ສປປ ລາວ ຮ່ວມມືກັບ ເອກຊົນລາວ, ວຽດນາມ ພັທນາ ພລັງງານລົມ

ໄຊຍາ
2022.09.14
ສປປ ລາວ ຮ່ວມມືກັບ ເອກຊົນລາວ, ວຽດນາມ ພັທນາ ພລັງງານລົມ ສາຍສົ່ງໄຟຟ້າ ໃນແຂວງພາກໃຕ້
ນັກຂ່າວ ພົລເມືອງ

ທາງການລາວຈະຮ່ວມມືກັບບ ບໍຣິສັດ ສວັນວາຍຸ ພລັງງານສະອາດ ຈຳກັດ ຫຼື Savan Vayu Renewable Energy ຂອງເອກຊົນລາວ ກັບ ບໍຣິສັດ LMT Lao ຈາກປະເທດວຽດນາມ ພັທນາໂຄງການໄຟຟ້າ ພລັງງານລົມ ທີ່ມີກຳລັງການຜລິຕ 1,200 ເມກາວັຕ ໃນຈຸດສຸມລາໂກ ເມືອງເຊໂປນ ແຂວງສວັນນະເຂດ ເພື່ອນໍາໃຊ້ພາຍໃນ ແລະ ສົ່ງອອກຕ່າງປະເທດ ໂດຍສະເພາະປະເທດວຽດນາມ.

ໂຄງການດັ່ງກ່າວ ໄດ້ມີພິທີເຊັນສັນຍາບັນທຶກ ຄວາມເຂົ້າໃຈ MOU ເພື່ອສຶກສາສຳຣວດ ຄວາມເປັນໄປໄດ້ໃນມື້ວັນທີ 9 ກັນຍາ 2022 ທີ່ຜ່ານມາທີ່ ກະຊວງແຜນການ ແລະ ການລົງທຶນ ໂດຍມີ ທ່ານ ດຣ. ສີນາວາ ສຸພານຸວົງ ຮອງຣັຖມົນຕຣີ ກະຊວງພລັງງານ ແລະ ບໍ່ແຮ່ເຂົ້າຮ່ວມເປັນສັກຂີພະຍານ.

ກ່ຽວກັບໂຄງການພັທນາດັ່ງກ່າວ ຊາວບ້ານໃນເມືອງເຊໂປນ ແຂວງສວັນນະເຂດ ເຫັນວ່າ ຫາກເປັນການລົງທຶນດ້ານພລັງງານສະອາດ ແລະ ບໍ່ໄດ້ສົ່ງຜົລກະທົບຕໍ່ສິ່ງແວດລ້ອມ ແລະ ສັງຄົມກໍຄືກັນກັບໂຄງການອື່ນໆ ກໍເຫັນດີໃຫ້ມີການພັທນາ ເພື່ອຄວາມຈະເຣີນຮຸ່ງເຮືອງ ຂອງປະເທດລາວ ແລະ ຊາວເມືອງເຊໂປນ.

ດັ່ງຊາວບ້ານຜູ້ນຶ່ງ ໃນເມືອງ ເຊໂປນ ແຂວງ ສວັນນະເຂດ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ວັນທີ 14 ກັນຍາ ນີ້ວ່າ:

ໂອ້ຊິມາເຮັດແນວນັ້ນແລ້ວເນາະ ຈະເຣີນແລ້ວ ການີ້ພັດລົມຕັ້ງຂຶ້ນງາມໆ ເນາະເຫັນຢູ່ວຽດນາມດອກຄັກນ່າ ເຈົ້າບໍ່ເຮັດກາຊິໝົດແລ້ວລູກເອີຍ ໄມ້ນ່າ ເຂົາຕັດເຮັດບົດໄມ້ ໄປໃຫ້ໂຮງງານຈີນ ໂຮງງານເຈັ້ຽນ່າຊິໝົດແລ້ວໄມ້ນ່າ (ພູ) ຈະເປັນຫົວໂລ້ນໝົດ.

ຊາວບ້ານຜູ້ນີ້ກ່າວອີກວ່າ ສຳລັບເຂດຈຸດສຸມລາໂກ ແມ່ນຢູ່ຫ່າງຈາກເທສບ້ານເມືອງເຊໂປນ ອອກໄປປະມານ 45-50 ກິໂລແມັຕ ຕິດກັບຊາຍແດນວຽດນາມ ຊຶ່ງບໍ່ມີເຂດຊຸມຊົນອາສັຍຢູ່ ມີພຽງຊາວບ້ານຈຳນວນນຶ່ງ ມັກຈະເຂົ້າໄປຫາເຄື່ອງປ່າ ຂອງດົງເທົ່ານັ້ນ.

