ຜູ້ນຳ ສປປ ລາວ ສົ່ງສານ ສແດງຄວາມເສົ້າ ສລົດໃຈ

ຈຳປາທອງ
2022.09.13
ຈໍໂທຣະທັສຂນາດໃຫຍ່ (ຂອງຈີນ) ອອກຂ່າວສາຣະຄະດີ ຮູບພາບຂອງ ສົມເດັຈພຣະຣາຊີນີ ເອລີຊາເບັທ ທີ II ທີ່ສວັນນະຄົຕ. ທີ່ນະຄອນຫຼວງປັກກິ່ງ, ວັນທີ 9 ເດືອນ ກັນຍາ ປີ 2022.
AFP

ຂ່າວກ່ຽວກັບ ການມໍຣະນະກັມ (ສວັນນະຄົຕ) ຂອງ ສົມເດັຈພຣະຣາຊິນີ ເອລິຊາເບັທ ທີ II ແຫ່ງສະຫະ ຣາຊອານາຈັກ ແລະ ອຽກລັງເໜືອ ໃນມື້ວັນທີ 8 ກັນຍາ 2022 ໄດ້ແພ່ອອກໄປ ໃຫ້ປະຊາຊົນທົ່ວໂລກຮູ້. ສໍາລັບຢູ່ ສປປ ລາວ ກໍມີປະຊາຊົນ ຈໍານວນນຶ່ງຮູ້ ຊຶ່ງສ່ວນໃຫຍ່ ​ຮູ້​ນຳຂ່າວໄທຍ ແລະສື່ສັງຄົມອອນລາຍນ໌ ແລະຈໍານວນຶ່ງກໍບໍ່ຮູ້ຂ່າວທີ່ວ່ານີ້ ແມ່ນແຕ່ຜູ້ຢູູ່ໃນຕົວເມືອງ​ໃຫ​ຍ່ ກໍ​ຍັງບໍ່ຮູ້.

ດັ່ງປະຊາຊົນ ຢູ່ນະຄອນຫລວງວຽງຈັນ​ ຜູ້​ນຶ່ງ​ເວົ້າ ຕໍ່ວິທຍຸເອເຊັຽເສຣີ ໃນມື້ວັນທີ 13 ກັນຍານີ້ວ່າ ບໍ່ຮູ້ ແຕ່ກໍອາ​ຈມີຜູ້ຮູ້ຢູ່.

ບໍ່! ໂອຍ​ຊິໄປ​ຮູ້​ເຮື່ອງ​ນີ້. ເອີ! ຜູ້​ຮູ້​ກະ​ຊິ​ຮູ້​ຫັ້ນ​ແຫລະ. ຮູ້​ຢູ່ ເຕະ​ບານ ​ອັງ​ກິດ ​ກໍ​ຍັງ​ງົດ​ລະ​ວາ.”

ສ່ວນ​ປະ​ຊາ​ຊົນ​ຜູ້​ນຶ່ງ ຢູ່ໃນເມືອງ ຂອງແຂວງສວັນນະເຂດ ​ເວົ້າ​ໃນ​ມື້​ດຽວ​ກັນ​ນີ້​ວ່າ ຮູ້ແຕ່ບໍ່​ໄດ້​ເອົາ​ໃຈ​ໃສ່.

ຮູ້​ຢູ່! ຫາກບໍ່​ຮູ້​ຈັກ​ມື້. ບໍ່​ຈື່! ຮູ້​ຈາກ​ຂ່າວ​ໄທ​ຍ.” 

ແລະຊາວລາວຜູ້ນຶ່ງ ຢູ່ນະຄອນປາກເຊ ແຂວງຈໍາປາສັກ ກໍເວົ້າຕໍ່ວິທຍຸເອເຊັຽເສຣີ ໃນມື້ດຽວ ກັນນີ້ວ່າ ຄົນລາວຮູ້ຂ່າວທີ່ວ່ານັ້ນ ທາງສື່ສັງຄົມອອນລາຍນ໌ ທີ່ສ່ວນຫລາຍ ກໍມີແຕ່ຂ່າວປົກກະຕິ ແລະສັງເກດເຫັນວ່າ ພວກເຂົາເຈົ້າ ບໍ່ມີຄວາມສຶກແນວໃດ.

