ເກັບຄ່າຣົຖ ເຂົ້າ-ອອກ ສະຖານີຣົຖໄຟ ນະຄອນຫຼວງ

ສຸພັດຕາ
2022.09.14
ເກັບຄ່າຣົຖ ເຂົ້າ-ອອກ ສະຖານີຣົຖໄຟ ນະຄອນຫຼວງ ຣົົຖສົ່ງ-ຮັບຜູ້ໂດຍສານ (ຍາຕິພີ່ນ້ອງ) ທີ່ສຖານີຣົຖໄຟ ລາວ-ຈີນ, ນະຄອນຫຼວງວຽງຈັນ, ເດືອນກັນຍາ ປີ 2022.
RFA

ນັບຕັ້ງແຕ່ວັນທີ່ 12 ກັນຍາ ປີ 2022 ເປັນຕົ້ນມາ ປ້ອມເກັບຄ່າບໍຣິການຝາກຣົຖ ຫຼື ຄ່າຜ່ານເຂົ້າໄປຮັບ-ສົ່ງຜູ້ໂດຍສານ ຢູ່ສະຖານີຣົຖໄຟ ນະຄອນຫຼວງວຽງຈັນ ໄດ້ມີການ ເກັບເງິນຈາກຣົຖທຸກຄັນ ທີ່ແລ່ນເຂົ້າສະຖານີຣົຖໄຟດັ່ງກ່າວ ເຖິງແມ່ນວ່າ ຣົຖໃຫຍ່ຫຼາຍຄັນ ໄດ້ແລ່ນເຂົ້າໄປແວ່ສົ່ງຜູ້ໂດຍສານ ແລ້ວແລ່ນອອກຈາກ ສະຖານີຣົຖໄຟ ໂດຍບໍ່ໄດ້ຈອດ ຄ້າງຊົ່ວຄາວ ກໍຕ້ອງໄດ້ເສັຍຄ່າບໍຣິການຝາກຣົຖ ທຸກກໍຣະນີ ເຊິ່ງໄດ້ເສັຍຄ່າບໍຣິການ 10,000 ກີບຕໍ່ຄັ້ງ ແລະບາງຄົນ ກໍໄດ້ເສັຍຄ່າບໍຣິການຮອດ 30,000 ກີບ ແລະເມື່ອວັນທີ່ 12 ກັນຍາ ທີີ່ຜ່ານມານີ້ ຜູ້ປະກອບການຣົຖຮັບ-ສົ່ງນັກທ່ອງທ່ຽວ ທ່ານນຶ່ງ ໄດ້ບັລຍາຍ ຜ່ານສື່ສັງຄົມອອນລາຍນ໌ ວ່າ:

“ຂ້ອຍໄດ້ແລ່ນໄປສົ່ງຄົນ ຢູ່ສະຖານີຣົຖໄຟ ນະຄອນຫຼວງວຽງຈັນ ຂ້ອຍຕ້ອງເສັຍເງິນ 30,000 ກີບ ທັງທີ່ເຄີຍໄປແວ່ ສົ່ງຜູ້ໂດຍສານ ຢູ່ສນາມບິນສາກົລວັດໄຕ ຫຼືດ່ານຂົວມິຕພາບລາວ-ໄທຍ ແຫ່ງທີ່ 1 ຮວມທັງ ສະຖານີ ຂົນສົ່ງສາຍໃຕ້ ແລະສາຍເໜືອ ກໍບໍ່ໄດ້ເສັຍຄ່າບໍຣິການຈັກເທື່ອ ແຕ່ມາສົ່ງຄົນ ຢູ່ສະຖານີຣົຖໄຟ ພັດເສັຍເງິນ 30,000 ກີບ ຈຶ່ງຮູ້ສຶກເສັຍໃຈ, ຜິດຫວັງ ແລະເສັຍຄວາມຮູ້ສຶກພ້ອມ.”

