ເສົາໄຟຟ້າ ຣັຖວິສາຫະກິຈ ໄຟຟ້າລາວ, ອຸປກອນ ທາງຣົຖໄຟ ຖືກລັກ

ໄຊຍາ
2022.10.26
ເສົາໄຟຟ້າ ຣັຖວິສາຫະກິຈ ໄຟຟ້າລາວ, ອຸປກອນ ທາງຣົຖໄຟ ຖືກລັກ ລາງຣົຖໄຟ ລາວ-ຈີນ ທີ່ສະຖານີ ຣົຖໄຟ ລາວ-ຈີນ ແຫ່ງນຶ່ງ, ເດືອນພຶສພາ ປີ 2022.
RFA

ເມື່ອວັນທີ 21 ຕຸລາ ທີ່ຜ່ານມານີ້ເຈົ້າໜ້າທີ່ ປກສ ແຂວງວຽງຈັນໄດ້ເຂົ້າກວດກາ ພ້ອມທັງຍຶດເຫລັກເສົາໄຟຟ້າ ຢູ່ຮ້ານຮັບຊື້ເຫລັກເສດແຫ່ງນຶ່ງ ຂອງແຂວງວຽງຈັນ ພ້ອມທັງດຳເນີນຄະດີ ຕໍ່ເຈົ້າຂອງຮ້ານດັ່ງກ່າວ ໃນຂໍ້ຫາຮັບຊືຶ້ຂອງໂຈນ, ເນື່ອງຈາກຮ້ານດັ່ງກ່າວ ຮັບຊື້ເຫລັກເສົາໄຟຟ້າ ທີ່ເປັນຊັພສິນຂອງຣັຖວິສາຫະກິຈ ໄຟຟ້າລາວ ຊຶ່ງຖືກກຸ່ມຄົນບໍ່ດີ ລັກມາຂາຍໃຫ້ແກ່ທາງຮ້ານ ເຮັດໃຫ້ເກີດຄວາມເສັຽຫາຍ ຕໍ່ຣັຖວິສາຫະກິຈ ໄຟຟ້າລາວ ຢູ່ເມືອງວັງວຽງ, ເມືອງຫິນເຫີບ, ເມືອງເຟືອງ, ເມືອງກາສີ ແລະ ເມືອງໂພນໂຮງ.

ດັ່ງເຈົ້າໜ້າທີ່ຣັຖວິສາຫະກິຈ ໄຟຟ້າລາວ ປະຈຳແຂວງວຽງຈັນທ່ານນຶ່ງ ກ່າວຕໍ່ວິທຍຸ ເອເຊັຽເສຣີ ໃນວັນທີ 26 ຕຸລານີ້ວ່າ:

ຂີ້ລັກ. ອຸປກອນລັກສາຍ ລັກເຫລັກ ລັກຫຍັງ ຮູ້ແຕ່ວ່າເຂົາຈັບໄດ້ຫັ້ນນ່າ ເຫັນຂ່າວລົງຫຍັງຫັ້ນ ມີຢູ່ຜູ້ຂີ້ລັກ ຕິດຢາ. ເຣື່ອງປ້ອງກັນນີ້ ກາມີແຕ່ເຈົ້າໜ້າທີ່ ເຮົາໄດ້ລົງຍາມຫັ້ນແຫລະ ດຽວນີ້ຍັງຕິດຕາມ ຍາມແຕ່ລະເຂດ.

ກ່ຽວກັບເຣື່ອງນີ້ ວິທຍຸເອເຊັຽເສຣີ ໄດ້ຕິດຕໍ່ຫາ ປກສ ແຂວງວຽງຈັນ ເພື່ອສອບຖາມຣາຍລະອຽດ ເພີ່ມຕື່ມ ຂອງການດຳເນີນຄະດີ ກັບເຈົ້າຂອງຮ້ານ ຮັບຊື້ເຫລັກເສດ ແລະການຊອກຫາ ກຸ່ມຄົນຂີ້ລັກ ທີ່ລັກເສົາໄຟຟ້ານັ້ນ ແຕ່ເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ຍັງບໍ່ສະດວກ ທີ່ຈະເປີດເຜີຍ ຂໍ້ມູນໃຫ້ຮູ້ໄດ້ເທື່ອ.

