ຊາວນະຄອນຫຼວງພຣະບາງ ປະເຊີນຄ່າຄອງຊີບ ສູງກວ່າທຸກເມືອງ ໃນລາວ

ຈຳປາທອງ
2023.05.17
ຊາວນະຄອນຫຼວງພຣະບາງ ປະເຊີນຄ່າຄອງຊີບ ສູງກວ່າທຸກເມືອງ ໃນລາວ ນັກທ່ອງທ່ຽວ ແລະ ຊາວນະຄອນຫຼວງພຣະບາງ ກັບການປະກອບການ ທຸຣະກິຈ, ເດືອນມີນາ 2023.
ຮູບພາບ: Courtesy Photo

ຄ່າຄອງຊີບ ຢູ່ນະຄອນຫຼວງພຣະບາງ ສູງກວ່າຢູ່ທຸກເມືອງໃນລາວ ຂະນະທີ່ ສູນສະຖິຕິແຫ່ງຊາຕລາວ ຣາຍງານວ່າ ອັດຕຣາເງິນເຟີ້ ຢູ່ແຂວງຫຼວງພຣະບາງ ໃນເດືອນພຶສພານີ້ ສູງເຖິງ 54.92%. ຄ່າຄອງຊີບຢູ່ນະຄອນຫຼວງພຣະບາງ ທີ່ວ່າສູງຄືແນວນັ້ນ ສອດຄ່ອງກັບຄໍາເວົ້າ ຂອງຜູ້ປະກອບການ ທຸຣະກິຈ ແລະປະຊາຊົນ ຢູ່ແຂວງຫຼວງພຣະບາງ ຊຶ່ງເຫັນກົງກັນວ່າ ຄ່າຄອງຊີບ ໃນນະຄອນຫຼວງພຣະບາງ ສູງກວ່າຢູ່ທຸກເມືອງ ໃນລາວ ຍ້ອນລາຄາສິນຄ້າ, ລາຄາອາຫານ ແລະຄ່າໂຮງແຮມແພງ ເພາະມີນັກທ່ອງທ່ຽວຕ່າງປະເທດ ຫຼາຍ.

ດັ່ງເຈົ້າໜ້າທີ່ ຜແນກອຸດສາຫະກັມ ແລະການຄ້າ ແຂວງຫຼວງພຣະບາງ ກ່າວຕໍ່ວິທຍຸ ເອເຊັຽ ເສຣີ ໃນມື້ວັນທີ 17 ພຶສພານີ້ວ່າ: 

ແພງຫຼາຍເພາະວ່າ ອັດຕຣາເງິນກີບຕົກຕໍ່າຫຼາຍ ແລະເຮັດໃຫ້ແມ່ນຫຍັງ ກະແພງ. ຢູ່ຫຼວງພຣະບາງນີ້ ເຟີຖ້ວຍນຶ່ງ ກະຊິ 25 ພັນກີບ. ຂະເຈົ້າຄິດເປັນເງິນໂດລ້າຣ໌ ຖ້າວ່າເຮົາຊິຈ່າຍເງິນກີບ ກະແມ່ນເອົາອັດຕຣາແລກປ່ຽນ ມາແລກເປັນກີບ ແລ້ວກະຈ່າຍແພງໜ້ອຍນຶ່ງ.

ທ່ານກ່າວຕື່ມວ່າ ສິນຄ້າທຸກປະເພດ ແລະທຸກໝວດໝູ່ ຖືກປັບຂຶ້ນໝົດ. ສ່ວນວ່າ ຈະປັບຂຶ້ນຫຼາຍ-ໜ້ອຍປານໃດນັ້ນ ຂຶ້ນຢູ່ກັບຜູ້ປະກອບການ ແຕ່ລະຄົນ ທີ່ວ່າຈະເອົາກໍາໄລເທົ່າໃດ ຫຼື ຈະປັບຂຶ້ນລາຄາ ໄປຕາມອັດຕຣາແລກປ່ຽນ ເງິນຕຣາ ແລະຄ່າຂົນສົ່ງ ຕາມກົລໄກຕລາດ, ແຕ່ໂດຍລວມແລ້ວ ກໍຖືວ່າແພງກວ່າ ຢູ່ແຂວງອື່ນໆ.

