ກິຈກັມປະກວດ ກຸ່ມຫຼາກຫຼາຍ ທາງເພດ ຖືກຫ້າມ

ຈຳປາທອງ
2022.09.15
ກິຈກັມປະກວດ ກຸ່ມຫຼາກຫຼາຍ ທາງເພດ ຖືກຫ້າມ ສູນກາງຊາວໝຸ່ມ ປະຊາຊົນ ປະຕິວັດລາວ ຮ່ວມກັບບັນດາ ອົງການ ສລອງວັນວັຍໜຸ່ມສາກົລ ປະຈຳປີ 2022.
ຮູບພາບ: ສຊປລ/ສື່ມວນຊົນ ໝຸ່ມລາວ

ຫ້ອງ​ການ ​ສູນກາງ​ຊາວ​ໜຸ່ມ​ ປະ​ຊາ​ຊົນ​ປະ​ຕິ​ວັດ​ລາວ ໄດ້​ອອກ​ໜັງ​ສືແຈ້ງ​ການ​ໃນ​ມື້​ວັນ​ທີ 9 ກັນ​ຍານີ້ກ່ຽວ​ກັບ​ການ​ຂໍ​ອະ​ນຸ​ມັດ ​ຈັດ​ຕັ້ງ​ປະ​ຕິ​ບັດ​ການ​ປະ​ກວດ ​ບັນ​ດາ​ນາງ​ສາວ ແລະ​ຊາຍ​ງາມ​ຕ່າງໆ ຊຶ່ງ​ໃນ​ນັ້ນ​ຂໍ້​ທີ 1 ກຳ​ນົດ​ເອົາ​ໄວ້​ວ່າ “ສຳ​ລັບ​ໂຄງ​ການ​ປະ​ກວດ ​ທີ່ບໍ່​ແມ່ນ​ການ​ຄັດ​ເລືອກ​ ເອົາ​ຍິງ​ແທ້ ແລະ​ຊາຍ​ແທ້​ໂດຍ​ກຳ​ເນີດ ແມ່ນ​ທາງ​ສູນ​ກາງຊາວ​ໜຸ່ມ​ ປະ​ຊາ​ຊົນ​ປະ​ຕິ​ວັດ​ລາວ ຈະ​ບໍ່​ອະ​ນຸ​ຍາດ​ໃຫ້​ຈັດ​ງານ​ດັ່ງ​ກ່າວ​ຂຶ້ນ​ ເດັດ​ຂາດ ແລະ​ຂໍ້​ທີ 2 ກໍ​ເວົ້າ​ວ່າ ຫ້າມ​ສວຍ​ໂອ​ກາດ​ ໃນ​ການ​ໄປ​ທ່ອງ​ທ່ຽວ ແລ້ວ​ໄປ​ເຂົ້າ​ຮ່ວມ​ປະ​ກວດ, ແຂ່ງ​ຂັນ​ນາງ​ງາມ, ຊາຍ​ງາມ​ຢູ່​ຕ່າງ​ປະ​ເທດ.

ໜັງ​ສື​ແຈ້ງ​ການ ຂອງ​ອົງ​ການ​ຊາວ​ໜຸ່ມ​ສະ​ບັບ​ນີ້ ອີງ​ຕາມ​ຄຳ​ເວົ້າ​ຂອງ​ຊາວ​​ນຸ່ມ​ລາວ ທີ່​ນະ​ຄອນ​ຫລວງວຽງ​ຈັນ​ນາງ​ນຶ່ງ ຕໍ່​ວິ​ທ​ຍຸ​ເອ​ເຊັຽ​ເສ​ຣີ​ໃນ​ມື້​ວັນ​ທີ 15 ກັນ​ຍານີ້​ແລ້ວ​ແມ່ນ​ວ່າ ຊາວ​ໜຸ່ມ​ລາວຈຳ​ນວນ​ຫລວງ​ຫລາຍ​​ບໍ່​ເຫັນ​ດີ​ນຳ ແລະ​ບໍ່​ດີ​ໃຈນຳ​ໜ່ວຍ​ງານ ທີ່​ເຮັດ​ວຽກ​ກ່ຽວ​ກັບ​ເຣື່ອງນີ້.

