ແຂວງອັດຕະປື ອອກແຈ້ງການສອງຄັ້ງ ໃນການຫ້າມປະຊາຊົນ ເກັບຂີ້ກະເດືອນທັມມະຊາຕ ແບບດັບສູນ ພາຍຫຼັງ ມີພໍ່ຄ້າຊາວຈີນ ສັ່ງຊື້ຜ່ານມານາຍໜ້າ ເປັນຈໍານວນຫຼາຍ. ວັນທີ 13 ກັນຍາ 2023 ທີ່ຜ່ານມາ ທີ່ຜ່ານມາ ຜແນກກະສິກັມ ແລະ ປ່າໄມ້ ແຂວງອັດຕະປື ໄດ້ແຈ້ງການຫ້າມບຸກຄົນ, ນິຕິບຸກຄົນ ທັງພາຍໃນ ແລະ ຕ່າງປະເທດ ເກັບກູ້ ຊື້-ຂາຍ ຂີ້ກະເດືອນຕາມທັມມະຊາຕ ເພື່ອເປັນທຸຣະກິຈ ໂດຍຜ່ານການເຮັດໜັງສື ສເນີຫາຂແນງປ່າໄມ້ ເດັດຂາດ ແລະ ອະນຸຍາດນໍາໃຊ້ຕາມປະເພນີ ໂດຍບໍ່ໃຫ້ນໍາໃຊ້ເຄື່ອງມື ທີ່ມີລັກສະນະດັບສູນ ເປັນຕົ້ນ ໃຊ້ໝໍ້ໄຟຊອດ.
ຕໍ່ມາໃນວັນທີ 16 ກັນຍາ 2023 ຍານາງ ວົງເດືອນ ຟອງສະໝຸດ ຮອງຫົວໜ້າຜແນກກະສິກັມ ແລະ ປ່າໄມ້ ແຂວງອັດຕະປື ໄດ້ໃຫ້ສໍາພາດຕໍ່ສື່ມວນຊົນ ແຂວງອັດຕະປື ກ່ຽວກັບແຈ້ງການດັ່ງກ່າວວ່າ ແລະ ຖືວ່າ ເປັນຄັ້ງທີ 2 ທີ່ແຂວງ ຮຽກຮ້ອງໃຫ້ປະຊາຊົນຢຸດເກັບຂີ້ກະເດືອນ ທັມມະຊາຕ ມາຂາຍ ແບບດັບສູນ ຫຼັງຈາກ ມີພໍ່ຄ້າຊາວຈີນ ສັ່ງຊື້ຜ່ານນາຍໜ້າລາວ ເປັນຈໍານວນຫຼາຍ ແລະ ມີຜົລກະທົບຕໍ່ດິນນາ.
ເຈົ້າໜ້າທີ່ກ່ຽວຂ້ອງ ແຂວງ ອັດຕະປື ໄດ້ກ່າວຕໍ່ວິທຍຸ ເອເຊັຽເສຣີ ໃນວັນທີ 19 ຕຸລາ ວ່າ:
" ແບບຊອດເອົາຫັ້ນນ່າ ທີ່ແມ່ນ ລັກສະນະແບບດັບສູນຫັ້ນ ພວກເຮົາກໍຮຽກຮ້ອງຫັ້ນແຫຼະ . ບໍ່ຢາກໃຫ້ໃຊ້ ຄັນເຫັນພຶດຕິກັມຂອງເຂົາເຈົ້ານີ້ ກໍຄື ອັນນ່າ ຊັນໄລນີ້ ຂາຍດີ້ເດ້. ຊ້ວງນີ້ນ່າ ແລ້ວກໍແຟບໄປລາດ ຂີ້ກະເດືອນຢູ່ຊັ້ນດິນ ມັນກໍອອກມາໃຫ້ເຂົາເຈົ້າຈັບ ກໍຍັງເຫັນແລ້ວວ່າ ສັງຄົມຫັ້ນ ມີການຜິດກັນ ໂຕຢ່າງ ເຈົ້າຂອງ ຈັ່ງຊີ້ເນາະ. ບາງຄົນກໍໄປຂຸດ ຂີ້ກະເດືອນຢູ່ນາຫັ້ນ ບໍຣິສັດ ມັນກໍເປັນແບບວ່າ ນາຍໜ້າ ເຮົາບໍ່ທັນໄດ້ຂຸດ ຂີ້ກະເດືອນຢູ່ນາຫັ້ນ. ອາໄສຂຸດຫັ້ນ ບໍ່ຖົມ ບໍ່ຫຍັງໃຫ້ເຂົາ ບາດນີ້ຈີນນີ້ມາ ບໍ່ແມ່ນ ມາຕັ້ງ ບໍຣິສອກ ບໍຣິສັດ ມັນກໍເປັນແບບວ່າ ນາຍໜ້າ. ເຮົາບໍ່ທັນໄດ້ອະນຸຍາດເດ້ ອັນນັ້ນ ແຮງຜິດ ເຮົາຕ້ອງໄດ້ປຶກສາຫາລືກັນ ລະຫວ່າງ ຜູ້ປະກອບການກັບພາກຣັຖ ເຮົານີ້ເນາະ. ຄັນຊື້ເຮົາກໍຕ້ອງມີກໍານົດຂອບເຂດຄັກແນ່."
