ຮອງນາຍົກ ຈະໄປຢ້ຽມຢາມຈີນ ເພີ່ມທະວີ ຄວາມຮ່ວມມື ໃຫ້ເຂັ້ມແຂງຍິ່ງຂຶ້ນ

ສິດນີ
2023.04.14
ຮອງນາຍົກ ຈະໄປຢ້ຽມຢາມຈີນ ເພີ່ມທະວີ ຄວາມຮ່ວມມື ໃຫ້ເຂັ້ມແຂງຍິ່ງຂຶ້ນ ທ່ານ ສະເຫຼີມໄຊ ກົມມະສິດ ຮອງນາຍົກຣັຖມົນຕຣີ ແລະຣັຖມົນຕຣີ ກະຊວງການຕ່າງປະເທດ.
ຮູບພາບ: ປກສ

ທ່ານ ສະເຫຼີມໄຊ ກົມມະສິດ ຮອງນາຍົກຣັຖມົນຕຣີ ແລະຣັຖມົນຕຣີ ກະຊວງການຕ່າງປະເທດລາວ ມີກຳນົດເດີນທາງໄປຢ້ຽມຢາມຈີນ ຢ່າງເປັນທາງການ ລະວ່າງວັນທີ 16-18 ເມສາ 2023 ທີ່ຈະມາເຖິງນີ້ ຕາມຄຳເຊີນຂອງທ່ານ ສິນ ກາງ (Qin Gang) ທີ່ປຶກສາແຫ່ງຣັຖ ແລະຣັຖມົນຕຣີ ກະຊວງການຕ່າງປະເທດຈີນ ຫລັງຈາກຜູ້ນຳວຽດນາມ ມາຢ້ຽມຢາມລາວ. ໂດຍແຈ້ງການຂອງ ກະຊວງການຕ່າງປະເທດລາວ ລະບຸວ່າ ຈຸດປະສົງ ຂອງການໄປຈີນຢ້ຽມຢາມດັງກ່າວ ແມ່ນເພື່ອສືບຕໍ່ເສີມຂຍາຍ ສາຍພົວພັນມິຕພາບ ທີ່ເປັນມູນເຊື້ອ ແລະການຮ່ວມມື ແບບຄູ່ຮ່ວມຍຸທະສາດ ຮອບດ້ານ ໃຫ້ໝັ້ນຄົງ ຍາວນານ ແລະເລິກເຊິ່ງກວ່າເກົ່າ.

ກ່ຽວກັບຄວາມສຳພັນ ລາວ-ຈີນ, ຊາວລາວ ແລະນັກວິຊາການລາວ ກໍມີຄວາມເຫັນແຕກຕ່າງກັນ ຊາວໜຸ່ມລາວ ທ່ານນຶ່ງກ່າວຕໍ່ວິທຍຸ ເອເຊັຽເສຣີ ວ່າ ໃນປັດຈຸບັນ ມີຊາວຈີນ ເຂົ້າມາເຮັດວຽກຢູ່ລາວ ເປັນຈຳນວນຫຼາຍ. ເຊິ່ງກໍ່ມີທັງສ້າງຄວາມເດືອດຮ້ອນ ໃຫ້ແກ່ປະຊາຊົນລາວ ແລະມີທັງສ້າງວຽກເຮັດງານທຳ ໃຫ້ຊາວລາວ.

ດັງຊາວທ່ານກ່າວວ່າ:

“ຄັນມາແບບບໍ່ຖືກກົດໝາຍຂອງ ສປປ ລາວ ມັນກໍ່ສ້າງຄວາມເດືອດຮ້ອນ ໃຫ້ກັບປະຊາຊົນຢູ່ແລ້ວໂຕນີ້. ໂດຍສະເພາະຂ່າວທີ່ວ່າ ເຫັນແຊກັນ ຢູ່ໃນສັງຄົມອ໋ອນລາຍນ໌ ອິຫຍັງຫັ້ນແຫຼະ ມັນກະສ້າງຄວາມເດືອດຮ້ອນ ໃຫ້ແກ່ປະຊາຊົນ. ແຕ່ວ່າບາງສ່ວນທີ່ວ່າ ເຂົາເຈົ້າມາລົງທຶນ ແລະກະສ້າງວຽກເຮັດງານທຳ ໃຫ້ກັບຄົນລາວ ຢູ່ໃນປະເທດລາວ ອັນນີ້ກໍ່ເປັນຂໍ້ດີຄືກັນ.”

ເປັນທີ່ໜ້າສັງເກດວ່າ ການໄປຢ້ຽມຢາມຈີນ ຂອງທ່ານ ດຣ. ສະເຫຼີມໄຊ ກົມມະສິດ ໃນເທື່ອນີ້ ແມ່ນເກີດຂຶ້ນພາຍຫຼັງທີ່ ທ່ານ ຫວໍ ວັນ ເຖືອງ ປະທານປະເທດວຽດນາມ ຫາກໍ່ສຳເຣັດ ການຢ້ຽມຢາມລາວ ພຽງ 1 ສັບປະດາ ເຊິ່ງຊາວລາວ ແລະນັກວິຊາການ ຈຳນວນນຶ່ງ ກໍສແດງທັສນະວ່າ ລາວ ກຳລັງຢູ່ໃນການຍາດແຍ່ງອິດທິພົນ ລະຫວ່າງຈີນກັບວຽດນາມ.