ເຈົ້າຂອງເຮືອນພັກ ແລະ ຮ້ານອາຫານ ຂນາດນ້ອຍ ໃນນະຄອນຫຼວງພຣະບາງ ຜູ້ນຶ່ງ ເວົ້າເຖິງລາຄາສິນຄ້າ ເກືອບທຸກປະເພດ ວ່າ ແພງກວ່າຢູ່ທຸກເມືອງ ໃນລາວ ເນື່ອງຈາກເປັນເມືອງທ່ອງທ່ຽວ ແລະສ່ວນໃຫຍ່ ແມ່ນຄົນຕ່າງປະເທດ ເຂົ້າມາ, ເຮັດໃຫ້ຜູ້ປະກອບການ ທຸຣະກິຈ ຄິດໄລ່ລາຄສິນຄ້າ,​ ຄ່າອາຫານ, ຄ່າເດີນທາງແລະໂຮງແຮມ ເປັນເງິນຕ່າງປະເທດ ແລະຂ້ອນຂ້າງແພງກວ່າຢູ່ເມືອງອື່ນໆ.

ທ່ານກ່າວຕື່ມວ່າ ເຖິງແມ່ນຢູ່ນະຄອນຫຼວງພຣະບາງ ຈະມີການປັບຂຶ້ນລາຄາສິນຄ້າ ແລະຄ່າບໍຣິການ ແຕ່ລາຄາທີ່ຖືກປັບຂຶ້ນ ນັ້ນ ກໍແຕກຕ່າງກັນ ຂຶ້ນຢູ່ກັບປະຊາຊົນ ແລະນັກທ່ອງທ່ຽວ ຈະເລືອກຊື້ສິນຄ້າ, ເລືອກໃຊ້ການບໍຣິການ ແບບໃດ, ແຕ່ກ່ອນ ຄ່າຣົຖຕຸກໆ ຈະຢູ່ປະມານ 50,000 ກີບ, ດຽວນີ້ປັບຂຶ້ນເປັນ 100,000 ກີບ ຕໍ່ໄລຍະທາງພຽງ 1 ຫຼື 2 ກິໂລແມັດ.

ແຕ່ວ່າລາຄາ ມັນກະຕ່າງກັນເນາະ ຫຼວງພຣະບາງ ກັບແຂວງອື່ນ ລາຄາມັນກະຕ່າງກັນ ແຕ່ວ່າເວົ້າເຣື່ອງລາຄາ ມັນກະທັມມະດາແລ້ວ ບ້ານພັກ, ຮ້ານອາຫານ, ໂຮງແຮມ ຂຶ້ນກັບຄວາມມັກໄດ໋ເນາະ ໄປຕາມລາຄາ ຂອງປະເພດອາຫານ ນັ້ນເນາະ.

ຢູ່ແຂວງວຽງຈັນ ເຈົ້າຂອງຣີສອດແຫ່ງນຶ່ງ ຢູ່ເມືອງວັງວຽງ ກໍເວົ້າຕໍ່ວິທຍຸ ເອເຊັຽ ເສຣີ ໃນມື້ດຽວກັນນີ້ວ່າ ມີການປັບຂຶ້ນ ຄ່າຫ້ອງພັກ ປະມານ 5 ຫາ 10% ຈາກລາຄາເດີມ ຊຶ່ງການປັບຂຶ້ນນັ້ນ ກໍຈະເບິ່ງຕາມຣະດູການ ທ່ອງທ່ຽວ ເປັນຫຼັກ ບວກກັບສະພາບເສຖກິຈ ຂອງລາວ ໂດຍສະເພາະ ໃນໄລຍະນີ້ທີ່ເກີດພາວະເງິນເຟີ້, ເງິນກີບອ່ອນຄ່າລົງຫຼາຍ ກໍຈະປັບຂຶ້ນ ເພື່ອບໍ່ໃຫ້ທຸຣະກິຈ ຂາດທຶນຫຼາຍ.

