ປະຊາຊົນ ເດືອດຮ້ອນ ຈາກລາຄາສິນຄ້າ ແພງຂຶ້ນຕໍ່ເນື່ອງ
2022.12.20
ຊາວລາວໃນຫຼາຍແຂວງ ເວົ້າວ່າ ປັດຈຸບັນ ລາຄາສິນຄ້າ ເຄື່ອງອຸປໂພຄ ບໍຣິໂພຄ ຕາມທ້ອງຕລາດ ລາຄາຍັງແພງຢູ່ ຈຶ່ງສ້າງຄວາມເດືອດຮ້ອນ ໃຫ້ແກ່ຜູ້ບໍຣິໂພຄ ຍ້ອນມີຄ່າໃຊ້ຈ່າຍເພີ່ມຂຶ້ນ ແລະ ໄດ້ສົ່ງຜົລກະທົບຕໍ່ເດັກນ້ອຍນັກຮຽນ ກ່ຽວກັບຄ່າໃຊ້ຈ່າຍ ຊື້ປື້ມ ຊື້ສໍ ອຸປກອນການຮຽນຕ່າງໆ ຈົນພໍ່ແມ່ຫຼາຍຄົນ ບໍ່ສາມາດ ທີ່ຈະສົ່ງເສັຍໃຫ້ພວກລູກເຂົ້າໂຮງຮຽນໄດ້ອີກຕໍ່ໄປ.
ກ່ຽວກັບເຣື່ອງລາຄາສິນຄ້າແພງນີ້ ຊາວລາວ ຢູ່ເມືອງໄຊທານີ ນະຄອນຫຼວງວຽງຈັນຜູ້ນຶ່ງ ເວົ້າໃຫ້ວິທຍຸເອເຊັຽເສຣີຟັງ ໃນວັນທີ 20 ທັນວາ 2022 ນີ້ວ່າ:
“ໂອ່ຍອັນນີ້ ມັນເປັນພຍາດຊໍ້າເຮື້ອຢູ່ແລ້ວ ຕັ້ງແຕ່ໂຣຄໂຄວິດ-19 ມານ່າ ມັນກະທົບແຫຼະ ຄັນທຽບໃສ່ແຕ່ເກົ່າ ມັນກະເປັນ 50% ພຸ້ນແຫຼະ ເປັນຕົ້ນວ່າ: ນໍ້າແພງບໍ່, ເງິນເຟີ້, ເຂົ້າປາອາຫານແພງນີ້ນ່າ ຄືຈັ່ງວ່າ ເຂົ້າເປືອກເຮົານີ້ ຄືແຕ່ເກົ່າມັນກະໂລ 3,000-4,000 (ກີບ) ເນາະ ບາດນີ້ມາປັດຈຸບັນນີ້ ມາເປັນ 7,000-8,000 (ກີບ) ແລ້ວນີ້ນ່າ ຄັນເຂົ້າສານ ມັນກະເປັນໂລ 10 ປາຍພັນ 20,000 ພັນ (ກີບ) ພຸ້ນແຫຼະ ມັນກະຂຶ້ນໄປພຸ້ນແຫຼະ ຂຶ້ນໄປເບິດ.”
ລາຄາສິນຄ້າທີ່ແພງຂຶ້ນ ສ່ວນຫຼາຍກໍເປັນເຄື່ອງນໍາເຂົ້າ ຈາກຕ່າງປະເທດ ແຕ່ສິ່ງໃດ ທີ່ຢູ່ລາວຜລິດໄດ້ ກໍຂຶ້ນບໍ່ແພງຫຼາຍ, ດັ່ງທ່ານເວົ້າວ່າ:
“ເສຖກິຈພື້ນຖານ ພື້ນບ້ານພື້ນເມືອງເຮົາ ເປັນຜັກເປັນອັນນັ້ນເບາະ ຫຼືວ່າເປັນເປັນເປັດເປັນໄກ່ແມ່ນຫຍັງ ມັນກະຍັງຢູ່ຄືເກົ່າສົມມຸດວ່າ ສ່ວນເຄື່ອງທີ່ວ່າສັ່ງເຂົ້າຈາກຕ່າງປະເທດ ມັນໂຫຼດແພງບາດນີ້ນ່າ ຫຼືວ່າເປັນເຄື່ອງໃຊ້ຂອງສອຍ ມັນກະແພງຫັ້ນນ່າ ເຮົາຊື້ເຄື່ອງນໍາເຂົ້າຈາກຕ່າງປະເທດ ແພງເບິດນ່າ ຊີ້ນເບາະ ເປັນປະເທດໝູພັນເບາະ, ໄກ່ພັນ ທີ່ວ່າເພິ່ນລ້ຽງຢູ່ບ້ານເຮົາ ກະໄຄ ຂຶ້ນກະບໍ່ສູງຫັ້ນນ່າ.”
