ເປີດປະຖົມມະຣຶກ ສົ່ງກ້ວຍໄປຈີນ ຜ່ານທາງຣົຖໄຟ ລາວ-ຈີນ

ໄຊຍາ
2022.12.07
ເປີດປະຖົມມະຣຶກ ສົ່ງກ້ວຍໄປຈີນ ຜ່ານທາງຣົຖໄຟ ລາວ-ຈີນ ຂະບວນຣົຖໄຟສິນຄ້າ ລາວ-ຈີນ ທີ່ພວມເດີນທາງເຂົ້າສູ່ສະຖານີ ນະຄອນຫຼວງວຽງຈັນ ອັນເປັນສະຖານີຂົນສົ່ງສິນຄ້າ ຈາກໄທຍມາລາວ ແລ້ວໄປສູ່ຈີນ ແລະ ຈາກຈີນມາລາວ ແລ້ວໄປສູ່ໄທຍ (TS). ເດືອນພຶສພາ 2022.
RFA

ໃນວັນທີ 05 ທັນວາ ທີ່ຜ່ານມານີ້ ກະຊວງກະສິກັມ ແລະ ປ່າໄມ້ ຂອງລາວ ຮ່ວມກັບ ບໍຣິສັດ ຊວນເຢ ລາວຈຳກັດ ຊຶ່ງເປັນບໍຣິສັດ ທີ່ລົງທຶນໃນລາວ ໄດ້ເປີດຂະບວນຣົຖໄຟ ສົ່ງໝາກກ້ວຍ ຈາກລາວໄປຈີນຖ້ຽວປະຖົມມະຣຶກ ຜ່ານເສັ້ນທາງຣົຖໄຟ ລາວ-ຈີນ ຊຶ່ງໄດ້ມີການຂົນສົ່ງ ໝາກກ້ວຍທັງໝົດ 500 ຕັນ ຈຳນວນ 25 ຕູ້ຄອນເທັນເນີ້ຣ໌ ທີ່ມີການຕິດຕັ້ງລະບົບ ຄວາມເຢັນເພື່ອປ້ອງກັນ ໝາກກ້ວຍເໜົ່າເສັຽ ໂດຍມີປາຍທາງ ຢູ່ທີ່ເມືອງ ຊາງຊາ ແຂວງຫູໜານ ປະເທດຈີນ ແລະ ຖືວ່າເປັນຂະບວນຣົຖໄຟ ທຳອິດທີ່ສົ່ງໝາກໄມ້ສົດ ຈາກລາວໄປຈີນ ໂດຍຕຣົງ ຊຶ່ງຈະມີການຂົນສົ່ງບໍ່ຫລຸດ 2 ຂະບວນຕໍ່ສັປດາ. ອີງຕາມການຣາຍງານ ຂອງຂ່າວສານ ກະສິກັມ ປ່າໄມ້ ແລະ ພັທນາຊົນນະບົດ.

ທ່ານ ສຸຍໂກ້ວຫວູ ປະທານບໍຣິສັດ ຊວນເຢ ລາວ ຈຳກັດ ໄດ້ກ່າວຕໍ່ສື່ມວນຊົນວ່າ ເນື່ອງໃນໂອກາດເປີດຂະບວນຣົຖໄຟ ສົ່ງໝາກກ້ວຍ ຈຳນວນດັ່ງກ່າວ ທາງບໍຣິສັດຂອງທ່ານ ກຳລັງພະຍາຍາມ ເຕັມສ່ວນກໍ່ສ້າງ ເຂດພັທນາອຸດສາຫະກັມ, ກະສິກັມ ທັນສໄມຍ ຢູ່ນະຄອນຫລວງວຽງຈັນ ເພື່ອສ້າງຕ່ອງໂສ້ອຸດສາຫະກັມ ຮອບດ້ານ ຂອງການສົ່ງອອກຜລິດຕະພັນ ດ້ານການກະເສຕ ຂອງລາວ ແລະຍັງມີແຜນກໍ່ ສ້າງສາງ ເກັບສະບຽງອາຫານ ໃນລະດັບ 200,000 ຕັນ.

ກ່ຽວກັບເຣື່ອງນີ້ ພນັກງານບໍຣິສັດ ທາງຣົຖໄຟລາວ-ຈີນ ນາງນຶ່ງທີ່ຂໍສງວນຊື່ ແລະສຽງ ກ່າວຕໍ່ວິທຍຸ ເອເຊັຽ ເສຣີ ໃນວັນທີ 07 ທັນວາ ນີ້ວ່າ:

ໃນເບື້ອງຕົ້ນບໍຣິສັດດັ່ງກ່າວ ເປັນພຽງບໍຣິສັດດຽວ ທີ່ເຊັນສັນຍາກັບບໍຣິສັດ ທາງຣົຖໄຟ ລາວ-ຈີນ ຈຳກັດເພື່ອເປັນໂຕແທນ ຂົນສົ່ງສິນຄ້າ ດ້ານການກະເສຕ ຈາກລາວໄປຈີນ ຊຶ່ງສຳລັບບໍຣິສັດ ທີ່ລົງທຶນດ້ານການກະເສຕອື່ນໆ ທີ່ຕ້ອງການຂົນສົ່ງສິນຄ້າ ໄປຈີນດ້ວຍຣົຖໄຟ ລາວ-ຈີນ ກໍຈະຕ້ອງພົວພັນ ຜ່ານບໍຣິສັດດັ່ງກ່າວເທົ່ານັ້ນ.

ສຳລັບສວນກ້ວຍ ຂອງບໍຣິສັດຈີນ ຫລາຍແຫ່ງທີ່ລົງທຶນ ປູກຢູ່ແຂວງຕ່າງໆ ໃນລາວ ຍັງບໍ່ທັນໄດ້ຕິດຕໍ່ແລະພົວພັນ ກັບບໍຣິສັດດັ່ັງກ່າວເທື່ອ ແລະສ່ວນໃຫຍ່ ຍັງໃຊ້ວິທີການຂົນສົ່ງ ດ້ວຍຣົຖບັນທຸກ ຄືເກົ່າ ເນື່ອງຈາກວ່າ ຍັງບໍ່ໄດ້ຮັບຮູ້ຂ່າວສານ ກ່ຽວກັບການເປີດໂຕ ຂະບວນຣົຖໄຟ ຂົນສົ່ງໝາກກ້ວຍ ໄປຈີນແຕ່ຢ່າງໃດ.

ດັ່ງພະນັກງານ ຢູ່ສວນກ້ວຍ ຂອງຈີນແຫ່ງນຶ່ງ ກ່າວວ່າ:

ສວນກ້ວຍອື່ນນີ້ ເຂົາສົ່ງແລ້ວ ແຕ່ວ່າສຳລັບສວນກ້ວຍເຮົານີ້ ເຂົາຍັງບໍ່ໄດ້ສົ່ງສົ່ງໄປຈີນ ເພິ່ນສົ່ງແຕ່ທາງຣົຖ 22 ລໍ້, ຣົຖບັນທຸກແຫລະ.

ພະນັກງານທີ່ເຮັດວຽກ ຢູ່ສວນກ້ວຍຈີນ ອີກແຫ່ງນຶ່ງກ່າວວ່າ ສາເຫດທີ່ບໍຣິສັດ ຂອງຍານາງບໍ່ທັນໃຫ້ຄວາມສົນໃຈ ທີ່ສົ່ງໝາກກ້ວຍໄປຈີນ ດ້ວຍຂະບວນຣົຖໄຟ ລາວ-ຈີນ ນັ້ນຍ້ອນບໍ່ມີຄວາມສະດວກ ສຳລັບການຂົນສົ່ງ ດ້ວຍຣົຖໄຟ ເນື່ອງຈາກການຂົນສົ່ງ ໝາກກ້ວຍ ຈາກສວນກ້ວຍ ໄປຫາສະຖານີ ຂົນສົ່ງສິນຄ້າ ດ້ວຍຣົຖໄຟ ລາວ-ຈີນ ມີໄລຍະທາງໄກ ແລະກໍ່ຫຍຸ້ງຍາກ ຫລາຍຢ່າງ ດັ່ງນັ້ນເຈົ້າຂອງບໍຣິສັດ ຈຶ່ງຍັງໃຊ້ວິທີການຂົນສົ່ງ ໂດຍໃຊ້ຣົຖບັນທຸກຂົນສົ່ງ ຄືເກົ່າ.

