ລາວ-ໄທຍ ປຶກສາຫາລື ການຂົນສົ່ງສິນຄ້າ ທາງຣົຖໄຟ ລະຫວ່າງປະເທດ

ພອນ ພູມມີທອນ
2023.01.30
ລາວ-ໄທຍ ປຶກສາຫາລື ການຂົນສົ່ງສິນຄ້າ ທາງຣົຖໄຟ ລະຫວ່າງປະເທດ ຂະບວນຣົຖຄອນເທັນເນີ້ຣ໌ ທີ່ຮັບສິນຄ້າ ມາຈາກຣົຖໄຟ ລາວ-ຈີນ, ແຂວງໜອງຄາຍ ປະເທດໄທຍ.
RFA

ກົມການຂົນສົ່ງທາງຣາງ ກະຊວງຄົມນາຄົມ, ສຖາບັນວິໄຈ ແລະ ພັທນາເຕັກໂນໂລຍີ ລະບົບຣາງ ແລະ ດ່ານພາສີ ແຂວງໜອງຄາຍ ຕາງໜ້າໃຫ້ທາງການໄທຍ ໄດ້ເດີນທາງຢ້ຽມຢາມ ປະເທດລາວ ເພື່ອປືກສາຫາລື ກັບກົມພາສີ ກະຊວງການເງິນ ຕາງໜ້າໃຫ້ທາງການລາວ ຢູ່ດ່ານພາສີສາກົລ ທ່າບົກ-ທ່ານາແລ້ງ ນະຄອນຫລວງວຽງຈັນ ໃນມື້ວັນທີ 26 ມົກຣາ 2023 ທີ່ຜ່ານມາ. 

ການພົບກັນຄັ້ງນີ້ ແມ່ນເນັ້ນໜັກ ໃນເຣື່ອງຂອງຄຸນນະພາບສິນຄ້າ ແລະ ການປ່ຽນຖ່າຍຂົນສົ່ງສິນຄ້າ ຜ່ານລະບົບເສັ້ນທາງ ຣົຖໄຟ ລາວ-ໄທຍ ເພື່ອສົ່ງເສີມການຄ້າລະຫວ່າງປະເທດ ຣວມເຖິງ ການເຊື່ອມຕໍ່ລະບົບຣາງຂອງລາວ, ໄທຍ ແລະ ຈີນ ໃຫ້ສໍາເຣັດໂດຍໄວ ແລະ ມີປະສິດທິພາບສູງສຸດ.

ດັ່ງ ເຈົ້າໜ້າທີ່ກົມທາງຣາງຣົຖໄຟ ກະຊວງຄົມນາຄົມ ປະເທດໄທຍ ທ່ານນຶ່ງ ກ່າວຕໍ່ວິທຍຸ ເອເຊັຽເສຣີ ໃນມື້ວັນທີ 30 ມົກຣາ ນີ້ວ່າ:

ຄື ຫາລືການປ່ຽນຖ່າຍຂົນສົ່ງສິນຄ້າ ກ່ຽວຂ້ອງ ກັບຂະບວນການ ຂອງດ່ານພາສີ ຂອງລາວ ກັບໄທຍ ແລ້ວ ກໍເບິ່ງການປ່ຽນຖ່າຍຂົນສົ່ງສິນຄ້າ ຈາກຣາງ 1 ແມັດ ເປັນຣາງ 1.435 ແມັຕ, ຣາຍລະອຽດຍ່ອຍໆ ມັນຂຶ້ນຢູ່ກັບການເຈຣະຈາ ທັງ 3 ຝ່າຍ (ລາວ,ໄທຍ,ຈີນ) ນໍາດ້ວຍ.

ເຈົ້າໜ້າທີ່ທ່ານນີ້ ກ່າວຕື່ມອີກວ່າ ການເຊື່ອມຕໍ່ລະບົບຣາງ ລະຫວ່າງລາວ-ໄທຍ ມີເປົ້າໝາຍທີ່ຈະຈັດຂະບວນຣົຖໄຟ ໄດ້ເຖິງ 14 ຂະບວນຕໍ່ມື້ ໃນແຕ່ລະຂະບວນ ຈະມີຕູ້ ຄອນເທນເນີ້ຣ໌ 25 ຕູ້ ໂດຍມີເປົ້າໝາຍ ທີ່ຈະຂົນສົ່ງສິນຄ້າໄປຍັງປະເທດຈີນ ປະກອບມີ ຜັກ-ໜາກໄມ້ສົດແຊ່ແຂງ, ສິ່ງຂອງຈໍາເປັນທີ່ໃຊ້ໃນຊີວິຕປະຈໍາວັນ, ຜລິຕພັນເຄື່ອງກົລຈັກ, ເຄື່ອງຄອມພີວເຕີຣ໌, ອຸປກອນ ແລະ ສ່ວນປະກອບ, ເຄື່ອງໃຊ້ໄຟຟ້າ, ຍາງພາຣາ ແລະ ໄມ້ແປຮູບ.