ໃນຂະນະທີ່ ຊາວບ້ານ ຢູ່ແຂວງວຽງຈັນ ທ່ານນຶ່ງກ່າວວ່າ ທ່ານເອງກໍເຫັນວ່າ ເໝາະສົມແລ້ວ ທີ່ທາງເຈົ້າໜ້າທີ່ຕຳຣວດ ມີການດຳເນີນຄະດີ ຕໍ່ເຈົ້າຂອງຮ້ານ ຮັບຊື້ເຫລັກເສດ ດັ່ງກ່າວ ໃນຂໍ້ຫາຮັບຊື້ຂອງໂຈນເນື່ອງຈາກ ເຈົ້າຂອງຮ້ານເອງ ກໍໜ້າຈະຮູ້ແກ່ໃຈວ່າ ເປັນເຫລັກຈາກເສົາໄຟຟ້າ ທີ່ຖືກລັກມາຂາຍ ສ່ວນສາເຫດ ທີ່ເຮັດໃຫ້ກຸ່ມຄົນ ບໍ່ດີມັກກໍ່ເຫດດັ່ງກ່າວ ກໍ່ແມ່ນຍ້ອນ ການປ້ອງກັນ ທີ່ຍັງບໍ່ເຂັ້ມງວດຢູ່.

ດັ່ງທ່ານກ່າວວ່າ:

ເຂົາລັກມາຂາຍ ເຈົ້າຂອງຮ້ານ ກໍຕ້ອງມີສ່ວນຮ່ວມ ຮັບຊື້ຂອງໂຈນ ຫັ້ນນ່າ. ກະຊິແມ່ນ ຍ້ອນເຫດຜົລການປ້ອງກັນ ບໍ່ລະອຽດຫັ້ນແຫລະ ເຂົາກະກຳລັງເຮັດຢູ່ ພວກກະຊວງ ກະດາຍ ສະພາບປົກກະຕິຢູ່ດອກ.

ສ່ວນຊາວບ້ານ ຢູ່ແຂວງວຽງຈັນ ອີກທ່ານນຶ່ງກ່າວວ່າ ສຳລັບຢູ່ເຂດບ້ານ ຂອງຍານາງເອງ ກໍມັກມີໄຟຟ້າມອດ ເປັນບາງໄລຍະ ຊຶ່ງສາເຫດນຶ່ງ ກໍຍ້ອນກຸ່ມຄົນບໍ່ດີ ໄດ້ລັກຖອດເຫລັກ ອອກຈາກເສົາໄຟຟ້າ ຈຶ່ງສົ່ງຜົລຕໍ່ລະບົບ ໄຟຟ້າ ເນື່ອງຈາກພາກສ່ວນ ທີ່ກ່ຽວຂ້ອງ ທີ່ມາສ້ອມແປງ ເສົາໄຟຟ້າຄືນນັ້ນ ກໍຕ້ອງໄດ້ມອດໄຟຟ້າ ເປັນບາງບ່ອນ ໃນໄລຍະທີ່ມີການສ້ອມແປງ ເພື່ອຄວາມປອດພັຍ.

ດັ່ງຍານາງກ່າວວ່າ:

ກາມອດຢູ່ ມັນກາມອດບາງເທື່ອ ເຂົາເຈົ້າແປງຖືກແລວ ລັກເສົາໄຟຟ້າ ອິຫຍັງ ໄປຂາຍຫັ້ນນ່າ ຫລືວ່າອິຫຍັງຫັ້ນນ່າ ເຂົາເຈົ້າກາຊິບອກເຮົາ ເຮົາກໍລໍຖ້າເຂົາເຈົ້າ.