ເຖິງຢ່າງໃດກໍຕາມ, ກົດໝາຍວ່າດວ້ຍສັດນໍ້າ ແລະ ສັດປ່າ ສັບບັບປີ 2017 ບໍ່ໄດ້ລະບຸໃຫ້ມີໂຄຕ້າ ເກັບຊື້ສັດປ່າຈາກທັມມະຊາຕ ຄືກັນກັບເຄື່ອງປ່າຂອງດົງ ການອະນຸຍາດໂຄຕ້າ ສໍາລັບສັດປ່ານັ້ນ ແມ່ນມີພຽງແຕ່ການອະນຸຍາດ ໂຄຕ້ານໍາເຂົ້າ ແລະ ສົ່ງອອກ ສັດປ່າທີ່ຜ່ານການລ້ຽງ ແລະ ຂຍາຍພັນເທົ່ານັ້ນ.
ເຈົ້າໜ້າທີ່ກ່ຽວຂ້ອງ ແຂວງອັດຕະປື ຜູ້ດຽວກັນນີ້ ໄດ້ກ່າວຕື່ມອີກວ່າ:
" ແບບວ່າ ຂີ້ກະເດືອນ ສູນພັນຫັ້ນ ກໍຊິເປັນອະນາຄົດ ແຕ່ວ່າ ມັນອາດຊິເຮັດໃຫ້ອັນດິນຂອງເຮົາຫັ້ນ ເສື່ອມຄຸນນະຫັ້ນແລ້ວ ວ່າ ຊັ້ນສາ . ບໍ່ມີອັນທົດແທນ ເຮົາກໍຮູ້ຢູ່ແລ້ວໃຈວ່າ ຂີ້ກະເດືອນສັດນຶ່ງທີ່ວ່າ ມັນກໍເຮັດໃຫ້ລະບົບນິເວດ ຂອງທັມມະຊາຕເນາະ ໂດຍສະເພາະ ກໍແມ່ນດິນໄຮ່ ດິນນາ ເຮົາຫັ້ນແຫຼະເນາະ. ບ່ອນໃດ ບໍ່ມີບ່ອນປ່ອຍຂີ້ກະເດືອນ ກໍບ່ອນຫັ້ນ ກໍຖືວ່າ ດິນຂາດຄວາມອຸດົມສົມບູນ. ຂີ້ກະເດືອນ ນີ້ ຂອງມັນກໍ ຮອດຣະດູການມັນ ຫຼັງຈາກມັນໄຂ່ແລ້ວ. ມັນກໍອອກມາຕາຍ ສົມມຸດ ຄືນາແລ້ງ ຈັ່ງຊີ້ເນາະ ແຕ່ວ່າ ມັນຕາຍ ມັນກໍເຮັດຊາກພືດ. ມັນກໍຂຶ້ນຄືນສູ່ຊີວິດ ແຕ່ວ່າ ອັນນີ້ ເອົາລັກສະນະແບບດັບສູນ."