ທາງດ້ານ ທ່ານບຸນຈັນ ຄົມບຸນສິດ ຫົວໜ້າການປູກຝັງ ກະຊວງກສິກັມ ແລະ ປ່າໄມ້ ຂອງລາວ ໄດ້ໃຫ້ສໍາພາດຕໍ່ສື່ມວນຊົນໄທຍ ວ່າ ປະເທດລາວ ພ້ອມອໍານວຍຄວາມສະດວກ ທາງການຄ້າ ໃນຮູບແບບການຄ້າ ຊາຍແດນລາວ-ໄທຍ ແລະ ພ້ອມອໍານວຍຄວາມສະດວກ ໃນການສົ່ງສິນຄ້າ ການກະເສຕຂອງໄທຍ ຜ່ານແດນໄປຍັງປະເທດທີສາມ ທັງການຂົນສົ່ງ ຜ່ານເສັ້ນທາງຣົຖໄຟ, ເສັ້ນທາງຣົຖບັນທຸກ ໂດຍຈະບໍ່ເປິດຕູ້ ຄອນເທນເນີ້ເບິ່ງ ລະຫວ່າງການເດີນທາງ.

ນອກຈາກນີ້ ຈະຮ່ວມກັນ ຍົກລະດັບຄວາມສັມພັນ ດ້ານວິຊາການກະເສຕ ເພື່ອພັທນາສິນຄ້າກະເສຕລາວ-ໄທຍ ໃຫ້ມີຄຸນນະພາບ ແລະ ມາຕຖານສູງ. 

ປັດຈຸບັນ ການຂົນສົ່ງສິນຄ້າ ຜ່ານເສັ້ນທາງຣົຖໄຟ ລາວ-ໄທຍ ແມ່ນຍັງນໍາໃຊ້ເສັ້ນທາງ ຣົຖໄຟເກົ່າ ທີ່ມີຂນາດຣາງ ກວ້າງ 1 ແມັດ ຂນະທີ່ເສັ້ນທາງຣົຖໄຟ ລາວ-ໄທຍ ເສັ້ນທາງໃໝ່ນີ້ ຈະມີຄວາມກວ້າງ 1.435 ແມັດ ເພື່ອຍົກລະດັບລະບົບຣາງ ລະຫວ່າງລາວ-ໄທຍ ທຽບເທົ່າສາກົລ ເຊິ່ງຢູ່ລະຫວ່າງ ການຫາຣືກັນເພີ່ມຕື່ມ ໃນລະດັບ ຣັຖມົນຕຣີ ທັງ 3 ປະເທດ ປະກອບມີ ລາວ, ໄທຍ ແລະ ຈີນ. 

ສ່ວນຄວາມຄືບໜ້າໃນການກໍ່ສ້າງ ສະຖານີຣົຖໄຟ ລາວ-ໄທຍ ຢູ່ບ້ານຄໍາສະຫວາດ ເມືອງໄຊເສດຖາ ນະຄອນຫລວງວຽງຈັນນັ້ນ ປັດຈຸບັນ ໄດ້ກໍ່ສ້າງສະຖານີ ແລະ ເສັ້ນທາງຣົຖໄຟ ຮວມໄລຍະທາງ 7.5 ກິໂລແມັດ ພ້ອມການຕົກແຕ່ງພາຍໃນ ສໍາເຣັດ 100% ແລ້ວ ແຕ່ ຍັງບໍ່ທັນເຊື່ອມຕໍ່ກັບເສັ້ນທາງ ຣົຖໄຟລາວ-ໄທຍ ເສັ້ນທາງໃໝ່ເທື່ອ ເນື່ອງຈາກ ຍັງຕົກລົງເຣື່ອງຂນາດຣາງ ຈຸດທີ່ຈະເຊື່ອມຕໍ່ ຫາກັນ ບໍ່ທັນໄດ້.

