ຄົບຮອບ 3 ປີ ຍານາງ ໝວຍ ຖືກຈັບ
2022.09.13
ໃນວາຣະຄົບຮອບ 3 ປີ ຍານາງ ຮວາຍເຮືອງ ໄຊຍະບູລີ (Houayheaung Xayabouly) ຫຼື ໝວຍ ຊາວລາວໃນແຂວງຈໍາປາສັກ ຖືກທາງການລາວ ຄວບຄຸມໂຕ ໃນຂໍ້ຫາວິພາກວິຈານ ການເຮັດວຽກຂອງເຈົ້າໜ້າທີ່ຣັຖ ກ່ຽວກັບການຊ່ອຍເຫຼືອ ຜູ້ຖືກຜົລກະທົບ ຈາກກໍຣະນີນໍ້າຖ້ວມຄັ້ງໃຫຍ່ ພາກໃຕ້ ໃນຂະນະທີ່ ໝູ່ເພື່ອນ ຂອງ ຍານາງ ໝວຍ ແລະຊາວລາວຈໍານວນນຶ່ງ ຕ້ອງການໃຫ້ທາງການລາວ ປ່ອຍໂຕ ຍານາງ ໝວຍ ໃຫ້ເປັນອິສຣະ ເຖິງແມ່ນວ່າ ຈະເປັນໄປໄດ້ຂ້ອນຂ້າງຍາກກໍຕາມ.
ດັ່ງທ່ານ ໂຈເຊປ ອັກຄະຣະວົງ (Joseph Akaravong) ນັກເຄື່ອນໄຫວ ທາງສັງຄົມຊາວລາວ ກ່າວຕໍ່ວິທຍຸເອເຊັຽເສຣີ ເມື່ອວັນທີ່ 12 ກັນຍາ 2022 ນີ້ວ່າ:
“ເດືອນນີ້ກໍຄົບ 3 ປີ ທີ່ໝວຍລາວຕິດຄຸກເນາະ ແຕ່ບໍ່ຮູ້ວ່າ 3 ປີແລ້ວ ຈະຂໍປ່ອຍໂຕໄດ້ຫຼືບໍ່ ມັນຈະເປັນໄປບໍ່ໄດ້ດອກ ເພາະວ່າຕ້ອງຢູ່ຄົບຮອບ 5 ປີກ່ອນ ແລ້ວມັນຈະເປັນຄະດີ ທາງການເມືອງແນ່ ສະນັ້ນແລ້ວ ມັນຍາກ ທີ່ຈະພິຈາຣະນາຂໍຫຼຸດໂທດເນາະ ປ່ອຍໂຕກ່ອນກໍານົດ.”
ເຖິງແມ່ນວ່າ ຣັຖທັມມະນູນແຫ່ງ ສປປ ລາວ ຈະລະບຸໄວ້ໃນມາດຕຣາ 44 ວ່າ ບຸກຄົນສາມາດວິພາກວິຈານ ຫຼືຕິຊົມການເຮັດວຽກ ຂອງເຈົ້າໜ້າທີ່ຣັຖໄດ້ ແຕ່ຢ່າງໃດກໍຕາມ ໃນສະພາບໂຕຈິງແລ້ວ ປະຊາຊົນລາວ ຍັງບໍ່ສາມາດສະແດງຄວາມເຫັນ ຢ່າງມີເສຣີພາບໄດ້ພໍເທົ່າໃດ ເປັນຕົ້ນ ກໍຣະນີຂອງ ຍານາງ ໝວຍ ທີ່ຖືກສານຕັດສິນ ຈໍາຄຸກ 5 ປີ ພ້ອມປັບໃໝເປັນເງິນ 20 ລ້ານກີບ ໃນຂໍ້ຫາເວົ້າຈາໃສ່ຮ້າຍປ້າຍສີ ຣັຖບານລາວ ທັ້ງໆທີ່ ຍານາງ ໝວຍ ມີສິດເສຣີພາບ ໃນການວິພາກວິຈານ ການເຮັດວຽກຂອງເຈົ້າໜ້າທີ່ຣັຖ ທີ່ໃຊ້ອໍານາດແບບບໍ່ຖືກຕ້ອງໄດ້.