ດັ່ງຍານາງກ່າວວ່າ:

ສົ່ງກ້ວຍໄປຈີນ ກໍໄປທາງຣົຖຫັ້ນແຫລະ ຖ້າຊິແກ່ຣົຖໄຟນີ້ມັນກາຍາກ ຍາກຍ້ອນບ່ອນໃດ ເພາະວ່າຍ້າຍຈາກສວນກ້ວຍ ອອກມາຫາໃສ່ຣົຖເນາະ ກ້ວຍນີ້ເຂົາເຈົ້າຈຕ້ອງໃສ່ຫ້ອງເຢັນໄວ້ ໃຊ້ຣົຖໄຟມັນກາໄວ ຢູ່ແຕ່ວ່າບາດນີ້ ຄືວ່າເນາະຢູ່ສວນກ້ວຍ ມັນບໍ່ໄດ້ຢູ່ໃນເຂດ ແຖວບ້ານຄົນ ຫລືວ່າທາງທີ່ສະດວກ.

ສ່ວນຜູ້ປະກອບການ ດ້ານການກະເສຕ ອີກຫລາຍປະເພດ ໃນລາວທີ່ມັກສົ່ງຜລິດຕະພັນ ອອກໄປປະເທດຈີນ ເຊັ່ນດຽວກັນນັ້ນກໍລ້ວນແຕ່ ຫວັງວ່າ ບໍຣິສັດ ຊວນເຢ ລາວ ຈຳກັດ ຈະມີການ ອຳນວຍຄວາມສະດວກ ໃຫ້ແກ່ພວກເຂົາເຈົ້າ ສຳລັບຂົນສົ່ງຜົນຜລິດ ໄປຈີນໃນອະນາຄົຕ ເປັນຕົ້ນວ່າ ຢາກໃຫ້ທາງບໍຣິສັດດັ່ງກ່າວ ເດີນທາງມາເກັບຊື້ຜົນຜລິດ ຢູ່ສວນຂອງພວກເຂົາ ເຈົ້າແລ້ວຂົນສົ່ງຜົນຜລິດ ໄປສົ່ງຢູ່ສະຖານີ ຣົຖໄຟ ເລີຍພ້ອມທັງໃຫ້ການສົ່ງເສີມ ອີກຫລາຍດ້ານ.

ດັ່ງພະນັກງານ ທີ່ເຮັດວຽກຢູ່ສວນໝາກໂມ ແຫ່ງນຶ່ງກ່າວວ່າ:

ໜ້າຈະມີແຫລະຕິ ມື້ໜ້າຕໍ່ໄປນີ້ ກໍຄືກໍໃກ້ຊິມີແລ້ວແຫລະ ເບິ່ງຢູ່ຣົຖໄຟ ສົ່ງນີ້ສະບາຍໂອ ໝາກໂມນີ້ສົ່ງອອກໄປ ທາງຈີນ ທາງບໍ່ເຕັນ ເຂົາຂັບໄປສົ່ງ ໃຫ້ແຕ່ທາງບໍ່ເຕັນພຸ້ນແຫລະ ບໍ່ໄດ້ໃຊ້ຣົຖໄຟ ເພື່ອເທື່ອ.

ໃນໄລຍະທີ່ຣົຖໄຟ ລາວ-ຈີນ ໄດ້ເປີດໃຊ້ຄົບຮອບ 1 ປີແລ້ວນັ້ນທາງດ້ານ ບໍຣິສັດ ຜູ້ໃຫ້ບໍຣິການ ທາງດ້ານໂລຈິສຕິກ ສຳລັບການຂົນສົ່ງ ສິນຄ້າຈາກລາວ ໄປຈີນດ້ວຍທາງຣົຖໄຟ ລາວ-ຈີນ ກໍເຫັນວ່າການຂົນສົ່ງ ດ້ວຍທາງຣົົຖໄຟ ລາວ-ຈີນ ໄດ້ສ້າງຄວາມສະດວກ ສະບາຍແກ່ການສົ່ງສິນຄ້າ ທັງຈາກລາວໄປຈີນ ຫລື ຈາກໄທຍມາລາວ ແລ້ວໄປຈີນ ແຕ່ສຳລັບການຂົນສົ່ງສິນຄ້າ ຈາກໄທຍເຂົ້າມາໃນລາວນັ້ນ ກໍຍັງຕ້ອງໃຊ້ເວລາ ໃນການກວດກາສິນຄ້າ ເປັນເວລາດົນພໍສົມຄວນ ກ່ອນທີ່ຈະຂົນສົ່ງຜ່ານ ຂະບວນຣົຖໄປຈີນ ເພື່ອກວດເບິ່ງ ຢ່າງລະອຽດວ່າ ເປັນສິນຄ້າທີ່ສາມາດ ສົ່ງດ້ວຍຣົຖໄຟ ລາວ-ຈີນ ໄດ້ ຫລືບໍ່. ດັ່ງພະນັກງານ ບໍຣິສັດຜູ້ໃຫ້ບໍຣິການ ດ້ານໂລຈິສຕິກ ແຫ່ງນຶ່ງກ່າວວ່າ:

ສາງໄທຍຫັ້ນກາຢາກຂ້າມຍາກໜ້ອຍນຶ່ງ ເພາະວ່າສົ່ງໄປຈີນ ຢາກຊ້າເດ້ ແຕ່ວ່າກາຮອດຄືກັນຫັ້ນນ່າ ແຕ່ວ່າເຮົາ ຕ້ອງເບິ່ງສິນຄ້າກ່ອນວ່າ ໂຕນັ້ນມັນເປັນແນວໃດຫັ້ນນ່າ ຊິສົ່ງໂຕໃດ ຖ່າຍຮູບໂຕນັ້ນມາໃຫ້ຊຸມເຮົາເບິ່ງວ່າ ມັນເປັນສິນຄ້າອີ່ຫຍັງຫັ້ນນ່າ ເປັນຈຳນວນຈັກໂລ ປະມານເທົ່າໃດ ເຮົາກວດເບິ່ງລະອຽດຫັ້ນນ່າ ວ່າມັນສາມາດຂ້າມໄດ້ບໍ່.

ອີງຕາມບົດບັນທືກ ຄວາມເຂົ້າໃຈ ການຮ່ວມສ້າງໂຄງການ ນຶ່ງທາງສອງເຂດ ລະຫວ່າງກະຊວງ ກະສິກັມ ແລະ ປ່າໄມ້ ແລະ ອົງການປົກຄອງ ແຂວງຫູໜານ ຂອງຈີນ ທີ່ໄດ້ລົງນາມ ເມື່ອວັນທີ 26 ສິງຫາ ປີ 2022 ໄດ້ລະບຸວ່າ ແຂວງຫູໜານຈະຊື້ຜລິດຕະພັນ ດ້ານການກະເສຕ ຈາກລາວຈຳນວນ 1,000,000 ຕັນຕໍ່ປີ ໂດຍມອບໝາຽໃຫ້ບໍຣິສັດ ຊວນເຢ ລາວ ຈຳກັດ ເປັນຜູ້ຜລິດ, ເກັບຊື້ ແລະ ສົ່ງອອກຜລິດຕະພັນ ດ້ານການເສຕ ແລະ ການສົ່ງໝາກກ້ວຍ ຈາກລາວໄປຈີນ ຜ່ານເສັ້ນທາງຣົຖໄຟ ລາວ-ຈີນ ແລະ ຄາດຄະເນວ່າ ຮອດປີ 2025 ເປັນຕົ້ນໄປ ຈະສາມາດສົ່ງອອກ ຜລິດຕະພັນດ້ານການກະເສຕລາວ ໄປຈີນໄດ້ຈຳ ນວນ 3,000,000 ຕັນຕໍ່ປີ (ສາມລ້ານຕັນຕໍ່ປີ) ສ້າງມູນຄ່າການສົ່ງອອກຫລາຍກ່ວາ 4,000,000,000 ໂດລ້າຣ໌ ສະຫະຣັຖ ຕໍ່ປີ(4ຕື້ໂດລາສະຫະຣັຖ) ແລະ ຊ່ອຍໃຫ້ຊາວກະເສຕກອນ ໃນລາວຫລຸດພົ້ນ ອອກຈາກຄວາມທຸກຍາກໄດ້ ຈຳນວນ 330,000 ຄົນ, ອີງຕາມການຣາຍງານ ຂອງຂ່າວສານ ການກະສິກັມ, ປ່າໄມ້ ແລະ ພັທນາຊົນນະບົດ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.

ຄວາມເຫັນ

Wisarut
Dec 09, 2022 05:41 AM

Exporting Banana from Laos to Mainland China is 351 metric tons while there are also 38 metric tons of longan and 154 metric tons of durian from the fruit orchards in Chanthaburi province in Thailand and the total weight of fruits is 543 metric tons.