ຮື້ຖອນ ປ້າຍໂຄສະນາ ທີ່ຜິດລະບຽບ ຢູ່ນະຄອນຫຼວງ
2022.09.13

ເຈົ້າໜ້າທີ່ຫ້ອງການຖແລງຂ່າວ, ວັທນະທັມ ແລະທ່ອງທ່ຽວ ເມືອງໄຊທານີ ນະຄອນຫລວງວຽງຈັນ ໄດ້ເກັບກູ້ປ້າຍໂຄສະນາຕ່າງໆ ຮວມທັງປ້າຍເກົ່າ, ປ້າຍຈີກຂາດ ທີ່ຕິດແບບຊະຊາຍ ໂດຍບໍ່ໄດ້ຮັບອະນຸຍາດ ຈໍານວນ 61 ປ້າຍ ຢູ່ຕາມຖນົນ ເລກທີ 13 ໃຕ້, ທາງເລກ 10 ແລະເສັ້ນທາງດົງໂດກ-ໜອງບຶກ ເມື່ອວັນ ທີ 10 ກັນຍານີ້, ອີງຕາມການຣາຍງານຂອງໜັງສືພິມ ວຽງຈັນໃໝ່ ວັນທີ 10 ກັນຍານີ້.
ເພື່ອຂໍຮູ້ຣາຍລະອຽດ ກ່ຽວກັບການເກັບກູ້ປ້າຍທີ່ວ່ານັ້ນ ວິທຍຸເອເຊັຽເສຣີ ໄດ້ຕິດຕໍ່ໄປຍັງຫ້ອງການ ຖແລງຂ່າວ, ວັທນະທັມ ແລະການທ່ອງທ່ຽວ ເມືອງໄຊທານີໃນມື້ວັນທີ 13 ກັນຍານີ້ ແຕ່ເຈົ້າໜ້າທີ່ທີ່ກ່ຽວຂ້ອງ ຍັງບໍ່ສະດວກທີ່ຈະໃຫ້ຄໍາ ເຫັນ.
ແຕ່ເຖິງຢ່າງໃດກໍຕາມ ເຈົ້າໜ້າທີ່ທ້ອງຖິ່ນ ຢູ່ເມືອງໄຊທານີ ທ່ານນຶ່ງກໍເວົ້າຕໍ່ວິທ ຍຸເອເຊັຽເສຣີ ໃນມື້ດຽວກັນນີ້ວ່າ ທ່ານເອງກໍບໍ່ຮູ້ຣາຍລະອຽດຄັກແນ່ ກ່ຽວກັບ ການເກັບກູ້ປ້າຍນັ້ນ, ຮູ້ພຽງແຕ່ວ່າ ກ່ອນທີ່ພາກສ່ວນໃດກໍຕາມ ຈະຕິດຕັ້ງປ້າຍ ຕາມແຄມທາງສາຍຕ່າງໆ ຕ້ອງໄດ້ຂໍອະນຸຍາດ ຈາກຫ້ອງການຖແລງຂ່າວ, ວັທນະທັມ ແລະທ່ອງທ່ຽວ ຂັ້ນເມືອງກ່ອນ. ຫາກຕິດຕັ້ງໂດຍບໍ່ໄດ້ຮັບອະນຸຍາດ ກໍຈະຖືກເກັບກູ້ອອກ.
“ສ່ວນຫລາຍກະມີແຕ່ບັນດາຮ້ານ ເຂົາເຈົ້າສເນີຂຶ້ນໄປ ແລ້ວຕິດຕັ້ງໂລດຫັ້ນນ່າ ກະເຫັນເຂົາເຈົ້າຕັ້ງຢູ່ຕາມທາງ ບັນດາຫ້າງຮ້ານຫັ້ນແຫລະ ຄັນຜູ້ໃດຕ້ອງການ ຢາກຕັ້ງປ້າຍ ສ່ວນຫລາຍແລ້ວເຈົ້າຂອງຮ້ານເຂົາເຈົ້າສເນີຂຶ້ນໄປ ແລ້ວເພິ່ນມາຕັ້ງໃຫ້.”
