ເຣື່ອງເລົ່າປະສົບການຈິງ ຈາກຜູ້ທີ່ຖືກຂາຍໄປເຮັດວຽກ ຢູ່ກາສິໂນ ໃນປະເທດພະມ້າ
2023.04.13

ໃນມື້ທີ່ຟ້າແຈ່ມໃສ, ທ້າວຄຳ ຊື່ສົມມຸດ ໄດ້ເດີນທາງອອກຈາກບ້ານ ຂອງເຂົາ ທີ່ແຂວງຫຼວງນ້ຳທາ ໃນພາກເໜືອຂອງລາວ. ໃນເວລານັ້ນ ທ້າວຄຳ ຄຶດພຽງແຕ່ວ່າ ຈະໄປເຮັດວຽກຫາເງິນຢູ່ກາສິໂນ ໃນເຂດເສຖກິຈພິເສດ ສາມຫຼ່ຽມຄຳ ແຂວງບໍ່ແກ້ວ ທີ່ມີຊາຍແດນຕິດກັບໄທຍ ແລະພະມ້າ.
ມື້ນັ້ນ ເປັນວັນສຸກ, ທ້າວຄຳ ອາຍຸ 16 ປີ ໄດ້ຮັບຄຳຊັກຊວນ ທາງເຟສບຸກ ຈາກແມ່ຍິງແປກໜ້າຄົນນຶ່ງ ທີ່ຖາມວ່າ “ປັດຈຸບັນ ເຈົ້າເຮັດຫຍັງຢູ່ ຢາກໄດ້ເງິນບໍ່?”
ໃນຕອນບ່າຍຂອງມື້ນັ້ນ ທ້າວຄຳ ຕອບວ່າ ຂ້ອຍຢາກເຮັດວຽກ ແລະກໍຢາກໄດ້ເງິນ ແລະກໍຕົກລົງ ນັດພົບກັບແມ່ຍິງຄົນນັ້ນ.
ຫຼັງຈາກນັ້ນ ແມ່ຍິງຄົນນັ້ນ ກໍຂີ່ຣົຖມາຮັບເອົາທ້າວຄຳ ແລະໝູ່ອີກຄົນນຶ່ງ ໂດຍທີ່ພໍ່ແມ່ຂອງພວກເຂົາ ບໍ່ຮູ້ກ່ຽວກັບເຣື່ອງນີ້ເລີຍ.
ໃນຕອນນັ້ນ ທ້າວຄຳຄຶດວ່າ “ຂ້ອຍຈະໄປເຮັດວຽກ ເປັນເວລານຶ່ງເດືອນ ຫຼື ສອງເດືອນ ແລ້ວກໍຈະກັບບ້ານ.”
ແຕ່ແທນທີ່ ຈະໄດ້ວຽກຢູ່ເຂດເສຖກິຈພິເສດ ສາມຫຼ່ຽມຄຳ, ທ້າວຄຳແລະໝູ່ ຊ້ຳພັດຖືກຂາຍແລະຖືກກັກໂຕ ຢູ່ໃນຕຶກແຫ່ງນຶ່ງໃນປະເທດພະມ້າ ຕິດກັບຊາຍແດນພະມ້າ ແລະໄທຍ ໄກຈາກ ເຂດເສຖກິຈພິເສດສາມຫຼ່ຽມຄຳ ເຖິງ 320 ກິໂລແມັດ ແລະໄກຈາກບ້ານຂອງເຂົາ ເຖິງ 640 ກິໂລແມັດ. ຢູ່ພະມ້າ ທ້າວຄຳ ແລະໝູ່ ຖືກຕັດຂາດຈາກໂລກພາຍນອກ ຖືກທໍຣະມານ ແລະຖືກບັງຄັບໃຫ້ເຮັດວຽກ ເປັນຜູ້ຫຼອກລວງຕົວະຕົ້ມຄົນອື່ນ ທາງອິນເຕີ້ເນັດ.

