ເສັ້ນທາງ ສ້າງບໍ່ແລ້ວ ປະຊາຊົນ ຢູ່ນະຄອນຫຼວງ ໄດ້ຮັບຄວາມເດືອດຮ້ອນ
2023.04.13
ເມື່ອວັນທີ 11 ເມສາ ມີການເຜີຍແພ່ຄລິບວິດີໂອ ບົນ ແຟສບຸກ ກ່ຽວກັບສະພາບຖນົນ ຢູ່ບ້ານດົງສະຫວາດ ເມືອງສີສັດຕະນາກ ນະຄອນຫລວງວຽງຈັນ ທີ່ມີຂີ້ຝຸ່ນໃງ້ຫລາຍ ສ້າງຄວາມລໍາບາກໃຫ້ແກ່ປະຊາຊົນ ທີ່ອາໃສຢູ່ແຄມທາງ ເພາະຂ້າເຈົ້າຕ້ອງຄອຍຫົດເອົານ້ໍາ ໄລ່ຂີ້ຝຸ່ນທຸກຄັ້ງ ເມື່ອມີຣົຖຜ່ານໄປ-ມາ.
ກ່ຽວກັບເຣຶ່ອງນີ້ ວິທຸເອເຊັຽ ເສຣີ ໄດ້ຕິດຕໍ່ໄປຫາຊາວບ້ານ ບ້ານດົງສະຫວາດ ພົບວ່າ ຊາວບ້ານເວົ້າເປັນສຽງດຽວກັນວ່າ ຖນົນໃນເຂດບ້ານ ຍັງເປັນຖນົນດິນແດງຢູ່ຫລາຍ ມີຂຸມ ມີບໍ່ ສ້າງຄວາມລໍາບາກໃຫ້ແກ່ຊາວບ້ານຫລາຍ ໂດຍສະເພາະ ຣະດູຝົນທີ່ມີຂີ້ຕົມ. ຖນົນນີ້ແມ່ນເປັນເສັ້ນທາງ ທີ່ໃຊ້ສັນຈອນໄປມາຫລາຍ ເພາະເປັນເສັ້ນທາງລັດ ໄປຕລາດສວນມອນ ໄປບ່ອນເຮັດວຽກ ແລະ ໄປໂຮງຮຽນ.
ດັ່ງ ຊາວບ້ານຢູ່ບ້ານດົງສະຫວາດ ເມືອງສີສັດຕະນາກ ທ່ານນຶ່ງ ກ່າວຕໍ່ ວິທຍຸເອເຊັຽເສຣີ ໃນມື້ວັນທີ 13 ເມສາ ນີ້ວ່າ:
“ຫລາຍ ຂ້າເຈົ້າກະຈົ່ມຫລາຍຢູ່ ລໍາບາກທີ່ສຸດລະແມ່ນຍາມຝົນ ຖ້າຍາມຮ້ອນຈິງໆ ມັນມີແຕ່ຂີ້ຝຸ່ນ ກໍລໍາບາກແຕ່ຍາມມີຂີ້ຝຸ່ນ ແຕ່ວ່າໃຊ້ຜ້າປິດປາກເອົາ ໃຊ້ຫລາຍຕລອດມັນຈະເປັນຫັ້ນເສັ້ນທາງລັດ ເສັ້ນທາງຫລັກທີ່ວ່າທີ່ ມັນຈະບໍ່ໄດ້ອ້ອມໄກ ມັນເປັນທາງລັດ ໃກ້ ຕລາດ ໃກ້ໂຮງຮຽນ ແລ້ວກໍຫັ້ນນ່າ ໃກ້ບ່ອນເຮັດວຽກ.”
