ນາຍົກຣັຖມົນຕຣີ ມີມາຕການແກ້ໄຂ ບັນຫາເສຖກິຈ ແຕ່ສິນຄ້າຍັງແພງຕໍ່ເນື່ອງ
2023.07.10

ໃນວັນທີ 3 ກໍຣະກະດາ 2023 ຜ່ານມານີ້ ທ່ານ ສອນໄຊ ສີພັນດອນ ນາຍົກຣັຖມົນຕຣີຂອງລາວ ໄດ້ຣາຍງານ ໃນກອງປະຊຸມ ສໄມສາມັນ ເທື່ອທີ 5 ຂອງສະພາແຫ່ງຊາຕ ຊຸດທີ 9 ວ່າ ຣັຖບານລາວ ໄດ້ມີການກໍານົດຫຼາຍມາຕການ ໃນການແກ້ໄຂບັນຫາອັດຕຣາເງິນເຟີ້ ແລະບັນຫາເງິນກີບອ່ອນຄ່າ ເຊັ່ນ ການຈໍາກັດ ການນໍາເຂົ້າສິນຄ້າທີ່ຟຸ້ມເຟືອຍ ບໍ່ຈໍາເປັນ ແລະ ຈະສືບຕໍໍ່ແກ້ໄຂ ການແລກປ່ຽນເງິນຕຣານອກລະບົບ ທີ່ຍັງຊະຊາຍ ໃຫ້ຫັນເຂົ້າສູ່ລະບົບທະນາຄານ ແລະຈະໃຫ້ມີໜ່ວຍບໍຣິການໃຫ້ພຽງພໍ, ແຕ່ຊາວລາວຫຼາຍຄົນ ກໍຮູ້ສຶກບໍ່ໝັ້ນໃຈວ່າ ຣັຖບານລາວ ຈະແກ້ໄຂໄດ້ ເພາະທີ່ຜ່ານມາ ກໍມີການແກ້ໄຂສະເພາະໜ້າໄປແລ້ວ ແຕ່ປັດຈຸບັນ ສິນຄ້າຕ່າງໆໃນລາວ ກໍຍັງມີລາຄາແພງຂຶ້ນ ຕາມອັດຕຣາແລກປ່ຽນເງິນຕຣາຕ່າງປະເທດຄືເກົ່າ ເພາະສ່ວນໃຫຍ່ ປະເທດລາວ ນໍາເຂົ້າສິນຄ້າຈາກຕ່າງປະເທດ ໂດຍສະເພາະ ນໍາເຂົ້າຈາກປະເທດໄທຍ ແລະເມື່ອເງິນບາທຂຶ້ນ ຄ່າເງິນກີບກໍຕົກຕໍ່າ ອ່ອນຄ່າລົງຕໍ່ເນື່ອງ ຫຼ້າສຸດນີ້ ເງິນບາທ 100 ບາທ ສາມາດແລກປ່ຽນເປັນເງິນກີບ ໄດ້ປະມານ 60,000 ກີບ.
ດັ່ງຊາວລາວ ໃນແຂວງຫຼວງພຣະບາງ ທ່ານນຶ່ງ ກ່າວຕໍ່ວິທຍຸ ເອເຊັຽ ເສຣີ ໃນວັນທີ 7 ກໍຣະກະດາ ນີ້ວ່າ:
“ໂອ້ຍ ຄືເກົ່າຫັ້ນແຫຼະ ຄືຊິແກ້ບໍ່ໄດ້ແລ້ວຕິ. ຕອນນັ້ນເງິນບາທ ມີແຕ່ 4-5 ສິບພັນກີບຕໍ່ຮ້ອຍເນາະ. ດຽວນີ້, ດຽວນີ້ ມັນລະຂຶ້ນມາ ຂຶ້ນມາເປັນ 6 ສິບພັນກີບແລ້ວ. ແຮງຮ້າຍກວ່າເກົ່າ ຊິແກ້ຍາກຢູ່ດອກ ຮ້ອຍບາທ ໄດ້ຫົກສິບພັນກີບແລ້ວ. ຄ່າສິນຄ້າກໍຂຶ້ນຕາມເງິນບາທ ຫັ້ນແຫຼະ. ລໍຖ້າຟັງເບິ່ງຫັ້ນແຫຼະ ເພິ່ນກະຖົກຖຽງກັນຢູ່ ແຕ່ວ່າຈະເຮັດໄດ້ ຫຼືບໍ່.”