ໃນເດືອນກັນຍາ ທີ່ຜ່ານມາ ລາຄາ ຂີ້ກະເດືອນແຫ້ງ ຢູ່ທີ່ 700,000 ກີບ ຕໍ່ກິໂລກກຼາມ ແຕ່ ມາຮອດເດືອນຕຸລາ ລາຄາຫຼຸດລົງມາ 500,000 ກີບ ຕໍ່ກິໂລກຼາມ ຍ້ອນວ່າ ມີຊາວໄທຍ, ວຽດນາມ, ພະມ້າ ແລະ ຈີນ ພາກັນລ້ຽງ ແລະ ເກັບຕາມທັມມະຊາຕ ເພື່ອສົ່ງຂາຍໃຫ້ໂຮງງານຜລິດຢາ ຢູ່ປະເທດຈີນ.
ຜູ້ປະກອບການຮັບຊື້ຂີ້ກະເດືອນ ໄດ້ກ່າວວ່າ:
“ຣະດູນີ້ ນີ້ຫຼາຍ ມັນເອົາງ່າຍ ເຂົາເຈົ້າໄປເລາະເກັບເອົານໍາແຄມນໍ້າ. ຊ້ວງນີ້ ບໍ່ໄດ້ຂຸດເດ້ ຖ້າກາຍຣະດູໜາວ ເດືອນ 12 ໄປແລ້ວ ກໍຫາຍາກແລ້ວ. ມັນໄຂ່ ມັນໄຂ່ໃນນໍ້າແລ້ວອອກຕາຍ. ລາຄາໂຕນີ້ ມັນລົງກໍ ກໍບໍ່ໄດ້ລົງລາຄາຫຼາຍຫັ້ນນ່າ. ປະຊາຊົນກໍຈໍານວນນຶ່ງ ເຂົາກໍໄປປູກເອົາຫຍັງບໍ່ໄດ້ກໍ 40-50 ໂລ, 20-30 ໂລ ຈັ່ງຊີ້. ເຂົາກະຊິກິນເງິນໜ້ອຍນຶ່ງ ເຮົາກໍຢູ່ເຂດນອກ ເຂົາກໍເຮັດແລ້ວ ທີ່ອ້າຍເຮັດຢູ່ຫັ້ນ. ກໍ ເຂົາເຈົ້າບໍ່ໄດ້ໃຊ້ຊອດແລ້ວ ມີແຕ່ຈີນຢ່າງດຽວ. ຈີນເອົາຢ່າງດຽວ ເອົາເຂົ້າໂຮງງານຢາສ່ວນຜສົມຂອງໂຮງງານຢາ.”
ເມືອງສນາມໄຊ ເປັນນຶ່ງໃນສາມເມືອງ ທີ່ເຄີຍມີຊາວບ້ານເກັບຂີ້ກະເດືອນໄປຂາຍ, ແຕ່ ປັດຈຸບັນຊາວບ້ານບໍ່ໄດ້ໄປເກັບແລ້ວ ຍ້ອນວ່າ ທາງການແຂວງຫ້າມ ແລະ ຊາວບ້ານກໍຢືນຢັນວ່າ ບໍ່ໄດ້ໄປຫາຂີ້ເດືອນແບບດັບສູນ.
ຊາວບ້ານ ຈາກເມືອງສນາມໄຊ ແຂວງອັດຕະປື ໄດ້ກ່າວວ່າ:
" ເອົາຈົກ ເອົາສຽມຫັ້ນແລ້ວຂຸດ ບໍ່ແມ່ນ ຊິເອົາໄຟ ເອົາຟືນຊອດເອົາ ບໍ່ແມ່ນ ບໍ່ມີດອກ ດຽວນີ້ ເຊົາແລ້ວ້ເດ້ D ອໍານາດການປົກຄອງເຂົາໃຫ້ຢຸດຕິD ບໍ່ທັນໄດ້ມີກໍານົດໂຕນີ້ ເພາະວ່າ ແບບມັນໝົດນິເວດ ກະສິກັມຂອງດິນຫັ້ນນ່າ."
ອົງການພາກປະຊາສັງຄົມ ກໍເຫັນວ່າ ທາງການແຂວງອັດຕະປື ບໍ່ຄວນຫ້າມຊາວບ້ານ ເກັບຂີ້ກະເດືອນມາຂາຍ ຍ້ອນວ່າ ເຂົາເຈົ້າພຽງແຕ່ຢາກຫາລາຍໄດ້ ເທົ່ານັ້ນ ແຕ່ ຄວນໄປຫ້າມພໍ່ຄ້າຊາວຈິີນ ບໍ່ໃຫ້ມາຊື້ຫຼາຍກວ່າ ແທນທີ່ຊິມາຫ້າມປະຊາຊົນ.
