IMF ຕິດຕາມ ເສຖກິຈ ລາວ ປະຈຳປີ 2021

ໄຊຍາ
2021.12.10
IMF ຕິດຕາມ ເສຖກິຈ ລາວ ປະຈຳປີ 2021 ທະນາບັດ ເງິນກີບ ສປປ ລາວ
ຮູປຈາກ: ສປປ ລາວ

ຄະນະທີມງານ ກອງທືນການເງິນສາກົລ ຫຼື IMF ຈະເຄື່ອນໄຫວເຮັດວຽກຜ່ານຣະບົບທາງໄກ ເພື່ອຕິດຕາມເສຖກິຈ ມະຫາພາກຂອງປະເທດລາວ ປະຈຳປີ 2021 ໃນມາຕຣາ 4 ຕາມຣະບຽບຂອງ IMF ລະຫວ່າງວັນທີ 6-21 ທັນວາ ນີ້ ຊຶ່ງຣັຖບານລາວຕ້ອງຣາຍງານສະຖານະ ການເງິນ-ງົບປະມານ ຂອງປະເທດໃຫ້ຄະນະທີມງານ ກອງທືນການເງິນສາກົລຮັບຮູ້.

ຂະນະທີ່ບັນຫາໜີ້ສິນສາທາຣະນະ ຂອງປະເທດລາວໄດ້ເພີ່ມສູງຂື້ນເຖິງ 13 ຕື້ໂດລາສະຫະຣັຖກວມເອົາ 72% ຂອງ GDP ໃນປີ 2020 ຊຶ່ງເພີ່ມຂື້ນຢ່າງໄວວາຈົນສ້າງຄວາມກັງວົນໃຈໃຫ້ກັບຫຼາຍ ໆ ຝ່າຍ. ເຈົ້າໜ້າທີ່ທະນາຄານໂລກປະຈຳລາວທ່ານນຶ່ງ ກ່າວຕໍ່ວິທຍຸເອເຊັຽເສຣີໃນວັນທີ 10 ທັນວານີ້ວ່າ:

ຍັງໆ ມີຄວາມກັງວົນໂດຍສະເພາະການລົງທືນ ໃນຂແນງພລັງງານ ໄຟຟ້າຫັ້ນເນາະເຮົາຈະເຫັນວ່າທ່າອ່ຽງນີ້ເພີ່ມມີການກູ້ຢືມເພີ່ມເຕີມ ເພື່ອມາລົງທືນເຂື່ອນໄຟຟ້າເບາະກໍເປັນມູລຄ້າ ຫຼາຍມັນເປັນຄວາມເປັນຫ່ວງໃນຍຸທສາຕ ໃນຕໍ່ໜ້າຈັງຊິຫັ້ນນ່າ.

ທ່ານໄດ້ກ່າວຕື່ມວ່າເຖິງໜີ້ ສາທາຣະນະຂອງປະເທດລາວ ຈະມີທ່າອ່ຽງເພີ່ມຂື້ນນັບມື້ແຕ່ຣັຖບານລາວ ກໍຍັງບໍ່ຢຸດເຊົາທີ່ຈະກູ້ຢືມກັບຕ່າງປະເທດ ເພີ່ມຕື່ມ. ເນື່ອງຈາກປະເທດຍັງຕ້ອງ ການພັທນາອີກຫຼາຍດ້ານເພື່ອໃຫ້ບັນລຸ ແຜນພັທນາເສຖກິຈ-ສັງຄົມປີ 2025.

