ລັດຖະບານອາເມຣິກາ ຈະໃຫ້ທຶນຊ່ອຍເຫຼືອ ເຫຍື່ອຄ້າມະນຸດ ຢູ່ ຂ. ຫຼວງນໍ້າທາ
2025.01.22

ໃນອາທິດທີ່ຜ່ານມາ, ທ່ານນາງ Heather Variava, ເອກອັກຄະລັດຖະທູດ ສະຫະລັດອາເມຣິກາ ປະຈໍາປະເທດລາວ ໃນຖານະ ຜູ້ຕາງໜ້າ ລັດຖະບານ ສະຫະລັດອາເມຣິກາ ໄດ້ພົບກັບ ຜູ້ຕາງໜ້າ ສະຫະພັນແມ່ຍິງ ແຂວງຫຼວງນໍ້າທາ ເພື່ອປຶກສາຫາລື ກ່ຽວກັບຄວາມພະຍາຍາມ ຊ່ອຍເຫຼືອຜູ້ລອດຊີວິດ ຈາກການຄ້າມະນຸດ ໃນຮູບຕ່າງໆ ທີ່ຈະໄດ້ຮັບທຶນ ຈາກລັດຖະບານອາເມຣິກາ ໃນໂຄງການ “ສົ່ງເສີມຄວາມຊ່ຽວຊານ, ວຽກງານຫັດຖະກໍາ ຂອງຊ່າງສີມື ໃນລາວ ເພື່ອປົກປ້ອງ ສິດ, ຊັບສິນທາງປັນຍາ.” ສືບເນື່ອງຈາກ ທີ່ຜ່ານມາ ເຄີຍມີເດັກນ້ອຍ ແລະ ແມ່ຍິງລາວ ຈໍານວນບໍ່ໜ້ອຍ ທັງຈາກແຂວງຫຼວງນໍ້າທາ ແລະ ແຂວງອື່ນໆ ຕົກເປັນຜູ້ຖືກເຄາະຮ້າຍ ຈາກການຄ້າມະນຸດ ໃນຮູບແບບ ການແຕ່ງດອງ ກັບຜູ້ຊາຍຈີນ ແລະ ການຖືກຕົວະ ໄປອອກແຮງງານ ຢູ່ຕ່າງປະເທດ, ເຊິ່ງໂຄງການນີ້ ຈະປົກປ້ອງ ບໍ່ໃຫ້ເດັກນ້ອຍ ແລະ ແມ່ຍິງລາວ ທີ່ອາໄສຢູ່ ແຂວງຕິດຊາຍແດນ ປະເທດຈີນ ບໍ່ໃຫ້ຕົກເປັນ ຜູ້ຖືກເຄາະຮ້າຍ ຈາກການຄ້າມະນຸດ ອີກ, ຕາມຄວາມເວົ້າ ຂອງເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ທີ່ຂໍສະຫງວນໜ່ວຍງານ ຢູ່ແຂວງຫຼວງນໍ້າທາ ນາງໜຶ່ງ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນວັນທີ 20 ມັງກອນ ນີ້ວ່າ:
“ບ້ານຕິດກັບ ລຽບຕາມຊາຍແດນເນາະ ຜູ້ຍິງຫວ່າງງານ ເຂົາເຈົ້າຈະໄປ ອອກແຮງງານ ຢູ່ຕ່າງປະເທດ ແລ້ວມັນຈະຕົກເປັນເຫຍື່ອ ຂອງການຄ້າມະນຸດ. ເບື້ອງຕົ້ນ, ເຮົາບໍ່ຢາກໃຫ້ ຕົກເປັນເຫຍື່ອ ຂອງການຄ້າມະນຸດເນາະ ເຮົາຈຶ່ງສົ່ງເສີມ ວຽກນີ້ຂຶ້ນມາ ພາຍຫຼັງທີ່ວ່າ ເຂົາເຈົ້າຫັ້ນ ຖືກຕົວະຍົວະ ໄປຂາຍບໍ ຫຼືວ່າ ໄປແຕ່ງງານ ກັບອັນຄົນຕ່າງປະເທດ ທີ່ວ່າຊ່ວຍເຫຼືອ ກັບຄືນມາໄດ້. ພວກເຮົາກໍຈະເອົາມາ ເຂົ້າໂຄງການນີ້ ເພື່ອຢາກໃຫ້ເຂົາເຈົ້າຫັ້ນ ມີວຽກເຮັດງານທໍາ ເພື່ອຫຼຸດຜ່ອນ ອອກຈາກຄວາມທຸກຍາກ, ຫັ້ນນ່າ.”