ໃນວັນທີ 21 ຕຸລາທີ່ຜ່ານມາ ກໍໄດ້ເກີດເຫດຄົນບໍ່ດີ ລັກອຸປະກອນ ສັນຍານທາງຣົຖໄຟ ລາວ-ຈີນ ແຕ່ບໍ່ລະບຸຢ່າງຄັກແນ່ວ່າ ຢູ່ເຂດໃດເຮັດໃຫ້ຂະບວນຣົຖໄຟ ຈາກສະຖານີ ນະຄອນຫລວງວຽງຈັນ ໄປສະຖານີບໍ່ເຕັນ ແລະ ຈາກສະຖານີ ບໍ່ເຕັນ ໄປສະຖານີ ນະຄອນຫລວງວຽງຈັນ ຕ້ອງໄດ້ຢຸດແລ່ນ ເປັນເວລາດົນສົມຄວນ ເພື່ອລໍຖ້າໃຫ້ເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ມີການກວດສອບ ເຮັດໃຫ້ບັນດາ ຜູ້ໂດຍສານຕ້ອງເສັຽເວລາ ເດີນທາງຫລ້າຊ້າ ປະມານ 1-2 ຊົ່ວໂມງ ອີງຕາມແຈ້ງການ ຂອງບໍຣິສັດ ທາງຣົຖໄຟ ລາວ-ຈີນ ຈຳກັດ.

ກ່ຽວກັບເຣື່ອງນີ້ ວິທຍຸ ເອເຊັຽເສຣີ ໄດ້ຕິດຕໍ່ຫາບໍຣິສັດ ທາງຣົຖໄຟ ລາວ-ຈີນ ຈຳກັດ ພ້ອມດ້ວຍຕຳຣວດທາງຣົຖໄຟ ເພື່ອສອບຖາມຣາຍລະອຽດ ເພີ່ມຕື່ມພ້ອມທັງ ມາຕການຮັກສາ ຄວາມປອດພັຍ ເພີ່ມຕື່ມແຕ່ເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ຍັງບໍ່ສະດວກໃຫ້ຂໍ້ມູນ ໃນເວລານີ້.

ທາງດ້ານຊາວລາວ ທີ່ມັກໃຊ້ບໍຣິການຣົຖໄຟ ລາວ-ຈີນ ທ່ານນຶ່ງກ່າວວ່າ ເຫດການດັ່ງກ່າວ ກໍມັກເກີດຂຶ້ນເລື້ອຍໆ ແລະ ກໍ່ເປັນບັນຫານຶ່ງ ທີ່ທາງບໍຣິສັດ ທາງຣົຖໄຟ ລາວ-ຈີນ ຈຳກັດ ຍັງບໍ່ສາມາດ ປ້ອງກັນໄດ້ຍ້ອນຍັງມີ ຜູ້ທີ່ສວຍໂອກາດ ລັກອຸປະກອນ ຂອງທາງຣົຖໄຟ ເພື່ອນຳໄປຂາຍ ຫາລາຍໄດ້ ຊຶ່ງສ່ວນໂຕແລ້ວທ່ານເອງ ເຫັນວ່າ ຍັງບໍ່ເປັນບັນຫາໃຫຍ່ ທີ່ສົ່ງຜົລກະທົບ ຕໍ່ຄວາມປອດພັຍ ຂອງຜູ້ໂດຍສານແຕ່ຢ່າງໃດ.

ດັ່ງທ່ານກ່າວວ່າ:

ປົກກະຕິແລ້ວມັນກາມີຢູ່ທົ່ວໆ ໄປຢູ່ແລ້ວຫັ້ນນ່າ ເຈົ້າມັນກາມີພວກທີ່ ມັກສວຍໂອກາດ ພວກນີ້ນີ້ແຫລະຍັງປອດພັຍ ຍັງອັນນີ້ຢູ່ສ່ວນຫລາຍ ມັນກໍບໍ່ມີຜົລຫຍັງໃດ.

