ສປປ ລາວ ຕິດໜີ້ຫຼາຍ ຢ້ານໄປບໍ່ລອດ

ອຸ່ນແກ້ວ
2022.06.01
ສປປ ລາວ ຕິດໜີ້ຫຼາຍ ຢ້ານໄປບໍ່ລອດ ທ່ານ ທອງລຸນ ສີສຸລິດ ປະທານປະເທດ ສປປ ລາວ ກ່າວຄຳປາໄສ ຜ່ານລະບົບວີດີໂອ ໃນຮູບແບບກອງປະຊຸມທາງໄກ ໃນວັນທີ 27 ພຶສພາ.
ຮູບພາບ: KPL

ຜູ້​ນຳ​ລາວ ໃຫ້​ຄຳ​ເຫັນ​ວ່າ ປະ​ເທດ​ລາວບໍ່​ໄດ້​ຕິດ​ກັບ​ດັກ​ໜີ້ ຫຼື ​ຕິດ​ໜີ້ຈົນ​ບໍ່​ສ​າ​ມາດ​ໃຊ້ແທນ​ຄືນ​ໄດ້​ໝົດ ໃນ​ຂະ​ນະ​ທີ່​ສະ​ຖາ​ບັນ​ການ​ເງິນ ໄດ້​ອອກ​ບົດ​ຣາຍ​ງານ​ວ່າ ໜີ້​ສິນ​ສາ​ທາ​ຣະ​ນະ​ຂອງ​ລາວສູງ​ຂຶ້ນ ແລະ ນັກ​ວິຊາການ ລວມທັງນັກທຸຣະກິຈ ກໍມີຄຳເຫັນສວນທາງກັບຜູ້ນຳລາວ.  

ຢູ່​ໃນ​ກອ​ງ​ປະ​ຊຸມຄັ້ງ​ທີ 27 ທີ່​ມີ​ຫົວ​ຂໍ້​ວ່າ ອະ​ນາ​ຄົດ​ຂອງເອ​ເຊັຽ ທີ່​ຈັດ​ຂຶ້ນ​ຢູ່ນະ​ຄອນ​ຫລວງ​ໂຕ​ກຽວ ປະ​ເທດ​ຍີ່​ປຸ່ນ ໃນ​ວັນ​ສຸກ ໂດຍ​ຜ່ານ​ລະ​ບົບ​ວີ​ດີ​ໂອ, ທ່ານ ທອງ​ລຸນ ສີ​ສຸ​ລິດ ປະ​ທານ​ປະ​ເທດ​ລາວ ໄດ້​ກ່າວ ຕອນ​ນຶ່ງວ່າ: ພວກ​ເຮົາ​ກຳ​ລັງ​ພະ​ຍາ​ຍາມ​ຈ່າຍ​ໜີ້ ຕາມ​ຄວາມ​ສາ​ມາດ ແລະ ຕາມລະ​ບົບ ແລະ ຕາມຄວ​າມ​ຈຳ​ເປັນ​ຂອງ​ສະ​ພາບ​ການ​ປັ​ຈຸ​ບັນ ຂ້າພະ​ເຈົ້າ​ [ທ່ານ ທອງ​ລຸນ] ຈະ​ເວົ້າ​ວ່າ ພວກ​ເຮົາ​ບໍ່​ໄດ້​ຕິດ​ກັບ​ດັກ​ໜີ້ ໃນ​ຕອນນີ້.”

ແຕ່ ຂໍ້​ມູນ​ທະ​ນາ​ຄານ​ໂລກ ໃນ​ເດືອນ​ເມ​ສາ 2022 ໄດ້​ລະ​ບຸວ່າ ໃນ​ປີ 2019 ໜີ້​ສິນ​ສາ​ທາ​ຣະ​ນະ​ຂອງ​ລາວກວມ​ເອົາ 68 ເປີ​ເຊັນຂອງລວມຍອດ​ຜ​ລິດ​ຕະ​ພັນ​ພາຍ​ໃນ ຫຼື GDP ເທົ່າ​ກັບ 12.5 ຕື້​ໂດ​ລ້າຣ໌ ສ່ວນ​ວ່າ ປີ 2021 ໜີ້​ສິ​ນ​ສາ​ທາ​ຣະ​ນະ​ຂອງ​ລາວ ກວມ​ເອົາ 88 ເປີ​ເຊັນຂອງ GDP ເທົ່າ​ກັບ 14.5 ຕື້​ໂດ​ລ້າຣ໌.