ພ້ອມດຽວກັນນັ້ນ ຄົນທີ່ໄດ້ຕິດຕັ້ງປ້າຍຢູ່ແຄມເສັ້ນທາງ ດົງໂດກ-ໜອງບົກ ຜູ້ນຶ່ງ ເວົ້າວ່າ ຕົນເອງກໍຫາຮູ້ຂ່າວວ່າ ປ້າຍຂອງຕົນໄດ້ຖືກເກັບກູ້ໄປແລ້ວ ຍ້ອນໄດ້ ເຫັນປ້າຍ ທີ່ຖືກເຜີຍແຜ່ທາງສື່ສັງຄົມອອນລາຍນ໌. ແຕ່ບໍ່ຮູ້ຄັກແນ່ວ່າ ເປັນຍ້ອນ ຫຍັງ ເຈົ້າໜ້າທີ່ຈຶ່ງເກັບກູ້ປ້າຍຂອງຕົນອອກໄປ ທັງໆທີ່ຕົນກໍໄດ້ຂໍອະນຸຍາດຕິດ ປ້າຍແບບຖືກຕ້ອງແລ້ວ ແລະເຈົ້າໜ້າທີ່ກໍບໍ່ໄດ້ຕິດຕໍ່ມາຊີ້ແຈງໃຫ້ຮູ້ກ່ອນທີ່ຈະ ເກັບກູ້ປ້າຍນັ້ນ.
“ເພິ່ນຢາກໃຫ້ເຮັດແນວໃດຊັ້ນນ່າ ເພິ່ນຈຶ່ງໄປມ້າງ ເຮົາກໍ ໄດ້ເສັຽຄ່າທໍານຽມ ບໍ່ຮູ້ວ່າຜິດລະບຽບເພິ່ນແນວໃດ ພວກເຮົາກະຕິດແຄມທາງພຸ້ນ ໃນທາງພຸ້ນເນາະ ຢາກ ຮູ້ເຫດຜົນກະບໍ່ເຫັນເພິ່ນໂທມາ.”
ນອກຈາກເຣື່ອງການເກັບກູ້ປ້າຍໂຄສະນາ ທີ່ຕິດຊະຊາຍ ແລະບໍ່ໄດ້ຮັບອະນຸ ຍາດນັ້ນແລ້ວ ຊາວບ້ານຢູ່ເມືອງໄຊທານີຈໍານວນນຶ່ງ ກໍຍັງຢາກໃຫ້ເຈົ້າໜ້າທີ່ ກວດກາປ້າຍພາ ສາຕ່າງປະເທດ ໂດຍສະເພາະພາສາຈີນ ແລະພາສາວຽດ ນາມນໍາດ້ວຍ ຍ້ອນເຫັນວ່າ ທຸຣະກິຈຈໍານວນນຶ່ງ ຂອງຄົນຕ່າງປະເທດ ມັກເຮັດປ້າຍບໍ່ຖືກຕ້ອງ ຕາມກົດໝາຍຂອງລາວ ເປັນຕົ້ນຂຽນໂຕໜັງສືພາສາຕ່າງ ປະເທດໃຫຍ່ກວ່າພາສາລາວ, ປ້າຍແບບບໍ່ມີພາສາລາວຢູ່ນໍາເລີຍ ຫລືຂຽນພາ ສາລາວບໍ່ຖືກຕ້ອງກໍມີ.
ດັ່ງເຈົ້າຂອງເຮືອນພັກນາງນຶ່ງເວົ້າວ່າ:
“ໂຕຢ່າງວ່າມາເຊົ່າເນາະ ມາເຊົ່າຊິປ່ຽນເປັນພາສາຈີນ ກໍບໍ່ທັນຮູ້ວ່າຊິເຮັດຈັ່ງໃດ ເພາະວ່າເຫັນເຂົາເຈົ້າມາເຊົ່າບ່ອນບ້ານພັກສ່ວນນຶ່ງ ຢູ່ບ້ານນາສ້ຽວນີ້ ແມ່ນເຂົາເຈົ້າກໍເອົາປ້າຍຂອງຄົນຈີນ ມາໃຊ້ກ່ອນ ຄັນເປັນຂອງຈີນຂອງອີ່ຫຍັງ ເຂົາເຈົ້າບໍ່ອະນຸມັດເດ໋.”
ເວົ້າເຣື່ອງປ້າຍໂຄສະນາ ຊາວບ້ານຢູ່ເມືອງໄຊທານີຜູ້ນຶ່ງ ເວົ້າຕໍ່ວິທຍຸເອເຊັຽເສຣີ ໃນມື້ວັນທີ 13 ກັນຍານີ້ວ່າ ສໍາລັບຢູ່ເມືອງໄຊທານີນີ້ ຕົນເອງຍັງບໍ່ເຫັນ ປ້າຍພາສາຈີນ ແລະພາສາວຽດນາມ ຫລາຍປານໃດ, ມີແຕ່ເຫັນຢູ່ເຂດອື່ນໆ ໃນນະຄອນຫລວງວຽງຈັນ ແລະແຂວງອື່ນໆ ຊຶ່ງຮ້ານອາຫານ, ໂຮງແຮມ, ເຮືອນພັກບາງແຫ່ງ ມັກຕິດປ້າຍເປັນຊື່ພາສາຈີນ ຫລືພາສາວຽດນາມ ຢູ່ທາງ ເທິງ, ເອົາພາສາລາວໄວ້ຢູ່ທາງລຸ່ມ ຊຶ່ງທາງພາກສ່ວນທີ່ກ່ຽວຂ້ອງຕ້ອງໄດ້ກວດກາ.