ສ່ວນຊາວບ້ານອີກຄົນນຶ່ງ ໃນເມືອງເຊໂປນກ່າວວ່າ ຫາກເປັນການລົງທຶນ ດ້ານພລັງງານສະອາດເປັນຕົ້ນ ພລັງງານລົມ ຫຼື ພລັງງານແສງຕາເວັນ ກໍເຫັນດີໃຫ້ມີການພັທນາ ແລະເຊື່ອໝັ້ນວ່າ ຊາວບ້ານທຸກຄົນພາຍໃນເມືອງເຊໂປນ ກໍຈະເຫັນດີເຊັ່ນດຽວກັນ ເນື່ອງຈາກການພັທນາພລັງງານລົມ ແລະພລັງງານແສງຕາເວັນ ສົ່ງຜົລກະທົບຕໍ່ສິ່ງແວດລ້ອມ ແລະສັງຄົມໜ້ອຍ ຫາກທຽບໃສ່ໂຄງການ ກໍ່ສ້າງເຂື່ອນ ທີ່ປ່າໄມ້ຈະຖືກຕັດທຳລາຍ ຫຼືມີຊາວບ້ານຖືກໂຍກຍ້າຍ ອອກຈາກພື້ນທີ່.

ດັ່ງຊາວລາວຜູ້ນຶ່ງ ໃນເມືອງເຊໂປນ ແຂວງສວັນນະເຂດ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ດຽວກັນນີ້ວ່າ:

ໂອ້ເພິ່ນຍີນດີໃດ ເພິ່ນໃຫ້ເຮັດໃດພລັງງານ ຍັງບໍ່ມີໃຜມາເຮັດໃດໂຕນີ້ໃດສ່ວນຫຼາຍມີແຕ່ຢູ່ແຖວຊາຍແດນວຽດນາມກັງຫັນລົມນ່າ (ເຣື່ອງຜົລກະທົບ) ບໍ່ເປັນຫຍັງລົມກັນກັບຂະເຈົ້າຂະເຈົ້າໄປພື້ນຖານແລ້ວກາຂະເຈົ້າເວົ້າງ່າຍຢູ່ດອກ.

ກ່ຽວກັບເຣື່ອງນີ້ເຈົ້າໜ້າທີ່ ຫ້ອງການຊັພຍາກອນທັມມະຊາຕ ແລະສິ່ງແວດລ້ອມ ເມືອງເຊໂປນ ກ່າວວ່າ ຈາກການສຶກສາ ໃນເບືື້ອງຕົ້ນກໍເຫັນວ່າ ການພັທນາໂຄງການໄຟຟ້າ ພລັງງານລົມຂ້ອນຂ້າງຈະມີຜົລກະທົບ ຕໍ່ສິ່ງແວດລ້ອມ ແລະສັງຄົມໜ້ອຍ ເນື່ອງຈາກ ຈະບໍ່ມີການບຸກເບີກ ເນື້ອທີ່ປ່າໄມ້ ເປັນວົງກ້ວາງອີກທັງສັດປ່າ ທີ່ອາສັຍຢູ່ເຂດຈຸດສຸມລາໂກ ກໍບໍ່ຕ້ອງອົບພະຍົບອອກ ຈາກພື້ນທີ່ໄປຫາກິນບ່ອນອື່ນ ແຕ່ແນວໃດກໍຕາມ ບໍຣິສັດຜູ້ພັທນາໂຄງການ ດັ່ງກ່າວ ກໍຍັງຕ້ອງເອົາໃຈໃສ່ ເຣື່ອງຜົລກະທົບ ຕໍ່ສິ່ງແວດລ້ອມ ແລະສັງຄົມເຊັ່ນດຽວກັນ ກັບໂຄງການອື່ນໆ ເພື່ອບໍ່ໃຫ້ເກີດຜົລກທົບ ໃນໄລຍະຍາວ.

ດັ່ງເຈົ້າໜ້າທີ່ຫ້ອງການ ຊັພຍາກອນທັມຊາຕ ແລະສິ່ງແວດລ້ອມ ເມືອງເຊໂປນ ແຂວງສວັນນະເຂດ ກ່າວ ຕໍ່ວິທຍຸເອເຊັຽເສຣີ ໃນມື້ດຽວກັນນີ້ວ່າ:

ຄັນພລັງງານລົມນີ້ ມັນກາໄດ້ຕິດຕັ້ງຢູ່ນີ້ ມັນກາໄດ້ບຸກເບີກໂຕເນື້ອທີ່ ທີ່ຊິຕັ້ງເນາະມັນຊິບໍ່ໃຊ້ເນື້ອທີ່ ຊິຖືກຜົລກະທົບ ຕໍ່ທັມມະຊາຕຫຼາຍ ຜົລກະທົບຕໍ່ທັມມະຊາຕ ຕໍ່ສັງຄົມມັນກາໜ້ອຍກ່ວາ.