ນັກ​ຄຳ​ນວນ​ດ້ານ​ຄະ​ນິ​ຕສ​າ​ຕ ທ່ານ​ນຶ່ງ ທີ່ບໍ່​ປະ​ສົງ​ອອກ​ຊື່ ແລະ ສຽງ ໄດ້​ກ່າວ​ຕໍ່​ວິທຍຸເອ​ເຊັຽ​ເສ​ຣີ ວ່າ: ມັນ​ກະ​ບໍ່​ລອດຫັ້ນແຫຼວ ເປັນ​ໜີ້​ເຂົາ 88 ເປີ​ເຊັນ [ຂອງ GDP] ສົມ​ມຸດ​ວ່າ ມີ​ເງິນ​ 1,000,000 ລ້ານ ຕ້ອງ​ໄປ​ໃຊ້​ໜີ້​ເຂົ້າ 880,000​ເຫຼືອພຽງ​ແຕ່ 120,000 ຫຼື 12 ເປີ​ເຊັນ ແລະ ຖ້າຫາກ​ທຽບ​ໃສ່​ລວມຍອດ​ຜ​ລິດ​ຕະ​ພັນ​ພາຍ​ໃນ ຫຼື GDP ມັນ​ກະ​ບໍ່​ລອດ​ຫັ້ນ​ແຫຼ.”

ນັກ​ຄຳ​ນວນ​ຄະ​ນິຕ​ສາ​ຕ ທ່ານນີ້ ກ່າວ​ຕື່ມ​ວ່າ: ຂັ້ນ​ໜີ້ 60-70 ເປີ​ເຊັນ ສ່ວນ​ທີ່​ເຫຼືອ 30-40 ເປີ​ເຊັນ ມັນ​ກະ​ຊິ​ພໍ​ຖູ​ໄຖໄປ ແຕ່ ຖ້າ​ໜີ້ 88 ເປີ​ເຊັນ ຫັ້ນ​ໃຈ​ຜືດ.”

ສ່ວນ​ວ່າ ເຈົ້າ​ໜ້າ​ທີ່​ອົງ​ການ​ພາກ​ປະ​ຊາ​ສັງ​ຄົມ ທ່ານ​ນຶ່ງ ທີ່ບໍ່​ປະ​ສົງ​ອອກ​ຊື່ ແລະ ສຽງ ໄດ້​ກ່າວ​ຕໍ່​ເອ​ເຊັຽ​ເສ​ຣີ ວ່າ: ອັນນີ້ ສະແດງວ່າບໍ່ຍອມຮັບຄວາມຈິງ, ມາຮອດປັດຈຸບັນ ສປປລ ມີໜີ້ສິນ 88 ເປີເຊັນຂອງ GDP ແລ້ວ ໃນປີ 2017 ລາວມີໜີ້ສິນ 60% ຂອງ GDP.”

ເຈົ້າ​ໜ້າ​ທີ່​ອົງ​ການ​ພາກ​ປະ​ຊາ​ສັງ​ຄົມ ຍັງ​ກ່າວ​ຕື່ມ​ວ່າ: ຄົງ​ຈະ​ມີ​ເຫດ​ຜົ​ລ​ທາງ​ການ​ເມືອງ ທີ່ບໍ່​ຢາກບອກວ່າ ຕິດ​ໜີ້​ຈີນ.”

ໃນ​ຈຳ​ນວນ​ໜີ້​ສິນ 14.5 ຕື້​ໂດ​ລ້າຣ໌ ໃນ​ປີ 2021 ໜີ້​ສິນ​ໃນຂ​ແນງ​ການ​ໄຟ​ຟ້າ​ກວມ​ເອົາ 4.35 ຕື້​ໂດ​ລ້າຣ໌ ຫຼື ເທົ່າ​ກັບ 30 ເປີ​ເຊັນ ອີງ​ຕາມຂໍ້​ມູນ​ຈາກ​ທະ​ນາ​ຄານ​ໂລກ.