ຂະເຈົ້າຢາກໃຫ້ຖອນ ເບິດເລີຍ ໃຜກະອອກມາຮຽກຮ້ອງເບິດ ສ່ວນຫລາຍແມ່ນໍ່ເຫັນດີເລີຍຫັ້ນນ່າ ປະກາດຈາກອົງການ ຊາວໜຸ່ມຂອງລາວ. ອົງການແບບວ່າ ສໍາລັບວັຍໜຸ່ມເລີຍຫັ້ນນ່າ ແລ້ວກໍສໍາຄັນ ຖ້າສົມມຸດເພິ່ນມາອອກແຈ້ງການ ຈໍາກັດຄວາມເທົ່າທຽມແນວນີ້ ຫລາຍໆຄົນກໍບໍ່ພໍໃຈ ຢ່າງແຮງ ເພິ່ນຈໍາກັດບໍ່ໃຫ້ ມີການປະກວດທີ່ເປັນ ຂອງພວກອັນນ່າ LGBT ອີ່ຫຍັງ ສ່ວນຫລາຍ ຂອງລາວຄົນດັງກໍຫລາຍ ເປັນດາຣາ ຫລືວ່າຄົນທີ່ມີຊື່ສຽງ ເພິ່ນກໍອອກມາເວົ້າມາຫຍັງ.

ພ້ອມ​ດຽວ​ກັນ​ນັ້ນ ຊາວ​ໝຸ່ມ​ລາວ​ຫລາຍ​ຄົ​ນ ກໍ​ຢາກ​ໃຫ້ສູນກາງ​ຊາວ​ໜຸ່ມ​ ປະ​ຊາ​ຊົນ​ປະ​ຕິ​ວັດ​ລາວ ທີ່​ເຮັດ​ວຽກ​ກ່ຽວ​ກັບ​ ຊາວ​ໜຸ່ມ​ລາວ​ໂດຍ​ຕຣົງ ສ​ນັບ​ສ​ນູນ ສົ່ງ​ເສີມ​ຄວາມ​ຫລາ​ກ​ຫລາຍ ​ທາງ​ເພດ ໃຫ້​ຫລາຍ​ຂຶ້ນ ຍ້ອນ​ກຸ່ມ​ຄົນ​ດັ່ງ​ກ່າວ ຕ້​ອງ​ການ​ການຍອມ​ຮັບ ແລະ​ການ​ປະ​ຕິ​ບັດ​ຕໍ່ ຄື​ກັນ​ກັບ​ຄົນ​ອື່ນໆ​ໃນ​ສັງ​ຄົມ.

ດັ່ງ​ຊາວ​ໜຸ່ມ​ລາວ ​ຢູ່​ເມືອງ​ຫົງ​ສາ ແຂວງ​ໄຊ​ຍະ​ບູ​ຣີ​ຜູ້​ນຶ່ງ ກ່າວ​ໃນ​ມື້​ດຽວ​ກັນ​ນີ້​ວ່າ:

ເອີ! ນ່າຈະບໍ່ ບໍ່ເຄີຍເຫັນຈັກເທື່ອ ໂຕນີ້ເຮົາກະບໍ່ຮູ້ວ່າ ຈຸດປະສົງເພິ່ນແມ່ນຫຍັງ ແທ້ໆຫັ້ນນ່າ ກໍບໍ່ເຫັນດີນໍາເພິ່ນຫັ້ນແຫະ ເພິ່ນກໍຢາກປະກາດ ຄວາມເທົ່າທຽມຫັ້ນແຫລະ ຈັດໄປ ຢາກເຫັນ ຄວາມເທົ່າທຽມ.  ສນັບສນູນກັນທຸກຮູບແບບຫັ້ນແຫລະ ບັນດາກະເທີຍ, ເກບໍ່ ອີ່ຫຍັງຫັ້ນແຫລະ ກໍຄືຜູ້ຍິງ ຢາກມີບົດບາດເທົ່າທຽມຜູ້ຊາຍ ກະເທີຍກໍເຊັ່ນກັນ. ຄັນເຮົາໄປປິດກັ້ນໄປອັນນັ້ນອັນນີ້ເຂົາ ມັນກໍບໍ່ຖືກຕ້ອງ ໃນຍຸກສມັຍນີ້ຫັ້ນນ່າ.