ກ່ຽວກັບເຣື່ອງນີ້ ຜູ້ປະກອບການຣົຖແທັກຊີ້ ຢູ່ນະຄອນຫຼວງວຽງຈັນ ທ່ານນຶ່ງ ກ່າວວ່າ ທ່ານເອງ ກໍເຄີຍເສັຍຄ່າບໍຣິການ ຜ່ານເຂົ້າໄປສະຖານີຣົຖໄຟ ນະຄອນຫຼວງວຽງຈັນ ລາຄາ 15,000 ກີບ ເຖິງແມ່ນວ່າໄດ້ເຂົ້າໄປແວ່ສົ່ງຜູ້ໂດຍສານ ຢູ່ສະຖານີດັ່ງກ່າວ ໂດຍບໍ່ໄດ້ຈອດຮອດ 3 ນາທີ ເລີຍກໍຕາມ ເຊິ່ງທ່ານເອງກໍເຫັນວ່າ ເປັນສິ່ງທີ່ບໍ່ເໝາະສົມ ແລະ ທັງເປັນການຂູດຮີດ ແບບທາງອ້ອມ ແລະກໍມີຊາວລາວຫຼາຍຄົນ ສະແດງຄວາມເຫັນທີ່ບໍ່ດີ ຕໍ່ການເກັບເງິນ ໃນຮູບແບບ ດັ່ງກ່າວ ຢູ່ໃນສື່ສັງຄົມອອນລາຍນ໌ເວລານີ້.

ດັ່ງທ່ານກ່າວຕໍ່ ວິທຍຸເອເຊັຽເສຣີ ໃນວັນທີ່ 14 ກັນຍາ ນີ້ວ່າ:

“ຫຼາຍຄົນທ້ວງຢູ່. ແບບມັນບໍ່ຢາກເໝາະສົມ. ຫຼາຍຄົນທ້ວງຢູ່ ເພິ່ນຫາກໍເກັບ ໄດ້ 2 ມື້ນີ້ນ່າ ຕອນນີ້ເຂົາເກັບ 15,000 ນ່າ ເປັນຣົຖແທັກຊີ້ ເຂົາເກັບ 15,000.”

ໃນຂະນະທີ່ ຜູ້ປະກອບການຣົຖຮັບ-ສົ່ງ ນັກທ່ອງທ່ຽວ ອີກທ່ານນຶ່ງ ທີ່ຫາກໍຖືກເກັບເງິນ ຢູ່ປ້ອມ ເກັບຄ່າບໍຣິການ ຕໍ່ໜ້າສະຖານີຣົຖໄຟ ນະຄອນຫຼວງວຽງຈັນ ກ່າວວ່າ ທ່ານເອງ ຫາກໍຖືກ ເກັບເງິນຄ່າບໍຣິການ 10,000 ກີບ ທັ້ງໆທີ່ແວ່ໄປສົ່ງ ຜູ້ໂດຍສານຂຶ້ນຣົຖໄຟ ແລ້ວຟ້າວຂັບຣົຖອອກ ຈາກສະຖານີຣົຖໄຟ.

ດັ່ງທ່ານກ່າວວ່າ:

“ໂອ້! 10,000 ກີບຕໍ່ຄັນເດີ້ເຈົ້າ. ແມ່ນເຮົາໄປສົ່ງເຂົາທາງຣົຖໄຟຫັ້ນ ເຂົາເກັບຄັນລະ 10,000 ກີບ ແມ່ນໄປສົ່ງແປບນຶ່ງກະເສັຍ 10,000 ກີບຄືກັນ ຈອດຄ້າງຄືນລະ 80,000 ກີບ.”

ໃນຂະນະດຽວກັນ ຜູ້ປະກອບການຣົຖຮັບ-ສົ່ງນັກທ່ອງທ່ຽວ ຢູ່ນະຄອນຫຼວງວຽງຈັນ ອີກທ່ານນຶ່ງ ກໍຮູ້ສຶກບໍ່ພໍໃຈ ທີ່ຖືກເກັບເງິນຄ່າບໍຣິການ 10,000 ກີບ ທັ້ງໆທີ່ບໍ່ໄດ້ຈອດຣົຖ ຢູ່ສະຖານີຣົຖໄຟ ເປັນເວລາດົນ ແລະໄດ້ແນະນໍາວ່າ ຄັນຢາກເກັບຄ່າບໍຣິການແທ້ໆ ກໍຢາກໃຫ້ຄິດລາຄາພຽງແຕ່ 3,000 ກີບ ຫຼື 5,000 ກີບ ສໍາລັບ ຜູ້ທີ່ແວ່ ສົ່ງຜູ້້ໂດຍສານຊື່ໆ.