ຫຼາຍຢ່າງໆ ຢູ່ເມືອງຫຼວງແຮງຮ້າຍແຫຼະ. ຈີນມາແດ່ຊ່ວງນີ້ ຊ່ວງ ໂລ ຊີຊັນ (Low Season) 45 ໂດລ້າຣ໌ ແລ້ວກໍຊ່ວງ ຮາຍ ຊີຊັນ (High Season) 70 ໂດລ້າຣ໌ ຊີ້ນ່າ ເປັນລາຄາມາຕຖານ ເລີຍລະໂຕນີ້ ແຕ່ຊ່ວງລັອກດາວນ໌ ຫັ້ນ ເຮົາກະເກັບຖື ເອົາຄົນລາວມາທ່ຽວເດ໋.

ທີ່ນະຄອນຫຼວງວຽງຈັນ ຊາວລາວຜູ້ນຶ່ງ ເວົ້າວ່າ ດຽວນີ້ ລາຄາສິນຄ້າແພງຂຶ້ນ ໝົດທຸກປະເພດ ໂດຍສະເພາະອາຫານທະເລ, ໝາກໄມ້ ແລະເຄື່ອງໃຊ້ພາຍໃນຄອບຄົວ ຊຶ່ງເກືອບວ່າ ທັງໝົດແມ່ນນໍາເຂົ້າມາຈາກໄທຍ, ຈີນ ແລະວຽດນາມ, ສະເພາະຄ່າຣົຖຕຸກໆ ດຽວນີ້ ແມ່ນເຣີ່ມຕົ້ນ 100,000 ກີບແລ້ວ ເພາະຄົນຂັບຣົຖອ້າງວ່າ ນໍ້າມັນແພງ.

ດຽວກະແພງເຕີບໄດ໋ເນາະ ຂຶ້ນແລ້ວກະບໍ່ລົງອີກ ພວກອາຫານທະເລພວກໝາກໄມ້ ພວກຊີ້ນປູປາ ແມ່ນຫຍັງ ຢູ່ຕລາດນີ້ແພງເຕີບເນາະ ດຽວນີ້ ຢູ່ແຂວງອື່ນກະຍັງໄຄໜ້ອຍນຶ່ງ.

ສ່ວນລາຄ້າສິນຄ້າ ໃນຕລາດ ຢູ່ນະຄອນຫຼວງວຽງຈັນ ປະເພດປາ ແລະຊີ້ນ ກໍປັບຂຶ້ນສົມຄວນ ເປັນຕົ້ນ ຊີ້ນງົວ ກິໂລນຶ່ງ ຈາກ 120,000 ກີບຂຶ້ນເປັນ 125,000 ກີບ, ຊີ້ນໝູຈາກ 60,000 ກີບຂຶ້ນເປັນ 65,000 ກີບ, ປານິນຈາກ 37,000 ກີບ, ຂຶ້ນເປັນ 40,000 ກີບ ແລະປາດຸກ ຈາກ 30,000 ກີບຂຶ້ນເປັນ 35,000 ກີບຕໍ່ກິໂລ.

IMG_4321.JPG
ສູນສະຖິຕິແຫ່ຊາຕ, ນະຄອນຫຼວງວຽງຈັນ ເດືອນມີນາ 2023. ຮູບພາບ: ນັກຂ່າວ ພົລເມືອງ

ທີ່ນະຄອນປາກເຊ ແຂວງຈໍາປາສກ ເຈົ້າຂອງຮ້ານຂາຍເຄື່ອງຍ່ອຍ ເວົ້າຕໍ່ວິທຍຸວິທຍຸ ເອເຊັຽ ເສຣີ ໃນມື້ວັນທີ 17 ພຶສພານີ້ວ່າ ລາຄາສິນຄ້າ, ​ລາຄາອາຫານ ແພງເກືອບຊໍ່າໆກັນກັບ ແຂວງຫຼວງພຣະບາງ ແລະນະຄອນຫຼວງວຽງຈັນ ເນື່ອງຈາກສິນຄ້າ ເກືອບທຸກປະເພດ ແມ່ນນໍາເຂົ້າ ມາຈາກໄທຍ ຍ້ອນເງິນກີບເຟີ້ ແລະຄ່າຂົນສົ່ງ ກໍສູງ. ສ່ວນເຮືອນພັກ, ໂຮງແຮມ ແລະຮ້ານອາຫານ ຂນາດໃຫຍ່ ດຽວນີ້ແມ່ນຄິດໄລ່ຄ່າເຊົ່າ ເປັນເງິນຕຣາ ຕ່າງປະເທດແລ້ວ ເຊັ່ນເງິນບາທ ແລະເງິນໂດລ້າຣ໌ ຍ້ອນບໍ່ຄ່ອຍມີຄວາມສ່ຽງ ໃນເຣື່ອງການອ່ອນຄ່າ ຂອງເງິນ.