ສໍາລັບມາຕການ ທີ່ຣັຖບານລາວ ຈະແກ້ໄຂບັນຫາເງິນເຟີ້ ສິນຄ້າລາຄາແພງ ແລະເງິນກີບອ່ອນຄ່າ ໃນເຣື່ອງອື່ນໆ ເປັນຕົ້ນ ຈະປາບປາມການລັກລອບນໍາເຂົ້າສິນຄ້າ ທີ່ບໍ່ຖືກຕ້ອງທຸກຮູບແບບ, ຈະເພີ່ມທະວີການຄຸ້ມຄອງໃຫ້ບັນດາບໍຣິສັັດ ນໍາເຂົ້າ-ສົ່ງອອກ ຕ້ອງຊໍາລະສະສາງເງິນຕຣາ ເຂົ້າລະບົບບັນຊີທະນາຄານ ຂອງ ສປປ ລາວ ຕາມເງື່ອນໄຂ ເພື່ອສູ້ຊົນກັບເງິນຕຣາເຂົ້າມາຜ່ານທະນາຄານ ເພີ່ມຂຶ້ນຫຼາຍກວ່າ 50%.
ພ້ອມທັງ ຈະດໍາເນີນຄະດີຕາມກົດໝາຍ ຜູ້ທີ່ປັ່ນປ່ວນການແລກປ່ຽນເງິນຕຣາ ແລະຣັຖບານລາວ ຈະຮີບຮ້ອນທວງໜີ້ສິນ ຈາກບໍຣິສັດທີ່ຍັງບໍ່ຊໍາລະທາງການ ໃຫ້ຫາແຫຼ່ງທຶນມາຊໍາລະຕາມສັນຍາ ເພື່ອຣັຖບານຈະໄດ້ມີເງິນທຶນໝຸນວຽນ ແລະສົ່ງເສີມໃຫ້ຊາວລາວ ຫັນມາໃຊ້ເງິນກີບລາວຫຼາຍຂຶ້ນ ກວ່າການໃຊ້ເງິນຕຣາຕ່າງປະເທດ.
ຂະນະທີ່ ຊາວລາວ ໃນແຂວງຄໍາມ່ວນ ທ່ານນຶ່ງ ກໍກ່າວເຊັ່ນດຽວກັນວ່າ ເປັນເຣື່ອງຍາກ ທີ່ຣັຖບານລາວ ຈະແກ້ໄຂບັນຫາເງິນເຟີ້ ແລະເງິນກີບອ່ອນຄ່ານີ້ໄດ້ ໂດຍສະເພາະ ການແລກປ່ຽນເງິນຕຣາຕ່າງປະເທດ ທີ່ປັດຈຸບັນນີ້ ທະນາຄານໃນປະເທດລາວ ບໍ່ມີເງິນຕຣາຕ່າງປະເທດ ໃຫ້ຊາວລ້າວແລກ ກໍເຮັດໃຫ້ຊາວລາວ ຫຼື ຊາວຄ້າຂາຍຫຼາຍຄົນ ຕ້ອງໄປຫາແລກເງິນຕຣາຕ່າງປະເທດ ນອກລະບົບກັນເອງ ບັນຫານີ້ ກໍສົ່ງຜົນເຮັດໃຫ້ອັດຕຣາແລກປ່ຽນ ເງິນກີບກໍສູງຂຶ້ນ ຢ່າງຫຼີກຫຼ້ຽງບໍ່ໄດ້ ແມ້ກະທັ້ງ ການຈ້າງຄົນດໍານາ ກໍຕ້ອງປັບຄ່າແຮງງານ ໃຫ້ເຂົາເຈົ້າ ມື້ລະ 150,000 ກີບແລ້ວ ເພາະເຂົາເຈົ້າຕ້ອງຊື້ກິນ-ຊື້ໃຊ້.
