ປະຊາຊົນລາວ ກຳລັງຖືກຍາດອາຊີບ ຈາກຄົນຈີນ ຫຼາຍຂຶ້ນ

ສຸພັດຕາ
2023.04.11
ປະຊາຊົນລາວ ກຳລັງຖືກຍາດອາຊີບ ຈາກຄົນຈີນ ຫຼາຍຂຶ້ນ ນັກທ່ອງທ່ຽວຈີນ ຈຳນວນນຶ່ງ ກຳລັງຂຶ້ນ-ລົງ ທ່ຽວຊົມພູສີ ສະຖານທີ່ທ່ອງທ່ຽວ ທີ່ສຳຄັນ ຂອງນະຄອນຫຼວງພຣະບາງ, ວັນທີ 24 ມີນາ 2023.
ນັກຂ່າວ ພົລເມືອງ

ນັບແຕ່ຈີນ ປະກາດເປີດປະເທດຢ່າງເປັນທາງການ ນັກທ່ອງທ່ຽວຈີນ ໄດ້ເດີນທາງມາຍັງປະເທດລາວ ໂດຍສະເພາະ ນະຄອນຫຼວງພຣະບາງ ແຂວງຫຼວງພຣະບາງ ແລະເມືອງວັງວຽງ ແຂວງວຽງຈັນ ເປັນຈໍານວນຫຼາຍ ດ້ວຍການຈັດບໍຣິການທ່ອງທ່ຽວຄົບວົງຈອນ ຫຼື ທົວຣ໌ສູນຫຼຽນ ເຮັດໃຫ້ລາຍໄດ້ຕ່າງໆ ທີ່ເກີດຂຶ້ນຈາການທ່ອງທ່ຽວ ພາຍໃນປະເທດລາວ ຕົກຢູ່ໃນມື ຂອງນັກທຸຣະກິຈ ຈີນທັງໝົດ ແລະເຖິງແມ່ນວ່າ ທາງການລາວ ແລະພາກສ່ວນທີ່ກ່ຽວຂ້ອງ ຈະຮັບຮູ້ກ່ຽວກັບບັນຫາດັ່ງກ່າວນີ້ແລ້ວ ແລະພະຍາຍາມຊອກຫາແນວທາງ ການແກ້ໄຂ ແຕ່ຢ່າງໃດກໍຕາມ ພັດຍັງບໍ່ທັນສາມາດ ຈັດຕັ້ງປະຕິບັດ ໄດ້ຢ່າງຈິງຈັງເທື່ອ.

ດັ່ງເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ກ່າວວ່າ:

“ເບື້ອງຣັຖເຮົາກໍມີແຜນຢູ່ ແຕ່ວ່າ ກໍຍັງບໍ່ທັນໄດ້ຈັດຕັ້ງປະຕິບັດລະອຽດ ການເຂົ້າມາຂອງຂະເຈົ້າຫັ້ນ ເບື້ອງຕົ້ນ ກໍຄິດວ່າຊິອີງໃສ່ທາງຣົຖໄຟຫັ້ນນ່າ ແຕ່ວ່າ ທາງຣົຖໄຟ ກໍຍັງບໍ່ທັນໄດ້ເປັນທາງການເນາະ ແຕ່ວ່າ ຕ້ອງເອົາລະບົບຂອງທາງຣົຖໄຟນີ້ ໃຫ້ມັນລະອຽດເສັຍກ່ອນຫັ້ນນ່າ ຊິຈັດການ ແຕ່ໂດຍລວມ ພວກເຮົາກໍວາງແຜນໄວ້ວ່າ ມັນກໍຈະຕ້ອງໄດ້ໃຫ້ຂະເຈົ້າຫັ້ນ ມາຮ່ວມກັບບັນດາ ບໍຣິສັດທ່ອງທ່ຽວ ຂອງພວກເຮົາຫັ້ນ ສະເພາະກໍແມ່ນ ການນໍາໃຊ້ໄກດ໌ທ່ອງທ່ຽວຂອງຄົນຈີນ.”

