ທ່ານ ພົງສະຫວັນ ສິລິພັນ ເຈົ້າເມືອງ ເມືອງສັງທອງ ນະະຄອນຫຼວງວຽງຈັນໃຫ້ສັມພາດ ຕໍ່ສື່ມວນຊົນລາວວ່ານັບແຕ່ວັນທີ 20 ມີນາຈົນມາເຖິງປັດຈຸບັນ ຄາດຄະເນວ່າມີເນື້ອທີ່ ປ່າໄມ້ຢູ່ປ່າສງວນແຫ່ງຊາຕພູພະນັງ ເສັຽຫາຍຫຼາຍກ່ວາ 120 ເຮັກຕ້າຣ໌. ປັດຈຸບັນເຂດດັ່ງກ່າວ ໄຟຍັງບໍ່ດັບມອດໝົດຢູ່ 2 ຈຸດຄື ຈຸດບ້ານນາຫອຍ ແລະ ຈຸດບ້ານກົ້ວ ຍ້ອນເປັນຈຸດທີ່ມີຄວາມຫຍຸ້ງຍາກ ໃນການດັບມອດ ເພາະເປັນເຫວເລິກ, ພູສູງຊັນ. ໂດຍທາງອົງການປົກຄອງເມືອງ ມີແຜນສົ່ງກຳລັງ ປກສ-ປກຊ ແລະ ພໍ່-ແມ່ ປະຊາຊົນເຂດໃກ້ຄຽງຂຶ້ນໄປມອດໄຟຕື່ມ.
ດັ່ງເຈົ້າໜ້າທີ່ ທີ່ກ່ຽວຂ້ອງນະຄອນຫຼວງວຽງຈັນ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນວັນທີ 12 ເມສານີ້ວ່າ:
“ມັນຍັງຢູ່ 2 ຈຸດຈຸດນາຫອຍ ກັບຈຸດບ້ານກົ້ວກຳລັງ ຕຣຽມ ກຳລັງມອດມື້ນີ້ແຫຼະ ມັນເປັນພູພະນັງ ມັນເປັນຜາ ມັນເປັນພູສູງຊັນ ແຕ່ວ່າເພິ່ນຕຣຽມລົງ ແລ້ວມື້ນີ້ຫັ້ນນ່າ.”
ສ່ວນຄວາມຫຍຸ້ງຍາກ ໃນການມອດໄຟ ໃນໄລຍະຜ່ານມາ ແມ່ນອຸປະກອນມອດໄຟ ມີຈຳກັດໂດຍສະເພາະ ບັ້ງສີດນໍ້າ ແລະຈັກເພື່ອນຳໄປຕັດແລວໄຟ, ມອດໄຟເພື່ອໃຫ້ໄຟດັ່ງກ່າວ ບໍ່ລຸກລາມໄປເປັນບໍຣິເວັນກ້ວາງ.
ດັ່ງເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ເມືອງສັງທອງ ກ່າວໃນມື້ດຽວກັນວ່າ:
“ນຶ່ງກໍຄືບັງ ທີ່ເຮົາເປ້ນໍ້າໃສ່ ນໍ້າເປ້ໄປສີດຫັ້ນ ອັນທີສອງ ກໍແບບຈັກທີ່ ເຮົາພົ່ນແລ້ວ ໃບໄມ້ມັນປີວອອກມາຫັ້ນນ່າ ເພາະວ່າເຮົາຈະໄປຕັດແລວເນາະ ແລ້ວຈຸດໄປກະທົບໃສ່ກັບ ບ່ອນທີ່ມັນໄໝ້ຫັ້ນນ່າ ເຮົາຈະເຂົ້າໃກ້ມັນຍາກເດ້ ບາງຈຸດຫັ້ນນ່າຈຳນວນຈຸດ ທີ່ມັນໄໝ້ແຫ້ງແລ້ວເຮົາເຂົ້າໃກ້ ມັນບໍ່ໄດ້ຖ້າມີຟ້າ-ລົມມັນໄປເທື່ອລະ 5 ແມັດ 10 ແມັດ ພູ້ນແລ້ວມັນປີວໄປຫັ້ນນ່າ ຟ້າ-ລົມພັດ ໄປຫັ້ນນ່າແລ້ວເຮົາຕ້ອງໄປຕັດແລວ ແລ້ວກໍຈູດລັດເຂົ້າຫາ ມັນຫັ້ນນ່າ.”
ທ່າວກ່າວຕື່ມວ່າ ໄຟໄໝ້ລາມປ່າ ໃນຄັ້ງນີ້ ຍັງຂາດງົບປະມານ ໃຫ້ພະນັກງານ ແລະຊາວບ້ານ ທີ່ເປັນເຈົ້າການດັບໄຟ ຊ່ອຍກັນໂດຍສະເພາະ ງົບປະມານດ້ານອາຫານ ແລະເຄື່ອງດື່ມ. ປັດຈຸບັນພະນັກງານ ແລະ ຊາວບ້ານ ກໍເຣີ່ມອິດເມື່ອຍ ແລ້ວຍ້ອນພາກັນດັບໄຟຫຼາຍເທື່ອ ແຕ່ລະເທື່ອກໍດັບໄຟຕິດຕໍ່ກັນ 2-3 ມື້.