ທີ່ຜ່ານມາ ການຕໍ່ສູ້ຄະດີ ທາງການເມືອງ ຈໍາເລີຍສາມາດຊອກຫາ ທະນາຍສ່ວນບຸກຄົນ ເພື່ອມາຊ່ອຍໃນການສູ້ຄະດີໄດ້ ແຕ່ຢ່າງໃດກໍຕາມ ສໍາລັບຜູ້ທີ່ມາຮັບໜ້າທີ່ ຕິດຕາມຄະດີຂອງ ຍານາງ ໝວຍ ນັ້ນເປັນທະນາຍຄວາມ ທີ່ທາງການລາວແຕ່ງຕັ້ງຂຶ້ນ ເຮັດໃຫ້ຂບວນການ ໃນການພິຈາຣະນາຄະດີຄວາມ ຕ່າງໆ ບໍ່ທັນໄດ້ມີອິສຣະ ໃນການຕໍ່ສູ້ເພື່ອຄວາມຍຸຕິທັມພໍເທົ່າໃດ ຍ້ອນຢູ່ພາຍໃຕ້ການຄວບຄຸມ ຂອງສານ ແລະຣັຖບານລາວ.
ທ່ານ ໂຈເຊປ ອັກຄະຣະວົງ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ດຽວກັນນີ້ ເພີ່ມເຕີມວ່າ:
“ຄະດີການເມືອງ ແບບນາງໝວຍນີ້ນ່າ ຣັຖບານແຕ່ງຕັ້ງຂຶ້ນມາ ເພື່ອມາເຮັດໃຫ້ສັງຄົມເຫັນວ່າ ເປັນອິສຣະໃນການສູ້ຄະດີ ແລະກໍເປັນໄປຕາມຂບວນການຍຸຕິທັມ ຈໍາເລີຍ ສາມາດຫາ ທະນາຍຄວາມໄດ້ ແຕ່ກໍຣະນີຂອງ ນາງ ໝວຍ ທະນາຍບໍ່ໄດ້ເຮັດໜ້າທີ່ຫຍັງເລີຍ ແລະບໍ່ສາມາດທີ່ຈະເຮັດໜ້າທີ່ ຫຍັງໄດ້ ເພາະວ່າເປັນທະນາຍ ທີ່ຢູ່ພາຍໃຕ້ການຄວບຄຸມ ຂອງຣັຖບານ ແລ້ວກໍສານລາວ ແລ້ວບໍ່ໄດ້ເປັນອິສຣະ ຈາກຣັຖບານ.”
ທາງດ້ານມູລນິທິມະນຸສະຍະ (Manushya Foundation) ກໍໄດ້ພຍາຍາມຕິດຕາມ ຄວາມຄືບໜ້າ ກ່ຽວກັບຄະດີຄວາມຂອງ ຍານາງ ໝວຍ ຢ່າງຕໍ່ເນື່ອງ ພ້ອມມີກໍານົດການຍື່ນໜັງສື ຮຽກຮ້ອງໄປຍັງທາງການລາວ ແລະອົງກອນສິດທິມະນຸສສາກົລ ໃນວັນທີ່ 10 ຕຸລາ 2022 ນີ້ ຢູ່ທີ່ຈຸລາລົງກອນ ມະຫາວິທະຍາລັຍ ເພື່ອກົດດັນໃຫ້ພາກສ່ວນ ທີ່ກ່ຽວຂ້ອງ ເລັ່ງດໍາເນີນການ ຄືນອິສຣະພາບໃຫ້ແກ່ ຍານາງ ໝວຍ ແບບຮີບດ່ວນ.