ທາງດ້ານ ຊາວລາວ ອີກທ່ານນຶ່ງ ກ່າວວ່າ ການເຂົ້າມາລາວຂອງນັກລົງທຶນຈີນ ໄດ້ສ້າງປໂຍດ ໃຫ້ແກ່ລາວ ຫຼາຍກວ່າ ເມື່ອສົມທຽບກັບວຽດນາມ. ເຖິງແມ່ນວ່າ ຈີນຈະຕ້ອງການຜົລປໂຢດ ໃນການລົງທຶນຂອງເຂົາເຈົ້າຢູ່ລາວກໍຕາມ.

ດັງທີ່ທ່ານ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ວັນດຽວກັນນີ້ວ່າ:

“ຈີນຫັ້ນນ່າ, ກໍ່ບໍ່ແມ່ນວ່າເຂົາດີ ແຕ່ວ່າເຂົາມີເປີເຊັນດີກວ່າວຽດຫຼາຍ. ເວົ້າເຣື່ອງຜົລປໂຢດໃຫ້ກັບລາວນ່າ ຈີນຍັງມີຫຼາຍກວ່າວຽດ ວຽດນີ້ບໍ່ມີ ແຕ່ຈີນນີ້ ເຂົາເອົາເດີ້ ແຕ່ເຂົາສ້າງ ທາງດ່ວນນໍ ຣົຖໄຟນໍ ມັນຄືມີແນວແບບວ່າ ຕອບແທນເຮົາຫັ້ນນ່າ. ມີຜົລປໂຢດຈາກເຂົາ ແລະເຂົາກໍ່ມີຜົລປໂຢດໃຫ້ເຮົານຳ.”

ໃນຂະນະທີ່ ອາຈານ ສຸເຈນ ກັນພະຣິດ ນັກວິຊາການອິສຣະ ດ້ານເອເຊັຽຕາເວັນອອກ ສ່ຽງໃຕ້ກ່າວວ່າ ສຖານທີ່ຕັ້ງຂອງປະເທດລາວ ເປັນບ່ອນທີ່ສາມາດເຊື່ອມໂຍງ ການຄົມນາຄົມ-ຂົນສົ່ງ. ລາວຈຶ່ງຕ້ອງການເພິ່ງພາທຶນ ຈາກຕ່າງປະເທດ ເຊິ່ງຈີນເປັນແຫຼ່ງທຶນ ທີ່ສາມາດເຮັດໃຫ້ລາວ ເປັນຈຸດເຊື່ອມໂຍງດັງກ່າວ, ແຕ່ລາວ ກໍ່ຕ້ອງຕີຣາຄາວ່າ ຈະຕ້ອງຮັກສາຄວາມສົມດຸນ ການລົງທຶນຂອງຈີນ ແນວໃດ.

ດັງທີ່ທ່ານ ກ່າວວ່າ:

“ລາວນີ້ ຈາກເດີມທີ່ເປັນປະເທດ ທີ່ບໍ່ມີທາງອອກສູ່ທະເລ ຈະກາຍເປັນຈຸດເຊື່ອມການຄົມນາຄົມ ເຊື່ອມການໄຫຼວຽນ ຂອງສິນຄ້າ ແລະບໍຣິການ ໃນພູມິພາກ. ເຊິ່ງທຶນຈີນ ກໍ່ມາຕອບໂຈດ ນີ້ພໍດີເລີຍ. ດັງນັ້ນ, ຖ້າລາວ ບໍ່ຫາປໂຢດ ຫຼືບໍ່ຮັບ ກໍ່ເປັນການດຳເນີນນະໂຍບາຍ ທີ່ອາຈຜິດພາດ ເລີຍກໍ່ວ່າໄດ້ ໃນແງ່ມູມຂອງ ຜົລປໂຢດແຫ່ງຊາຕ. ເຮັດແນວໃດ ທີ່ຈະຮັກສາສົມດຸນ ທຶນຂອງຈີນ ທີ່ເຂົ້າມາລາວ ຢ່າງມະຫາສານນີ້ໃຫ້ໄດ້.”

ທ່ານກ່າວຕື່ມວ່າ: ລາວມີພາຣະໜີ້ຕໍ່ຈີນ ເປັນຈຳນວນຫຼາຍ ເຮັດໃຫ້ຣັຖບານລາວ ຈະຕ້ອງຄຶດຫາວິທີທາງເພື່ອ ບໍ່ໃຫ້ຕົນເອງ ກາຍເປັນປະເທດ ທີ່ບໍ່ສາມາດຈ່າຍໜີ້ໄດ້ ແລະຕ້ອງສູນເສັຽ ຜົລປໂຍດຂອງຊາຕ ບາງຢ່າງ ໃຫ້ແກ່ຈີນ.

