ລາວອາດບໍ່ສາມາດຫຼຸດພົ້ນ ຈາກປະເທດດ້ອຍພັດທະນາ ໃນປີ 2026

ໄຊຍາ
2024.10.01
ລາວອາດບໍ່ສາມາດຫຼຸດພົ້ນ ຈາກປະເທດດ້ອຍພັດທະນາ ໃນປີ 2026 ຊາວບ້ານຢູ່ເມືອງໄຊ ແຂວງອຸດົມໄຊ ຂາຍເຄື່ອງຕາມແຄມທາງ ເຂດບ້ານໜອງແມງດາ, ເດືອນກັນຍາ 2023.
RFA

ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ຂຶ້ນກ່າວປາໃສຕໍ່ກອງປະຊຸມອະພິປາຍທົ່ວໄປຂອງສະມັດຊາໃຫຍ່ ອົງການສະຫະປະຊາຊາດສະໄໝທີ 79 ທີ່ ນີວຢ໋ອກ ປະເທດສະຫະລັດອາເມຣິກາໃນວັນທີ 27 ກັນຍາ 2024 ວ່າ ເປົ້າໝາຍທີ່ຈະຫຼຸດພົ້ນອອກຈາກສະຖານະປະເທດດ້ອຍພັດທະນາໃນປີ 2026 ນີ້ຍັງມີຄວາມທ້າທາຍແລະຫຍຸ້ງຍາກຫຼາຍສົມຄວນອາດເຮັດໃຫ້ປະເທດລາວບໍ່ສາມາດບັນລຸຕາມເປົ້າໝາຍໄດ້. ດັ່ງທ່ານ ສອນໄຊ ສີພັນດອນ ກ່າວຕໍ່ກອງປະຊຸມອະພິປາຍທົ່ວໄປ ຂອງສະມັດຊາໃຫຍ່ອົງການສະຫະປະຊາຊາດ ສະໄໝທີ 79 ໃນວັນທີ 27 ກັນຍາ 2024 ໃນຕອນໜຶ່ງວ່າ:

“ສປປ ລາວ ຍັງສືບຕໍ່ຜ່ານເກນມາດຕະຖານທັງ 3 ຕົວຊີ້ວັດເພື່ອຫຼຸດພົ້ນອອກຈາກສະຖານະພາບດ້ອຍພັດທະນາ ໃນປີ 2026. ແຕ່ໃນສະພາບປັດຈຸບັນ ພວກຂ້າພະເຈົ້າເຫັນວ່າຍັງມີຄວາມຈຳເປັນຕ້ອງໄດ້ສືບຕໍ່ສົມທົບກຳລັງແຮງ ຫຼືຄວາມພະຍາຍາມຂອງຕົນພະເຊີນກັບສິ່ງທ້າທາຍ ຈາກພາຍນອກແລະແກ້ໄຂບັນຫາຫຍຸ້ງຍາກດ້ານເສດຖະກິດ-ການເງິນ ຢູ່ພາຍໃນປະເທດແລະໄພທຳມະຊາດ ລວມເຖິງໄພນໍ້າຖ້ວມທີ່ເກີດຂຶ້ນໃນປັດຈຸບັນ.

ທ່ານກ່າວຕື່ມວ່າຄວາມຄືບໜ້າ ໃນການພັດທະນາແບບຍືນຍົງ ຍັງມີຄວາມຊັກຊ້າຫຼາຍ ແລະຍັງບໍ່ສາມາດບັນລຸຄາດໝາຍທີ່ວາງໄວ້ ເປັນຕົ້ນເປົ້າໝາຍການພັດທະນາແບບຍືນຍົງທີ 18 “ເພື່ອຊີວິດທີ່ປອດໄພຈາກລະເບີດບໍ່ທັນແຕກ” ເປັນເປົ້າໝາຍໜຶ່ງທີ່ມີຄວາມຄືບໜ້າໃນຫຼາຍລະດັບ ແຕ່ບັນຫາດັ່ງກ່າວຍັງສືບຕໍ່ເປັນໄພຂົ່ມຂູ່ຕໍ່ຊີວິດຂອງປະຊາຊົນລາວ ແລະໄດ້ກີດຂວາງການພັດທະນາປະເທດຊາດ.

ອຸປະສັກໜຶ່ງທີ່ໄດ້ສ້າງກີດຂວາງ ໃນການປະຕິບັດບັນດາເປົ້າໝາຍ ການພັດທະນາແບບຍືນຍົງ ແມ່ນການສະໜອງທຶນບໍ່ພຽງພໍເຊິ່ງມີຄວາມຈຳເປັນ ຕ້ອງປະຕິຮູບໂຄງສ້າງດ້ານການເງິນສາກົນ ຢ່າງຮີບດ່ວນ. ບໍ່ມີຄວາມພ້ອມທາງດ້ານວິທະຍາສາດ, ເຕັກໂນໂລຈີ, ປັນຍາປະດິດ ແລະ ນະວັດຕະກຳເພື່ອສົ່ງເສີມການເຕີບໂຕສີຂຽວ ແລະຫັນສູ່ເສດຖະກິດດີຈີຕອລ ທີ່ເປັນມິດຕໍ່ສິ່ງແວດລ້ອມ.

