ຊາກສັດປ່າ ປະເພດຫ້າມລ່າ ຖືກເຈົ້າໜ້າທີ່ຍຶດໄດ້ ພ້ອມທຳລາຍຖິ້ມ
2023.04.12

ໃນມື້ວັນທີ 10 ເມສາ 2023 ທີ່ຜ່ານມາ ກອງກວດກາປ່າໄມ້ ຜແນກກະສິກັມ ແລະ ປ່າໄມ້ ຢູ່ເມືອງໄຊເສດຖາ ແຂວງ ອັດຕະປື ຈັດພິທີຈູດທໍາລາຍຊາກສັດປ່າ ທີ່ຍຶດໄດ້ຈາກນັກລ່າສັດປ່າ ທີ່ຜິດກົດໝາຍ ລວມ 38.5 ກິໂລກຣາມ ແບ່ງເປັນ ເຫງັນ 5 ໂຕ, ນ້ໍາໜັກ 9.5 ກິໂລ ແລະ ເໝັ້ນ 4 ໂຕ, ນ້ໍາໜັກ 29 ກິໂລກຣາມ.
ກ່ຽວກັບເຣຶ່ອງນີ້ ຜູ້ກະທໍາຜິດ ແມ່ນເປັນຄົນລາວ ທີ່ຖືກຈັບໄດ້ ຂະນະກໍາລັງຂົນຍ້າຍ ຊາກສັດປ່າ ແຕ່ບໍ່ຮູ້ຄັກແນ່ວ່າ ເຂົາເຈົ້າຈະຂົນໄປບ່ອນໃດ ເມື່ອຖືກຈັບໄດ້ ກໍດໍາເນີນຄະດີ ຕາມກົດໝາຍ ຄື ສືກສາອົບຮົມ ບໍ່ໃຫ້ລ່າສັກ ແລະ ຊື້ຂາຍອີກ ແລະ ປັບໃໝ ປະມານ 500,000-1,000,000 ກີບ.
ດັ່ງ ເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ຢູ່ເມືອງໄຊເສດຖາ ແຂວງ ອັດຕະປື ທ່ານນຶ່ງ ກ່າວຕໍ່ ວິທຍຸເອເຊັຍ ເສຣີ ໃນ ມື້ວັນທີ 12 ເມສາ ນີ້ວ່າ:
“ຄົນລາວໆ ກໍາລັງຂົນຍ້າຍ ອັນນີ້ກໍບໍ່ຮູ້ຈຸດປະສົງຂອງເຂົາ ແຕ່ວ່າພວກເຮົາເຫັນ ພວກເຮົາຕ້ອງຈັບ ຕ້ອງຢຶດ ເອົາມາສືກສາອົບຮົມວ່າ ໃຫ້ຢຸດການຊື້ຂາຍສັດປ່າ ຢຸດການລ່າ ດໍາເນີນຄະດີ ສ່ວນທີ່ໄດ້ມາກໍເອົາມາທໍາລາຍຖີ້ມ.”
ທ່ານ ກ່າວຕື່ມວ່າ ການລັກລອບຄ້າສັດປ່າ ຢູ່ໃນຂັ້ນເມືອງ ແລະ ຂັ້ນແຂວງ ກໍຍັງມີຫລາຍ ຊຶ່ງກ່ອນໜ້ານີ້ ກໍມີການຈັບກຸມ ແລະ ທໍາລາຍຊິ້ນສ່ວນສັດປ່າ ຢູ່ແຂວງ ຕົວຢ່າງສັດປ່າ ຄື ເໝັ້ນ ກວາງ ແລະ ໝູປ່າ ກ່ຽວກັບການກວດກາ ເຈົ້າໜ້າທີ່ຜແນກກະສິກັມ ແລະ ປ່າໄມ້ ກໍລົງກວດກາ ພື້ນທີ່ປ່າ ຖນົນເສັ້ນທາງ ຣົຖເມ ທີ່ອອກໄປວຽດນາມ ແລະ ຕລາດ ຢູ່ຕລອດ ຊຶ່ງ ຕາມຕລາດຈະກວດກາ ເປັນປະຈໍາທຸກໆ 2-3 ມື້, ນອກຈາກນີ້ ຍັງໄດ້ປະຊາສໍາພັນ ໂຄສະນາ ຕັກເຕືອນ ປະຊາຊົນ ຜ່ານວິທຍຸ ແລະ ໂທລະໂຄ່ງ ຢູ່ຂັ້ນບ້ານນໍາອີກ.
ດັ່ງຊາວບ້ານ ຢູ່ເມືອງໄຊເສດຖາ ແຂວງອັດຕະປື ນາງນຶ່ງ ກ່າວວ່າ:
“ມີຢູ່ ແຕ່ເປັນຕລາດຕອນເຊົ້າ ຊໍາ 5 ໂມງ 6 ໂມງ ເພາະວ່າຄັນສວຍໆ ມັນກະຊິໜົດຫັ້ນນ່າ ສ່ວນຫລາຍຊິແມ່ນຮ້ານ ນຶ່ງ ຫາ 2 ຮ້ານ ເຂົາເຈົ້າມາແຕ່ແຖວໆ ນອກໆ ຫັ້ນນ່າ ຂ້າເຈົ້າກໍເອົາມາຂາຍ ຕາມເຫັນຫັ້ນ ແຕ່ລະເທື່ອກໍເຫັນໄດ້ຢູ່ ແບບກໍເປັນໂຕເລີຍ ໂຕເປັນນີ້ແຫລະ.”