ສ່ວນເປົ້າໝາຽໃນການກູ້ຢືມເງິນ ກັບຕ່າງປະເທດເພື່ອນຳມາລົງທືນນັ້ນ ກໍຍັງເໜັ້ນໜັກໄປໃນ ເຣື່ອງພລັງງານໄຟຟ້າເຊັ່ນ ເຂື່ອນໄຟຟ້າ. ຂະນະທີ່ຕລາດໃນການຮັບຊື້ໄຟຟ້າ ຈາກປະເທດລາວພັດມີຈຳກັດ ແຕ່ກຳລັງການຜລິດໄຟຟ້າ ມີສູງເກີນໄປເຮັດໃຫ້ຍຸທສາຕ ແລະນະໂຍບາຍດ້ານພລັງງານຂອງປະເທດລາວບໍ່ສອດຄ່ອງກັນປານໃດ.

ນັກວິຊາການດ້ານເສຖກິຈ-ການເງິນ ໃນລາວຣະບຸວ່າປະຊາຊົນລາວ ທຸກຄົນກໍມີຄວາມກັງວົນ ເຣື່ອງໜີ້ສິນ ຂອງຣັຖບານຄືກັນໝົດ. ສະນັ້ນແລ້ວຣັຖບານລາວ ຈຳເປັນຕ້ອງໄດ້ເປີດເຜີຍຂໍ້ມູນ ເຣື່ອງງົບປະມານການເງິນ-ໜີ້ສິນຕ່າງປະເທດວ່າ ມີໜ້ອຍຫຼາຍປານໃດ ແລະ ເປັນໜີ້ສິນຈາກໂຄງການໃດ ເພື່ອຄວາມໂປ່ງໃສແລະສ້າງຄວາມເຊື່ອໝັ້ນວ່າ ໜີ້ສິນທັງໝົດໄດ້ສຳຣະຄືນຕາມເປົ້າໝາຽ ແລະບໍ່ຮົ່ວໄຫຼໄປທາງໃດ.

ການກູ້ຢືມເງິນຕ່າງປະເທດ ກໍຄວນຈະຖືກເປີດເຜີຍວ່າ ກູ້ຢືມມາຈາກທະນາຄານໃດ ແລະປະເທດໃດແລະຈະນຳໄປລົງທືນໃນໂຄງການໃດ ເພື່ອໃຫ້ປະຊາຊົນລາວໄດ້ຕິດຕາມກວດສອບ ໄປນຳກັນເພື່ອຄວາມໂປ່ງໃສ. ນັກວິຊາການດ້ານເສຖກິຈ-ການເງິນ ມຫາວິທຍາລັຍແຫ່ງຊາດລາວ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ວັນທີ 10 ທັນວ່ານີ້ວ່າ:

ເພາະມັນກ່ຽວຂ້ອງກັບຜູ້ມີອຳນາດ ໃນການຕັດສິນເນາະເຣື່ອງ ນະໂຍບາຍເພາະວ່າຂໍ້ມູນເຊິງເລິກແນ່ນອນວ່າເຣື່ອງການເງິນແຫ່ງຣັຖ ນີ້ນ່າຄືປະເທດ ລາວນີ້ກາມັນຕ້ອງຂ້ອນຂ້າງວ່າຈະມີຈຳກັດ. ຂໍ້ມູນສ່ວນນຶ່ງໄດ້ຈາກ World Bank ຂໍ້ມູນສ່ວນນຶ່ງກາໄດ້ມາຈາກ IMF ທີ່ເພີ່ນໄດ້ຣາຍງານເປີດເຜີຍຫຼາຍໆ ໂຄງການຂນາດໃຫຍ່ ມັນກາເຣີ້ມເພີ່ນກາປະເມີນຄືນ.