ຫຼາຍ​ຄົນກໍ​ໃຫ້​ຄຳ​ນິ​ຍາມ ກັບ​ດັກ​ໜີ້ທີ່​ແຕກ​ຕ່າງ​ກັນ ເຊັ່ນ ການ​ຢືມ​ເງິນ​ແລ້ວ ບໍ່ສາ​ມາດ​ໃຊ້​ໜີ້​ແທນ​ໄດ້ ແລະ ຍັງ​ສືບ​ຕໍ່​ຢືມ​ອີກ ແລ້ວ​ສຸດ​ທ້າຍ​ເຂົາ​ກໍ​ເຂົ້າ​ມາ​ຢຶດ​ ກິຈ​ການ​ທີ່​ເປັນ​ຣັ​ຖວິ​ສາ​ຫະ​ກິ​ຈ​.     

ນັກ​ທຸ​ຣະ​ກິຈ​ລາວ ທ່ານ​ນຶ່ງ ໄດ້​ກ່າວ​ຕໍ່ວິທຍຸ​ເອ​ເຊັຽ​ເສ​ຣີ ວ່າ: ເຈົ້າໄປກູ້ ໄປກູ້ທຳອິດນີ້ ເປັນກັບດັກບໍ່ ຍັງບໍ່ທັນເປັນປານໃດ ແລ້ວແລກກັບຜົໂຍດ ນັກທຸຣະກິດຂອງເຂົາຕ້ອງເຂົ້າມາລົງທຶນ ໃນບ້ານເຈົ້າ ໂຕນີ້ແລ້ວ ລະມັນເສກິ ລົ້ມລະລາຍ ແລ້ວເຈົ້າຕ້ອງກູ້ຕື່ມ ຄັນກູ້ຕື່ມແລ້ວເຮັດໃຫ້ເຈົ້າບໍ່ມີຄວາມສາມາດໃຊ້ໜີ້ ຄັນບໍ່ມີຄວາມສາດໃຊ້ໜີ້ ເຈົ້າຕ້ອງປ່ອຍໃຫ້ເຂົາເຂົ້າມາບໍຣິຫານ ໂຄງການໃຫຍ່ໆ ແທນ ເຫັນບໍ່ຄື ສີລັງກາ ຫັ້ນແລ້ວ ກັບດັກໜີ້.”

ບາງ​ກໍລະນີ ກໍມີການປີບໃນກູ້ຢືມແບບທາງອ້ອມ ແລະ ຕໍ່ມາເມື່ອບໍ່ສາມາດໃຊ້ໄດ້ແລ້ວ ເຈົ້າໜີ້ກໍເຂົ້າມາຢຶດຊັບສິນ.

ນັກ​ທຸ​ຣະ​ກິຈ​ທ່ານນີ້ ກ່າວ​ຕື່ມ​ອີກວ່າ: ເວົ້າ​ພາ​ສາ​ຊາວ​ບ້ານ​ກໍ​ຄື ບີບ​ໃຫ້​ບໍ່​ມີ​ລະ​ໄປ​ກູ້ ກູ້​ແລ້ວ​ລະ ບໍ່​ສາ​ມາດ​ໃຊ້​ໄດ້​ລະ​ກະ ຢຶດ​ຊັບ​ທໍ່​ນັ້ນ​ຕີ້ ບໍ່​ມີ​ຊັບ​ໃຫ້ ມີ​ລູກ​ສາວ​ງາມກະ​ໄປ​ຂັດ​ດອກ.”

ກ່ຽວກັບການຊໍາລະໜີ້ສິນ,​ ນັກຂ່າວຕ່າງປະເທດ ເຄີຍຣາຍງານຂ່າວທາງດ້ານເສຖກິຈລາວ ແລະ ຕິດຕາມບັນຫາປະເທດ ມາຫຼາຍປີ ໄດ້ກ່າວຕໍ່ວິທຍຸເອເຊັຽເສຣີ ວ່າ: “ທາງອອກທີ່ຣັຖບານລາວຈະເຮັດ ກໍຄື ຂໍເລື່ອນກໍາຊໍາລະໜີ້ສິນ ຫຼື ຂໍຍົກເລີກໜີ້ສິນ, ມີການແລກປ່ຽນໜີ້​ສິນ ລະຫວ່າງທນາຄານແຫ່ງ ສປປ ລາວ ແລະ ທນາຄານແຫ່ງ ສປ ຈີນ - ທະນາຄານແຫ່ງ ສປ ຈີນ ເອົາເງິນໃຫ້ທະນາຄານແຫ່ງ ສປປ ລາວ ຢືມມາເປັນຄັງສະສົມ ເພື່ອຈ່າຍໜີ້ ຫຼື ຈີນ ຈະເອົາເງິນກູ້ຢືມໃຫ້ລາວ ເພື່ອໃຊ້ໜີ້.”