ນັບຕັ້ງແຕ່ແຈ້ງການບັບດັ່ງກ່າວ ຖືກເຜີຍແພ່ໃນມື້ວັນທີ 14 ກັນຍານີ້ມາ, ຊາວໜຸ່ມ, ດາຣາ, ສິປິນ ແລະຜູ້ມີຊື່ສຽງໃນປະເທດລາວຫລາຍຄົນ ສະແດງຄວາມ ບໍ່ເຫັນດີນຳ ຜ່ານສື່ສັງຄົມອອນລາຍນ໌ ແລະທັງຕັ້ງຄຳຖາມວ່າ ຍ້ອນສາເຫດໃດ ສູນກາງ​ຊາວ​ໜຸ່ມ​ ປະ​ຊາ​ຊົນ​ປະ​ຕິ​ວັດ​ລາວ ຈຶ່ງ​ອອກ​ແຈ້ງ​ການ​ນັ້ນ ຍ້ອນ​ທີ່​ຜ່ານ​ມາ ການ​ຈັດ​ເວ​ທີ​ປະ​ກວດ ​ກຸ່ມ​ຄົນ​ຫລາກ​ຫລາຍ​ທາງ​ເພດ (LGBTQ+) ຍັງບໍ່ຄ່ອຍ​ເຫັນ, ຍັງ​ບໍ່​ເຄີຍ​ໄດ້​ຮັບ​ອະ​ນຸ​ຍາດ ຫລື​ການ​ສ​ນັບ​ສ​ນູນ​ແນວ​ໃດ ​ຈາກ​ທາງ​ການ​ລາວເທື່ອ.

ດັ່ງ​ຊາວ​ໜຸ່ມ​ລາວ ​ຢູ່​ນະ​ຄອນ​ປາກ​ເຊ ແຂວງ​ຈຳ​ປາ​ສັກ​ຜູ່​ນຶ່ງ ເວົ້າ​ຕໍ່​ວິ​ທ​ຍຸ​ເອ​ເຊັຽ​ເສ​ຣີ​ ໃນ​ມື້​ວັນ​ທີ 15 ກັນ​ຍານີ້​ວ່າ:

ບໍ່ຄ່ອຍໄດ້ມີການ ປະກວດໂຕນີ້ເນາະ ແບບວ່າທີ່ເຂົາປະກວດ ກໍມີແຕ່ຕາມບຸນບ້ານບຸນວັດ ແບບອາໂຣເຄຫາຊື່ໆ ແຕ່ວ່າ ຄັນຖ້າສົມມຸດວ່າ ເປັນທາງການຫັ້ນ ມັນຍັງບໍ່ມີເພາະວ່າຢູ່ລາວ ປະຊາກອນມັນໜ້ອຍເນາະ ຄົນທີ່ເປັນ transgender ກໍມີໜ້ອຍແດ່ ສ່ວນຫລາຍຂະເຈົ້າກໍມີໂອກາດ ແລ້ວຂະເຈົ້າກໍຈະໄປໄທຍ ໄປຫຍັງບໍ່ຫລື ວ່າໄປປະທດເພື່ອນບ້ານ ເພື່ອວ່າຈະປະກວດອີ່ຫຍັງ ມັນກໍຈະເປັນແບບນັ້ນ ເພາະວ່າ ວົງການໂຕນີ້ມັນ ຍັງບໍ່ທັນມີຫລາຍເທື່ອວ່າຊັ້ນສາ.

ປັດຈຸບັນ ເຖິງແມ່ນວ່າ ຈະມີການເປີດກວ້າງ ແລະຍອມຮັບ​ກຸ່ມ​ຄົນ​ ຫລາກຫລາຍ​ທາງ​ເພດ ໃນ​ວົງ​ກວ້າງ ແຕ່​ກໍ​ຍັງ​ມີ ​ຜູ້​ບໍ​ລິ​ຫານ​ຈຳ​ນວນ​ນຶ່ງ ​ຍັງ​ບໍ່​ທັນ​ຍອມ​ຮັບ​ພໍ​ເທົ່າ​ໃດ.

