ຊາວຄຣິສຕຽນລາວ ຖືກສຶກສາອົບຮົມ ໃຫ້ເຊົານັບຖື ຄຣິສຕ໌

ຈຳປາທອງ
2022.09.15
ຊາວຄຣິສຕຽນລາວ ຖືກສຶກສາອົບຮົມ ໃຫ້ເຊົານັບຖື ຄຣິສຕ໌ ຮູບໂຕຢ່າງ: ຊາວລາວຄຣິສຕຽນ ຢູ່ ເມືອງລອງ ແຂວງຫລວງນໍ້າທາ (ຮູບຖ່າຍເມື່ອ ເດືອນກຸມພາ ປີ 2021).
ນັກຂ່າວ ພົລເມືອງ

ຊາວຄຣິສຕຽນລາວ ໃນລາວຮູ້ສຶກເປັນຫ່ວງ ພາຍຫລັງທີ່ທາງການເມືອງເມິງ ແຂວງບໍ່ແກ້ວ ໄດ້ສຶກສາອົບຮົມ ຊາວຄຣິສຕຽນລາວ ຈໍານວນນຶ່ງ ໂດຍໃຫ້ເຫດຜົລວ່າ ຊາວຄຣິສຕຽນລາວດັ່ງກ່າວ ຫລົງຜິດ ແລະເຄື່ອນໄຫວ ທາງດ້ານສາສນາ ບໍ່ຖືກຕ້ອງ, ເກີນຂອບເຂດ ທີ່ໄດ້ຮັບອະນຸຍາດ.  

ເມື່ອເດືອນພຶສພາຜ່ານມາ ຫ້ອງການແນວລາວສ້າງຊາຕ ແລະຫ້ອງການພາຍໃນ ເມືອງເມິງ ໄດ້ຈັດການສຶກສາອົບຮົມ ຊາວຄຣິສຕຽນລາວ ຊົນເຜົ່າລາຫູ ແລະຊົນເຜົ່າອາຄ່າ ຈໍານວນ 131 ຄົນ ຢູ່ບ້ານປຸ່ງເລາະ ໃຫ້ພວກເຂົາເຈົ້າ ເຊົານັບຖືສາສນາຄຣິສຕ໌ ແລະໃຫ້ກັບມາເຊື່ອຖືຜີຄືເກົ່າ, ອີງຕາມຄໍາເວົ້າ ຂອງເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ທ່ານນຶ່ງຕໍ່ ວິທຍຸເອເຊັຽເສຣີໃນມື້ວັນທີ 15 ກັນຍານີ້.

ເຄື່ອນໄຫວສາສນາ ມັນກະບໍ່ຜິດ ແລ້ວແຕ່ວ່າ ບາງອັນຫັ້ນກະມີການນໍາໃຊ້ຊື່ໆ ແຕ່ບາງບຸກຄົນຫັ້ນນ່າ ສວຍໃຊ້ແບບສ້າງຄວາມເຄື່ອນໄຫວ ແບບສ້າງຄວາມບໍ່ສງົບບໍ່ ອັນນັ້ນອັນນີ້ ນໍາໃຊ້ສາສນາ ໄປແນວທາງທີ່ບໍ່ຖືກຕ້ອງ ບາງເທື່ອມັນກໍອອກນອກກອບ ໃຊ້ໃນທາງທີ່ບໍ່ຖືກຕ້ອງຫັ້ນນ່າ.

ທ່ານເວົ້າຕື່ມວ່າ ແຕ່ເຖິງຢ່າງໃດກໍຕາມ ທາງການເມືອງເມິງ ແລະເມືອງອື່ນໆ ໃນແຂວງບໍ່ແກ້ວນີ້ ກໍຍັງໃຫ້ສິດຊາວບ້ານ ເຊື່ອຖືສາສນາຄຣິສຕ໌ ໄດ້ຕາມປົກກະຕິຢູ່ ແຕ່ຕ້ອງເຄື່ອນໄຫວ ໃນແນວທາງທີ່ຖືກຕ້ອງ ແລະບໍ່ໃຫ້ຂັດຕໍ່ດໍາຣັຖວ່າດ້ວຍ ການຄຸ້ມຄອງ ແລະປົກປ້ອງ ການເຄື່ອນໄຫວ ສາສນາຢູ່ລາວ. ບໍ່ດັ່ງນັ້ນ ກໍຈະຖືກສຶກສາອົບຮົມ ແລະໃຫ້ບຸກຄົນນັ້ນໆ ເຊົາເຊື່ອຖືສາສນາຄຣິສຕ໌.

