ຕະຫຼາດ ບາງແຫ່ງງຽບເຫງົາ ໃນໄລຍະບຸນປີໃໝ່ລາວ
2024.04.15
ແມ່ຄ້າຂາຍເຄື່ອງ ໃນໄລຍະບຸນປີໃໝ່ລາວ ປີນີ້ ຢູ່ນະຄອນຫຼວງວຽງຈັນ ຂາຍໄດ້ໜ້ອຍລົງ ເນື່ອງຈາກເສື້ອຜ້າ, ແວ່ນຕາກັນແດດ, ຖົງກັນນໍ້າ ແລະ ແພຜົມເປຍຫຼາກຫຼາຍສີສັນ ທີ່ນໍາເຂົ້າຈາກປະເທດໄທ ມີລາຄາແພງຂຶ້ນ. ສ່ວນພວງມະໄລ ດອກດາວເຮືອງ ມີລາຄາສູງຂຶ້ນຕາມຄວາມຕ້ອງການ ຂອງຜູ້ບໍລິໂພກທີ່ສູງຂຶ້ນນໍາດ້ວຍ. ສະເພາະແມ່ຄ້າ ຕະຫຼາດທົ່ງຂັນຄຳ ເມືອງຈັນທະບູລີກ່າວວ່າ ເສື້ອຜ້າປະເພດລາຍດອກໄມ້, ລາຍຊ້າງຂອງເດັກນ້ອຍ ປີນີ້ກໍຂຶ້ນລາຄາທົບເຄິ່ງ ຕາມອັດຕາແລກປ່ຽນ ຈຶ່ງເຮັດໃຫ້ຂາຍໄດ້ຍາກ ຍ້ອນລາຄາແພງກ່ວາປີຜ່ານມາ.
ດັ່ງແມ່ຄ້າກ່າວຕໍ່ ວິທຍຸເອເຊັຽເສຣີ ໃນວັນທີ 15 ເມສາ ນີ້ວ່າ:
“ອັນສໍາເງິນປີກາຍເນາະ ກໍສາມແສນປາຍອັນເງິນບາດ ກັບເງິນກີບເນາະ ແລ້ວມາປີນີ້ 1 ພັນ ຕົກເປັນ 6 ແສນປາຍ ເພາະວ່າເງິນມັນກໍຂຶ້ນ ທົບເຄິ່ງຫັ້ນນ່າ ກໍສິນຄ້າມັນກໍຂຶ້ນທົບເຄິ່ງ ກໍເນື່ອງຈາກເລື່ອງການເງິນເຮົານີ້ແຫຼະ ເວົ້າໄປນ່າ, ຄືແຕ່ລະປີຄືເຄື່ອງໄທຊື້ເຄື່ອງໄທ ມັນກໍລາຄາເກົ່າປົກກະຕິຄືເຄື່ອງນ້ອຍຈັ່ງຊີ້ ໂລໜຶ່ງ 300-320 ບາດ ນີ້ເງິນກີບເຮົາມັນເຣດແຕ່ລະປີ ມັນຈະຕໍ່າເດ້ເນາະບາດນີ້ເຣດມັນສູງຫັ້ນນ່າ ແລ້ວບາດນີ້ມັນສູງມາຫານໂຕໜຶ່ງ ມັນກໍຕົກເປັນຊາວຫາຊາວປາຍພັນກີບ ແຕ່ລະປີ 11-12 ພັນກີບຈັ່ງຊີ້ຫັ້ນນ່າ ແລ້ວເຂົາເຈ້າກໍຊື້ນໄປຂາຍແຕ່ 20-30 ພັນຂຶ້ນກັນເປັນເຄິ່ງຫັ້ນນ່າ ມັນກໍຂາຍຍາກຕົ້ນເຫດມັນກໍການເງິນເຮົາຫັ້ນແຫຼະ.”
ແມ່ຄ້າຕະຫຼາດທົ່ງຂັນຄໍາ ກ່າວຕື່ມວ່າ ພຶດຕິກໍາການຊື້ເຄື່ອງຂອງຄົນລາວ ໃນໄລຍະບຸນປີໃໝ່ລາວບາງຄົນນຸ່ງເຄື່ອງທຳມະດາແລ້ວຫຼີ້ນກິນນໍາກັນ, ບໍ່ຈຳເປັນຕ້ອງຊື້ເຄື່ອງນຸ່ງໃໝ່. ແຕ່ກ່ອນພວງມະໄລດອກດາວເຮືອງລາຄາຖືກກໍຈະຊື້ມາເນັບຫູ ເນັບເທີງຫົວ ແຕ່ພໍມີລາຄາແພງກໍປະຢັດເງິນໄປຊື້ອາຫານ ແລະເຄື່ອງດື່ມມາສະຫຼອງ.