ໃນໄລຍະ 2-3 ປີ ທີ່ຜ່ານມາ ສະຖານທີ່ ທີ່ທ້າວຄຳ ແລະໝູ່ ຖືກກັກໂຕຢູ່ນັ້ນ ເປັນບ່ອນລຶກລັບ ທີ່ມີຈຳນວນເພີ່ມຂຶ້ນເລື້ອຍໆໃນພາກພື້ນ ພ້ອມທັງ ກາຍເປັນບ່ອນທີ່ພວກອາຊຍາກັມ ປ່ຽນຍຸທສາດໃໝ່ ຈາກການພະນັນ ໄປສູ່ການຕົວະຕົ້ມ ຫຼອກລວງ ນັບແຕ່ມີການຣະບາດຂອງ ໂຄວິດ-19 ເປັນຕົ້ນມາ.
ວິທີຕົວະຕົ້ມ ທີ່ນິຍົມໃຊ້ຫຼາຍ ກໍແມ່ນທ້າວຄຳ ແລະພັກພວກ ຈະສ້າງຄວາມສຳພັນ ແບບຊູ້ສາວ ກັບລູກຄ້າ ແລ້ວກໍຕົວະເອົາເງິນ ໃຫ້ໄດ້ຫຼາຍ ເທົ່າທີ່ຈະຫຼາຍໄດ້ ຈາກລູກຄ້າ. ຖ້າເຮັດບໍ່ໄດ້ ພວກເຂົາ ກໍຈະຖືກທຳຮ້າຍຮ່າງກາຍ.
ເດັກນ້ອຍໄວຣຸ້ນລາວ ຈາກແຂວງຫຼວງນ້ຳທາຫຼາຍຄົນ ຖືກຂາຍໄປສະຖານທີ່ ທີ່ມີຊື່ວ່າ ໂຮງກາສິໂນໂກຊາຍ ຢູ່ໃນເຂດພັທນາໃໝ່ ໃກ້ໆກັບເມືອງເມັຍວະດີ ໃນພາກໃຕ້ຂອງປະເທດພະມ້າ ແລະກໍຕິດກັບຊາຍແດນໄທຍ. ເດັກນ້ອຍໄວຣຸ້ນເຫຼົ່ານີ້ ເລົ່າປະສົບປະການຊີວິດຂອງພວກເຂົາ ໃຫ້ວິທຍຸເອເຊັຽເສຣີຟັງວ່າ ປັດຈຸບັນ ເດັກນ້ອຍໄວຣຸ້ນລາວ ຈາກແຂວງຫຼວງນ້ຳທາ ຫຼາຍສິບຄົນ ຍັງຄ້າງຢູ່ໂຮງກາສິໂນໂກຊາຍ ໃນພະມ້າ ພ້ອມກັບໝູ່ຄົນງານ ຈາກຫຼາຍປະເທດໃນເອເຊັຽ.
ກໍຣະນີທ້າວຄຳ ຖືວ່າເປັນຜູ້ເຄາະຮ້າຍຄົນນຶ່ງ ໃນຫຼາຍສິບ ຫຼາຍຮ້ອຍກໍຣະນີ. ອົງການຕ້ານການຄ້າມະນຸດສາກົລ ເຊື່ອວ່າ ໃນທົ່ວເອເຊັຍຕາເວັນອອກສ່ຽງໃຕ້ ມີຜູ້ໄດ້ຮັບເຄາະຮ້າຍຈາກການຄ້າມະນຸດ ໃນລັກຊະນະນີ້ ຫຼາຍເຖິງ 1 ແສນ ແລະ 5 ໝື່ນຄົນ ຕໍ່ປີ.
ຂໍ້ຂັດແຍ້ງທາງການເມືອງ ແລະຄວາມໂລບມາກໂລພາ ເຮັດໃຫ້ມີການກໍ່ອາຊຍາກັມ ແບບນີ້ ຢ່າງແຜ່ຫຼາຍ ແລະເດັກນ້ອຍຫຼາຍຄົນ ໂຕຢ່າງທ້າວຄຳ ກໍຕົກເປັນຜູ້ເຄາະຮ້າຍ.

