ບັນຫາ ຄົນແອບອ້າງ ແລ່ນເອົາເຂົ້າ ເປັນຣັຖກອນ

ໄຊຍາ
2022.09.14
ບັນຫາ ຄົນແອບອ້າງ ແລ່ນເອົາເຂົ້າ ເປັນຣັຖກອນ ຫ້ອງວ່າການຣັຖບານ.
ນັກຂ່າວ ພົລເມືອງ

ໃນວັນທີ 11 ກັນຍາຜ່ານມາມີຜູ້ໃຊ້ເຟສບຸກຄ໌ ທ່ານນຶ່ງໂພສຕ໌ຂໍ້ຄວາມ ກ່ຽວກັບການປະກາດ ຫາຜູ້ສົນໃຈສມັກ ເຂົ້າເປັນທະຫານ ໃນນະຄອນຫຼວງວຽງຈັນ ໂດຍອ້າງວ່າ ຜູ້ເປັນພໍ່ສາມາດ ແລ່ນເອົາເຂົ້າເປັນທະຫານໄດ້ ພ້ອມແນບເບີໂທຣະສັບ ໃຫ້ຕິດຕໍ່ພົວພັນ, ແຕ່ພາຍຫຼັງທີ່ສຳນັກຂ່າວ ໜັງສືພີມລາວພັທນາ ໄດ້ນຳມາເຜີຍແຜ່ ເພື່ອເຕືອນສັງຄົມ, ຜູ້ໃຊ້ເຟສບຸກຄ໌ດັ່ງກ່າວ ກໍໄດ້ລຶບໂພສຕ໌ປະກາດ ແລ່ນເຂົ້າເປັນທະຫານນັ້ນຖິ້ມ ແລະໄດ້ມາໂພສຕ໌ຕື່ມວ່າ ເປັນພຽງການໂພສຕ໌ຫຼິ້ນໆ.

ກ່ຽວກັບເຣື່ອງດັ່ງກ່າວນີ້ ພາຍຫຼັງທີ່ສຳນັກຂ່າວ ໜັງສືພີມລາວພັທນາ ໄດ້ນຳມາເຜີຍແຜ່ ເຕືອນສັງຄົມ ກໍເຮັດໃຫ້ຊາວລາວ ຈຳນວນຫຼາຍ ເຂົ້າມາສະແດງຄວາມຄິດ ຄວາມເຫັນ ພ້ອມທັງກ່າວວ່າ ບັນຫາດັ່ງກ່າວມີຢູ່ທຸກວົງການ ບໍ່ພຽງແຕ່ການແລ່ນເຂົ້າ ທະຫານເທົ່ານັ້ນ ແລະຢາກໃຫ້ມີການແກ້ໄຂ ຢ່າງຈີງຈັງ.

ກ່ອນໜ້ານີ້ ເມື່ອທ້າຍປີ 2021 ຢູ່ໃນບ້ານໜອງແຕ່ງເໜືອ ເມືອງສີໂຄດຕະບອງ ນະຄອນຫຼວງວຽງຈັນ ກໍເຄີຍມີຜູ້ເສັຽຫາຍ 3 ຄົນຖືກຕົວະຕົ້ມ ໃນການແລ່ນເຂົ້າທະຫານ. ໃນນັ້ນເປັນຄົນບ້ານໜອງແຕ່ງເໜືອ 1 ຄົນ ແລະ ບ້ານອື່ນອີກ 2 ຄົນ ຖືກທ້າວ ຄຳແພງ ພູມລຳເນົາ ຢູ່ບ້ານໂນນແກ້ວ ເມືອງຄູນຄຳ ແຂວງຄຳມ່ວນ ມາແອບອ້າງວ່າ ຈະແລ່ນເອົາລູກ-ຫຼານ ເຂົ້າທະຫານໄດ້ ໂດຍຕັ້ງແຕ່ຕົ້ນປີ 2021 ທ້າວ ຄຳແພງ ໄດ້ແຕ່ງເຄື່ອງແບບ ຕິດຊັ້ນນາຍພັນຕຣີ ປ່ຽນຊື່ ແລະນາມສະກຸນ ເຮັດໃຫ້ມີຜູ້ເສັຽຫາຍ ຊັພສິນ ຮວມທັງໝົດ 300 ລ້ານກີບ.