ທ່ານ ກ່າວຕື່ມວ່າ ຫາກມີຣົຖແລ່ນຜ່ານ ຊາວບ້ານກໍຈະຫົດນ້ໍາເພື່ອລົດຂີ້ຝຸ່ນໃງ້ ແຕ່ຕອນນີ້ ຄ່ານ້ໍາຄ່າໄຟກໍແພງ ຈຶ່ງບໍ່ມີໃຜຢາກສິຫົດປານໃດ ບາງບ້ານກໍເທປູນ ສະເພາະໜ້າບ້ານຂອງຕົວເອງ ເພື່ອແກ້ບັນຫາ ແຕ່ກໍຝຸ່ນກໍຍັງໃງ້ຄືເກົ່າ
ຖນົນດິນແດງນີ້ ມີໄລຍະປະມານ 400-500 ແມັດ ເປັນສ່ວນນຶ່ງຂອງຖນົນຄອນກີຕ ທີ່ສ້າງເມື່ອເກືອບ 6 ປີ ທີ່ແລ້ວ ແຕ່ທີ່ຍັງສ້າງບໍ່ແລ້ວ ເມື່ອເທຄອນກີຕ ໄປໄດ້ເຄິ່ງທາງ ກໍບໍ່ມີການມາເທຕໍ່ ເຮັດໃຫ້ອີກເຄິ່ງ ຍັງເປັນຖົນນດິນແດງ ທີ່ເອົາດິນມາຖົມຊື່ໆ.
ທີ່ຜ່ານມາ ຊາວບ້ານເຄີຍຕິດປ້າຍ ບໍ່ໃຫ້ຣົຖບັນທຸກແລ່ນຜ່ານ ຫລື ບໍ່ໃຫ້ແລ່ນຣົຖໄວ ແຕ່ກໍບໍ່ໄດ້ຜົລປານໃດ ດັ່ງ ຊາວບ້ານຢູ່ບ້ານດົງສະຫວາດ ອີກນາງນຶ່ງ ກ່າວວ່າ:
“ມັນກະຍັງສ້າງບໍ່ແລ້ວ ແຕ່ດົນແລ້ວ ແຕ່ດົນ ໄດ້ຫລາຍປີເຕີບລະຕົວນີ້ ມັນກໍຍັງເປັນຂຸມ ເປັນອີ່ຫຍັງຄືເກົ່າຫັ້ນແຫລະ ບາງເທື່ອກໍຕິດປ້າຍໃສ່ວ່າ ບໍ່ໃຫ້ຣົຖບັນທຸກ ເທົ່ານັ້ນເທົ່ານີ້ ນ້ໍາໜັກຫັ້ນນ່າ ທຽວ ຂະເຈົ້າກໍຍັງເຂົ້າມາ.”
ຊາວບ້ານຢູ່ບ້ານດົງສະຫວາດ ອີກນາງນຶ່ງ ກ່າວວ່າ ເຖິງແມ່ນວ່າຈະບໍ່ໄດ້ເກັບກໍາຂໍ້ມູນດ້ານສຸຂພາບ ແຕ່ຂີ້ຝຸ່ນ ກໍບໍ່ແມ່ນສິ່ງດີຕໍ່ປອດ ຍິ່ງໃນໄລຍະທີ່ສະພາບອາກາດເຕັມໄປດ້ວຍ ມົລພິດ PM2.5 ກໍຍິ່ງເຮັດໃຫ້ເກີດພູມແພ້ໄດ້ງ່າຍຂຶ້ນ ສົ່ງຜົລະທົບຕໍ່ເດັກນ້ອຍ ຄົນໄປທໍາງານ ນັກຮຽນໄປໂຮງຮຽນ ຈຶ່ງຢາກໃຫ້ທາງການ ມາເຮັດຖນົນໃຫ້ແລ້ວ ເພື່ອຫລຸດຜ່ອນຄວາມລໍາບາກຂອງຊາວບ້ານ.
“ມັນກໍບໍ່ດີຕໍ່ປອດຫັ້ນແຫລະ ມັນກໍມີແພ້ຝຸ່ນ ແພ້ຫຍັງສິນ່າ ເປັນໄຂ້ທີ່ເປັນພູມແພ້ນີ້ ຂີ້ຝຸ່ນຖືກ ມັນກໍຍັງຍາກ ກໍຢາກໃຫ້ຂະເຈົ້າລົງມາເຮັດ ໃຫ້ມັນແລ້ວຫັ້ນແຫລະ ເຮັດທາງປູຄອນກີຕ ໃຫ້ມັນແລ້ວ ເພາະວ່າມັນລໍາບາກ ເວລາຂະຈົ້າທຽວວຽກ ທຽວງານ ແລ້ວກໍທຽໂຮງຮຽນຫັ້ນນ່າ.”