“ຈາກສະຖິຕິທີ່ ຂ້ອຍກວດສອບມານີ້, ສັດສ່ວນໜີ້ສາທາຣະນະຕໍ່ GDP ຂອງລາວ  ຫຼາຍກວ່າເຄິ່ງ ແມ່ນຈີນເປັນເຈົ້າໜີ້. ເຣື່ອງນີ້, ລາວກໍ່ຕ້ອງລະມັດລະວັງ ເປັນຄວາມທ້າທາຍວ່າ ຈະບໍ່ໃຫ້ໂຕເອງ ຕົກໄປຢູ່ໃນບ່ອນນັ່ງແບບ ປະເທດສີລັງກາ ທີ່ລົ້ມລະລາຍ ແລະຕ້ອງໃຫ້ຈີນ ເຊົ່າທ່າເຮືອໄປ. ຂ້ອຍຄຶດວ່າ ຣັຖບານລາວ ຕ້ອງຄຶດ.”

ສ່ວນ ອາຈານ ອະດິສອນ ເສມແຍ້ມ ນັກວິຊາການ ດ້ານລາວສຶກສາ ຢູ່ສະຖາບັນເອເຊັຽສຶກສາ ຈຸລາລົງກອນມະຫາວິທຍາລັຍ ປະເທດໄທຍ ກ່າວວ່າ ໃນບັນດາຄະນະຜູ້ນຳລາວ ມີທັງກຸ່ມທີ່ນິຍົມຈີນ ແລະວຽດນາມ ເຊິ່ງທ່ານເຫັນວ່າ ຜູ້ນຳລາວໃນປັດຈຸບັນ ເຣີ່ມມີທ່າທີ ກັບໄປຫາວຽດນາມຫຼາຍຂຶ້ນ ແລະອາຈເຮັດໃຫ້ຈີນ ບໍ່ເຊື່ອໃຈກັບຜູ້ນຳລາວປັດຈຸບັນ ປານໃດ.

ດັງທີ່ທ່ານ ກ່າວວ່າ:

“ປີກຂອງ (ບັນດາຜູ້ນຳ) ຂ້າງໃນ ມັນມີຄວາມສຳພັນກັບຈີນຢູ່ລະດັບນຶ່ງ. ເຂົ້າໃຈວ່າ ທ່ານ ດຣ. ສອນໄຊ ເອນໄປທາງວຽດນາມ. ເຊິ່ງຈີນ ກໍ່ຄົງບໍ່ຄ່ອຍສະບາຍໃຈປານໃດ.”

ນອກຈາກນີ້ແລ້ວ, ການໄປຢ້ຽມຢາມຈີນຂອງທ່ານ ສະເຫຼີມໄຊ ກົມມະສິດ ເທື່ອນີ້ ນັບວ່າເປັນການຢ້ຽມຢາມຈີນ ຄັ້ງທຳອິດ ພາຍຫຼັງທີ່ທ່ານ ສີນ ກາງ ໄດ້ຮັບການແຕ່ງຕັ້ງ ເປັນທີ່ປຶກສາແຫ່ງຣັຖ ແລະຣັຖມົນຕຣີ ກະຊວງການຕ່າງປະເທດຈີນ. ແລະທ່ານ ສີ ຈິ້ນຜິງ ໄດ້ຮັບການເລືອກຕັ້ງ ເປັນເລຂາທິການໃຫຍ່ ພັກຄອມມູນິສຈີນ ແລະ ປະທານປະເທດຈີນ ສໄມທີ 3 ເຊິ່ງເປັນການຍືນຍັນວ່າ ຈີນຍັງຄົງສືບຕໍ່ ໂຄງການໜຶ່ງແຖບ-ໜຶ່ງເສັ້ນທາງ ຫຼື Belt and Road Initiative (BRI) ຢູ່ໃນປະເທດລາວຕໍ່ໄປ.

ສຳລັບ ການພັທນາ ພື້ນຖານໂຄງຮ່າງ ພາຍໃຕ້ໂຄງການ BRI ຂອງຈີນ ເປັນຕົ້ນແມ່ນ ໂຄງການທາງດ່ວນລາວ-ຈີນ ລະວ່າງ ນະຄອນຫຼວງວຽງຈັນ-ວັງວຽງ ຊື່ງໃນປັດຈຸບັນ ໄດ້ມີການເປີດໃຊ້ຢ່າງເປັນທາງການແລ້ວ, ແລະໂຄງການທາງຣົຖໄຟ ລາວ-ຈີນ ເຊິ່ງໄດ້ເປີດໃຊ້ ມາແຕ່ປີ 2021 ແລະຫາກໍ່ມີການເປີດເດີນຣົຖໄຟ ລະຫວ່າງປະເທດ ຈາກນະຄອນຫຼວງວຽງຈັນ ຫານະຄອນຄຸນໝິງ ປະເທດຈີນ ໃນວັນທີ 13 ເມສາ 2023 ທີ່ຜ່ານມາ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.