ເຈົ້າໜ້າທີ່ ອົງການຈັດຕັ້ງພາກປະຊາສັງຄົມ ທີ່ເຮັດວຽກກ່ຽວກັບກະສິກັມ ໄດ້ກ່າວວ່າ:
" ມີແຕ່ເຂົາເຈົ້າໄປເກັບຢູ່ນໍ້າຂຶ້ນຫັ້ນເນາະ ມັນຖ້ວມເດ້ເນາະ ນໍ້າຖ້ວມມັນອອກມາ . ເຮົາເອົາໄດ້ ອັນນັ້ນນ່າ ແຕ່ວ່າ ຄັນເຮົາເອົາໄຟຟ້າໄປຊອດບໍ່ ກໍຊິບໍ່ໄດ້ແຫຼະ. ຝຸ່ນ ປຸ໋ຍ ມັນກໍຢູ່ນໍາຂີ້ກະເດືອນຫັ້ນ ຫຼືວ່າ ເອົານໍ້າຈາກການລ້ຽງຂີ້ກະເດືອນ ຫັ້ນໄປໝົດພືດຜັກ. ມັນກໍຍັງງາມເດ້ ຂີ້ກະເດືອນອອກໝົດແລ້ວ ດິນມັນກໍເສື່ອມຄຸນນະພາບ ຈັ່ງຊີ້ນ່າ ກໍສະກັດກັ້ນ ພວກອັນນ່າ ມາເກັບຊື້ຫັ້ນນ່າແຫຼະ. ຖ້າວ່າ ເຂົາເຈົ້າມາກໍໃຫ້ເຂົາເຈົ້າ ມີໂຄຕ້າ ບໍ່ ມີອິສັງຄັກແນ່ ມີອຸນຸຍາດຄັກແນ່ບໍ່. ປະຊາຊົນເຂົາຊິຮູ້ຫຍັງ ມັນມີຜູ້ມາຊື້ ເຂົາກໍເຮັດ ຄ້າຂາຍໃຫ້."
ອີງຕາມຂໍ້ມູນຈາກຜແນກກະສິກັມ ແລະ ປ່າໄມ້ ແຂວງອັດຕະປື, ເຖິງວ່າ ປະເທດຈີນຈະມີການເປີດຟາມລ້ຽງຂີ້ກະເດືອນ ແຕ່ ຜູ້ຜລິດຢາຈີນທີ່ມີສ່ວນປະສົມ ຂີ້ກະເດືອນ ບໍ່ນິຍົມຂີ້ກະເດືອນທີ່ລ້ຽງຢູ່ໃນຟາມ ແຕ່ ນິຍົມຂີ້ກະເດືອນ ຈາກທັມມະຊາຕຊາດ ສະນັ້ນ ຈຶ່ງມີພໍ່ຄ້າຊາວຈີນ ມາເກັບຊື້ຂີ້ກະເດືອນ ຢູ່ປະເທດລາວ.
ເຖິງຢ່າງໃດກໍຕາມ, ຖ້າປະຊາຊົນ ຕ້ອງການເກັບຂີ້ກະເດືອນຂາຍ ສາມາດ ເຮັດໄດ້ແບບບໍ່ດັບສູນ ຄື ເກັບໃນປາຍເດືອນພຶສຈິກາ ຫາ ເດືອນທັນວາ ຈະເປັນໄລຍະຂີ້ກະເດືອນວາງໄຂ່ ແລ້ວຈະຂຶ້ນມາຕາຍຢູ່ໜ້າດິນ ຫຼັງຈາກນັ້ນປະຊາຊົນ ກໍສາມາດກັບເອົາໄດ້ ໂດຍ ບໍ່ມີຜົລຫຍັງຕໍ່ສິ່ງແວດລ້ອມ ແລະ ລະບົບນິເວດ ອີງຕາມເຈົ້າໜ້າທີ່ ກ່ຽວຂ້ອງແຂວງອັດຕະປື.