ກະປັບຕາມອັດຕຣາຂອງເງິນບາທເນາະ ໂຕຢ່າງຄືເຟີເນາະ ເຄີຍຂາຍ 25 ພັນກີບກະແມ່ນ 30 ພັນກີບແລ້ວດຽວນີ້ ເຄື່ອງບໍຣິໂພກ ສ່ວນຫຼາຍກະນໍາເຂົ້າ ມາຈາກໄທຍເນາະ ຂຶ້ນເປັນເຄິ່ງເລີຍ ເປັນຂອງກິນສຸກຂະເຈົ້າເຄີຍຂາຍ ຖົງ 5 ພັນກີບ ເຂົາກະຂຶ້ນເປັນ 10 ພັນກີບ ຊີ້ນ່າ. ໂຮງແຮມນີ້ຂຶ້ນ ເພິ່ນໄລ່ເປັນເງິນໂດລ້າຣ໌ ເລີຍ.

ອີງຕາມການຣາຍງານ ຂອງສູນສະຖິຕິແຫ່ງຊາຕລາວ, ແຂວງທີ່ມີອັດຕຣາເງິນກີບເຟີ້ ສູງທີ່ສຸດ ປະຈໍາເດືອນພຶສພາ 2023 ນີ້ຄື ແຂວງຫຼວງພຣະບາງ 54.92%, ແຂວງຄໍາມ່ວນ 49.52%,​ ແຂວງອຸດົມໄຊ 47.63%, ແຂວງ ຈໍາປາສັກ 44.34%, ແຂວງວຽງຈັນ 43.53% ແລະແຂວງອື່ນໆ ກໍເຟີ້ຫລຸດໆກັນໄປ. ສ່ວນແຂວງ ທີ່ມີອັດຕຣາເງິນກີບເຟີ້ ໜ້ອຍກວ່າໝູ່ ແມ່ນແຂວງຫຼວງນໍ້າທາ 31.62% ແລະ ນະຄອນຫຼວງວຽງຈັນ 32.92%.

ໄລຍະທີ່ຜ່ານມາ ທະນາຄານໂລກ, ທະນະຄານພັທນາເອເຊັຽ ແລະສະຖາບັນຄົ້ນຄວ້າ ເສຖກິຈ-ສັງຄົມແຫ່ງຊາຕ ກໍໄດ້ໃຫ້ຄໍາແນະນໍາ ແລະຂໍ້ສເນີຕ່າງໆ ເພື່ອໃຫ້ຣັຖບານລາວ ນໍາໄປຈັດຕັ້ງປະຕິບັດ ແລະເລັ່ງດໍາເນີນການ ເພື່ອແກ້ໄຂບັນ ຫາເງິນກີບເຟີ້. ໃນນັ້ນມີຮວມທັງ ເຣື່ອງການຄຸ້ມຄອງ ເງິນຕຣາຕ່າງປະເທດ ບໍ່ໃຫ້ຮົ່ວໄຫຼ, ​ການເພີ່ມລາຍຮັບ, ຫລຸດຜ່ອນລາຍຈ່າຍ, ສືບຕໍ່ເຈຣະຈາ ກັບຕ່າງປະເທດ ເພື່ອ ຂໍເລື່ອນການຊໍາຣະໜີ້ສິນ.

ນອກຈາກນັ້ນ ຣັຖບານລາວ ຍັງຈະຕ້ອງພະຍາຍາມສົ່ງເສີມ ການຜລິດສິນຄ້າ ເປັນຕົ້ນສະບຽງອາຫານ ແລະການສົ່ງອອກ ເພື່ອຫລຸດຜ່ອນ ການນໍາເຂົ້າ, ດຶງດູດການລົງທຶນ ທັງຈາກພາຍໃນ ແລະຕ່າງປະເທດ, ແຕ່ການປະຕິບັດ ມາຕການເຫລົ່ານັ້ນ ຍັງບໍ່ບັນລຸ ໄດ້ເທົ່າທີ່ຄວນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.