ນັກຂ່າວຕ່າງປະເທດ ທ່ານນີ້ ກ່າວຕື່ມວ່າ: “ບໍ່ວ່າທາງໃດ ກໍຕາມ ຈີນຈະຕັ້ງເງື່ອນໄຂ ເພື່ອເຂົ້າມາຄວບຄຸມລາວ ດ້ວຍການເຂົ້າມາເອົາຊັບສິນ ທີ່ເປັນຣັຖວິສາຫະກິຈໃດນຶ່ງຂອງລາວ ເພື່ອແລກກັບການທີ່ຈີນເອົາເງິນໃຫ້ລາວມາໃຊ້ໜີ້.”​   

ສິ່ງທີ່ເກີດຂຶ້ນຜ່ານມາ ​ບໍ​ຣິ​ສັດ​ຈີນທີ່​ຊື່​ວ່າ China Southern Power Grid ເຂົ້າ​ມາ​ຄວບ​ຄຸມ ແລະ ຖື​ຮຸ້ນ​ຫຼັກໃນໂຄງການລະບົບສາຍສົ່ງໄຟຟ້າລາວ ຂອງ​ບໍ​ຣິ​ສັດ ຣັ​ຖວິ​ສາ​ຫະ​ກິ​ຈ​ໄຟ​ຟ້າ​ລາວ ຍ້ອນ​ວ່າ ລາວ​ຕິດ​ໜີ້​ຈີນ ອີ​ງ​ຕາມ​ການ​ຣາຍ​ງານຂອງສຳ​ນັກ​ຂ່າວ Reuters ຂອງ​ອັງ​ກິດ ສ່ວນ​ວ່າ ທາງ​ການ​ລາວ ກໍ​ອອກ​ມາ​ປະ​ຕິ​ເສດ​ເຣື່ອງນີ້ ໂດຍທາງ​ການ​ລາວ ໄດ້​ຊີ້​ແຈງວ່າ ຈີນບໍ່​ໄດ້​ເຂົ້າ​ມາ​ຄວບ​ຄຸມ.

ນອກ​ຈາກນີ້ ທີ່​ຜ່ານ​ມາ ສຳ​ນັກ​ຂ່າວ​ຂອງ​ລາວ ກໍ​ໄດ້​ຣາຍ​ງານ​ວ່າ: ທາງ​ການ​ລາວ ໄດ້ຂາຍທະນາຄານພັທນາລາວ ແລະ ທະນາສົ່ງເສີມກສິກັມ ໃຫ້ບໍຣິສັດ ຈະເລີນເຊກອງ ພາວເວີຣ໌ ແລະ ບໍຣິສັດ ພົງທະວີຊັບ ກໍ່ສ້າງ.

ອົງການ Fitch Rating ທີ່ເປັນ​ອົງ​ການ ​ຈັດ​ອັນ​ດັບ​ຄວາມ​ໜ້າ​ເຊື່ອ​ຖື​ດ້ານການ​ຈ່າຍ​ໜີ້ ທີ່​ຕັ້ງ​ຢູ່ ສ​ຫະ​ຣັ​ຖ​ອາ​ເມ​ຣິ​ກາ ໄດ້​ອອກ​ບົດ​ຣາຍ​ງານ ໃນ​ວັນ​ທີ 9 ສິງ​ຫາ 2021 ວ່າ: ປະ​ເທດ​ລາວ​ຍັງ​ຄ້າງ​ຈ່າຍ​ໜີ້​ສິນໃຫ້​ຕ່າງ​ປະ​ເທດ ປະ​ມານ 400 ລ້ານ ໂດ​ລ້າຣ໌ ສະ​ເພາະ​ໃນ​ປີ 2021, ແລະ ແຕ່ ​ປີ 2022-2025 ປະ​ເທດ​ລາວ ມີ​ໜີ້​ຕ້ອງ​ຈ່າຍ​ປະ​ມານ 1 ຕື້ ໂດ​ລ້າຣ໌ (1,000 ລ້ານ ໂດ​ລ້າຣ໌) ໃນ​ຂ​ນະ​ທີ່​ ຣັ​ຖ​ບານ​ລາວ ໃຊ້​ໜີ້​ໄດ້​ພຽງ 150 ລ້ານ ໂດ​ລາ ໃນ​ເດືອນ ມິ​ຖຸນ​າ 2021 ທີ່​ຜ່ານ​ມາ.