ໄຟປ່າທີ່ເກີດຂຶ້ນໃນຄັ້ງນີ້ ຖືວ່າເປັນໄຟໄໝ້ລາມປ່າທີ່ຮຸນແຮງ ຫຼາຍທີຜ່ານມາ ຊາວເມືອງສັງທອງ ໂຊກດີທີ່ໄຟໄໝ້ລາມປ່າຄັ້ງນີ້ ບໍ່ໄດ້ສ້າງຜົລເສັຽຫາຍ ຕໍ່ດ້ານຊັພສິນ ຂອງພໍ່ແມ່ປະຊາຊົນ ເປັນຕົ້ນຖຽງໄຮ່ ຖຽງນາ, ເຮືອນຊານບ້ານຊ່ອງ, ໄຮ່ນາຮົ້ວສວນ ແຕ່ໄຟໄໝ້ລາມປ່າເທື່ອນີ້ ສົ່ງຜົລກະທົບຕໍ່ສິ່ງແວດລ້ອມໂດຍສະເພາະ ຕົ້ນໄມ້ຂນາດນ້ອຍ ພາຍໃນປ່າຈຳນວນບໍ່ໜ້ອຍ ຖືວ່າດັບສູນແລ້ວ.
ດັ່ງເຈົ້າໜ້າທີ່ ທີ່ກ່ຽວຂ້ອງອີກທ່ານນຶ່ງ ກ່າວໃນມື້ດຽວກັນວ່າ:
“ອັນທີ່ດີທີ່ສຸດ ບໍ່ຜົລກະທົບ ຕໍ່ອັນນ່າຊັພສິນ ຂອງພໍ່ແມ່ປະຊາຊົນຫັ້ນ, ປະຊາຊົນເຂົ້າໄປບຸກລຸກ ຫຼາຍສັດປ່າມັນບໍ່ຢາກມີຫຼາຍປານໃດ ມັນກໍເຄື່ອນຍ້າຍໄປ ໝ້ອງທີ່ຄົນບໍ່ບຸກລຸກພຸ້ນ ພວກໄມ້ນ້ອຍນີ້ ກໍຖືວ່າຕາຍໝົດລະ ຫຼຽວໄປດຽວນີ້ຫັ້ນ ກໍເປັນແຫ້ງກອບ ອອກມາແລ້ວເປັນໄມ້ເຮັ້ຍ ໄມ້ພາງ ບໍ່ ເປັນໄມ້ຕີ້ວຕົ້ນສໍ່າແຂນ ສໍ່າຂາສໍ່າຄຸສໍ່າຫຍັງນີ້ ກໍຖືວ່າດັບສູນສ່ວນຫຼາຍແລ້ວ.”
ທ່ານກ່າວຕື່ມວ່າ ສ່ວນຕົ້ນໄມ້ຂນາດໃຫຍ່ ໃນປ່າສງວນແຫ່ງຊາຕ ກໍຈະມີບາງຕົ້ນຖືກໄຟໄໝ້ ຍ້ອນລຳຕົ້ນແລະໃບໄມ້ມີຄວາມແຫ້ງກອບ ສ່ວນຕົ້ນໃດມີຄວາມຊຸ່ມຊື່ນ ທັງລຳຕົ້ນ ແລະໃບໄມ້ຈະບໍ່ຖືກໄຟໄໝ້.
ສະຖານະການໄຟໄໝ້ລາມປ່າ ຢູ່ຕາມລຽບສາຍພູພະນັງ ພາຍໃນເມືອງສັງທອງ ເຣີ່ມດີຂຶ້ນແລ້ວ ເນື່ອງຈາກປະຊາຊົນ ແລະ ເຈົ້າໜ້າທີ່ ເປັນເຈົ້າການດັບໄຟນຳກັນ. ສ່ວນວ່າ ສາເຫຕຢູ່ຕາມລຽບພູພະນັງ ມີໄຟໄໝ້ລາມປ່າຮຸນແຮງ ກວ່າທີ່ຜ່ານມາ ຍ້ອນວ່າ ປະຊາຊົນຈູດໄຮ່ ເພື່ອປູກມັນຕົ້ນ ແລ້ວເຮັດແລວປ້ອງກັນໄຟ ບໍ່ກ້ວາງ.
ດັ່ງຊາວບ້ານຢູ່ເມືອງສັງທອງ ກ່າວໃນມື້ດຽວກັນວ່າ:
“ປີທີ່ຜ່ານມາ ໄຟໄໝ້ລາມປ່າ ກໍມີ ແຕ່ວ່າມັນກໍມີໜ້ອຍຫັ້ນນ່າ ແຕ່ວ່າປີນີ້ ມັນແຮງ ຕອນຊ່ວງຫັ້ນ ກໍເພິ່ນກໍເຮັດເປັນປູກ ອັນຢາງພາຣາ ແລ້ວກໍມາຊ່ວງນີ້ ຊ່ວງປີສອງປີນີ້ ກໍເພິ່ນຮັບຊື້ມັນຕົ້ນ ຫຼາຍຫັ້ນນ່າ ກໍເລີຍວ່າປູກມັນຕົ້ນ.”
ຜ່ານມາໄຟໄໝ້ລາມປ່າ ຢູ່ປ່າສງວນແຫ່ງຊາຕ ພູພະນັງເປັນຕົ້ນໃນປີ 2019 ມີໄຟໄໝ້ປ່າ ສງວນພູພະນັງແຕ່ວັນທີ 7-12 ມີນາ 2019 ຈຳນວນ 2 ຈຸດ ຄືເຂດບ້ານເພັຍລາດ ແລະ ເຂດບ້ານທ່ານາຂາມ ລວມທັງໝົດ 20 ເຮັກຕ້າຣ໌ ອີງຕາມທ່ານຮ້ອຍເອກ ອຳຫຼ້າ ສິງສະໄໝ ຫົວໜ້າການເມືອງ ກອງຮ້ອຍທະຫານຮາບ 303 ໃຫ້ສັມພາດຕໍ່ສື່ມວນຊົນ ໃນວັນທີ 14 ມີນາ 2019 ຜ່ານມາ.