ເລື່ອນ ການເປີດ ບໍຣິການ ຣົຖໄຟ ລະຫວ່າງປະເທດ
2022.09.15
ອີງຕາມການຣາຍງານ ຂອງການຣົຖໄຟແຫ່ງປະເທດໄທຍ ແລະຣົຖໄຟແຫ່ງຊາຕລາວ ແຈ້ງການໃນວັນທີ່ 14 ກັນຍາ 2022 ວ່າ ມີກໍານົດ ຈະເປີດບໍຣິການ ແລ່ນຣົຖໄຟໂດຍສານ ລະຫວ່າງປະເທດ ຢູ່ສະຖານີທ່ານາແລ້ງ ຫາ ແຂວງໜອງຄາຍ, ແຂວງໜອງຄາຍ ຫາ ບາງກອກ ຂອງປະເທດໄທຍ ໃນວັນທີ່ 16 ກັນຍາ 2022 ແຕ່ຫຼ້າສຸດ ສະຖານີຣົຖໄຟທ່ານາແລ້ງ ຫາ ສະຖານີຣົຖໄຟໜອງຄາຍ ຍັງບໍ່ສາມາດເປີດບໍຣິການໄດ້ ຈໍາເປັນຕ້ອງໄດ້ເລື່ອນໄປເປີດບໍຣິການ ໃນວັນທີ່ 1 ຕຸລາ 2022 ຍ້ອນທາງການລາວ ຍັງບໍ່ມີຄວາມພ້ອມ ໃນດ້ານລະບົບ ການບໍຣິການຕ່າງໆ ເຊັ່ນ ການຂາຍປີ້ ຈຶ່ງຕ້ອງໄດ້ເລື່ອນອອກໄປ ສ່ວນສະຖານີຣົຖໄຟໜອງຄາຍ ຫາ ບາງກອກ ຂອງໄທຍ ສາມາດແລ່ນໄດ້ປົກກະຕິ.
ດັ່ງເຈົ້າໜ້າທີ່ຣົຖໄຟ ແຂວງໜອງຄາຍ ທ່ານນຶ່ງ ກ່າວໃນວັນທີ່ 15 ກັນຍາ ນີ້ວ່າ:
“ຕອນນີ້ເລື່ອນອອກໄປ ໜ້າຈະເປັນວັນທີ່ 1 ຕຸລາ ທາງຝັ່ງລາວນ່າຍັງບໍ່ພ້ອມ ເຣື່ອງກ່ຽວກັບລະບົບ ບໍ່ວ່າຈະເປັນດ້ານຈໍາໜ່າຍປີ້ອິຫຍັງປະມານນີ້ ແລ້ວກໍຣົຖໄຟກໍໄດ້ປິດໄປດົນ ຈົນເຖິງ 3 ປີ ຕັ້ງແຕ່ໂຄວິດມາ ເຂົາຍັງບໍ່ມີລະບົບ ກ່ຽວກັບການຂາຍປີ້ຂອງ ຣົຖໄຟໄທຍນີ້ ເພາະເຂົາມີແຕ່ລະບົບໂຕເກົ່າ.”
