ເປີດສະຖານີ ຂົນສົ່ງສິນຄ້າ ຣົຖໄຟ ລາວ-ຈີນ ເມືອງໄຊ
2022.11.02
ເມຶ່ອວັນທີ 1 ພຶສະຈິກາ ທີ່ຜ່ານມານີ້ ສະຖານີຣົຖໄຟ ເມືອງໄຊ ແຂວງອຸດົມໄຊ ໄດ້ເປີດໃຫ້ບໍຣິການຂົນສົ່ງສິນຄ້າ ຢ່າງເປັນທາງການ ເຊິ່ງຖືວ່າເປັນສະຖານີ ຣົຖໄຟ ລາວ-ຈີນ ສະຖານີແຫ່ງທີ່ 7 ທີ່ເປີດໃຫ້ບໍຣິການ ຂົນສົ່ງສິນຄ້າ ມີທັງຄວາມພ້ອມ ຫລາຍດ້ານ ສຳລັບການໃຫ້ບໍຣິການ ແກ່ພາກສ່ວນທຸຣະກິຈຕ່າງໆ, ອີງຕາມການຣາຍງານ ຂອງສື່ມວນຊົນລາວ ໃນວັນທີ 1 ພຶສຈິກາ ປີ 2022.
ກ່ຽວກັບເຣຶ່ອງນີ້ ວິທຍຸເອເຊັຽເສຣີ ໄດ້ຕິດຕໍ່ໄປຫາສະຖານີ ຣົຖໄຟ ເມືອງໄຊ ເພື່ອສອບຖາມ ຣາຍລະອຽດເພີ່ມຕື່ມ ກ່ຽວກັບການໃຫ້ບໍຣິການ ຂົນສົ່ງສິນຄ້າ ແຕ່ບໍ່ມີພະນັກງານຜູ້ໃດ ຮັບໂທຣະສັບ.
ເຖິງຢ່າງໃດກໍຕາມ ພະນັກງງານ ປະຈໍາສະຖານີຣົຖໄຟ ລາວ-ຈີນ ແຫ່ງນຶ່ງ ກ່າວວ່າ ປັຈຸບັນ ຢູສະຖານີ ຣົຖໄຟ ລາວ-ຈີນ ແຕ່ລະແຫ່ງ ທີ່ເປີດບໍຣິການ ຂົນສົ່ງສິນຄ້າ ດ້ວຍຮົຖໄຟນັ້ນ ກໍໄດ້ຕຣຽມຄອນແທນເນີ້ຣ໌ ຈຳນວນຫລາຍຕູ້ ເພື່ອຮອງຮັບປຣິມານ ການຂົນສົ່ງສິນຄ້າ ໃນແຕ່ລະມື້ ແລະ ສຳລັບສິນຄ້າ ທີ່ສົ່ງດ້ວຍຣົຖໄຟນັ້ນ ກໍຕ້ອງໄດ້ຜ່ານຂັ້ນຕອນ ການກວດກາ ຢູ່ສະຖານີບໍ່ເຕັນ ເປັນເວລາ ປະມານ 2 ມື້ ຈຶ່ງຈະສາມາດ ເຂົ້າໄປປະເທດຈີນໄດ້.
ດັ່ງຍານາງກ່າວຕໍ່ວິທຍຸ ເອເຊັຽເສຣີ ໃນວັນທີ 2 ພຶສຈິກາ ນີ້ວ່າ:
“ສົ່ງສິນຄ້າອອກໄປຈີນ ຂອງຈຸເຮົາແມ່ນຈະຮັບຂົນສົ່ງແຕ່ຕູ້ 40 ຟຸຕ. ຖ້າໄປຮອດບໍ່ເຕັນຫັ້ນ, ຖ້າເຂົາກວດເອກສານ ເເມ່ນຫຍັງຜ່ານ ແມ່ນຫຍັງຫັ້ນ ປະມານມື້ 2 ມື້ນີ້ ກໍອັນນັ້ນແລ້ວ ຈອດກວດຢູ່ບ່ອນດ່ານບໍ່ເຕັນ.”
