ທາງພູເກົ້າຫຼັກ ສ້ອມແປງແລ້ວ, ແຕ່ຫຼາຍຄົນກັງວົນນຳເຣື່ອງ ບໍ່ໄດ້ມາຕຖານ
2023.04.12
ໃນມື້ວັນທີ 11 ເມສາ 2023 ທີ່ຜ່ານມາ, ຜູ້ຮັບຜິດຊອບໂຄງການສ້ອມແປງ ເສັ້ນທາງຫຼວງ 4C ຫຼື ຊ່ວງໄລຍະພູເກົ້າຫຼັກ ເມືອງກາສີ ແຂວງວຽງຈັນ ໄດ້ເປີດເຜີຍວ່າ ການສ້ອມແປງເສັ້ນທາງດັງກ່າວ ແມ່ນສຳເຣັດ ໂດຍພື້ນຖານ ຍັງເຫຼືອແຕ່ການປູຢາງ ຊັ້ນທີ 2 ແລະການທາສີ ເສັ້ນຂອບທາງ ແລະໄດ້ມີການເປີດນຳໃຊ້ ເສັ້ນທາງຕາມປົກກະຕິແລ້ວ.
ຕໍ່ກັບເຣື່ອງນີ້, ວິທຍຸເອເຊັຽເສຣີ ໄດ້ສອບຖາມໄປຫາ ເຈົ້າໜ້າທີ່ກ່ຽວຂ້ອງ ທ່ານນຶ່ງ ຜູ້ບໍ່ປະສົງອອກຊື່ ແລະຕຳແໜ່ງ ໃຫ້ຮູ້ວ່າ ທາງຜູ້ຮັບຜິດຊອບໂຄງການ ຍັງບໍ່ທັນອະນຸຍາດໃຫ້ ຣົຖບັນທຸກໜັກ ຂຶ້ນທຽວທາງ ມາຈາກເມືອງກາສີໄດ້ ໂດຍອະນຸຍາດສະເພາະ ຣົຖບັນທຸກໜັກ ທີ່ລົງມາຈາກເມືອງນານ ແຂວງຫຼວງພຣະບາງ ທຽວທາງໄດ້ທໍ່ນັ້ນ ແລະພາຍຫຼັງທີ່ໄດ້ເປີດໃຊ້ ທາງຢ່າງເປັນປົກກະຕິແລ້ວ ມີຣົຖເຂົ້າມາໃຊ້ທາງນີ້ ເປັນຈຳນວນຫຼາຍ ເພື່ອເດີນທາງກັບບ້ານ ຫຼືໄປທ່ອງທ່ຽວ ໃນໄລຍະບຸນປີໃໝ່ລາວ ພ.ສ. 2566 ທີ່ຈະມາເຖິງນີ້.
ດັ່ງທີ່ີທ່ານ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ວັນທີ 12 ເມສາ 2023 ນີ້ວ່າ:
“ສາມາດໄປໄດ້ແລ້ວ. ຄັນວ່າເປັນຣົຖຕູ້ ຣົຖທົວທັມມະດາ ແມ່ນໃຫ້ທຽວໃຊ້ປົກກະຕິແລ້ວເຈົ້າ. ຣົຖບັນທຸກລະແມ່ນ ຈະຫ້າມກ່ອນ ເພາະວ່າດຽວນີ້ໄປ ກໍ່ຂຶ້ນເບີກຈອມ ຍັງບໍ່ໄດ້ເທື່ອ. ງວດນັ້ນນ່າຈະໃຫ້ໄປ 13 ເໜືອກ່ອນ ຫຼືວ່າຕອນລົງຫັ້ນ ສາມາດລົງໄດ້ ເພາະວ່າໄປແລ້ວ ມັນຂຶ້ນບໍ່ໄດ້ແລ້ວ ດຽວຣົຖດຶງມາເຖິງແລ້ວມັນກວດໜ້າທາງ ໜ້າທາງເພເຈົ້າ. ເປີດມື້ຄືນນີ້ມາ ດຽວນີ້ໂອ! ຣົຖວຸ້ນວາຍເລີຍ ຣົຖຂົນສົ່ງ ຫຼືວ່າຣົຖທຽວ ຣົຖເມບໍ່ ຣົຖຕູ້ ເຕັມເລີຍ.”