ດັ່ງ ເຈົ້າໜ້າທີ່ ທີ່ກ່ຽວຂ້ອງກັບວຽກງານ ຂົນສົ່ງ ຝ່າຍທາງຣົຖໄຟ ກ່າວຕໍ່ວິທຍຸ ເອເຊັຽເສຣີ ໃນມື້ດຽວກັນນີ້ວ່າ:

ດຽວນີ້ຫັ້ນ ເພິ່ນສ້າງຂຶ້ນໄປຈຸຕີນຝັ່ງຂອງເນາະ ຍັງແຕ່ຊິເຮັດສະພານຂ້າມອີກຂົວນຶ່ງ ເພາະວ່າມັນ ຣາງໂຕເກົ່າກັບໂຕໃໝ່ ມັນ ໂຕໃໝ່ນີ້ມັນ ໃຫຍ່ກວ່າໂຕເກົ່າເນາະ ແຕ່ວ່າເປົ້າໝາຍເພິ່ນກະຊິເຊື່ອມຕໍ່ກັນຫັ້ນແຫລະ.

ທາງດ້ານເຈົ້າໜ້າທີ່ຝ່າຍກໍ່ສ້າງ ສະຖານີຣົຖໄຟ ລາວ-ໄທຍ (ພາຍໃຕ້ບໍຣິສັດໄທຍ) ກ່າວວ່າ ການກໍ່ສ້າງສະຖານີ, ເສັ້ນທາງເຊື່ອມຕໍ່ ແລະ ສິ່ງອໍານວຍຄວາມສະດວກພາຍໃນ ແລະ ພາຍນອກສະຖານີ ຖືວ່າມີຄວາມພ້ອມຈະເປີດໃຫ້ບໍຣິການແລ້ວ ແຕ່ຄວາມພ້ອມ ກໍຂຶ້ນຢູ່ກັບຂໍ້ຕົກລົງ ລະຫວ່າງ ທາງການລາວ ແລະ ໄທຍທໍ່ນັ້ນ.

ດັ່ງ ທ່ານກ່າວຕໍ່ວິທຍຸ ເອເຊັຽເສຣີ ໃນມື້ດຽວກັນນີ້ວ່າ: 

ເຂົາຕໍ່ຮອດແລ້ວນ່າ ເພາະວ່າດຽວນີ້ມັນ ສຖານີເຂົາກະຕົກແຕ່ງພາຍໃນແລ້ວ ພວກຕົກແຕ່ງລະບົບປຕິບັດການບໍ່, ພວກຕິດຕັ້ງລິຟບໍ່, ພວກ Executor ຕ່າງໆຫັ້ນແຫລະ.

ທາງດ້ານນັກ ວິຊາການ ຈາກສະຖາບັນເອເຊັຽສຶກສາ ຈຸລາລົງກອນ ມະຫາວິທຍາໄລ ປະເທດໄທຍ ກ່າວຕໍ່ວິທຍຸ ເອເຊັຽເສຣີ ໃນມື້ດຽວກັນນີ້ວ່າ ທາງການລາວ-ໄທຍ ຄວນຈະເລັ່ງເຈຣະຈາ ແລະ ຫາຂໍ້ສຣຸບ ເພື່ອດໍາເນີນການກໍ່ສ້າງ ເສັ້ນທາງຣົຖໄຟ ລາວ-ໄທຍ ໃຫ້ເຊື່ອມຕໍ່ກັນ ໂດຍໄວທີ່ສຸດ ເພື່ອບໍ່ໃຫ້ ເກີດຄວາມຊັກຊ້າ ໃນການຂົນສົ່ງ ລະຫວ່າງປະເທດ ແລະ ຕ້ອງເລັ່ງພັທນາສິນຄ້າຕ່າງໆ ໃຫ້ມີຄຸນນະພາບ ແລະ ມາຕຖານ ເພື່ອສົ່ງອອກໄປຍັງປະເທດທີສາມ ແລະ ສາມາດແຂ່ງຂັນກັບສິນຄ້າ ຈາກປະເທດຈີນໄດ້.

