ເຈົ້າໜ້າທີ່ ຫ້າມຂຶ້ນລາຄາ ສິນຄ້າ ເກີນທີ່ກຳນົດ ໃນໄລຍະ ບຸນປີໃໝ່ລາວ

ສຸພັດຕາ
2023.04.11
ເຈົ້າໜ້າທີ່ ຫ້າມຂຶ້ນລາຄາ ສິນຄ້າ ເກີນທີ່ກຳນົດ ໃນໄລຍະ ບຸນປີໃໝ່ລາວ ຮ້ານຂາຍເຄື່ອງສິນຄ້າ ຫຼາກຫຼາຍຢ່າງ ທີ່ຕລາດແຫ່ງນຶ່ງ ໃນນະຄອນຫຼວງວຽງຈັນ. ວັນທີ 12 ທັນວາ 2022.
RFA

ເພື່ອກຽມຕ້ອນຮັບ ງານບຸນປີໃໝ່ລາວ ທີ່ຈະມາເຖິງ ຜແນກອຸດສາຫະກັມ ແລະການຄ້າ ໃນແຂວງຕ່າງໆ ໄດ້ລົງຕິດຕາມກວດກາ ການຊື້-ຂາຍສິນຄ້າ ຢູ່ຕລາດ ແລະບັນດາໜ້າຮ້ານຕ່າງໆ ເພື່ອຄຸ້ມຄອງລາຄາສິນຄ້າ ໃນທ້ອງຕລາດ ບໍ່ໃຫ້ຂາຍເກີນຄວາມເປັນຈິງ, ຕິດປ້າຍລາຄາໃຫ້ຖືກຕ້ອງ ເພື່ອປ້ອງກັນການສວຍໂອກາດ ຂຶ້ນລາຄາສິນຄ້າ.

ຕໍ່ເຣື່ອງນີ້ ແມ່ຄ້າຂາຍເຄື່ອງຍ່ອຍ ຢູ່ເມືອງວຽງພູຄາ ແຂວງຫຼວງນໍ້າທາ ກ່າວວ່າ ຢູ່ແຂວງຫຼວງນໍ້າທາ ກໍມີເຈົ້າໜ້າທີ່ ການຄ້າລົງມາກວດກາ ແລະປະຊາສັມພັນ ບໍ່ໃຫ້ພໍ່ຄ້າແມ່ຄ້າ ຂຶ້ນລາຄາເຄື່ອງຂອງ ໃນໄລຍະບຸນປີໃໝ່ລາວແລ້ວ.

ດັ່ງຍານາງ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ວັນທີ 11 ເມສາ ນີ້ວ່າ:

“ມາ ເຂົາເຈົ້າມາມື້ວານນີ້ ເຂົາເຈົ້າວ່າ ບໍ່ໃຫ້ຂຶ້ນເຄື່ອງ ສິນຄ້າທົ່ວໄປຫັ້ນບໍ່ໃຫ້ຂຶ້ນ ບໍ່ໃຫ້ສວຍໂອກາດ ນໍາຊ່ວງປີໃໝ່ເນ່ ວ່າແມ່ຄ້າເຮົາຂາຍເຄື່ອງ ກໍມີກໍາໄຣຢູ່ແລ້ວ.”

ຍານາງກ່າວຕື່ມວ່າ ການອອກມາຕການ ບໍ່ໃຫ້ຂຶ້ນລາຄາສິນຄ້າໃນໄລຍະບຸນປີໃໝ່ລາວ ສົ່ງຜົລກະທົບຕໍ່ພໍ່ຄ້າແມ່ຄ້າຫຼາຍ ຍ້ອນເຄື່ອງທີ່ນໍາເຂົ້າມາຈາກໄທຍ ມີລາຄາສູງຂຶ້ນ ແຕ່ແມ່ຄ້າລາວ ຕ້ອງຂາຍລາຄາເກົ່າ ບໍ່ສາມາດຂຶ້ນລາຄາໄດ້ ກໍເຮັດໃຫ້ຫຼຸບທຶນ ແລະບໍ່ໄດ້ກໍາໄຣຈາກການຂາຍ.