ຂະນະທີ່ ເຈົ້າໜ້າທີ່ທີ່ກ່ຽວຂ້ອງ ກ່ຽວກັບຣົຖໄຟ ລາວ-ຈີນ ທ່ານນຶ່ງ ທີ່ຂໍສງວນຊື່ ແລະຕໍາແໜ່ງ ກ່າວໃນມື້ດຽວກັນນີ້ວ່າ ຕາມທີ່ທາງການຣົຖໄຟ ແຫ່ງຊາຕລາວ ແຈ້ງການວ່າ ມີກໍານົດຈະເປີດບໍຣິການ ແລ່ນຣົຖໄຟໂດຍສານ ລະຫວ່າງປະເທດ ຢູ່ສະຖານີທ່ານາແລ້ງ ຫາ ໜອງຄາຍ ໃນວັນທີ່ 16 ກັນຍາ 2022 ນັ້ນ ຍັງບໍ່ສາມາດເປີດໄດ້ເທື່ອ ຕາມທີ່ເຈົ້າໜ້າທີ່ ສະຖານີຣົຖໄຟ ໃນແຂວງໜອງຄາຍ ທ່ານດັ່ງກ່າວແຈ້ງການ ເພາະທາງລາວ ກໍຍັງບໍ່ມີຄວາມພ້ອມ ໃນດ້ານລະບົບພາຍໃນ:
“ແມ່ນໆ ກະຊິແມ່ນຝັ່ງໄທຍແຫຼະເປັນຫຼັກ ຄັນໜອງຄາຍວ່່າເລື່ອນ ກໍເລື່ອນ ອັນດຽວກັນຫັ້ນແຫຼະ ເພາະວ່າມັນເປັນອັນດຽວກັນເດ້ ຝັ່ງລາວ ຄືຊິແມ່ນເຣື່ອງພາຍໃນ ບໍ່ພ້ອມຫັ້ນນ່າ ການກວດກາຕ່າງໆ.”
ກ່ຽວກັບເຣື່ອງດັ່ງກ່າວນີ້ ນັກທ່ອງທ່ຽວ ທ່ານນຶ່ງ ກໍໄດ້ກ່າວວ່າ ກໍເຫັນຂ່າວຕາມສື່ສັງອອນລາຍນ໌ ວ່າທາງການຣົຖໄຟ ຈະເປີດແລ່ນຣົຖໄຟ ລະຫວ່າງປະເທດ ຢູ່ສະຖານີທ່ານາແລ້ງ ຫາ ແຂວງໜອງຄາຍ ກໍຄືຖືວ່າເປັນເຣື່ອງທີ່ດີ ເພາະນັກທ່ອງທ່ຽວຫຼາຍຄົນ ຈະມີຄວາມສະດວກ ແລະມີທາງເລືອກຫຼາຍຂຶ້ນ ໃນການເດີນທາງຂ້າມໄປ-ມາ:
“ຄັນວ່າເປີດຫັ້ນນ່າເນາະ ນັກທ່ອງທ່ຽວທາງຕ່າງປະເທດ ເຂົ້າມາໃນລາວເນາະ ຫຼືວ່າ ລາວຈະອອກໄປຕ່າງປະເທດຫັ້ນ ມັນຈະສະດວກຫຼາຍເນາະ ເພາະວ່າມັນຈະປະຢັດເວລາໃນການເດີນທາງຫັ້ນນ່າ ຈະໃຊ້ເວລາໜ້ອຍ ໃນການເດີນທາງ ແລ້ວກໍສາມາດຮອດຈຸດໝາຍ ທີ່ເຮົາຕັ້ງໄວ້ ໄດ້ໄວຫັ້ນນ່າ.”
ທ່ານກ່າວຕື່ມວ່າ ສ່ວນຫຼາຍແມ່ຄ້າ ທີ່ມັກຊື້ເຄື່ອງຂອງຕ່າງໆ ທາງຝັ່ງໄທຍ ຈະໄດ້ຮັບຄວາມສະດວກສະບາຍຫຼາຍຂຶ້ນ ເພາະສາມາດນໍາສິນຄ້າ ຂຶ້ນຣົຖໄຟຂ້າມມາຍັງ ນະຄອນຫຼວງວຽງຈັນໄດ້ເລີຍ ແລະລາຄາຄ່າໂດຍສານກໍບໍ່ໄດ້ແພງ ຄືປະມານ 20 ບາດ ຫຼືປະມານ 9,320 ກີບຕໍ່ຄົນ ແລະເວລາໃນການເດີນທາງກໍພຽງແຕ່ 15-20 ນາທີ່ເທົ່ານັ້ນ.