ດັ່ງຜູ້ອໍານວຍການ ແລະຜູ້ກໍ່ຕັ້ງມູລນິທິມະນຸສະຍະ ກ່າວຕໍ່ວິທຍຸເອເຊັຽເສຣີ ເມື່ອວັນທີ່ 13 ກັນຍາ 2022 ນີ້ວ່າ:
“ລາວຢູ່ຄຸກ ຢູ່ເມືອງລາວເນາະ ຕອນນີ້ເຮົາບໍ່ມີຂ່າວຫຼາຍເນາະ. ຕອນນີ້ ເຮົາກໍບໍ່ຮູ້ວ່າ ໝວຍ ລາວຢູ່ຈັ່ງໃດ ອີກເດືອນນຶ່ງ ເຮົາກໍຊິສົ່ງໜັງສືໃຫ້ສະຫະປະຊາຊາຕ ແລ້ວກໍຣັຖບານລາວ ຂໍໃຫ້ເຂົາປ່ອຍໝວຍເດ້. ຣັຖບານລາວ ເຂົາບໍ່ນັບຖືສິດທິຂອງໝວຍ ແລ້ວກໍເຂົາບໍ່ນັບຖືກົດໝາຍຕ່າງປະເທດ. ລາວຢູ່ arbitrary detention ທັມມະດາ ຣັຖບານລາວ ບໍ່ມີສິດເອົາໝວຍເຂົ້າໄປໃນຄຸກ.”
ຍານາງກ່າວຕື່ມວ່າ ທີ່ຜ່ານມາ ອົງການສະຫະປະຊາຊາຕ ທີ່ເຮັດວຽກດ້ານສິດທິມະນຸສ ໄດ້ລະບຸວ່າ ການຄວບຄຸມໂຕ ຍານາງ ໝວຍ ຂອງທາງການລາວນັ້ນ ເປັນການດໍາເນີນການ ແບບບໍ່ຖືກຕ້ອງ ແລະລະເມີດຂໍ້ກົດໝາຍ ວ່າດ້ວຍສິດທິເສຣີພາບ (arbitrary detention) ທີ່ໄດ້ຮັບການຮັບຮອງໄວ້ ໃນກົດຂອງສາກົລ ວ່າດ້ວຍສິດທິພົລເມືອງ ແລະສິດທິທາງການເມືອງ ຫຼື ICCPR (International Covenant on Civil and Political Rights) ເຊິ່ງປະເທດທີ່ເຂົ້າຮ່ວມ ເປັນສະມາຊິກ ຈະຕ້ອງເຄົາຣົບສິດທິທາງການເມືອງ, ສິດທິໃນຊີວິຕ, ເສຣີພາບທາງສາສນາ, ເສຣີພາບໃນການເວົ້າຈາ, ການຊຸມນຸມ, ການເລືອກຕັ້ງ ແລະການໄດ້ຮັບການພິຈາຣະນາ ໃນດ້ານຕ່າງໆ ດ້ວຍຄວາມຍຸຕິທັມ.
ໃນຂະນະດຽວກັນ ອົງການພັນທະມິດ ເພື່ອປະຊາທິປະຕັຍໃນລາວ ກໍຕ້ອງການໃຫ້ທາງການລາວ ເລັ່ງດໍາເນີນການປ່ອຍໂຕ ຍານາງ ໝວຍ ໃຫ້ມີອິສຣະພາບທັນທີ ໂດຍບໍ່ມີເງື່ອນໄຂ ຍ້ອນ ຍານາງ ໝວຍ ບໍ່ໄດ້ກະທໍາຄວາມຜິດ ພຽງແຕ່ໃຊ້ສິດທິເສຣີພາບ ຂັ້ນພື້ນຖານ ໃນການສະແດງຄວາມເຫັນ ຕໍ່ການປະຕິບັດວຽກງານ ຂອງເຈົ້າໜ້າທີ່ຣັຖ ໃນການໃຫ້ການຊ່ອຍເຫຼືອ ຜູ້ປະສົບພັຍນໍ້າຖ້ວມເທົ່ານັ້ນ.