ສ່ວນຊາວລາວຜູ້ນຶ່ງ ກໍເປັນກັງວົນກັບຈຳນວນໜີ້ສິນ ຢ່າງມະຫາສານຂອງຣັຖບານລາວ ເພາະຫາກຊຳຣະບໍ່ໄດ້ຕາມເປົ້າໝາ ຽຫຼືເສຖກິຈມະຫາພາກຂອງປະເທດ ບໍ່ດີກໍຈະກະທົບຕໍ່ຈຳນວນໜີ້ ສິນແລະດອກເບັ້ຽທີ່ຈະເພີ່ມຂື້ນເຣື້ອຍໆ ແລະ ຢາກໃຫ້ຣັຖບານລາວປາບປາມ ເຣື່ອງການສໍ້ຣາດບັງຫຼວງ ຂອງເຈົ້າໜ້າທີ່ພັກ-ຣັຖຢ່າງເຂັ້ມງວດ ເພື່ອໃຫ້ງົບປະມານຂອງຣັຖບໍ່ຮົ່ວໄຫຼ. ຊາວລາວຜູ້ນຶ່ງໃນ ນະຄອນຫຼວງວຽງຈັນ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ວັນທີ 10 ທັນວານີ້ວ່າ:

ກັງວົນຫຼາຍຢູ່ວ່າມັນກາໜີ້ສິນແບກຮັບ ອະນາຄົດພາຍໜ້າຖ້າສົມມຸດ ມັນກາຕ້ອງມີການບີບຫັດເຮົາເຮົາຕ້ອງສູນເສັຽຫຍັງຊຶ່ງຣັຖບານກໍແບກຮັບໜີ້ສິນ ທັງດອກເບັ້ຽໂອເຄໄດ້ ຖ້າມັນບໍ່ມີຄໍຣັບຊັນເຂົ້າມາຫຼາຍ.

ຊາວລາວອີກທ່ານນຶ່ງ ໄດ້ກ່າວວ່າຣັຖບານລາວຕ້ອງເຂັ້ມງວດ ກວດກາບັນດາເຈົ້າໜ້າທີ່ ພັກ-ຣັຖທຸກຄົນທຸກຣະດັບທຸກຂັ້ນຢ່າງຈິງຈັງ ບໍ່ເວັ້ນກະທັ້ງຜູ້ມີອຳນາດເພາະເຊື່ອວ່າ ການສໍ້ຣາດບັງຫຼວງຂອງເຈົ້າໜ້າທີ່ພັກ-ຣັຖເຮັດໃຫ້ການຈັດເກັບ ລາຍຮັບປະຈຳປີ ບໍ່ໄດ້ຕາມເປົ້າໝາຽ ແລະກະທົບຕໍ່ການຊຳຣະໜີ້ສິນ. ຊາວລາວຜູ້ນຶ່ງໃນ ນະຄອນຫຼວງວຽງຈັນ ກ່າວຕໍ່ ວິທຍຸເອເຊັຽເສຣີ ໃນມື້ວັນທີ 9 ທັນວານີ້ວ່າ:

ແຕ່ມາເບີ່ງປັດຈຸບັນນີ້ໂຕຢ່າງວ່າ ຂຸດຄົ້ນໄມ້ເຣື່ອງສັມປະທານທີ່ດິນເບາະ ກີນແຕ່ສິນບົນຍື່ນກັນຢູ່ກ້ອງໂຕະຖ້າເພີ່ນຕັ້ງໜັ້າ ຕັ້ງຕາສະລະສິດຜົລປໂຍດສ່ວນໂຕ ນີ້ມັນເປັນຫຍັງມັນຊິເຮັດບໍ່ໄດ້ເຣື່ອງໃຊ້ໜີ້ໃຊ້ສິນ.