“ໂອ້! ຢາກຍາກເດີ້. ເພາະວ່າທະນາຄານ ບໍ່ມີປ່ຽນໃຫ້ແລ້ວ ດຽວນີ້ ມີແຕ່ເຣທນອກໝົດ 1,000 ກໍໜ້າຈໄດ້ຢູ່ 5 ແສນ 60 ພັນ, ແຕ່ວ່າຕໍ່າໆ ລະ 5 ແສນ 5, ເສຖກິຈມັນເປັນແນວນີ້ແລ້ວ ຄືເງິນບາທຂຶ້ນ ອິຫຍັງ ມັນກໍຂຶ້ນ. ຄັນວ່າຮັບຈ້າງຣາຍວັນ ມັນກໍຂຶ້ນຄືກັນ ແຕ່ກີ້ມື້ລະ 50 ບໍ. ດໍານາກະດາຍ ດຽວນີ້ ກໍຢູ່ ແສນຫ້າແລ້ວເດ້. ເຂົາກໍໄລ່ໃສ່ ວ່າ ເອີ່ຊື້ຢູ່-ຊື້ກິນເດ້.”
ຊາວລາວທ່ານນີ້ ຍັງກ່າວຕື່ມວ່າ ປັດຈຸບັນນີ້ ຊາວລາວຫຼາຍຄົນ ໂດຍສະເພາະ ບັນດາຊາວຄ້າຂາຍ ກໍໃຊ້ເງິນບາທກັນຫຼາຍ ໃນການຊື້-ຂາຍ ເພາະຖ້າໃຊ້ເງິນກີບ ເຂົາເຈົ້າກໍຂາດທຶນ ຍ້ອນວ່າ ເຂົາເຈົ້າຮັບເຄື່ອງຈາກປະເທດໄທຍມາຂາຍ ເຂົາເຈົ້າກໍຕ້ອງຄິດໄລ່ຕາມອັດຕຣາ ແລກປ່ຽນເງິນບາທ ທີ່ປັດຈຸບັນ ເງິນບາທລາຄາສູງ.
“ເຣື່ອງອັນນ່າ ຄ້າຂາຍໃນວົງເຂົາເຈົ້າລະແມ່ນ ສ່ວນຫຼາຍຈະເປັນເງິນບາທ, ເງິນໂດລ້າຣ໌. ຮ້ານຂາຍເຄື່ອງ ເຂົາກໍຍັງເວົ້າເປັນເງິນບາທໝົດ. ອີງຕາມຄວາມສະດວກ ຄົນມີບາທແດ່ ມັນກໍຈະຖືກ ຄັນຄົນບໍ່ມີເງິນບາທ ຈ່າຍກີບ ມັນກໍຈະແພງ.”
ຂະນະດຽວກັນ ຊາວລາວ ໃນນະຄອນຫຼວງວຽງຈັນ ທ່ານນຶ່ງ ກໍກ່າວວ່າ ທຸກມື້ນີ້ ຊາວລາວຫຼາຍຄົນ ບໍ່ສາມາດເວົ້າຫຍັງໃຫ້ຣັຖບານໄດ້ ມີພຽງແຕ່ລໍຖ້າເບິ່ງ ວ່າທາງການລາວ ຈະແກ້ໄຂໄດ້ແນວໃດ ແຕ່ປັດຈຸບັນນີ້ ຄ່າຄອງຊີບສູງຫຼາຍ ເງິນກີບກໍບໍ່ມີຄ່າ ຫຼາຍຄົນກໍເຣີ່ມບໍ່ໄຫວ ຕ້ອງປັບປ່ຽນໄປຕາມເສຖກິຈ ຫາທາງເອົາຊີວິດລອດກັນເອງ.
