ບໍຣິສັດຈີນ ບຸກລຸກທີ່ດິນ ຊາວບ້ານ ພ້ອມທັງທໍາຮ້າຍ ເຈົ້າຂອງ

ອຸ່ນແກ້ວ
2023.05.16
ບໍຣິສັດຈີນ ບຸກລຸກທີ່ດິນ ຊາວບ້ານ ພ້ອມທັງທໍາຮ້າຍ ເຈົ້າຂອງ ຣົຖຈົກທີ່ຜູ້ບຸກລຸກ ໃຊ້ຂຸດດິນຊາວບ້ານ (ຮູບຊ້າຍມື) ແລະ ຄົນທີ່ເຂົ້າມາບຸກລຸກ ພ້ອມອາວຸດໄມ້ຄ້ອນ. ເດືອນພຶສພາ 2023.
ຂອບໃຈຮູບພາບ: ຊາວບ້ານເຈົ້າຂອງຄລິບວິດີໂອ/ນັກຂ່າວພົລເມືອງ

ມີກຸ່ມຄົນຈີນ ທີ່ເປັນພະນັກງານ ຂອງບໍຣິສັດ “ສີຊີນ ພັດທະນາກະສິກຳ ຈໍາກັດຜູ້ດຽວ ຂອງນັກລົງທຶນຈີນ ໄດ້ເຂົ້າມາບຸກລຸກ ທີ່ດິນຂອງຊາວບ້ານ ຢູ່ບ້ານໜອງຫີນ ເມືອງສນາມໄຊ ແຂວງອັດຕະປື ແລະ ທໍາຮ້າຍຊາວບ້ານ 2 ຄົນ ທີ່ເປັນເຈົ້າຂອງທີ່ດິນ.​ ເຫດການດັ່ງກ່າວເກີດຂຶ້ນ ໃນວັນທີ 14 ພຶສພາ 2023 ເຊິ່ງບໍຣິສັດຈີນ ໄດ້ເອົາລົດມາດຸດດິນ ຂອງຊາວບ້ານ ເພື່ອປູກກ້ວຍຫອມ ແລະ ໜາກຖົ່ວລຽນ ໃນຂະນະທີ່ ຊາວບ້ານ ທີ່ເປັນເຈົ້າຂອງທີ່ດິນ ບໍ່ຍິນຍອມໃຫ້ບຸກເບີກທີ່ດິນ ຂອງຕົນ.

ອີງຕາມຂໍ້ມູນຈາກຊາວບ້ານ, ພະນັກງານບໍຣິສັດຈິີນ ທໍາຮ້າຍຮ່າງກາຍຊາວບ້ານ, ມີການເອົາປືນນາບຂູ່ຊາວບ້ານ ໃນຂະນະທີ່ ຊາວບ້ານກໍາລັງຖ່າຍວີດີໂອ ຢູ່, ພະນັກງານບໍຣິສັດຈີນ ໄດ້ທຸບທໍາລາຍໂທລະສັບຂອງເຂົາເຈົ້າ.

ຊາວບ້ານຄົນນຶ່ງ ໄດ້ກ່າວຢູ່ໃນຄລິບວີດີໂອ ທີ່ເຜີຍແຜ່ ຢູ່ໃນສື່ສັງຄົມອອນລາຍນ໌ ຕອນນຶ່ງວ່າ:

“ຈີນມາຂົ່ມຂູ່ ພໍ່ແມ່ປະຊາຊົນ ຢາກຖືເຫຼັກຖືຂາງ ຊິມາຂົ່ມຂູ່ພໍ່ແມ່ປະຊາຊົນ ຕີພໍ່ແມ່ປະຊາຊົນ ຈັກເອົາປືນ ເອົາອີ່ສັງຕີພໍ່ແມ່ປະຊາຊົນ ຂົ່ມຂູ່ຄົນລາວ ຢູ່ແຜ່ນດິນລາວ ເຫຼືຶອຮ້າຍ ຍັງມາຂົ່ມຂູ່ຄົນລາວ.”

ເຫດການໃນມື້ດັ່ງກ່າວ ມີເຈົ້າໜ້າທີ່ລາວ ຢູ່ໃນບ່ອນເກີດເຫດ ແຕ່ ບໍ່ໄດ້ເຮັດຫຍັງ ໃຫ້ກຸ່ມພະນັກງານບໍຣິສັດຈີນ ໃຫ້ຢ້ານ.

