະຈໍາລາວ ທີ່ຂໍສງວນຊື່ ແລະຕໍາແໜ່ງ ທ່ານນຶ່ງ ກ່າວຕໍ່ວິທຍຸ ເອເຊັຽ ເສຣີໃນມື້ວັນທີ 23 ພືສຈິການີ້ວ່າ:
“ມັນຈະບໍ່ໄດ້ສູງເກີນໄປ ຍ້ອນປັດຈຸບັນ 1. ເງິນເຟີ້ເນາະ ແລະເວົ້າເຣື່ອງການອ່ອນຄ່າ ຂອງເງິນນີ້ອີກ ມັນຊິມີຜົນກະທົບ ຕໍ່ການລົງທຶນພາຍໃນ ກັບການຈັບຈ່າຍຂອງສັງຄົມ ແລ້ວບາດນີ້ເວົ້າເຣື່ອງໜີ້ສິນ ແນ່ນແນມັນຈະຂຶ້ນ ເພາະວ່າເຮົາທຽບໃສ່ເປັນ GDP ເພາະ GDP ເຮົາທຽບເປັນເງິນກີບເນາະ ແລ້ວໜີ້ເຮົາເປັນເງິນຕຣາ ເວລາຫານກັນອອກມາ ມັນກໍຈະເກີນ 100%.”
ທ່ານກ່າວຕື່ມວ່າ ການເພີ່ມຂຶ້ນຂອງໜີ້ສາທາຣະນະ ແລະໜີ້ສິນຄໍ້າປະກັນຂອງລາວ ຖືວ່າຂ້ອນຂ້າງໜ້າເປັນຫ່ວງຫລາຍ. ຖ້າຫາກຣັຖບານລາວ ຍັງບໍ່ສາມາດ ເຮັດໃຫ້ເສຖກິຈ ກັບມາຟື້ນໂຕໄດ້ ເພື່ອທີ່ຈະເຮັດໃຫ້ ສະພາບເງິນເຟີ້ ຫລຸດລົງ ແລະເງິນກີບ ກັບມາແຂງຄ່າຂຶ້ນ.
ສ່ວນເຣື່ອງການຊໍາຣະໜີ້ ສາທາຣະນະ ແລະໜີ້ເງິນຄໍ້າປະກັນ ໃຫ້ກັບທະນາຄານໂລກ ຖືວ່າບໍ່ໜ້າເປັນຫ່ວງ ຍ້ອນດອກເບັ້ຽຄົງທີ່ ແລະຕໍ່າກວ່າທະນາຄານອື່ນໆ, ແຕ່ສິ່ງທີ່ໜ້າເປັນຫ່ວງ ຄືການຊໍາຣະໜີ້ທີ່ຣັຖບານລາວ ຕິດຕ່າງປະເທດ ເປັນຕົ້ນ ຈີນ ແລະໄທຍ, ຖ້າຫາກຜິດນັດຊໍາຣະໜີ້ນັ້ນ ກໍຈະເຮັດໃຫ້ດອກເບັ້ຽເພີ່ມຂຶ້ນນໍາເລື້ອຍໆ ແລະຈະສົ່ງຜົລກະທົບ ຕໍ່ຄວາມເຊື່ອໝັ້ນໃນການລົງທຶນ ຂອງຕ່າງປະເທດ ນໍາດ້ວຍ.
ນອກຈາກນັ້ນ ເຈົ້າໜ້າທີ່ທະນາຄານ ພັທນາເອເຊັຽ ປະຈໍາລາວ ຍັງໄດ້ກ່າວເຖິງເຣື່ອງທີ່ວ່າ ທາງການລາວ ຄວນຫລຸດຜ່ອນການກູ້ຢືມ ເງິນຈາກຕ່າງປະເທດ ໂດຍສະເພາະຈາກຈີນ ເພື່ອນໍາມາລົງທຶນໃນໂຄງການ ຂນາດໃຫຍ່ ເຊັ່ນ ເຂື່ອນໄຟຟ້າ ເນື່ອງຈາກວ່າ ມັນຈະຍິ່ງເຮັດໃຫ້ໜີ້ ສາທາຣະນຂອງລາວ ເພີ່ມສູງຂຶ້ນ ໂດຍບໍ່ຈໍາເປັນ.
ເຣື່ອງເສຖກິຈຂອງລາວ ທີ່ຍັງບໍ່ຟື້ນໂຕ ຊຶ່ງສົ່ງຜົລເຮັດໃຫ້ເງິນກີບເຟີ້ ແລະອ່ອນຄ່າລົງ ຢ່າງໜັກໜ່ວງໃນໄລຍະນີ້ ແມ່ນກໍາລັງເຮັດໃຫ້ປະຊາຊົນລາວ ຈໍານວນຫລວງຫລາຍ ໂດຍສະເພາະ ຜູ້ຫາເຊົ້າກິນຄໍ່າ ແລະຜູ້ມີລາຍໄດ້ໜ້ອຍ ທີ່ຈະຕ້ອງໄດ້ແບກຫາບ ພາຣະຄ່າໃຊ້ຈ່າຍ ທີ່ນັບມື້ຈະເພີ່ມສູງຂຶ້ນ.