ທ່ານ ສອນໄຊ ສີພັນດອນ ຍັງຮຽກຮ້ອງໃຫ້ວົງຄະນະຍາດສາກົນ ອຳນວຍຄວາມສະດວກໃນການເຂົ້າເຖິງແລະຖ່າຍທອດເຕັກໂນໂລຈີ ແລະນະວັດຕະກຳທີ່ເໝາະສົມ ເພື່ອຊຸກຍູ້ແຮງງານເຂົ້າໃນການພັດທະນາແບບກ້າວກະໂດດລວມ ເຖິງສະໜັບສະໜູນການຈັດຕັ້ງປະຕິບັດຍຸດທະສາດ ແລະວິໄສທັດເພື່ອການພັດທະນາເສດຖະກິດດິຈີຕອລ ຂອງປະເທດລາວ.

ຂະນະທີ່ປະຊາຊົນໃນແຂວງຜົ້ງສາລີ ກ່າວວ່ານັບແຕ່ການລະບາດຂອງໂຄວິດ-19 ເປັນຕົ້ນມາຫຼາຍເປົ້າໝາຍການພັດທະນາແບບຍືນຍົງ ກາບໍ່ມີຄວາມຄືບໜ້າແລະປັດຈຸບັນຍັງຕ້ອງມາປະເຊີນກັບສະພາບເສດຖະກິດ-ການເງິນ ຕົກຕໍ່າຫຍີ່ງເຮັດໃຫ້ການພັດທະນາໃນດ້ານຕ່າງໆ ເກີດຄວາມຊັກຊ້າຂຶ້ນຕື່ມ.

ຊາວບ້ານສ່ວນຫຼາຍ ຍັງໃຊ້ຊີວິດຢູ່ຕາມທຳມະຊາດ. ສ່ວນເລື່ອງທີ່ຊາວບ້ານໃນເຂດຊົນນະບົດຕ້ອງການໃຫ້ລັດຖະບານລາວພັດທະນາເປັນອັນດັບຕົ້ນໆ ແມ່ນເລື່ອງເສັ້ນທາງເພາະເສັ້ນທາງ ຕາມເຂດຊົນນະບົດແມ່ນບໍ່ມີຄວາມສະດວກ ສະບາຍໃນການເດີນທາງ. ຖ້າສະພາບເສັ້ນທາງໄປມາສະດວກຈະເຮັດໃຫ້ການພັດທະນາດ້ານອື່ນໆ ໄດ້ຮັບການພັດທະນາຕາມໄປດ້ວຍ. ດັ່ງປະຊາຊົນແຂວງຜົ້ງສາລີກ່າວຕໍ່ວິທຍຸເອເຊັຽເສຣີໃນວັນທີ 01 ຕຸລາ ນີ້ວ່າ:

“ສະພາບແວດລ້ອມ ໃນການພັດທະນາຫັ້ນກາບໍ່ມີຄວາມຄືບໜ້າ ມັນກາຫຼາຍສາເຫດດຽວນີ້ວັດຖຸສິ່ງ ຂອງຊິພັດທະນາຫັ້ນບໍ່ມີມັນບໍ່ໝັ້ນຄົງ ດຽວນີ້ເວົ້າເລື່ອງການພັດທະນາດ້ານອື່ນໆ ນັ້ນສະເພາະເສັ້ນທາງມັນກາຫຍຸ້ງຍາກໜ້ອຍໜຶ່ງ.”

ປະຊາຊົນແຂວງຫົວພັນ ກ່າວວ່າຄວາມຫຍຸ້ງຍາກ ໃນການພັດທະນາແບບຍືນຍົງຢູ່ເຂດພາກເໜືອຂອງປະເທດລາວ ໂດຍລັກສະນະພູມີປະເທດທີ່ເປັນພູສູງ ບໍ່ມີທົ່ງພຽງ, ການປູກການລ້ຽງຖືກຈຳກັດເຮັດໃຫ້ເປົ້າໝາຍການພັດທະນາແບບຍືນຍົງໃນດ້ານຕ່າງໆ ບໍ່ທົ່ວເຖິງເປັນຕົ້ນການເຂົ້າເຖິງໄຟຟ້າ ແລະການເຂົ້າເຖິງນໍ້າສະອາດຖືວ່າບໍ່ມີຄວາມໝັ້ນຄົງ. ດັ່ງປະຊາຊົນຊາວແຂວງຫົວພັນ ກ່າວຕໍ່ວິທຍຸເອເຊັຽເສຣີໃນມື້ດຽວກັນນີ້ວ່າ:

“ພາກໃຕ້ຫຼືວ່າພາກກາງເຂົາສະດວກຫຼາຍ ກ່ວາທາງພວກເຮົາມັນມີສະຖານທີ່ທ່ົງພຽງດີ ເຂດເຮົານີ້ໂອ້ຍຍັງຫຼາຍຍັງເຄີ່ງໆ ກາງໆ ຢູ່ບໍ່ວ່າໂຄງການໃດເຂົ້າມານ່າໄຟຟ້າກາປະມານ 20 ກ່ວາບ້ານນີ້ແຫຼະຍັງບໍ່ທັນມີກາຍັງບໍ່ທັນໝັ້ນຄົງ.”

ເຈົ້າໜ້າທີ່ຫ້ອງການປົກຄອງເມືອງຫຼວງນໍ້າທາ ແຂວງຫຼວງນໍ້າທາ ກ່າວວ່າການຫຼຸດພົ້ນຈາກຄວາມທຸກຍາກໄດ້ຢ່າງໝັ້ນຄົງສ່ວນຫຼາຍຈະເປັນຄົນທີ່ອາໄສຢູ່ໃນເຂດເມືອງ ແລະເຂດເທດສະບານແຕ່ສຳລັບຊາວບ້ານທີ່ອາໄສຢູ່ເຂດນອກໜ້ອຍຄົນຫຼາຍທີ່ຈະຫຼຸດພົ້ນ ອອກຈາກຄວາມທຸກຍາກໄດ້ຕາມເປົ້າໝາຍ, ບາງເຂດມີຄວາມທຸກຍາກຈົນບໍ່ມີຮອດນໍ້າສະອາດຊົມໃຊ້ ໃນຊີວິດປະຈຳວັນ. ດັ່ງເຈົ້າໜ້າທີ່ຫ້ອງການປົກຄອງເມືອງຫຼວງນໍ້າທາ ກ່າວຕໍ່ວິທຍຸເອເຊັຽເສຣີໃນມື້ດຽວກັນວ່າ:

“ຄືເທດສະບານນີ້ກາຄືຊິພົ້ນທຸກ ແລ້ວມີແຕ່ອັນເຂດຫ່າງໄກສອກຫຼີກ ເພາະວ່ານໍ້າໃຊ້ນີ້ແຫຼະຍັງຂາດຢູ່ກາຍັງຂາດແຄນຢູ່ ຄືເທດສະບານນີ້ຂະເຈົ້າມີອາຊີບ.”

ເຈົ້າໜ້າທີ່ກອງທຶນຫຼຸດຜ່ອນຄວາມທຸກຍາກ ແຂວງເຊກອງກ່າວວ່ານອກຈາກເລື່ອງງົບປະມານ ທີ່ມີຈຳກັດແລ້ວເລື່ອງຂອງສະພາບເສັ້ນທາງທີ່ເປ່ເພ, ບໍ່ມີຄວາມສະດວກສະບາຍກາເປັນອີກປັດໄຈໜຶ່ງ ທີ່ເຮັດໃຫ້ເປົ້າໝາຍການພັດທະນາແບບຍືນຍົງດ້ານຕ່າງໆ ເກີດຄວາມຊັກຊ້າເພາະອົງການທີ່ກ່ຽວຂ້ອງ ຈະບໍ່ສາມາດເຂົ້າໄປເຖິງພື້ນຫ່າງໄກສອກຫຼີກ ໄດ້ຫາກເສັ້ນທາງບໍ່ໄດ້ຮັບການພັດທະນາໃຫ້ດີຂຶ້ນ. ດັ່ງເຈົ້າໜ້າທີ່ກອງທຶນຫຼຸດຜ່ອນຄວາມທຸກຍາກ ແຂວງເຊກອງກ່າວວ່າ:

“ໂຄງຮ່າງເບື້ອງໂຮງຮຽນຂ້ອນຂ້າງວ່າອີກ 4-5 ປີຕໍ່ໜ້າໄປນີ້ກາຂ້ອນຂ້າງວ່າໂອເຄຢູ່ ແຕ່ວ່າມັນຊິບໍ່ໂອເຄແດ່ນີ້ສະເພາະເສັ້ນທາງບ້ານຫາບ້ານ ຫັ້ນມີແຕ່ຍ່າງກັບລົດຈັກຖ້າວ່າໄດ້ເສັ້ນທາງ ແລ້ວເຮົາຈັ່ງຄ່ອຍມາປັບປຸງໂຕສະບຽງອາຫານນີ້ເຮົາເຈິ ອຸປະສັກແມ່ນເສັ້ນທາງ.”