ດັ່ງ ດຣ. ບຸນທອນ ຈັນທະລາວົງ-ວີເຊີ (Bounthone Chanthalavong-Wiese) ປະທານອົງການ ພັນທະມິດ ເພື່ອປະຊາທິປະຕັຍ ໃນລາວ ທີ່ມີສູນກາງ ຢູ່ປະເທດເຢັຍຣະມັນ ກ່າວຕໍ່ວິທຍຸເອເຊັຽເສຣີ ເມື່ອວັນທີ່ 12 ກັນຍາ 2022 ນີ້ວ່າ:
“ກ່າວຫາວ່າລາວໄປພົວພັນລາວນອກບໍ່, ພົວພັນກຸ່ມຄົນບໍ່ດີບໍ່, ແລ້ວກໍທໍາການຈັບກຸ່ມລາວ. ເນື້ອແທ້ແລ້ວແມ່ນ ເຈົ້າໜ້າທີ່ທ້ອງຖິ່ນ ທາງເຂດພາກໃຕ້ຫັ້ນນ່າ ບໍ່ໄດ້ເອົາໃຈໃສ່ ປະຊາຊົນທີ່ຖືກພັຍນໍ້າຖ້ວມ ແລ້ວບໍ່ຢາກໃຫ້ຜູ້ໃດໄປຕ້ອງຕິ. ແລ້ວຜູ້ໃດຕ້ອງຕິກໍຈັບຜູ້ນັ້ນ ແລ້ວກໍເປັນການຈັບ ຂົ່ມຂູ່ ປະຊາຊົນລາວ ຜູ້ອື່ນ ພວກທີ່ຂະເຈົ້າ ຕ້ອງການຮຽກຮ້ອງ ເອົາຄວາມເປັນທັມເນາະ.”
ມາຮອດປັດຈຸບັນ ເຖິງແມ່ນວ່າ ຍານາງໝວຍ ຈະຖືກຄວບຄຸມໂຕ ຢູ່ຄ້າຍຄຸມຂັງພາຍໃນປະເທດລາວ ແຕ່ພັດບໍ່ມີຜູ້ໃດຮັບຮູ້ຂ່າວສານ ຫຼືຊີວິຕຄວາມເປັນຢູ່ ຍານາງ ໝວຍ ແຕ່ຢ່າງໃດ ແລະທີ່ຜ່ານມາ ທາງການລາວ ກໍອະນຸຍາດໃຫ້ແຕ່ພຽງສະມາຊິກ ໃນຄອບຄົວເທົ່ານັ້ນ ທີ່ຈະສາມາດເຂົ້າຢ້ຽມຢາມ ຍານາງ ໝວຍໄດ້.
ດັ່ງຊາວບ້ານ ຢູ່ເມືອງໂພນທອງ ແຂວງຈໍາປາສັກ ທ່ານນຶ່ງ ກ່າວວ່າ:
“ໄປຢ້ຽມຢາມຢູ່. ອ້າຍລາວໄປຢ້ຽມຢາມຢູ່. ຍັງໆ ຍັງລໍຢູ່ ບໍ່ທັນໄດ້ຖາມເພິ່ນ ບໍ່ທັນໄດ້ຖາມທາງການ. ເພິ່ນກໍຍັງບໍ່ທັນໄດ້ຂໍ້ຕົກລົງ ຍັງບໍ່ທັນເຫັນນ່າ ຍັງບໍ່ທັນເຫັນການປ່ອຍໂຕຫັ້ນນ່າ. ຍັງບໍ່ທັນມີແຈ້ງການມາ ຍັງໆບໍ່ໆໄດ້ໄປຢ້ຽມ ມີແຕ່ວ່າຖາມເບິ່ງອ້າຍລາວນີ້ແຫຼະ ມີແຕ່ອ້າຍລາວຫັ້ນໄປຢູ່.”
ທີ່ຜ່ານມາ ໜ່ວຍງານດ້ານສິດທິມະນຸສ ແລະສໍານັກຂ່າວ ທັງພາຍໃນແລະຕ່າງປະເທດ ບໍ່ໄດ້ຮັບຄວາມຮ່ວມມື ດ້ານຂໍ້ມູນຂ່າວສານຂອງ ຍານາງ ໝວຍ ແນວໃດ ຈາກພາກສ່ວນທີ່ກ່ຽວຂ້ອງ ທັ້ງໆທີ່ ໃນພາບໂຕຈິງແລ້ວ ທາງການລາວ ແລະພາກສ່ວນທີ່ກ່ຽວຂ້ອງ ຄວນນໍາສເນີຄວາມຄືບໜ້າ ກ່ຽວກັບຊີວິຕຄວາມເປັນຢູ່ຂອງ ຍານາງ ໝວຍ ໃຫ້ແກ່ສັງຄົມໄດ້ຮັບຮູ້ ບໍ່ແມ່ນແຕ່ສະເພາະສະມາຊິກ ພາຍໃນຄອບຄົວ ຂອງລາວເທົ່ານັ້ນ.