ບໍ່ພຽງແຕ່ເທົ່ານັ້ນ ກ່ອນປີ 2021 ກໍມີຜູ້ແອບອ້າງ ແລ່ນເຂົ້າຕຳຣວດໄດ້ ເຮັດໃຫ້ປະຊາຊົນ ຢູ່ບ້ານໜອງແຕ່ງເໜືອ ຈຳນວນ 1 ຄົນ ເສັຽຊັພສິນຄືກັນ ແຕ່ບໍ່ສາມາດລະບຸຈຳນວນໄດ້ ວ່າເທົ່າໃດ ຊາວລາວຈຶ່ງຢາກໃຫ້ ພາກສ່ວນທີ່ກ່ຽວຂ້ອງ ເລັ່ງແກ້ໄຂບັນຫາການສໍ້ໂກງ ຊັພພົລເມືອງ ຢ່າງຈິງຈັງ ຍ້ອນປະຊາຊົນບໍ່ຮູ້ຈັກ ເລ້ຫຼ່ຽມຕົວະຍວົະ ຫຼອກລວງ ຂອງກຸ່ມຄົນສໍ້ໂກງຊັພ ໃນຮູບແບບນີ້.

ດັ່ງຊາວບ້ານ ຢູ່ບ້ານໜອງແຕ່ງເໜືອ ເມືອງສີໂຄດຕະບອງ ນະຄອນຫຼວງວຽງຈັນ ໄດ້ກ່າວຕໍ່ວິທຍຸເອເຊັຽເສຣີ ໃນວັນທີ 14 ກັນຍາ ນີ້ວ່າ:

ຄັນວ່າເປັນຈັ່ງຊິກໍຢາກໃຫ້ຂັ້ນເທິງ ແກ້ໄຂຫັ້ນແຫຼະ ມັນສ້າງປະກົດການຫຍໍ້ທໍ້ ໃຫ້ແກ່ສັງຄົມແກ່ປະຊາຊົນພາຍໃນບ້ານ ເຂົາເຈົ້າບໍ່ຮູ້ຫຼ່ຽມອີ່ຫຍັງແຫຼະ ໃຜກໍຢາກໃຫ້ລູກເຂົ້າຮໍ່າ ເຂົ້າຮຽນເນາະ ແລ້ວມາຕົວະຫັ້ນນ່າ ບໍ່ຢາກໃຫ້ມັນມີເກີດຂຶ້ນຫັ້ນນ່າ ຢູ່ໜອງແຕ່ງເໜືອມີ 2 ຄົນຈັ່ງວ່າໃຊ້ (ເງິນ) ຄືນບໍ່ ຫຼືວ່າແນວໃດ ກໍບໍ່ເຂົ້າໃຈທາງຂັ້ນເທິງ ເພິ່ນສີນໃຈບັນຫາເດ້.

ບໍ່ພຽງແຕ່ປະຊາຊົນທີ່ແອບອ້າງ ແລ່ນເຂົ້າຣັຖກອນໄດ້ແຕ່ເຈົ້າໜ້າທີ່ ຣັຖໃນຕຳແໜ່ງສູງກໍໃຊ້ເລ້ຫຼ່ຽມຕົວະຍົວະ ຫຼອກລວງຄຣູອາສາ ຢູ່ແຂວງສວັນນະ ເຂດຜູ້ນຶ່ງນໍາດ້ວຍໂດຍເຈົ້າໜ້າທີ່ ຣັຖສາມາດແລ່ນເອກສານເອົາຄຣູອາສາຜູ້ນີ້ ເຂົ້າຣັຖກອນຄຣູ ໄດ້ແຕ່ຕ້ອງຈ່າຍຄ່າແລ່ນ 50,000 ບາທ ແຕ່ສຸດທ້າຍເຈົ້າໜ້າທີ່ ຣັຖຜູ້ນັ້ນກໍເອົາເງິນນັ້ນ ໄປໝົດແລ້ວ ບໍ່ສາມາດເອົາຄຣູອາສາ ເຂົ້າເປັນຣັຖກອນຄຣູ ໄດ້ຕາມທີ່ລົມກັນເນື່ອງຈາກຕ້ອງການເງິນທັງໝົດ 150,000 ບາທເຖິງຈະເອົາຄຣູອາສາ ເຂົ້າຣັຖກອນຄຣູໄດ້, ແຕ່ຄຣູອາສາ ກໍບໍ່ສາມາດ ຫາເງິນຈຳນວນທັງໝົດ 150,000 ບາທໃຫ້ເຈົ້າໜ້າທີ່ຣັຖ ໄດ້ຍ້ອນເງິນ 50,000 ບາທກໍເປັນເງິນ ຈາກການຂາຍຄວາຍ ແລະໝູ ໄປໝົດແລ້ວ.