ກ່ຽວກັບເຣື່ອງນີ້ ທ່ານ ສອນໄຊ ສີພັນດອນ ຮອງນາຍົກຣັຖມົນຕຣີ ຣັຖມົນຕຣີກະຊວງແຜນການ ແລະການລົງທືນ ໄດ້ກ່າວຣາຍງານຕໍ່ກອງປະຊຸມ ສະພາແຫ່ງຊາດຄັ້ງທີ 9 ທີ່ຜ່ານ ມາວ່າ ໜີ້ສິນ ສາທາຣະນະທີ່ເພີ່ມຂື້ນເປັນບັນຫາໃຫຍ່ຫຼວງ ທີ່ຈະຊຳຣະຄືນໄດ້ໝົດ. ສະນັ້ນເພື່ອຫຼຸດຜ່ອນໜີ້ສິນ ສາທາຣະນະລົງຣັຖບານລາວມີແຜນຈະປ່ອຍ ເຊົ່າ-ສັມປະທານດິນໃຫ້ກັບນັກລົງທືນ ທັງໃນປະເທດ ແລະຕ່າງປະເທດເພື່ອຈະນຳເງິນລົງທືນ ມາຊຳຣະໜີ້ສິນ. ດັ່ງທ່ານກ່າວໃນຕອນນຶ່ງວ່າ:

ສືບຕໍ່ຄົ້ນຄ້ວາແກ້ໄຂໜີ້ສິນ ໃຫ້ເຈົ້າໜີ້ຣາຍໃຫຍ່ດ້ວຍການຫັນເອົາໜີ້ ເປັນທືນດ້ວຍຮູບການສັມປະທານທີ່ດິນ ກະສິກັມເພື່ອຜລິດເປັນສິນຄ້າ ໂຄງການລົງທືນຮ່ ວມກັບຣັຖ PPP ຫຼືວ່າໂຄງການສັມປະທານເພື່ອຫຼຸດຜ່ອນການເອື່ອຍອີງ ໃຊ້ແຕ່ແຫຼ່ງລົງທືນຂອງຣັຖເທົ່ານັ້ນ ຊຶ່ງຜ່ານມາກໍໄດ້ປະຕິບັດຫຼາຍໂຄງການ ໂດຍສະເພາະແມ່ນເສັ້ນທາງ ເສັ້ນທາງດ່ວນຕ່າງໆ.

ສຳລັບແຜນການທີ່ ຈະຫັນໜີ້ເປັນທືນນັ້ນໄດ້ເຣີ້ມທົດລອງ ປະຕິບັດມາແລ້ວໃນບາງໂຄງການເປັນຕົ້ນໂຄງການທາງດ່ວ ນລາວ-ຈີນກໍປ່ອຍໃຫ້ບໍຣິສັດຈີນ ເຊົ່າ-ສັມປະທານດິນແຄມທາງ ເບື້ອງລະ 50 ແມັດ ຕລອດເສັ້ນທາງ ແລະໂຄງການທາງຣົຖໄຟ ລາວ-ຈີນ ກໍໃຫ້ຈີນເຊົ່າ-ສັມ ປະທານດິນແຄມທາງ ແລະພື້ນທີ່ພາຍໃນສະຖານີຕາມອາຍຸທີ່ໄດ້ສັມປະທານ.

ການພົບປະຂອງ ຄະນະທີມງານກອງທືນການເງິນສາກົລ ຫຼື IMF ແລະ ທາງການລາວໃນປີນີ້ຈະມີການປະເມີນສິ່ງທ້າທາຍທີ່ອາດ ເປັນຄວາມຊ່ຽງ, ທ່າແຮງໃນການພັທນນາ ກໍຄືຂໍ້ແນະນຳສຳລັບອົງການກ່ຽວຂ້ອງຂອງ ສປປ ລາວເພື່ອນຳໄປປັບປຸງ ໃນການດຳເນີນມາຕການ ທີ່ເໝາະສົມພ້ອມທັງຣາຍງານຕໍ່ຄະນະທີມງານໃຫ້ຊາບສະພາບເສຖກິຈ ມາຫາພາກດ້ານການເງິນ-ງົບປະມານຂອງປະເທດລາວໃນປີ 2021. ສະພາບການຈັດຕັ້ງປະຕິບັດງົບປະມານປີ 2021 ແລະ ແຜນງົບປະມານປີ 2022 ແລະ ມາຕການໃນການຈັດຕັ້ງປະຕິບັດ.

