ເຣື້ອງທີ່ເກັບບັນທຶກໄວ້
2023-04-14
ຮອງນາຍົກຣັຖມົນຕຣີ, ຣັຖມົນຕຣີ ກະຊວງການຕ່າງປະເທດ ມີກຳນົດເດີນທາງໄປຢ້ຽມຢາມ ສປ ຈີນ, ໃນວັນທີ 16-18 ເມສາ ເພື່ອເສີມສ້າງຄວາມສຳພັນ ໃຫ້ເລິກເຊີ່ງກວ່າເກົ່າ, ສ່ວນນັກວິຊາການ ເຫັນວ່າ ຈີນບໍໍ່ຢາກໃຫ້ວຽດນາມ ເຂົ້າມາມີບົດບາດ ໃນ ສປປ ລາວ ຫຼາຍກວ່າຈີນ.
2023-04-14
ຊາວໜຸ່ມລາວ ຫຼາຍຄົນ ຖືກຂາຍໄປພະມ້າ ຫຼັງຈາກທີ່ມີຄົນຊັກຊວນໄປເຮັດ ໂດຍອ້າງວ່າ ໄດ້ເງິນເດືອນສູງ ແລະ ຜົລສຸດຖືກບັງຄັບໃຫ້ເຮັດວຽກ ເພື່ອຕົວະຕົ້ມເອົາເງິນຄົນອື່ນ ທາງອິນເຕີເນັດ ຖ້າເຮັດບໍ່ໄດ້ ກໍຖືກລົງໂທດ, ສ່ວນຈຳນວນນຶ່ງ ໄດ້ກັບຄືນບ້ານເກີດ ເມືອງນອນ ດ້ວຍການເສັຍເງິນ ຄ່າໄຖ່ໂຕ. ພາກທີ 2 (ຕອນຈົບ).
2023-04-13
ລາຄາຊີ້ນໝູ ໃນຫຼາຍເມືອງ ແລະ ຫຼາຍແຂວງ ໃນໄລຍະບຸນປີໃໝ່ລາວ ຍັງມີລາຄາສູງຂຶ້ນຢູ່ ຂະນະທີ່ພາກສ່ວນທີ່ກ່ຽວຂ້ອງ ຍັງບໍ່ສາມາດຄວບຄຸມ ໃຫ້ຄືກັນກັບໄລຍະປົກກະຕິໄດ້
2023-04-13
ຊາວລາວ ແລະ ນັກທ່ອງທ່ຽວໃນບາງແຂວງ ເຣີ່ມຫົດນໍ້າສົງການ ແລະ ເຣີ່ມສລອງບຸນປີໃໝ່ລາວ ຂະນະທີ່ ພິທີຕ່າງໆ ຕາມ ຮີດຄອງປະເພນີ ແບບເຕັມຮູບແບບ ແລະ ຍິ່ງໃຫຍ່ ຈະມີຂຶ້ນໃນວັນທີ 14 ເມສາ ນີ້.
2023-04-13
ຊາວບ້ານ ໄດ້ຮັບຄວາມເດືອດຮ້ອນ ຈາກຖນົນ ທີ່ຍັງສ້າງບໍ່ແລ້ວ ຢູ່ບ້ານດົງສະຫວາດ ເມືອງສີສັດຕະນາກ ນະຄອນຫລວງວຽງຈັນ.
2023-04-13
ຣົຖໄຟ ລາວ-ຈີນ ຂະບວນໂດຍສານ ລະຫວ່າງປະເທດ ຮອບປະຖົມມະລືກ ເຣີ່ມແລ່ນຂ້າມແດນຈາກລາວໄປຈີນ ໃນຂະນະທີ່ຜູ້ໂດຍສານ ທີ່ເດີນທາງໄປຈີນ ສ່ວນຫຼາຍແມ່ນຊາວລາວ ແລະ ຊາວຈີນ ໃນຂະນະດຽວກັນ ຣົຖໄຟ ຈີນ ຂະບວນຟູ້ຊິງ ຈະມາເຖິງ ສະຖານີນະຄອນຫຼວງວຽງຈັນ ໃນວັນດຽວກັນນີ້.
2023-04-13
ຊາວໜຸ່ມລາວ ຫຼາຍຄົນ ຖືກຂາຍໄປພະມ້າ ຫຼັງຈາກທີ່ມີຄົນຊັກຊວນໄປເຮັດ ໂດຍອ້າງວ່າ ໄດ້ເງິນເດືອນສູງ ແລະ ຜົລສຸດຖືກບັງຄັບໃຫ້ເຮັດວຽກ ເພື່ອຕົວະຕົ້ມເອົາເງິນຄົນອື່ນ ທາງອິນເຕີເນັດ ຖ້າເຮັດບໍ່ໄດ້ ກໍຖືກລົງໂທດ, ສ່ວນຈຳນວນນຶ່ງ ໄດ້ກັບຄືນບ້ານເກີດ ເມືອງນອນ ດ້ວຍການເສັຍເງິນ ຄ່າໄຖ່ໂຕ.
2023-04-12
ກອງປະຊຸມສຸດຍອດ ຄະນະກັມມາທິການແມ່ນ້ຳຂອງສາກົລ ຄັ້ງທີ 4 ໃນນະຄອນຫຼວງວຽງຈັນ ທີ່ສິ້ນສຸດລົງໄປນັ້ນ ໄດ້ເນັ້ນຢ້ຳໃຫ້ເຫັນເຖິງພັຍຂົ່ມຂູ່ ແລະ ສິ່ງທ້າທາຍຕ່າງໆ ຢູ່ເຂດແມ່ນ້ຳຂອງຕອນລຸ່ມ ອັນເນື່ອງມາຈາກ ການປ່ຽນແປງດິນຟ້າອາກາດ ແລະ ການສ້າງເຂື່ອນໄຟຟ້າ ທີ່ສ້າງຜົລກະທົບ ຕໍ່ປະຊາຊົນຫຼາຍກວ່າ 60 ລ້ານຄົນ.