ດັ່ງຄຣູອາສາ ຢູ່ແຂວງສວັນນະເຂດ ກ່າວໃນມື້ດຽວກັນວ່າ:

ເປັນອັນນັ້ນຫົວໜ້າ ຫ້ອງການສຶກສາເມືອງ ຕອນນັ້ນເນາະ ຈ່າຍໄປແລ້ວລາວວ່າ ໂທມາຕອນນັ້ນໂຕເອງ ກໍບໍ່ມີເງິນນ່າກໍເລີຍຂາຍງົວ, ຂາຍຄວາຍ ກັບໝູ ມີຫຍັງກໍລວມໄປໄດ້ 50,000 ບາທ ກໍໄປຖອກຖອກແລ້ວລາວວ່າ ດຽວເຈົ້າສິໄດ້ເດືອນຶ່ງນີ້ໄດ້ໂຕເລຂ 1 ໂຕເລຂບາດສຸດທ້າຍມາ 3-4 ປີ ເຂົາບໍ່ຕິດຕໍ່ເຮົາເລີຍ.

ທ່ານກ່າວຕື່ມວ່າ ບໍ່ພຽງແຕ່ໂຕເອງ ທີ່ຖືກເຈົ້າໜ້າທີ່ຣັຖຂແນງການສຶກສາ ແຂວງສວັນນະເຂດ ຫຼອກເອົາເງິນໄປ ແຕ່ລວມເຖິງໝູ່ຄຣູອາສາ ລຸ້ນດຽວກັນອີກ 5-6 ຄົນ ກໍຖືກຫຼອກນໍາດ້ວຍ ຍ້ອນຫວັງວ່າ ຈະໄດ້ເຂົ້າຣັຖກອນຄຣູ. ສ່ວນວ່າຈະແຈ້ງຄວາມໂຕເອງ ແລະ ໝູ່ບໍ່ກ້າແຈ້ງ ຄວາມເນື່ອງຈາກ ບໍ່ມີຫຼັກຖານການເອົາຜິດ ມີແຕ່ໂທລົມກັນລ້າໆເທົ່ານັ້ນ. ສະນັ້ນຈຶ່ງຢາກໃຫ້ ພາກສ່ວນທີ່ກ່ຽວຂ້ອງ ຫາວິທີແກ້ໄຂ ບັນຫານີ້ຈິງຈັງ ແລະລົງມືສືບສວນ-ສອບສວນ ແລ້ວຈະໄດ້ຮູ້ຄວາມຈິງ.

ດັ່ງຄຣູອາສາ ຢູ່ແຂວງສວັນນະເຂດ ຜູ້ດຽວກັນນີ້ກ່າວຕື່ມວ່າ:

ໝູ່ລຸ້ນດຽວກັນນີ້ກໍ 5-6 ຄົນລະໄປປະ (ເງິນ) ກໍຜູ້ລະ 40,000-50,000 ບາທ. ຫຼອກໄປໃຫ້ຂາຍຊັພສິນມີຫຍັງຫັ້ນນ່າ ທຸກຂແນງການແຕ່ວ່າ ຫ້ອງການສຶກສາ ຢາກໂຫດຖ້າວ່າມີຫຼັກ ຖານກໍເຮັດໄດ້ແຕ່ເຮົາບໍ່ມີເຮົາກໍບໍ່ກ້າເຮັດຢ້ານມັນ ຍ້ອນກັບມາ.

ໃນສັງຄົມປັດຈຸບັນ ການສໍ້ໂກງຊັພພົລເມືອງ ມີຫຼາຍຮູບແບບເພື່ອເຮັດໃຫ້ ປະຊາຊົນຫຼົງເຊື່ອ ຊຶ່ງນຶ່ງໃນວິທີທີ່ພົ້ນ ເດັ່ນກໍຄືເຈົ້າໜ້າທີ່ ຣັຖໃຊ້ຕຳແໜ່ງໂຕເອງ ອ້າງວ່າແລ່ນເຂົ້າຮຽນ ເຂົ້າຣັຖກອນໄດ້ໂດຍສະເພາະ ເປັນຕຳຣວດ ແລະທະຫານ ແຕ່ໂຕຈີງເອົາຜູ້ນັ້ນເຂົ້າຮຽນ ຫຼືຣັຖກອນ ບໍ່ໄດ້ເນື່ອງຈາກ ເຈົ້າໜ້າທີ່ຣັຖ ຈະຄັດເລືອກເອົາຜູ້ທີ່ໃຫ້ເງິນຫຼາຍທີ່ສຸດ ໄດ້ຮັບໂຄຕ້າເຂົ້າຮຽນ ຫຼືເຂົ້າຣັຖກອນ.