ການກວດກາ ລາຄາສິນຄ້າ ແລະບໍຣິການ ໃນໄລຍະບຸນປີໃໝ່ລາວ ຈະເຮັດເປັນປະຈໍາທຸກປີ ໂດຍຈະກວດເບິ່ງລາຄາສິນຄ້າ ເຄື່ອງຂອງຕ່າງໆ ຕາມຣາຍງານ 14 ຊະນິດ ເປັນຕົ້ນ ຊີ້ນງົວ, ຊີ້ນໝູ, ປາ ແລະເຂົ້າ ຮ້ານຂາຍສົ່ງ ແລະຮ້ານຂາຍຍ່ອຍ ໂດຍເຈົ້າໜ້າທີ່ຈະກວດກາ ບໍ່ໃຫ້ມີການຂຶ້ນລາຄາ ຫຼືກັກຕຸນສິນຄ້າ ແລະຕ້ອງຕິດປ້າຍລາຄາ ເປັນເງິນກີບເທົ່ານັ້ນ ໂດຍຮວມພໍ່ຄ້າແມ່ຄ້າ ກໍໃຫ້ຄວາມຮ່ວມມື ເປັນຢ່າງດີ.

ດັ່ງເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ຢູ່ແຂວງຫຼວງນໍ້າທາ ທ່ານນຶ່ງ ກ່າວວ່າ:

“ພວກເຮົາໄດ້ມີແຈ້ງການເນາະ ແລ້ວກໍໄດ້ແນະນໍາ ການຂຶ້ນລົງລາຄາຫັ້ນ ມີແຈ້ງການຂອງພວກເຮົາຫັ້ນ ມັນກໍລົງໄປຕັ້ງແຕ່ລະຫົວໜ່ວຍ ຫຼັກໆ 14 ຣາຍການເຮົາ ເປັນຕົ້ນ ຊີ້ນ ເປັນຊີ້ນໝູ, ປາ, ເຂົ້າ ແລ້ວກໍຊິເປັນຮ້າຍຂາຍສົ່ງ ແລ້ວກໍເປັນສາຂາເບັຍ ໃຫ້ຄວາມຮ່ວມມືດີ ເພາະວ່າ ເປັນວຽກເກົ່າ ວຽກປະຕິບັດມາແລ້ວ ຕ້ອງໄດ້ເຮັດ ເພາະວ່າ ບົນງານສໍາຄັນຕ່າງໆ ເຮົາຕ້ອງໄດ້ເຮັດ.”

ທ່ານກ່າວຕື່ມວ່າ ຫາກພົບພໍ່ຄ້າແມ່ຄ້າ ທີ່ຂາຍເກີນລາຄາ ກັກຕຸນສິນຄ້າ ຫຼືບໍ່ຕິດລາຄາສິນຄ້າ ໃຫ້ຖືກຕ້ອງ ຂັ້ນຕອນທໍາອິດ ກໍແມ່ນຈະໂຕໄປສຶກສາອົບຮົມ ແລະປັບໃໝຕາມຂັ້ນຕອນກົດໝາຍ. ຢ່າງໃດກໍຕາມ ຊາວບ້ານສ່ວນນຶ່ງ ກ່າວວ່າ ສິນຄ້າ ແລະເຄື່ອງຫຼາຍຢ່າງ ກໍມີລາຄາແພງຂຶ້ນກວ່າເກົ່າແລ້ວ ເປັນຕົ້ນ ເຄື່ອງດື່ມ, ນໍ້າອັດລົມ.

ດັ່ງຊາວບ້ານ ຢູ່ເມືອງໂຂງ ແຂວງຈໍາປາສັກ ທ່ານນຶ່ງ ກ່າວວວ່າ:

“ປີໃໝ່ລາວນີ້ ຂອງຂຶ້ນລາຄາຫຼາຍແດ່ ຂຶ້ນທົບເຄິ່ງເລີຍເຈົ້າ ນໍ້າສົ້ມ, ນໍ້າຫວານ ເປັນປະເພດ ເຄື່ອງດື່ມກໍຂຶ້ນ ເຄື່ອງດື່ມຂຶ້ນລາຄາສູງ ເປັນແບບແປ໊ບຊີ, ນໍ້າສົ້ມນໍ້າຫວານ ແລ້ວກະເປັນປະເພດເຄື່ອງດື່ມ ຂຶ້ນລາຄາສູງກວ່າອັນອື່ນເຈົ້າ.”

