ປ້າຍໂຄສະນາ ເປັນພາສາຈີນ, ຜິດລະບຽບ ຖືກທາງການລາວ ຮື້ຖອນ

ພອນ ພູມມີທອນ
2023.01.26
ປ້າຍໂຄສະນາ ເປັນພາສາຈີນ, ຜິດລະບຽບ ຖືກທາງການລາວ ຮື້ຖອນ ຮູບພາບໂຕຢ່າງ: ປ້າຍໂຄສະນາ ທີ່ບໍ່ປະຕິບັດຕາມລະບຽບ ຂອງທາງການລາວ ຊຶ່ງພາສາຈີນ ໃຫຍ່ກວ່າ ພາສາລາວ (TS), ເດືອນ ກໍຣະກະດາ ປີ 2022.
RFA

ເມື່ອບໍ່ດົນມານີ້ ຫ້ອງການຖແຫລງຂ່າວ ວັທນະທັມ ແລະ  ທ່ອງທ່ຽວ ເມືອງດັກຈຶງ ແຂວງເຊກອງ ໄດ້ຮື້ຖອນປ້າຍບໍຣິສັດ, ປ້າຍໂຄສະນາ ທີ່ບໍ່ຖືກຕ້ອງຕາມກົດໝາຍ ຂອງປະເທດລາວ ຈໍານວນ 10 ປາຍປ້າຍ ເຊິ່ງເປັນປ້າຍຂອງບໍຣິສັດຈີນທັງໝົດ ໂດຍປ້າຍດັ່ງກ່າວ ມີເນື້ອໃນທີ່ຂຽນໃນປ້າຍ, ພື້ນສີ ໂຕໜັງສື ບໍ່ສອດຄ່ອງກັບກົດໝາຍ ແລະ ຍັງເປັນພາສາຈີນທັງໝົດ.

ດັ່ງ ເຈົ້າໜ້າທີ່ຜແນກຖແລງຂ່າວ ວັທນະທັມ ແລະ ທ່ອງທ່ຽວ ແຂວງເຊກອງ ທ່ານນຶ່ງ ກ່າວຕໍ່ວິທຍຸ ເອເຊັຍ ເສຣີ ໃນມື້ວັນທີ 26 ມົກຣາ ນີ້ວ່າ:

ເພາະວ່າເຮົາມີກົດໝາຍວ່າດ້ວຍປ້າຍເນາະ ອັນນີ້ແມ່ນໂຕໜັງສື ຂອງຈີນໝົດ ມັນກໍບໍ່ຖືກແລ້ວເນາະ ມີແຕ່ພາສາຈີນໝົດ ປ້າຍກະຫລາຍ ແຕ່ບໍ່ມີພາສາລາວ ຈີນ-ວຽດນາມ ໂອ້ຍ...ດຽວນີ້ຫລາຍ ຖແຫລງຂ່າວ ວັທນທັມເມືອງ (ດັກຈຶງ) ເຂົາກະປຕິບັດຕາມ ກົດໝາຍຫັ້ນແຫລະ.”

ທ່ານກ່າວຕຶ່ມອີກວ່າ ປັດຈຸບັນມີບໍຣິສັດ, ນິຕິບຸກຄົນ ຈາກປະເທດຈີນ ແລະ ວຽດນາມ ເຂົ້າມາລົງທຶນ ແລະ ເປິດທຸຣກິຈເປັນຈໍານວນຫລາຍ ຢູ່ພາຍໃນ ແຂວງເຊກອງ ແລະແຂວງພາກໃຕ້ ຂອງປະເທດລາວ ໂດຍຈະສັງເກດເຫັນ ໄດ້ຈາກປ້າຍບໍຣິສັດ ແລະປ້າຍໂຄສະນາຕ່າງໆ ແລະ ມີປ້າຍເປັນຈໍານວນຫລາຍ ທີ່ບໍ່ມີພາສາລາວ.

ສະນັ້ນແລ້ວ ຫາກເຈົ້າໜ້າທີ່ພາກສ່ວນທີ່ກ່ຽວຂ້ອງ ພົບເຫັນ ຫລື ປະຊາຊົນ ຮ້ອງຮຽນ ກໍຈະມີການເຂົ້າໄປກ່າວຕັກເຕືອນ ແລະ ໃຫ້ຮື້ຖອນທັນທີ ເພື່ອໃຫ້ບໍຣິສັດ ແລະ ນິຕິບຸກຄົນເຫລົ່ານັ້ນ ປຕິບັດຕາມລະບຽບກົດໝາຍຂອງລາວ.