ເຖິງແແມ່ນວ່າ ການເປີດບໍຣິການ ຂົນສົ່ງສິນຄ້າ ຢູ່ສະຖານີຣົຖໄຟ ເມືອງໄຊ ມີເປົ້າໝາຍ ເພື່ອສ້າງຄວາມສະດວກ ແກ່ຜູ້ປະກອບການ ພາຍໃນແຂວງ ສຳລັບການຂົນສົ່ງສິນຄ້າ ອອກໄປຈີນກໍຕາມ ແຕ່ໃນປັຈຸບັນ ຜູ້ປະກອບການ ຫລາຍຄົນ ຍັງມັກໃຊ້ບໍຣິການ ຣົຖບັນທຸກ ສຳລັບສົ່ງສິນຄ້າ ຂອງພວກເຂົາເຈົ້າໄປປະເທດຈີນ ໂດຍສະເພາະ ສິນຄ້າດ້ານການກະເສຕ ຍ້ອນຫລາຍຄົນເຫັນວ່າ ການຂົນສົ່ງດ້ວຍຣົຖບັນທຸກໃນໄລຍະນີ້ ກໍມີຄວາມສະດວກຢູ່ແລ້ວ ອີກທັງເປັນການປະຍັດເວລາ ແລະ ຂັ້ນຕອນການຂົນສົ່ງ ເນື່ອງຈາກຜູ້ປະກອບການ ຫລາຍແຫ່ງ ຢູ່ຫ່າງຈາກສະຖານີ ຣົຖໄຟຂ້ອນຂ້າງໄກ.
ດັ່ງພະນັກງງານ ຢູ່ສວນໝາກເດືອຍ ແຫ່ງນຶ່ງ ໃນແຂວງອຸດົມໄຊ ກ່າວວ່າ:
“ແມ່ນແຫລະ. ເກັບໄປຂາຍ ສົ່ງໃຫ້ຄົນຈີນເອງເລີຍ ໃຊ້ຮົຖບັນທຸກນ່າ. ໂຕນີ້ເປັນເຖົ້າແກ່ ເຂົາເປັນຜູ້ຈັດການເອງເລີຍຫັ້ນນ່າ ເອົາເຄື່ອງໄປສັ່ງໃຫ້ເຂົາເຈົ້າຊື່ໆນ່າ. ບໍ່ໄດ້ເອົາເຄື່ອງ ໄປສົ່ງອອກ ຣົຖໄຟເທຶ່ອ.”
ໃນຂະນະທີ່ ພະນັກງງານຂັບຣົຖ ອີກທ່ານນຶ່ງ ທີ່ເຮັດວຽກຢູ່ບໍຣິສັດ ປູກໝາກອຶ ແຫ່ງນຶ່ງ ຢູ່ເມືອງຮຸນກ່າວວ່າ ສຳລັບການຂົນສົ່ງ ໝາກອຶໄປຈີນນັ້ນ ກໍມັກໃຊ້ບໍຣິການ ການຂົນສົ່ງ ດ້ວຍຣົຖບັນທຸກ ອອກໄປທາງດ່ານສາກົລ ບໍ່ເຕັນ ເນຶ່ອງຈາກວ່າ ເປັນເສັ້ນທາງທີ່ສະດວກ ຢູ່ແລ້ວ ໃນໄລຍະນີ້ ແລະ ທາງບໍຣິສັດ ຂອງທ່ານເອງ ກໍຍັງບໍ່ມີແຜນ ຈະປ່ຽນໄປໃຊ້ ບໍຣິການຂົນສົ່ງ ດ້ວຍຣົຖໄຟ ລາວ-ຈີນ ເທຶ່ອ.
ດັ່ງທ່ານກ່າວວ່າ:
“ເຂົາອອກທາງຈີນໂລດນ່າ. ເປັນຣົຖ 22 ລໍ້ນີ້ແຫລະ, ທາງນາໝໍ້, ນາເຕີຍ, ຫລວງນໍ້າທາ. ໂອ ດຽວນີ້ເຂົາບໍ່ໃຊ້ຣົຖໄຟ ໃຊ້ຣົຖລາກໃສ່ ຖືວ່າຫລາຍທຸກມື້. ຖ້ຽວເຕັມຕລອດແຫລະ ຣົຖລາວເຮົານີ້ ມັນສົ່ງຮອດແຕ່ຊາຍແດນເນາະ ແລ້ວຣົຖຈີນມາເອົາຕໍ່ ຢູ່ດ່ານຫັ້ນແຫລະ.”
ສ່ວນຊາວບ້ານ ຢູ່ເມືອງງາ ອີກທ່ານນຶ່ງ ກ່າວວ່າ ເຖິງເເມ່ນວ່າ ສະຖານີຣົຖໄຟ ເມືອງໄຊ ໄດ້ເປີດບໍຣິການ ການຂົນສົ່ງສິນຄ້າ ແລ້ວກໍຕາມ ແຕ່ການທີ່ຈະສົ່ງສິນຄ້າ ຈາກເມືອງງາ ໄປຂຶ້ນຣົຖໄຟ ຢູ່ສະຖານີຣົຖໄຟ ເມືອງໄຊ ຫລື ສະຖານີຣົຖໄຟ ຫລວງພຣະບາງນັ້ນ ກໍມີໄລຍະທາງໄກເຕີບ ແລະ ສະພາບເສັ້ນທາງ ກໍບໍ່ສະດວກ ຈຶ່ງເຮັດໃຫ້ຜູ້ປະກອບການ ສ່ວນໃຫຍ່ ບໍ່ໃຫ້ຄວາມສົນໃຈ ທີ່ຈະໄປໃຊ້ບໍຣິການ ຂົນສົ່ງສິນຄ້າ ດ້ວຍຣົຖໄຟ ລາວ-ຈີນ ນັ້ນເທຶ່ອ.