ຊາວບ້ານກ່າວວ່າ ພະນັກງານບໍຣິສັດຈິີນ ກໍລົງມືທໍາຮ້າຍ-ນາບຂູ່ຊາວບ້ານ ທີ່ເປັນເຈົ້າຂອງທີ່ດິນ ເຖິງວ່າ ປະຊາຊົນ ຈະຮ້ອງຂໍໃຫ້ຢຸດເຊົາ ບຸກເບີກທີ່ດິນ ກໍຕາມ, ແຕ່ພະນັກງານຂອງບໍຣິສັດຈີນ ກໍບໍ່ຢຸດເຊົາ.

ພະນັກງານບໍຣິສັດ ດັ່ງກ່າວ ໃຫ້ເຫດຜົລວ່າ ໄດ້ຮັບສັມປະທານ ຈາກທາງການແຂວງອັດຕະປື. ຊາວບ້ານຜູ້ຮູ້ເຫດການ ໄດ້ກ່າວຕໍ່ ວິທຍຸ ເອເຊັຽ ເສຣີ ໃນວັນທີ 16 ພຶສພາ ວ່າ:

“ໄດ້ຍິນແຕ່ວ່່າ ມັນຖືກໂຄງການອິຫຍັງນີ້ແຫຼະ ປະຊາຊົນທີ່ວ່າ ເຂົາປູກມັນອິຫຍັງນີ້ ກະໃຫ້ເອົາອອກຫຍັງນີ້ນ່າ ໃຫ້ເຊົາປູກຫຍັງນີ້ນ່າ ເຂົາຊິສັມປະທານບໍ່ ອິຫຍັງບໍ່ຈັກ. ໄດ້ຍິນປະຊາຊົນເວົ້າ ແຕ່ຄອບຄົວນຶ່ງ 2 ຄອບຄົວນີ້ແຫຼະ.​”

ຊາວບ້ານ ແລະ ບໍຣິສັດຈີນ ຍັງບໍ່ທັນຕົກລົງກັນໄດ້ ແລະ ຍັງບໍ່ມີເຈົ້າໜ້າທີ່ກ່ຽວຂ້ອງ ລົງມາໄກ່ເກັ່ຍ. ຊາວບ້ານໜອງຫີນ ໄດ້ກ່າວວ່າ:

“ໜ້າ ຈະປະມານນັ້ນ ຄ້າຍໆ ວ່າ ເຂົາເຈົ້າຍັງຕົກລົງກັນບໍ່ໄດ້ ປະມານນີ້ຫັ້ນນ່າ ບໍ່ໄດ້ນໍາຂ່າວ ຍັງບໍ່ທັນເຫັນຂ່າວວ່າ ເປັນແນວໃດຫັ້ນນ່າ ວ່າ ທາງການເພິ່ນຊິລົງມາເວົ້າ ບໍ່ ຫຼືວ່າ ເພິ່ນໄດ້ເວົ້າກັບປະຊາຊົນແບບໃດນ່າ ເຂົາເຈົ້າຍັງບໍ່ທັນໄດ້ອັບເດດຂ່າວ ເທື່ອ.”

ກ່ຽວກັບເຣື່ອງນີ້ ວິທຍຸ ເອເຊັຽ ເສຣີ ໄດ້ຕິດຕໍ່ໄປຫາຫ້ອງການ ປົກຄອງແຂວງອັດຕະປື, ຫ້ອງການປົກຄອງເມືອງສນາມໄຊ ແລະ ຜແນກແຜນການ ແລະ ການລົງທຶນ ແຂວງອັດຕະປື ເພື່ອຖາມຣາຍລະອຽດ ກ່ຽວກັບເຣື່ອງນີ້, ແຕ່ບໍ່ມີເຈົ້າໜ້າທີ່ທ່ານໃດ ທີ່ສະດວກໃຫ້ຂໍ້ມູນ.