ສັນຍາວ່າ ຈະມີວຽກເຮັດງານທຳ ແລະໄດ້ເງິນດີ
ເດັກນ້ອຍໄວຣຸ້ນລາວ ເລົ່າສູ່ວິທຍຸເອເຊັຽເສຣີຟັງວ່າ ແຜນການຕົວະຕົ້ມຂອງພວກຄ້າມະນຸດ ເຣີ້ມຈາກ ການໃຫ້ຄຳໝັ້ນສັນຍາ ວ່າ ຈະໄດ້ວຽກດີ ເງິນຫຼາຍ. ຄຳໝັ້ນສັນຍານັ້ນ ຖືກສົ່ງມາທາງເຟສບຸກ ຫຼືແອ໊ບໃດນຶ່ງ. ອີກວິທີນຶ່ງ ພວກຄ້າມະນຸດ ຈະໂຄສະນາ ຊອກຫາຄົນງານທຸກປະເພດ ນັບແຕ່ຂັ້ນມືອາຊີບ ຈົນເຖິງຄົນງານທັມມະດາສາມັນ ທັງຜູ້ນ້ອຍ ແລະຜູ້ໃຫຍ່.
ການຫຼອກລວງທັງສອງວິທີນີ້ ລ້ວນແລ້ວແຕ່ມີຈຸດປະສົງອັນດຽວກັນ ຄືຜູ້ຫຼອກລວງ ຈະໄດ້ເງິນດີ ແລະຈະໄດ້ເຮັດວຽກຢູ່ໂຮງກາສິໂນ ທີ່ຫຼູຫຼາຍຫຼາຍໆແຫ່ງ ໃນພາກພື້ນເອເຊັຽຕາວັນອອກສ່ຽງໃຕ້ ແລະໂຮງກາສິໂນເຫຼົ່ານີ້ ຄວບຄຸມດ້ວຍເຄືອຂ່າຍອາຊຍາກັມ ຂອງຊາວຈີນ ທີ່ມັກສ້າງຂຶ້ນ ຢູ່ໃນເຂດສອກຫຼີກຫ່າງໄກ ຕາມເຂດຊາຍແດນ ໄກຈາກສາຍຕາຂອງເຈົ້າໜ້າທີ່.
ທ່ານ Phil Robertson ຈາກອົງການສິດທິມະນຸດ Human Rights Watch ກ່າວວ່າ:
“ກ່ອນປີ 2020, ເຂດເມືອງເມັຍວະດີ ຂອງພະມ້າ ມີກິຈກັມສອງຢ່າງ ຄື ການພະນັນ ຊຶ່ງຊາວໄທຍ ແລະຈີນ ມັກໄປຫຼິ້ນໃນຍາມທ້າຍອາທິດ ຫຼືຍາມພັກການ; ແຕ່ຕໍ່ມາ ໂຄວິດ-19 ຣະບາດ, ໂຮງກາສິໂນເຫຼົ່ານີ້ ປ່ຽນວິທີການເຮັດທຸຣະກິຈໃໝ່ ນັ້ນກໍຄື ປ່ຽນຈາກການພະນັນ ເປັນການຕົວະຕົ້ມເອົາເງິນຄົນອື່ນ ທາງອ໋ອນລາຍນ໌.”

ປັດຈຸບັນ ເມືອງທີ່ມີການພະນັນ ເຊັ່ນ ເມືອງສີຫະນຸວິນ ຢູ່ກັມພູຊາ ແລະເມືອງຕົ້ນເຜິ້ງ ໃນເຂດສາມຫຼ່ຽມຄຳ ຢູ່ລາວ ກໍກາຍເປັນບ່ອນກັກຂັງຄົນ ຄົນທີ່ໃນເບື້ອງຕົ້ນ ຢາກເຮັດວຽກ ແຕ່ສຸດທ້າຍ ກໍຖືກຄ້າມະນຸດ.
ນອກຈາກລາວ ແລະກັມພູຊາ, ພະມ້າ ກໍມີເຂດພັທນາອີກຫຼາຍແຫ່ງ ທີ່ມີການພະນັນ ແລະທີ່ບໍ່ມີການກວດກາຈາກເຈົ້າໜ້າທີ່ເລີຍ; ນຶ່ງໃນນັ້ນ ກໍແມ່ນເຂດເມືອງເມັຍວະດີ ໃກ້ໆຊາຍແດນໄທຍ-ພະມ້າ.