ທ່ານເຊື່ອໝັ້ນວ່າ ຫາກເສັ້ນທາງຣຖໄຟ ລາວ-ໄທຍ ກໍ່ສ້າງສໍາເຣັດ ແລະເຊື່ອມຕໍ່ກັບລະບົບຣາງ ຂອງປະເທດລາວ ແລະ ຈີນໄດ້ ຈະເຮັດໃຫ້ສະພາບການເຄື່ອນໄຫວ ທັງການປ່ຽນຖ່າຍສິນຄ້າ, ການຂົນສົ່ງສິນຄ້າ ແລະ ການຄ້າຊາຍແດນ ຢູ່ບໍຣິເວນດ່ານສິນຄ້າທ່າບົກ-ທ່ານາແລ້ງ ແລະ ເຂດໂລຈິສຕິກຄົບວົງຈອນ ນະຄອນຫລວງວຽງຈັນ ເກີດຄວາມຄືກຄັກໄດ້ ໃຫ້ກັບປະເທດລາວໄດ້ເປັນຢ່າງດີ.

ດັ່ງ ທ່ານກ່າວຕໍ່ວິທຍຸ ເອເຊັຽເສຣີ ໃນມື້ດຽວກັນນີ້ວ່າ:

ສ່ວນຂອງໂຄງສ້າງພື້ນຖານ ທີ່ເຊື່ອມໂຍງກັນນີ້ ຂ້ອຍຄິດວ່າ ກະຄົງຊິເປັນໂຕທີ່ເຮັດໃຫ້ ການຄ້າຊາຍແດນຢູ່ໃນບ່ອນນັ້ນ (ທ່າບົກ-ທ່ານາແລ້ງ) ຄືກຄັກຂຶ້ນຫລາຍ ກະຖືວ່າ ເປັນທິດທາງທີ່ດີ ແລ້ວກໍມີການສຶກສາຍຸທສາຕ ໃນດ້ານຊາຍແດນ ວ່າຈະເຊື່ອມໂຍງປໂຍດ ຈາກເສຖກິຈ ຣົຖໄຟໄດ້ແນວໃດ ມັນຈະເດີນໜ້າຕໍ່ໄປແນວໃດ.

ສໍາລັບ ໂຄງການກໍ່ສ້າງທາງຣົຖໄຟ ລາວ-ໄທຍ ໃນໄລຍະທີ 2 ເຣີ່ມກໍ່ສ້າງມາແຕ່ວັນທີ 1 ຕຸລາ 2019 ກໍານົດສ້າງສໍາເຣັດ ເດືອນທັນວາ ປີ 2021 ໂດຍບໍຣິສັດ ASIAN ENGINEERING CONSULTANTS ຂອງໄທຍ ເປັນຜູ້ຮັບເໝົາກໍ່ສ້າງ ມີມູນຄ່າການກໍ່ສ້າງ 994 ລ້ານບາທ, ໃນນັ້ນ 30% ຣັຖບານໄທຍ ໃຫ້ການຊ່ວຍເຫລືອລ້າ ແລະ 70% ຣັຖບານລາວ ກູ້ຢືມຈາກສໍານັກງານ ຄວາມຮ່ວມມືພັທນາເສຖກິຈ ກັບປະເທດເພື່ອນບ້ານ ຫລື NEDA ໂດຍເປັນການກູ້ຍືມເງິນ ໃນອັຕຣາດອກເບັ້ຍຕ່ໍາ, ຮ້ອຍລະ 1.5% ຕໍ່ປີ ໄລຍະເວລາຜ່ອນ ຊໍາລະຄືນ 30 ປີ.

ສ່ວນປະເທດລາວ ໄດ້ມີການເປີດນໍາໃຊ້ດ່ານສິນຄ້າ ທ່າບົກ-ທ່ານາແລ້ງ ແລະ ເຂດ ໂລຈິສຕິກ ຄົບວົງຈອນ ທີ່ມີຂນາດໃຫຍ່ທີ່ສຸດ ຂອງປະເທດລາວ ຢູ່ນະຄອນຫລວງວຽງຈັນ ໃນມື້ວັນທີ 4 ທັນວາ 2021 ທີ່ຜ່ານມາ ເພື່ອອໍານວຍຄວາມສະດວກ ໃຫ້ແກ່ການລໍາລຽງຂົນສົ່ງສິນຄ້າຂອງພາກພື້ນ ແລະ ສາກົລ ເຊິ່ງຈະຊ່ວຍເພີ່ມຂີດຄວາມສາມາດ ໃນການແຂ່ງຂັນ ແລະ ການຂົນສົ່ງ ໃຫ້ກັບປະເທດລາວ ໄດ້ເປັນຢ່າງດີ. 

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.