ກ່ຽວກັບເຣຶ່ອງນີ້ ຊາວລາວຜູ້ນຶ່ງ ໃນແຂວງເຊກອງ ກ່າວວ່າ ຢາກໃຫ້ທາງການລາວ ໂດຍສະເພາະບັນດາແຂວງຕ່າງໆ ຊ່ວຍເຂັ້ມງວດ ໃນການຕິດຕາມ-ກວດກາ ບັນດາປ້າຍບໍຣິສັດ ແລະ ປ້າຍໂຄສະນາຕ່າງໆ ທີ່ເປັນຂອງບໍຣິສັດຕ່າງປະເທດ ທັງເປັນບໍຣິສັດ ຂະໜາດໃຫຍ່ ແລະ ຮ້ານຄ້າທົ່ວໄປ ໂດຍຕ້ອງໃຫ້ພາສາລາວຢູ່ເທິງ ພາສາຕ່າງປະເທດຢູ່ລຸ່ມ ຂອງປ້າຍ.

ດັ່ງ ຊາວລາວຜູ້ນີ້ ກ່າວຕໍ່ວິທຍຸ ເອເຊັຍ ເສຣີ ໃນມື້ດຽວກັນນີ້ວ່າ:     

ຕ້ອງໄດ້ໃຊ້ພາສາຂຶ້ນກ່ອນ ແລ້ວຄ່ອຍໃຊ້ພາສາອັງກິດນໍາຫລັງຊີ້ນ່າ ເພາະວ່າ ຄັນບໍ່ຊັ້ນ ບາງທີ ມັນເປັນບໍຣິສັດໃຫຍ່ຊີເນາະ ຄືແບບຮ້ານນ້ອຍໆທົ່ວໄປ ມັນກະບໍ່ໄດ້.”

ຊາວລາວອີກຜູ້ນຶ່ງ ໃນເມືອງສິງ ແຂວງຫລວງນ້ໍາທາ ກ່າວວ່າ ໄລຍະຜ່ານມາ ມີຄົນຈີນເຂົ້າມາລົງທຶນຢູ່ພາຍໃນ ແຂວງ ຫລວງນ້ໍາທາເປັນຈໍານວນຫລາຍ ແລະທີ່ສໍາຄັນ ທຸກບໍຣິສັດ ແລະຮ້ານຄ້າຕ່າງໆ ທີ່ເຂົ້າມາລົງທຶນ ແມ່ນຕິດປ້າຍບໍຣິສັດ ແລະ ປ້າຍໂຄສະນາ ເປັນພາສາຈີນທັງໝົດ ໂດຍບໍ່ມີຮອດພາສາລາວ, ແຕ່ພາຍຫລັງທີ່ທາງການລາວ ໄດ້ອອກກົດໝາຍ ວ່າດ້ວຍປ້າຍ ໃນປີ 2018 ເປັນຕົ້ນມາ ກໍເຮັດໃຫ້ປ້າຍບໍຣິສັດ, ປ້າຍໂຄສະນາຕ່າງໆ ທີ່ບໍ່ຖືກຕ້ອງຕາມກົດໝາຍ ເຣີ່ມຫລຸດໜ້ອຍລົງເລື້ອຍໆ.

ດັ່ງ ຊາວລາວຜູ້ນີ້ ກ່າວຕໍ່ວິທຍຸ ເອເຊັຽ ເສຣີ ໃນມື້ດຽວກັນນີ້ວ່າ:

ໂອ້ ຢູ່ນ້ໍາທານີ້ກໍ ສະພາບມັນວຸ້ນວາຍ ໄປບ່ອນໃດກະແມ່ນເຫັນໜັງສືຈີນຢູ່ຫົວ ແມ່ນເຂົາ ຫລຸດຫນ້ອຍຖອຍລົງໄປແລ້ວ ເພາະວ່າ ເຂົາຈະເລັ່ງໃສ່ດ້າກົດໝາຍ.”