ຢູ່ແຂວງອັດຕະປື ລາຄາສິນຄ້າ ແລະເຄື່ອງຂອງສູງຂຶ້ນ ຍ້ອນອັດຕຣາແລກປ່ຽນເງິນບາທສູງຂຶ້ນ ເຮັດໃຫ້ເຄື່ອງຂອງທີ່ຕ້ອງນໍາເຂົ້າ ຈາກປະເທດໄທຍ ກໍຕ້ອງຂຶ້ນລາຄານໍາ ເປັນຕົ້ນ ນໍ້າມັນພືດ ທີ່ແຕ່ກ່ອນຂາຍລາຄາ ປະມານ 20,000 ກີບ ຕອນນີ້ ຢູ່ທີ່ 380,000 ກີບ/ຕຸກ ແລະຊີ້ນໝູ ທີ່ແຕ່ກ່ອນຂາຍໃນລາຄາກິໂລລະ 35,000-40,000 ກີບ ແຕ່ຕອນນີ້ ຢູ່ທີ່ 70,000 ກີບ/ກິໂລ ສ່ວນພືດຜັກ ປົກກະຕິລາຄາຜັກ 1 ກິໂລຢູ່ທີ່ 18,000 ກີບ ດຽວນີ້ ຢູ່ກິໂລລະ 30,000-35,000 ກີບ.

ດັ່ງຊາວບ້ານ ຢູ່ແຂວງອັດຕະປື ນາງນຶ່ງ ກ່າວວ່າ:

“ກໍຂຶ້ນຫັ້ນແຫຼະ ເພາະດຽວນີ້ ເຂົາຄູນເງິນຫັ້ນນ່າ 517 - 518, 1,000 ບາທຫັ້ນ ມັນຖືກ 500,000 ປາຍເງິນກີບເຮົາ ມັນກໍຂຶ້ນທົບເຄິ່ງຫັ້ນແຫຼະ ຄືຍົກໂຕຢ່າງ ຄືນໍ້າມັນກຸ໊ກນິ່ ເຮົາເຄີຍຊື້ ຕຸກນຶ່ງ 18,000-20,000 (ກີບ) ດຽວນີ້ ມັນກໍ 38,000 ຊີ້ນໝູໂລນຶ່ງ 70,000 (ກີບ) ກ່ອນໜ້ານີ້ ໝູໂລນຶ່ງນີ້ ມີຕັ້ງແຕ່ 40,000 ຫຼື 35,000 (ກີບ).”

ຂະນະທີ່ ຊາວບ້ານ ຢູ່ແຂວງອັດຕະປື ອີກນາງນຶ່ງ ກ່າວວ່າ ສິນຄ້າ ແລະເຄື່ອງຂອງຕ່າງໆ ບໍ່ໄດ້ເຣີ່ມຂຶ້ນລາຄາ ໃນຕອນບຸນປີໃໝ່ລາວແຕ່ຢ່າງໃດ ແຕ່ຂຶ້ນລາຄາມາໄດ້ໄລຍະນຶ່ງແລ້ວ ຍ້ອນອັດຕຣາແລກປ່ຽນເງິນບາທ-ເງິນກີບ ທີ່ເຟີ້ສູງຂຶ້ນຢ່າງຕໍ່ເນື່ອງ.

ດັ່ງນາງ ກ່າວວ່າ:

“ຊ້ວງບຸນປີໃໝ່ ມັນບໍ່ໄດ້ຂຶ້ນດອກເຄື່ອງ ມັນຂຶ້ນ ແຕ່ເຣດເງິນມັນຂຶ້ນພຸ້ນແຫຼະ ແຕ່ຕອນປ່ຽນນາຍົກພຸ້ນແຫຼະ ມັນຍັງເໜັງເລີຍ ເຣື່ອງເງິນ ບໍ່ທັນລົງ.”

ກ່ອນໜ້ານີ້ ທ່ານ ນັນຕາ ສານຸວົງ ຫົວໜ້າຜແນກ ອຸດສາຫະກັມ ແລະ ການຄ້າ ນະຄອນຫຼວງວຽງຈັນ ໃຫ້ສັມພາດຕໍ່ສື່ມວນຊົນ ວ່າ ຫ້າມບໍ່ໃຫ້ພໍ່ຄ້າແມ່ຄ້າ ສວຍໂອກາດ ຂຶ້ນລາຄາສິນຄ້າ ຕາມລໍາພັງໃຈ ແລະກັກຕຸນສິນຄ້າ ໂດຍສະເພາະ ສິນຄ້າຈໍາເປັນຂອງປະຊາຊົນ ເປັນຕົ້ນ ຊີ້ນໝູ, ຊີ້ນງົວ, ໄກ່ ແລະເຂົ້າ ຮວມເຖິງ ກໍາຊັບໃຫ້ພໍ່ຄ້າແມ່ຄ້າ ຄວບຄຸມ ຄຸນນະພາບສິນຄ້າ ແລະບັນດາຂອງຝາກຕ່າງໆ ທີ່ວາງຂາຍໃນໄລຍະບຸນປີໃໝ່ລາວ ນໍາ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.