ທ່ານກ່າວຕື່ມວ່າ ສຳລັບເສັ້ນທາງ 4C ໃນໄລຍະເຂດເມືອງນານ ໄດ້ຮັບການສ້ອມແປງແລ້ວ ແຕ່ກໍ່ມີຈຸດທີ່ຕ້ອງລະວັງ ບໍຣິເວນບ້ານຜາເຈັຽ. ທີ່ຍັງມີນ້ຳເຊາະເຈື່ອນ ທໍ່ລະບາຍນ້ຳແຄມທາງ ເຊິ່ງອາຈກໍ່ໃຫ້ເກີດອຸບັດຕິເຫດໄດ້.
ດັງທີ່ທ່ານ ກ່າວຕື່ມວ່າ:
“ເບື້ອງເມືອງນານ ສ້ອມແລ້ວແຕ່ດົນ, ແຕ່ວ່າລະວັງຈຸດນຶ່ງ ທີ່ວ່າ ກາຍຄ້າຍທະຫານລົງໄປ ຈິລົງໄປບ່ອນພຽງ ໆ ເຊັ່ນນາ ຜາເຈັຽນໍ. ເບື້ອງຂວາມືຫັ້ນ ນ້ຳຈະເຊາະເຈື່ອນເຂົ້າມາ ແລ້ວເຮັດໃຫ້ທໍ່ ຫັກໄປ ແລະກະກວ້າງຢູ່ ມີແຕ່ລະວັງເອົາ.”
ທາງດ້ານ ຊາວບ້ານ ຜູ້ໃຊ້ທາງ ທ່ານນຶ່ງ ກ່າວວ່າ ພາຍຫຼັງທີ່ມີການແປງທາງຮຽບຮ້ອຍແລ້ວ ທ່ານກໍ່ໄດ້ໃຊ້ເວລາເດີນທາງຫຼຸດລົງ ໂດຍສະເພາະຜູ້ທີ່ຂັບຣົຖໄວ ແລະໃນໄລຍະຣະດູແລ້ງ. ເຊິ່ງຈາກທີ່ທ່ານ ເດີນທາງມາຈາກວັງວຽງ ຫາຫຼວງພຣະບາງ ກໍ່ຈະໃຊ້ເວລາແຕ່ພຽງ 1-2 ຊົ່ວໂມງທໍ່ນັ້ນ ຈາກເດີມທີ່ໃຊ້ເວລາຫຼາຍກວ່ານັ້ນ.
ດັງທີ່ທ່ານ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ວັນດຽວກັນນີ້ວ່າ:
“ໂອ! ພູເກົ້າຫຼັກຫວາ. ເອີ! ສະພາບດີລະ ເພິ່ນແປງເໝິດລະ. ວັງວຽງຫາຫຼວງພຣະບາງຫວາ ຄັນຣົຖທີ່ເຂົາແລ່ນໄວ ກະປະມານຊົ່ວໂມງປາຍກໍຈຶ່ງຮອດ. ແມ່ນແຫຼະ, ປົກກະຕິດົນກວ່ານີ້ອີກ. ອັນຊ່ວງທີ່ມັນບໍ່ຝົນບໍ່ເລີງນີ້ກໍ່ ສອງຊົ່ວໂມງປາຍຕີ ເຂົາບໍ່ທັນແປງ.”
ໃນຂະນະ ຊາວບ້ານ ຜູ້ໃຊ້ທາງ ອີກທ່ານນຶ່ງ ກ່າວວ່າ ເສັ້ນທາງນີ້ຫາກໍ່ໄດ້ສ້ອມແປງແລ້ວ, ແຕ່ກໍ່ກັງວົນວ່າ ຖ້າມີຣົຖບັນທຸກໜັກ ແລ່ນມາດ້ວຍຄວາມໄວ ແລະມາເປັນຈຳນວນຫຼາຍ ປະກອບກັບເມື່ອເຂົ້າຣະດູຝົນ ກໍ່ຄາດວ່າຈະເປ່ເພຊ້ຳອີກ. ນອກຈາກນີ້ແລ້ວ, ທ່ານຍັງໃຫ້ຄຳເຫັນວ່າ ອາຈມີເຣື່ອງຜົລປໂຢດ ເຂົ້າມາກ່ຽວຂ້ອງ ກັບການສ້ອມແປງ ເສັ້ນທາງສາຍນີ້.