ດັ່ງທ່ານ ກ່າວວ່າ:

“ບໍ່ຢາກພໍໃຈ ຂ້ອຍກະບໍ່ພໍໃຈໂອ້. ບາງເທື່ອນີ້ຂ້ອຍໄປສົ່ງລູກຄ້າ ໄປສົ່ງປຸບ ເຮົາກະຂີ່ຣົຖຄືນຊິນ່າ. ເສັຍເງິນ 10,000 ແລ້ວ 5,000 ບໍ່ ເຫຼືອ 3,000 ນີ້ ກະໂອເຄຢູ່. ເຂົ້າໄປຮັບພີ່ນ້ອງ ອີ່ຫຍັງກະຢ່າ ຂີ່ເຂົ້າຜ່ານດ່ານເຂົ້າໄປ ລະເພິ່ນຈະເກັບ ປີ້ນຶ່ງ 10,000.”

ທາງດ້ານຜູ້ທີ່ຮູ້ ແລະຕິດຕາມເຣື່ອງນີ້ ກ່າວວ່າ ການເຮັດແນວດັ່ງກ່າວ ຂອງບໍຣິສັດ ທາງຣົຖໄຟລາວ-ຈີນ ຈໍາກັດ ແຮ່ງຊິເຮັດໃຫ້ເປັນການ ທໍາລາຍການທ່ອງທ່ຽວ ເນື່ອງຈາກ ອາຈເຮັດໃຫ້ບັນດາຜູ້ປະກອບການ ຮັບ-ສົ່ງນັກທ່ອງທ່ຽວ ບໍ່ຢາກໄປສົ່ງນັກທ່ອງທ່ຽວ ຫຼືຜູ້ໂດຍສານຢູ່ສະຖານີຣົຖໄຟ ນະຄອນຫຼວງວຽງຈັນອີກ ຍ້ອນບໍ່ຄຸ້ມຄ່າກັບຄ່າຈ້າງ ຂອງພວກເຂົາເຈົ້າ.

ດັ່ງທ່ານ ກ່າວວ່າ:

“ເປັນການທໍາລາຍ ການທ່ອງທ່ຽວແດ່ ເພາະວ່າ ແຂກຄົນມາ ສົມມຸດວ່າ ເອົາໄປຈ້າງຣົຖສາມລໍ້ໄປສົ່ງ ເອົານໍາແຂກ 30,000 ສາ ເຂົ້າໄປຫັ້ນ ກະໄປຈ່າຍໃຫ້ເຂົາເຈົ້າ ລະກໍບໍ່ມີຫຍັງ ເຂົາເຈົ້າກະບໍ່ຢາກໄປສົ່ງຄົົນ ບໍ່ຢາກໄປສົ່ງລູກຄ້າ, ເຂົາເຈົ້າໄປສົ່ງລູກຄ້າໃຫ້ເຈົ້າ ລະເອົາຄົນໄປຂີ່ຣົຖໄຟ ມັນເປັນຕ່ອງໂສ້ທຸຣະກິຈຫັ້ນນ່າ.”

ກ່ຽວກັບເຣື່ອງນີ້ ວິທຍຸເອເຊັຽເສຣີ ໄດ້ຕິດຕໍ່ຫາບໍຣິສັດ ທາງຣົຖໄຟລາວ-ຈີນ ຈໍາກັດ ແລະບໍຣິສັດ ສ່ຽນຝົງ ການບໍຣິການ ບໍ່ເຕັນ ຈໍາກັດ ຫຼື (Boten Frontier Service Limited) ເພື່ອສອບຖາມຣາຍລະອຽດເພີ່ມຕື່ມ ແຕ່ບໍ່ມີເຈົ້າໜ້າທີ່ຄົນໃດ ສາມາດໃຫ້ສັມພາດໄດ້.

ແຕ່ເຖິງຢ່າງໃດກໍຕາມ ອະດີຕເຈົ້າໜ້າທີ່ລາວທ່ານນຶ່ງ ເຫັນວ່າ ການທີ່ ບໍຣິສັດທາງຣົຖໄຟ ລາວ-ຈີນ ຈໍາກັດ ໄດ້ມີການເກັບເງິນ ຣົຖທຸກປະເພດ ທີ່ເຂົ້າໄປເຂດສະຖານີຣົຖໄຟ ນະຄອນຫຼວງວຽງຈັນ ທັງແບບໄປຈອດຊົ່ວຄາວ ຫຼື ແວ່ສົ່ງຜູ້ໂດຍສານຊື່ໆນັ້ນ ກໍເປັນການເໝາະສົມແລ້ວ ຍ້ອນຣົຖທຸກຄັນ ທີ່ເຂົ້າໄປເຂດສະຖານີຣົຖໄຟ ຕ້ອງໄດ້ປະຕິບັດຕາມກົດຂອງເຂົາເຈົ້າ ແລະຕ້ອງໄດ້ເສັຍເງິນ ເພື່ອເປັນຄ່າເບິ່ງແຍງ ຄວາມເປັນລະບຽບຮຽບຮ້ອຍ.