“ຄວາມຈິງແລ້ວ ມັນກໍເປັນໄປບໍ່ໄດ້ດອກ ເສຖກິຈແນວນີ້ ຊິແກ້ໄຂແນວໃດ ເວົ້າເຣື່ອງຄ່າຄອງຊີບ ມັນກໍກະຕຸ້ນຂຶ້ນ ເງິນໄທຍກໍຂຶ້ນ. ເງິນລາວພັດຕົກຕໍ່າ ສິນຄ້າມີແຕ່ໄປສັ່ງມາແຕ່ທາງນອກ. ໂຕເອົາເອງກໍຈະຕາຍແລ້ວນີ້ ມັນຊິບໍ່ລອດກັນນີ້ ມັນຂຶ້ນຮ້າຍ. ມັນຈົນຈະບໍ່ໄຫວແລ້ວນີ້ ເວົ້າຫຍັງກໍບໍ່ໄດ້ ຈັກຈະເຮັດຈັ່ງໃດ ມີແຕ່ຢູ່ໄປເລື້ອຍໆ ອົດອອມລອມລິດ.”
ພ້ອມດຽວກັນນີ້ ແມ່ຄ້າໃນນະຄອນຫຼວງວຽງຈັນ ທ່ານນຶ່ງ ກໍກ່າວວ່າ ຫຼາຍຄົນ ກໍຢາກໃຫ້ຣັຖບານ ແກ້ໄຂໃຫ້ໄດ້ໂດຍໄວ ແຕ່ທີ່ຜ່ານມາບໍ່ເຫັນຈະເຮັດໄດ້ເທື່ອ ປະຊາຊົນລາວ ກໍບໍ່ມີສິດອອກສຽງຫຍັງໄດ້ ເພາະຖືກຈໍາກັດສິດໄປ ມາດົນແລ້ວ ຊາວລາວສ່ວນໃຫຍ່ ກໍຕ້ອງກຸ້ມກັນເອງ.
“ກໍຢາກໃຫ້ແກ້ໄຂຫັ້ນແຫຼະ ເພິ່ນກໍບໍ່ໄດ້ແກ້ໄຂຫຍັງ ກຸ້ມຕົນເອງເລີຍນ່າ ຢູ່ໄດ້ແລະຢູ່ ເຮົາກໍບໍ່ມີສິດ ມີສຽງຈະເວົ້າຫຍັງໄດ້ ໄດ້ແຕ່ເບິ່ງ ໄດ້ແຕ່ແນມແຫຼະ ຫາກິນໄປເລື້ອຍໆແຫຼະ ແລ້ວໆຫຼາຍຄົນກະຈົ່ມ ມັນກໍທໍານຽມແຫຼະເນາະ ມັນເວົ້າຫຍັງບໍ່ໄດ້.”
ເຖິງຢ່າງໃດກໍຕາມ ທ່ານສອນໄຊ ສີພັນດອນ ນາຍົກຣັຖມົນຕຣີລາວ ໄດ້ກ່າວຕື່ມ ໃນກອງປະຊຸມສໄມສາມັນເທື່ອທີ 5 ຂອງສະພາແຫ່ງຊາຕ ຊຸດທີ 9 ອີກວ່າ ຈະສົ່ງເສີມການສົ່ງອອກສິນຄ້າ ເພື່ອທົດແທນການນໍາເຂົ້າ ແລະປູກຈິດສໍານຶກ ແລະລະດົມ ສ້າງຂະບວນການໃຫ້ພົລເມືອງລາວ ນິຍົມມາໃຊ້ສິນຄ້າພາຍໃນປະເທດ ໃຫ້ຫຼາຍຂຶ້ນ ແລະຈະສົ່ງເສີມນະໂຍບາຍດ້ານສິນເຊື່ອ ແລະສ້າງຜລິຕພັນທີ່ມີຄຸນນະພາບ ຕາມມາຕຖານ ຂອງຕລາດ ທີ່ມີຄວາມຕ້ອງການ, ສ້າງພື້ນຖານໂຄງຮ່າງ, ປັບປຸງລະດັບການບໍຣິການ, ປັບປຸງການທ່ອງທ່ຽວ ເພື່ອໃຫ້ນັກທ່ອງທ່ຽວ ເຂົ້າມາທ່ຽວປະເທດລາວຫຼາຍຂຶ້ນ.