ດັ່ງ ຍານາງ ອັງຄະນາ ນີລະໄພຈິດ ອະດີຕຄະນະກັມມະການ ສິດທິມະນຸສ ຂອງປະເທດໄທຍ ກ່າວວ່າ:
“ກໍຣະນີຂອງຄົນທີ່ເປັນທີ່ຮູ້ຈັກ ຄົນທີ່ເຮັດວຽກງານປົກປ້ອງ ສິດທິຂອງຄົນອື່ນ ຄົນເຫຼົ່ານີ້ເຮົາຖືວ່າ ເປັນຄົນສາທາຣະນະ. ປະຊາຊົນ ຫຼືວ່າອົງກອນຕ່າງໆ ທີ່ກ່ຽວຂ້ອງ ກໍຄວນທີ່ຈະເຂົ້າເຖິງຂໍ້ມູນ ຂ່າວສານ ໄດ້ຕາມສົມຄວນ. ບໍ່ຄວນເປັນສະເພາະຍາດພີ່ນ້ອງ ການເຮັດວຽກຂອງຄົນບາງຄົນ. ເຂົາເຮັດວຽກເພື່ອສາທາຣະນະ ສາທາຣະນະ ຄວນທີ່ຈະມີໂອກາດໄດ້ຮັບຊາບ.”
ຍານາງກ່າວຕື່ມວ່າ ສະມາຊິກໃນຄອບຄົວ ຂອງ ຍານາງ ໝວຍ ສາມາດດໍາເນີນການ ຂໍອຸທອນຕໍ່ຄໍາຕັດສິນຂອງສານໄດ້ ໃນກໍຣະນີທີ່ເຫັນວ່າ ໂທດທີ່ ຍານາງ ໝວຍ ໄດ້ຮັບນັ້ນ ມີຄວາມຮຸນແຮງ ແລະບໍ່ເໝາະສົມ ເມື່ອທຽບໃສ່ການກະທໍາຂອງລາວ ອີກທັງ ຖ້າຫາກວ່າ ການກະທໍາຂອງລາວ ເປັນການປົກປ້ອງຜົນປໂຍດ ຂອງສາທາຣະນະ ກໍຄວນນໍາເງື່ອນໄຂດັ່ງກ່າວນີ້ ພິຈາຣະນາ ໃນການຫຼຸດຜ່ອນໂທດ ທີ່ລາວໄດ້ຮັບນໍາດ້ວຍ.
ສໍາລັບການປ່ອຍໂຕ ນັກໂທດທາງການເມືອງນັ້ນ ທາງການລາວ ຈະພິຈາຣະນາ ຈາກ 2 ເງື່ອນໄຂ ຄື: ຜູ້ກ່ຽວມີຄວາມປະພຶດດີ ຫຼືບໍ່ ຂະນະຖືກຄວບຄຸມ ຢູ່ພາຍໃນຄ້າຍຄຸມຂັງ ແລະຜູ້ກ່ຽວ ຖືກຈໍາຄຸກມາແລ້ວ ເປັນໄລຍະເວລາບໍ່ຕໍ່າກວ່າ 2 ໃນ 3 ຂອງໂທດທີ່ໄດ້ຮັບ ແຕ່ຢ່າງໃດກໍຕາມ ທາງການລາວ ພັດບໍ່ມີການເປີດເຜີຍວ່າ ການກະທໍາໃນລະດັບໃດ ຈຶ່ງຈະຮຽກໄດ້ວ່າ ເປັນການປະພຶດດີ ຫຼືບໍ່ດີ.