ແມ່ນໆ. ສ່ວນຫລາຍກະຊິມີແຕ່ຂ່າວ ປົກກະຕິຫັ້ນແຫລະ ຄັນເປັນງານອາລັຍ ແມ່ນຫຍັງນີ້ ມັນຈະເປັນຄ້າຍໆຄື ແບບວ່າ ຢູ່ລາວເຮົາເຣື່ອງ ສະຖາບັນເຈົ້າຊີວິຕ ມັນກະບໍ່ມີແລ້ວເດ໋ ມັນຈະເປັນແບບນັ້ນສ່ວນຫລາຍນ່າ.

ທ່ານກ່າວຕື່ມວ່າ ເຫດການກ່ຽວກັບ ການມໍຣະນະກັມ ຂອງ ສົມເດັຈພຣະຣາຊິນີ ເອລິຊາເບັທ ທີ II ນີ້ ກໍອາຈມີຄົນລາວຈໍານວນນຶ່ງ ທີ່ມີຍາດພີ່ນ້ອງ ຢູ່ປະເທດອັງກິດ ຫລືມີໝູ່ເພື່ອນ ເປັນຊາວອັງກິດ ຫລືຜູ້ທີ່ໄດ້ຮຽນຈົບ ມາຈາກປະເທດອັງກິດ ຮູ້ສຶກຕົກໃຈ ແລະເສັຍໃຈກັບປະຊາຊົນອັງກິດ.

ຢູ່​ແຂວງວຽງ​ຈັນ ປະ​ຊາ​ຊົນ​ລາວ​ຜູ້​ນຶ່ງ ​ເວົ້າ​ໃນ​ມື້​ວັນ​ທີ 13 ກັນ​ຍານີ້​ວ່າ ຄົນ​ລາວ ແລະ​ຄົນ​ອັງ​ກິດ ​ປະ​ເທດ​ລາວ ແລ​ປະ​ເທດ​ອັງ​ກິດ ຂ້ອນ​ຂ້າງ​ຈະ​ຢູ່​ຫ່າງ​ໄກ​ກັນ ​ແລະ​ຄວາມ​ສັມ​ພັນ ​ທາງ​ດ້ານ​ຕ່າງໆ ກໍ​ຫ່າງ​ກັນ, ຄົນ​ລາວບໍ່​ໄດ້​ເອົາ​ໃຈ​ໃສ່ ​ພໍ​ເທົ່າ​ໃດ ​ເມື່ອທຽບ​ກັບປະ​ເທດ ​ທີ່​ເປັນ​ພັນ​ທະ​ມິຕ​ກັບ​ລາວ. ດັ່ງ​ນັ້ນ​ຈຶ່ງ​ເຫັນ​ວ່າ ຊາວ​ລາວ​ທົ່ວໄປ ບໍ່​ມີ​ຄວາມ​ຮູ້​ສຶກຕົກ​ໃຈ ແລະ​ເສັຍ​ໃຈ ​ນຳ​ເຣື່ອງ​ດັ່ງ​ກ່າວ, ແຕ່​ກໍ​ມີ​ຜູ້​ຕິດ​ຕາມ​ຂ່າວ ​ກ່ຽວ​ກັບ​ພິ​ທີ​ໄວ້​ອາ​ລັຍ ສົມເດັຈພຣະຣາຊິນີ ເອລິຊາເບັທ ທີ II ນີ້ ທາງ​ສື່​ສັງ​ຄົມ​ອອນ​ລາຍນ໌.

ດັ່ງ​ທີ່​ທ່ານກ່າວ​ວ່າ:

ກະບໍ່ໄດ້ຕົກໃຈ ເພາະວ່າມັນຄ້າຍໆ ແບບວ່າເຣື່ອງຂ່າວໂຕນີ້ ແມ່ນຄົນລາວເຮົາ ບໍ່ໄດ້ໃສ່ໃຈ ເຣື່ອງແບບນີ້ປານໃດຫັ້ນນ່າ ມັນຢູ່ໄກ ບໍ່ຮູ້ຄວາມເປັນມາ ເພິ່ນວ່າ ເພິ່ນເປັນຈັ່ງໃດ ບໍ່ຄ່ອຍໄດ້ສຶກສາປວັດປານໃດ.