“ແຕ່ແມ່ຄ້າເອງ ເຮົາຍັງບໍ່ຄ່ອຍຊື້ປານໃດແຕ່ຂະໜາດເຮົາຂາຍເສື້ອຜ້າເອງ ຈັ່ງຊີ້ ເຮົາຂາຍເຄື່ອງເດັກນ້ອຍເສື້ອຜ້າຜູ້ໃຫຍ່ ແຕ່ເຮົາແບບບໍ່ຈຳເປັນເຮົາກໍບໍ່ຊື້ຈັ່ງຊີ້ນ່າ. ມັນກໍໜ້າຈະເປັນປະມານນີ້ຄືວ່າ ເຄື່ອງນ້ອຍໆ ແບບດາວເຮືອງນ່າຄືວ່າທຽບໃສ່ແຕ່ລະປີເນາະ ພວງໜຶ່ງ 3 ພັນກີຍ 5 ພັນີບເອີຄົນຊື້ກໍຫຼາຍລາຄາມັນຖືກປີນີ້ເປັນ 20-30 ເຂົາກໍບໍ່ຈຳເປັນ ບາງຄົນກໍ່ແບບຫຼີ້ນກິນ ເອີ ໜຸ່ງເຄື່ອງທຳມະດາຫຼີ້ນກິນກໍ່ແລ້ວແຕ່ລະປີລາຄາມັນຖືກຜູ້ນີ້ເຫັນກໍຄືວ່າງາມ ເອົາໄປຕົບແຕ່ງເອົາອັນນັ້ນເໜັບຫູອັນນີ້ເໜັບຫົວໄປຈັ່ງຊີ້ຊື້ໄປອັນເລັກອັນໜ້ອຍ ເພາະວ່າລາຄາຖືກດຽວນີ້ລາຄາມັນແພງແລ້ວ ຜູ້ໃດກໍເອີເອົາໄປຊື້ເບັຍກິນດີກ່ວາຊື້ຂອງແກ້ມກິນ ດີກ່ວາຈັ່ງຊີ້ຫັ້ນນ່າ.”
ແມ່ຄ້າເຂດບ້ານສະພານທອງ ເມືອງສີສັດຕະນາກກ່າວວ່າ ຍອດການຂາຍເຄື່ອງຫຼີ້ນບຸນປີໃໝ່ປະເພດແພຜົມເປຍຫຼາຍສີ, ແວ່ນຕາກັນແດດ, ຖົງກັນນໍ້າ ແລະ ເກີບຫຼີ້ນນໍ້າປີນີ້ ແມ່ນມີຍອດຂາຍຫຼຸດລົງ ຕາມອັດຕາເງິນເຟີ້. ຄົນລາວພາຍໃນນະຄອນຫຼວງວຽງຈັນ ກໍໃຊ້ຈ່າຍຊື້ເຄື່ອງຟຸມເຟືອຍໜ້ອຍລົງ.
ດັ່ງນາງກ່າວວ່າ:
“ຖ້າທຽບປະມານສໍ່າປີກາຍນີ້ ກໍຖືວ່າຍອດກໍຫຼຸດລົງເພາະວ່າເຣດເງິນມັນຂຶ້ນ ກໍເທົ່າຕົວກໍຍອດສຳລັບປີກາຍນີ້ກໍຖືວ່າຫຼຸດລົງຄົນຊື້ກໍໜ້ອຍລົງ ຖ້າທຽບໃສ່ກໍຖ້າວ່າຂອງເຮົາເນາະ ຍອດຂາຍເຮົາກໍເທົ່າກັບປີກາຍນີ້ ມັນກໍສໍ່າຫຼດລົງເພາະວ່າເງິນມັນຄ່າສູງ ຖ້າທຽບໃສ່ຄົນຄົນມາຊື້ກໍພໍມາເລັກມາໜ້ອຍ ກໍບໍ່ຫຼາຍຂະໜາດນັ້ນບໍ່ໄດ້ຈັບຈ່າຍໃຊ້ສອຍຫຍັງຫຼາຍຫັ້ນນ່າ. ດຽວນີ້ເຂົາເຈົ້າບໍ່ໄດ້ຟຸມເຟືອຍມີຫຍັງຫຼາຍຫັ້ນນ່າ ຊື້ເຄື່ອງໃຫ້ລູກໃຫ້ເຕົ້າດຽວນີ້ເຂົາເຈົ້າ ກໍບໍ່ໄດ້ໃຫ້ຊື້ປີນີ້.”