ດັງທີ່ທ່ານກ່າວວ່າ:
“ເຂົາເຈົ້າແປງຫາກໍ່ແລ້ວເດ. ເຈົ້າ, ໄປໄດ້ແລ້ວດຽວນີ້ນ່ະ ເຂົາເຈົ້າເປີດລະ. ໂອຍ! ຄັນຣົຖບັນທຸກຫຼາຍປານນີ້ ກໍບໍ່ເກີນໜ້າຝົນນີ້ດອກ ເລະຕຸ້ມເປ໊ະລະ. ສາຍທາງນີ້ແຫຼະ ເພາະວ່າມັນໃກ້ແດ່. ຄືວ່າແຫຼະເຂົາເຈົ້າເຮັດໃຫ້ບໍ່ດີດອກ. ຄັນເຮັດດີ, ເຂົາກໍ່ບໍ່ໄດ້ເງິນຫຼາຍເທື່ອ.”
ທ່ານກ່າວຕໍ່ວ່າ ຣົຖບັນທຸກຂອງລາວ ບໍ່ໄດ້ແລ່ນມາທາງເສັ້ນທາງ ພູເກົ້າຫຼັກປານໃດ, ສ່ວນຫຼາຍແມ່ນຈະເປັນຣົຖບັນທຸກຈີນ ທີ່ຜູ້ຂັບຣົຖ ມີຄວາມຊ່ຽວຊານ ໃນການຂັບຂີ່ຜ່ານເສັ້ນທາງ ທີ່ມີຄວາມສ່ຽງອັນຕະຣາຍຫຼາຍ. ອີກທັງຄົນລາວ ທີ່ຈະໃຊ້ເສັ້ນທາງນີ້ ກໍ່ແມ່ນແຕ່ ຜູ້ທີ່ມີຣົຖສ່ວນຕົວ. ຖ້າຜູ້ບໍ່ມີຣົຖ ກໍ່ຈະຫັນໄປເດີນທາງ ດ້ວຍຣົຖໄຟລາວ-ຈີນ ຫຼາຍກວ່າ. ຍ້ອນວ່າ ມີຄວາມສະດວກສະບາຍ ແລະປອດພັຍ ກວ່າການເດີນທາງ ດ້ວຍຣົຖເມໂດຍສານ.
ເສັ້ນທາງຫຼວງແຫ່ງຊາຕ ໝາຍເລກ 4C ເຣີ່ມຕົ້ນຈາກເທສບານເມືອງກາສີ ແຂວງວຽງຈັນ ໄປຮອດສາມແຍກບ້ານປົ່ງດົງ ເມືອງນານ ແຂວງຫຼວງພຣະບາງ ເຊິ່ງສາມາດເດີນທາງ ຕໍ່ໄປຍັງນະຄອນຫຼວງພຣະບາງ ຫຼືແຂວງໄຊຍະບູຣີໄດ້. ເສັ້ນທາງດັງກ່າວ ຍັງເປັນເສັ້ນທາງລັດ ໄປທາງຫຼວງໝາຍເລຂ 13 ເໜືອ ໄລຍະ ເມືອງກາສີ-ສາລາພູຄູນ-ເມືອງຊຽງເງິນ ເພື່ອໄປນະຄອນຫຼວງພຣະບາງໄດ້.
ເປັນທີ່ຮັບຮູ້ກັນໂດຍທົ່ວໄປວ່າ ເສັ້ນທາງພູເກົ້າຫຼັກນີ້ ແມ່ນສ່ຽງອັນຕະຣາຍຫຼາຍ ແລະມີອຸປັດຕິເຫດ ເກີດຂຶ້ນເປັນປະຈຳ ເປັນຕົ້ນ ໃນເດືອນສິງຫາ 2022 ທີ່ຜ່ານມາ ກໍ່ມີເຫດການດິນເຈື່ອນ ແລະທາງໝື່ນ ໃນໄລຍະຣະດູຝົນ. ນອກຈາກນີ້ແລ້ວ, ເສັ້ນທາງຍັງກ່າວ ຍັງມີຈຸດໂຄ້ງອັນຕະຣາຍ ທີ່ຢູ່ບໍຣິເວນແຄມຜາສູງຊັນຫຼາຍ ເຊິ່ງບໍ່ທັນມີການຕິດຕັ້ງ ຂອບຮາວເຫຼັກ ເພື່ອປ້ອງກັນອຸບັດຕິເຫດ. ໂດຍໃນປີ 2021 ເກີດອຸປັດຕິເຫດ ຢູ່ເສັ້ນທາງພູເກົ້າຫຼັກ ຫຼາຍກວ່າ 100 ຄັ້ງ, ເຮັດໃຫ້ມີຜູ້ເສັຽຊີວິດ ຫຼາຍກວ່າ 50 ຄົນ.