ດັ່ງນັກກົດໝາຍ ທີ່ເຮັດວຽກດ້ານສິດທິມະນຸສໃນລາວ ທ່ານນຶ່ງ ກ່າວວ່າ:
“ມັນຕ້ອງປະພຶດໂຕດີ ຢູ່ໃນຄ້າຍຄຸມຂັງ. ສອງ ມັນຕ້ອງປະຕິບັດໂທດແລ້ວ 2 ໃນ 3 ຂອງໂທດທັງເບິດ. ໂຕນີ້ກໍບໍ່ໄດ້ໝາຍຄວາມວ່າ ມັນຕ້ອງເປ໊ະ ແຕ່ມັນກໍຂຶ້ນກັບເງື່ອນໄຂທີ່ວ່າ ເງື່ອນໄຂໂຕທີ່ນຶ່ງຕື່ມຫັ້ນແຫຼະ ໃນເຣື່ອງຂອງການປະພຶດໂຕ ເຣື່ອງການລະເມີດລະບຽບຕ່າງໆ ໃນຄ້າຍຄຸມຂັງໂຕນີ້ນໍາຕື່ມ.”
ຍານາງ ຮວາຍເຮືອງ ໄຊຍະບູຣີ ຫຼື ໝວຍ ທີ່ມີອາຊີບຄ້າຂາຍ ຢູ່ບ້ານສະເຫຼົ້າ ເມືອງໂພນທອງ ແຂວງຈໍາປາສັກ ຖືກເຈົ້າໜ້າທີ່ຕໍາຣວດ ແຂວງຈໍາປາສັກ ຈັບໂຕ ເມື່ອວັນທີ່ 12 ກັນຍາ 2019 ໃນຂໍ້ຫາໂຄສະນາ ຕ້ານ ສປປ ລາວ ພາຍຫຼັງຈາກ ຍານາງ ໝວຍ ໄດ້ຖ່າຍທອດສົດ ຜ່ານສື່ສັງຄົມອອນລາຍນ໌ ແລະສະແດງຄວາມຄິດເຫັນ ກ່ຽວກັບການເຮັດວຽກ ຂອງເຈົ້າໜ້າທີ່ຣັຖ ທີ່ຊ່ອຍເຫຼືອຜູ້ປະສົບພັຍນໍ້າຖ້ວມ ທາງແຂວງພາກໃຕ້ຂອງລາວ, ຕໍ່ມາໃນວັນທີ່ 22 ພຶສຈິກາ 2019 ສານຊັ້ນຕົ້ນ ແຂວງຈໍາປາສັກ ກໍໄດ້ຕັດສິນໃຫ້ ຍານາງ ໝວຍ ຈໍາຄຸກ ເປັນໄລຍະເວລາ 5 ປີ ແລະປັບໃໝເງິນ 20 ລ້ານກີບ ຕາມກົດໝາຍອາຍາ ມາດຕຣາ 117 ແລະມາຮອດປັດຈຸບັນ ຍານາງ ໝວຍ ກໍຍັງຖືກຂັງຢູ່ຄ້າຍຄຸມຂັງ ແຂວງຈໍາປາສັກ.
ກ່ອນໜ້ານີ້ ໃນປີ 2020 ອົງການສິດທິມະນຸສສາກົລ ໄດ້ສົ່ງໜັງສືໄປຍັງທາງການລາວ ເພື່ອສອບຖາມກ່ຽວກັບສາເຫດ ການຄວບຄຸມໂຕ ຍານາງ ໝວຍ ເຊິ່ງທາງການລາວ ກໍໄດ້ຕອບກັບມາວ່າ ເປັນຍ້ອນຍານາງ ໝວຍ ໃສ່ຮ້າຍປ້າຍສີຣັຖບານລາວ ແລະມີສາຍພົວພັນ ນໍານັກເຄື່ອນໄຫວ ທາງການເມືອງ ທັງໃນ ແລະຕ່າງປະເທດ ຈາກນັ້ນ ອົງການສິດທິມະນຸສສາກົລ ກໍໄດ້ສົ່ງໜັງສືໄປຍັງ ທາງການລາວອີກຄັ້ງ ໃນ ປີ 2021 ເພື່ອຮຽກຮ້ອງໃຫ້ທາງການລາວ ດໍາເນີນການປ່ອຍໂຕ ຍານາງ ໝວຍ ແຕ່ມາຮອດປັດຈຸບັນ ພັດບໍ່ໄດ້ຄໍາຕອບແນວໃດ ຈາກທາງການລາວເທື່ອ.