ນັກວິຊາການ ດ້ານການທ່ອງທ່ຽວ ໃນລາວທ່ານນຶ່ງກໍເຫັນວ່າ ເຫດການຄົນບໍ່ດີລັກ ອຸປະກອນຕາມແລວທາງຣົຖໄຟ ລາວ-ຈີນ ນັ້ນ ຍັງບໍ່ເປັນບັນຫາໃຫຍ່ ທີ່ເປັນອັນຕຣາຍ ຕໍ່ຜູ້ໂດຍສານ ຣົຖໄຟ ລາວ-ຈີນເນື່ອງຈາກ ເຫັນວ່າຢູ່ຕາມແລວທາງຣົຖໄຟ ລາວ-ຈີນ ກໍມີເຈົ້າໜ້າທີ່ຮັກສາ ຄວາມປອດພັຍ ມີການເວນຍາມ ແລະ ລາດຕາເວນ ຕາມແລວທາງຣົຖໄຟ ເປັນປະຈຳຢູ່ ແລ້ວ.

ດັ່ງທ່ານໄດ້ກ່າວວ່າ:

ເພາະວ່າ ເພິ່ນກໍມີພວກໜ່ວຽທີມງານ ເພິ່ນກວດສອບ ໃຫ້ໂຕນີ້ນ່າ ຄຸມຕລອດເສັ້ນທາງເລີຍ. ເຈົ້າໜ້າທີ່ເພິ່ນຍາມທາງ ຄົນທີ່ກໍ່ການຮ້າຍ (ກໍ່ເຫດ) ເຮັດແນວບໍ່ດີ ເພິ່ນກາຈັບ ເຂົາໄປແລ້ວ ເພິ່ນມີໜ່ວຽປະຈຳທາງ ເພິ່ນໃຫ້ຊາວບ້ານ ແລະກໍ່ໃຫ້ກອງຫລອນ ປ້ອງກັນເຈົ້າໜ້າທີ່ ເພິ່ນເບິ່ງຕລອດເລີຍ.

ໃນໄລຍະທີ່ ຂະບວນຣົຖໄຟ ລາວ-ຈີນ ມີການຢຸດແລ່ນຊົ່ວຄາວ ແລະເດີນທາງຫລ້າຊ້ານັ້ນ ກໍເຮັດໃຫ້ບັນດາຜູ້ໂດຍສານ ທີ່ລໍຖ້າຂຶ້ນຣົຖໄຟ ຢູ່ສະຖານີຣົຖໄຟ ບາງແຫ່ງເປັນຕົ້ນ ຢູ່ສະຖານີຫລວງພຣະບາງຫລາຍຄົນກໍໄດ້ ສະແດງຄວາມບໍ່ພໍໃຈ ຈຳເປັນຕ້ອງໄດ້ເສັຽເວລາ ເດີນທາງເພີ່ມຕື່ມ ແລະກໍຢາກໃຫ້ພາກສ່ວນ ທີ່ກ່ຽວຂ້ອງເລັ່ງຫາທາງ ແກ້ໄຂບັນຫາດ່ັງກ່າວ ເພື່ອບໍ່ໃຫ້ກະທົບ ຕໍ່ການແລ່ນ ຂອງຂະບວນຣົຖໄຟອີກ.

ກ່ອນໜ້ານີ້ ໃນຕົ້ນປີ 2022 ກໍໄດ້ເກີດເຫດການ ກຸ່ມຄົນບໍ່ດີ ກໍ່ເຫດລັກຖອດເຫລັກ ຈາກລາງຣົຖໄຟ ລາວ-ຈີນ ຈຳນວນ 3 ຄັ້ງ ແລະ ໄດ້ຂອງກາງ ເປັນຈຳນວນຫລາຍ ຊຶ່ງເຫດການຫລ້າສຸດ ກ່ອນໜ້າ ເຫດການໃນເດືອນຕຸລານີ້ ໄດ້ເກີດຂຶ້ນໃນເດືອນສິງຫາທີ່ຜ່ານມາ ຢູ່ເຂດໂພນຊູ ເມືອງວັງວຽງ ແຂວງວຽງຈັນ ຊຶ່ງມາຮອດປັດຈຸບັນ ກໍບໍ່ທັນມີຣາຍງານວ່າ ເຈົ້າໜ້າທີ່ຕຳຣວດ ສາມາດຈັບ ກຸ່ມຜູ້ກໍ່ເຫດໄດ້ແລ້ວ ຫລືບໍ່.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.