ເປີດໂຕ ແອັປພລິເຄຊັນ ເພື່ອຂາຍປີ້ຣົຖໄຟ ອອນລາຍນ໌
2022.12.05
ໃນວັນທີ 03 ທັນວາ ທີ່ຜ່ານມານີ້ ບໍຣິສັດ ທາງຣົຖໄຟ ລາວ-ຈີນ ຈຳກັດ ໄດ້ເປີດໂຕ ແອັປພລິເຄຊັນ ຊື້-ຂາຍ ປີ້ຣົຖໄຟ ລາວ-ຈີີນ ໃນອະນາຄົຕ ເນື່ອງໃນໂອກາດ ທີ່ສະຖານີຣົຖໄຟ ລາວ-ຈີນ ໄດ້ເປີດນໍາໃຊ້ຄົບຮອບ 1 ປີ ແຕ່ຍັງບໍ່ທັນໄດ້ນຳໃຊ້ ແອັປພລິເຄຊັນ ດັ່ງກ່າວເທື່ອໂດຍຄາດວ່າ ຈະເຣີ່ມນຳໃຊ້ ໃນໄລຍະທ້າຍເດືອນທັນວານີ້, ອີງຕາມຂໍ້ມູນ ຈາກບໍຣິສັດ ທາງຣົຖໄຟລາວ-ຈີນ ຈຳກັດ.
ກ່ຽວກັບເຣື່ອງນີ້ ພະນັກງານຂາຍປີ້ຣົຖໄຟ ລາວ-ຈີນ ຢູ່ສະຖານີແຫ່ງນຶ່ງ ກ່າວວ່າພາຍຫລັງ ທີ່ທາງບໍຣິສັດໄດ້ເປີດໂຕ ແອັປພລິເຄຊັນດັ່ງກ່າວ ໄປແລ້ວນັ້ນປັດຈຸບັນ ກໍຍັງບໍ່ທັນເປີດໃຫ້ມີການ ດາວນ໌ໂຫລດຜ່ານທາງໂທຣະສັບເທື່ອ ແລະ ຍານາງເອງຍັງບໍ່ຮູ້ຄັກແນ່ ກ່ຽວກັບຣາຍລະອຽດ ການໃຊ້ງານແອັປພລິເຄຊັນດັ່ງກ່າວ ຊຶ່ງຕອງລໍຖ້າໃຫ້ພາກສ່ວນ ທີ່ກ່ຽວຂ້ອງ ມີການຊີ້ແຈງເພີ່ມຕື່ມ. ດັ່ງຍານາງ ກ່າວຕໍ່ວິທຍຸ ເອເຊັຽເສຣີ ໃນວັນທີ 05 ທັນວາ ນີ້ວ່າ.
“ບໍ່ໄດ້ໃຊ້ງານເທື່ອ ເຂົາເຈົ້າອອກແອັປ ມີແຕ່ທ້າຍເດືອນ 12 ນີ້ເຂົາຈຶ່ງຊິແນະນຳ ຣາຍລະອຽດໂຕນີ້ເນາະ ມີແຕ່ເຂົາສ້າງແອັປສື່ໆ ແຕ່ວ່າການບໍຣິການ ຫລືວ່າວິທີການ ຈອງປີ້ ເພິ່ນຍັງບໍ່ໄດ້ໃຫ້ຂໍ້ມູນ ອັນນີ້ເປັນແຜນການລ່ວງໜ້າ.”
ໃນຂະນະທີ່ຊາວລາວ ຫລາຍຄົນທີ່ຮູ້ຂ່າວດັ່ງກ່າວ ສ່ວນໃຫຍ່ກໍເຫັນວ່າ ບໍຣິສັດທາງຣົຖໄຟ ລາວ-ຈີນ ຈຳກັດ ຄວນພັທນາແອັປພລິເຄຊັນ ສຳລັບ ຊື້-ຂາຍ ປີ້ຣົຖໄຟ ແລະ ນໍາໃຊ້ແຕ່ດົນແລ້ວ ເພື່ອສ້າງຄວາມສະດວກ ສະບາຍ ແກ່ການຊື້ປີ້ຣົຖໄຟ ລາວ-ຈີນ ແລະ ຫລຸດຜ່ອນບັນຫາ ຫລາຍຢ່າງເປັນຕົ້ນ ບັນຫາການນຳປີ້ຣົຖໄຟ ຂາຍຕໍ່ແບບເກັງກຳໄລ ແລະກໍເຊື່ອວ່າ ຄັນສາມາດເຮັດການຊື້-ຂາຍ ປີ້ຣົຖໄຟ ລາວ-ຈີນຜ່ານລະບົບອ໋ອນລາຍນ໌ໄດ້ແທ້ ກໍຈະມີຄວາມສະດວກ ແລະທັນສມັຍຫລາຍຂຶ້ນ.