ດັ່ງ​ຊາວ​ໜຸ່ມ​ລາວ ​ຜູ້​ດຽວ​ກັນ​ນີ້​ເວົ້າ​ວ່າ:

ຜູ້ທີ່ເປັນບໍຣິ ຫານທຸກມື້ນີ້ ສ່ວນຫລາຍກໍເປັນຄົນໃນລະບອບເກົ່າ. ໃນເຣື່ອງຄວາມເຂົ້າໃຈເພິ່ນ ບາງທີກໍອາຈບໍ່ທັນເຖິງຖອງ ເທົ່າກັບຄົນຮຸ່ນໃໝ່ນີ້. ກໍມີແຕ່ບາງບຸກຄົນຊື່ໆ ເອີ ຈະເປັນໃຜທີ່ວ່າອອກມາ ທີ່ວ່າອອກ ທີ່ວ່ານິຕິກັມ. ໂຕນີ້ ຈະເປັນໃຜທີ່ວ່າຈະຮູ້ ຄຸມວຽກງານໂຕນີ້ ຕັດສິນຊື່ໆດອກ ແຕ່ວ່າໂດຍທົ່ວໄປ ແຕ່ວ່າຂະເຈົ້າກະຍອມຮັບ ຫັ້ນແຫລະ. ມັນກໍບໍ່ໄດ້ມີບັນຫາຫຍັງດອກ ຢູ່ບ້ານເຮົານີ້ນ່າ.

ກ່ຽວ​ກັບ​ເຣື່ອງ​ສາ​ເຫດ ​ທີ່ເຮັດ​ໃຫ້ສູນກາງ​ຊາວ​ໜຸ່ມ ​ປະ​ຊາ​ຊົນ​ປະ​ຕິ​ວັດ​ລາວ ​ອອກ​ແຈ້ງ​ການ ຫ້າມບໍ່​ໃຫ້​ມີ​ການ​ຈັດ​ປະ​ກວດ ​ດັ່ງ​ກ່າວນີ້ ຜູ້​ປະ​ກອບ​ການ ​ທີ່​ເຮັດ​ວຽກ​ກ່ຽວ​ກັບ​ ລະ​ບົບ​ຄັດ​ເລືອກ​ຄົນ​ລາວ ໄປ​ປະ​ກວດ​ໃນ​ເວ​ທີ ຄົນ​ຫລາກ​ຫລາຍ​ທາງ​ເພດ ຢູ່​ຕ່າງ​ປ​ແທດ ຜູ້​ຂໍ​ສງວນ​ຊື່ ແລະ​ສຽງ​ທ່ານ​ນຶ່ງ ​ເວົ້າຕໍ່​ວິ​ທ​ຍຸ​ເອ​ເຊັຽ​ເສ​ຣີ​ວ່າ ສາ ເຫດອັນນຶ່ງກໍຄືປີທີ່ຜ່ານມາ ເມື່ອແຕ່ກີ້ນີ້  Miss International Queen ທີ່ ໄປປະກວດຫັ້ນນ່າ ກໍບໍ່ໄດ້ຜ່ານເພິ່ນຢູ່ແລ້ວ. ກໍດ້ານ ປະກວດຢູ່ແລ້ວ ກໍຄືຖືກ ຄັດເລືອກ ແລ້ວກໍແຕ່ງຕັ້ງໂຕເອງໄປ ກໍໄປ ແລ້ວກໍເວົ້າ ເຖິງຄວາມເໝາະສົມ ກິຣິຍາມາຣະຍາດ ຢູ່ເທິງເວທີສາກົນບໍ່ໂອເຄ. ບາດນີ້ກນ່າ ຈະເປັນຈຸດນຶ່ງທີ່ເຮັດ ໃຫ້ມັນເປັນການຕລົກໄປ ເຮຮາໄປຫັ້ນນ່າ.