ອາທິດທີ່ຜ່ານມານັ້ນ, ທ່ານນາງ Heather Variava ຍັງໄດ້ໄປຊົມ ງານຫັດຖະກໍາ ຂອງຊົນເຜົ່າ ອິວມຽນ (MIEN) ທີ່ຕັດຫຍິບ ແລະ ຖັກແສ່ວ ໄດ້ຢ່າງສວຍງານ ຢູ່ບ້ານພູດອນທັນ, ເມືອງສິງ ອີກນໍາ ແລະ ໂອກາດນີ້ ສະຫະພັນແມ່ຍິງແຂວງ ກໍໄດ້ສະເໜີ ຕໍ່ທີມງານ ຂອງທ່ານທູດ ວ່າ ຢາກໃຫ້ສິນຄ້າ ຂອງຊົນເຜົ່າອິວມຽນ ເປັນສິນຄ້າ ODOP ແລະ ຖືກຍົກລະດັບ ເປັນຊັບສິນທາງປັນຍາ ລວມທັງ ເປັນການສົ່ງເສີມ ໃຫ້ເດັກນ້ອຍ ແລະ ແມ່ຍິງ ຊົນເຜົ່າອິວມຽນ ໃຫ້ມີວຽກເຮັດ ມີລາຍໄດ້ ນໍາດວ້ຍ. ດັ່ງເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ທີ່ຂໍສະຫງວນໜ່ວຍງານ ຢູ່ແຂວງຫຼວງນໍ້າທາ ຜູ້ດຽວກັບຂ້າງເທິງ ກ່າວວ່າ:
“ເຂົາເອົາເປັນສິນຄ້າ ODOP ຂອງເມືອງ ແລ້ວກໍຈົດລິຂະສິດ ເປັນຊັບສິນ ທາງປັນຍາ ຂອງອັນເອື້ອຍນ້ອງແມ່ຍິງ ຂອງເຜົ່າ ອິວມຽນ (Mien) ເຮົາ, ຫັ້ນນ່າ ເພາະວ່າ ມັນມີຊື່ສຽງ. ຂາຍແລ້ວ ຂາຍສົ່ງອອກ ໄປ ທາງຫຼວງພຣະບາງ ກັບທາງຫຼັກໆ ກໍສົ່ງໄປທາງ ອາເມຣິກາ ເນາະ, ຂາຍດີຢູ່ ແລະ ຄົນມາທ່ອງທ່ຽວຫຍັງ ເຂົາເຈົ້າກໍໄປ, ເລັງໃສ່ໄປເບິ່ງ ອັນເຄື່ອງຫັດຖະກໍາ ຊົນເຜົ່ານີ້, ຊີ້ນ່າ. ຢ້ານວ່າ ກຸ່ມອື່ນ ຫຼືວ່າ ເຂົາເຈົ້າ ໄປຈົດລິຂະສິດ, ຫັ້ນນ່າ.”
ນາງກ່າວຕື່ມວ່າ ແຕ່ປີ 2004 ເປັນຕົ້ນມາ, ທີ່ສະຫະພັນແມ່ຍິງລາວ ດໍາເນີນການ ຂໍທຶນສະໜັບສະໜູນ ຈາກຫຼາຍພາກສ່ວນ ບໍ່ວ່າຈະເປັນພາກລັດ, ເອກກະຊົນ ແລະ ສາກົນ, ແຕ່ກໍ່ບໍ່ມີໃຜ ໃຫ້ການສະໜັບສະໜູນ. ຕໍ່ມາ, ປີ 2025 ທີ່ມີສະຖານທູດ ສະຫະລັດອາເມຣິກາ ປະຈໍາລາວ ມີຄວາມສົນໃຈ ຈະໃຫ້ການສະໜັບສະໜູນ ໂຄງການ “ສົ່ງເສີມຄວາມຊ່ຽວຊານ, ວຽກງານຫັດຖະກໍາ ຂອງຊ່າງສີມື ໃນລາວ ເພື່ອປົກປ້ອງ ສິດ, ຊັບສິນທາງປັນຍາ.”
ທາງດ້ານເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ຢູ່ແຂວງຜົ້ງສາລີ ນາງໜຶ່ງ ກ່າວວ່າ ສາເຫດສ່ວນຫຼາຍ ທີ່ເຮັດໃຫ້ ເດັກນ້ອຍແມ່ຍິງ ແລະ ແມ່ຍິງລາວ ຕົກເປັນຜູ້ຖືກເຄາະຮ້າຍ ຈາກການຄ້າມະນຸດ ໃນຮູບແບບຕ່າງໆ ແມ່ນເກີດຈາກ ຄວາມທຸກຍາກ. ດັ່ງນັ້ນ, ຫາກມີໂຄງການ ຂອງລັດຖະບານ ສະຫະລັດອາເມຣິກາ ມາສະໜັບສະໜູນ ກໍຈະຊ່ອຍ ເປັນການຫຼຸດຜ່ອນ ການຄ້າມະນຸດໄດ້ ເທື່ອລະໜ້ອຍ ຍ້ອນເປັນໂຄງການ ທີ່ສ້າງລາຍໄດ້ ໃຫ້ເດັກນ້ອຍແມ່ຍິງ ແລະ ແມ່ຍິງລາວ. ດັ່ງນາງກ່າວວ່າ:
“ບໍ່ມີເງິນຈ່າຍ ຄອບຄົວທຸກຍາກ ເຂົາກໍຄ້າມະນຸດຫັ້ນ. ກໍຄັນມີຜູ້ລົງທຶນ ໂຄງການເຂົ້າມາສະເພາະ, ໂດຍສະເພາະ ແນວນັ້ນຫັ້ນກໍ, ກໍຊິຊ່ອຍຫຼຸດຜ່ອນ ຄ້າມະນຸດ ເທື່ອລະໜ້ອຍໄປ ຫັ້ນແຫຼະ. ດຽວນີ້, ກໍຄືເວົ້າຫັ້ນ ບໍ່ໄດ້ປຸກລະດົມ, ບໍ່ໄດ້ມີໂຄງການອັນນີ້ ອັນນັ້ນ ລົງທຶນເຂົ້າມາ, ໂດຍສະເພາະ ເພື່ອຕ້ານໂຕຫັ້ນນັ້ນ ກະບໍ່ມີຫັ້ນເດ້.”