ທີ່ຜ່ານມາ ເຮືອນພັກໃນປະເທດລາວ ແບ່ງອອກເປັນ 3 ປະເພດ ຄື ຂນາດນ້ອຍ ເປີດໃຫ້ບໍຣິການບໍ່ກາຍ 40 ຫ້ອງ, ຂະນາດກາງ ເປີດໃຫ້ບໍຣິການ ລະຫວ່າງ 40-99 ຫ້ອງ ແລະຂນາດໃຫຍ່ ເປີດໃຫ້ບໍຣິການ ແຕ່ 100 ຫ້ອງຂຶ້ນໄປ ທັງນີ້ ທາງການລາວ ຈະອະນຸຍາດໃຫ້ຊາວຕ່າງປະເທດ ສາມາດເຮັດກິຈການເຮືອນພັກ-ໂຮງແຮມ ໄດ້ແຕ່ສະເພາະຂນາດກາງ ແລະຂນາດໃຫຍ່ເທົ່ານັ້ນ ແຕ່ຢ່າງໃດກໍຕາມ ພັດມີນັກລົງທຶນຊາວຕ່າງປະເທດ ເຂົ້າມາເຮັດກິຈການເຮືອນພັກຂນາດນ້ອຍ ດ້ວຍການຂຶ້ນທະບຽນໃນຊື່ຄົນລາວເປັນຈໍານວນຫຼາຍ ເປັນຕົ້ນ ຈີນ ເຊິ່ງຖືເປັນການຍາດອາຊີບ ຄົນລາວໃນພື້ນທີ່ໂດຍຕຣົງ.

ດັ່ງທ່ານກ່າວຕື່ມວ່າ:

“ສະເພາະໂຕນີ້ແທ້ ອີງໃສ່ກົດໝາຍເນາະ ມັນກໍ ກໍມີເນາະ ພວກເຮົາກໍບໍ່ສາມາດປະຕິເສດ ໄດ້ຫຼາຍຢ່າງ ເພາະວ່າ ບາງຄົນ ກໍຮູບແບບການລົງທຶນ ເຂົາກໍມາອາສັຍຄົນລາວ ເປັນຄົນແລ່ນ ແຕ່ວ່າການດໍາເນີນໂຕຈິງ ແມ່ນເປັນຄົນຂອງເຂົາຫັ້ນນ່າ ແຕ່ວ່າ ໂຕນີ້ນິ່ ກໍາລັງກວດກາຄືນໄດ໋ ກວດຄືນລະອຽດເນາະ ຖ້າວ່າພົບເຫັນໂຕນີ້ ຈະມີໄດ້ມີການປັບໃໝ.”

ກ່ອນໜ້ານີ້ ເມື່ອວັນທີ 24 ກຸມພາ ທີ່ຜ່ານມາ ທ່ານ ໂພສີ ແກ້ວມະນີວົງ ຣັຖມົນຕຣີ ວ່າການກະຊວງຖແລງຂ່າວ, ວັທນະທັມ ແລະການທ່ອງທ່ຽວ ໄດ້ນໍາສເນີຮ່າງແຜນການ ຮັບມືກັບນັກທ່ອງທ່ຽວຈີນ ທີ່ຈະເດີນທາງ ເຂົ້າມາທ່ອງທ່ຽວພາຍໃນ ປະເທດລາວ ພາຍຫຼັງຈາກທີ່ຈີນ ປະກາດເປີດປະເທດຢ່າງເປັນທາງການ ເມື່ອວັນທີ 8 ມົກກະຣາ 2023 ທີ່ຜ່ານມາ ພ້ອມຄາດຄະເນວ່າ ໃນປີ 2023 ນີ້ ຈະມີນັກທ່ອງທ່ຽວຈີນ ເດີນທາງໄປທ່ອງທ່ຽວຍັງຕ່າງປະເທດ ເປັນຈໍານວນ 250,000 ຄົນ/ມື້ ປະມານ 7.5 ລ້ານຄົນ/ເດືອນ ຫຼື  56 ລ້ານຄົນ/ປີ.

