ລາຄາຊີ້ນໝູ ຍາມບຸນປີໃໝ່ລາວ ອ່າວແພງຂຶ້ນແດ່

ແມ່ຄ້າຂາຍຊີ້ນໝູ ທີ່ຕລາດສົດແຫ່ງນຶ່ງ ໃນເຂດເມືອງສອງຄອນ ແຂວງສວັນນະເຂດ ເດືອນມີນາ ປີ 2023 (TS)
ແມ່ຄ້າຂາຍຊີ້ນໝູ ທີ່ຕລາດສົດແຫ່ງນຶ່ງ ໃນເຂດເມືອງສອງຄອນ ແຂວງສວັນນະເຂດ ເດືອນມີນາ ປີ 2023 (TS) (RFA)

0:00 / 0:00

ໃນໄລຍະບຸນປີໃໝ່ລາວ ປະຈຳປີ 2023 ນີ້, ຊີ້ນໝູຫຼາຍປະເພດ ມີລາຄາເພີ່ມສູງຂຶ້ນ ຂະນະທີ່ເຈົ້າໜ້າທີ່ ປົກປ້ອງຜູ້ຊົມໃຊ້ ຫ້ອງການອຸດສາຫະກັມ ແລະ ການຄ້າ ໃນເມືອງ ແລະ ແຂວງຕ່າງໆ ກໍພະຍາຍາມລົງພື້ນທີ່ກວດກາ ເພື່ອແກ້ໄຂບັນຫາດັ່ງກ່າວນີ້, ແຕ່ຢ່າງໃດກໍຕາມ ພັດບໍ່ສາມາດຈັດຕັ້ງປະຕິບັດໄດ້ ດີພໍເທົ່າໃດ ເນື່ອງຈາກເປັນໄລຍະ ທີ່ພໍ່ແມ່ປະຊາຊົນ ມີຄວາມຕ້ອງການບໍຣິໂພກຊີ້ນໝູ ເປັນຈຳນວນຫຼາຍ ຈຶ່ງເຮັດໃຫ້ລາຄາຖືກປັບຂຶ້ນໄປ ຕາມກົລໄກຕລາດ. ດັ່ງເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ຜູ້ບໍ່ປະສົງອອກຊື່ ແລະ ຕຳແໜ່ງ ທ່ານນຶ່ງ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ວັນທີ 13 ເມສາ 2023 ນີ້ວ່າ:

“70,000 ກີບ. 80,000 ກີບ ຫັ້ນ, ແມ່ນຂາຍຢູ່ທ້ອງຕລາດແລ້ວ. ເອົາມາເຮັດເປັນໂລ ແລ້ວວາງຂາຍ. ດຽວນີ້ 80,000 ກີບ, 80,000 ກີບ.”

ທີ່ຜ່ານມາ ຫ້ອງການອຸດສາຫະກັມ ແລະ ການຄ້າ ພາຍໃນເມືອງ ແລະ ແຂວງຕ່າງໆ ທົ່ວປະເທດ ໄດ້ດຳເນີນການອອກມາຕການ ຄຸ້ມຄອງສິນຄ້າ ອຸປະໂພກ-ບໍຣິໂພກ ລວມເຖິງຄ່າບໍຣິການຕ່າງໆ ບໍ່ໃຫ້ສູງເກີນໄປ ໃນໄລຍະບຸນປີໃໝ່ລາວ ນັບແຕ່ມື້ວັນທີ 6 ເມສາ 2023 ທີ່ຜ່ານມາ ໄປຈົນຮອດມື້ວັນທີ 20 ເມສາ 2023, ແຕ່ເນື່ອງຈາກຕ້ອງນຳສິນຄ້າ ຈາກຕ່າງປະເທດເຂົ້າມາ ສິນຄ້າຈຶ່ງມີລາຄາເພີ່ມຂຶ້ນ ຈຶ່ງເຮັດໃຫ້ພາກສ່ວນທີ່ກ່ຽວຂ້ອງ ບໍ່ສາມາດຄວບຄຸມລາຄາຊີ້ນໝູ ໃຫ້ຄືກັນກັບໄລຍະປົກກະຕິໄດ້. ດັ່ງແມ່ຄ້າຂາຍຊີ້ນໝູ ຢູ່ຕລາດແຫ່ງນຶ່ງ ໃນນະຄອນຫຼວງວຽງຈັນ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ດຽວກັນນີ້ວ່າ:

“ປີໃໝ່ ອັດຕຣາແຕ່ລະຢ່າງ ມັນກໍຈະປັບຂຶ້ນ ເພາະວ່າ ເງິນບາທມັນຂຶ້ນ. ບໍ່, ສ່ວນຫຼາຍແມ່ນໄດ້ນຳເຂົ້າ ນຳເອົາມາແຕ່ວຽດ, ຈີນແດ່. ຢູ່ໄທຍມັນແພງກ່ອນຢູ່ວຽດເດ້ ລາຄາມັນສູງ.”