ທ່ານເວົ້າອີກວ່າ ຢູ່ນະຄອນຫຼວງວຽງຈັນ ສິນຄ້າສ່ວນຫຼາຍ ກໍລ້ວນແຕ່ນໍາເຂົ້າ ຈາກ ປະເທດໄທຍ:
“ໂອ້ຫຼາຍກ່ອນ ມັນກະໄທຍນີ້ແຫຼ້ວ ຫຼາຍກ່ອນນ່າ ເພາະວ່າຄັນແມ່ນເປັນເນື້ອສັດ ອາຫານທະເລເນາະ ມັນກະມາຈາກໄທຍຫັ້ນແຫຼ້ວ ແຕ່ວ່າ ມາຈາກວຽດນາມ ມາຈາກຈີນນີ້ ມັນກະສ່ວນໜ້ອຍດອກ.”
ຂະນະທີ່ ຊາວລາວ ຢູ່ແຂວງຊຽງຂວາງ ຜູ້ນຶ່ງ ທີ່ມີອາຊີບເປັນຊາວກະສິກອນ ກໍເວົ້າໃນທໍານອງດຽວກັນວ່າ ປັດຈຸບັນນີ້ ສິນຄ້າຕ່່າງໆ ທີ່ທຸກຄົວເຮືອນຕ້ອງມີໄວ້ເພື່ອປະກອບ ໃນຍາມແຕ່ຢູ່ຄົວກິນ ໂຕຢ່າງ: ນ້ໍາປາ, ແປ້ງນົວ, ນໍ້າຕານ ແລະນໍ້າມັນພືດ ແພງຂຶ້ນຈາກແຕ່ກ່ອນຫຼາຍ:
“ໂອ້ຍ ບໍ່ເວົ້າ ອັນໃດກໍແພງ ແພງແທ້ແພງວ່າຊຽງຂວາງນີ້ ແຫ່ງລະດັບນຶ່ງເຄື່ອງແພງນີ້ ຄຶດແຕ່ວ່າ ຖ້ານໍ້າມັນເນາະກວດນຶ່ງ 10 ປາຍພັນ (ກີບ) ດຽວນີ້ 30 ປາຍພັນ (ກີບ) ເຂົ້າກໍແພງ ສູ່ປີເຂົ້າກາກ (ເຂົ້າເປືອກ) ນີ້ ໂລນຶ່ງ 5,000 ພັນ(ກີບ) ເນາະ ປີນີ້ 9,500-10,000 ໃດ໋ ເຂົ້າໄກ່ນ້ອຍນີ້ແຫຼະ ໂລນຶ່ງ 10.000 (ກີບ ) ເຂົ້າກາກ (ເຂົ້າເປືອກ) ລະກໍຍາມນີ້ ປີກາຍ 5,000 ພັນ ອັນໃດກະແພງ ຫາກຮູ້ແນວເຮັດ ປານໃດເງິນຊິລົງ ອັນໃດກະແພງຫຼາຍ ແປ້ງນົວເຮົາເຄີຍຊື້ຖົງ 5,000-6,000 (ກີບ) ນີ້ກໍແມ່ນ 15,000 (ກີບ), ນໍ້າປາ ເຮົາຊື້ຍາມນັ້ນ 8,000 (ກີບ) ດຽວນີ້ກະ 17,000-18,000 (ກີບ) ນໍ້າຕານ ຖົງ 5,000-6,000 ດຽວນີ້ ກະ 16,000-17,000 ເປັນແນວນັ້ນນ່າ ຄຶດແຕ່ນໍ້າດື່ມນີ້ເນາະ ຍາມນັ້ນ ຕຸກ 3,000-4,000 (ກີບ) ດຽວນີ້ 6,000 (ກີບ) ນໍ້າດື່ມກະໄດ້ຊື້ກິນ ຂຶ້ນມາ ຊ່ວງໂຄວິດ ມານີ້ແຫຼະ ລະບໍ່ມີ (ລົງ) ມີແຕ່ຖີບຂຶ້ນເລີຍໆ ນໍ້າມັນກໍຂາດເນາະ, ນໍ້າມັນແອັດຊັງແຕ່ກ່ອນ ລິດນຶ່ງ 10,000 (ກີບ) ດຽວນີ້ 20,000 (ກີບ) 22,000 (ກີບ) ວ່າງແລ້ວນີ້ນ່າ ຈັ່ງວ່າຫາເງິນທັງໃສ່ນໍ້າມັນຣົຖ ທັງຄ່າຟືນຄ່າໄຟ ໂອ່ຍບໍ່ຢາກໄຫວໃດ໋ ຄ່າໄຟກໍຂຶ້ນໃດ໋ ຄ່າໄຟຫັ້ນ ວ່າງບໍ່ຂຶ້ນຫັ້ນ ກະເສັຍ 40,000-50,000 (ກີບ) ດຽວນີ້ 70,000-80,000 (ກີບ) ກະຂຶ້ນເປັນແນວນັ້ນນ່າ.”