ໃນໄລຍະກ່ອນການແຜ່ຣະບາດ ຂອງໂຄວິດ-19 ລະຫວ່າງປີ 2019 ຫາຕົ້ນປີ 2020 ມີນັກທ່ອງທ່ຽວຈີນ ເດີນທາງເຂົ້າມາຍັງປະເທດລາວ 1,022,727 ຄົນ, ສ່ວນໃນປີ 2022 ທີ່ທາງການຈີນ ຍັງບໍ່ທັນໄດ້ດໍາເນີນການເປີດປະເທດ ຢ່າງເປັນທາງການ ມີຊາວຈີນ ເດີນທາງມາຍັງປະເທດລາວ ຜ່ານປະເທດທີ່ສາມ 45,249 ຄົນ, ຂະນະທີ່ ໃນປີ 2023 ນີ້ ທາງການລາວໄດ້ຄາດຄະເນວ່າ ຈະມີຊາວຈີນເດີນທາງເຂົ້າມາຍັງປະເທດລາວ ປະມານ 368,000 ຄົນ ສ່ວນນຶ່ງ ເປັນຍ້ອນທາງການຈີນ ໄດ້ອະນຸມັດແພັກເກັດທົວ ໃຫ້ແກ່ພົລເມືອງຈີນ ຈໍານວນ 20 ປະເທດ ໃນນີ້ ກວມເອົາປະເທດລາວນໍາ, ອີງຕາມການຣາຍງານ ຂອງກະຊວງຖແລງຂ່າວ, ວັທນະທັມ ແລະການທ່ອງທ່ຽວ.

ໃນຂະນະດຽວກັນ ຫວ່າງຕົ້ນເດືອນເມສາ ທີ່ຜ່ານມາ ຜູ້ປະກອບການເຮືອນພັກ ໃນນະຄອນຫຼວງພຣະບາງ ຈໍາເປັນຕ້ອງໄດ້ຈ່າຍເງິນຄ່າທໍານຽມດ້ານສິ່ງແວດລ້ອມ ໃຫ້ແກ່ເຈົ້າໜ້າທີ່ ຜແນກຊັພຍາກອນທັມມະຊາຕ ແລະສິ່ງແວດລ້ອມ ເປັນຈໍານວນເງິນ ຫົວໜ່ວຍລະ 560,000 ກີບ/2 ປີ.

ດັ່ງເຈົ້າຂອງເຮືອນພັກຂນາດນ້ອຍ ຢູ່ນະຄອນຫຼວງພຣະບາງ ທ່ານນຶ່ງ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ວັນທີ 6 ເມສາ 2023 ນີ້ວ່າ:

“ທຸກໆ 2 ປີ ຂະເຈົ້າຊິມາເອົາຕື່ມຫັ້ນນ່າ ບໍ່ຮູ້ວ່າ ເອົາເງິນໄປຊ່ອຍໃຫ້ພາກສ່ວນໃດຊີ້ນ່າ ເງິນທີ່ວ່າຂະເຈົ້າເກັບໄປ ເບິ່ງດູກໍໂອ້ ມັນຊິຫຼາຍລ້ານ ຫຼາຍຮ້ອຍລ້ານແມ່ນບໍ່ ເພິ່ນຫາກໍມາເກັບປີນີ້ຫັ້ນແຫຼະ ຫາກໍເກັບ 2-3 ມື້ຫຼັງ ບໍ່ຮ້ອງພວກເຮົາໄປຮ່ວມແຈ້ງ ມີແຕ່ຂະເຈົ້າບອກນາຍບ້ານ ແລ້ວກໍແລ້ວເລີຍຊີ້ນ່າ ຜແນກຊັພຍາກອນທັມມະຊາຕ ແມ່ນແລ້ວ ເປັນຫົວໜ້າຫ້ອງການຜແນກຊື່ໆ ບໍ່ແມ່ນມາຈາກກະຊວງ ບໍ່ແມ່ນມາຈາກການນໍາຊີ້ນ່າ.”

ໃນແຕ່ລະມື້ ເຈົ້າໜ້າທີ່ຫ້ອງການຊັພຍາກອນທັມມະຊາຕ ແລະສິ່ງແວດລ້ອມ ນະຄອນຫຼວງພຣະບາງ ປະມານ 2-3 ຄົນ ຈະລົງພື້ນທີ່ ໄປຍັງເຮືອນພັກ-ໂຮງແຮມ ຢູ່ບ້ານຕ່າງໆ ພາຍໃນນະຄອນຫຼວງພຣະບາງ ເພື່ອດໍາເນີນການເກັບຄ່າທໍານຽມດັ່ງກ່າວນີ້ ຈາກຜູ້ປະກອບການ ເຊິ່ງເປັນການເກັບຕື່ມຈາກພາສີ-ອາກອນ ທີ່ບັນດາຜູ້ປະກອບການ ຈະຕ້ອງຈ່າຍເປັນປະຈໍາທຸກປີຢູ່ແລ້ວ.