ນັບແຕ່ປີ 2021-2026 ນີ້ປະເທດລາວຈະຢູ່ໃນໄລຍະປ່ຽນຜ່ານ ເຊິ່ງເປັນໄລຍະທີ່ປະເທດລາວຈະຕ້ອງຮັກສາສະຖຽນລະພາບທາງດ້ານເສດຖະກິດ-ການເງິນໃຫ້ຄົງທີ່ຫຼືດີຂຶ້ນ ກ່ວາເກົ່າຕາມເງື່ອນໄຂຂອງອົງການສະຫະປະຊາຊາດກຳນົດ ໄວ້ຢ່າງໜ້ອຍ 2 ໃນ 3 ເງື່ອນໄຂ ເຊັ່ນ ດັດສະນີລາຍໄດ້ແຫ່ງຊາດ (GNI) ກຳນົດໄວ້ 1,230 ໂດລາຕໍ່ຄົນຕໍ່ປີປັດຈຸບັນລາວບັນລຸໄດ້ປະມານ 1.688 ໂດລ້າຕໍ່ຄົນຕໍ່ປີຫຼຸດລົງຈາກປີ 2021 ເຊິ່ງຢູ່ໃນລະດັບ 1,996 ໂດລ້າຕໍ່ຄົນຕໍ່ປີ. ດັດຊະນີຊັບພະຍາກອນມະນຸດ (HAI) ຕ້ອງຫຼາຍກ່ວາ 66 ຄະແນນປັດຈຸບັນບັນລຸໄດ້ 77.2 ຄະແນນ ແລະ ດັດສະນີຄວາມບອບບາງທາງດ້ານເສດຖະກິດ (EVI) ກໍານົດໄວ້ 32 ຄະແນນ ຫຼືຕໍ່າກ່ວານັ້ນປັດຈຸບັນຢູ່ໃນລະດັບ 33.7 ຄະແນນຍັງບໍ່ບັນລຸຕາມເປົ້າໝາຍ.

ສຳລັບເປົ້າໝາຍການພັດທະນາ ແບບຍືນຍົງໃນປີ 2030 ຈຳນວນ 17 ເປົ້າໝາຍຕາມທີ່ອົງການສະຫະປະຊາຊາດກຳນົດໄວ້ນັ້ນເປັນຕົ້ນຢຸດຕິ ຄວາມທຸກຍາກທຸກຮູບແບບ, ຢຸດຕິຄວາມອຶດຫີວບັນລຸຄວາມໝັ້ນຄົງທາງດ້ານສະບຽງອາຫານສົ່ງເສີມ ການກະເສດແບບຍືນຍົງ, ມີລັກປະກັນການມີສຸຂະພາບທີ່ດີສົ່ງເສີມຄວາມເປັນຢູ່ທີ່ດີຂຶ້ນຕາມຊ່ວງໄວ, ການສຶກສາຄອບຄຸມທົ່ວປະເທດແລະເທົ່າທຽມ, ເກີດຄວາມສະເໝີພາບລະຫວ່າງຍີງຊາຍ, ເຂົ້າເຖິງນໍ້າສະອາດ, ມີໄຟຟ້າໃຊ້ທົ່ວເຖິງແລະພຽງພໍ, ອັດຕາຫວ່າງງານໃນລະດັບຕໍ່າມີວຽກເຮັດງານທຳເພື່ອສົ່ງເສີມເສດຖະກິດ, ມິໂຄງສ້າງພື້ນຖານທີ່ເອື້ອຕໍ່ການພັດທະນາອຸດສາຫະກຳ ທີ່ຄອບຄຸມແລະຍືນຍົງ, ປົກປ້ອງຟື້ນຟູແລະສະໜັບສະໜູນການໃຊ້ລະບົບນິເວດ ຢ່າງຍືນຍົງ ແລະ ອື່ນໆ.

ນອກຈາກນີ້ລັດຖະບານລາວ ຍັງກໍານົດເປົ້າໝາຍຂຶ້ນມາອີກ 1 ເປົ້າໝາຍຄືການເກັບລະເບີດບໍ່ທັນແຕກທີ່ຕົກຄ້າງຢູ່ ສປປ ລາວ ປັດຈຸບັນຄາດຄະເນວ່າລະເບີດບໍ່ທັນແຕກ ຍັງອີກ 30% ຄິດເປັນ 80 ລ້ານໜ່ວຍແລະພື້ນທີ່ຍັງບໍ່ທັນສໍາຫຼວດ ອີກປະມານ 20,000 ປາຍເຮັກຕ້າຣ໌ ທົ່ວປະເທດ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.