ແລະປະຊາຊົນລາວ ຢູ່ແຂວງຫລວງຣະບາງ ຜູ້ນຶ່ງກໍເວົ້າຕໍ່ວິຍຸເອເຊັຽເສຣີ ໃນມື້ດຽວກັນນີ້ວ່າ ບໍ່ໄດ້ຕິດຕາມຂ່າວສານຍັງເລີຍ.

ດັ່ງນັ່ນຈຶ່ງບໍ່ຮູ້ຂ່າວ ກ່ຽວກັບການມໍຣະນະກັມ ຂອງ ສົມເດັຈພຣະຣາຊິນີ ເອລິຊາເບັທ ທີ II ແລະ​ຕາມ​ການ​ສັງ​ເກດ ​ໃນ​ຊຸມ​ຊົນ ກໍ​ບໍ່​ເຫັນວ່າ​ມີຄົນ​ເວົ້າ​ເຖິງ​ ເຣື່ອງນີ້​ແນວ​ໃດ.

ໂອ໋! ຄືບໍ່ຮູ້ໃດ໋ ເຈົ້າ. ບໍ່ມີຫຍັງນ່າ ບໍ່ເຫັນຂະເຈົ້າເວົ້າກັນ, ບໍ່ເຫັນລົມກັນ, ບໍ່ເຫັນຂະເຈົ້າແຈ້ງອິຫຍັງມານ່າ.

ກ່ຽວກັບເຣື່ອງທີ່ວ່ານີ້ ອຳນາດການປົກຄອງຢູ່ແຂວງຕ່າງໆຂອງລາວ ກໍບໍ່ໄດ້ຕິດຕາມ, ບໍ່ໄດ້ຍິນຂັ້ນເທິງວ່າຍັງ, ບໍ່ໄດ້ເຮັດຍັງ ແລະເມື່ອເວົ້າເຖິງ ການຈັດພິທີໄວ້ອາລັຍ.

ເຈົ້າໜ້າທີ່ຫ້ອງວ່າການ ປົກຄອງແຂວງຫລວງຣະບາງ ເວົ້າໃນມື້ວັນທີ 13 ກັນຍານີ້ວ່າ ຄືບໍ່​​ໄດ້ຍິນເຂົາເຈົ້າເວົ້າອີ່ຍັງ.

ຈັດໄວ້ອາລັຍ ຄືບໍ່ເຫັນຂະເຈົ້າເວົ້າອິຫຍັງໄດ໋ ອ້າຍ. ທາງແຂວງພວກເຮົາ ກໍບໍ່ໄດ້ຍິນເວົ້າຫຍັງ ບໍ່ໆມີຫຍັງ ອ້າຍ. ຄືບໍ່ເຫັນໃຜເຮັດງານໄວ້ອາລັຍ ບໍ່ເຫັນຜແນກການໃດ ແຈ້ງອີ່ຫຍັງ.

ແລະຢູ່ແຂວງວຽງຈັນ ເຈົ້າໜ້າທີ່ຫ້ອງວ່າການ ປົກຄອງແຂວງ ກໍເວົ້າຕໍ່ວິຍຸເອເຊັຽເສຣີ ໃນມື້ດຽວກັນນີ້ວ່າ ເຣື່ອງການມໍຣະນະກັມ ຂອງສົມເດັດພຣະຣາຊິນີ ເອລິຊາເບັທ ທີ II ຕິດ​ຕາມ​ຂ່າວ​ແລ້ວ ​ກໍ​ແລ້ວ​ໄປ.

ງານໄວ້ອາລັຍເບາະ. ຈັ່ງວ່າ ແລ້ວໂຕນີ້ນ່າ ຮູ້ແຕ່ວ່າຕິດຕາມຂ່າວແລ້ວກາແລ້ວ ປວັດສ່ວນຕົວ ເຮົາກະບໍ່ຮູ້ໄດ໋.