ຊາວຄຣິສຕຽນລາວ ຈໍານວນນຶ່ງ ທີ່ຮູ້ຂ່າວດັ່ງກ່າວ ກໍພາກັນຮູ້ສຶກ ບໍ່ສະບາຍໃຈ ແລະເຫັນວ່າ ການທີ່ເຈົ້າໜ້າທີ່ ສຶກສາອົບຮົມ ໃຫ້ຊາວຄຣິສຕຽນລາວ ເຊົາເຊື່ອຖືສາສນາຄຣິສຕ໌ ບໍ່ແມ່ນຈະອ້າງເຫດຜົລວ່າ ເປັນການຫລົງຜິດ ຫລືເຫດຜົນແນວໃດກໍຕາມ ແມ່ນເປັນການລົບລູ່ ຄວາມເຊື່ອຖືສາສນາ ແລະທັງເປັນການລະເມີດ ສິດທິສ່ວນບຸກຄົນນໍາດ້ວຍ.

ດັ່ງເຄືອຂ່າຍຄຣິສຕະຈັກ ຂ່າວປະເສີດ ຢູ່ແຂວງພາກເໜືອ ຂອງລາວ ທ່ານນຶ່ງ ກ່າວວ່າ:

ຖ້າເວົ້າເຣື່ອງສິດທິພື້ນຖານ ມັນກະລົບລູ່ແຫລະ ເພາະວ່າສິດທິທາງດ້ານກົດໝາຍ ຂອງດໍາຣັຖວ່າດ້ວຍ ການຄຸ້ມຄອງ ແລະການນັບຖືສາສນາ ມັນໃຫ້ສິດຈະເຊື່ອຖື ຫລືບໍ່ເຊື່ອຖືເນາະ. ມີສິດ ບາດນີ້ທາງການກໍມັກບໍ່ຢາກໃຫ້ເຊື່ອນີ້ ກະມີ ຄ້າຍໆກັບວ່າ ລົບລູ່ແຫລະ ຄັນຊິເວົ້າໄປ.

ໃນຂະນະດຽວກັນ ດຣ. ບຸນທອນ ຈັນທະລາວົງ-ວີເຊີ ປະທານອົງການພັນທະມິດ ເພື່ອປະຊາທິປະຕັຍໃນລາວ ທີ່ມີສູນກາງຢູ່ປະເທດເຢັຽຣະມັນ ກໍກ່າວວ່າ ກໍຣະນີທີ່ວ່ານີ້ ສະແດງໃຫ້ເຫັນວ່າ ເຈົ້າໜ້າທີ່ຂັ້ນເມືອງ ແມ່ນລົບລູ່ ການເຊື່ອຖືສາສນາຄຣິສຕ໌ ໂດຍໃຫ້ເຫດຜົລວ່າ ເປັນສາສນາທີ່ງົມງວຍ ຈຶ່ງບໍ່ຢາກໃຫ້ຊາວ ບ້ານເຊື່ອຖື ທັງໆທີ່ສາສນາຄຣິສຕ໌ ກໍແມ່ນສາສນາທີ່ມີຜູ້ຄົນນັບຖື ເປັນຈໍານວນຫລວງຫລາຍ ໃນທົ່ວໂລກ ຮວມທັງປະເທດລາວ.