ປະຊາຊົນລາວຜູ້ນຶ້ງ ຢູ່ແຂວງສວັນນະເຂດ ເວົ້າວ່າ ຖ້າຫາກສະພາບເສຖກິຈ ພາຍໃນປະເທດລາວ ຍັງຂາດສະເຖັຽຣະພາບ ແລະສືບຕໍ່ໄປແບບນີ້ເລື້ອຍໆ ກໍຍິ່ງຈະເຮັດໃຫ້ປະຊາຊົນລາວ ທຸກຍາກໄປຕື່ມ ແລະກາຍເປັນເຣື່ອງ ທ້າທາຍສໍາລັບຄົນລາວ ໃນການທີ່ຈະມີເງິນເກັບ ອອມທ້ອນຫອມ ເພື່ອສ້າງຖານະໃຫ້ໝັ້ນຄົງໄດ້ ໃນອະນາຄົຕ ຊຶ່ງຂະນະນີ້ບໍ່ມີເງິນເກັບເລີຍ.
“ບໍ່ມີເງິນເກັບບໍ່ມີເລີຍ ພໍໃຊ້ໄປແຕ່ລະມື້ຫັ້ນແຫລະອ້າຍ ມັນກະບໍ່ພໍຢູ່ພໍກິນແຫລະອ້າຍ ເຮັດວຽກລະເຮັດວຽກຫລາຍ ເຮັດວຽກໜັກ.”
ຊາວລາວ ຢູ່ນະຄອນຫລວງວຽງຈັນ ຜູ້ນຶ່ງ ກໍເວົ້າຕໍ່ວິທຍຸ ເອເຊັຽ ເສຣີ ໃນມື້ດຽວກັນນີ້ວ່າ ຍ້ອນເສຖກິຈຂອງລາວ ຍັງບໍ່ສາມາດຟື້ນໂຕໄດ້ ແລະຕ້ອງໄດ້ເພິ່ງພາ ການລົງທຶນຂອງຕ່າງປະເທດ ເປັນຫລັກຄືແນວນີ້ ຄົນລາວສ່ວນນຶ່ງ ທີ່ມີຖານະ ພາກັນຫັນໄປລົງທຶນ ທາງດ້ານການເງິນ ດີຈີຕອລ, ໂຮມເງິນຕຣາຕ່າງປະເທດໄວ້ ກິນກໍາໄລ, ເກັບຄໍາ-ເຄື່ອງປະດັບ ແລະອະສັງຫາລິມະຊັພໄວ້, ບໍ່ສ່ຽງລົງທຶນເຣື່ອງການອອມ ພັນທະບັດ ແລະທ້ອນເງິນກີບ ຍ້ອນພວກເຂົາເຈົ້າ ເຫັນວ່າ ບໍ່ມີຄວາມໝັ້ນຄົງ.
ດັ່ງທີ່ທ່ານກ່າວວ່າ:
“ກ່ຽວກັບການລົງທຶນນີ້ ຝັ່ງລາວນີ້ ສ່ວນຫລາຍນີ້ ຈະເປັນເຣື່ອງກ່ຽວກັບ ຮ້ານອັດຕຣາແລກປ່ຽນ ເນາະ. ຂະເຈົ້າຈະເຮັດກ່ຽວກັບເງິນບາທ ຈະຂ້ອນຂ້າງຫລາຍ. ເຣື່ອງການອອມ ຄໍານີ້ມັນກໍມີຫລາຍ ດຽວນີ້ລາຄາຄໍາແພງຂຶ້ນ.”
ປະຊາຊົນລາວ ອີກຜູ້ນຶ່ງ ຢູ່ນະຄອນຫລວງ ຄືກັນນັ້ນກໍເວົ້າວ່າ ຍ້ອນເສຖກິຈຂອງລາວ ຍັງສືບຕໍ່ຕົກຕໍ່າ ແລະຝືດເຄື່ອງ ຢູ່ແບບນີ້ ແມ່ນຫຍູ້ງຍາກຫລາຍ ທີ່ຈະເຮັດໃຫ້ປະຊາຊົນລາວ ກັບມາມີຊີວິຕ ແບບປົກຕິໄດ້ຄືເມື່ອກ່ອນ ການຣະບາດຂອງໂຄວິດ-19 ແລະມາຮອດສູ່ມື້ນີ້ ຫາກຜູ້ໃດມີລາຍໄດ້ທາງດຽວ ເຊັ່ນເງິນ ເດືອນ ແມ່ນຕ້ອງໄດ້ໃຊ້ຊີວິຕ ຢູ່ແບບທຸກຍາກ ແລະປະຢັດກິນ, ປະຢັດໃຊ້ ທີ່ສຸດເພື່ອຄວາມຢູ່ລອດ ຂອງຕົນ ແລະຄອບຄົວ.