ພ້ອມດຽວກັນນີ້ ຊາວບ້ານ ໃນນະຄອນຫຼວງວຽງຈັນ ທ່ານນຶ່ງ ກໍກ່າວວ່າ ຍັງບໍ່ເຫັນວ່າ ທາງການຈະມີຄວາມພ້ອມ ໃນການເປີດແລ່ນຣົຖໄຟ ຢູ່ສະຖານີທ່ານາແລ້ງເທື່ອ ແຕ່ຖ້າເປີດ ກໍຈະເປັນເຣື່ອງດີຫຼາຍ ຈະເຮັດໃຫ້ການເດີນທາງສະດວກຂຶ້ນ ມີຫຼາຍຊ່ອງທາງໃຫ້ເລືອກ ປັດຈຸບັນນີ້ ຫຼາຍຄົນຈະເລືອກເດີນທາງດ້ວຍຣົຖຕູ້ໂດຍສານ ທີ່ຈອດລໍຖ້າຜູ້ໂດຍສານຢູ່ໜ້າດ່ານ:
“ຂ້ອຍຄິດວ່າ ຣົຖໄຟທ່ານາແລ້ງ ໜ້າຈະບໍ່ທັນເປີດເທື່ອດອກ ຄັນວ່າເປີດນີ້ ຄົນລາວເຂົາຈະໄປຂີ່ແລ້ວ ມັນກະດີໄປມາສະດວກ ສ່ວນຫຼາຍຂ້ອຍເຫັນຂະເຈົ້າມາ ກໍມີແຕ່ຂີ່ຣົຖຕູ້ໃດ໋ ຫຼືວ່າມາຮອດດ່ານລາວ ມີຣົຖຕູ້ຖ້າຮັບຢູ່ດ່ານລາວຫຼາຍຢູ່ໃດ໋.”
ດ້ານແມ່ຄ້ານາງນຶ່ງ ກໍກ່າວວ່າ ຖ້າຫາກທາງການເປີດແລ່ນຣົຖໄຟ ທີ່ສະຖານີທ່ານາແລ້ງ ບັນດາຊາວຄ້າຂາຍ ກໍຈະສະດວກຫຼາຍຂຶ້ນ ໃນການຂົນສົ່ງສິນຄ້າ ເພາະໃຊ້ເວລາບໍ່ດົນໃນການເດີນທາງ ແຕ່ທີ່ຜ່ານມາ ກໍໃຊ້ຣົຖສ່ວນໂຕໄປຊື້ສິນຄ້າຝັ່ງໄທຍ:
“ຣົຖໄຟທ່ານາແລ້ງ ໄປຫາໜອງຄາຍຫັ້ນນ່າຈະງ່າຍຂຶ້ນ ເພາະວ່າເຮົາຊື້ປີ້ແລ້ວ ເຮົາກໍຂີ່ຣົຖໄຟຂ້າມມາເລີຍເດ້ ບໍ່ຊັ້ນກໍຣົຖສ່ວນໂຕໄປເອົາຊິນ່າ ຖ້າວ່າໄປໜອງຄາຍ ອຸດອນ ຂອນແກ່ນຊີ້ນ່າ.”
ຂະນະດຽວກັນ ທ່ານ ສະລິດພົນ ວິຊິດວົງ ປະທານຜູ້ປະກອບການຣຸ່ນໃໝ່ ຫໍການຄ້າ ແຂວງໜອງຄາຍ ກ່າວຕໍ່ວິທຍຸເອເຊັຽເສຣີ ວ່າ ການທີ່ທາງການຣົຖໄຟຂອງໄທຍ ຈະເປີດແລ່ນຣົຖໄຟ ລະຫວ່າງປະເທດໄທຍ ຫາ ລາວ ຢູ່ສະຖານີທ່ານາແລ້ງ ໃນນະຄອນຫຼວງວຽງຈັນ ຫາ ໜອງຄາຍ, ໜອງຄາຍ ຫາ ບາງກອກ ໃນມໍ່ໆນີ້ ຖືວ່າເປັນເຣື່ອງດີ ສໍາລັບຜູ້ໂດຍສານ ແລະການຂົນສົ່ງສິນຄ້າ ລະຫວ່າງປະເທດ ໃຫ້ມີຄວາມສະດວກຂຶ້ນ ໃນການເດີນທາງ ເພາະຣົຖໄຟລະຫວ່າງປະເທດໄທຍ-ລາວ ໄດ້ປິດການແລ່ນ ຕັ້ງແຕ່ເກີດໂຄວິດ-19 ຣະບາດໜັກ ມາເປັນໄລຍະເວລາເກືອບ 3 ປີ ແຕ່ສ່ວນໃຫຍ່ແລ້ວ ການເປີດແລ່ນຣົຖໄຟສະຖານີທ່ານາແລ້ງ ຈະສະດວກໃນການຂົນສົ່ງ ຄ່ຽນຖ່າຍສິນຄ້າ ຫຼາຍກວ່າ:
“ຂ້ອຍເຫັນວ່າ ໃນເຣື່ອງຂອງການເປີດ ການແລ່ນຣົຖໄຟ ຖ້າເປັນໃນຂບວນຄົນນ່າ ຍັງໄປໄດ້ເຖິງແຕ່ທ່ານາແລ້ງ ເຂົາກໍຍັງໄປຕໍ່ບໍ່ໄດ້ ກໍຍັງໄດ້ໃນລັກສະນະ ຂົນສົ່ງແບບເກົ່າ ມັນຈະໄດ້ໃນເຣື່ອງ ຂອງການຂົນສົ່ງ ຄ່ຽນຖ່າຍສິນຄ້າຫຼາຍກວ່າ.”
ທ່ານກ່າວຕື່ມວ່າ ຖ້າຫາກຈະໃຫ້ດີຂຶ້ນນັ້ນ ຈະຕ້ອງລໍຖ້າຣົຖໄຟລາວ-ຈີນ ເຊື່ອມຕໍ່ ກັບສະຖານີຣົຖໄຟທ່ານາແລ້ງ ແລະເຊື່ອມຕໍ່ມາຍັງແຂວງໜອງຄາຍ ປະເທດໄທຍ ເຊື່ອວ່າເສຖກິຈຈະດີຂຶ້ນ ດຶງດູດນັກທ່ອງທ່ຽວໄດ້ແນ່ນອນ ເຊິ່ງກໍຢູ່ແຜນຂອງຣັຖບານໄທຍ ທີ່ຈະເຮັດການເຊື່ອມຕໍ່ບ່ອນນີ້ ແຕ່ຍັງບໍ່ທັນໄດ້ດໍາເນີນການເທື່ອ.
ເສັ້ນທາງຣົຖໄຟໜອງຄາຍ ຫາ ສະຖານີທ່ານາແລ້ງ ໃນນະຄອນຫຼວງວຽງຈັນ ເປີດໃຊ້ເມື່ອວັນທີ່ 5 ມິນາ 2009 ມີໄລຍະທາງ ປະມານ 5.35 ກິໂລແມັຕ ຈຸດເຣີ່ມຕົ້ນ ເຣີ່ມຈາກຣົຖໄຟໜອງຄາຍ ຂ້າມ ຂົວມິຕພາບໄທຍ-ລາວ ແຫ່ງທີ່ 1 ຈົນເຖິງສະຖານີປາຍທາງ ຄື ທ່ານາແລ້ງ ທີ່ຕັ້ງຢູ່ບ້ານດົງໂພສີ ເມືອງຫາດຊາຍຟອງ ນະຄອນຫຼວງວຽງຈັນ.
ປັດຈຸບັນ ເສັ້ນທາງດັ່ງກ່າວ ໄດ້ມີສ່ວນຂຍາຍເຂົ້າໄປ ໃນນະຄອນຫຼວງວຽງຈັນຕື່ມ ເຖິງບ້ານ ຄໍາສະຫວາດ ເມືອງໄຊເສດຖາ ໃນນະຄອນຫຼວງວຽງຈັນ ໂດຍມີໄລຍະທາງ ຫ່າງຈາກສະຖານີ ທ່ານາແລ້ງ ປະມານ 7.5 ກິໂລແມັຕ ກໍານົດສ້າງສໍາເຣັດ ແມ່ນພາຍໃນປີ 2021 ແຕ່ວັນທີ່ 1 ມົກກະຣາ 2022 ພົບວ່າ ສະຖານີ ຍັງບໍ່ສໍາເຣັດສົມບູນ.