“ປ້າຍຈີນປ້າຍວຽດ ກະບໍ່ມີແຖວຕານມີໄຊ ແຕ່ວ່າຄັນຄົນຈີນກະແຖວຫັ້ນ ພຸ້ນແຫລະ ແຖວຊັງຈຽງ ແຖວຫັ້ນ. ຫລັກການຂອງມັນກະຄື ຕ້ອງແມ່ນພາສາລາວ ຢູ່ທາງເທິງ, ພາສາຕ່າງປະເທດ ຢູ່ທາງລຸ່ມ ຄັນເຮົາຊິເຮັດ, ເຮົາຢູ່ບ່ອນໃດ ເຮົາກໍສເນີຢູ່ບ່ອນຫັ້ນ. ເຂົາເຈົ້າຈະແນະນໍາລະບຽບການ ໃຫ້ເຮັດນີ້ ເຮັດໄດ້ ແຕ່ວ່າຕາມລະບຽບການ.”
ຜູ້ມີຄວາມຮູ້ ເຣື່ອງການອອກແບບປ້າຍ ຜູ້ນຶ່ງ ເວົ້າໃນມື້ດຽວກັນນີ້ວ່າ ຖ້າຜູ້ ປະກອບການຄົນໃດ ມີຄວາມປະສົງ ຢາກເຮັດປ້າຍເປັນພາສາຕ່າງປະເທດ, ນອກເໜືອຈາກພາສາອັງກິດ ກໍຕ້ອງໄດ້ໄປພົວພັນຂໍອະນຸຍາດ ຈາກຫ້ອງການ ຖແລງຂ່າວ, ວັທນະທັມ ແລະທ່ອງທ່ຽວ ເມືອງຮວມທັງປ້າຍ ເປັນພາສາຈີນ ຊຶ່ງຕາມຫລັກການ ແມ່ນຕ້ອງຂຽນພາສາລາວ ຢູ່ເທິງພາສາຕ່າງປະທດ.
“ຖ້າວ່າຊິໃຊ້ພາສາຈີນ ຕ້ອງໄດ້ໄປປະສານຫາ ຕາມຫ້ອງການຖແລງຂ່າວ, ວັທນະທັມ ວ່າໃຫ້ໃຊ້ລະດັບໃດໆ ຕາມຫລັກຕ້ອງໃສ່ ພາສາລາວກ່ອນ ຂຶ້ນເທິງກ່ອນໝູ່ ແລ້ວກະພາສາອັງກິດ ຖ້າວ່າເປັນພາສາຈີນ ພາສາໄທຍ ກະແຖວທີ 3.”
ເມື່ອກ່ອນໜ້ານີ້ ກະຊວງຖແລງຂາວ, ວັທນະທັມ ແລະທ່ອງທ່ຽວ ກໍໄດ້ມີຄໍາສັ່ງ ໃຫ້ເກັບກູ້ປ້າຍຮ້ານ ແລະປ້າຍໂຄສະນາທີ່ຜິດກົດໝາຍ ເປັນຕົ້ນປ້າຍພາສາຈີນ ຢູ່ແຂວງບໍ່ແກ້ວ ແລະແຂວງຫລວງນໍ້າທາ. ເມື່ອເດືອນມິຖຸນາ 2020 ທາງການ ແຂວງບໍ່ແກ້ວ ກໍໄດ້ສົມທົບກັບ ຄະນະຄຸ້ມຄອງເຂດເສຖກິຈ ພິເສດ ແຂວງບໍ່ແກ້ວ ຮື້ຖອນປ້າຍໂຄສະນາທີ່ຜິດກົດໝາຍ ຈໍານວນ 89 ປ້າຍ ໃນເຂດເມືອງຕົ້ນເຜິ້ງ ແລະເຂດເສຖກິດພິເສດສາມຫລ່ຽມຄໍາ ເປັນຕົ້ນ ປ້າຍ ທີ່ບໍ່ມີພາສາລາວ, ປ້າຍ ທີ່ພາສາຕ່າງປະເທດ ຢູ່ເທິງພາສາລາວ, ປ້າຍທີ່ພາສາລາວ ມີຂນາດນ້ອຍກວ່າ ພາສາຕ່າງປະເທດ ແລະອື່ນໆ.