ເພິ່ນກ່າວຫາ ວ່າສາສນາຄຣິສຕ໌ ເປັນສາສນາທີ່ແບບງົມງວຍ ແມ່ນເພິ່ນຄິດຜິດແລ້ວເນາະ ເພາະວ່າສາສນາຄຣິສຕ໌ ກະເປັນສາສນານຶ່ງ ທີ່ຖືກຮັບຮູ້ຢູ່ໃນເວທີສາກົນໂລກ ກະເປັນສາສນາ ທີ່ຜູ້ໃດກະຮູ້ວ່າ ເປັນສາສນາທີ່ມວນຊົນທັງໂລກ ສ່ວນຫລາຍກະມີການນັບຖືກັນ ທາງການ ສປປ ລາວ ຈະບໍ່ມີສິດໄປເກືອດຫ້າມປະຊາຊົນ.

ພ້ອມດຽວກັນນີ້ ກໍມີຊາວຄຣິສຕຽນລາວ ອີກຜູ້ນຶ່ງ ເວົ້າຕໍ່ວິທຍຸເອເຊັຽເສຣີ ໃນມື້ວັນທີ 14 ກັນຍານີ້ວ່າ ຍັງມີຊາວລາວອີກຫລາຍຄົນ ທີ່ຮູ້ຂ່າວດັ່ງກ່າວ ຮູ້ສຶກບໍ່ສະບາຍໃຈ ເຊັ່ນດຽວກັນ ແລະກໍເຫັນວ່າ ເປັນປົກກະຕິ ທີ່ເຈົ້າໜ້າທີ່ຂັ້ນບ້ານ, ຂັ້ນເມືອງ ພະຍາຍາມ ໃຫ້ຊາວຄຣິສຕຽນລາວ ໃນທ້ອງຖິ່ນຂອງຕົນ ປະລະ ການເຊື່ອຖືສາສນາຄຣິສຕ໌ ໂດຍໃຫ້ເຫດຜົລວ່າ ເປັນສາສນາຂອງຈັກກະພັດ.

ຢູ່ໃສກະຄືກັນຫັ້ນແຫລະ ເຂົາວ່າສາສນານີ້ ສາສນາຝຣັ່ງ ເຂົາວ່າແນວນັ້ນນ່າ. ພີ່ນ້ອງທີ່ເຊື່ອໃໝ່ນີ້ແນ່ນອນເຂົາເຮັດແນວນັ້ນ. ພີ່ນ້ອງທີ່ເຊື່ອເກົ່ານີ້ເຂົາບໍ່ກ້າເຮັດ ພີ່ນ້ອງທີ່ເກີດໃໝ່ຫັ້ນນ່າ ສ່ວນຫລາຍເຂົາຂົ່ມເຫັງແນວນັ້ນ ເວົ້າຫລາຍຢ່າງແຫລະ ເຂົາໃຫ້ເຊົາເຊື່ອນ່າ ບໍ່ແມ່ນແນວອື່ນ ເຂົາບໍ່ໃຫ້ເຊື່ອ.

ຢູ່ແຂວງພາກໃຕ້ ກໍມີຊາວຄຣິສຕຽນລາວ ຜູ້ນຶ່ງເວົ້າວ່າ ເມື່ອກ່ອນໜ້ານີ້ ຢູ່ທ້ອງຖິ່ນຂອງຕົນ ກໍເຄີຍມີປາກົດການ ເຈົ້າໜ້າທີ່ອໍານາດການປົກຄອງບ້ານ ນາບຂູ່ໃຫ້ຊາວຄຣິສຕຽນ ປະລະການເຊື່ອຖື ພຣະເຍຊູ ແລ້ວໃຫ້ຫັນກັບມາເຊື່ອຖືຜີຄືເກົ່າ ແລະວ່າ ມີເຈົ້າໜ້າທີ່ຂັ້ນເມືອງ ເປັນຜູ້ສນັບສນູນ ຊຸກຍູ້ເຈົ້າໜ້າທີ່ບ້ານເຮັດແນວນັ້ນ.

ເຄີຍມີໄດ໋ ດຽວນີ້ກະຍັງມີຢູ່ ສ່ວນຫລາຍນີ້ ແມ່ນອໍານາດການປົກຄອງບ້ານ ນີ້ແຫລະ ແຕ່ເມືອງນີ້ເຂົາຊຸກຍູ້ແບບລັບໆ ມີແຕ່ບ້ານແຫລະເຮັດ ຜູ້ທີ່ເຊື່ອນີ້ໃຫ້ເຊົາໂຕນີ້ຖິ້ມ ເຂົາໃຫ້ຄືນນັບຖືຜີຕໍ່.