ສ່ວນຊາວລາວອີກຜູ້ນຶ່ງ ໃນນະຄອນຫລວງວຽງຈັນ ກ່າວວ່າ ທາງການລາວ ຄວນມີການຕິດຕາມ-ກວດກາ ບັນດາບໍຣິສັດຂອງຄົນຕ່າງປະເທດ ທີ່ເຂົ້າມາລົງທຶນຢູ່ໃນລາວ ໂດຍສະເພາະ ບັນດາທຸຣກິຈຂອງຄົນຈີນ ທີ່ມັກຈະຂຽນພາສາຈີນທັງໝົດໄວ້ ໃນປ້າຍບໍຣິສັດ ແລະ ປ້າຍໂຄສະນາຕ່າງໆ ເປັນຕົ້ນ ຮ້ານຄ້າ ທີ່ຢູ່ໃນຕລາດຊັງຈ່ຽຽ.

ດັ່ງຊາວລາວຜູ້ນີ້ ກ່າວຕໍ່ວິທຍຸ ເອເຊັຽ ເສຣີ ໃນມື້ດຽວກັນນີ້ວ່າ:

ຄົນຈີນ ມາທໍາທຸຣກິຈຫລາຍເດ້ ຢູ່ບ້ານເຮົາ ຊັງຈ່ຽນ ມັນປຸກຫລັງໃໝ່ແລ້ວເດ້ ແຕ່ມີພາສາຈີນໝົດລະບໍ່ ເປັນເມືອງຈີນ ໄດ້ຢ່າງກະເສັຍຢ່າງ.”

ທາງດ້ານ ເຈົ້າໜ້າທີ່ ກະຊວງຖແລງຂ່າວ ວັທນະທັມ ແລະ ທ່ອງທ່ຽວ ກ່າວວ່າ ເພື່ອຄວາມລະບຽບຮຽບຮ້ອຍ ຂອງປະເທດ ໃນການຄຸ້ມຄອງ ແລະ ການຕິດຕາມ ກວດກາ ປ້າຍ ເພື່ອໃຫ້ມີຄວາມຖືກຕ້ອງ ຈຶ່ງມີການກໍານົດໃຫ້ທຸກບໍຣິສັດ, ນິຕິບຸກຄົນ ທັງພາຍໃນ ແລະ ຕ່າງປະເທດ ຕ້ອງເຮັດປ້າຍບໍຣິສັດ ແລະ ປ້າຍໂຄສະນາຕ່າງໆ ຕາມລະບຽບກົດໝາຍ ວ່າດ້ວຍ ປ້າຍປີ 2018.

ການເຮັດປ້າຍ ຈະມີການກໍານົດໄວ້ ໃນກົດໝາຍຢ່າງຈະແຈ້ງ ທັງປະເພດຂອງປ້າຍ, ຣາຍລະອຽດເນື້ອໃນ, ພື້ນສີ ແລະພາສາ ຫາກບໍຣິສັດ ແລະ ນິຕິບຸກຄົນໃດກໍຕາມ ທີ່ລະເມີດກົດໝາຍ ດັ່ງກ່າວນີ້ ກໍຈະຖືກກ່າວຕັກເຕືອນ ແລະ ຈະຖືກຮື້ຖອນປ້າຍທັນທີ ຫາກກະທໍາຄວາມຜິດຊ້ໍາ ຈະຖືກປັບໃຫມ ແລະ ໃສ່ໂທດຕາມກົດໝາຍ.

ດັ່ງ ທ່ານກ່າວຕໍ່ວິທຍຸ ເອເຊັຽ ເສຣີ ໃນມື້ດຽວກັນນີ້ວ່າ:

ຄັນຢູ່ລາວນີ້ ຫລັກໆເລີຍ ກະຕ້ອງໃຫ້ມີພາສາລາວນີ້ຢູ່ເທິງຊີ້ນ່າ ເວລາເພິ່ນເຮັດກົດລະບຽບ ປ້າຍຫັ້ນນ່າ ບາງເທື່ອບໍ່ໄດ້ຜ່ານເມືອງຊີ້ນ່າ ຂະເຈົ້າກະສັ່ງປົດໄດ້ສ່ວນຫລາຍນ່າ ຖືກຫລັກການແລ້ວກະ ຄືຊິບໍ່ມີບັນຫາ.”