ທ້າວແກ້ວ ຊື່ສົມມຸດ ເປັນໄວຣຸ້ນລາວອີກຄົນນຶ່ງ ຈາກແຂວງຫຼວງນ້ຳທາ ແຕ່ກ່ອນ ກໍເຮັດວຽກຢູ່ໂຮງກາສິໂນ ໃນເຂດເສຖກິຈພິເສດສາມຫຼ່ຽມຄຳ ແຂວງບໍ່ແກ້ວ. ຕໍ່ມາ ທ້າວແກ້ວ ອາຍຸ 18 ປີ ໄດ້ຮັບຂໍ້ຄວາມທາງ WhatsApp ຈາກຊາຍຄົນນຶ່ງ ທີ່ເວົ້າວ່າ “ຖ້າເຈົ້າໄປເຮັດວຽກຢູ່ໄທຍ ເຈົ້າຈະໄດ້ເງິນເດືອນສູງເຖິງ 13 ລ້ານກີບ ສົມກັບເງິນໂບນັສ ແລະວຽກ ກໍເປັນວຽກທີ່ສະບາຍ ອອກຍາມໃດກໍໄດ້.”
ຕໍ່ມາ ທ້າວແກ້ວ ກໍຄຶດນຳຂໍໍ້ຄວາມນັ້ນເປັນເວລາສອງມື້ ຕົກມາມື້ທີ່ສາມ ທ້າວແກ້ວ ຕັດສິນໃຈໄປໄທຍ ເພາະຫວັງວ່າຈະໄດ້ເງິນເດືອນສູງ ໄດ້ເງິນໂບນັສຫຼາຍໆ ແລະກໍສາມາດ ກັບບ້ານເວລາໃດກໍໄດ້, ແລ້ວທ້າວແກ້ວ ກໍລາອອກຈາກການ ໃນເຂດເສຖກິຈພິເສດສາມຫຼ່ຽມຄຳ ໂດຍໄດ້ຕົວະຫົວໜ້າວ່າ ຈະກັບຄືນບ້ານ ເພື່ອໄປຢ້ຽມຢາມພໍ່ແມ່. ສອງມື້ຕໍ່ມາ ຣົຖກະບະວີໂກ້ ຄັນນຶ່ງ ກໍມາຮັບທ້າວແກ້ວ ແລະໝູ່ອີກສອງຄົນ ແລ້ວທັງສາມ ກໍຂີ່ເຮືອຂ້າມແມ່ນ້ຳຂອງ ໄປຝັ່ງໄທຍ ພາຍໃຕ້ການນຳພາ ຂອງຊາຍແປກໜ້າສອງຄົນ.
ການຫຼອກລວງ
ໃນເວລາຂີ່ເຮືອຂ້າມແມ່ນ້ຳຂອງນັ້ນ ທ້າວແກ້ວ ຄຶດຮູ້ເມື່ອວ່າ ພວກຕົນຖືກຫຼອກລວງ, ໝູ່ຄົນນຶ່ງ ກໍເວົ້າຂຶ້ນມາວ່າ “ພວກເຮົາຢາກກັບບ້ານ ແຕ່ບໍ່ກ້າເວົ້າກັບຊາຍສອງຄົນ ທີ່ພາໄປ ເພາະພວກເຂົາມີມີດແລະປືນ; ແລະຕອນນຶ່ງຄຶດວ່າ ຈະພາກັນໂຕນອອກຈາກເຮືອ ແຕ່ບໍ່ກ້າ.”
ຕໍ່ມາ ໝູ່ອີກຜູ້ນຶ່ງ ເວົ້າວ່າ ພວກເຂົາ ຄວນໂທຫາພໍ່ແມ່ ແຕ່ຊາຍຄົນນຶ່ງ ທີ່ນຳພາ ບອກວ່າ “ຢູ່ເທິງເຮືອ ພວກເຮົາບໍ່ອະນຸຍາດໃຫ້ໃຊ້ໂທຣະສັບ. ພວກເຮົາ ກໍບໍ່ກ້າໂທຫາພໍ່ແມ່ ອີກສາເຫດນຶ່ງ ກໍຢ້ານຈະຖືກທຳຮ້າຍຮ່າງກາຍ; ສະນັ້ນ ຈຶ່ງພາກັນມິດງຽບ ຈົນເຖິງຝັ່ງໄທຍ.”