2023-04-12
ກອງກວດກາປ່າໄມ້ ຜແນກກະສິກັມ ແລະ ປ່າໄມ້ ຢູ່ເມືອງໄຊເສດຖາ ແຂວງ ອັດຕະປື ຈັດພິທີຈູດທໍາລາຍ ຊາກສັດປ່າ ທີ່ຍຶດໄດ້ ລວມ 38.5 ກິໂລກຣາມ ເຊິ່ງຈຳນວນ ຊາກສັດທີ່ຍຶດໄດ້ນັ້ນ ມີສັດປ່າປະເພດຫ່ວງຫ້າມ ຫຼື ຫ້າມລ່າ ລວມຢູ່ນຳ.
2023-04-12
ການສ້ອມແປງ ເສັ້ນທາງພູເກົ້າຫຼັກ ສຳເຣັດ ຂັ້ນພື້ນຖານ ເຊິ່ງຍັງເຫຼືອການປູຢາງ ອີກຊັ້ນທີ 2 ແລະການທາສີ ເພື່ອໝາຍເສັ້ນຂອບທາງ ຂະນະທີ່ເສັ້ນທາງດັ່ງກ່າວນີ້ ມີຣົຖແລ່ນຫຼາຍ, ແຕ່ການສ້າງເສັ້ນທາງບໍ່ໄດ້ຄຸນນະພາບ ເຮັດໃຫ້ເກີດອຸບັດຕິເຫດ ເປັນປະຈຳໃນແຕ່ລະປີມີຜູ້ເສັຍຊີວິດ ຈຳນວນຫຼາຍ.
2023-04-12
ຣັຖບານລາວ ໃຫ້ບໍຣິສັດເອກກະຊົນ ສໍາຣວດຄວາມເປັນໄປໄດ້ ໃນການພັທນາໂຄງການ ພະລັງານແສງຕາເວັນ ຢູ່ແຂວງເຊກອງ ໃນເນື້ອທີ່ 1,152 ເຮັກຕ້າຣ໌ ຂະນະດຽວກັນ ຍັງບໍ່ມີຂໍ້ມູນ ຈຳນວນປະຊາຊົນ ທີ່ອາດຖືກຜົລກະທົບ.
2023-04-12
ຈົນມາເຖິງປັດຈຸບັນນີ້ ມີເນື້ອທີ່ປ່າໄມ້ ໃນເຂດພູພະນັງ ເສັຽຫາຍຫຼາຍ 100 ເຮັກຕ້າຣ໌ ເຊິ່ງໄຟໄໝ້ປ່າສງວນໃນຄັ້ງນີ້ ມີຄວາມຮຸນແຮງ ຫຼາຍກວ່າປີທີ່ຜ່ານໆມາ ແລະ ຂະນະນີ້ ຍັງບໍ່ສາມາດມອດໝົດ ຈິ່ງເກີດຜົລກະທົບ ກັບສິ່ງແວດລ້ອມທີ່ສຸດ ນອກເໜືອຈາກ ຊາວບ້ານໄດ້ຮັບຜົລກະທົບ ທາງດ້ານສຸຂພາບ.
2023-04-11
ຜແນກອຸດສາຫະກັມ ແລະການຄ້າ ໃນແຂວງຕ່າງໆໄດ້ລົງຕິດຕາມກວດກາ ການຊື້-ຂາຍສິນຄ້າ ຢູ່ຕລາດ ແລະບັນດາຮ້ານຕ່າງໆ ເພື່ອຄຸ້ມຄອງລາຄາສິນຄ້າ ໃນທ້ອງຕລາດ ບໍ່ໃຫ້ຂາຍເກີນຄວາມເປັນຈິງ, ໃຫ້ຕິດປ້າຍລາຄາຖືກຕ້ອງ ປ້ອງກັນການສວຍໂອກາດ ຂຶ້ນລາຄາສິນຄ້າ ໃນໄລຍະສລອງປີໃໝ່ລາວນີ້.
2023-04-11
ປີ້ຣົຖໄຟຂ້າມແດນ ລາວ-ຈີນ ເປັນມື້ທຳອິດ ທັງເປີດຂາຍປີ້ຜ່ານແອັບພລິເຄຊັນ ແລະ ຢູ່ສະຖານີຣົຖໄຟ ບາງແຫ່ງ, ການເປີດນຳໃຊ້ ຂະບວນຣົຖໄຟ ຂ້າມແດນ ລາວ-ຈີນ ຢ່າງເປັນທາງການ ເຣີ່ມວັນທີ 13 ເມສາ 2023 ນີ້.
2023-04-11
ນັກທ່ອງທ່ຽວຈີນ ເດີນທາງເຂົ້າປະເທດລາວຫຼາຍຂຶ້ນ ໂດຍສະເພາະ ແຂວງຫຼວງພຣະບາງ ແລະເມືອງວັງວຽງ ດ້ວຍການຈັດບໍຣິການ ທ່ອງທ່ຽວ ຄົບວົງຈອນ ຫຼື ທົວຣ໌ ສູນຫຼຽນ ເຮັດໃຫ້ລາຍໄດ້ຕ່າງໆ ທີ່ເກີດຂຶ້ນຈາການທ່ອງທ່ຽວ ພາຍໃນປະເທດລາວ ຕົກຢູ່ໃນມື ຂອງນັກທຸຣະກິຈຈີນ ທັງໝົດ.