ຫລັງຈາກການ ສວັນນະຄົຕ ຂອງ ສົມເດັຈພຣະຣາຊິນີ ເອລິຊາເບັທ ທີ II ແຫ່ງສະຫະຣາຊອານາຈັກ (ອັງກິດ) ແລະ ອຽກລັງເໜືອ ທ່ານ ທອງ​ລຸນ ສີ​ສຸ​ລິດ ປະ​ທານ​ປະ​ເທດ ກໍ​ໄດ້​ສົ່ງ​ສານ​ ສແດງຄວາມເສົ້າ​ສະ​ຫລົດ​ໃຈ​ ເຖິງສົມ​ເດັຈ​ພ​ຣະ​ຣາ​ຊາ ຊາວ​ສ໌ (Charles) ທີ III ໃນ​ມື້​ວັນ​ທີ 10 ກັນ​ຍານີ້. ໃນ​ນັ້ນ​ມີ​ເນື້ອ​ໃນວ່າ ຂ້າ​ພະ​ເຈົ້າ ມີ​ຄວາມ​ເສົ້າ​ສະ​ຫລົດ​ໃຈ ​ຢ່າງ​ສຸດ​ຊຶ້ງ ​ເມື່ອ​ໄດ້​ຮູ້​ຂ່າວ​ວ່າ ສົມເດັຈພຣະຣາຊິນີ ເອລິຊາເບັທ ທີ II ແຫ່ງສະຫະຣາຊອານາຈັກ (ອັງກິດ) ແລະ ອຽກ ລັງເໜືອ ​ປະ​ມຸກ​ຣັ​ຖ ​ທີ່​ແສນ​ເຄົາ​ຣົບ​ຮັກ ​ຂອງ​ປະ​ຊາ​ຊົນ​ອັງ​ກິດ ແລະ​ແມ່​ທີ່​ແສນ​ຮັກ ​ຂອງ​ພ​ຣະ​ອົງ ໄດ້​ເຖິງ​ແກ່​ມໍ​ຣະ​ນະ​ກັມ ໃນວັນທີ 8 ກັນຍາ 2022.

ການ​ຈາກ​ໄປ​ຂ​ອງ ສົມເດັຈພຣະຣາຊິນີ ເອລິຊາເບັທ ທີ II ແມ່ນ​ເປັນ​ການ​ສູນ​ເສັຍ ​ອັນ​ຍິ່ງ​ໃຫ​ຍ່​ສຳ​ລັບ​ຄອບ​ຄົວ ​ແຫ່ງ​ຣາ​ຊວົງສ໌, ສະ​ຫະ​ຣາ​ຊ​ອາ​ນາ​ຈັກ ແລະ​ເຄືອ​ຈັກ​ກະ​ພົບ​ອັງ​ກິດ ຕ​ລອດ​ເຖິງ​ ປະ​ຊາ​ຊົນ​ອັງ​ກິດ ​ທຸກ​ຖ້ວນ​ໜ້າ ເນື່ອງ​ຈາກວ່າ ພ​ຣະ​ຣາ​ຊິ​ນີ ແມ່ນ​ເປັນ​ມານ​ດາ ​ທີ່​ເຄົາ​ຣົບ​ຮັກ ແລະ​ເປັນ​ຜູ້​ນຳ​ທີ່​ຍິ່ງ​ໃຫ​ຍ່ ທີ່​ໄດ້​ອຸ​ທິດ ​ຊີ​ວິຈ​ຕົນ​ເອງ​ເພື່ອ​ຮັບ​ໃຊ້​ ປະ​ຊ​າ​ຊົນ​ອັງ​ກິດ ແລະ​ເຮັດ​ໃຫ້​ປະ​ຊາ​ຊົນ ​ມີ​ຊີ​ວິຕການ​ເປັນ​ຢູ່ ​ທີ່​ດີ​ຕ​ລອດ​ໄລ​ຍະ​ຫລາຍກວ່າ 70 ປີ ​ທີ່​ພ​ຣະ​ອົງ​ຄອງ​ຣາ​ຊ​ບັນ​ລັງ.