ໄວຣຸ້ນລາວທັງສອງຄົນ ທັງທ້າວແກ້ວ ແລະທ້າວຄຳ ເລົ່າສູ່ວິທຍຸເອເຊັຽເສຣີ ຟັງອີກວ່າ ພວກເຂົາ ຖືກຂາຍໄປເມືອງເມັຍວະດີ ໄກຈາກເຂດເສຖກິຈພິເສດ ສາມຫຼ່ຽມຄຳ ແຂວງບໍ່ແກ້ວ ເຖິງ 480 ກິໂລແມັດ.
ທ້າວຄຳ ຈື່ໄດ້ວ່າ ກ່ອນຈະຮອດພະມ້າ ເຂົາໄດ້ຍ່າງເປັນເວລາຫຼາຍມື້ ແລະທ້າວແກ້ວ ກໍຈື່ວ່າ ເຂົາຂີ່ຣົຖທັງກາງເວັນ ແລະກາງຄືນ ຈຶ່ງຮອດເມືອງເມັຍວະດີ.
ທ້າວແກ້ວເວົ້າວ່າ “ໃນເວລາເດີນທາງ ພວກເຮົາຄຶດສົງໃສວ່າ ບໍ່ໄດ້ຢູ່ໃນປະເທດໄທຍແລ້ວ ອາຈຮອດພະມ້າແລ້ວ. ພວກເຮົາ ຖາມຄົນຂັບຣົຖ ຊຶ່ງບອກວ່າ ເຂົາເອງກໍບໍ່ຮູ້ ເພາະເຂົາເປັນພຽງແຕ່ຄົນຂັບຣົຖຊື່ໆ. ໃນເວລານັ້ນ ພວກເຮົາກໍຢາກກັບບ້ານ ແຕ່ບໍ່ສາມາດກັບໄດ້ ເພາະຊາຍສອງຄົນ ທີ່ຕິດຕາມມາ ຊິ່ງຊອມເບິ່ງພວກເຮົາຕລອດເວລາ.”

ແຕ່ເວລາໄປຮອດເມືອງເມັຍວະດີ ທ້າວຄຳເວົ້າວ່າ ພວກເຂົາມີສິດຍ່າງຫຼິ້ນ ໃນສະຖານທີ່ຕາມສະບາຍ ເປັນເວລາສາມມື້. ຕໍ່ມາ ກໍມີຄົນສອນວິທີໃຊ້ແອ໊ບ ເພື່ອຕົວະຕົ້ມຄົນອື່ນ ແລະຫົວໜ້າ ກໍຂຽນຄຳເວົ້າໃຫ້. ວິທີຕົວະຕົ້ມ ກໍງ່າຍ ຄື ກ່ອນອື່ນໝົດ ກໍຕົວະວ່າ ເປັນຄົນໂສດ ແລະຢາກມີແຟນຢູ່ໄທຍ; ຈາກນັ້ນ ກໍເວົ້າ ແລະລົມກັນໄປເລື້ອຍໆ ຈົນລູກຄ້າເຊື່ອໃຈ; ແລ້ວກໍຊັກຊວນໃຫ້ລູກຄ້າລົງທຶນ ຮ່ວມໃນບັນຊີປອມ ຊຶ່ງຕໍ່ມາ ກໍຕົວະຕົ້ມເອົາເງິນເລີຍ.
ທ້າວຄຳເຊື່ອວ່າ ເຂົາມາຮອດພະມ້າ ໃນເດືອນສິງຫາ ປີກາຍ; ສ່ວນທ້າວແກ້ວ ມາໃນເດືອນກັນຍາປີດຽວກັນ; ທັງສອງ ມາເຫັນກັນ ຢູ່ໂຮງກາສິໂນໂກຊາຍ.