ຊາວບ້ານອີກທ່ານນຶ່ງ ຢູ່ເມືອງໄຊເສດຖາ ກ່າວວ່າ ເຖິງແມ່ນວ່າທາງການ ຫ້າມບໍ່ໃຫ້ມີການລ່າສັດ ແລະ ຂາຍສັດປ່າກໍຕາມ ແຕ່ຍັງມີຊາວບ້ານ ລັກຍິງ ລັກຊື້ຂາຍສັດປ່າ ຢູ່. ນອກຈາກ ເຫງັນ, ເໝັ້ນ ຍັງມີລັກລອບຂາຍ ບ່າງ ແລະ ໄກ່ປ່າ ນໍາອີກ.
ດັ່ງ ຍານາວກ່າວວ່າ:
“ສັດປ່າ ເຂົາບໍ່ໃຫ້ຂາຍຈັງໃດນ່າ ແຕ່ປະຊາຊົນເຂົາລັກຍິງ ລັກຊື້ ລັກຂາຍກັນຊື່ໆ ສ່ວນຫລາຍຂ້າເຈົ້າຢູ່ບ້ານນອກ ບ້ານນາ ໄປປ່າໄປດົງແລ້ວເຂົາກະຍິງ ເຫັນແລ້ວເຂົາກໍຍິງມາ ແລ້ວກໍເອົາມາຕາມເທິງຕາມໃດ ຫັ້ນນ່າ ເປັນໂຕໄກ່ ເປັນໂຕບ່າງ ເປັນໂຕເໝັ້ນ ນີ່ຫນາ ກໍເຈົ້າໜ້າທີ່ເຂົາລົງໄປ ແລະ ເຂົາກໍບໍ່ໃຫ້ຂາຍ ຄົນຂາຍບາງເທື່ອ ເຂົາເຈົ້າກໍໄດ້ມາ ກໍມາລັກຂາຍອີກຫັ້ນນ່າ.”
ສໍາລັບສັດປ່າ ປະເພດ ເຫັງນ ແລະ ເໝັ້ນ ນັ້ນນິຍົມ ນໍາໄປຄົວກິນເປັນອາຫານ ແລະ ໂຕເປັນໆ ກໍນິຍົມນໍາເອົາໄປລ້ຽງ ແລະ ຊື້-ຂາຍ ຕາມຕລາດ ຫລື ຕາມແຄມທາງ ໃນ ລາຄາ ໂຕເໝັ້ນ ທີ່ຕາຍແລ້ວ ຢູ່ທີ່ ກິໂລກຣາມ ລະ 100,000 ກີບ ຖ້າຫາກຍັງມີຊີວິຕຢູ່ ລາຄາຈະຢູ່ທີ່ 200,000-250,000 ກີບ ຫລື ປະມານ 400-500 ບາທ ສ່ວນໂຕ ເຫງັນ ລາຄາ ຊື້-ຂາຍ ໂຕເປັນ ຢູ່ 1000 ບາທ ແລະ ໂຕຕາຍຢູ່ທີ່ 200 ບາທ.
ດັ່ງ ພໍ່ຄ້າຮັບຊື້ສັດປ່າ ຢູ່ລາວ ທ່ານນຶ່ງ ກ່າວວ່າ:
“ໂຕເໝັ້ນ ໂຕຕາຍປະມານ 100,000 ກີບ ປະມານ 200 ບາທ ຖ້າໂຕເປັນປະມານໂຕ 400 ໂລນຶ່ງ 400 ຫລື 500 ເຫງັນ ນີ້ ລາຄາສູງຫນາ ໂຕເປັນໂລນຶ່ງ 1000 ບາທ ໂຕຕາຍກໍຖືກກັນ ໂຕຕາຍ ປະມານໂລນຶ່ງ 200 ບາທ ກ່າຕ່າງກັນເນາະ ລາຄາຫນາ ແບບໂຕເປັນເຂົາຈະເອົາມາລ້ຽງລະເນາະ.”
ເຫງັນ ແລະ ເໝັ້ນ ຢູ່ໃນບັດຊີສັດປ່າ ປະເພດຫວງຫ້າມ ຂອງປະເທດລາວ ຜູ້ລະເມີດຈະຖືກປັບໃໝ ແລະ ລົງໂທດ. ການລັກລອບຄ້າຂາຍສັດນ້ໍາ-ສັດປ່າ ປະເພດຄຸ້ມຄອງ ຜິດລະບຽບກົດໝາຍ ໃນມາຕຣາ 112-128 ຂອງກົດໝາຍ ປ່າໄມ້, ມາດຕາ 327 ຂອງກົດໝາຍແຫ່ງ ສປປ ລາວ ວ່າດ້ວຍ ມາຕການ ສຶກສາອົບຮົມ ພ້ອມກ່າວເຕືອນ.