ດັ່ງຊາວລາວ ທ່ານນຶ່ງກ່າວວ່າ:
“ຄິດວ່າຊິດີຂຶ້ນກ່ວາເກົ່າເນາະ ນັກທ່ອງທ່ຽວ ກາຊິງ່າຍດາຍຂຶ້ນກວ່າເກົ່າເນາະ ເຂົາເຈົ້າຈອງຜົວກໍແລ່ນຣົຖເນາະ ແລ່ນຣົຖແລ້ວ ຊິແບບແຂກມາຈອງປີ້ຫຍັງຢູ່ເດ້ ມັນກາຊິງ່າຍກວ່າ ຖ້າມີແອັປຈອງຫັ້ນນ່າ.”
ໃນຂະນະດຽວກັນ ຊາວລາວອີກທ່ານນຶ່ງ ກໍເຫັນວ່າ ການເປີດໂຕແອັປພລິເຄຊັນ ຊື້-ຂາຍ ປີ້ຣົຖໄຟ ລາວ-ຈີນ ຈະເຮັດໃຫ້ ມີຄວາມສະດວກ ສະບາຍ ຜູ້ທີ່ໃຊ້ໂທຣະສັບ ເພາະຈະສາມາດຊື້ປີ້ ຣົຖໄຟຜ່ານລະບົບອ໋ອນລາຍນ໌ ໄດ້ໂດຍບໍ່ຕ້ອງໄປລຽນແຖວ ລໍຊື້ປີ້ຣົຖໄຟ ຢູ່ສະຖານີຣົຖໄຟ ແຕ່ສຳລັບຜູ້ທີ່ ບໍ່ສະດວກໃຊ້ໂທຣະສັບ ກໍອາຈຕ້ອງໄດ້ໄປຕໍ່ແຖວ ຊື້ປີ້ຣົຖໄຟຢູ່ຕາມສະຖານີ ຢ່າງເປັນປົກກະຕິ.
ດັ່ງທ່ານ ໄດ້ກ່າວວ່າ:
“ດີຂຶ້ນ ສຳລັບຄົນທີ່ຮູ້ຈອງ ຜ່່ານອ໋ອນລາຍນ໌ ກາຫລຸດພົ້ນ ຄວາມຫຍຸ້ງຍາກ ທີ່ວ່າແບບວ່າ ມາຕໍ່ແຖວ ສຳລັບຄົນບໍ່ຮູ້ ກາມາຊື້ຢູ່ສະຖານີຄືເກົ່າ ສຳລັບຄົນບໍ່ຮູ້ເນາະ.”
ສ່ວນຊາວລາວ ອີກທ່ານນຶ່ງ ກໍເຫັນວ່າຄັນບໍຣິສັດ ທາງຣົຖໄຟ ລາວ-ຈີນ ຈຳກັດ ສາມາດນຳໃຊ້ ການຊື້-ຂາຍ ປີ້ຜ່ານແອັປພລິເຄຊັນ ໄດ້ກໍຈະສ້າງຜົນດີ ຫລາຍຢ່າງ ໂດຍສະເພາະ ຈະເຮັດໃຫ້ຊາວລາວ ສາມາດເຂົ້າເຖິງ ການຊື້ປີ້ຣົຖໄຟ ໄດ້ສະດວກຂຶ້ນ ເນື່ອງຈາກໃນໄລຍະຫລັງໆ ມານີ້ ຍານາງເອງກໍເຫັນວ່າ ບັນດາບໍຣິສັດນຳທ່ຽວ ທັງໃນລາວ ແລະ ຕ່າງປະເທດ ມັກໄດ້ສິດທິ ພິເສດໃນການຈອງປີ້ ຣົຖໄຟແບບລ່ວງໜ້າ ກ່ອນຊາວລາວທົ່ວໄປ. ຈຶ່ງເຮັດໃຫ້ ປີ້ຣົຖໄຟໝົດໄວ ເປັນບາງມື້.
ດັ່ງຍານາງກ່າວວ່າ:
“ມື້ນຶ່ງຜູ້ໃດຄົນລາວ ຢາກໄປຣົຖໄຟບໍ່ໄດ້ໄປນ່າ ເຂົາເຈົ້າໃຫ້ສິດທິພິເສດ ໃຫ້ຕ່າງປະເທດ ຊື້ປີ້ຣົຖໄຟຫຍັງບໍ່ໄດ້ຊື້ ຊິໄດ້ຂີ້ເຮືອບິນໄປ ບາງເທື່ອນ່າ ຣົຖໄຟເຕັມແລ້ວ ເອົາແຕ່ແຂກຕ່າງປະເທດ ບໍຣິສັດທົວຣ໌ນ່າ ກາຕ້ອງໄດ້ຈອງ 3 ມື້ ລ່ວງໜ້າພຸ້ນ ແຫລະ.”