ແລະ​ນັກ​ກົດ​ໝາຍ​ລາວ ທີ່​ເຮັດ​ວຽກ​ດ້ານ ​ຄວາມ​ເທົ່າ​ທຽມ​ທາງ​ເພດ ຮ່ວມ​ກັບ ສູນ ກາງ​ຊາວ​ໜຸ່ມ​ປະ​ຊາ​ຊົນ​ປະ​ຕິ​ວັດ​ລາວ ທ່ານ​ນຶ່ງ ຜູ້​ຂໍ​ສງວນ​ຊື່ ແລະ​ສຽງຄື​ກັນ​ນັ້ນ ກໍ​ເວົ້າ​ໃນ​ມື້​ດຽວ​ກັນ​ນີ້​ວ່າ ສູນກາງ​ຊາວ​ໜຸ່ມ​ປະ​ຊາ​ຊົນ​ປະ​ຕິ​ວັດ​ລາວ ປະ​ກາດ​ໃຫ້​ປະ​ຊາ​ຊົນ​ທົ່ວ​ໄປ​ຮັບ​ຮູ້​ວ່າ ຖ້າ​ມີ​ການ​ຈັດ​ເວ​ທີ​ ປະ​ກວດ​ແນວ​ໃດ​ກໍ​ຕາມ ທີ່ກ່ຽວ ຂ້ອງ​ກັບ​ກຸ່ມ​ຄົນ​ ຫລາກ​ຫລາຍ​ທາງ​ເພດ ທັງ​ຢູ່​ພາຍ​ໃນ ແລະ​ຕ່າງ​ປະ​ເທດ​ນັ້ນ ແມ່ນ​ເປັນ​ການ​ຈັດ​ປະ​ກວດ​ໂດຍ​ເອກ​ກະ​ຊົນ, ບໍ່​ມີ​ສ່ວນກ່ຽວ​ຂ້ອງ​ແນວ​ໃດ ​ກັບ​ທາງ​ການ ແລະ​ພາກ​ສ່ວນ​ທີ່​ກ່ຽວ​ຂ້ອງ. ທ່ານ​ເວົ້າ​ວ່າ: ສູນກາງຊາວໜຸ່ມຫັ້ນນ່າ ຂະເຈົ້າຈະບໍ່ອະນຸຍາດ. ເຂົ້າໃຈນະວ່າ ສູນກາງຊາວໜຸ່ມ ຂະເຈົ້າຈະມີໜ້າທີ່ໃນການ ເບິ່ງໃນການປະກວດອິ່ຫຍັງຕ່າງໆຊີ້ຫັ້ນນ່າ. ຄັນວ່າບໍ່ໄດ້ອະນຸຍາດ ກໍໝາຍຄວາມວ່າ ບໍ່ໄດ້ຢູ່ໃນການດູແລ ຂອງກົມກອງເພິ່ນ ວ່າຊັ້ນສາ, ແຕ່ວ່າຄັນຊິເຮັດ ກໍມີແຕ່ເປັນ private sector ໂຕນີ້ ແຕ່ກໍບໍ່ໄດ້ຮັບຮູ້ໂດຍຣັຖ ຊີ້ຫັ້ນນ່າ.

ອີງ​ຕາມໜັງ​ສືແຈ້ງ​ການ ຂອງຫ້ອງ​ການ​ສູນກາງ​ຊາວ​ໜຸ່ມ ​ປະ​ຊາ​ຊົນ​ປະ​ຕິ​ວັດ​ລາວ ​ລົງ​ວັນ​ທີ 9 ກັນ​ຍານີ້, ໂຄງ​ການ​ປະ​ກວດ ​ທີ່​ໄດ້​ຮັບ​ລິ​ຄະ​ສິດ​ ຈາກ​ຕ່າງ​ປະ​ເທດ ມາ​ຄັດ​ເລືອກ​ເອົາ ​ຊາວ​ໜຸ່ມ​ລາວ ທັງ​ເພດ​ຍິງ ແລະ​ເພດ​ຊາຍ ຈະ​ປະ​ກວດ​ພາຍ​ໃນ​ປະ​ເທດ, ຢູ່​ໃນ​ລະ​ດັບ​ພາກ​ພື້ນ ແລະ​ສາ​ກົນ ແມ່ນ​ໃຫ້​ມາ​ພົວ​ພັນ ແລະ​ຂໍ​ອະ​ນຸ​ມັດ ​ຈາກສູນກາງ​ຊາວ​ໜຸ່ມ ​ປະ​ຊາ​ຊົນ​ປະ​ຕິ​ວັດ​ລາວ ​ຕາມ​ລະ​ບຽບ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.