ສ່ວນກະຊວງການເງິນກໍ ໄດ້ສົ່ງພະນັກງານເຂົ້າຮ່ວມຝຶກອົບຮົມ ທີ່ຈັດໂດຍກອງທືນການເງິນ ສາກົລກ່ຽວກັບເຣື່ອງການຄຸ້ມຄອງ ເສຖກິຈພິເສດມະຫາພາກ, ຂໍ້ມູນສະຖິຕິການເງິນ, ການວິຈັຍດ້ານໜີີ້ສິນ ແລະການບໍຣິຫານຄັງເງິນນຳອີກດ້ວຍ.

ປັດຈຸບັນບັນຫາໜີ້ສາທາຣະນະ ຂອງປະເທດລາວນັບມື້ຈະເພີ່ມຂື້ນໂດຍໃນປີ 2020 ທີ່ຜ່ານມາ ກະຊວງການເງິນໄດ້ຣາຍງານວ່າ ປະເທດລາວມີໜີ້ສິນ ສາທາຣະນະສູງເຖິງ 13 ຕື້ໂດລາຣ໌ສະຫະຣັຖ ກວມເອົາ 72% ຂອງ GDP ສ່ວນຫຼາຍຈະເປັນໜີ້ສິນ ທີ່ຣັຖບານລາວກູ້ຢືມຈາກຕ່າງປະເທດ ເພື່ອນໍາມາລົງທືນໃນໂຄງການພັທນາເສຖກິຈ-ສັງຄົມ ຂອງປະເທດເປັນ ຕົ້ນໂຄງການເສັ້ນທາງຣົຖໄຟ ລາວ-ຈີນ, ໂຄງການທາງດ່ວນ, ໂຄງການເຂື່ອນໄຟຟ້າ ແລະໂຄງການກໍ່ສ້າງ ພື້ນຖານໃນເຂດຊົນນະບົດ.

ສ່ວນປະເທດທີ່ລາວ ຕິດໜີ້ສູງສຸດແມ່ນປະເທດຈີນປະມານ 5 ຕື້ໂດລາສະຫະຣັຖ ຮອງລົງມາຄືທະນາພັທນາເອເຊັຽ ຫຼື ADB ປະມານ 900 ລ້ານໂດລາສະຫະຣັຖ, ທະນາຄານໂລກ ຫຼື World Bank ປະມານ 600 ລ້ານໂດລາຣ໌ສະຫະຣັຖ ແລະໄທຍປະມານ 500 ລ້ານໂດລາຣ໌ສະຫະຣັຖ ແລະ ອື່ນໆ ອີກຈຳນວນນຶ່ງ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.

ຄວາມເຫັນ

ນັກພະເນຈອນ
Dec 20, 2021 12:38 AM

ຄວາມໂປ່ງໃສຈະບໍ່ມີຢູ່ໃນຫມູ່ໂຈນ. ກຸ່ມປະເທດທີ່ໃຫ້ການຊ່ວຍເຫຼືອຄວນຢຸດໂຈະທຸກການຊ່ວຍເຫຼືອໄວ້ກ່ອນ ຈົນກວ່າຈະມີລາຍງານເລື້ອງຫນີ້ສິນນີ້ ອອກມາຢ່າງຈະແຈ້ງ.
ການຈະເອົາແຕ່ແຜ່ນດິນເຈົ້າຟ້າງຸ່ມ ມາຂາຍກິນຫລືທີ່ເອີ້ນຊື່ກັນງາມໆວ່າ ສຳປະທານນັ້ນ ແມ່ນແນວຄຶດທີ່ໂງ່ຈ້າແລະສັງເວດທີ່ສຸດ ຖ້າເຈົ້າຟ້າງຸ່ມຮູ້ເລື້ອງນີ້ ເພິ່ນຄົງຈະຕ້ອງການຫັກ
ຄໍພວກທໍລະຣາຊທັງຫຼາຍເຫຼົ່ານີ້ແນ່ນອນ...