ອົງການ Fitch Ratings ຍັງ​ຄາດ​ການ​ວ່າ: ຣັ​ຖ​ບານ​ລາວ ຍັງ​ຈະ​ສືບ​ຕໍ່ຂາຍ​ຊັບ​ສິນ​ ແລະ ຂາຍ​ສັມ​ປະ​ທານ​ ເພີ່ມ​ເຕີມ​ອີກ ເພື່ອ​ເອົາ​ເງິນ​ມາ​ໃຊ້​ໜີ້​ຕ່າງ​ປະ​ເທດໃນ​ອີກ 5 ປີ ຕໍ່​ໜ້າໂດຍ​ສ​ເພາະ ຄ​ະນະ​ຣັ​ຖ​ບານຊຸດ​ໃໝ່ ທີ່ໄດ້​ສຸມໃສ່​ທຸກ​ຄວາມ​ພ​ຍາ​ຍາມ ໃນ​ການ​ໃຊ້​ໜີ້.

ແຕ່ໃນ​ສ່ວນຂອງ ທ່ານ ທອງລຸນ ສີສຸລິດ ປະທານປະເທດລາວ ຍັງກ່າວຢູ່​ໃນ​ກອ​ງ​ປະ​ຊຸມຄັ້ງ​ທີ 27 ທີ່​ມີ​ຫົວ​ຂໍ້​ວ່າ ອະ​ນາ​ຄົດ​ຂອງເອ​ເຊັຽ ຕື່ມ​ວ່າ: “ການ​ອີງ​ໃສ່ຊັບ​ພະ​ຍາ​ກອນ​ ຂອງ​ປະ​ເທດ​ດຽວ ບໍ່​ພຽງ​ພໍ. ພວກ​ເຮົາ​ໄດ້ພົວ​ພັນ​ກັບ​ຫຼາຍ​ປະ​ເທດ ແລະ ອົງ​ການ​ຈັດ​ຕັ້ງ​ສາ​ກົນ ເພື່ອ​ຊ່ວຍ​ພວກ​ເຮົາ ພັ​ທນາ​ໂຄງ​ສ້າງ​ພື້ນ​ຖານ.” 

ທ່ານ ກ່າວ​ຕື່ມ​ວ່າ: “ພວກ​ເຮົາ​ປຶກ​ສາ ແລະ ເຈ​ຣະ​ຈາ ກັບປະ​ເທດ​ຈີນ​, ວຽດ​ນາມ, ຍີ່​ປຸ່ນ, ທະ​ນາ​ຄານ​ພັ​ທ​ນາ​ເອ​ເຊັຽ ແລະ ທະ​ນາ​ຄານ​ໂລກ ແລະ ປະ​ເທ​ດ​ອື່ນໆ ທີ່​ໃຫ້​ເງິນ​ກູ້ ແລະ ໃຫ້​ການ​ສ​ນັບ​ສ​ນູນ ສ​ປ​ປ​ລາວ.”    

ປະ​ເທດ​ລາວ ​ປະ​ສົບກັບວິ​ກິ​ຕການ ​ຣະ​ບາດ​ຂອງ​ໂຄວິດ-19 ຈົນ​ຕ້ອງ​ປິດ​ປະ​ເທດ​ເປັນ​ເວ​ລາ 2 ປີ​ປາຍ.

ນອກ​ຈາກນີ້ ປະ​ເທດ​ລາວ ຍັງ​ປະ​ສົບ​ກັບ​ບັນ​ຫາ​ນ້ຳມັນ​ແພງ, ເມື່ອວັນທີ 19 ພຶສພານີ້ ກະຊວງອຸດສາຫະກັມ ແລະການຄ້າ ໄດ້ອອກແຈ້ງການປັບຂຶ້ນລາຄານໍ້າມັນ ຂາຍຍ່ອຍທຸກຊນິດໃນທົ່ວປະເທດ.