ຍານາງ ກ່າວຕື່ມວ່າ ທີ່ຜ່ານມາຊາວບ້ານປະຊາຊົນ ເຄີຍລະດົມເງິນເພື່ອແກ້ໄຂປັນຫານີ້ແລ້ວ ໂດຍຖົມ ຂຸມ ບໍ່ ແລະ ນໍາຣົຖມາຂີດຖນົນ ແຕ່ກໍບໍ່ມີງົບພຽງພໍ ສໍາລັບການເທຄອນກີຕ ຫລື ເທຍາງມະຕອຍ ນອກຈາກນີ້ທໍ່ລະບາຍນ້ໍາ ຕາມຖນົນເສັ້ນນີ້ກໍຍັງເຮັດບໍ່ແລ້ວ ມີແຕ່ຂຸດດິນ ແຕ່ກໍຍັງບໍ່ວາງທໍ່ຈັກເທື່ອ ບາງບ່ອນມີທໍ່ລະບາຍນ້ໍາ ແຕ່ກໍຍັງບໍ່ມີຝາປິດ ເຮັດໃຫ້ ຄົນຂັບຣົຖ ຕອນແລງ ກໍເກີດອຸບັຕເຫຕມາແລ້ວ.
ເມື່ອສອບຖາມໄປຍັງອໍານາດການປົກຄອງບ້ານ ກໍພົບວ່າ ມີການສ້ອມແປງແລ້ວ ແລະ ຂັ້ນບ້ານໄດ້ສົ່ງເຣຶ່ອງໄປຍັງຂັ້ນເທິງ ແລະ ຈະດໍາເນີນການຕາມຣະບຽບ.
ດັ່ງ ເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ກ່າວວ່າ:
“ຂ້າເຈົ້າມາແປງແລ້ວ ມັນກໍໄດ້ຊໍ້ານັ້ນແຫລະ ຂ້າເຈົ້າກໍເວົ້າລົມມາແລ້ວກໍໄປ ຕາມຂັ້ນຕອນຂອງມັນ ອັນນີ້ຂໍ້ມູນຂອງເຮົາກໍາລັງຣາຍງານໃຫ້ເພິ່ນເດີ້.”
ບັນຫາຖນົນເປ່ເພ ຂີ້ດິນ ມີຂີ້ຝຸ່ນໃງ້ ບໍ່ແມ່ນບັນຫາທີ່ເກີດຂຶ້ນຢູ່ບ້ານດົງສະຫວາດເທົ່ານັ້ນ ແຕ່ໃນບ້ານ ໃນເມືອງ ແລະ ແຂວງຕ່າງໆ ທົ່ວປະເທດລາວກໍມີບັນຫານີ້ ເປັນຕົ້ນ ຢູ່ບ້ານຄໍາຮຸ່ງ ເມືອງໄຊທານີ ນະຄອນຫລວງວຽງຈັນ ທີ່ປະຊາຊົນເດືອດຮ້ອນ ຈາກຖນົນ ທີ່ຍັງສ້າງບໍ່ແລ້ວ ເປັນເວລາເກືອບ 10 ປີແລ້ວ ຍ້ອນ ຜູ້ຮັບເໝົາປະຖີ້ມໄວ້ ຫລື ຖນົນ ຢູ່ບ້ານຮ່ອງງົວ ເມືອງນາຊາຍທອງ ນະຄອນຫລວງວຽງຈັນ ທີ່ຖນົນເປ່ເພ ມີຂີ້ຝຸ່ນມາເປັນໄລຍະເວລາ 10 ປີ ຍ້ອນເປັນເສັ້ນທາງດິນແດງ ທີ່ຣົຖບັນທຸກ ບໍຣິສັດ ດູດຫີນດູດແຮ່ ບໍຣິສັດຂົນສົ່ງໝາກກ້ວຍ ຣົຖຂອງຟາມໝູ ນໍາໃຊ້ເປັນປະຈໍາ.