ສ່ວນແມ່ຄ້າທີ່ມີຮ້ອຍພວງມະໄລ ຂາຍໃນໄລຍະບຸນປີໃໝ່ລາວ ຢູ່ເຂດປະຕູໄຊ ກ່າວວ່າປີນີ້ ພວງມະໄລດອກດາວເຮືອງ ສຳລັບບູຊາຂາຍບໍ່ດີເລີຍ ຍ້ອນລາຄາມັນສູງອີກທັງບໍ່ຄ່ອຍມີຄົນທຽວທາງ.
ດັ່ງນາງກ່າວວ່າ:
“ປີນີ້ບໍ່ໄດ້ຂາຍເລີຍ ບໍ່ໄດ້ຂາຍດີເລີຍດອກໄມ້ອິຫຍັງ ແພງແລ້ວກໍບໍ່ມີຄົນທຽວທາງຫຼາຍຫັ້ນນ່າ ມື້ນີ້ບໍ່ທັນໄດ້ອອກໄປຊໍ້າມັນງຽບໆນ່າ. ບໍ່ມີຄົນຊື້ຫຼາຍເນາະດອກດາວເຮືອງ ໂລນຶ່ງກໍ 50 ແລ້ວເດ້. ຊື້ຢູ່ສວນປົກກະຕິ 10 ປາຍພັນ, 10 ພັນຄືເປັນແບບນີ້ ຄືງານເທດສະການນີ້ ແບບ 50 ພັນ.”
ປະຊາຊົນ ຊາວນະຄອນຫຼວງວຽງຈັນກ່າວວ່າ ຄ່າຄອງຊີບມັນກໍແພງຫຼາຍແລ້ວ ໂດຍສະເພາະຊີ້ນ, ຜັກ, ເຄື່ອງປຸງ, ນໍ້າມັນ, ນໍ້າດື່ມ ແລະ ຄ່າໄຟ ຈຶ່ງຈຳເປັນຕ້ອງປະຢັດຄ່າໃຊ້ຈ່າຍ ຊື້ສິ່ງຂອງຟຸມເຟືອຍໃນໄລຍະບຸນປີໃໝ່ລາວ. ພ້ອມນີ້ກໍຫຼີ້ນບຸນປີໃໝ່ ຢູ່ກັບຄອບຄົວເພື່ອຫຼຸດຜ່ອນ ຄ່າໃຊ້ຈ່າຍ.
ດັ່ງນາງກ່າວວ່າ:
“ກາມີຢູ່ແຕ່ວ່າໜ້າຈະບໍ່ຫຼາຍຄືແຕ່ກ່ອນ ເພາະວ່າດຽວນີ້ມັນອີ່ຫຍັງມັນກໍ່ແພງຕາມຄວາມຮູ້ສຶກ ຂອງໂຕເອງເພິ່ນອາດຈະຊື້, ຊື້ໃຫ້ພໍ່, ໃຫ້ແມ່, ໃຫ້ລູກ, ໃຫ້ຫຼານ ໄປແລ້ວກໍນ່າ ໂຕະເອງຢາກໃສ່ຫຍັງ ກໍໃສ່ 2-3 ມື້ບໍ່ໄດ້ໄປໃສຫຼີ້ນ ກໍຫຼີ້ນຢູ່ບ້ານ ກິນກໍກິນຢູ່ແຕ່ບ້ານ.”
ໃນໄລຍະບຸນປີໃໝ່ລາວ ທຸກປີຖືວ່າເປັນເທດສະການມ່ວນຊື່ນ ແລະ ພົບປະກັນໃນຄອບຄົວ ເປັນບັນຍາກາດ ຂອງການໜຸ່ງເຄື່ອງສີສັນ ຈຶ່ງເຮັດໃຫ້ແຕ່ລະປີມີບັນຍາກາດ ຟົດຟື້ນ, ແຕ່ປີ
ໃໝ່ປີນີ້ລາຄາ ສິນຄ້າແພງຂຶ້ນຫຼາຍ, ຄ່າຄອງຊີບກໍສູງຈຶ່ງສົ່ງຜົນໃຫ້ການໃຊ້ຈ່າຍ ຕ້ອງປະຢັດ ຊື້ໃນສິ່ງທີ່ຈຳເປັນ. ອີງຕາມການລາຍງານ ຂອງໜັງສືພີມເສດຖະກິດ ວັນທີ 12 ເມສາ 2024.