ສະ​ເພາະ​ຢູ່ ແຂວງຫລວງພຣະບາງ ປັບລາຄານໍ້າມັນແອັດຊັງພິເສດ ຈາກ 22,560 ກີບເປັນ 24,140 ກີບຕໍ່ລິດ, ແອັດຊັງທັມມະດາ ຈາກ 17,670 ກີບເປັນ 18,940 ກີບ ແລະກາຊວນ ປັບຂຶ້ນຈາກ 18,200 ກີບເປັນ 18,530 ກີບ ສ່ວນ​ວ່າ ຢູ່​ແຂວງ​ອືື່ນໆ ລວມ​ທັງ​ນະ​ຄອນ​ຫລວງວຽງ​ຈັນ ກໍ​ປັບ​ຂຶ້ນກົນ​ໄກຂອງ​ກະ​ຊວງ​ໄດ້​ວາງ​ອອກ. ການປັບຂຶ້ນລາຄານໍ້າມັນຄັ້ງນີ້ ເປັນຄັ້ງທີ 12 ໃນປີ 2022.

ລາ​ຄາໄຂ່ໄກ່ ປັດຈຸບັນນີ້ລາຄາ 46,000 ກີບຕໍ່ແຕະ ຈາກແຕ່ກ່ອນ 35,000 ກີບຕໍ່ແຕະ ແຕ່ບາງ​ຮ້ານ​ທີ່​ຂາຍ​ເປັນ​ໜ່ວຍຈາກ​ 1,000 ປາຍກີບຕໍ່​ໜ່ວຍ ໃນ​ປີ 2021 ມາ​ເປັນ 2,000 ກີບຕໍ່​ໜ່ວຍ ໃນ​ປັດ​ຈຸ​ບັນ ອີງ​ຕາມ​ຂໍ້​ມູນ​ຈາກ​ປະ​ຊາ​ຊົນ.

ເວບ​ໄຊທ໌​ຂອງ​ທະ​ນາ​ຄານ​ແຫ່ງ ສ​ປ​ປ ​ລາວ ໄດ້​ລະ​ບຸ​ວ່າ ອັດ​ຕ​ຣາ​ເງິນ​ເຟີ້ໃນ​ເດືອນ​ເມ​ສາ​ ທີ່​ຜ່ານ​ມາ ເກືອບ 10 ເປີ​ເຊັນ.

ອັ​ດຕ​ຣາ​ແລກ​ປ່ຽນ​ເງິນ ​ຢູ່​ຮ້າ​ນແລກ​ປ່ຽນນອກຣະ​ບົບ ທີ່ບໍ່​ແມ່ນ​ຢູ່​ໃນ​ທະ​ນາ​ຄານ ເຊັ່ນ ເງິນ​ບາດ 500 ປາຍ​ກີບ ຕໍ່ 1 ບາດ, ສ່ວນ​ວ່າ ເງິນ​ໂດ​ລ້າ​ຣ໌ ປະ​ມານ 15,000 ກີບຕໍ່ 1 ໂດ​ລ້າ​ຣ໌ ອີງ​ຕາມ​ປະ​ຊາ​ຊົນຜູ້​ທີ່​ໄປ​ແລກ​ເງິນ, ແຕ່ ອັດ​ຕ​ຣາ​ຢູ່​ທະ​ນາ​ຄານ ແລະ ຮ້ານ​ແລກ​ປ່ຽນ​ອື່ນໆ ຈະ​ມີ​ຫຼຸດ​ລື່ນ​ກັນ.

ໃນ​ວັນ​ທີ 10 ພຶ​ສ​ພາ ທີ່​ຜ່ານ​ມາ, ຫ້ອງວ່າ​ການ​ສຳ​ນັກ​ງານ​ນາ​ຍົກ​ຣັ​ຖ​ມົນ​ຕ​ຣີ ໄດ້​ອອກ​ແຈ້ງ​ການ ໃຫ້ 5 ທະ​ນາ​ຄານຫຼັກ​ຢູ່​ໃນ ສ​ປ​ປ​ ລາວ ມາ​ປະ​ຊຸມ​ຮ່ວມ​ກັບ ເອ​ອັກ​ຄະ​ຣັ​ຖ​ທູດຈີນ, ວຽ​ດ​ນາມ ແລະ ຣັ​ສ​ເຊັຽ ປະ​ຈຳ​ລາວ, ກະ​ຊວງ​ກ່ຽວ​ຂ້ອງ ແລະ ຜູ້​ປະ​ກອບ​ການ ເພື່ອ​ແກ້​ໄຂ​ບັນເງິນ​ເຟີ້ ແລະ ອັດ​ຕ​ຣາ​ແລກ​ປ່ຽນ.