ທາງດ້ານຜູ້ປະກອບການ ຮັບຈອງປີ້ຣົຖໄຟ ລາວ-ຈີນ ທ່ານນຶ່ງກ່າວວ່າ ເຖິງແມ່ນວ່າ ໃນອະນາຄົຕ ຈະມີການຊື້-ຂາຍປີ້ຣົຖໄຟ ລາວ-ຈີນ ຜ່ານທາງແອັປພລິເຄຊັນ ດັ່ງກ່າວກໍຕາມ ແຕ່ທ່ານເອງ ກໍຍັງຈະຮັບບໍຣິການ ຂອງປີ້ຣົຖໄຟ ຢູ່ຄືເກົ່າ ໂດຍອາຈຈະປ່ຽນຈາກ ໄປຊື້ປີ້ຣົຖໄຟ ຢູ່ໜ້າສະຖານີ ຣົຖໄຟ ເປັນຊື້ປີ້ຣົຖໄຟ ຜ່ານແອັປພລິເຄຊັນ ໂດຍຕຣົງໃຫ້ແກ່ລູກຄ້າ ເນື່ອງຈາກຈະຕ້ອງ ມີຜູ້ທີ່ມີຂໍ້ຈຳກັດ ໃນການເຂົ້າເຖິງແອັປພລິເຄຊັນ ດັ່ງກ່າວ.
ດັ່ງທ່ານກ່າວວ່າ:
“ແລ້ວແຕ່ກໍຣະນີ ບາງເທື່ອສົມມຸດວ່າ ຜູ້ບໍ່ທັນບໍ່ຮູ້ຊື້ນ່າ ເຮົາກາເລີຍເອົາໃຫ້ເນົາ ນຳພີມປີ້ໃຫ້ ໂດຍສະເພາະຢູ່ແລ້ວ ສົມມຸດວ່າສັ່ງອ໋ອນລາຍນ໌ 10 ປີ້ ເຮົາກາເບິ່ງ ຕາມສື່ກາສະແກນປີ້ໃຜ ປີ້ມັນ ຊີ້ນ່າ.”
ນອກຈາກນັ້ນແລ້ວ ຊາວລາວຫລາຍຄົນ ທີ່ເຄີຍໃຊ້ບໍຣິການ ຣົຖໄຟ ລາວ-ຈີນ ກໍຍັງຢາກໃຫ້ບໍຣິສັດ ທາງຣົຖໄຟ ລາວ-ຈີນ ຈຳກັດ ເພີ່ມຄວາມສະດວກ ໃຫ້ແກ່ການໃຊ້ບໍຣິການ ຢູ່ສະຖານີຣົຖໄຟ ລາວ-ຈີນໃຫ້ຫລາຍຂຶ້ນ ເປັນຕົ້ນວ່າ ຢູ່ສະຖານີຣົຖໄຟ ລາວ-ຈີນ ແຕ່ລະແຫ່ງຄວນເປີດ ໃຫ້ຜູ້ໂດຍສານ ເຂົ້າໄປໜັ່ງລໍຖ້າ ຂຶ້ນຣົຖໄຟຕລອດ ໄລຍະເວລາ ຕອນເຊົ້າຫາຕອນແລງ ໂດຍບໍ່ມີການກຳນົດ ເວລາເປີດ ແລະປິດສະຖານີຣົຖໄຟ ຈຳນວນຫລາຍເທື່ອ ຕໍ່ມືເພື່ອເຮັດໃຫ້ຜູ້ໂດຍສານ ສາມາດໃຊ້ບໍຣິການ ຫ້ອງນໍ້າພາຍໃນ ສະຖານີີຣົຖໄຟ ໄດ້ຢ່າງສະດວກ.
ກ່ອນໜ້ານີ້ໃນວັນທີ 03 ທັນວ່າຜ່ານມາ ທາງການລາວ ກໍໄດ້ມີພິທີໂຮມຊຸມນຸມ ສລຸບຜົນງານ ການເປີດນໍາໃຊ້ ເສັ້ນທາງຣົຖໄຟ ລາວ-ຈີນ ຄົບຮອບ 1 ປີ ຢູ່ສະຖານີຣົຖໄຟ ນະຄອນຫລວງວຽງຈັນ ໂດຍທ່ານ ສອນໄຊ ສີພັນດອນ ຮອງນາຍົກຣັຖມົນຕຣີລາວ ແລະ ຜູ້ຊີ້ນໍາວຽກງານ ເຂດເສຖກິຈ ໄດ້ກ່າວຕອນນຶ່ງວ່າໄລຍະ 1 ປີ ທີ່ເປີດນຳໃຊ້ ແລະ ດຳເນີນ ທຸຣະກິຈ ຂອງທາງຣົຖໄຟ ລາວ-ຈີນ ເປັນຕົ້ນມາໄດ້ສ້າງ ຄວາມສະດວກ ສະບາຍ ໃນການເດີນທາງ ໃຫ້ແກ່ປະຊາຊົນລາວ ຢ່າງຫລວງຫລາຍ ແລະສົ່ງເສີມໃຫ້ ການຂົນສົ່ງສິນຄ້າ ມີຄວາມສະດວກ ແລະ ເສີມກຳລັງທີ່ແຂງແຮງ ໃຫ້ແກ່ການພັທນາເສຖກິຈສັງຄົມ ຂອງລາວອີກທັງ ຍັງຍົກລະດັບ ປະເທດລາວ ໃນຖານະທີ່ເຄີຍມີ ເສັ້ນທາງຣົຖໄຟ ໄລຍະທາງສັ້ນທີ່ສຸດໃນໂລກ. ອີງຕາມການຣາຍງານ ຂອງວິທຍຸແຫ່ງຊາຕ.