ນາງກ່າວຕື່ມວ່າ ປັດຈຸບັນນີ້ ມີເງິນນຶ່ງແສນກີບ ໄປຈ່າຍຕລາດ ຊື້ເຄື່ອງກິນ ກໍເກືອບບໍ່ພໍນຶ່ງຄາບເຂົ້າ:
“100,000 (ກີບ) ກະໄດ້ຄາບນຶ່ງ ມື້ນຶ່ງທໍ່ນັ້ນດຽວນີ້ນ່າ ແຕ່ກ່ອນລະ 100,000 ກີບ ລະຊື້ຊີ້ນມາໄວ້ ຊີ້ນໝູໂລ 20,000-30,000 (ກີບ) ດຽວນີ້ໂອ່ ຊີ້ນໝູ ໂລນຶ່ງ 70,000 (ກີບ) 100,000 (ກີບ) ກະໄດ້ຊີ້ນໝູໂລນຶ່ງ ໄດ້ແປ້ງນົວໄດ້ເກືອ 100,000 (ກີບ) ລົງເຮືອນໄປມັນຊິພໍຫິ້ວໜັກຊໍ້າຫວາ ແຕ່ກ່ອນລະຫິ້ວຈົນບໍ່ໄຫວ ດຽວນີ້ ຫາກບໍ່ຮູ້ວ່າແຫຼະ.”
ໃນຂະນະດຽວກັນ ຊາວລາວ ຢູ່ແຂວງໄຊຍະບູຣີ ຜູ້ນຶ່ງ ທີ່ຂໍສງວນສຽງ ກໍເວົ້າວ່າ: ລາຄາສິນຄ້າຕ່າງໆ ແພງຂຶ້ນທົບເຄິ່ງ ຍົກໂຕຢ່າງ: ຊີ້ນຄວາຍ ປັດຈຸບັນ ກິໂລ 90,000 ກີບ ຈາກຕົ້ນປີ ລາຄາພຽງແຕ່ ໂລລະ 45,000 ກີບ, ຊີ້ນໝູ ໂລລະ 65,000 ກີບ ຈາກຕົ້ນປີ ລາຄາພຽງ 32,000 ປາຍກີບ ເຮັດໃຫ້ການໃຊ້ຊີວິດ ຂອງຊາວບ້ານໃນທຸກມື້ນີ້ລໍາບາກຫຼາຍ ຍ້ອນຄ່າໃຊ້ຈ່າຍເພີ່ມຂຶ້ນໜັກ ບັນຫາທີ່ຕາມມາ ກໍແມ່ນການຄ້າຂາຍຢາເສບຕິດຫຼາຍຂຶ້ນ, ຂີ້ລັກ ປຸ້ນຈີ້ກໍຫຼາຍຂຶ້ນນໍາ.
ສ່ວນຊາວລາວ ຢູ່ແຂວງອັດຕະປື ທີ່ເຄີຍແລ່ນຣົຖໂດຍສານ ກໍຕ້ອງໄດ້ເຊົາ ຍ້ອນນໍ້າມັນແພງ, ດັ່ງນາງກ່າວວ່າ:
“ເຊົາຫຼາຍເດືອນລະໃດ໋ ບໍ່ທັນໄດ້ແລ່ນ ບໍ່ໄຫວກັບນໍ້າມັນ ແຕ່ກີ້ແລ່ນໄປ ມີແຕ່ 2 ແສນປາຍ (ກີບ) ບາດດຽວນີ້ ມັນ 6 ແສນລະ ມັນ 6 ແສນ ພັດຄົນບໍ່ຫຼາຍ ມື້ນຶ່ງ 6 ແສນ 6 ແສນ ສອງມື້ ລ້ານປາຍແຫຼະບໍ່ໄຫວ ບໍ່ໄດ້ຄົນກະມີ.”
ນອກຈາກນີ້ ກໍມີແມ່ຄ້າອີກຜູ້ນຶ່ງ ທີ່ວິທຍຸເອເຊັຽເສຣີ ໄດ້ມີໂອກາດສັມພາດ ໃນຊ້ວງທີ່ເພິ່ນມາຢ້ຽມຢາມອາເມຣິກາ ແລະເພິ່ນກໍເຄີຍເປັນແມ່ຄ້າ ຢູ່ນະຄອນຫຼວງວຽງຈັນ ມາກ່ອນ.
(ສຽງສັມພາດ)
ຕາມທີ່ໄດ້ເວົ້າ ໄດ້ລົມກັບຊາວລາວຫຼາຍຄົນແລ້ວນັ້ນ ຕ່າງຄົນກໍເວົ້າວ່າ ຢາກໃຫ້ພາກສ່ວນກ່ຽວຂ້ອງ ແກ້ໄຂສະພາບເງິນເຟີ້ ນີ້ໂດຍໄວ ເພື່ອຊີວິດການເປັນຢູ່ຂອງຊາວລາວ ຈະໄດ້ຜ່ອນຄາຍລົງແດ່ ບໍ່ຕ້ອງແບກຫາບ ຄ່າຄອງຊີບແພງແບບນີ້ ເຊິ່ງມີທ່າທີວ່າ ຍັງຈະໜັກໜ້າ ຢູ່ຕໍ່ໄປ. ສະບາຍດີ.