ສຳລັບລາຄາຊີ້ນໝູ ທີ່ປັບຂຶ້ນ ໃນໄລຍະບຸນປີໃໝ່ລາວ ຈະຕົກຢູ່ປະມານ 3,000 ຫາ 5,000 ກີບ/ກິໂລກຣາມ ເມື່ອທຽບໃສ່ລາຄາຊີ້ນໝູ ໃນໄລຍະປົກກຕິ ຂຶ້ນຢູ່ກັບຊນິດ ແລະ ປະເພດ ຂອງສິນຄ້າ ເນື່ອງຈາກເປັນສິນຄ້າ ທີ່ໄດ້ຮັບຄວາມນິຍົມ ຈາກພໍ່ແມ່ປະຊາຊົນ, ເປັນຕົ້ນວ່າ ລາຄາຊີ້ນໝູ ປະເພດສະໂພກໝູ ລາຄາໃນເດືອນມີນາ ກິໂລກຣາມລະ 63,000 ກີບ ຫາ 65,000 ກີບ, ແຕ່ຕົກມາໄລຍະບຸນປີໃໝ່ລາວ ກໍຂຶ້ນໄປເຖິງ 70,000 ກີບ ຫາ 80,000 ກີບ/ກິໂລກຣາມ ແລ້ວ. ດັ່ງຊາວນະຄອນຫຼວງວຽງຈັນ ນາງນຶ່ງ ກ່າວວ່າ:

"ລາຄາຊີ້ນໝູບໍ 78,000 ກີບ. ແມ່ນ, ລາຄາມັນຂຶ້ນ, ແຕ່ກີ້ມັນລາຄາ ຊີ້ນໝູມັນມີແຕ່ 70 ປາຍພັນກີບ ກໍຂຶ້ນດຽວນັ້ນ. ແມ່ນ ເພາະວ່າ ລາຄາແມ່ນຫຍັງ ມັນກໍຂຶ້ນ ເພາະວ່າ ຂະເຈົ້າຂາຍຢູ່ຕລາດ ກໍ 78,000 ກີບ ດົນແລ້ວ, ຫັ້ນນ່າ. ອັນນີ້ ເຮົາກໍບໍ່ຮູ້ຄືກັນເນາະ, ແຕ່ວ່າ ເພາະວ່າເຄື່ອງອາຈບໍ່ພໍຫຼາຍກ່ອນ."

“ກ່ອນໜ້ານີ້, ຊີ້ນໝູປະເພດ 1 ທີ່ວາງຂາຍຢູ່ໜ້າຕລາດ ໃນນະຄອນຫຼວງວຽງຈັນ ມີລາຄາ ຕົກກິໂລກຣາມລະ 75,000 ກີບ, ເຊິ່ງມີທ່າທີ ທີ່ເປັນໄປໄດ້ວ່າ ຈະເພີ່ມຂຶ້ນອີກ ເນື່ອງຈາກຊີ້ນໝູຈຳນວນນຶ່ງ ຈຳເປັນຕ້ອງໄດ້ນຳເຂົ້າມາ ຈາກຕ່າງປະເທດ ທ່າມກາງສະຖານະການ ເງິນກີບອ່ອນຄ່າ ແລະ ຄ່າຂົນສົ່ງທັງພາຍໃນ ແລະ ລະວ່າງປະເທດ ທີ່ເພີ່ມຂຶ້ນ ອັນເນື່ອງມາຈາກ ລາຄານ້ຳມັນເຊື້ອເພີງ ທີ່ລາຄາສູງຂຶ້ນ, ອີງຕາມການຮິບໂຮມຂໍ້ມູນ ຂອງສື່ມວນຊົນທ້ອງຖິ່ນ ໃນປະເທດລາວ ໃນມື້ວັນທີ 24 ກຸມພາ ທີ່ຜ່ານມາ.

ອີງຕາມແຈ້ງການ ຂອງຜແນກອຸດສາຫະກັມ ແລະ ການຄ້າ ນະຄອນຫຼວງວຽງຈັນ ລະບຸວ່າ ໃນລະວ່າງວັນທີ 14 ຫາ 16 ເມສາ ນີ້, ຮ້ານຄ້າ ຊີພີ ເຟຣສຊັອປ (CP Fresh Shop) ຈຳນວນ 31 ສາຂາ ໃນນະຄອນຫຼວງວຽງຈັນ ໄດ້ຈັດໂປຣໂມ່ຊັ້ນ ຫຼຸດລາຄາຊີ້ນໝູ 19 ປະເພດ ກິໂລກຣາມລະ 5,000 ກີບ ເພື່ອເປັນການສເລີມສລອງ ບຸນປີໃໝ່ລາວ ປະຈຳປີ ພ.ສ 2566 ເປັນຕົ້ນວ່າ ຊີ້ນສະໂພກໝູ ຈາກທີ່ລາຄາ 74,000 ກີບ/ກິໂລກຣາມ ກໍຫຼຸດລົງມາເປັນ 69,000 ກີບ/ກິໂລກຣາມ. ທັງນີ້, ທາງຮ້ານຄ້າ ໄດ້ກຳນົດໃຫ້ລູກຄ້າ 1 ຄົນ ສາມາດຊື້ຊີ້ນໝູປະເພດຕ່າງໆ ໄດ້ບໍ່ກາຍ 2 ກິໂລກຣາມ/ປະເພດ ເພື່ອເປີດໂອກາດ ໃຫ້ລູກຄ້າຈຳນວນຫຼາຍ ໄດ້ເຂົ້າເຖິງສິນຄ້າລາຄາຖືກ. ດັ່ງພະນັກງານ ຢູ່ຮ້ານຄ້າ ຊີພີ ເຟຣສຊັອປ ຢູ່ນະຄອນຫຼວງວຽງຈັນ ນາງນຶ່ງ ກ່າວວ່າ:

“ຖ້າຊິໄປຊື້ຮ້ານໃດ ລະໂທຫາທາງຮ້ານກ່ອນເນາະ ວ່າຢາກໄດ້ຫຍັງແດ່, ຫັ້ນນ່າ. ເພິ່ນກໍກຳນົດວ່າ ໃຫ້ຊື້ຢ່າງລະບໍ່ເກີນ 2 ກິໂລ, ຫັ້ນແຫຼະ, ແຕ່ວ່າກະແລ້ວແຕ່ທາງຮ້ານເນາະ.”

ຂະນະດຽວກັນ, ຮ້ານຄ້າ ຊີພີ ເຟຣສຊັອປ ອີກຈຳນວນ 4 ສາຂາ ຢູ່ນະຄອນຫຼວງພຣະບາງ ກໍໄດ້ຈັດໂປຣໂມ່ຊັ້ນ ຫຼຸດລາຄາຊີ້ນໝູ ຈຳນວນ 17 ປະເພດ ກິໂລກຣາມລະ 5,000 ກີບ ອີກທັງບາງສາຂາ ຍັງມີການຈັດໂປຣໂມ່ຊັ້ນ ຫຼຸດລາຄາຊີ້ນໄກ່ນຳ, ເຊິ່ງມີລາຄາຖືກກວ່າຊີ້ນໄກ່ ທີ່ຂາຍຢູ່ຕາມທ້ອງຕລາດ ຂ້ອນຂ້າງຫຼາຍ. ດັ່ງພະນັກງານ ຢູ່ຮ້ານຄ້າ ຊີພີ ເຟຣສຊັອປ ຢູ່ນະຄອນຫຼວງພຣະບາງ ອີກນາງນຶ່ງ ກ່່າວວ່າ:

“ໂດຍ ແມ່ນແຫຼະ ໄກ່ເປັນປະເພດໄກ່ນີ້ ຫຼຸດລົງ, ຫຼຸດລົງຫຼາຍເລີຍ. ໜ້າຮ້ານນີ້ ປົກກະຕິເນາະ ໄກ່ນີ້ ໂຕທີ່ຂະເຈົ້າດູດລົມເນາະ ຈະຂາຍຢູ່ໂຕ 1 ຢູ່ 60,000 ກີບ ຈະຫຼຸດລົງມາຢູ່ທີ່ ໂຕ 1 ທີ່ 49,000 ກີບ. ສ່ວນໂຕທີ່ ແບບຂະເຈົ້າເຮັດເປັນແພັກ 10 ໂຕ ເປັນຖົງໃຫຍ່ເລີຍເນາະ, ໂຕນັ້ນນ່າ ປົກກະຕິ ຈະຂາຍຢູ່ໂຕ 1 ຫັ້ນ 49,000 ກີບ, ຈະຫຼຸດລົງມາເຫຼືອຢູ່ທີ່ 43,000 ກີບ ຕໍ່ໂຕ.”

ໃນໄລຍະຕົ້ນເດືອນເມສາ ທີ່ຜ່ານມາ, ທ່ານ ນັນຕາ ສານຸວົງ, ຫົວໜ້າຜແນກອຸດສາຫະກັມ ແລະ ການຄ້າ ນະຄອນຫຼວງວຽງຈັນ ໄດ້ໃຫ້ສັມພາດ ຕໍ່ສື່ມວນຊົນ ວ່າ ຫ້າມບັນດາພໍ່ຄ້າຊາວຂາຍ ເຫັນໂອກາດອັນສວຍງາມນີ້ ຂຶ້ນລາຄາ ແລະ ກັກຕຸນສິນຄ້າ, ໂດຍສະເພາະສິນຄ້າ ປະເພດຊີ້ນໝູ, ໄກ່, ຊີ້ນງົວ ແລະ ເຂົ້າສານ ລວມໄປເຖິງການກະຕຣຽມ ກະຕ່າຂອງຕ້ອນ-ຂອງຝາກ ທີ່ໝົດອາຍຸ ແລະ ເສື່ອມຄຸນນະພາບ ອອກມາຂາຍ ແລະ ວາງຈຳໜ່າຍ ໃນໄລຍະບຸນປີໃໝ່ລາວ ທັງນີ້ ກໍເພື່ອເປັນການຕຣຽມຄວາມພ້ອມ ຮັບມືກັບວິກິຕການ ທີ່ອາຈສົ່ງຜົລກະທົບ ຕໍ່ຜູ້ບໍຣິໂພກໄດ້.