ດັ່ງພະນັກງານຕ້ອນຮັບ ຢູ່ເຮືອນພັກຂນາດນ້ອຍອີກແຫ່ງນຶ່ງ ໃນນະຄອນຫຼວງພຣະບາງ ນາງນຶ່ງ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ດຽວກັນນີ້ວ່າ:

“ແມ່ນ ມີເຈົ້າໜ້າທີ່ມາເກັບຄືກັນ ທຸຣະກິຈຂອງຂ້ອຍ ຫາກໍເປີດບໍຣິການ ຂະເຈົ້າກໍມາເກັບ ເຈົ້າຂອງຄົນລາວເຮັດເອງ ຂະເຈົ້າມາເກັບ ເຈົ້າຂອງກໍຈ່າຍເອງ ຂ້ອຍບໍ່ຮູ້ນ່າ ວ່າເກັບເທົ່າໃດ ແຕ່ເຫັນຂະເຈົ້າມາເກັບ ເຈົ້າຂອງກໍຈ່າຍໃຫ້ຂະເຈົ້າ.”

ກ່ຽວກັບເຣື່ອງນີ້ ເຈົ້າຂອງທຸຣະກິຈເຮືອນພັກ-ໂຮງແຮມ ແລະຮ້ານອາຫານຂນາດນ້ອຍ ຢູ່ນະຄອນຫຼວງພຣະບາງອີກຈໍານວນນຶ່ງ ກໍບໍ່ເຫັນດີນໍາ ທີ່ທາງຫ້ອງການຊັພຍາກອນທັມມະຊາຕ ແລະສິ່ງແວດລ້ອມ ດໍາເນີນການເກັບຄ່າທໍານຽມ ດັ່ງກ່າວເພີ່ມຕື່ມ ນໍາພວກເຂົາເຈົ້າ ຍ້ອນເປັນທຸຣະກິຈຂນາດນ້ອຍ ບໍ່ທັນໄດ້ສ້າງມົລພິດ ດ້ານສິ່ງແວດລ້ອມພໍເທົ່າໃດ.

ດັ່ງເຈົ້າຂອງເຮືອນພັກ ແລະຮ້ານອາຫານ ຢູ່ນະຄອນຫຼວງພຣະບາງ ອີກທ່ານນຶ່ງ ກ່າວວ່າ:

“ເຣື່ອງສິ່ງແວດລ້ອມ ເພາະວ່າເຮົາເປີດໂຮງແຮມ ຫຼືວ່າ ເປີດ Guesthouse ມັນມີຜົລກະທົບ ຕໍ່ສິ່ງແວດລ້ອມເນາະ ເຄີຍໆເຄີຍຖືກເກັບ ແຕ່ວ່າ ປີນີ້ ຍັງບໍ່ທັນໄດ້ເຂົ້າມາເກັບເທື່ອ ຄືວ່າຂອງຂ້ອຍ ຂ້ອຍມີຮ້ານອາຫານ ຢູ່ແຄມຂອງຄືກັນ ຂ້ອຍກໍໄດ້ຈ່າຍຄືກັນ ແມ່ນມັນບໍ່ໄດ້ກ່ຽວກັບເຣື່ອງ ອາກອນ-ພາສີ ໂຕນີ້ຫັ້ນນ່າ (560,000 ກີບ) ແມ່ນ ແຕ່ບໍ່ແມ່ນວ່າ ຊິມາເກັບແບບວ່າ ລັກສະນະວ່າເຈົ້າສ້າງມົລພິດໃຫ້ຣັຖບານຫຼາຍປານໃດ ມັນບໍ່ໄດ້ສ້າງຫຼາຍ ມັນກໍບໍ່ຈໍາເປັນເຖິງຂັ້ນນັ້ນດອກ.”