ມາດຕຣາ 12 ຂອງດໍາຣັຖວ່າດ້ວຍ ການຄຸ້ມຄອງ ແລະປົກປ້ອງການເຄື່ອນໄຫວ ສາສນາຢູ່ລາວ ລະບຸໃນຕອນນຶ່ງວ່າ ໃນກໍຣະນີທີ່ນັກບວດ ຫລືນັກສອນສາສນາ ຂອງແຕ່ລະສາສນາ ໄປເຄື່ອນໄວ ຢູ່ນອກສາສນາສະຖານ ຕ້ອງໄດ້ຮັບອະນຸຍາດ ຈາກອົງການປົກຄອງບ້ານ ນັ້ນກ່ອນ, ໃນກໍລະນີໄປເຄື່ອນໄຫວ ຢູ່ບ້ານອື່ນ ຕ້ອງໄດ້ຮັບອະນຸຍາດ ຈາກເຈົ້າເມືອງ ທີ່ຮັບຜິດຊອບບ້ານນັ້ນ,​ ໃນກໍລະນີໄປເຄື່ອນໄຫວ ຢູ່ເມືອງອື່ນ ຕ້ອງໄດ້ຮັບອະນຸຍາດຈາກເຈົ້າແຂວງ, ເຈົ້າຄອງນະຄອນ ບ່ອນທີ່ຈະໄປເຄື່ອນໄຫວນັ້ນ ແລະໃນກໍລະນີເຄື່ອນໄຫວ ຢູ່ແຂວງອື່ນ ຕ້ອງໄດ້ຮັບອະນຸຍາດ ຈາກກະຊວງພາຍໃນ ແລະມາດຕຣາ 28, 29, 30 ແລະ 31 ຂອງດໍາຣັຖນັ້ນ ກໍໄດ້ລະບຸວ່າ ເຈົ້າໜ້າທີ່ກະຊວງພາຍໃນ, ເຈົ້າໜ້າທີ່ຂັ້ນແຂວງ ຫລືນະຄອນ, ເຈົ້າໜ້າທີ່ຫ້ອງການພາຍໃນ ເມືອງ-ເທສບານ ແລະເຈົ້າໜ້າທີ່ອໍານາດ ການປົກຄອງຂັ້ນບ້ານ ມີສິດສັ່ງໂຈະ ຫລືສເນີໃຫ້ສັ່ງໂຈະ, ຢຸດເຊົາການເຄື່ອນໄຫວສາສນາ ແລະຄວາມເຊື່ອຖື ທີ່ບໍ່ສອດຄ່ອງກັບນະໂຍບາຍ, ຮີດຄອງປະເພນີອັນດີງາມ, ກົດໝາຍ ແລະ ລະບຽບການ ໃນຂອບເຂດຄວາມຮັບຜິດຊອບຂອງຕົນ ເປັນຕົ້ນ ລະເມີດຕໍ່ຄວາມໝັ້ນຄົງ ຂອງຊາຕ, ຄວາມສາມັກຄີ ລະຫວ່າງບັນດາເຜົ່າ ແລະສາສນາ.

ປັດຈຸບັນ ຜູ້ທີ່ນັບຖື ສາສນາຄຣິສຕຽນ ໃນລາວ ມີຫລາຍພໍສົມຄວນ ໂດຍສະເພາະ ຢູ່ແຂວງສວັນນະເຂດ ຊຶ່ງເປັນແຂວງ ທີ່ມີຊາວຄຣິສຕຽນລາວ ຫລາຍທີ່ສຸດ, ທົ່ວແຂວງມີຜູ້ເຊື່ອຖື ສາສນາຄຣິສຕ໌ ທຸກນິກາຍ ປະມານ 42,900 ຄົນ, ອີງຕາມການຣາຍງານ ຂ່າວຂອງໂທຣະທັດ ແຂວງສວັນນະເຂດ ເມື່ອວັນທີ 1 ກັນຍານີ້.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.