ດັ່ງຊາວບ້ານ ຢູ່ແຂວງສາຣະວັນ ກ່າວໃນມື້ດຽວກັນນີ້ວ່າ:

ຫຼັກໆ ລະແມ່ນການຕົ້ມກັນຫັ້ນແຫຼະ ເນາະສົມມຸດວ່າ ໃນກໍຣະນີຂ້ອຍເປັນຫົວໜ້າ ຂ້ອຍບອກຂ້ອຍສາມາດເອົາເຈົ້າເຂົ້າເນາະ ເອົາເງິນໃຫ້ຂ້ອຍກ່ອນເນາະ ບາດນີ້ແລ້ວມັນມີກໍຣະນີຈຳເປັນ ອີກຢ່າງນຶ່ງກໍຄືມີຜູ້ນຶ່ງ ມາໃຫ້ຫຼາຍກ່ວາເຈົ້າ ຂ້ອຍກໍເອົາໂຕເລຂໂຕນັ້ນແຫຼະ ໄປໃຫ້ຜູ້ອື່ນແຕ່ຂ້ອຍກໍໍບໍ່ບອກ ເຈົ້າວ່າ ໃຫ້ເຈົ້າລໍກ່ອນເດີ້ ເພາະວ່າຊ່ວງນີ້ບອກເຫດຜົລ ຈັ່ງຊັ້ນອ້າງອີງໄປຈັ່ງຊັ້ນຈັ່ງຊິຫັ້ນນ່າ ພວກຕຳຣວດ, ທະຫານ ມີແຜ່ຫຼາຍຢູ່ ພວກພນັກງານຣັຖທົ່ວໄປ ແມ່ນບໍ່ສູ້ມີແລ້ວແມ່ນບໍ່ເຫັນ.

ອີງຕາມຂັ້ນຕອນ ການດຳເນີນຄະດີນັ້ນ ຜູ້ໃດກໍຕາມຫາກເປັນຜູ້ເສັຽຫາຍ ຍ້ອນຖືກສໍ້ໂກງຊັພຈາກປະຊາຊົນທົ່ວໄປ ຕ້ອງໄປຮ້ອງຟ້ອງນໍາ ປກສ ໃນເຂດທີ່ໂຕເອງ ໄດ້ຮັບຄວາມເສັຽຫາຍ ແລ້ວທາງເຈົ້າໜ້າທີ່ ທີ່ກ່ຽວຂ້ອງຈະໄດ້ດຳເນີນຄະດີ ຕາມຂັ້ນຕອນ.

ດັ່ງເຈົ້າໜ້າທີ່ ປກສ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ ກ່າວໃນມື້ດຽວກັນນີ້ວ່າ:

ຟ້ອງມາຕາມຂະບວນການນັ້ນແຫຼະ ດຳເນີນຄະດີຕ້ອງໄດ້ຟ້ອງດົນໆ ມີປີນຶ່ງ ຣາຍສອງຣາຍນີ້ແຫຼະ ບາງອັນເຂົາກໍແລ່ນໄດ້ ບາງອັນເຂົາກໍແລ່ນບໍ່ໄດ້ ກໍຍ້ອນເຂົາບໍ່ແລ່ນຫັ້ນແຫຼະ ສ່ວນຫຼາຍເຂົາເອົາເງິນໄປຈ່າຍ ຕ່າງແຕ່ວ່າ ເຂົາບໍ່ໄດ້ເອົາໄປແລ່ນໃຫ້ເຈົ້າເດ້ ສຳຄັນແມ່ນເຂົາມີສ່ວນພົວພັນ ບໍ່ກັບເຈົ້າໜ້າທີ່ ກັບອີ່ຫຍັງເຂົາບໍ່ໄດ້ເອົາໄປແລ່ນ ມັນກໍເຂົ້າຂ່າຍສໍ້ໂກງຫັ້ນແຫຼະ.

ທ່ານ ທອງຈັນ ມະນີໄຊ ຣັຖມົນຕຣີ ກະຊວງພາຍໃນ ໄດ້ໃຫ້ສັມພາດຕໍ່ສື່ມວນຊົນ ໃນໂອກາດເຂົ້າຮ່ວມກອງປະຊຸມ ຣັຖບານເປີດກ້ວາງຄັ້ງທີ 1 ປະຈຳປີ 2022 ຍອມຮັບວ່າ ບາງບ່ອນຍັງມີ ປະກົດການຫຍໍ້ທໍ້ເກີດຂຶ້ນ ແລະບໍ່ໄດ້ໄປຕາມ ຂະບວນການທີ່ກຳນົດ ຍ້ອນຍັງມີບັນຫາ ເຈັ້ຽນ້ອຍ, ເຈັ້ຽໃຫຍ່ ແລະຄົນເຈົ້າ, ຄົນຂ້ອຍເກີດຂຶ້ນ ຊຶ່ງນີ້ໄດ້ກາຍເປັນບັນຫາ ທີ່ສຳຄັນທີ່ຕ້ອງໄດ້ແກ້ໄຂ ຢ່າງເດັດຂາດໃນຕໍ່ໜ້າ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.