ທ່ານຍັງກ່າວຕຶ່ມອີກວ່າ ເຈົ້າຂອງປ້າຍໂຄສະນາຕ່າງໆ ຈະຕ້ອງເສັຍພາສີ ອາກອນ, ຄ່າທຳນຽມ ແລະ ຄ່າບໍຣິການຕ່າງໆ ຢ່າງຄົບຖ້ວນ ຕາມລະບຽບກົດໝາຍ ກ່ອນຈະໄດ້ຮັບອານຸຍາດ ໃຫ້ຕິດຕັ້ງ ແລະ ຄ່າທໍານຽມປ້າຍ ກໍຍັງເປັນລາຍຮັບອີກ 1 ຊ່ອງທາງ ໃຫ້ກັບປະເທດອີກນໍາດ້ວຍ.

ເມື່ອປີ 2020 ທີ່ຜ່ານມານັ້ນ ທາງການແຂວງບໍ່ແກ້ວ ກໍເຄີຍຮື້ຖອນປ້າຍ ທີ່ບໍ່ຖືກຕ້ອງຕາມກົດໝາຍ ຈໍານວນເກືອບ 100 ປ້າຍ ຕາມເສັ້ນທາງເມືອງຕົ້ນເຜິ້ງ ແລະ ໃກ້ກັບເຂດເສຖກິຈພິເສດ ສາມຫລ່ຽມຄໍາ ເຊິ່ງໃນຂນະນັ້ນ ທາງການແຂວງບໍ່ແກ້ວເຫັນວ່າ ປ້າຍບໍຣິສັດ ແລະ ປ້າຍໂຄສະນາຕ່າງໆ ແມ່ນຂາດລັກສະນະຊາຕ, ຂັດກັບລະບຽບ ວັທນະທັມຂອງຊາຕ ເປັນຕົ້ນ ປ້າຍບໍ່ມີຄໍາພາສາລາວ, ປ້າຍທີ່ມີພາສາຕ່າງປະເທດ ຢູ່ເທິງພາສາລາວ, ປ້າຍທີ່ຂນາດພາສາລາວ ນ້ອຍກວ່າພາສາຕ່າງປະເທດ, ປ້າຍທີ່ມີສີພື້ນ ຂັດຕໍ່ລະບຽບ ທີ່ກະຊວງຖແລງຂ່າວ ວັທນະທັມ ແລະ ທ່ອງທ່ຽວ ກໍານົດໄວ້ ແລະປ້າຍທີ່ຕິດຕັ້ງກວມເອົາເຂດທາງຫລວງ.

ໃນປີດຽວກັນນັ້ນ ທາງການແຂວງ ອັຕະປື ກໍໄດ້ກ່າວຕັກເຕືອນ ແລະ ສັ່ງໃຫ້ ບໍຣິສັດ ຫຸ້ນສ່ວນຊົງດາ 3 ປະເທດວຽດນາມ ທີ່ເຂົ້າມາກໍ່ສ້າງເຂື່ອນໄຟຟ້າ ເຊກະຫມານ 1 ແກ້ໄຂປ້າຍ ໂຄສະນາເຂດຈັດສັນ ບ້ານສຸກສະຫວັນດັກບູ ຄືນໃໝ່ທັງໝົດ ເນຶ່ອງຈາກມີຂໍ້ຜິດພາດ ທາງຫລັກໄວຍະກອນ ແລະ ບໍ່ຖືກຕ້ອງຕາມຫລັກພາສາລາວ.

ຫລ້າສຸດນີ້ ໃນກອງປະຊຸມສຣຸບວຽກງານ ກະຊວງຖແລງຂ່າວ ວັທນະທັມ ແລະ ທ່ອງທ່ຽວ ທົ່ວປະເທດ ປີ 2022 ແລະ ວາງທິດທາງ ແຜນການປີ 2023 ໃນມື້ວັນທີ 24 ມົກກະຣາ 2023 ທີ່ຜ່ານມານັ້ນ ກໍໄດ້ມີການປຶກສາຫາລື ເພື່ອຈະເອົາໃຈໃສ່ ໃນການຄຸ້ມຄອ ປ້າຍໂຄສະນາ ຕ່າງໆໃນປະເທດລາວ ເນຶ່ອງຈາກປ້າຍໂຄສນາຈໍານວນນຶ່ງ  ມີເນື້ອໃນທີ່ຂຽນພາສາລາວ ບໍ່ຖືກຕ້ອງ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.