ແລະ ຍານາງ ປານີ ຢາທໍ່ຕູ້ ຮອງປະທານປະເທດ, ໃນນາມຕາງໜ້າໃຫ້ຣັ​ຖ​ບານ, ປະຊາຊົນລາວ ແລະໃນນາມສ່ວນຕົວ ກໍໄດ້ນຳພາຄະນະເຂົ້າເຊັນປຶ້ມໄວ້ອາໄລ ຕໍ່ການເສັຍຊີວິຕ ຂອງສົມເດັຈພຣະຣາຊິນີ ເອລິຊາເບັທ ທີ II ແຫ່ງສະຫະຣາຊະອານາຈັກ (ອັງກິດ) ແລະ ອຽກລັງເໜືອ ທີ່ສະຖານທູຕອັງກິດ ປະຈຳ ສປປ ລາວ ໃນວັນທີ 12 ກັນຍາ 2022 ນີ້.

ແຕ່​ຈະ​ເຫັນ​ວ່າ ການ​ສວັນ​ນະ​ຄົຕ ​ຂອງ​ອະດີຕ​ກະ​ສັດ​ລາວ ເຈົ້າ​ສີ​ສະ​ຫວ່າງວັດ​ທະ​ນາ ແລະ​ອົງ​ມົງ​ກຸດ​ຣາ​ຊ​ກຸມ​ມານ ທາງ​ການ​ລາວ ບໍ່​ໄດ້​ສະ​ແດງ​ຄວາມ​ເສົ້າ​ສະ​ຫລົດ​ໃຈ ​ນຳ​ແຕ່​ຢ່າງ​ໃດ.

ສະ​ຖາ​ນ​ທູຕ​ອັງ​ກິດ ທີ່​ນະ​ຄອນ​ຫລວງ​ວຽງ​ຈັນ ເປີດ​ໃຫ້​ເຈົ້າ​ໜ້າ​ທີ່​ລະ​ດັບ​ສູງ ແລະ​ບຸກ​ຄົນ​ທົ່ວ​ໄປ ​ລົງ​ບັນ​ທຶກ​ໄວ້​ອາ​ລັຍ​ນຳ ສົມເດັຈພຣະຣາຊິນີ ເອລິຊາເບັທ ທີ II ແຕ່​ມື້​ວັນ​ທີ 12 ເຖິງ ວັນ​ທີ 16 ກັນ​ຍາ 2022 ແຕ່​ເວ​ລາ 14:00-16:00 ໂມງ.

ປະ​ເທດ​ລາວ ແລະ ສະ​ຫະ​ຣາ​ຊ​ອາ​ນາ​ຈັກ ໄດ້​ສ້າງຕັ້ງ​ສາຍ​ພົວ​ພັນ ​ທາງ​ດ້ານ​ການ​ທູຕ​ນຳ​ກັນ ໃນ​ມື້​ວັນ​ທີ 5 ກັນ​ຍາ 1955. ນັບ​ຕັ້ງ​ແຕ່​ໄດ້​ມີ​ການ​ປ່ຽນ​ແປງ ​ລະ​ບອບ​ການ​ປົກ​ຄອງປະເ​ທດ ເມື່ອ​ປີ 1975 ມາ​ຈົນ​ເຖິງ​ປີ 2012 ສະ​ຫະ​ຣາ​ຊ​ອາ​ນາ​ຈັກ ຈຶ່ງ​ໄດ້​ເປີດ​ສະ​ຖານ​ທູຕ ​ປະ​ຈຳ​ລາວ​ຄືນ​ໃໝ່ ແລະ ສ​ປ​ປ​ ລາວ ກໍ​ໄດ້​ເປີດ​ສະ​ຖານ​ທູຕ ປະ​ຈຳສະ​ຫະ​ຣາ​ຊ​ອາ​ນາ​ຈັກ ຄືນ​ໃໝ່ ​ໃນ​ປີ 2013 ຈົນ​​ມາເຖິງ​ປັດ​ຈຸ​ບັນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.