ແຈ້ງ​ການດັ່ງກ່າວ ຍັງລະບຸວ່າ: “ໂຕ​ແທນທະ​ນາ​ຄານ​ທີ່​ ຖືກ​ເຊີນ​ເຂົ້າ​ຮ່ວມກອງ​ປະ​ຊຸມ​ລວມ​ມີ ຮອງ​ຜູ້​ອຳ​ນວຍ​ການ​ທະ​ນາ​ຄານ​ແຫ່ງ​ການ​ຄ້າ ​ຕ່​າງ​ປະ​ເທດ​ລາວ ​ມະ​ຫາ​ຊົນ, ປະ​ທານທະ​ນາ​ຄານ​ພັ​ທ​ນາ​ລາວ, ປະ​ທານ​ທະ​ນາ​ຄານ​ສົ່ງ​ເສີມ​ກະ​ສິ​ກັມ, ປ​ະ​ທານ​ທະ​ນາ​ຄານ ເອັ​ສທີແບ້ງ, ປະ​ທານ​ທະ​ນາ​ຄານ​ພົງ​ສະ​ຫວັນ.”  

ທ່ານ Alex Kremer ຜູ້​ຕາງ​ໜ້າ​ຫ້ອງ​ການ​ທະ​ນາ​ຄານ​ໂລກ ປະ​ຈຳ​ປະ​ເທດ​ລາວ ໄດ້​ກ່າວຢູ່​ໃນ​ບົດ​ຖ​ແລງ​ຂ່າວ ໃນ​ວັນ​ທີ 13 ພຶ​ສ​ພາ ວ່າ: “ສະພາບການໃນລາວ ຍິ່ງທ້າທາຍເປັນພິເສດ ເນື່ອງຈາກບັນຫາໜີ້ສິນ ສາທາຣະນະ ແລະ ການຈັດເກັບລາຍຮັບທີ່ຍັງບໍ່ທັນດີ ດັ່ງນັ້ນ ບູລິມະສິດ ແມ່ນຄວນເລັ່ງໃສ່ການເກັບລາຍຮັບ ໂດຍການທົບທວນຄືນນະໂຍບາຍການຍົກເວັ້ນ ພາສີອາກອນ ໃນໂຄງການລົງທຶນ.”

ແຕ່​ວ່າ ອີງຕາມຜົຂອງກອງປະຊຸມ ຣັບາມັຍສາມັນ ປະຈຳເດືອນພຶພາ ທີ່ຜ່ານມາ, ໃນ ເດືອນມິຖຸນາ 2022 ຣັ​ບານ ຈະສຸມໃສ່ການຄຸ້ມຄອງເງິນຕາ, ບັນຫານ້ຳມັນເຊື້ອເພີງ ໃຫ້ມີຄວາມສະຫງົບ, ແກ້ໄຂໜີ້ສິນທັງພາຍໃນ ແລະຕ່າງປະເທດ ໃຫ້ໄປຕາມແຜນທີ່ກຳນົດໄວ້ ລວມທັງປັບບປຸງກົນໄກການເຮັດວຽກໃຫ້ຮັດກຸມ, ສະດວກ, ວ່ອງໄວ, ທັນການ  ແລະ ຮັບປະກັນປະສິດທິຜົລສູງສຸດ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.

ຄວາມເຫັນ

Huma
Jun 04, 2022 04:14 AM

ມັນກາມີຫລາຍປັດໃຈ ໂດຍສະເພາະແມ່ນ ຮ້ານແລກປ່ຽນເງິນຕາຢູ່ນອກມີຫລາຍເກີນໄປເຮັດໃຫ້ຄວບຄຸມເງິນຕາບໍ່ຢູ່ ເຊັ່ນ: ເລດເງິນຢູ່ທະນາຄານ ຊື້ມາ 46.83 ຂາຍ 46.93
ແຕ່ທາງຮ້ານແລກປ່ຽນເງິນຕາແມ່ນ ແລກ 500 ຫລື 520-530 ບາງຮ້ານກາ550 ມັນເລີຍເປັນເຫດເຮັດໃຫ້ຄວບຄຸມບໍ່ຢູ່ເພາະປະຊາຊົນໄປແລກເງິນຊະຊາຍຕາມຮ້ານທາງນອກເບິດ