ເຖິງຢ່າງໃດກໍຕາມ, ທ່ານ ພູວັນ ມະນິໂຊດ ຮອງເລຂາພັກເມືອງສນາມໄຊ ໄດ້ໃຫ້ສຳພາດ ຕໍ່ຣາຍການຮອບບ້ານຜ່ານເມືອງ ຂອງວິທະຍຸ ກະຈາຍສຽງ ແຫ່ງຊາຕ ໃນວັນທີ 15 ພຶສພາ ວ່າ ຄະນະພັກອົງການປົກຄອງເມືອງ ແລະ ແຂວງ ໄດ້ຮັບຮູ້ເຫດການດັ່ງກ່າວແລ້ວ ເຊິ່ງປັດຈຸບັນ ໄດ້ໃຫ້ເຈົ້າໜ້າທີ່ ກ່ຽວຂ້ອງລົງພື້ນທີ່ ໄປເກັບກຳຂໍ້ມູນ ແລະ ກວດກາສາເຫດດັ່ງກ່າວ ແຕ່ ບໍ່ທັນຮູ້ຣາຍລະອຽດ ແລະ ບໍ່ສາມາດສລຸບໄດ້ເທື່ອວ່າ ເປັນການບຸກລຸກທີ່ດິນຊາວບ້ານແທ້ ຫຼື ພາກສ່ວນໃດ ທີ່ມີການເຄື່ອນໄຫວ ແບບບໍ່ຖືກຕ້ອງ ຈົນເກີດບັນຫາຂຶ້ນ.

ນອກຈາກນີ້ ໃນວັນທີ 13 ພຶສພາ ຢູ່ບ້ານໄຊດອນໂຂງ ທີ່ຕິດກັບ ບ້ານໜອງຫີນ ເມືອງສນາມໄຊ ແຂວງອັດຕະປື ກໍມີເຫດການແບບດຽວກັນ ທີ່ມີບໍຣິສັດ “ກອງແກ້ວ ພັດທະນາກະສິກຳ ຈໍາກັດຜູ້ດຽວ ໄປບຸກລຸກທີ່ດິນຂອງຊາວບ້ານ ເພື່ອພັທນາທີ່ດິນ ປູກກ້ວຍຫອມ ແລະ ຖົ່ວລຽນ ຮ່ວມກັບບໍຣິສັດ ສີຊິນ ພັດທະນາກະສິກຳ ຈໍາກັດຜູ້ດຽວ.​

ຊາວບ້ານໄຊດອນໂຂງ ຜູ້ທີ່ບໍ່ປະສົງອອກຊື່ ແລະ ສຽງ ໄດ້ກ່າວຕໍ່ວິທຍຸ ເອເຊັຽ ເສຣີ ວ່າ ຊາວບ້ານ ໄດ້ຈັບຈອງດິນມາດົນແລ້ວ ເພື່ອກາເຟ ແລະ ຕໍ່ມາ ເຂົາເຈົ້າ ກໍປູກມັນຕົ້ນ ແຕ່ບໍຣິສັດ ມາດຸດອອກໝົດ ເຊິ່ງທີ່ດິນຂອງເຂົາເຈົ້າ ຢູ່ໃກ້ກັບເຂດສັມປະທານ ແຕ່ ບໍຣິສັດ ພັດມາດຸດດິນ ຂອງເຂົາເຈົ້າ ໂດຍ ອ້າງວ່າເປັນເຂດສັມປະທານ.

ອີງຕາມບຸກຄົນ ທີ່ໃກ້ຊິດເຈົ້າໜ້າທີ່ ລະດັບສູງແຂວງອັດຕະປື, ໃນປີ ທ້າຍປີ 2022 ທີ່ຜ່ານມາ, ທ່ານ ເລັດ ໄຊຍະພອນ ເຈົ້າແຂວງອັດຕະປື ໄດ້ເຮັດບົດບັນທຶກຄວາມເຂົ້າໃຈ ກັບ ບໍຣິສັດ ສີຊິນ ພັດທະນາກະສິກຳ ຈໍາກັດຜູ້ດຽວ ເພື່ອເຮັດການສຶກສາ ສໍາຣວດ ໂຄງການການປູກກ້ວຍຫອມ ແລະ ຖົ່ວລຽນ ໃນເນື້ອທີ່ 300 ເຮັກຕ້າຣ໌ ຢູ່ບ້ານໜອງຫີນ ເມືອງສນາມໄຊ ຕາມກົລໄກ ການເຮັດກະສິກັມ ແບບພັນທະສັນຍາ 1 ບວກ 4.

ການເຮັດກະສິກັມ ແບບພັນທະສັນຍາ 1+4 ກໍຄື ຜູ້ລົງທຶນສນອງ ແນວພັນ, ປຸ໋ຍ, ເທັກນິວິຊາການ, ຄ່າໄຖ, ຄ່າຄາດ, ສ່ວນວ່າ ຊາວບ້ານສນອງດິນ ແລະ ແຮງງານ ຫຼັງຈາກຜົລຜລິດອອກມາແລ້ວ ຈຶ່ງມາແບ່ງປັນກັນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.