ທ້າວແກ້ວເວົ້າວ່າ “ໃນເດືອນທຳອິດ ການດຳເນີນຊີວິດຢູ່ພະມ້າ ກໍດີຢູ່ ພວກເຮົາສາມາດໃຊ້ໂທຣະສັບໄດ້ ແຕ່ໃນເດືອນຕໍ່ໆມາ ເວລາພວກເຮົາບໍ່ໄດ້ລູກຄ້າ ພວກເຮົາຈະຖືກຂ້ຽນຕີ.”
ທ້າວແກ້ວ ເວົ້າອີກວ່າ ພວກເຂົາ ຖືກບັງຄັບໃຫ້ເຮັດວຽກດົນນານ ເຖິງ 16 ຊົ່ວໂມງຕໍ່ມື້ ນັ່ງເຮັດວຽກຢູ່ໃນຫ້ອງໃຫຍ່ ນັບແຕ່ 6 ໂມງເຊົ້າ ຈົນເຖິງທ່ຽງຄືນທຸກໆມື້.
ໃນຫ້ອງນັ້ນ ມີທັງໝົດປະມານ 50 ຄົນ ແບ່ງອອກເປັນຫຼາຍກຸ່ມ ກຸ່ມລະ 10 ຫຼື 12 ຄົນ ແລະເຮັດວຽກກັບຄອມພິວເຕີ ແລະກໍຖືກຊິ່ງຊອມເບິ່ງ ເທິງໜ້າຈໍໂທຣະທັດ ຕລອດເວລາ.
ທ້າວແກ້ວ ໃຫ້ຣາຍລະອຽດອີກວ່າ “ຫົວໜ້າ ໃຫ້ເວລາພວກເຮົາສາມມື້ ໃຫ້ໄດ້ລູກຄ້າຢ່າງໜ້ອຍນຶ່ງຄົນ; ຖ້າບໍ່ໄດ້ ພວກເຮົາຈະຖືກຕີໃນມື້ທີ່ສີ່.”
ສະຖານທີ່ຫຼອກລວງແບບນີ້ ມີຫຼາຍ ໃນເຂດເອເຊັຽຕາວັນອອກສ່ຽງໃຕ້ ທີ່ຊອກຫາຕົວະຕົ້ມລູກຄ້າໃນທົ່ວໂລກ.

ເດັກນ້ອຍໄວລຸ້ນລາວ ກ່າວກັບວິທະຍຸເອເຊັຍເສຣີ ອີກວ່າ ພວກເຂົາ ຖືກກຳນົດໃຫ້ຊອກຫາລູກຄ້າ ທີ່ເປັນຄົນໄທຍໂດຍສະເພາະ; ສຳລັບຄົນຊາຕອື່ນ ກໍຊອກຫາຕົວະຕົ້ມ ຄົນທີ່ປາກພາສາອື່ນໆໄດ້ ເຊັ່ນ: ສາພາອັງກິຈ ແລະບາງພາສາ ຂອງສະຫະພາບຢູໂຣບ. ເພື່ອຕົວະຕົ້ມ ຄົນຈາກຫຼາຍປະເທດ, ພວກຄ້າມະນຸດ ໄດ້ຫຼອກລວງເອົາຄົນງານ ຈາກຈີນ, ຟີລິບປິ່ນ ມາເລເຊັຍ, ແລະອາຟຣິກາ.
ຣາຍງານ ກ່ຽວກັບ ໜຸ່ມນ້ອຍລາວ ຫຼາຍຄົນ ຖືກຂາຍໄປພະມ້າ ຖືກບັງຄັບເຮັດວຽກ ຕົວະຕົ້ມເອົາເງິນຄົນອື່ນ ທາງອິນເຕີເນັດ ຖ້າເຮັດບໍ່ໄດ້ ກໍຖືກລົງໂທດນັ້ນ ວິທຍຸເອເຊັຽເສຣີ ຈະມີຣາຍຕໍ່ ເປັນພາກ 2. ເຊີນທ່ານຕິດຕາມຮັບຟັງໄດ້ ໃນມື້ຖັດໄປ. ສະບາຍດີ