ດັ່ງທ່ານ ກ່າວວ່າ:

“ເອີ່! ການຄຸ້ມຄອງຫັ້ນຊື່ໆ ຄືກັນກັບບ່ອນອື່ນໆຫັ້ນແຫຼະ. ຂີ່ໄປແລ້ວ ລະແມ່ນເຂົ້າລານຈອດຂອງເຂົາ ແນ່ນອນແຫຼະອັນນັ້ນນ່າ ຄັນແລ່ນເຂົ້າໄປບ່ອນທາງໃນພຸ້ນ ມັນຕ້ອງໄດ້ເສັຍ ບ່ອນຝາກຣົຖ ພຸ້ນຫັ້ນນ່າ.”

ຕາມປົກກະຕິແລ້ວ ໃນຫຼາຍປະເທດ ຖ້າຫາກຜູ້ໂດຍສານ ຫຼື ຜູ້ທີ່ຈະໄປໃຊ້ບໍຣິການ ໃນສະຖານີ ໂດຍສານ ບໍ່ວ່າຈະເປັນສະຖານີຣົຖໄຟ ຫຼືສະຖານີຣົຖໂດຍສານຕ່າງໆ ພ້ອມທັງສນາມບິນ ຈະບໍ່ມີການເກັບຄ່າຜ່ານສະຖານີ ເປັນຕົ້ນ ຢູ່ປະເທດໄທຍ ແລະ ສະຫະຣັຖອາເມຣິກາ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.

ຄວາມເຫັນ

Anonymous
Sep 15, 2022 10:25 AM

ການເກັບຄ່າລົດຜ່ານເຂົ້າໄປ ສົ່ງຜູ້ໂດຍສານ ສະຖານນີລົດ ບໍ່ມີປະເທດໃດ ເຂົາປະຕິບັດກັນດອກ ເຄີຍເຫັນ ກໍມີແຕ່ສະຖານີລົດໄຟລາວ-ຈີນ ນີ້ແຫລະ. ຂະໜາດແຕ່ ລົດໄປສົ່ງພີ່ນ້ອງຫລືໝູ່ເພື່ອ ຢູ່ເດີ່ນບິນແລະສະຖານີຂົນສົ່ງ ເຂົາກໍ່ຍັງບໍ່ເກັບ. ການກະທຳດັ່ງກ່າວ ສະແດງເຖິງ ການໃຊ້ອຳນາດ ຂອງຜູ້ປະກອບການຈີນ ບົນແຜ່ນດິນລາວ ຈີນຢາກເຮັດແນວໃດໄດ້ ໂດຍບໍ່ແກງກົວ ຜູ້ນຳລາວ ປະຊາຊົນລາວ ກົດລະບຽບລາວ ຢາກເຮັດແນວໃດກໍ່ໄດ້. ມີຫລາຍຢ່າງ ທີ່ຢູ່ເຂົາເຮັດບໍ່ໄດ້ ແຕ່ພວກຄົນຈີນ ສາມາດມາເຮັດຢູ່ລາວໄດ້ ມາເອົາຜົນປະໂຫຍດ ຈາກຄົນລາວໄດ້ ຕາມສະບາຍ. ເຖິງທ່ານຜູ້ນຳລາວ ເຖິງເວລາແລ້ວ ທີ່ຈະເຮັດສິ່ງໃດສິ່ງນຶ່ງ ເພື່ອປະຊາຊົນລາວ ເພາະວ່າ ພວກທ່ານ ກໍ່ໄດ້ຜົນປະໂຫຍດມາຫລາຍແລ້ວ ກໍ່ຄວນພໍໄດ້ແລ້ວ ກັບເງິນສິນບົນ ແລະ ການສໍ້ລາດບັງຫລວງຕ່າງໆ ຢ່າປ່ອຍໃຫ້ປະຊາຊົນ ຖືກເອົາປຽບດົນຫລາຍ ເພາະຫລາຍໆຄົນ ກໍ່ໄດ້ລົມຫາຍຕາຍຈາກໂລກນີ້ ໄປແລ້ວ ກ່ອນທີ່ລັດຖະບານ ຈະຊ່ວຍພວກເຂົາ.