ກ່ຽວກັບເລື່ອງນີ້, ວິທຍຸເອເຊັຽເສຣີ ໄດ້ຕິດຕໍ່ໄປຫາ ສະຖານທູດອາເມຣິກາ ປະຈໍາລາວ ເພື່ອສອບຖາມ ລາຍລະອຽດເພີ່ມຕື່ມ, ແຕ່ທາງເຈົ້າໜ້າທີ່ ຜູ້ຮັບໂທລະສັບ ຊີ້ແຈງວ່າ ຍັງບໍ່ມີ ລາຍລະອຽດຕື່ມ ໃຫ້ຮູ້ເທື່ອ ວ່າຈະເລີ່ມ ເຮັດໂຄງການນີ້ ເມື່ອໃດ, ແຕ່ຄັນມີຄວາມຄືບໜ້າ ກໍຈະແຈ້ງໃຫ້ຮູ້ ໃນພາຍຫຼັງ.
ຄັນມີໂຄງການນີ້ ເກີດຂຶ້ນແທ້ ຈະເຮັດໃຫ້ ກຸ່ມນັກຮຽນຊົນເຜົ່າ ກິນ-ນອນ ພາຍໃນແຂວງ ມີລາຍໄດ້ ຈາກການຫວ່າງຮຽນໜັງສື ມາຕໍ່າຫູກ, ຫຍິບປັກ, ຖັກ, ແສ່ວ ນໍາດ້ວຍ, ເຊິ່ງຈະຊ່ອຍໃຫ້ ກຸ່ມນັກຮຽນຊົນເຜົ່າ ມີລາຍໄດ້ ແລະ ຫ່າງໄກ ຈາກຄວາມທຸກຍາກ ບໍ່ຕົກເປັນເຫຍື່ອ ການຄ້າມະນຸດ ໃນຮູບແບບຕ່າງໆ. ດັ່ງຜູ້ປົກຄອງນັກຮຽນ ນາງໜຶ່ງ ກ່າວວ່າ:
“ມັນກໍມີເປົ້າໝາຍ ເດັກເກນອາຍຸຫັ້ນ, ເກນອາຍຸສໍ່ານີ້ ເຮົາຄວນຢູ່ ໃນລະດັບໃດ ຈະຝຶກລະດັບໃດເນາະ ໃຫ້ຄວາມຮູ້, ໃຫ້ເຂົາເຈົ້າຊື່ໆ. ອັນນີ້, ເພິ່ນມີລາຍໄດ້ ເພິ່ນກໍໄປທາງອື່ນ. ຊ່ວຍໄດ້ຫຼາຍແຫຼະ ເຮົາເຮັດເຮົາກິດຈະກໍາໃດໜຶ່ງ ກໍ່ເພື່ອໃຫ້ ຫຼີກລ້ຽງບັນຫາ.”
ສໍາລັບໂຄງການ ດັ່ງກ່າວນີ້, ຍັງບໍ່ມີລາຍລະອຽດ ວ່າຈະເລີ່ມ ຈັດຕັ້ງປະຕິບັດ ມື້ໃດ, ຮູບແບບໃດ ແລະ ໄດ້ທຶນ ຈາກສະຖານທູດ ອາເມຣິກາ ຈໍານວນເທົ່າໃດ. ຂະນະທີ່ ການລົງຢ້ຽມຢາມ ຂອງທ່ານນາງ Heather Variava ໃນເທື່ອນີ້, ຖືເປັນການ ເປີດໂອກາດ ໃຫ້ສະຫະພັນແມ່ຍິງ ແຂວງຫຼວງນໍ້າທາ ໄດ້ສະເໜີ ແນວຄວາມຄິດ ເພື່ອເປີດໂອກາດ ທາງດ້ານເສດຖະກິດ, ເຊິ່ງແມ່ນໂອກາດ ໃນການສ້າງຄວາມຈະເລີນຮຸ່ງເຮືອງ ໃຫ້ແກ່ປະຊາຊົນລາວ, ອີງຕາມຂໍ້ມູນ ຈາກຫ້ອງການ ສະຫະພັນແມ່ຍິງ ແຂວງຫຼວງນໍ້າທາ.