ດັ່ງທ່ານກ່າວວ່າ:
“ເມືອງງາກໍມີ, ແຕ່ວ່າບໍ່ໄດ້ມີສະຖານີນຳເພິ່ນໄປ 70 ປາຍກິໂລເເມັດ, ແລ້ວກະທາງລຳບາກແດ່ ໄກກວ່າໄປຫລວງພຣະບາງ, ຫລວງພຣະບາງ ເຮົາໄປຢູ່ 60 ກິໂລເເມັດ.”
ເເຕ່ໃນທັສນະ ນັກວິຊາການ ດ້ານການຂົນສົ່ງສິນຄ້າ ທ່ານນຶ່ງ ກໍເຫັນວ່າ ປັຈຸບັນນີ້ ຜູ້ປະກອບການ ໃນແຂວງຕ່າງໆ ທີ່ໃຊ້ບໍຣິການຂົນສົ່ງ ສິນຄ້າດ້ານການກະເສຕ ດ້ວຍຣົຖໄຟ ລາວ-ຈີນ ນັ້ນ ກໍເຣີ່ມມີຫລາຍຂຶ້ນເລື້ອຍໆ ໂດຍສະເພາະ ຂົນສົ່ງສິນຄ້າ ທີ່ເປັນໝາກໄມ້ປະເພດຕ່າງໆ ເຊິ່ງທ່ານເອງ ເຫັນວ່າເປັນການປະຍັດເວລາ ກວ່າການຂົນສົ່ງ ດ້ວຍຣົຖບັນທຸກ.
ດັ່ງທ່ານກ່າວວ່າ:
“ສິນຄ້າໄປຈີນບໍ່ ກະມີຢູ່ໆ ສ່ວນຫລາຍກະເເມ່ນຕູ້ຄອນແທນເນີ້ຣ໌ ມັນກະມີສິນຄ້າຫລາຍຢ່າງ ກະມີຢູ່ທາງຣົຖໄຟ ກະມີສິນຄ້າອອກຈາກລາວໄປກະມີຢູ່ ພວກໝາກໄມ້ອີ່ຫຍັງນິີ້ ໄປຈີນ.”
ສຳລັບ ສະຖານີຣົຖໄຟເມືອງໄຊ ແຂວງອຸດົມໄຊ ເປັນທັງສະຖານີ ຂົນສົ່ງຜູ້ໂດຍສານ ແລະ ຂົນສົ່ງສິນຄ້າ ຂນາດໃຫຍ່ພໍສົມຄວນ ມີຣາງຣົຖໄຟ 3 ຣາງ ແລະ ສາມາດຮອງຮັບ ຕູ້ຄອນແທນເນີ້ຣ໌ ສຳລັບບັນຈຸສິນຄ້າ ປະເພດຕ່າງໆ ໄດ້ທັງໝົດ 12 ຕູ້.
ສ່ວນ ສະຖານີຣົຖໄຟ ລາວ-ຈີນ ໃນລາວອີກ 6 ແຫ່ງ ທີ່ເປີດໃຫ້ບໍຣິການ ຂົນສົ່ງສິນຄ້າ ໃນກ່ອນໜ້ານີ້ ປະກອບດ້ວຍ ສະຖານີຣົຖໄຟວຽງຈັນໃຕ້, ສະຖານີຣົຖໄຟໂພນໂຮງ, ສະຖານີຣົຖໄຟວັງວຽງ, ສະຖານີຣົຖໄຟກາສີ, ສະຖານີຣົຖໄຟຫລວງພຣະບາງ ແລະ ສະຖານີຣົຖໄຟນາເຕີຍ ເຊິ່ງສະຖານີຣົຖໄຟ ແຕ່ລະແຫ່ງ ເປີດບໍຣິການ ຮັບຂົນສົ່ງສິນຄ້າ ຫລາຍປະເພດ ເປັນຕົ້ນ ແຮ່ທາຕ, ສິນຄ້າດ້ານການກະເສຕ ແລະ ອື່ນໆ.