ພລັງງານລົມ ເປັນອີກນຶ່ງຊັພຍາກອນ ທີ່ມີຄວາມສຳຄັນ ຂອງປະເທດລາວ ແລະໂຄງການດັ່ງກ່າວນີ້ ຈະເປັນແນວທາງ ໃນການຄຸ້ມຄອງ ອາຍແກັສເຮືອນແກ້ວ ຂອງລາວ ໂດຍການຫັນໄປລົງທຶນ ດ້ານພລັງງານລົມ ຫຼື ພລັງງານແສງຕາເວັນ ເພີ່ມຂຶ້ນ.

ສຳລັບແຂວງ ທີ່ເອື້ອອຳນວຍ ທັງເຣື່ອງຂອງທິດທາງລົມ ແລະ ພູມສັນຖານ ປະເທດໃນການພັທນາ ໂຄງການໄຟຟ້າພລັງງານລົມ ແລະ ພລັງງານແສງຕາເວັນ ກໍຈະຢູ່ທາງແຂວງພາກໃຕ້ ຂອງປະເທດລາວຊຶ່ງໃນປັດຈຸບັນ ກໍມີຫຼາຍບໍຣິສັດ ທັງພາຍໃນ ແລະຕ່າງປະເທດ ເຂົ້າມາສຳຣວດ ແລະສຶກສາ ຄວາມເປັນໄປໄດ້.

ດັ່ງເຈົ້າໜ້າທີ່ ກະຊວງພລັງງານ ແລະບໍ່ແຮ່ທ່ານນຶ່ງ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ດຽວກັນນີ້ວ່າ:

(ບໍຣິສັດ) ເພິ່ນກາລົງສຳຣວດ ສຶກສາທາງດ້ານວັດແທກ ລົມອີ່ຫຍັງຕ່າງໆ ເຮົາຈະມີຄວາມເປັນໄປໄດ້ ທາງດ້ານພາກໃຕ້ ຫຼາຍກ່ອນເພາະ ລົມຈະດີກ່ອນເປັນເຂດພູສູງແນ່.

ສຳລັບການພັທນາ ໂຄງການໄຟຟ້າ ພລັງງານລົມຢູ່ເຂດຈຸດສຸມລາໂກ ເມືອງເຊໂປນ ແຂວງສວັນນະເຂດ ກວມເອົາເນື້ອທີ່ທັງໝົດ 28,513 ເຮັກຕ້າຣ໌ ມີກຳລັງການຜລິຕ 1,200 ເມກາວັຕ ມູນຄ່າການລົງທຶນປະມານ 2,159 ລ້ານໂດລ້າຣ໌ສະຫະຣັຖ. ໂຄງການດັ່ງກ່າວ ຄາດຄະເນວ່າ ຈະສ້າງສຳເຣັດ ແລະເຣີ່ມການຜລິຕໃນທ້າຍປີ 2025 ເພື່ອນໍາໃຊ້ທັງພາຍໃນ ແລະ ສົ່ງອອກໄປຕ່າງປະເທດ ໂດຍສະເພາະວຽດນາມ.

ການຈັດຕັ້ງ ປະຕິບັດບົດບັນທຶກຄວາມເຂົ້າໃຈ ໃນຄັ້ງນີ້ແມ່ນການຮ່ວມມື ໃນຂແນງການພລັງງານ ກັບປະເທດວຽດນາມ ທີ່ເຊັນຮ່ວມກັນໃນປີ 2016 ວ່າດ້ວຍການຮ່ວມມື ເພື່ອພັທນາ ໂຄງການໄຟຟ້າ ຢູ່ປະເທດລາວ ເປັນການເຊື່ອມຕໍ່ລະບົບ ສາຍສົ່ງ ແລະການ ຊື້-ຂາຍ ພລັງງານ ລະຫວ່າງ 2 ປະເທດ ນັບແຕ່ປີ 2020-2030 ໂດຍຜູ້ພັທນາ ໂຄງການ ໄດ້ເຣີ່ມສຶກສາ ຂໍ້ມູນເບື້ອງຕົ້ນ ກ່ຽວກັບໂຄງການໄຟຟ້າ ພລັງງານລົມ ນັບແຕ່ກາງປີ 2021 ເປັນຕົ້ນມາ ເຫັນວ່າມີທ່າແຮງສູງ ໃນການພັທນາ ທຸຣະກິຈດ້ານພລັງງານ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.