ການດໍາເນີນກິຈການເຮືອນພັກ-ໂຮງແຮມ ແລະຮ້ານອາຫານໃນປັດຈຸບັນ ເຈົ້າຂອງກິຈການ ຈໍາເປັນຕ້ອງໄດ້ຈ່າຍຄ່າທໍານຽມດັ່ງກ່າວນີ້ເພີ່ມຕື່ມ ເນື່ອງຈາກເປັນມາຕການໃນການຄຸ້ມຄອງ ສິ່ງແວດລ້ອມ ຂອງນະຄອນຫຼວງພຣະບາງ ເຊິ່ງເປັນແຫຼ່ງມໍຣະດົກໂລກ ທີ່ສໍາຄັນ.

ດັ່ງເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ຜູ້ບໍ່ປະສົງອອກຊື່ ແລະຕໍາແໜ່ງ ທ່ານນຶ່ງ ກ່າວວ່າ:

“ຂະເຈົ້າຈະອອກໃບ ເວລາຂະເຈົ້າປະກອບເອກກະສານ ແລ້ວເຈົ້າ ມາຍື່ນ ມາຍື່ນແລ້ວທາງດ້ານຊິການ ຂະເຈົ້າຈະໄປກວດສະຖານທີ່ ທີ່ເຈົ້າຈະປຸກສ້າງ ແລ້ວບາດນັ້ນ ຂະເຈົ້າຈະອອກໃບປະເມີນ ຢັ້ງຢືນສິ່ງແວດລ້ອມໃຫ້.”

ກ່ອນໜ້ານີ້ ເມື່ອວັນທີ 31 ມິນາ 2023 ທ່່ານ ສຸພານຸສິດ ອາລຸນ ຫົວໜ້າຫ້ອງການ ຊັພຍາກອນທັມມະຊາຕ ແລະສິ່ງແວດລ້ອມ ໄດ້ຮັບຮອງເອົາແຜນຄຸ້ມຄອງ ສິ່ງແວດລ້ອມ ຂອງທຸຣະກິຈຄອບຄົວ ໜ່ວຍງານຕິດຕາມ ແລະກວດກາ ຊັພຍາກອນທັມມະຊາຕ ແລະສິ່ງແວດລ້ອມ ນະຄອນຫຼວງພຣະບາງ ທີ່ລະບຸໃຫ້ ເຈົ້າຂອງຫົວໜ່ວຍທຸຣະກິຈ ຕ້ອງເອົາໃຈໃສ່ ບັນຫາສິ່ງແວດລ້ອມ ເປັນຕົ້ນ ຂີ້ເຫຍື້ອ, ນໍ້າເປື້ອນ, ມົລພິດ, ສານເຄມີ, ກິ່ນເໝັນ, ສຽງ ແລະ ສິ່ງລົບກວນອື່ນໆ ພ້ອມກໍານົດໃຫ້ເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ດໍາເນີນການເຮັດບົດຣາຍງານ ກ່ຽວກັບການຈັດການສິ່ງແວດລ້ອມ ດັ່ງກ່າວນີ້ ທຸກ 3 ເດືອນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.