“ບາງຄອບຄົວມັນອາຈ ມີ ແບບລາຍໄດ້ເສີມ ເລັກໆນ້ອຍໆ ມາພົບປະກັບເງິນເດືອນ ທີ່ໄດ້ມາ ມັນກະຍັງໄຄ, ແຕ່ຖ້າວ່າຜູ້ໃດ ຫລືຄອບຄົວໃດ ທີ່ບໍ່ມີລາຍໄດ້ທາງອື່ນ ຖ້າແຕ່ເງິນເດືອນນີ້ ກະຢາກມືດຕຶ໋ບ.”
ສ່ວນຜູ້ປະກອບການ ໂຮງແຮມຊາວໄທຍ ຢູ່ເມືອງວັງວຽງ ແຂວງວຽງຈັນ ກໍເວົ້າວ່າ ເຖິງແມ່ນລາວຈະໄດ້ເປີດປະເທດ ຕ້ອນຮັບນັກທ່ອງທ່ຽວ ຕ່າງປະເທດ ເຂົ້າມາທ່ຽວໃນລາວແລ້ວ ກໍດີ ແຕ່ທຸຣະກິຈ ແລະການບໍຣິການການທ່ອງທ່ຽວ ກໍຍັງບໍ່ທັນຟື້ນຕົວໄດ້ດີ ຕາມທີ່ໄດ້ຄາດຄະເນໄວ້ ນັ້ນເທື່ອ. ອີກຢ່າງນຶ່ງ ນັກທ່ອງທ່ຽວຕ່າງປະເທດ ທີ່ເຂົ້າມາລາວ ກໍຍັງເລືອກໄປແຕ່ນະຄອນຫລວງພຣະບາງ ເປັນຈຸດໝາຍຫລັກ ຍ້ອນການເດີນທາງ ສະດວກສະບາຍ, ມີຣົຖໄຟໄປ, ສ່ວນວ່າ ເມືອງທ່ອງທ່ຽວອື່ນໆ ກໍຍັງມີນັກທ່ອງທ່ຽວໜ້ອຍຢູ່, ຢູ່ວັງວຽງນີ້ກໍຄ່ອຍເປັນຄ່ອຍໄປ, ຈະເປັນນັກທ່ອງທ່ຽວຈາກໄທຍ ແລະເກົາຫລີ ມາທ່ຽວຫລາຍ.
ທ່ານກ່າວວ່າ:
“ແຕ່ວັງວຽງນີ້ຄ່ອຍເປັນຄ່ອຍໄປ ແຕ່ສ່ວນຫລາຍ ຈະເປັນຮ້ານອາຫານ ມີລາຍໄດ້ດີ. ເຣື່ອງໂຮງແຮມນີ້ບໍ່ປານໃດ ເພາະວ່າ ພໍຄົນມີທາງດ່ວນແລ້ວ ມັນໄປ-ກັບງ່າຍ ມັນກະເລີຍມາກິນ ແລ້ວກະກັບ ສ່ວນໃຫຍ່ຈະເປັນແຂກໄທຍ ກັບເກົາຫລີ ຕອນນີ້ເຣີ່ມເຂົ້າມາຫລາຍ.”
ເພື່ອແກ້ໄຂບັນຫາ ເສຖກິຈທີ່ຫຍຸ້ງຍາກໃນລາວ ທະນາຄານໂລກປະຈໍາລາວ ໄດ້ສເນີການປະຕິຮູບເສຖກິຈ 5 ຢ່າງໃຫ້ຣັຖບານລາວ ຄື ຕັດການຍົກເວັ້ນພາສີ ອາກອນທີ່ຫລວງຫລາຍ ເພື່ອເພີ່ມລາຍຮັບເຂົ້າງົບປະມານຂອງຣັຖ ແລະຈໍາກັດລາຍຈ່າຍດ້ານສັງຄົມ, ປັບປຸງການຄຸ້ມຄອງ ການລົງທຶນຂອງຣັຖ ແລະຣັຖວິສາຫະກິຈ, ປັບປຸງໂຄງສ້າງໜີ້ສິນຂອງຣັຖ ດ້ວຍການສືບຕໍ່ ການເຈຣະຈາ ໃຫ້ສໍາເຣັດ, ເຮັດໃຫ້ທະນາຄານ ແລະການເງິນ ມີສະເຖັຽຣະພາບ, ມີຄວາມເຂັ້ມແຂງ ໂດຍນໍາໃຊ້ເຄື່ອງມື ທາງດ້ານນິຕິກັມ ແລະລະບຽບການ ແລະປັບປຸງສະພາບແວດລ້ອມ ໃຫ້ແກ່ການດໍາເນີນ ທຸຣະກິຈ ແລະສົ່ງເສີມການສົ່ງອອກ ໂດຍການປະຕິຮູບ ລະບຽບການ ໃຫ້ມີປະສິດທິຜົລ.