ຄວາມເຫັນ

Anonymous
Apr 11, 2023 11:53 PM

ບັນຫາຊາວຈີນເຂົ້າມາຍາດອາຊີບຂອງຄົນລາວ ກໍ່ຄືວ່າມີມາແຕ່ດົນ ໂດຍສະເພາະ ບັນຫາທົວຈີນ ນຳນັກທ່ອງທ່ຽວຈີນເຂົ້າມາລາວ ແຕ່ວ່າ ບໍ່ເຂົ້າມາພັກໂຮງແຮມຄົນລາວ ບໍ່ໄດ້ເຂົ້າໄປກິນ ຢູ່ຮ້ານອາຫານລາວ ແຕ່ກົງກັນຂ້າມ ນັກທ່ອງທ່ຽວຈີນ ພຽງແຕ່ໄປພັກ ໃນໂຮງແຮມຈີນ ຫລື ເຮືອນພັກ ຂອງຈີນ ໄປກິນເຂົ້າຢູ່ຮ້ານອາຫານຈີນ ບາງກຸ່ມກໍ່ເອົາລົດສ່ວນຕົວເຂົ້າມາ ລະກະຕັ້ງເຕັ້ນ ນອນຕາມສະຖານທີ່ຕ່າງໆ ໂດຍບໍ່ໄດ້ເສັຍເງິນຄ່າ ເຮືອນພັກແລະ ໂຮງແຮມເລີຍ, ແຕ່ພາກລັດ ຍັງບໍ່ສາມາດແກ້ໄຂເລື້ອງນີ້ໄດ້. ລັດພຽງແຕ່ໂຄສະນາວ່າ ມີນັກທ່ອງທ່ຽວຈີນເຂົ້າມາທ່ຽວຫລາຍ ແຕ່ບໍ່ເບິ່ງວ່າ ມີເງິນເຂົ້າປະເທດ ແລະ ເຂົ້າອຸດສາຫະກຳທ່ອງທ່ຽວລາວ ຫລາຍປານໃດ. ຈີນເຂົາຫົວໃສຫລາຍ ພວກເຂົາເຂົ້າມາເຊົ່າໂຮງແຮມລາວ ເຂົ້າມາເຊົ່າຮ້ານອາຫານລາວ. ສ່ວນອາຊີບອື່ນກໍ່ຄືກັນ ຈີນມີທຶນຫລາຍ ເຂົ້າມາຄອບຄອງໝົດ ເຊັ່ນ ການລ້ຽງປາກະຊັງ, ການປູກພືດ ແລະ ທຸລະກິດອື່ນໆ. ຢາກໃຫ້ພາກລັດເອົາໃຈໃສ່ຊ່ອຍແດ່ ສົ່ງຄວາມເດືອນຮ້ອນໄປຫາສາຍດ່ວນ ກໍບໍ່ມີການແກ້ໄຂຈັກເທື່ອ.

ວົງສະວ່າງ ຈັນຊະນະນິກອນ
Apr 12, 2023 01:19 PM

ພັກລັດເຫັນແກ່ເງີນກ້ອນໃຫຍ່ຂອງສປຈິນ ທີີ່ນຳມາໃສ່ກະເປົາເພືອຄວາມລຳລອຍຂອງພັກລັດ ,ຈິ່ງອານຸຍາດໃຫ້ຈິນຫລັ່ງໄຫລເຂົ້າມາ ລາວຢ່າງເປັນຂະບວນມະຫາສານ. ພວກຈິນໄດ້ມາ ປະມາດຄົນລາວ, ມານັ່ງກີນແບບສະນຸກສະບາຍ,ຖະຖົມຂີ້ເຫຍື້ອ, ປະລະຢາລອດ ເຄື່ອງຂອງເຄມີ ຕາມຖະໜົນຫົນທາງ,ດີນດອນການກະເສດ ໃນຫລາຍໆບ່ອນ. ປະຊາຊົນລາວບໍ່ກ້າປາກແວົ້າ ເພາະອາດຖືກຄົນຈິນຕົບຕີ ໂດຍພັກລັດກໍ່ຍັງສຸກຍູ້ໃຫ້ ພວກເຈັກຈິນມີສິດເໜືອຄົນລາວ. ຖ້າຄົນລາວຜູ້ໃດຈົມຕີ ສະເໜີໄປໃຫ້ເຈົ້າໜ້າທີ່,ຜູ້ນັ້ນຈະຖືກປັບໄໝລົງໂທດ: ຂໍຮຽກຮ້ອງໄປຍັງພິ່ນ້ອງຊາວລາວວ່າເຖິງເວລາທີ່ພວກເຮົາຄວນລຸກຂື້ນຕໍ່ສູ້ເພືອທັບມ້າງພວກກຳອຳນາດພັກລັດແລລະສັນຍາລາວຈີນໃຫ້ພົ້ນສະລາຍໄປ,ໃຫ້ປະຊາຊົນລາວຈີງໄດ້ຢູ່ເຢັນເປັນສຸກໄປຕາມແບບແຜນຂອງຕົ້ນກຳເນີດການປະຕິວັດໄດ້ລະບຸໄວ້ວ່າ ເມືອປະເທດຊາດໄດ້ຮັບເອກະລາດ ພັກຄູ້ມຄອງໃຫ້ປະຊາຊົນເປັນເຈົ້າ. ຖ້າປະຊາຊົນລາວຍັງນອນເສີຍ ບໍ່ຄະນືງເຖິງຊີວິດການເປັນຢູ່ ແນ່ນອນທີ່ສຸດປະຊາຊົນລາວທັງຊາດຈະໄກເປັນຄູລີຂ້າທາດຂອງຈິນົ່າງບໍ່ຕ້ອງສົງໃສ.